ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໄປອ່ານເຫັນມາກະເລີຍເອົາມາບອກຂອງຄົນມີຄວາມຮັກ ບໍ່ວ່າຈະເປັນຍິງຫຼືຊາຍ (ຫຸຫຸ)

ລອງສັງເກດເບິ່ງຄົນອ້ອມຂ້າງເບິ່ງລກັນວ່າມີລັກສະນະແບບນີ້ບໍ່ (ບາງເທື່ອຕົວເອງເປັນຊ້ຳ) ເຮີໆ

  1. ຢູ່ຄົນກໍ່ຍິ້ມໄດ້...ຮ້າໆ ຄືຄົນບ້າເນາະ
  2. ຫງຸດຫງິດຖ້າບໍ່ໄດ້ເຫັນໜ້າ ຫຼືບໍ່ໄດ້ຍິນສຽງ
  3. ມັກຫຼົງທງເລື້ອຍໆ ຈະໄປແຕ່ທາງທີ່ແມ່ນເຮືອນຂອງຄົນທີ່ເຮົາຫຼົງຮັກຢູ່
  4. ມັກຮຽນແບບມະນຸດຫຸ່ນຍົນ ເວລາເຫັນໜ້າຄົນຮັກ ແບບວ່າແຂງຕົວໄປໝົດເລີຍ
  5. ສາມາດແປງຮ່າງເປັນມະນຸດຕິດອ່າງໄດ້ງ່າຍໆ ..ຄື ຄື...ຄື.....ຂ້....ອຍ.....ຂ້ອຍ....ຂ້ອຍ....
  6. ຫຼືແປງຮ່າງເປັນນາງອາຍ ແບບວ່າແທບຈະມ້ວນຕົວໄດ້ເລີຍ (ຫຸຫຸ)
  7. ເຮັດໃຫ້ເປັນໂລກໄຂ້ຈັບສັ່ນໄດ້....ແບບວ່າມືໄມ້ສັ່ນ ປາກຄໍສັ່ນໄປໝົດ
  8. ເຮັດໃຫ້ສະໝອງສັ່ງງານບໍ່ໄປຕາມໃຈເລີຍ ປາກຢາກຈະເວົ້າ ແຕ່ສະໝອງມັນບໍ່ຍອມສັ່ງໃຫ້ເວົ້າ
  9. ອາການເລືອດສູບສີດ ບໍ່ເປັນປົກກະຕິ (ບືຍ...ເປັນຕາຢ້ານ!) ມັນຄອຍແຕ່ຈະສີດໄປທີ່ໃບໜ້າຢ່າງດຽວ ເລີຍເຮັດໃຫ້ໜ້າແດງ (ອໍ...!ຄິດວ່າຊິເປັນໂລກຮ້າຍແຮງ ຫ້າໆ)
  10. ອາການຄໍຍາວ...ອາດຈະຍາວເພີ່ມຂຶ້ນ ເພາະຕ້ອງຖ້າຍື່ນຄໍ ອຽງຄໍ ແນມເບິ່ງແຕ່ຄົນຮັກ (ອາດຈະສູງຂຶ້ນຈັກ cm ບໍ່ຈັກ 555)
  11. ອາການກິນເຂົ້າກິນປາບໍ່ລົງ...ບໍ່ຄິດຮອດແຕ່ເຈົ້າ (ຮູໆ ຈ່ອຍບາດນີ້ລະ! -_-)
  12. ອາການເມີ່ລອຍ...ໃຈມັນບໍ່ຮູ້ລ່ອງລອຍໄປໃສ (ໄປຫາຕາມຫາຫົວໃຈ! @-@)
  13. ຍາມນອນກໍ່ ເອີ້ເຫີ.....ເອີ້ເຫີ.......ກະສ່າຍກະສັບ ນອນແບບໃດກໍ່ບໍ່ຫຼັບ ເພາະຄິດຮອດແຕ່ເຈົ້າ -_-!
  14. ຈະມີອາການຫຼົງໆລືມໆ ໃຈບໍ່ຢູ່ກັບເນື້ອກັບຕົວ...ເພາະໃຈໄປຢູ່ທີ່ເຈົ້າໝົດ (ເອີ່...!)
  15. ເກີດອາການເພີ້ຝັນ...ວ່າຂ້ອຍຍຍເປັນພະເອກ...ສ່ວນເຈົ້າເປັນນາງເອກ....ພະເອກເຂົ້າໄປຊ່ວຍນາງເອກ...ເອິ໊ກໆໆໆໆ....
  16. ເກີດອາການເບື່ອຮຽນ ໄປໂຮງຮຽນກະແມ່ນ ອາຈານກະສອນໄປ...ແຕ່ໃຈບໍ່ຄິດຮຽນ ເພາະຄິດຮອດແຕ່ໜ້າເຈົ້າ (ອີກແລ້ວ! -_-!)
  17. ເກີດອາການກະວົນກະວາຍ...ຍາມເມື່ອເຫັນເຈົ້າຍ່າງກັບຄົນອື່ນ
  18. ແລ້ວອາການຄຸມສະຕິບໍ່ຢູ່...ຫາກຳແພງ ຫຼື ຂອງໃກ້ຕົວ ເປັນທີ່ລະບາຍອາລົມ
  19. ເກີດອາການນ້ຳຕາແຕກ....ໂດຍກັ້ນບໍ່ຢູ່
  20. ເກີດອາການເບື່ອໝູ່ເພື່ອນ...ຢາກຢູ່ກັບແຟນສອງຕໍ່ສອງ
  21. ເກີດອາການ ແຕ່ກ່ອນເຄີຍເປັນຄົນເວົ້າເກັ່ງ..ແຕ່ພໍມາພົບຮັກ ຈະຫງຽບແລະມັກໜີຕົວອອກມາຄົນດຽວ
  22. ເກີດອາການແປກໆ ”ພຽງແຕ່ຂໍໃຫ້ເຈົ້າຫຼຽວມາ“ ( -_-! )
  23. ເກີດອາການກັບບ້ານບໍ່ຖືກເວລາ....ເພາະມົວໄປສົ່ງຄົນຮັກກັບບ້ານ ແລ້ວບອກທາງບ້ານວ່າ ໄປບ້ານໝູ່ມາ ຫຼືວຽກບ້ານຫຼາຍ ຫຼືໄປອ່ານໜັງສືກັບໝູ່....ໂອ້ຍຍຍຍອີກຫຼາຍໆສາລະພັດຂີ້ຕົວະ
  24. ເກີດອາການຮັກສວຍຮັກງາມ....ກວ່າຈະອອກຈາກບ້ານເທື່ອໜຶ່ງຕ້ອງຫຼໍ່ໄວ້ກ່ອນ ນ້ຳຫອມມີເທົ່າໃດ ຖ້າອາບໄດ້ຄົງຈະອາບນ້ຳຫອມແລ້ວ!
  25. ເກີດອາການໃຊ້ເງິນເກັ່ງ...ເຄີຍໃຊ້ມື້ລະແສນ...ແຕ່ມີຄວາມຮັກ ຕ້ອງໃຊ້ມື້ລະລ້ານ....ຮ້າໆໆໆໆ.....
Delicious Digg Fark Twitter