ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

   ສະບາຍດີໝູ່ເພື່ອນທຸກຄົນກ່ອນອືື່ນກະຕ້ອງຂໍບອກວ່າຂ້ອຍດີໃຈຫຼາຍທີ່ມີຄົນມາອ່ານໄດອາລີ່ຂອງຂ້ອຍແລະ

ມີທັງຄົນທີ່ຄອມເມັ້ນ ແລະ ໃຫ້ກຳລັງໃຈ  ແຕ່ວ່າຂ້່ອຍຄິດໄປຄິດມາວ່າຂ້ອຍຢາກຈະບັນທືກໄດອາລີ່ປະຈຳວັນໄວ້ອ່ານ

ວ່າຕອນນີ້ທີ່ເຮົາເຫງົາໆແບບນີ້ເຮົາເຈີະຫຍັງມາແດ່ແລະແກ້ເຫງົາແນວໃດ  ເອົາເປັນວ່າມາຕໍ່ມື້ນີ້ກັນເລີຍ.

 

   ມື້ນີ້ຂ້ອຍຕ້ອງໄປຮຽນຄົນດຽວອີກແລ້ວເພາະໝູ່ຂອງຂ້ອຍມັນຄາວຽກຕ້ອງໄປຕ່າງແຂວງ ສ່ວນອີກຄົນໜື່ງກະຈຳເປັນຕ້ອງໄດ້ເຝ້າພໍ່ຢູ່

ຂ້ອຍເອງກະເລີຍຕ້ອງໄປຄົນດຽວ  ມື້ນີ້ໄປຮອດກະຟ້າວຂື້ນຂັ້ນໄດໄປຮຽນສີ່ຊັ້ນ ຫອບແຮ໋ກໆ   ໄປຮອດພໍດີມີແຕ່ສອງຄົນຢູ່ໃນຫ້ອງຜູ້ຊາຍກັບຜູ້ຍີງ

ລ໋ອກປະຕູໄວ້ອີກ ລ໋ອກໄວ້ຫຍັງວ່ະ  

ຫລັງຈາກນັ້ນຂ້ອຍກະເຂົ້າໄປນັ່ງຟັງເພັງຖ້າອາຈານຖ້າຄົນອື່ນມາຮຽນ

ພໍອາຈານມາກະໄດ້ແຕ່ນັ່ງງົງ ເພາະກະເຈົ້າເຮັດວຽກບ້ານກັນຢູ່ເຮົາບໍ່ຮູ້ຫຍັງເລີຍເພາະທິດກ່ອນນີ້ດັນຂາດຮຽນ ເຫີ້ຢ່າມັນແຫຼະ

ຫລັງຈາກນັ້ນກະນັ່ງຮຽນໄປແບບເຊັງໆເບື່ອໆເຫງົາໆ  ຈົນໝົດຄາບຮຽນ

ລະໃນຫ້ອງກະເລີ່ມແຊວມາອີກລະສ່ວນຂ້ອຍແນມໄປມາກະຈັກຊິລົມນຳໃຜບໍ່ເຫັນຈະມີໃຜສົນໃຈເຮົາກະເລີຍນັ່ງເບີ່ງໜັງຟັງເພັງໄປແກ້ເຊັງ

ລະກະເລີ່ມມີຈະວ່າຄູ່ຮັກດີບໍ່ແຫຼະອັນນີ້ຂ້ອຍກະບໍ່ຮູ້ນຳກະເຈົ້າດອກມາງຸງິງຸງິລົມກັນຈ້ອຍໆທາງໜ້າຂ້ອຍ

ອື່ມເນາະຢ່າໃຫ້ມີແດ່ກະແລ້ວກັນ ມື້ນີ້ໄປຮຽນແບບວ່າທັງເບື່ອທັງເຫງົາແບບເບື່ອກະເບື່ອການຮຽນທີ່ແບບອາຈານເຂົ້າມາລະກະນັ່ງໄບ່ໆໆໆເປັນຊົວໂມງ

ອັນເຫງົາກະຄືເກົ່າແລະບໍ່ມີໃຜລົມນຳນັ່ງຟັງໄປມືກະຫຼີ້ນເນັດແດ່ເບີ່ງຫນັງແບບປິດສຽງແດ່ຈົນໝົດຊົ່ວໂມງແຕ່ວ່າຂ້ອຍກະຈື່ບົດຮຽນໃດແຫຼະ

ບໍ່ແມ່ນວ່າຈະບໍ່ສົນໃຈເລີຍເປັນແບບຢ່າງບໍ່ດີເນາະໃນຊົ່ວໂມງທີ່ສຳຄັນແລະທ່ານບໍ່ໄດ້ເຫົງາບໍ່ຕ້ອງເຮັດ

ນີ້ແຫຼະກະນັ່ງທົນຟັງໄປຈົນຈົບລະກະກັບບ້ານເຫີ້.......... ຜ່ານມື້ເຫົງາໆໄປໄດ້ອີກມື້ໜື່ງຊີວິດຂ້ອຍບໍ່ມີຫຍັງຫຼາຍດອກແຕ່ກະບັນທືກໄວ້

ອ່ານຫຼີ້ນຊື່ໆ   ມື້ນີ້ກະຄືຊິຈົບເທົ່ານີ້ເນາະ

Delicious Digg Fark Twitter