ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ມື້ນີ້ເຈົ້າຂອງດອລຮູ້ສືກທໍ້ແທ້ໝົດຫວັງໃນຊີວິດ 20 ປີທີ່ຜ່ານມາແຕ່ກະບໍ່ເຄີຍເຮັດຫຍັງສຳເລັດເລີຍແຕ່ວ່າພໍໄດ້ໄປອ່ານເລື່ອງນີ້

ເຂົ້າມັນເຮັດໃຫ້ຂ້ອຍມີກຳລັງໃຈແລະຢາກທີ່ຈະເລີ່ມຕົ້ນເຮັດຫຍັງຈັກຢ່າງອີກເທື່ອໜື່ງຢາກໃຫ້ທຸກຄົນໄດ້ອ່ານຈົນຈົບ

 

ພໍ່ຂອງລາວຕາຍຕັ້ງແຕ່ລາວອາຍຸໄດ້ພຽງຫ້າປີ

 

ລາວຕ້ອງອອກຈາກໂຮງຮຽນກາງພາກຕອນອາຍຸ 16 ປີ

ຕອນອາຍຸ 17 ປີ ລາວສະແດງຄວາມສາມາດພິເສດດ້ວຍການຕົກວຽກຕິດຕໍ່ກັນ 4 ເທື່ອ

 

ລາວແຕ່ງງານຕອນອາຍຸ 18 ປີ ປີຕໍ່ມາລາວໄດ້ເປັນພໍ່ຄົນ

ແຕ່ຊີວິດຄູ່ຂອງລາວ ກໍ່ມີຄວາມສຸກຢູ່ໄດ້ບໍ່ດົນ ອາຍຸ 20 ປີ ເມຍຂອງລາວພາລູກສາວໜີໄປ

ເພາະທົນໃຊ້ຊີວິດກັບລາວບໍ່ໄດ້

 

ໃນຊ່ວງອາຍຸ 18 - 22 ປີ ລາວປະກອບອາຊີບເປັນຄົນຂາຍປີ້ລົດໄຟແລ້ວກໍ່ລົ້ມເຫຼວ

ແຕ່ລາວກໍ່ຍັງຕໍ່ສູ້ກັບຊີວິດດ້ວຍການຫາໂອກາດໃຫ້ຊີວິດ ແຕ່ທຸກຢ່າງທີ່ລາວເຮັດກໍ່ຍັງລົ້ມເຫຼວຄືເກົ່າ

 

ລາວສະມັກເປັນທະຫານໃນກອງທັບແຕ່ກໍ່ຖືກໄລ່ອອກມາ

ຫັນມາສະມັກເຂົ້າໂຮງຮຽນກົດໝາຍ ແຕ່ດ້ວຍຄວາມສາມາກອັນເອກອຸ ລາວຖືກປະຕິເສດຢ່າງບໍ່ໃຍດີ

 

ແລ້ວລາວກໍ່ໄປເຮັດວຽກເປັນພະນັກງານຂາຍປະກັນ ແນ່ນອນທີ່ສຸດ ລາວກໍ່ລົ້ມເຫຼວອີກເທື່ອໜື່ງ (ແລ້ວ )

 

ທີ່ເລົ່າມາຂ້າງຕົ້ນກໍ່ຄົງບໍ່ຕ້ອງບອກວ່າ ຊາຍຄົນນີ້ເຮັດຫຍັງບໍ່ໄດ້ເລື້ອງຈັກຢ່າງເລີຍ.

ແຕ່ກະຄືວ່າແຫຼະຄົນເຮົາອີ່ຫຍັງມັນຈະບໍ່ໄດ້ເລື້ອງໄປໝົດທຸກຢ່າງ

ສິ່ງດຽວທີ່ລາວໄດ້ຄົ້ນພົບວ່າລາວເຮັດໄດ້ດີທີື່ສຸດກໍ່ຄືການເຮັດອາຫານ

ດັ່ງນັ້ນລາວຈື່ງໄປເຮັດວຽກເປັນພໍ່ຄົວແລະລ້າງຈານໃນຮ້ານ

ກາເຟນ້ອຍໆ ແຫ່ງໜື່ງ ແຕ່ນັ້ນກໍ່ບໍ່ແມ່ນຊີວິດທີ່ມີຄຸນຄ່າຫຍັງເລີຍໃນຄວາມຄິດຂອງລາວ

 

ຊີວິດທີ່ຮ້ານກາເຟ ລາວມີເວລາຫຼາຍທີ່ຈະນັ່ງຄິດແລະເຮັດຫຍັງໄດ້ພໍສົມຄວນ

ແຕ່ລາວໃຊ້ເວລານັ່ງຄິດຫາລູກແລະເມຍຂອງລາວ

ລາວພຽນພະຍາຍາມຕິດຕໍ່ເມຍແລະອ້ອນວອນໃຫ້ກັບມາໃຊ້ຊີວິດຮ່ວກກັນອີກເທື່ອ ແຕ່ໄດ້ຮັບຄຳປະຕິເສດ

ລາວປ່ຽນຄວາມຄິດໃໝ່ ລາວບໍ່ຕ້ອງການເມຍອີກຕໍ່ໄປ ຂໍພຽງແຕ່ໄດ້ລຼກສາວກັບຄືນມາກໍ່ພໍ

 ເພາະລາວຮັກແລະຄິດຮອດລູກສາວລາວຫຼາຍ

ລາວໃຊ້ເວລາໃນຮ້ານກາເຟໃນການວາງແຜນນຳເອົາລູກສາວກັບຄືນມາສູ່ອ້ອມກອດຂອງຕົນ

ລາວວາງແຜນທຸກຂັ້ນຕອນຢ່າງລະອຽດແລະຄຳນວນທຸກຢ່າງກ້າວ

ໃນທີ່ສຸດແຜນການອັນແສນຍາວນານກໍ່ສິ້ນສຸດລົງ

ເມື່ອເວລາຜ່ານໄປໜື່ງອາທິດ ພໍ່ໄວລຸ້ນຜູ້ນ່າອີ່ຕົນກໍ່ລີ້ຢູ່ໃນພຸ່ມໄມ້ນອກບ້ານຫຼັງນ້ອຍໆຂອງເມຍລາວ

 

ເຝົ້າເບີ່ງລູກສາວຂອງລາວຫຼີ້ນຢູ່ໜ້າບ້ານແລະຕຽມພ້ອມທີ່ຈະລັກພາຕົວລູກສາວ

 

ແລ້ວວັນທີ່ຕັ້ງໃຈໄວ້ກໍ່ມາຮອດ ລາວລີ້ຢູ່ຫຼັງພຸ່ມໄມ້ຢ່າງລະມັດລະວັງ ຖືງວ່າຈະຮູ້ສືກຕື່ນເຕັ້ນແລະກັງວົນຢູ່

ແຕ່ກໍ່ບໍ່ອາດທຽບໄດ້ກັບຄວາມຮັກຂອງລາວທີ່ມີຕໍ່ລູກ ລາວຕັດສິນໃຈຈະຕ້ອງລົງມືເຮັດໃຫ້ສຳເລັດ ແຕ່ຜົນສຸດທ້າຍ

. . .

ມື້ນັ້ນລູກສາວລາວບໍ່ອອກມາຫຼີ້ນໜ້າບ້ານເລີຍ

 

ແມ້ກະທັ້ງຄວາມພະຍາຍາມໃນການກໍ່ອາດຊະຍາກຳ ລາວກໍ່ຍັງລົ້ມເຫຼວ

ລາວຮູ້ສືກຄືຄົນທີ່ພ່າຍແພ້ຕໍ່ໂຊກຊະຕາ ຮູ້ສືກຄືຄົນບໍ່ມີຄ່າ

ແລະຮູ້ສືກວ່າພະເຈົ້າກຳໜົດມາແລ້ວວ່າລາວຈະຕ້ອງຢູ່ຄົນດຽວຕະຫຼອດຊີວິດ

 

ແຕ່ປານປາຕິຫານໃນທີ່ສຸດລາວກໍ່ສາມາດອ້ອນວອນເມຍໃຫ້ກັບມາຢູ່ນຳກັນໄດ້

ພວກເຂົາເຮັດວຽກນຳກັນໃນຮ້ານກາເຟແຫ່ງນັ້ນ ເຮັດອາຫານແລະລ້າງຈານຢູ່ຈົນກະສຽນ ຕອນອາຍຸ 65 ປີ

 

ມື້ທຳອິດຂອງການກະສຽນອາຍຸ ລາວໄດ້ຮັບເງີນປະກັນສັງຄົມອັນທຳອິດຂອງລາວ ເປັນເງີນ 105 us

(ປະມານແປດແສນປາຍ)

ເງີນດັງກ່າວປານເປັນຕົວແທນຂອງລັດທີ່ຝາກມາບອກລາວວ່າ ລາວບໍ່ອາດຈະເບີ່ງແຍ່ງໂຕເອງໄດ້ອີກຕໍ່ໄປແລ້ວ

ທັ້ງໝົດທີ່ລາວສາມາດເຮັດໄດ້ຕອນນີ້ກໍ່ຄືໃຊ້ຊີວິດຢູ່ ຈົນກວ່າຈະຮອດວ່າລະສຸດທ້າຍຂອງຊີວິດ ດ້ວຍເງີນຈາກລັດຖະບານ

 

ມັນບໍ່ແມ່ນຄັ້ງທຳອິດທີ່ລາວຖືກປະຕິເສດ ລົ້ມເຫຼວ ເສຍກຳລັງໃຈ ແລະທໍ້ແທ້

ຊີວິດ ຂອງລາວໄດ້ຮັບຄວາມຜິດຫວັງອີກຄັ້ງໜື່ງຫຼັງຈາກ 65 ປີອັນດົນນານ

 

ລາວບອກກັບໂຕເອງວ່າຖ້າລາວເບີ່ງແຍງໂຕເອງບໍ່ໄດ້ ຕ້ອງມີຊີວິດຢູ່ໂດຍໃຫ້ລັດຖະບານດູແລ

ລາວກໍ່ບໍ່ສົມຄວນຈະມີຊີວິດຢູ່ຕໍ່ໄປ ລາວຕັດສິນໃຈ (ອີກແລ້ວ) ວ່າ ຈະຂ້າຕົວຕາຍ

ລາວຈັບເຈ້ຍໜື່ງແຜ່ນກັບສໍໜື່ງອັນ

ນັ່ງລົງກ້ອງຕົ້ນໄມ້ໃນສວນຫຼັງບ້ານຢ່າງສະຫງົບ ຕັ້ງໃຈທີ່ຈະຂຽນຄຳສັ່ງເສຍແລະພິໄນກຳ

 

ແຕ່ແທນທີ່ຈະເຮັດແບບນັ້ນ ປານວ່າມີຫຍັງມາດົນໃຈ ປານເປັນຄັ້ງທຳອິດທີ່ຊີວິດເກີດປັນຍາ

ລາວເລີ່ມຕົ້ນຂຽນສີ່ງທີ່ລາວຄວນຈະເປັນ ຊີວິດທີ່ລາວຄວນຈະມີ ແລະສີ່ງທີ່ລາວປາດຖະໜາໃນຊ່ວງຊີວິດສຸດທ້າຍທີ່ເຫຼືອຢູ່

 

ລາວຕົກໃຈຫຼາຍເມື່ອຄົ້ນພົບຄວາມຈິງໃນຊີວິດວ່າ ລາວຍັງບໍ່ເຄິຍເຮັດຫຍັງສຳເລັດນຳເຂົາຈັກຢ່າງເລີຍ ! (ຫາກໍ່ຄືດໄດ້)

ລາວນັ່ງຄິດກັບໂຕເອງຢ່າງຈິງຈັງ ມີບາງຢ່າງທີ່ລາວສາມາດເຮັດໄດ້

ບາງຢ່າງທີ່ຄົນອ້ອມຂ້າງເຮັດສູ້ລາວບໍ່ໄດ້ ແມ່ນ! ລາວຮູ້ວິທີ່ແຕ່ງກິນ

ຊີວິດເກືອບທັງໝົດຂອງລາວ  ຢູ່ແຕ່ໜ້າເຕົາອົບຮ້ອນໆມາຕະຫຼອດ ລາວຕັດສິນໃຈກັບໂຕເອງອີກເທື່ອ

ໃນທີ່ສຸດລາວກໍ່ເລືອກທີ່ຈະມີຊີວິດຢູ່ເພື່ອເຮັດຫຍັງຈັກຢ່າງໃນຊີວິດໃຫ້ປະສົບຜົນສຳເລັດ

 

ລາວຕັ້ງໃຈວ່າຖ້າລາວຈະຕາຍ ລາວກໍ່ຈະຂໍຕາຍໃນແບບທີ່ພະຍາຍາມຈະເປັນໃຜຈັກຄົນ

ແລະເຮັດບາງສີ່ງບາງຢ່າງທີ່ມີຄ່າດ້ວຍຊີວິດທີ່ເຫຼືອຢູ່ພຽງແຕ່ໜ້ອຍຂອງລາວ

 

ລາວລຸກຈາກເງົາໄມ້ ມຸ່ງໜ້າໄປສູ່ທະນາຄານໃນເມືອງ ເພື່ອຂໍຍືມເງີນຈຳນວນ 87 us ຈາກເຊັກ ປະກັນ

ສັງຄົນສະບັບຕໍ່ໄປຂອງລາວ

ດ້ວຍເງີນ 87 us ລາວຊື້ກ່ອງເປົ່າແລະໄກ່ຈຳນວນໜື່ງ

 

ຈາກນັ້ນລາວກໍ່ກັບໄປບ້ານແລະລົງມືທອດໄກ່ທີ່ຊື້ມາດ້ວຍສູດພິເສດທີ່ລາວໄດ້ຄິດຄົ້ນຂື້ນມາໃນຊ່ວງເວລາຫຼາຍປີ

ທີ່ເຮັດວຽກໃນຮ້ານກາເຟນັ້ນ

 

ລາວໄດ້ເລີ່ມຂາຍໄກ່ທອດຂອງລາວຕາມບ້ານຕ່າງໆ ໃນເມືອງຄໍຼ໌ບິນ ລັດ ເຄັນດັກກີ້ຂອງລາວ

 

ແລ້ວຄົນຂາຍໄກ່ທອດອາຍຸ 65 ປີ ຄົນນັ້ນກໍ່ກາຍມາເປັນຜູ້ພັນຮາແລນ ແຊນເດີ

ລາຊາຜູ້ເປັນທີ່ຮັກຂອງອານາຈັກ Kentucky Fried Chicken ຫຼືທີ່ເຮົາຮູ້ຈັກກັນໃນນາມ KFC ນັ້ນເອງ

 

ຕອນອາຍຸ 65 ປີ ລາວປານເປັນອານຸສອນແຫ່ງຄວາມລົ້ມເຫຼວທີ່ຍັງມີຊີວິດ ແຕ່ໃນໄວ 85 ປີ

ລາວກໍ່ກາຍເປັນເສດຖີ່ພັນລ້ານທີ່ມີຊື່ສຽງໄປທົ່ວໂລກ ມີຜູ້ຄົນໃຫ້ກຽດລາວທົ່ວປະເທດ

 

ເຊື່ອວ່າເວລາເຮົາຮ້ອງໄຫ້ຖືງຊີວິດທີ່ຜ່ານມາ ຫຼືເວລາທີ່ເຮົາຄາດຫວັງກັບຫຍັງຈັກຢ່າງ ມັນຈະຕ້ອງລົ້ມເຫຼວເຮັດໃຫ້ເຮົາຮູ້ສືກ

ບໍ່ຢາກຈະໃຊ້ຊີວິດທີ່ມີຢູ່ຕໍ່ໄປ ຫຼືບາງຄົນຖືງກັບທໍ້ແທ້ຊີວິດຈົນບໍ່ສາມາດເຮັດຫຍັງໄດ້ ລອງອ່ານບົດຄວາມນີ້ໃຫ້ຈົບ

ແລ້ວລອງຍ້ອນມາເບີ່ງຕົວເອງອີກຄັ້ງໜື່ງ

             

                

 

 

 

 

 

 

 

 

 

 

 

Delicious Digg Fark Twitter