ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
vientvieng
ອັບເດດຫຼ້າສຸດ 12 ປີກ່ອນ
ບຸນຊ່ວງເຮືອວັງວຽງ
ອັບເດດຫຼ້າສຸດ 12 ປີກ່ອນ
ບັກມ່ວນ ໆ ດ່ຽວ ອາທິດຫນາຈະລົງວີດີໂອໃຫ້ເບິ່ງເດີ.
ການຄົ້ນພົບວັດຖຸບູຮານໃນວັນ 1...
ອັບເດດຫຼ້າສຸດ 12 ປີກ່ອນ
ນາງທອງ ອາຍຸ 47 ປີ ປະຊາຊົນບ້ານນ້ຳແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ. ກັບຜົວຊື່ທ້າວ ລອດ
ອາຍຸ 45 ປີເປັນຜູ້ຄົ້ນພົບວັດຖຸບູຮານມີ: ຄ້ອງທອງແດງ 4 ຫນ່ວຍ ກ້ວາງ 49 ນ້ຳຫນັກ 2 ໂລ 3 ຂີດ,
ລະຄັງ 2 ຫນ່ວຍ ກວ້າງ 32.5 ຊມ,ນ້ຳຫນັກ 2 ໂລ 3 ຂີດ, ແຊ່ງ 1 ຄູ່ , ໂຖດອກໄມ້ 1 ອັນ. ແຕ່ລະ
ຫນ່ວຍແມ່ນເປັນທອງແດງຫມົດ.
ພິເສດແມ່ນລະຄັງຫນ່ວຍ 1 ເປັນທອງດຳລ້ວນ, ເຊື່ອກັນວ່າເປັນສິ່ງຊອກຫາຢາກຊະນິດຫນຶ່ງ ທີ່ຄົນ
ລາວເຊື່ອກັນວ່າເປັນສິ່ງສັກສິດ, ຕາມການບອກເລົ່າຂອງແນວໂຮມບ້ານວ່າ ເວລາຊັງນ້ຳຫນັກ ລະຄັງຫນ່ວຍນີ້ແມ່ນຄັ້ງທີ1 ໄດ້ 2 ກິໂລ, ຄັ້ງທີ່ 2 ໄດ້ 5 ກິໂລ, ຄັ້ງທີ່ 3 ໄດ້ 7 ກິໂລ ແລະຄັ້ງສຸດທ້າຍແມ່ນຕາຊັງເພເລີຍ.
ການຄົ້ນພົບຄັ້ງນີ້, ແມ່ນປະຊາຊົນພາຍໃນບ້ານນ້ຳແຈ້ງທີເປັນຄອບຄົວທຸກຍາກ ກຳມະກອນຊາວໄຮ່ນາ ແລະຫາເຊົ້າກິນຄ່ຳ, ປະຈຸບັນມີລູກ 3 ຄົນຍິງ 2 ຄົນ ແຕ່ງງານ 1 ແລະຮັບຫຼານມາລ້ຽງ 1 ຄົນທີພໍ່ແມ່ ຮາງປະກັນ ແລະເປັນຄົນບໍ່ສົມບູນ, ທ້າວລອດ ຜູ້ເປັນຜົວນາງທອງ ໄດ້ກ່າວໃຫ້ຂ້ອຍຟັງວ່າ: ມີພໍ່ຕູ້ເຖົ້າຮ່າງກາຍ ສົມບຸນມີຜົມສີຂາວມາເວົ້າກັບເມຍລາວວ່າ: ຫຼານເອີຍ ! ບໍ່ມີເງິນລຸງຊິເອົາໃຫ້ 30.000 ກີບ. ແລ້ວໆເພິ່ນກໍ່ເດ່ເອົາເງິນໃຫ້. ເມຍຂອງທ້າວລອດກໍ່ຖາມຄືນວ່າ: ໃບເງິນນີຄືຂຽວແທ້ ທຳມະດາມັນບໍ່ຂຽວ ແລ້ວພໍ່ຕູ້ກໍ່ຕອບວ່າ: ຂຽວກະຢ່າ ໃຫ້ລູກເອົາໄປໂລດ ເອົາໄປໄວ້ວັດບ້ານນ້ຳແຈ້ງເດີ ມື້ເຊົ້າໃຫ້ຫຼານໄປຂຸດ ແຄມຫ້ວຍນ້ຳແຈ້ງ ແລ້ວຈະເຫັນ.
ຫລັງຈາກນັ້ນພໍຮອດຕອນເຊົ້າຂອງວັນທີ 19/10/2011 ເວລາ 9:00 ນາງທອງກັບຜົວທີໄປຫາກິນ
ຂຸດຈີນາຍ ແລະຫາປາທຸກມື້ ກໍ່ຂຸດພົບຕາມແຄມນ້ຳແຈ້ງທີພໍ່ຕູ້ເຖົ້າເວົ້າຈີງ ໆ ! ! ! ! ! !
ນັກຂ່າວ ສຸດເຈັງ ທີວັງວຽງ
ອັບເດດຫຼ້າສຸດ 12 ປີກ່ອນ
ສຸດຍອດ
k
ອັບເດດຫຼ້າສຸດ 12 ປີກ່ອນ
ບໍ່ມີຊື່ເລື່ອງ
ອັບເດດຫຼ້າສຸດ 12 ປີກ່ອນ
ພາບຕະລົກຕ້ອນຣັບສົງການ
ອັບເດດຫຼ້າສຸດ 11 ປີກ່ອນ
ພາບຕະລົກຕ້ອນຣັບສົງການ
ເມືອງວັງວຽງປອດຄັວນຢາສູບ
ອັບເດດຫຼ້າສຸດ 11 ປີກ່ອນ
ຂຸນລາງ ເມືອງກາສີ
ອັບເດດຫຼ້າສຸດ 11 ປີກ່ອນ
ຫ່າງຈາກເມືອງວັງວຽງ 50 ກິໂລແມັດ ແລະຈາກຕົວເມືອງກາສີ ຫາຖ້ຳແມ່ນ 30 ກິໂລແມັດ ແລະກ່ອນເຂົ້າຕ້ອງໄປຖາມ ການຈັດຕັ້ງກ່ອນເພາະດ່ຽວໄປ ປະຕູປິດ ຂັ້ນໄດ້ຂຶ້ນລົງ ຫລາຍກວ່າ 700 ຂັ້ນ ພາຍໃນ ງົດງາມ ຖ້ຳກວ້າງຂວາງ
ຣຸ້ງກິນນ້ຳພ້າ
ອັບເດດຫຼ້າສຸດ 11 ປີກ່ອນ
ຣຸ້ງກິນນ້ຳພ້າ
ພິທີເຊັນສັນຍາລົງ
ອັບເດດຫຼ້າສຸດ 11 ປີກ່ອນ
ພິທີເຊັນສັນຍາລົງທຶນກໍ່ສ້າງ ໂຄງການ: ກໍ່ສ້າງຫ້ອງວ່າການ
ປົກຄອງເມືອງວັງວຽງ ດ້ວຍການລົງທຶນຂອງເອກະຊົນ 100 %
ບໍ່ມີຊື່ເລື່ອງ
ອັບເດດຫຼ້າສຸດ 11 ປີກ່ອນ
ບໍ່ມີຊື່ເລື່ອງ
ອັບເດດຫຼ້າສຸດ 11 ປີກ່ອນ
ວັງວຽງອາສາ
ອັບເດດຫຼ້າສຸດ 11 ປີກ່ອນ
ຫ້ອງການຊາວຫນຸ່ມເມືອງວັງວຽງ
ສວນຫມາກກ້ຽງ ບ້ານຊວ່າງວັງວຽງ
ອັບເດດຫຼ້າສຸດ 11 ປີກ່ອນ
ບໍ່ມີຊື່ເລື່ອງ
ອັບເດດຫຼ້າສຸດ 11 ປີກ່ອນ
ພິທີເປີດງານຕະຫລາດກາງຄືນເມືອ...
ອັບເດດຫຼ້າສຸດ 6 ປີກ່ອນ
ໃນຕອນແລງຂອງວັນທີ 25 ກຸມພາ 2018 ຢູ່ທີ່ເສັ້ນຕັດທາງ ເບີ 3 ຮ່ອມ 1 ລະຫວ່າງບ້ານສະຫວ່າງແລະບ້ານວຽງແກ້ວຂອງເມືອງວັງວຽງ ແຂວງວຽງຈັນ. ໄດ້ມີພິທີເປີດງານຕະຫລາດກາງຄືນເມືອງວັງວຽງຢ່າງເປັນທາງການ. ໂດຍການຮ່ວມຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ມີທ່ານ ພູວົງ ສີຫອມວົງ ຫົວຫນ້າພະແນກການຄ້າແຂວງວຽງຈັນ, ມີບັນດາທ່ານອຳນາດການປົກເມືອງ-ບ້ານ ແລະ ປະຊາຊົນ-ພໍ່ຄ້າຊາວຂາຍຢູ່ທີ່ຕະຫຼາດກາງຄືນເຂົ້າຮ່ວມ.
ໃນພິທີ ທ່ານ ວໍລະເດດ ຈູນລະມະນີ ຜູ້ສຳປະທານ ຕະຫລາດກາງຄືນເມືອງວັງວຽງ ໄດ້ໃຫ້ກຽດຂື້ນ ຜ່ານບົດສະຫຼຸບການກໍ່ສ້າງຈັດສັນ ຕະຫຼາດກາງຄືນວ່າ: ເມືອງວັງວຽງເປັນເມືອງໜຶ່ງທີ່ອຸດົມສົມບູນ ມີແມ່ນ້ຳຊອງ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດທີ່ເອື້ອອຳນວຍ ໃນແຕ່ລະປີມີນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດມາທ່ຽວ ເປັນຈຳນວນຫຼວງຫຼາຍ, ເຮັດໃຫ້ການພັດທະນາເສດຖະກິດສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະນັ້ນຈຶ່ງເປັນເງື່ອນໄຂ ໃຫ້ມີນັກທຸລະກິດເຂົ້າມາລົງທຶນຢູ່ເມືອງວັງວຽງ.
ໂຄງການຕະຫລາດກາງຄືນເມືອງວັງວຽງ ແຂວງວຽງຈັນ ເປັນໂຄງການທຳອິດ ທີ່ໃຊ້ເວລາເກືອບ 2 ປີໃນການສຳຫລວດ ຊອກຫາ ເສັ້ນທາງໃນຂອບເຂດເມືອງວັງວຽງ ເພື່ອສ້າງ ແລະ ໄດ້ຮັບອານຸຍາດ ຈາກອຳນາດການປົກຄອງການຈັດຕັ້ງທຸກພາກສ່ວນຂອງເມືອງວງວຽງງ ໃຫ້ນຳໃຊ້ ເສັ້ນຕັດທາງເບີ 3 ຮ່ອມ 1 ລະຫວ່າງບ້ານສະຫວ່າງແລະບ້ານວຽງແກ້ວ ມີຄວາມຍາວ 250 ແມັດ, ກວ້າງ 11 ແມັດ. ມີທາງເຂົ້າ-ອອກ ສະດວກ ແລະ ດຳເນີນ ລົງມືການກໍ່ສ້າງມາແຕ່ວັນທີ 25 ພະຈິກ 2017 ຫາ 25 ກຸມພາ 2018 ເຊິ່ງນຳໃຊ້ເວລາໃນການກໍ່ສ້າງ ເປັນໄລຍະເວລາ 5 ເດືອນ ປະຕິບັດສຳເລັດຮ້ອຍເປີເຊັນ ມູນຄ່າການກໍ່ສ້າງທັງໝົດ 1.359 ລ້ານກີບ. ມີທຶນຈົດທະບຽນ 1.500 ລ້ານກີບ ໄລຍະຈັດສັນຕະຫລາດກາງຄືນແຫ່ງນີ້ 15 ປີ ເຊີງພ້ອມຈະເປີດໃຫ້ບໍລິການແຕ່ 17:00 ໂມງແລງຫາ 23:00 ໂມງ
ຈຸດປະສົງກໍ່ເພື່ອເປັນຈຸດສູນລວມສິນຄ້າ ແຫ່ງໃໝ່ໃຫ້ກັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມໃຊ້ສິນຄ້າຕ່າງໆເປັນຕົ້ນແມ່ນ ສິນຄ້າ ຫັດຖະກຳ, ສິນຄ້າໂອດ໋ອບ ທີ່ເປັນການຜະລິດຈາກຄົນທ້ອງຖິ່ນຮາກຖານ ສິນຄ້າທີ່ນຳເຂົ້າມາຈາກຕ່າງປະເທດພ້ອມກັບສິ່ງຂອງທີ່ລະນຶກໃຫ້ໃດ້ໄປຝາກໄປຕ້ອນ ຂອງນັກທ່ອງທ່ຽວທີ່ເຂົ້າມາພັກຜ່ອນໃນຍາມຄຳຄືນ.
ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງໄດ້ໃຫ້ກຽດ ກ່າວເປີດພິທີງານຕະຫຼາດກາງຄືນ ຢ່າງເປັນທາງການ ແລະໂອ້ລົມຕໍ່ພິທີວ່າ: ຕະຫຼາດກາງຄືນທີນີ້ ເປັນແຫ່ງທີ ໜຶ່ງ ຂອງເມືອງວັງວຽງເຊິ່ງບໍ່ເຄີຍມີມາກ່ອນ ພ້ອມທັງເປັນການຊຸກຍູ້ສົ່ງເສີມສິນຄ້າທີ່ເປັນທາແຮງຂອງເມືອງວັງວຽງໃຫ້ມີການພັດທະນາດີຂຶ້ນ ສ້າງເງື່ອນໄຂດຶງດູດເອົາການລົງທຶນຈາກຕ່າງປະເທດ ເຂົ້າມາລົງທຶນການຄ້າ-ຂາຍ, ແລກປ່ຽນສິນຄ້າແລະການບໍລິການຕ່າງໆ ສິ່ງສຳຄັນຈົ່ງໄດ້ເອົາໃຈໃສ່ເຄົາລົບກົດລະບຽບຂອງການຈັດສັນຢ່າງເຂັມງວດ ຜູ້ໄດ້ຮັບອະນຸຍາດຕ້ອງດຳເນີນການຈັດສັນ ບໍລິການໃຫ້ຖືກຕ້ອງສອດຄ່ອງ ຕາມລະບຽບກົດໝາຍ ທັງນີ້ກໍ່ເພື່ອເຮັດໃຫ້ຕະຫຼາດແຫ່ງນີ້ມີຄວາມຍືນຍົງ ເຕີບໃຫຍ່ຂະຫຍາຍຕົວ ນອກຈາກນີ້ຂະແໜງການທີ່ກ່ຽວຂ້ອງຕ້ອງ ເປັນເຈົ້າການເອົາໃຈໃສ່ກະຕຸກຊຸກຍູ້ອຳນວຍຄວາມສະດວກ ແລະໃຫ້ການຊີ້ນຳ ຄຳປຶກສາຜູ້ບໍລິຫານຈັດສັນຕະຫຼາດຈັດຕັ້ງປະຕິບັດຕາມລະບຽບກົດໝາຍວາງອອກຢ່າງເຄັ້ມງວດ.
ຕອນທ້າຍ ຄະນະປະທານຍັງໄດ້ໃຫ້ກຽດ ຕັດແຖບຜ້າ ໂດສ່ອງໝ້າອໍານາດການປົກຄອງເມືອງ-ບ້ານແລະປະຊາຊົນ-ພໍ່ຄ້າຊາວຂາຍ ຢ່າງເປັນທາງການ, ພ້ອມທັງໄດ້ຢ້ຽມຊົມຕະຫຼາດກາງຄືນ, ການສະແດງສິນລະປະແລະກິດຈະກຳພາຍໃນງານຕື່ມອີກ.