ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້ອຍ ເປັນພະຍາດທີ່ຮ້າຍແຮງ ແລະຫາກໍ່ຮູ້ຂ່າວ ນຳທ່ານໝໍ ວ່າ ຂ້ອຍມີເວລາ ຢູ່ບົນໂລກໃບນີ້ ພຽງ 1 ເດືອນ, ຕະຫຼອດເວລາທີ່ຜ່ານ ຂ້ອຍບໍ່ເຄີຍກັງວົນ ຫຼືຕົກໃຈ ຫັຍງ ແລະ ຂ້ອບກະຍັງໃຊ້ຊີວິດ

ແບບອິດສະຫຼະ ແບບຕາມໃຈ ຢາກຫັຍງກະກິນ ແຕ່ຕອນນີ້ ມັນຕ່າງ ລວມທັງຄົນທີຂ້ອຍຮັກອີກ,  ນັ້ນກໍ່ຄື ການທີຈະບອກ ເຖິງອາການທີເປັນ ວ່າຕົນເອງ ເຫຼືອເວລາພຽງ 1 ເດືອນຫຼືບໍ່ບອກດີ

ຂ້ອຍຮັກລາວ ແລະລາວກໍ່ຮັກຂ້ອຍ ຂ້ອຍບໍ່ຢາກເຫັນ ລາວຕ້ອງເຈັບເພາະຂ້ອຍ ຂ້ອຍຕ້ອງຍອມທຳໃຈ ແລະພ້ອມທີຈະເພີນອອກຫ່າງຊີວິດລາວ ຍິ່ງຂ້ອຍຫ່າງລາວເທ່າໃດ ຄວາມເຈັບໃນໃຈກໍ່

ເພີມທະວີຄູນຂື້ນທຸກວັນ

                             ຂ້ອຍຈະເຮັດແນວໃດດີ, ຄົນຮັກຂ້ອຍຈື່ງຈະບໍ່ເສຍໃຈ ຊ່ວຍບອກແດ່

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 

ອີງຕາມການລົງມາໂຄສະນາຂອງ ພະແນໂຄສະນາ, ກົມຕຳຫລວດຈາລະຈອນທີ່ ສະໂມສອນໃຫຍ່ຊັ້ນ 2 ຂອງເມືອງວັງວຽງ,ແຂວງວຽງຈັນ.ໂດຍພາຍໃຕ້ການເປັນປະທານຂອງທ່ານເອັມໄຊຍະສານຮອງ

ຫົວໜ້າຫ້ອງວ່າການເມືອງ. ມີບັນດາຜູ້ຮັບຜິດຊອບວຽກງານຊຸມຊົນ, ຜູ້ບໍລິຫານ,ຫົວໜ້າພະແນກຄວາມສ່ຽງ, ບໍລິສັດພູເບ້ຍມາຍນິ່ງຈຳກັດ. ຊາວຫນຸ່ມ-ແມ່ຍິງແລະຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

    ໂດຍໃນນີ້; ມີທ່ານ ຄຳພັນ ວັນທະນາ ຮອງພະແນກຄຸ້ມຄອງພາຫະນະກົມຂົນສົ່ງ, ກະຊວງໂຍທາ

ທິການຂົນສົ່ງ. ເພິ່ນໄດ້ເນັນຫນັກໃສ່ການລາຍງານສະພາບຕົວຈິງຂອງການເກີດອຸບັດຕິເຫດ ແລະການ

ຕາຍຄື:

        ປີ 2010                  ປີ 2011

Ø  ອຸບັດຕິເຫດເກີດ  5802 ລາຍ  -  6541  ລາຍເພີ່ມຂື້ນ 793 ລາຍ = 11,29 %

Ø  ພາຫະນະເປເພ 10.492 ຄັນ  - 11.771 ລາຍເພີ່ມຂື້ນ 1257 ລາຍ = 11 %

Ø  ຄົນບາດເຈັບ     9992 ຄົນ  - 11.503 ລາຍເພີ່ມຂື້ນ 1511 ລາຍ = 13 %

Ø  ຄົນເສຍຊີວິດ      775 ຄົນ  -    902  ລາຍເພີ່ມຂື້ນ 127 ລາຍ = 14 %

v  ການລ່ວງລະເມີດປີ 2010 – 2011 ທີ່ເຈົ້າໜ້າທີ່ກວດພົບເຫັນ.

      ປີ 2010                       ປີ 2011

1)  ນັກຮຽນ - ນັກສືກສາ 16.766 ຄົນ.   3.260 ຄົນ.

2)  ກຳມະກອນ         13.528 ຄົນ.   3.235 ຄົນ.

3)  ປະຊາຊົນ          10.438 ຄົນ.   2.677 ຄົນ

4)  ຄ້າຂາຍ             9.787 ຄົນ.   1.549 ຄົນ.

5)  ພະນັກງານ          6.372 ຄົນ.     931 ຄົນ.

6)  ຕ່າງປະເທດ           518 ຄົນ.     178 ຄົນ.

7)  ທະຫານ              508 ຄົນ.     623 ຄົນ.

8)  ຕຳຫລວດ             151 ຄົນ.     371 ຄົນ.

ລວມ = 57.701 ຄົນ,ຍິງ 22.323 ຄົນ. 12.842 ຄົນ,ຍິງ 4.154 ຄົນ 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ການຄົ້ນພົບປາໃຫຍ່ຢູ່ຫ້ວຍນ້ຳ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

A ຄົນກຸບເລືອດເອຜູ້ທີ່ບໍ່ມັກມີເລື່ອງກັບໃຜ

 

ຄົນທີ່ມີເລືອດເອນັ້ນເປັນຄົນທີ່ມີຄວາມເຊື່ອໝັ້ນໃນຕົນເອງຈຶ່ງບໍ່ຄ່ອຍມີເລື່ອງໂຕ້ຖຽງຫຼືສະແດງຄວາມຄິດເຫັນຂັດແຍ້ງກັບໃຜ ເພາະເຊື່ອຢູ່ຕລອດວ່າຄວາມຄິດຂອງຕົນຖືກຕ້ອງແລ້ວຈຶ່ງບໍ່ຕ້ອງໄປຂໍຄວາມຄິດເຫັນຈາກໃຜອີກແຕ່ຍັງດີທີ່ຄົນກຸບເລືອດເດສ່ວນຫຼາຍຈະເປັນຄົນເອົາໃຈເກ່ງເຫັນໃຈແລະຕາມໃຈຄົນອື່ນສະເໝີ ດັ່ງນັ້ນໂອກາດທີ່ຈະເຫັນວ່າເຂົາໄປເຮັດໃຫ້ຂຸ່ນຂ້ອງໝອງໃຈນັ້ນຈຶ່ງບໍ່ຄ່ອຍໄດ້ປາກົດໃຫ້ເຫັນ ແຕ່ຄົນກຸບເລືອດເອກໍ່ມີຂໍ້ເສຍຢູ່ທີ່ວ່າເປັນຄົນຂາດຄວາມຄິດລິເລີ່ມຖ້າຫາກເປັນຊາຍທີ່ບັງເອີນໄດ້ຜູ້ຍິງສະຫຼາດ ເຮັດວຽກເກ່ງມາເປັນຄູ່ຄອງ ຝ່າຍຍິງຈະຮູ້ສຶກຜິດຫວັງໃນຕົວເຂົາຢູ່ແນ່ ແຕ່ສຳຫຼັບຜູ້ທີ່ມີກຸບເລືອດເອທີ່ເປັນຜູ້ຍິງແລ້ວລັກສະນະດຽວກັນນີ້ກໍ່ອາດຈະເປັນຜົນດີສຳຫຼັບຜູ້ຍິງເພາະເຮັດໃຫ້ເຂາກາຍເປັນແມ່ສີເຮືອນຖະໜັດໃນການເບິ່ງແຍງດູແລບ້ານເຮືອນ ອຸປະຖາກຜົວ ອົບຮົມລູກຫຼານໄດ້ດີເວົ້າອີກຢ່າງກະຄືວ່າພ້ອມດ້ວຍຄຸນນະສົມບັດຂອງຄວາມເປັນແມ່ບ້ານ ແຕ່ມີຂໍ້ສັງເກດຢູ່ຢ່າງໜຶ່ງສຳຫຼັບຜູ້ຍິງກຸບເລືອດເອນັ້ນກະຄືໃນເວລາທີຫົວໃຈຂອງເຂົາມີຄວາມຮັກນັ້ນ ເຂົາຈະຮັກແບບທຸ້ມເທໃຫ້ໝົດທັງສີ້ຫ້ອງຫົວໃຈເລີຍແຕ່ຖ້າເມື່ອໃດທີ່ນ້ຳເຜິ້ງປ່ຽນລົດຈາກຫວານເປັນຂົມເຂົາກໍ່ພ້ອມທີ່ຈະຕັດໃຈໄດ້ຢ່າງອາດຫານເພາະສຳຫຼັບເຂົາແລ້ວໃຫ້ເຈັບປວດປາງຕາຍ

ເສຍຍັງດີກວ່າຕ້ອງມາງອນງໍ້ຂໍໃຫ້ໃຜເມດຕາສົງສານນອກຈາກເປັນຄົນມີອາຣົມຮຸນແຮງແລ້ວ ຍິງກຸບເລືອດເອຍັງເປັນຄົນທີ່ຮັກສວຍຮັກງາມ ມັກການແຕ່ງຕົວແບບສາວສວຍສະໄໝໃໝ່ຢູ່ຕລອດແລ້ວຍັງມີຣົດສະນິຍົມອີກ ຄືງາມຢ່າງມີລະດັບ ວ່າຊັ້ນເດ

 

B ຄົນກຸບເລືອດບີມີນິສັຍມ່ວນຊື່ນເປັນສັນຍາລັກ

 

ຜູ້ທີ່ມີເລືອດກຸບບີນັ້ນຈະເປັນບຸກຄົນທີ່ພ້ອມຈະຫົວໄດ້ທຸກເວລາເພາະມີນິສັຍມັກມ່ວນຊື່ນ ຮັກອິດສະລະ ຕາມໃຈຕົວເອງ ບໍ່ແຄຕໍ່ສາຍຕາຂອງຜູ້ອື່ນ ດັ່ງນັ້ນຄົນກຸບເລືອດບີຈຶ່ງມັກເຮັດວຽກແບບ“ວັນແມນໂຊ”ຄືບໍ່ນິຍົມເຂົ້າຫຸ້ນກັບໃຜລັກສະນະນິສັຍຂອງຄົນກຸບເລືອດບີນັ້ນສາມາດຈະເປັນສິນລະປິນ ນັກປະພັນ ຫຼືຜູ້ສື່ຂ່າວທີ່ປະສົບຄວາມສຳເລັດໄດ້ ຫຼືຫາກຈະເຮັດວຽກໃນອົງການໃຫຍ່ ໂອກາດເປັນຜູ້ບໍລິຫານກໍ່ມີຫຼາຍທັງນີ້ກໍ່ເພາະວ່າເຂົາເປັນຄົນເດັດດ່ຽວໃຈກວ້າງ ແລະກ້າສະແດງຄວາມຄິດເຫັນແບບບໍ່ຢ້ານໃຜ

 

ຜູ້ຊາຍໃນກຸບເລືອດບີ ຈະເປັນຄົນປະເພດສັງຄົມເກ່ງມີໝູ່ຜູ້ຍິງເປັນໂຫຼໆໆແຕ່ຢ່າຄິດວ່າເຂົາເປັນຄົນບໍ່ຈິງຈັງກັບຄວາມຮັກໃດ໋ ເຂົາຈິງຈັງເດ ແຕ່ເສຍນ້ອຍໜຶ່ງຄືເຂົາຈະຈິງຈັງກັບທຸກຄົນນີ້ແຫລະຈຶ່ງຈະເປັນປັນຫາ

 

ສ່ວນຜູ້ຍິງທີ່ມີເລືອດກຸບບີນັ້ນກໍ່ເກ່ງບໍ່ແພ້ຜູ້ຊາຍຄືກັນຄືຫົວໃຈບໍ່ເຄີຍວ່າງມັກສັງຄົມ ບໍ່ແຄສຽງນົກສຽງກາແຕ່ເຂົາລອງປັກໃຈຮັກໃຜເຂົ້າສັກຄົນໃຈເຂົາກໍ່ຈະແນ່ວແນ້ໝັ້ນຄົງບໍ່ມີວັນເສື່ອມຄາຍເລີຍ ແຕ່ເສຍນ້ອຍໜຶ່ງຄືເປັນຄົນເພີ້ຝັນ ຮັກຄວາມຫຼູຫຼາ ບໍ່ຄ່ອຍເຫັນຄວາມສຳຄັນຂອງຂະນົບທຳນຽມປະເພນີເທົ່າທີ່ຄວນແຖມເປັນຄົນທີ່ຢາກໄດ້ຫຍັງກໍ່ຕ້ອງໄດ້ໂດຍບໍ່ສົນໃຈວ່າຈະຕ້ອງແລກປ່ຽນດ້ວຍຫຍັງເພາະສະນັ້ນຈຶ່ງບໍ່ແປກທີ່ບາງຄັ້ງເຂົາຈະເຖິງຂັ້ນ

ຂາຍໝູ່ ຫລືຕົນເອງພຽງເພື່ອຍົກຕົວເອງໃຫ້ໄປເຖິງຈຸດສຸດຍອດຕາມທີ່ຕ້ອງການ

 

O ຄົນກຸບເລືອດໂອບຸກຄົນຜູ້ມີຄວາມສຸຂຸມເຢືອກເຢັນ

 

ອັນທີ່ຈິງນິສັຍທົ່ວໄປຂອງຄົນກຸບເລືອດໂອກໍ່ຄ້າຍນິສັຍທົ່ວໆໄປນັ້ນແຫຼະຄືມີຄວາມສຸຂຸມຮອບຄອບ ຕັດສິນໃຈດ້ວຍເຫດຜົນເຊື່ອໝັ້ນສະໝອງຫຼາຍກວ່າຫົວໃຈບໍ່ມັກເພີ້ຝັນແລະຂ້ອນຂ່າງໄປທາງວັດຖຸນິຍົມດັ່ງນັ້ນຄົນທີ່ມີເລືອດກຸບໂອຈຶ່ງມັກເປັນບຸກຄົນທີ່ມີງານເຮົດເປັນຫຼັກເປັນຖານແຖມໜ້າທີ່ການງານກໍ່ມັກຈະດີເປັນພິເສດອີກເຊັ່ນເປັນທະນາຍຄວາມ ເປັນຜູ້ກວດສອບບັນຊີຫຼືອີຫຍັງກໍ່ແລ້ວແຕ່ທີ່ມີຄວາມໝັ້ນຄົງຈິງໆໂດຍປົກກະຕິແລ້ວຄົນກຸບເລືອດໂອເປັນຄົນບໍ່ຄ່ອຍມີຈິນຕະນາການປານໃດ ຄວາມຄິດຄວາມອ່ານຕລອດຈົນເຖິງການກະທຳຂອງພວກເຂົາຈະຕັ້ງຢູ່ບົນຮາກຖານຂອງຄວາມຈິງສະເໝີຄືຖ້າຕາບໍ່ໄດ້ເຫັນມືບໍ່ໄດ້ຈັບແລ້ວຢ່າຫວັງວ່າເຂົາຈະຍອມເຊື່ອແລະອາດເປັນເພາະເຫດນີ້ພວກເຂົາຈຶ່ງສາມາດສ້າງຄອບຄົວໄດ້ເປັນປຶກແຜ່ນ ບໍ່ແຫຼວເປັນນ້ຳຄືພວກມັກຝັນກາງແດດເຖິງແມ່ນວ່າຈະເປັນຄົນເຄັມຈັກໜ່ອຍກໍ່ຕາມແຕ່ຄົນກຸບເລືອດໂອກໍ່ມີນິສັຍໂອບອ້ອມອາຣີຮັກໝູ່ເພື່ອນຮັກຍາດພີ່ນ້ອງເປັນຜູ້ບັງຄັບບັນຊາທີ່ດີເປັນກຳລັງສຳຄັນຂອງໜ່ວຍງານແລະເປັນທີ່ຮັກໂປດປານຂອງເຈົ້ານາຍ

 

ສ່ວນຜູ້ຍິງທີ່ມີເລືອດກຸບໂອນັ້ນເປັນຄົນຈິງຈັງຕໍ່ຊີວິດແລະຄວາມຮັກຍິນດີຕໍ່ການໄດ້ເປັນພັນລະຍາແລະແມ່ເພາະເຂົາມີຄວາມຄິດທີ່ຈະອຸທິດຮ່າງກາຍແລະວິນຍານເພື່ອຄົນທີ່ເຂົາຮັກຢູ່ແລ້ວເມື່ອອ່ານມາເຖິງບ່ອນນີ້ແລ້ວຢ່າເຂົ້າໃຈຜິດເດີຄິດວ່າຜູ້ຍິງກຸບເລືອດໂອຈະໃຈງ່າຍມອບກາຍໃຫ້ໃຜເຊີຍຊົມງ່າຍໆກ ົງກັນຂ້າມເຂົາເປັນຄົນຮັກນວນສະຫງວນຕົວຈົນບາງເທື່ອຖືກຫາວ່າບູຮານອີກຊ້ຳແຕ່ຖ້າຊາຍທີ່ມາຮັກເຂົານັ້ນມີຄວາມເຂົ້າໃຈແລະຫົວເກົ່າພໍໆກັບເຂົາແລ້ວເຂົາກໍ່ຈະເປັນຄົນໂຊກດີອີຫຼີທີ່ໄດ້ຍິງທີ່ມີຄວາມຮັກຄວາມຈິງໃຈຢ່າງເຂົາໄປເປັນຄູ່ຄອງ

 

AB ຄົນກຸບເລືອດເອບີຄົນທີ່ບໍ່ມີຄວາມແນ່ນອນ

 

ເວລາຈະໃຫ້ຄົນທີ່ມີກຸບເລືອດເອບີຕັດສິນໃຈອີຫຍັງຈັກຢ່າງເຂົາມັກຈະເຮັດໃຫ້ເຮົາຜິດຫວັງຫຼືບໍ່ເຂົ້າໃຈໃນຕົວເຂົາຢູ່ຕລອດທັງນີ້ກໍ່ເພາະວ່າຄົນກຸບເລືອດເອບີນັ້ນເປັນຄົນທີ່ມີອາຣົມອ່ອນໄຫວຄິດຫຼາຍ

ຫຼືບໍ່ກໍ່ຄິດໄກຈົນຄົນອື່ນຕາມບໍ່ທັນເປັນເຫດໃຫ້ຜູ້ທີ່ຢູ່ໃກ້ຊິດບໍ່ອາດຈະເດົາໃຈໄດ້ຖືກຄົນກຸ ບເລືອດເອບີເປັນຄົນແປກເວລາທີ່ປະສົບຄວາມສຳເລັດເຂົາຈະຜະຫຍອງລຳພອງໂອ້ອວດຄວາມສາມາດຂອງຕົນໄປທົ່ວແຕ່ຖ້າພົບກັບຄວາມຜິດຫວັງພຽງນ້ອຍນິດເຂົາກໍ່ຈະກາຍເປັນຄົນລະຄົນປິດປະ

ຕູໃສ່ກອນຢູ່ຄົນດຽວໃຜຊິປອບໂຍນກໍ່ບໍ່ຍອມຄາຍຄວາມເສົ້າໂສກເຊິ່ງນິສັຍປະຫຼາດແບບນີ້ເຈົ້າຂອງຄົນກຸບເລືອດເອບີເອງກໍ່ໃຫ້ຄຳ ອະທິບາຍບໍ່ໄດ້ຄືກັນເພາະເຫດໃດກັນແທ້ແລະເພາະຄວາມບໍ່ເຂົ້າໃຈຕົວເອງນີ້ແຫຼະທີ່ເຮັດໃຫ້ບາງເທື່ອກໍ່ເກີດປັນຫາເຊັ່ນເຂົາບໍ່ສາມາດຄວບຄຸມອາຣົມຫຼືຄວາມຄິດຂອງຕົນເອງໄດ້ແຕ່ຢ່າງໃດກໍ່ຕາມຄົນ

ກຸບເລືອດເອບີກໍ່ເປັນຄົນມີເມດຕາເຫັນໃຈໃນຄວາມທຸກຂອງຄົນອື່ນສະເໝີແລະຍິນດີສະເໜີຕົວເຂົ້າຊ່ວຍແກ້ປັນ ຫາໃຫ້ແຕ່ການຊ່ວຍເຫຼືອຂອງເຂົານັ້ນອອກຈະໜ້າກຸ້ມຢູ່ຈັກນ້ອຍຄືເຂົາຈະຖືຄວາມຄິດຂອງຕົນເປັນໃຫຍ່ສົມມຸດວ່າເປັນເຈົ້າທຸກ“ມີປັນຫາ”ຫຼືເຈົ້າຂອງປັນຫາເອງເອີ້ນວ່າຖ້າຈະໃຫ້ຊ່ວຍກໍ່ຍິນດີແຕ່ຕ້ອງ

ຊ່ວຍດ້ວຍວິທີຂອງຂ້ອຍໃນດ້ານອາຣົມນັ້ນຄົນກຸບເລືອດເອບີຈັດວ່າເປັນບຸກຄົນປະເພດຮຸນແຮງຮັກໃຜກໍ່ຮັກສຸດຂົ້ວຫົວໃຈຊັງໃຜກໍ່ຊັງແບບເຂົ້າກະດູດດຳເລີຍເຖິງຈະເປັນແນວນັ້ນຄົນກຸບເລືອດເອບີກໍ່ມີ

ຄວາມເປັນອັດສະຣິຍະຢູ່ຫຼາຍເພາະເຂົາມີສ ະໝອງທີ່ປາດເປື່ອງສາມາດປະດິດຄິດຄົ້ນສິ່ງແປກໆໃຫມ່ໆທີ່ຈະນຳຊື່ສຽງມາສູ່ເຂົາແລະວົງຕະກູນໄດ້ແຕ່ຄົນກຸບເລືອດເອບີມັກບໍ່ປະສົບຄວາມສຳເລັດໃນການຂໍຮ້ອງຈາກຜູ້ອື່ນເຊັ່ນວ່າຖ້າຂໍຄວາມຊ່ວຍ

ເຫຼືອຈັກສິບເທື່ອຈະຖືກປະຕິເສດສາເກົ້າເທື່ອທັງນີ້ອາດຈະເປັນເພາະຄົນອື່ນເຂົາເຂັດໃນຄວາມບໍ່ແນ່ນອນຂອງ ຄົນກຸບເລືອດເອບີກໍ່ເລີຍບໍ່ຢາກເອົາຕົວເອງເຂົ້າໄປກ່ຽວຂ້ອງນຳສ່ວນໃນດ້ານຄວາມຮັກນັ້ນເນື່ອງຈາກຄົນກຸບເລືອດເອບີບໍ່ຄ່ອຍມີຄວາມຈິງໃຈຕໍ່ເພດກົງຂ້າມປານໃດຄວາມຮັກຈຶ່ງບໍ່ຄ່ອຍຍືນຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

    ຫວ່າງບໍ່ດົນມານີ້ 15 ຄ່ຳເດືອນ7 / 2011 . ຜ່ານມາມີ ເຕົ່າມາເຂົ້າວັດທາດຝຸ່ນເມືອງວັງວຽງ. ແຂວງວຽງຈັນ ວັດດັ່ງກ່າວ ເປັນບ່ອນເຜົາສົບຄົນຕາຍ ແລະທາດເຕັມໄປຫມົດ ທຸກຫົນທຸກແຫ່ ແລະຢູ່ໃກ້

ກັບຄີວລົດເມວັງວຽງ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

   ​ໃນ​ວັນ​ທີ 20-21 ຕຸລາ 2011 ນີ້,ຢູ່​ທີ່​ສະ​ໂມ​ສອນ​ເມືອງ ວັງ​ວຽງ ​ແຂວງ ວຽງຈັນ​ໄດ້​ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ ຄັ້ງ​ທີ 5 ສະ​ໄໝ​ທີ 5 ຂຶ້ນຢ່າງ​ເປັນ​ທາງ​ການ ພາຍ​ໃຕ້​ການ​ເປັນປະທານ​ຂອງ​ທ່ານ ອຸ່ນ​ແສງ ​ແກ້ວ​ດາ​ວັນ ຄະນະ​ປະຈຳ​ພັກ​ແຂວງ ​ເລຂາ​ພັກ​ເມືອງ​ເຈົ້າ​ເມືອງໆ​ວັງ​ວຽງ.

​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ເພັງ ສາຍ​ນໍລະ​ດີ ​ກຳມະ ການ​ປະຈຳ​ພັກ​ແຂວງຫົວໜ້າ​ຄະນະ​ຈັດ​ຕັ້ງ​ແຂວງ ວຽງ​ຈັນ ທັງ​ເປັນ​ຫົວ​ໜ້າສະມາຊິກ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ 10 ​ແຂວງ ວຽງ​ຈັນ, ມີ​ບັນດາ​ສະຫາຍ​ໃນ​ຄະນະ​ປະຈຳ​ພັກ​ເມືອງ, ກຳມະການ​ພັກ​ເມືອງ, ພະນັກງານ​ບຳນານ​ອາວຸ​ໂສ, ຫົວໜ້າ​ຫ້ອງການ,​ເລຂາ​ພັກ​ບ້ານ, ນາຍບ້ານ, ຜູ້​ປະກອບ​ການ​ທາງ​ດ້ານ​ທຸລະ​ກິດ ​ໃນ​ທົ່ວ​ເມືອງ​ເຂົ້າ​ຮ່ວມ 124 ສະຫາຍ, ຍິງ 5 ສະຫາຍ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

   ກອງ​ປະຊຸມ​ໄດ້​ຈັດ​ເປັນ​ເວລາ 2 ວາລະ​ເຊັ່ນ: ກອງ​ປະຊຸມ​ເປີດ​ກ້ວາງ ​ແລະ ກອງ​ປະຊຸມ​ພາຍ​ໃນ. ກອງ​ປະຊຸມຄັ້ງ​ນີ້​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ກາ​ນປັບປຸງ​ລະບົບ​ການ​ເມືອງ​ໃນ​ໄລຍະ​ປີຜ່ານມາ (2010-2011) ທິດ​ທາງ​ແຜນ​ການ​ປີ 2011-2012ບົດ​ລາຍ​ງານ​ສະພາບ​ການຈັດ​ຕັ້ງ​ປະຕິບັດວຽກ​ງານທາງ​ດ້ານ​ເສດຖະກິດ-ສັງຄົມ​ສົກ​ປີ 2010-2011 ​ແລະ ທິດ​ທາງ​ແຜນການ​ປີ 2011-2012, ບົດ​ສະຫຼຸບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ປະຈຳ​ປີ 2010-2011, ບົດ​ສະຫຼຸບ​ຂົງ​ເຂດ​ວຽກ​ງານບໍ​ລິ​ຫານ​ລັດ ​ແລະ ຕຸລາການ​ສົກ​ປີ 2010-2011 ​ແລະ ທິດ​ທາງ​ແຜນການ 2011-2012. ຈາກ​ນັ້ນ​ພິທີ​ຍັງ​ໄດ້ມີການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ສະຫຼຸບ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​ປີ ​ເພື່ອຄວາມ​ເປັນ​ເອກະ​ພາບ​ພ້ອມ​ກັນ​ແກ້​ໄຂ​ບັນຫາ​ທີ່​ອ່ອນ ​ແລະ ຄົງ​ຄ້າງ​ຢູ່​ໃນ​ຂັ້ນ​ບ້ານ, ກຸ່ມ​ບ້ານ, ສຳນັກງານ​ອົງການ​ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ປີ 2011-2012 ​ໃຫ້​ມີ​ຜົນສຳ​ເລັດ​ຕາມ​ລະດັບ​ຄາດ​ໝາຍ​ທີ່​ວາງ​ໄວ້​ໃຫ້​ມີ​ປະສິດທິ​ຜົນ​ສູງ%.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ນາງທອງ ອາຍຸ 47 ປີ ປະຊາຊົນບ້ານນ້ຳແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ. ກັບຜົວຊື່ທ້າວ ລອດອາຍຸ 45 ປີເປັນຜູ້ຄົ້ນພົບວັດຖຸບູຮານມີ: ຄ້ອງທອງ

ແດງ 4 ຫນ່ວຍ ກ້ວາງ 49 ນ້ຳຫນັກ 2 ໂລ 3 ຂີດ,ລະຄັງ 2 ຫນ່ວຍ ກວ້າງ 32.5 ຊມ,ນ້ຳຫນັກ 2 ໂລ 3 ຂີດ, ແຊ່ງ 1 ຄູ່ , ໂຖດອກໄມ້ 1 ອັນ. ແຕ່ລະຫນ່ວຍແມ່ນເປັນທອງແດງຫມົດ.

  ພິເສດແມ່ນລະຄັງຫນ່ວຍ 1 ເປັນທອງດຳລ້ວນ, ເຊື່ອກັນວ່າເປັນສິ່ງຊອກຫາຢາກຊະນິດຫນຶ່ງ ທີ່ຄົນລາວເຊື່ອກັນວ່າເປັນສິ່ງສັກສິດ,ຕາມການບອກເລົ່າ

ຂອງແນວໂຮມບ້ານວ່າ ເວລາຊັງນ້ຳຫນັກ ລະຄັງຫນ່ວຍນີ້ແມ່ນຄັ້ງທີ1 ໄດ້ 2 ກິໂລ, ຄັ້ງທີ່ 2 ໄດ້ 5 ກິໂລ, ຄັ້ງທີ່ 3 ໄດ້ 7 ກິໂລ ແລະຄັ້ງສຸດທ້າຍ

ແມ່ນຕາຊັງເພເລີຍ.

   ການຄົ້ນພົບຄັ້ງນີ້, ແມ່ນປະຊາຊົນພາຍໃນບ້ານນ້ຳແຈ້ງທີເປັນຄອບຄົວທຸກຍາກ ກຳມະກອນຊາວໄຮ່ນາແລະຫາເຊົ້າກິນຄ່ຳ, ປະຈຸບັນມີລູກ 3 ຄົນຍິງ 2 ຄົນແຕ່ງງານ 1 ​ແລະຮັບຫຼານມາລ້ຽງ 1 ຄົນທີພໍ່ແມ່ ຮາງປະກັນແລະເປັນຄົນບໍ່ສົມບູນ, ທ້າວລອດ ຜູ້ເປັນຜົວນາງທອງ ໄດ້ກ່າວໃຫ້ຂ້ອຍຟັງວ່າ: ມີພໍ່ຕູ້ເຖົ້າຮ່າງກາຍ ສົມບຸນມີຜົມສີຂາວມາເວົ້າກັບ​​ເມຍລາວວ່າ: ຫຼານເອີຍ ! ບໍ່ມີເງິນລຸງຊິເອົາໃຫ້ 30.000 ກີບ. ​ແລ້ວໆເພິ່ນກໍ່ເດ່​​ເອົາເງິນໃຫ້. ​ເມຍຂອງທ້າວລອດກໍ່ຖາມຄືນວ່າ: ​ໃບເງິນນີຄືຂຽວແທ້ ທຳມະດາມັນບໍ່ຂຽວແລ້ວພໍ່ຕູ້ກໍ່ຕອບວ່າ: ຂຽວກະຢ່າໃຫ້ລູກເອົາໄປໂລດເອົາໄປໄວ້ວັດບ້ານນ້ຳແຈ້ງເດີ ມື້ເຊົ້າໃຫ້ຫຼານໄປຂຸດແຄມຫ້ວຍນ້ຳແຈ້ງແລ້ວຈະເຫັນ.

   ຫລັງຈາກນັ້ນພໍຮອດຕອນເຊົ້າຂອງວັນທີ 19/10/2011 ​ເວລາ 9:00  ນາງທອງກັບຜົວທີໄປຫາກິນຂຸດຈີນາຍແລະຫາປາທຸກມື້ ກໍ່ຂຸດພົບຕາມແຄມນ້ຳແຈ້ງທີພໍ່ຕູ້ເຖົ້າ​​ເວົ້າຈີງ ! ! ! ! ! !

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

່່້

         ໃນຕອນເຊົ້າຂອງວັນທີ 12 ຕຸລາປີ 2011 ນີ້, ຢູ່ທີ່ເມືອງັວຽງແຂວງວຽງຈັນ ໄດ້ມີງານບຸນຊ່ວງເຮືອປະຈຳປີຂອງເມືອງ. ໂດຍພາຍໃຕ້ການເປັນປະທານ ແລະເປັນກຽດກ່າວເປີດພິທີໂດຍແມ່ນທ່ານ

ພອນແກ້ວ ຂຸນພົນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆວັງວຽງ. ມີບັນດາພໍ່ຄ້າຊາວຂາຍ , ປະຊາຊົນ ແລະນັກສີພາຍເຂົ້າຮ່ວມງານຫລາຍກວ່າ 1000 ຄົນ.

         ການແຂ່ງຂັນແບ່ງອອກ 2 ປະເພດຄື ເພດຍິງ 15 ສີພາຍມີ 11 ຄະນະ ແລະເພດຊາຍ 15 ສີພາຍ ມີ 17 ຄະນະ. ຜ່ານການແຂ່ງຂັນເຫັນວ່າເພດຊາຍ ເຮືອສຸວັນນະຫົງສາມາດ ຍາດຊີງເອົາທີ 1 ມາໄດ້ ພ້ອມກັບເງິນສົດ 2.000.000 ກີບແລະຂັນ 1 ຫນ່ວຍ. ທີ 2 ແມ່ນ  ບ້ານຫ້ວຍປາມ້ອມ ຮັບເງິນສົດ 1.500.000 ກີບພ້ອມຂັນ 1 ຫນ່ວຍ, ທີ 3 ແມ່ນ ກຸ່ມບ້ານນາມອນ ຮັບເງິນສົດ 1.000.000 ກີບພ້ອມຂັນ 1 ຫນ່ວຍ ແລະເພດຍິງ ທີ1 ແມ່ນ ບ້ານຫ້ວຍປາມ້ອມ ຮັບເງິນສົດ 2.000.000 ກີບແລະຂັນ 1 ຫນ່ວຍ, ທີ 2 ແມ່ນ ເຮືອສຸວັນນະຫົງ ຮັບເງິນສົດ 1.500.000 ກີບ ພ້ອມັບຂັນ 1 ຫນ່ວຍ,

ທີ 3 ແມ່ນ ກຸ່ມບ້ານນາມອນ ຮັບເງິນສົດ 1.000.000 ກີບ ພ້ອມກັບຂັນ 1 ຫນ່ວຍ  ໃຫ້ກຽດກ່າວມອບໂດຍແມ່ນ ທ່ານ ພອນແກ້ວ ຂຸນພົນ ຮອງເຈົ້າເມືອງໆວັງວຽງ.

      ພິເສດແມ່ນບ້ານຫ້ວຍສະເຫງົ້າ ເປັນເຈົ້າພາຍຈັດງານແຂ່ງຂັນຄັ້ງນີ້ ແລະ ອຸປະຖຳໂດຍ ບໍລິສັດເບຍລາວ 35.000.000 ກີບ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ໃນຕອນ​ເຊົ້າຂອງ​ວັນ​ທີ 7 ຕຸລາ 2011 ນີ້,​ໄດ້​​ເປີດ​ການ​ຝຶກ​ອົບຮົມ​ໃຫ້​ແກ່ຜູ້ປະ​ກອບ​ການ​ທຸລະ​ກິດ​ທີ່​ເຄື່ອນ​ໄຫວທາງ​ດ້ານ​ວັດທະນະທຳທົ່ວ​ເມືອງ ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ທີ່ ສະ​ໂມ​ສອນ​ຂອງ​ເມືອງ ວັງ​ວຽງ ​ແຂວງ ວຽງ​ຈັນ.   ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ​ແສງບົວລອນ,ທ່ານ ຄຳ​ນາມ​ ພິມ​ມະ​ສອນ  ຄະນະ​ປະຈຳ​ຮອງເລຂາ​ພັກ​ເມືອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ເມືອງ ,​ ທ່ານ ອຸ່ນ​ເຮື​ອນ ອຸ​ໄທ​ທິດ ​ຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ-ວັດທະນະທຳ​ເມືອງ. ​ມີ​ບັນດາ​ຫົວໜ້າຫ້ອງການ,ວິຊາ​ການ,ນາຍບ້ານ​ແຕ່​ລະ​ບ້ານ​ຂອງ​ເມືອງ​ພ້ອມ​ກັບຫົວໜ້າ​ວົງ​ດົນຕີ,ຫ້ອງ​ບັນ​ເທີ​ງ,ຄາ​ລາ​ໂອ​ເກະ ​ແລະ ຮ້ານ​ກິນ​ດື່ມ-ຮ້ານ​ອາຫານ​ທີ່​ມີ​ການບັນ​ເທີ​ງ ​​ເຂົ້າຮ່ວມ 80 ທ່ານ​ຍິງ 35 ທ່ານຢ່າ​ງພ້ອມ​ພຽງ.

  ​ໃນ​ພິທີ​ໄດ້​ຮັບ​ຟັງ​ຂໍ້​ຕົກລົງ​ຂອງ​ທ່ານ ​ແສງ​ບົວ​ລອນ ທຳ​ມີ​ພົນ ກຳ​ມະ​ການ​ພັກ​ແຂວງ ຮອງຫົວໜ້າ​ພະ​ແນ​ກຖະ​ແຫຼ​ງຂ່າວ-ວັດ​ທະ​ທຳ​ແຂວງ ວຽງ​ຈັນ ​ເອກະ​ສານທີ​ນຳ​ມາສະ​ເໜີ​ຄັ້ງ​ນີມີ​ເອກະສານ ກ່ຽວ​ກັບ​ທັດສະນະ​ຂອງ​ພັ​ກແລະນະ​ໂຍບາຍ​ຂອງ​ລັດ​ຕໍ່​ວັດທະນະທຳ​ດ້ານ​ສິລະ​ປະ​ການສະ​ແດງ, ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລິ​ຂະ​ສິດ​ການ​ຜະລິດ​ແລະ​ຈຳໜ່າຍ​ກະ​ແຊັດ,​ແຜ່ນສຽງ

ພີ​ມຮູບ​ເງົາ​ກ່ຽວ​ກັບ​ການສະ​ແດງ​ສິລະ​ປະ​ຂະ​ແໜງ​ຕ່າງໆ​ໃນ ສ ປ ປ ລາວ. ທ່ານ​ຍັງ​ໄດ້​ເໜັ້ນໜັກ​ຕໍ່​ກັບ​ການ​ເສີມ​ຂະຫຍາ​ຍ ສິລະ​ປະການ​ສະ​ແດ​ງມີ​ລັກສະ​ນະ​ຊາດ, ລັກສະນະ​ມະຫາຊົນ ​ແລະ ລັກສະນະ​ກ້າວໜ້າ ​ໂດຍ​ແນ​ໃສ່ສ້າງຄົນ​ລາວ​ໃຫ້​ມີ​ນ້ຳ​ໃຈຮັກຊາດ​,ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະ​ຫຍາ​ຍວັດທະນະທຳ​ລາວ​ໃຫ້​ຢູ່​ຄູ່ກັບ​ຄົນ​ລາວຕະຫຼອດ​ໄປ.

   ຕອນ​ທ້າຍຍັງ​ໄດ້​ຮັບ​ຟັງ​ຂໍ້​ກຳນົດ​ວ່າ​ດ້ວຍ​ການ​ຄຸ້ມຄອງ​ແລະກວດກາ​ສະຖານ​ທີ່​ບັນ​ເທີ​ງ ​,ຫ້ອງ​ຄາ​ລາ​ໂອ​ເກະ ​ແລະກົດ​ລະບຽບ​ວ່າ​ດ້ວຍ​ການ​ຄຸ້ມຄອງການ​ເຄື່ອນ​ໄຫວ​ທາງ​ດ້ານ​ວັດທະນະທຳ​ຢູ່​ພາຍ​ໃນ​ແຂວງ ວຽງ​ຈັນ.

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

   ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 4 ຕຸລາ 2011 ນີ້,​ໄດ້​ຈັດ​ພິທີ​ມອບ​ໃບຢັ້ງຢືນ​ການ​ຮຽນ​ການ​ໃຫ້​​ແກ່​ນັກສຶກສາ​ທີ່ຈົບ​ຫຼັກສູດ​ການ​ຮຽນ​ຂອງ​ໂຮງຮຽນ ສູນ​ພາສາ​ອັງກິດລັດຕະນະ​ໄພ​ວັນ ຂຶ້ນ​ຢ່າງ​ເປັນ​ທາງ​ການຢູ່​ທີ່​ສະ​ໂມ​ສອນ​ຂອງ​ເມືອງ. ​ໂດຍ​ພາຍ​ໃຕ້​ການ​ເປັນປະທານ​ຂອງ​ທ່ານ ບຸນ​ມີ ສະຫວັດດີ ຜູ້ອຳນວຍການ​ວິທະຍາ​ໄລ​ໄຊ​ພັດທະນາ​ສາຂາ​ແຂວງ ວຽງ​ຈັນ,ທ່ານ ຄຳ​ນາມ ພິມ​ມະ​ສອນ ຄະ ນະປະຈຳຮອງ​ເລຂາ​ພັກ​ເມືອງຫົວໜ້າ​ຄະນະ​ຈັດ​ຕັ້ງ​ເມືອງ,ທ່ານ ອ໊ອດ ​ແສງ​ພິມ ກຳມະການ​ພັກ​ເມືອງ ຫົວໜ້າ​ຫ້ອງການ​ສຶກສາ​ເມືອງ. ​ເຂົ້າ​ຮ່ວມ​ພິທີ​ມີ​ບັນດາຫົວ​ໜ້າ​ອົງການ​ທີ່​ກ່ຽວ​ຂ້ອງ,​ແຂກ​ຖືກ​ເຊີນ,​ຄູ​ອາຈານພ້ອມ​ດ້ວຍ​ນ້ອງ​ນັກຮຽນຫຼາຍກ່ວາ 190 ຄົນ​ເຂົ້າ​ຮ່ວມ​ຢ່າ​ພ້ອມພຽງ.

   ​ໃນ​ພິທີ​ທ່ານ ບຸນ​ຈັນ ລັດຕະນະ​ໄພ​ວັນ​ຫົວໜ້າ​ການສຶກສາພາກ​ເອກະ​ຊົນ​ເມືອງ ວັງ​ວຽງ ທັງ​ເປັນຜູ້ນວຍ​ການ​​ໂຮງຮຽນສູນ​ພາສາ​ອັງກິດລັດຕະນະ​ໄພ​ວັນ​ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບການຈັດ​ຕັ້ງ​ປະຕິບັດແຜນການຮຽນ​-ການສອນ .  ອີງ​ຕາມ​:​ແຜນ​ຍຸດ​ທະ​ສາດ​ສົ່ງ​ເສີມ​ການ​ສຶກສາ​ພາກ​ເອກະ​ຊົນ 2010-2020,​ເພື່ອ​ເປັນ​ການຈັດ​ຕັ້ງ​ປະ​ຕິ​ບັດມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ່ 5 ຂອງ​ອົງຄະ​ນະ​ພັກ​ເມືອງ ວັງ​ວຽງ ​ໃນ​ຂະ​ແໜງ​ການ​ສຶກສາ​ກໍ​ຄື​ແຜນ​ພັດທະນາ​ການ​ສຶກສາຂອງ​ຫ້ອງການ​ສຶກສາ ​ແລະ ກິລາ​ເມືອງ ວັງ​ວຽງ​ໄດ້​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ​ໃນສົກຮຽນ 2010-2011 ນີ້ ພວກ​ເຮົາ​ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫລີ​ມ ສະຫລອງ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ,​ເຂົ້າ​ຮ່ວມ​ຂະ​ບວນການ​ຕ່າງໆ​ຂອງ​ເມືອງ,​ເຂົ້າ​ຮໍ່າຮຽນ​ເອກະ​ສານ ​ເປີດ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ຂຽນ​ໃບສຳ​ຫລວດ​ຕົນ​ເອງ ​ແລະ​ເຊື່ອມຊຶມ​ເອກະສານ​ມະຕິ 9 ຂອງ​ພັກ. ວຽກ​ງານ​ທາງ​ດ້ານ​ການ​ສຶກສາ​ທາງ​ພວກ​ເຮົາ​ໄດ້​ແບ່ງ​ຫຼັກສູດ​ເປັນ 4 ລະດັບ​ຕາມ​ການຊີ້​ນຳ​ຂອງ​ກົມ​ຄຸ້ມ​ຄອງ​ການ​ສຶກສາ​ພາກ​ເອກະ​ຊົນ, ​ເງື່ອນ​ໄຂ​ຂອງ​ຜູ້​ທີ່​ຈະ​ເຂົ້າ​ຮຽນ​ແມ່ນ​ບໍ່​ຈຳ​ແນ​ກ​ເພດ​ໄວ,ຊົນ​ເຜົ່າ,​ເຊື້ອ​ຊາດ,ສາດ​ສະໜາ ​ແລະ​ ຖານະທາງ​ດ້ານ​ເສດຖະກິດ​-ສັງຄົມ. ຜູ້​ທີ່​ມີ​ອາຍຸ​ແຕ່ 7 ປີຂຶ້ນ​ໄປ,ປະ ກອບ​ເອກ​ະສານ​ຄົບ​ຖ້ວນ​ແລະ​ເຫັນ​ດີ​ປະຕິບັດ​ກົດ​ລະບຽບ​ຂອງ​ສູນ​ວາງ​ອອກ​ທຸກ​ຢ່າງ​. ​ພວກ​ເຮົາ​ມີ​ຄູ​ອາຈານ​ແລະ​ນັກຮຽນ​ທັງ​ໝົດ 487 ຄົນ, ຍິງ 260 ຄົນ ​ໃນ​ນີ້​ມີ​ຄູ​ອາຈານ​ຈຳນວນ 7 ທ່ານ. ຍິງ 3 ທ່ານ, ​ແລະ ມີ​ພຣະ 9 ອົງ,ສຳມະ​ເນນ​ 15 ອົງຜ່ານ​ການ​ສອບ​ເສັງ ​ແລະ ປະ​ເມີນ​ຜົນ​ເຫັນ​ວ່າ​ໃນ​ລະດັບ​ເລີ່​ມຕົ້ນ​ຈຳນວນ 184 ຄົນ, ຍິງ 93 ຄົນ, ​ເປັນ​ພຣະ 8 ອົງ, ​ເປັນ​ສຳມະ​ເນນ 4 ອົງ.  ​ໃນ​ນີ້​ມີ​ນັກຮຽນ​ເກັ່ງ 88 ຄົນ , ຍິງ 42 ຄົນ, ​ເປັນ​ພຣະ 7 ອົງ, ສຳມະ​ເນນ 2 ອົງ ນອກຈາກ​ຈຳນວນ​ນີ້​ກຳລັງກຽມ​ຈ​ະເກັ່ງ. ຕໍ່​ກັບ​ວຽກ​ງານ​ນະ​ໂຍບາຍ​ໄດ້​ຍົກ​ເວັ້ນບໍ່​ເກັບຄ່າຮຽນ​ຕໍ່​ນັກຮຽນ​ຜູ້​ທີ່​ຂາດ​ເຂີນ​ຈຳນວນ 18 ຄົນ, ຍິງ 10 ຄົນ ຄິດ​ເປັນ​ມູນ​ຄ່າ 3.888.000 ກີບ/ປີ.  ​ແລະ ສຳລັບ​ການຮຽນ-​ການ​ສອນ​ສົກຮຽນ 2011-2012 ​ແມ່ນ​ເພື່ອ​ແນ​ໃສ່ຈັດ​ຕັ້ງ​ປະຕິ​ບັດ​ຈຸດໝາຍ​ລວມຂອງ​ກະຊວງ​ສຶກສາທິການ ​ແລະ ກິລາ​ວາງ​ອອກ​ເປັນ​ຕົ້ນ​ແຜ​ນພັດ​ທະນາການ​ສຶກສາ​ພາກ​​ເອກະ​ຊົນ 5 ປີ ຄັ້ງ​ທີ່ 7 ​ແນ​ໃສ່​ສ້າງ​ບຸກຄະລາ​ກອນ​ໃຫ້​ມີ​ຄຸນ​ນະພາ​ບ​ເພື່ອ​ຮັບຮອງ​ການ​ພັດທະນາ ​ເສດຖະກິດ-ສັງຄົມ​ຢູ່​ປະ​ເທດ​ເຮົາ.

   ​ໃນ​ຕອນ​ທ້າຍ​ຂອງ​ພິທີ​ຍັງ​ໄດ້​ຮັບ​ຟັງ​ຄຳ​ໂອ້​ລົມ​ຈາກ​ປະທານ​ທ່ານ ຄຳ​ນາມ ພິມ​ມະ​ສອນ ຄະນະປະຈຳຮອງ​ເລຂາ​ພັກ​ເມືອງຫົວໜ້າ​ຄະນະ​ຈັດ​ຕັ້ງ​ເມືອງ ​ແລະ ຍັງ​ໄດ້​ໃຫ້ກຽດ​ມອບ​ໃບ​ຢັ້ງຢືນ​ໃຫ້​ແກ່​ນັກສຶກສາ​ທີ່​​ເຮັດ​ສຳ​ເລັດການ​ສຶກສາ​ໃນ​ໄລຍະ​ໜຶ່ງ.