ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໃນຕອນແລງຂອງວັນທີ່ 11/10/2012 ຢູ່ທີ່ສະໂມສອນຂອງເມືອງວັງວຽງແຂວງວຽງຈັນ ໄດ້ມີພິທີ ເຊັນລົງນາມ ມອບຮັບຫນ້າທີ່ ລະຫວ່າງຫົວຫນ້າ ມອບຮັບຫົວຫນ້າຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວ ເກົ່າແລະໃຫມ່ ໂດຍພາຍໃຕ້ການເປັນປະທານຂອງທ່ານ ແສງບົວລອນ ຮອງຫົວຫນ້າພະແນກຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວແຂວງວຽງຈັນ. ມີບັນດາທ່ານຫົວຫນ້າຫ້ອງການອ້ອມຂ້າງ, ພະນັກງານລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີຄະນະປະທ່ານ ຍັງໄດ້ໃຫ້ກຽດປະກາດກ່າວມອບຄື: ມອບໃຫ້ ທ່ານ ບຸນປັນ ພົມມະວົງ ຄະນະປະຈຳພັກເມືອງເປັນ ຫົວຫນ້າ ຫ້ອງການຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວເມືອງວັງວຽງຄົນໃຫມ່ພ້ອມທັງຍັງໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມຕື່ມອີກ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ສຳລັບທ່ານ ໃດ ມັກຊື່ເລກ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

 

ຂ່າວ: ເມືອງວັງວຽງ

 

ເມືອງວັງວຽງແຂວງວຽງຈັນ ໄດ້ຈັດຕັ້ງການປາຖະກະຖາປີສາມັກຄີລາວ-ຫວຽດນາມ ກໍຄືວັນສົນທິສັນຍາມິດຕະ

ພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 35 ປີ ແລະ ວັນສ້າງຕັ້ງການພົວພັນການທູດລາວ-ຫວຽດນາມ ຄົບຮອບ 50 ປີ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອຸ່ນແສງແກ້ວດາວັນ ຄະນະປະຈຳພັກແຂວງ​ ​ເລຂາພັກເມືອງເຈົ້າເມືອງໆ ວັງວຽງ, ພ້ອມນີ້ກໍມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ກົມກອງອ້ອມຂ້າງເມືອງ ເລຂາໜ່ວຍພັກ - ພະນັກງານສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ສິງຫາ 2012 ທີ່ສະໂມສອນຂອງເມືອງ.

       ໃຫ້ກຽດປາຖະກະຖາໂດຍແມ່ນທ່ານ ທ່ານ ອຸ່ນແສງແກ້ວດາວັນ ຄະນະປະຈຳພັກແຂວງ​ ​ເລຂາພັກເມືອງເຈົ້າເມືອງໆ ວັງວຽງ ຊຶ່ງທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ມູນເຊື້ອແຫ່ງຄວາມສາມັກຄີແບບພິເສດ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດແລະປະຊາຊົນລາວ ແລະ ຫວຽດນາມ ທີ່ເຄີຍມີມາແຕ່ລະຍຸກ ແຕ່ລະສະໄໝໂດຍ

ສະເພາະແມ່ນນັບແຕ່ສະໄໝຮ່ວມຂຸມຄອງຕໍ່ສູ້ກູ້ຊາດຕ້ານການຮຸກຮານ ແລະ ຕີສັດຕູໂຕດຽວກັນຄືພວກລ່າເມືອງຂຶ້ນ

ແບບເກົ່າ ແລະ ແບບໃໝ່ຈົນສາມາດຍາດໄດ້ໄຊຊະນະ, ປົດປ່ອຍປະເທດຊາດ, ປົດປ່ອຍປະຊາຊົນອອກຈາກແອກປົກ

ຄອງຂອງຕ່າງດ້າວ, ມາຮອດໄລຍະປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ແລະ ເຖິງປະຈຸບັນສອງຊາດລາວ-ຫວຽດນາມອ້າຍນ້ອງຍິ່ງເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

 

ການຈັດຕັ້ງປາຖະກະຖາໃນຄັ້ງນີ້ ກໍເພື່ອເປັນການຫວນຄືນມູນເຊື້ອແຫ່ງຄວາມສາມັກຄີລະ ຫວ່າງສອງຊາດລາວ ແລະ ຫວຽດນາມ ແລະ ສະເຫຼີມສະຫຼອງວັນປະຫວັດສາດທີ່ສໍາຄັນດັ່ງກ່າວໃຫ້ມີຄວາມໝາຍຟົດຟື້ນ ແລະ ເລິກເຊິ່ງທັງເປັນການໂຄສະນາ, ສຶກສາອົບຮົມສະມາຊິກພັກ, ພະນັກງານໃຫ້ຮັບຮູ້ ແລະ ເຂົ້າໃຈຕື່ມກ່ຽວກັບມູນເຊື້ອແຫ່ງການພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມໃຫ້ເລິກເຊິ່ງ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກາວໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

 

ພາຍຫຼັງທີ່ປາຖະກະຖາສຳເລັດຢູ່ຂັ້ນເມືອງແລ້ວ ຍັງຈະ​​ໄດ້ສຶບຕໍ່ຢູ່ສຳນັກງານກົມກອງແລະຢູ່ບັນດາກຸ່ມບ້ານໃນທົ່ວເມືອງວັງວຽງຕື່ມອີກ%.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 

 

ສະຖານທີນີ້ ຊື່ວ່າ ຖ້ຳລົມ ຕັ້ງຢູ່ບ້ານພູດິນແດງ ຂແງເມືແງວັງວຽງແຂວງວຽງຈັນ ຫ່າງຈາກຕົວເມືອງພຽງ 3 ກິໂລແມັດ ເທົ່ານັ້ນ ທຸກໆ ປີ ນັກທ່ອງທ່ຽວບໍ່ວ່າຈະເປັນ ຕ່າງປະເທດຫລືຄົນລາວກໍ່ຈະມັກມາ

ພັກຜ່ອນ ເວລາວັນເສົາອາທິດ ສະເຫນີ ຫລັງຈາກນັ້ນ ວັນຕໍ່ໄປ ພວກເຂົາກໍ່ຈະໄປ ນ້ຳຕົກຕາດແກງຍຸຍ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

 

 

 

ມາໃນຕອນເຊົ້າ ຂອງວັນທີ 18 ກໍລະກົດປີ 2012 ນີ້, ຢູ່ທີ່ ສະໂມສອນຂອງເມືອງວັງວຽງແຂວງວຽງຈັນໄດ້ມີພິຮັບ

ຮອງໜ່ວຍສະຫະພັນແມ່ຍິງ  18 ​ບ້ານ ແລະ​ 4 ໜ່ວຍກົມກອງເປັນໜ່ວຍ 3 ດີຄັ້ງທີ I ສະໄຫມທີ VI  ພ້ອມກັບ

 ປະຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 57 ປີ. ​ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນປັນ

ພົມມະວົງ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການຍຸດຕິທຳເມືອງ,  ມີທ່ານ ນາງ ສີມອນ ອິນທະວົງ ກຳມະການພັກເມືອງປະທານແມ່ຍິງເມືອງ, ພະນັກງານອາວຸໂສບຳນານ, ບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງ, ​​ປະທານສະຫະ

ພັນແມ່ຍິງບ້ານ ແລະ ສະມາຊິກແມ່ຍິງໃນທົ່ວເມືອງເຂົ້າຢ່າງພ້ອມພຽງ.

 

ໃນພິທີ ທ່ານ ນາງໄພວັນ ປະທານສະຫະພັນແມ່ຍິງບ້ານຂັນໝາກ ຕາງໜ້າໃຫ້ສະມາຄົມແມ່ຍິງ ທັງ 18 ບ້ານແລະ

4 ໜ່ວຍກົມກອງໄດ້ຂື້ນຜ່ານ ບົດສະຫຼຸບ ການຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 3 ດີແລະທິດທາງແຜນການ 8 ​ເດືອນຕໍ່ໜ້າວ່າ: ໜ່ວຍສະຫະພັນແມ່ຍິງ  18 ​ບ້ານ ແລະ​ 4 ໜ່ວຍກົມກອງ ​​ແມ່ນອົງການຈັດຕັ້ງ ມະຫາຊົນໜຶ່ງ ຊຶ່ງ​ ​ເປັນເສນາທິການໃຫ້ແກ່ຄະນະໜ່ວຍພັກ ທີ່ຂຶ້ນກັບ  ມີໜ້າສຶກສາອົບຮົມການເມືອງແນວຄິດເຕົ້າໂຮມຄວາມສາມັກຄີແມ່ຍິງ

ພາຍໃນບ້ານ, ປົກປ້ອງສິດຜົນປະໂຫຍແມ່ຍິງແລະເດັກນ້ອຍ  ແລະ ມີສະມາຊິກສະຫະພັນແມ່ຍິງທັງໝົດ 2.406 ຄົນ, ​ເປັນສະມາຊິກພັກ 26 ສະຫາຍ, ມີຄະນະໜ່ວຍ 80 ສະຫາຍ, ມີ 156 ຈຸ.

      ຜ່ານການເຊື່ອມຊືມເອກະສານຂໍ້ແຂ່ງຂັນແມ່ຍິງ 3 ດີ ຕ່າງໆໄດ້ເຮັດໃຫ້ເອື້ອຍນ້ອງແມ່ຍິງ ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກກົດໝາຍຂອງລັດ ສາມາດຢັ້ງຢືນບຸກຄົນ 3 ດີ ທັງ 18 ບ້ານແລະ 4 ໜ່ວຍກົມກອງໄດ້ 1.989 ຄົນ.

      ​​ເປັນກຽດກ່າວມອບໃບຢັ້ງຢືນແມ່ຍິງ 3 ດີໃຫ້ແກ່ໜ່ວຍສະຫະພັນແມ່ຍິງ 18 ບ້ານແລະ 4 ໜ່ວຍກົມກອງໂດຍ

ແມ່ນຄະນະປະທານ ທ່ານ ບຸນປັນ ພົມມະວົງແລະທ່ານ ນາງ ສີມອນ ອິນທະວົງ ກໍ່ໄດ້ໃຫ້ກຽດຜັດປ່ຽນກັນຂຶ້ນມອບ.

 

    ຈາກນັ້ນພິທີກໍ່​​ໄດ້ ຮັບຟັງການ ປະຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 57 ປີ ຈາກທ່ານ  ບຸນປັນ

 ພົມມະວົງ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການຍຸດຕິທຳເມືອງ ກໍ່ໄດ້ຂຶ້ນ ກ່າວຫວນຄືນເຖິງມູນເຊື້ອ ຄວາມເປັນມາຂອງວັນທີ 20 ກໍລະກົດໂດຍໄດ້ຍົກໃຫ້ເຫັນ ມູນເຊື້ອປະຕິວັດ, ມູນເຊື້ອດຸ ຫມັ່ນຂະຫຍັນພຽນ, ການປົກ ປັກຮັກ

ສາຮີດຄອງປະເພນີ ອັນດີງາມຂອງເອື້ອຍນ້ອງແມ່ ຍິງລາວ, ພ້ອມນີ້ກໍ່ໄດ້ຍົກໃຫ້ ເຫັນເຖິງມູນເຊື້ອພິລະອາດ ຫານຂອງເອື້ອຍນ້ອງແມ່ຍິງ ທີ່ໄດ້ປະກອບສ່ວນເຂົ້າໃນ ຂະບວນການຕໍ່ສູ້ເພື່ອປົດ ປ່ອຍປະເທດຊາດອອກຈາກ ແອກຄອບຄອງຂອງພວກ ຈັກກະພັດຕ່າງດ້າວ, ເຊິ່ງ ເອື້ອຍນ້ອງແມ່ຍິງໄດ້ປະ ກອບສ່ວນເຮັດຫນ້າທີ່ປິດລັບ ສົ່ງຂ່າວ, ສົ່ງສະບຽງອາ

ຫານ ໃຫ້ພະນັກງານ-ນັກຮົບ, ຄຽງ ບ່າຄຽງໄລ່ກັບເພດຊາຍຕໍ່ສູ້ ຢ່າງອົງອາດກ້າຫານພາຍ ໃຕ້ການນຳພາອັນປີສາມາດ

ສະຫລາດສ່ອງໃສຂອງພັກ ຈົນສາມາດປົດປ່ອຍປະເທດ ຊາດໄດ້ຢ່າງສົມບູນ, ຈາກນັ້ນ ເອື້ອຍນ້ອງແມ່ຍິງກໍ່ໄດ້ປະກອບ

ສ່ວນປະຕິບັດຫນ້າທີ່ ວຽກງານໃນຂະແຫນງການ, ອົງການຈັດຕັ້ງຂັ້ນຕ່າງໆຂອງ ພັກ-ລັດ, ປະຕິບັດສອງຫນ້າ ທີ່ຍຸທະ

ສາດຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາ ປະເທດຊາດໃຫ້ນັບມື້ຈະເລີນ ກ້າວຫນ້າ%

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ຫ້ອງການສົ່ງເສີມກະສິກຳ-ປ່າໄມ້ ເມືອງວັງວຽງ ສົມກັບອໍານາດການປົກບ້ານຜາຕັ້ງ ໄດ້ ຈັດພິທີປ່ອຍປາຢູ່ທີ່ວັງສະຫງວນ ກ້ອງຂົົວບ້ານຜາຕັ້ງຂອງບ້ານດັ່ງກ່າວ. ໃນຕອນ ເຊົ້າວັນທີ 13 ກໍລະກົດ 2012 ເນື່ອງໃນໂອກາດວັນອະນຸລັກ ຮັກສາສັດນ້ຳສັດປ່າທີ່ຫມູນ ວຽນມາເຖິງອີກວາລະຫນຶ່ງ ໂດຍການນຳພາຂອງທ່ານ ອຸ່ນແສງ ແກ້ວດາວັນ ຄະນະປະຈຳພັກແຂວງເລຂາພັກເມືອງ-ເຈົ້າເມືອງໆວັງວຽງ.ມີບັນດາບໍສັດພູເບ້ຍມາຍນິງຈຳກັດ, ບໍລິສັດຜະລິດ​​ໄຟຟ້າລາວມະຫາຊົ,

ໂຮງງານຊີມັງຫຼັງ I ແລະຫຼັງ II, ມີຫົວໜ້າຫ້ອງການນັກທຸລະກິດພາກລັດແລະເອກະຊົນ, ຕະຫຼອດຮອດພໍ່ແມ່ປະຊາຊົນ

ພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

      ໃນນີ້ ທ່ານ ບຸນໄທ ຖາວອນສຸກ ຫົວໜ້າຫ້ອງການສົ່ງເສີມກະສິກຳ-ປ່າໄມ້ ເມືອງວັງວຽງ ໄດ້ຂຶ້ນຜ່ານບົດສະຫຼຸບ

ແລະລາຍງານການກະກຽມໃຫ້ແກ່ວັນປ່ອຍປາວ່າ: ປາທີ່ນຳມາປ່ອຍຄັ້ງນີ້ມີ ຈຳນວນ 60.000 ໂຕ,    ໃນນັ້ນບໍສັດພູ

ເບ້ຍມາຍນິງຈຳກັດອຸປະຖຳຈຳນວນລູກປາ 40.000 ໂຕ,  ບໍລິສັດຜະລິດ​​ໄຟຟ້າລາວມະຫາຊົນອຸປະຖຳຈຳນວນລູກປາ 10.000 ໂຕ,ໂຮງງານຊີມັງຫຼັງ I ແລະຫຼັງ II ອຸປະຖຳຈຳນວນລູກປາ 10.000 ໂຕ, ຄິດເປັນມູນຄ່າ 30 ລ້ານກວ່າກີບ,  ເຊິ່ງ ປະກອບມີ  4  ຊະນິດພັນປາຄື: ປາປາກ, ປາ ເກັດແລບ, ປານິນ,ປາ​​ໃນ.

      ໃນໂອກາດນີ້ທ່ານ ອຸ່ນແສງ ແກ້ວດາວັນ ຄະນະປະຈຳພັກແຂວງເລຂາພັກເມືອງ-ເຈົ້າເມືອງໆວັງວຽງ. ກໍ່ຍັງໄດ້ເນັ້ນຫນັກໃຫ້ອໍານາດການປົກຄອງແລະພໍ່ແມ່ປະຊາຊົນບ້ານຜາຕັ້ງ ຈົ່ງເປັນເຈົ້າການ ໃນການດູແລ ປົກປັກຮັກສາ ໃນເຂດວັງສະຫງວນ ກ້ອງຂົົວ ບ້ານຜາຕັ້ງ,      ພ້ອມທັງ​​ໄຂພິທີປ່ອຍປາຢ່າງເປັນທາງການ.
     ໃນຕອນທ້າຍ ພິທີ ບໍສັດພູເບ້ຍມາຍນິງຈຳກັດແລະ ບໍລິສັດຜະລິດ​​ໄຟຟ້າລາວມະຫາຊົນ ກໍ່ໄດ້ມອບລູກປາ ຈຳນວນ 60.000 ໂຕ ໃຫ້ແກ່ອຳນາດການປົກຄອງ​​ເມືອງວັງວຽງ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

ເມືອງວັງວຽງ ກັບການບັນພະຊາສັມມະເນນ

ວັນເສົາ ແຮມ 4 ຄ່ຳເດືອນແປດ. ໃນວັນທີ 07/07/2012; ທີວັດທາດ ບ້ານວັງວຽງ ເມືອງວັງວຽງແຂວງວຽງຈັນ ປະເທດລາວ.

( ບວດພຣະ 100 ອົງ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 

ມາໃນຕອນເຊົ້າ ຂອງວັນທີ 28 ມີຖຸນາ ປີ 2012 ນີ້, ໄດ້ມີການເຊັນສັນຍາລົງທຶນກໍ່ສ້າງ ໂຄງການ: ກໍ່ສ້າງຫ້ອງວ່າການປົກຄອງເມືອງວັງວຽງ ດ້ວຍການລົງທຶນຂອງເອກະຊົນ 100 % ຂຶ້ນຢ່າງເປັນທາງ

ການ.   ຢູ່ທີ່ ໂຮງແຮມ ຄຳປະເສີດ ເມືອງວັງວຽງ ແຂວງວຽງຈັນ. ລະຫວ່າງ ຄະນະອຳນວຍການບໍ

ລິສັດ ລາວເວີນດິນ ແລະເຮືອນຈຳກັດ ແລະ ອຳນາດການປົກຄອງເມືອງວັງວຽງ.

                                                            

  ໃນການກໍ່ສ້າງຈະໄດ້ລົງມືກໍ່ສ້າງເລີ່ມ ນັບແຕ່ວັນທີ່ 28 ມີຖຸນາ 2012 ຫາວັນທີ່ 28 ທັນວາ 2013 ໂດຍຈະໃຊ້ເວລາກໍ່ສ້າງ 18 ເດືອນ. ຫ້ອງວ່າການປົກເມືອງເປັນອາຄານ 3 ຊັ້ນມີເນື້ອທີໃຊ້ງານ

2.160 ມ2, ໃນນີ້ແມ່ນຈະໄດ້ ກໍ່ສ້າງປະຕູໂຂງ, ປ້ອມຢາມ ແລະກຳແພງຮົ້ວອ້ອມສຳນັກເມືອງ ເນື້ອ

ທີ່ 19.000 ມ2, ກໍ່ສ້າງສະຖານທີບ່ອນຈອດລົດໃຫຍ່, ກໍ່ສ້າງເສັ້ນທາງໃນສຳນັກເມືອງ, ຕົບແຕ່ງປູກຕົ້ນໄມ້ໃສ່ຕໍ່ຫນ້າຫ້ອງການ. ໂດຍຈະໃຊ້ທຶນກໍ່ສ້າງທັງໝົດ 900.000 s( ເກົ້າຮ້ອຍພັນໂດລາສະຫະລັດ )

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມື່ອ ມີຄວາມຮັກ ກະຍອມມີຄວາມສຸກ ແຕ່ເມືອມີຄວາມສຸກ ຄວາມທຸກໃຈກໍ່ຕາມມາ :   ຂ້ອຍເຄີຍຮັກກັບ ຜູ້ຍິງຄົນ ໜຶ່ງ ເປັນຮັກຄັ້ງແລກ ທີຍິ່ງໃຫຍ່  ຂ້ອຍກັບລາວ ສັນຍາວ່າ ຫລັງການຮຽນຈົບ ຈະແຕ່ງງານ

ເວລາຜ່ານໄປ ໄດ້ 5 ປີ ຫລັງຮຽນຈົບມາ ຂ້ອຍ ແລະ ຄອບຄົວຂ້ອຍກະໄປຕາມສັນຍາ ລົມເລື່ອງຂໍໝັ້ນ ແຕ່ ຝ່າຍຍິງ ກັບພັດ ປະຕິເສດ ເພາະເຫດຜົນວ່າ ຄອບຄົວເຮົາບໍ່ຄ່ອຍລວຍ ຄືເພິ່ນ  ຂ້ອຍ ກັບ ລາວ

ເລີຍ ຍອມແພ້ ປ່ອຍໄປ ທັງໃຈຍັງຮັກ ລາວ ,  ປະຈຸບັນ ລາວມີຄອບຄົວ ແລ້ວ ແຕ່ ຄວາມຮູ້ສືກດີໆ ເວລາພົບກັນ ກັບ ຊຳພັດ ແຮງ ບັນດານໃຈໃຫ້ໃກ້ກັນ ຫລືື ເປັນເພາະ ເຮົາທັງສອງ ບໍ່ໄດ້ບອກເລີກກັນ

ຫລື ຂ້ອຍກັບລາວ ຍັງມີໃຈ      ຄວາມຮັກ ເຖິງການເວລາຈະປ່ຽນໄປ ແຕ່ ຄວາມຮູ້ສືກວ່າ ມີລາວແລ້ວດີ ກະພໍໃຈ ວ່າບໍ່

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ສະບາຍດີ

ຫມູ່ທຸກຄົນ ຂໍໃຫ້ຫມູ່ ຄິດຊື່ ສະມາຄົມ ຊ່ວຍແດ່ ວ່າຊິໃສ່ຊື່ຫຍັງ

ມັນກ່ຽວກັບ ການຊ່ວຍເຫລືອຄົນທຸກຍາກ ເດັກນ້ອຍທີ່ຢູ່ຫ່າງໄກຊອກຫລີ້ກ
...
ວ່າຊິໃສ່ຊື່ຫຍັງ ເພາະພວກເຮົາ ຢູ່ວັງວຽງ ໄດ້ພົວພັນກັບຕ່າງປະເທດແລະກະເຈົ້າ
ບອກຕ້ອງໃສ່ຊື່ເປັນສະມາຄົມ ແລ້ວຈື່ງໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 8, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ລູກຫລານພະຍາອິນສານໄປຢາມເມືອງຊຳເ

ຫນືອ
ປະກາດວັນທີ 1/4/2012 ວັງວຽງມີກອງກະຖິນໄປທອດທີເມືອງຊຳເຫນືອແຂວງຫົວພັນ
ສຳລັບທ່ານໄດ້ທີ່ຈະໄປແມ່ນເປັນເຈົ້າສັດທາກົກ 400.000 ກີບ
ການກະກຽມແມ່ນຕັ້ງກອງຂື້ນ 31.3.2012 ທີວັດກາງບ້ານສະຫວ່າງເມືອງວັງວຽງແຂວງວຽງຈັນ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມ່ວນມ່ວນ ເສຍແຕ່ບໍ່ໄດ້ໄປນຳເຂົາ 555555

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

ໃນຕອນເຊົ້າຂອງວັນທີ 6 ມີນາ 2012 ເວລາ 6:00 ສະຫະພັນແມ່ຍິງເມືອງໄດ້ ສ້າງກິດຈະກຳ ຍ່າງມາລາທອນ

ມີບັນດານ້ອງໆແມ່ຍິງ, ສະຫະພັນແມ່ຍິງຂອງບ້ານ, ເມືອງ, ຫ້ອງການ ເຂົ້າຮ່ວມ ຄັ້ງນີ້ 850 ຄົນ, ຫລັງຈາກນັ້ນກໍ່ ໄດ້ເຕັ້ນມາລາທອນທີເດີນຍົນ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ພາຍຸລະດູຮອດໄດ້ພັດຜ່ານເມືອງວັງວຽງໃນວັນທີ 3 ມີນາ 2012 ເວລາ 7:00 ຫາ8:00 ຕອນຄ້ຳ

  ໄດ້ສົ່ງຜົນເສຍຫາຍ ຢູ່5ບ້ານຫນັກກວ່າຫມູ່ ຄືບ້ານນາເລົາ ມີເຮືອນ 25 ຫລັງຄາ, ໂຮງຮຽນປະຖົມ 1 ຫລັງ, ຕົ້ນພ້າວຫັກທັບ ເສົາໄຟຟ້າ ເສັ້ນສາຍໄຟ ຂາດເປັນ

ຊວງໆ

ແລະຍັງເຮັດໃຫ້ ດອງ ສາມດອງ ຕ້ອງນັງນ້ຳຕາໄຫລເພາະ ພາຍຸພັດບັນດາອາຫານ, ເຕັ້ນ, ດົນຕີ ມຸນກະຈາຍໄປຫມົດ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສຳລັບ ຂ້ອຍ ແລ້ວ 14 ກຸມພາ ບໍ່ແມ່ນປະເພນີຂອງຊາດລາວ,  ແຕ່ການສະແດງຄວາມຮັກຫັນ ບໍ່ຈຳເປັນຕ້ອງ ແມ່ນ ວັນ 14 ກຸມພາ ສະເຫນີໄປ 

ສະນັ້ນການບອກຮັກໃຜຈັກຄົນ , ຈື່ງບໍ່ຈຳເປັນ ຕ້ອງເຈາະຈົງແຕ່ວັນທີ 14 ກຸມພາ, ທຸກໆ ວັນ, ທຸກໆ ນາທີ, ທຸກ ໆ ຊົ່ວໂມງ, ທຸກ ໆ ການຫາຍໃຈ

ຖ້າຮັກແລ້ວ ຕ້ອງ ພະຍາຍາມ ເຮັດໃຫ້ຄົນ ທີ່ ເຮົາຮັກຮູ້ສືກດີ ບໍ່ແມ່ນວ່າ ເຮັດຕາມປະເພນີ ຕ່າງປະເທດ ເທົ່ານັ້ນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຈິງ

ແລ້ວວັນວາເລັນທາຍ ຫລືວັນແຫ່ງຄວາມຮັກນີ້

ເປັນວັນທີ່ລະນຶກເຖິງນັກບຸນເຊນ (Saint Valentine)

ຜູ້ທີ່ເຕັມໄປດ້ວຍຄວາມຮັກອັນບໍລິສຸດມາພ້ອມກັບຄວາມຫວັງດີຕໍ່ເພື່ອນມະນຸດ

ແຕ່ວ່າຕ້ອງໄດ້ຈາກໂລກນີ້ໄປດ້ວຍການຮັບໂທດປະຫານຊີວິດໃນວັນທີ່14 ກຸມພາ ຄ.ສ 270

ຄວາມເປັນມາຂອງເລື່ອງແມ່ນເກີດຂຶ້ນໃນຄຣິສຕະສັກກະລາດສັດຕະວັດທີ່ 3

ມີຜູ້ນຳຄຣິສສະຕຽນຄົນຫນຶ່ງຊື່ວ່າ “ວາເລັນຕີນັຊ”ລາວເປັນບຸກຄົນທີ່ມີຄວາມຮັກໂອບອອ້ມອາລີ

ມີເມດຕາກະລຸນາຕໍ່ເພື່ອນມະນຸດຮ່ວມໂລກດຽວກັນລາວຈະມັກຈອບເອົາອາຫານການກິນ

ແລະເຄື່ອງໃຊ້ສອຍທີ່ຈຳເປັນໄປວາງໄວ້ຫນ້າບ້ານຂອງຄົນທຸກຍາກ

ໂດຍບໍ່ໃຫ້ພວກເຂົາເຫລົ່ານັ້ນຮູ້ຕົວໃນທຸກໆມື້.

ໃນສະໄຫມນັ້ນ

ສາດສະຫນາຄຣິສຍັງບໍ່ເປັນທີ່ຍອມຮັບໃນຈັກກະວັດໂຣມັນ

ຜູ້ໃດທີ່ນັບຖືແມ່ນຖືວ່າມີຄວາມຜິດຂັ້ນຮ້າຍແຮງ

ດ້ວຍເຫດນັ້ນຜູ້ຄົນທີ່ນັບຖືຄຣິດຈຶ່ງຖືກກົດຂີ່ຂົ່ມເຫັ່ງແລະຖືກທໍລະມານຢ່າງສາຫັດ

ຜູ້ໃດທີ່ບໍ່ປະຕິບັດຕາມຈະຖືກຂ້າຖິ້ມວາເລັນຕິນັຊກໍ່ເປັນຫນຶ່ງໃນນັ້ນ

ແຕ່ວ່າລາວບໍ່ເຊົາທີ່ຈະນັບຖືຄຣິສດັ່ງນັ້ນລາວຈຶ່ງຖືກຄຸມຂັງເຂົ້າຄຸກຂໍ້ຫາເປັນຄຣິສສະຕຽນ.

ໃນຂະນະທີ່ລາວຢູ່ໃນຄຸກລາວກໍ່ໄດ້ພົບຮັກກັບລູກສາວຂອງຜູ້ຄຸມຂັງຊຶ່ງເປັນຄົນພິການທາງສາຍຕາ

ດ້ວຍຄວາມຮັກອັນບໍລິສຸດແລະຄຳອະທິຖານຂອງລາວພະຜູ້ເປັນເຈົ້າຈຶ່ງປະທານດວງຕາ

ໃຫ້ລູກສາວຜູ້ຄຸມນັ້ນກັບຄືນມາເປັນປົກກະຕິຜູ້ຄຸມແລະຄອບຄົວຈຶ່ງຫັນປ່ຽນມານັບຖືຄຣິສ

ເມື່ອຮູ້ຮອດອົງຈັກກະພັດຄຣໍດິອຸຊທີ່ 2 ພະອົງຈຶ່ງສັ່ງໃຫ້ລົງໂທດວາເລັນຕິນັຊຢ່າງສາຫັດ

ໂດຍການຂ່ຽນຕີແລ້ວນຳໄປຕັດຫົວ

ຄືນສຸດທ້າຍ

ກ່ອນທີ່ລາວຈະຖືກນຳໄປປະຫານຊິວິດນັ້ນລາວໄດ້ຂຽນຈົດຫມາຍເພື່ອເປັນການອຳລາ

ສົ່ງໄປໃຫ້ລູກສາວຜູ້ຄຸມຄົນຮັກລົງທ້າຍວ່າ: From Your Valentine.

ໃນຕອນເຊົ້າວັນທີ່14 ກຸມພາຄ.ສ 270

ວາເລັນຕິນັຊຖືກຕັດຫົວແລ້ວເອົາສົບໄປຝັງໄວ້ທີ່ເຟມມີເນຍເວ

ເຊິ່ງພາຍຫລັງມີການສ້າງໂບດຫລັງໃຫຍ່ຄຸມສຸສານຂອງລາວເອົາໄວ້

ເປັນອານຸສາວະລີລະນຶກເຖິງຄວາມຮັກແລະຊີວິດອັນມະຫາສານຂອງລາວ

ຈູເລຍຄົນຮັກຂອງລາວໄດ້ປູກຕົ້ນອາມອລສີລບົວ

ໄວ້ໃກ້ໆກັບຂຸມສົບຂອງລາວແດ່ຜູ້ອັນເປັນທີ່ຮັກຂອງຕົນ

ໂດຍທຸກໆມື້ຕົ້ນອາມອລສີບົວຈະເປັນຕົວແທນແຫ່ງຮັກນິລັນ

ແລະມິດຕະພາບອັນງົດງາມ.ນັກບຸນວາເລັນຕິນັຊມີຄວາມເຫລື້ອມໃສສັດທາຕໍ່ພະຄຣິດຫລາຍ

ລາວໄດ້ກ່າວໄວ້ວ່າ ຄວາມຕາຍກໍ່ບໍ່ສາມາດມາປ່ຽນຄວາມຄິດຂອງລາວໄດ້.

ຄວາມເປັນມາຂອງວັນວາເລັນທາຍ ຫລືວັນແຫ່ງຄວາມຮັກນີ້ໄດ້ສືບຕໍ່ເລົ່າກັນມາຈົນຮອດປະຈຸບັນນີ້

ເທົ່າທີ່ຄົນເຮົາຫາມາໄດ້ແລະໃນປະຈຸບັນວັນແຫ່ງຄວາມຮັກກໍ່ເປັນອີກມື້ຫນຶ່ງທີ່ສຳຄັນ

ເຮົາສາມາດສະແດງຄວາມຮັກກັບຄົນທີ່ເຮົາຮັກໄດ້ ດ້ວຍການສົ່ງຊ໋ອກໂກແລັດ,

ດອກໄມ້ ແລະອື່ນໆທີ່ສາມາດສື່ເຖິງຄວາມຮັກ

ແຕ່ສິ່ງໃດກໍ່ບໍ່ສຳຄັນເທົ່າຄວາມຈິງໃຈມີເມດຕາກະລຸນາ

ມີນ້ຳໃຈທີ່ຢູ່ໃນສ່ວນລຶກໆຂອງຫົວໃຈທຸກຄົນທີ່ບໍ່ນຳອອກມາໃຊ້ ເຮົາມາມອບຄວາມຮັກ

ຄວາມຫວັງດີ ມີນ້ຳໃຈ ຈິງໃຈ ໃຫ້ກັບຄົນທີ່ເຮົາຮັກທຸກໆມື້ກັນເທາະ

ເພາະບໍ່ມີໃຜຮູ້ວ່າມື້ອື່ນຈະເກີດຫຍັງຂຶ້ນ ຂໍມອບຄວາມຮັກໃຫ້ຜູ້ອ່ານທຸກຄົນເດີ້