ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2018 | ມີ 0 ຄຳເຫັນ ແລະ 0 trackback(s)

 

ໃນຕອນແລງຂອງວັນທີ 25 ກຸມພາ 2018 ຢູ່ທີ່ເສັ້ນຕັດທາງ  ເບີ 3 ຮ່ອມ 1 ລະຫວ່າງບ້ານສະຫວ່າງແລະບ້ານວຽງແກ້ວຂອງເມືອງວັງວຽງ ແຂວງວຽງຈັນ. ໄດ້ມີພິທີເປີດງານຕະຫລາດກາງຄືນເມືອງວັງວຽງຢ່າງເປັນທາງການ. ໂດຍການຮ່ວມຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ມີທ່ານ ພູວົງ ສີຫອມວົງ ຫົວຫນ້າພະແນກການຄ້າແຂວງວຽງຈັນ, ມີບັນດາທ່ານອຳນາດການປົກເມືອງ-ບ້ານ ແລະ ປະຊາຊົນ-ພໍ່ຄ້າຊາວຂາຍຢູ່ທີ່ຕະຫຼາດກາງຄືນເຂົ້າຮ່ວມ.

     ໃນພິທີ ທ່ານ ວໍລະເດດ ຈູນລະມະນີ ຜູ້ສຳປະທານ ຕະຫລາດກາງຄືນເມືອງວັງວຽງ  ໄດ້ໃຫ້ກຽດຂື້ນ ຜ່ານບົດສະຫຼຸບການກໍ່ສ້າງຈັດສັນ ຕະຫຼາດກາງຄືນວ່າ: ເມືອງວັງວຽງເປັນເມືອງໜຶ່ງທີ່ອຸດົມສົມບູນ ມີແມ່ນ້ຳຊອງ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດທີ່ເອື້ອອຳນວຍ ໃນແຕ່ລະປີມີນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດມາທ່ຽວ ເປັນຈຳນວນຫຼວງຫຼາຍ, ເຮັດໃຫ້ການພັດທະນາເສດຖະກິດສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະນັ້ນຈຶ່ງເປັນເງື່ອນໄຂ ໃຫ້ມີນັກທຸລະກິດເຂົ້າມາລົງທຶນຢູ່ເມືອງວັງວຽງ.     

ໂຄງການຕະຫລາດກາງຄືນເມືອງວັງວຽງ ແຂວງວຽງຈັນ ເປັນໂຄງການທຳອິດ ທີ່ໃຊ້ເວລາເກືອບ 2 ປີໃນການສຳຫລວດ ຊອກຫາ ເສັ້ນທາງໃນຂອບເຂດເມືອງວັງວຽງ ເພື່ອສ້າງ ແລະ ໄດ້ຮັບອານຸຍາດ ຈາກອຳນາດການປົກຄອງການຈັດຕັ້ງທຸກພາກສ່ວນຂອງເມືອງວງວຽງງ ໃຫ້ນຳໃຊ້ ເສັ້ນຕັດທາງເບີ 3 ຮ່ອມ 1 ລະຫວ່າງບ້ານສະຫວ່າງແລະບ້ານວຽງແກ້ວ ມີຄວາມຍາວ 250 ແມັດ, ກວ້າງ 11 ແມັດ. ມີທາງເຂົ້າ-ອອກ ສະດວກ ແລະ ດຳເນີນ ລົງມືການກໍ່ສ້າງມາແຕ່ວັນທີ 25 ພະຈິກ 2017 ຫາ 25 ກຸມພາ 2018 ເຊິ່ງນຳໃຊ້ເວລາໃນການກໍ່ສ້າງ ເປັນໄລຍະເວລາ 5 ເດືອນ ປະຕິບັດສຳເລັດຮ້ອຍເປີເຊັນ ມູນຄ່າການກໍ່ສ້າງທັງໝົດ 1.359 ລ້ານກີບ. ມີທຶນຈົດທະບຽນ 1.500 ລ້ານກີບ ໄລຍະຈັດສັນຕະຫລາດກາງຄືນແຫ່ງນີ້ 15 ປີ ເຊີງພ້ອມຈະເປີດໃຫ້ບໍລິການແຕ່ 17:00 ໂມງແລງຫາ 23:00 ໂມງ

ຈຸດປະສົງກໍ່ເພື່ອເປັນຈຸດສູນລວມສິນຄ້າ ແຫ່ງໃໝ່ໃຫ້ກັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມໃຊ້ສິນຄ້າຕ່າງໆເປັນຕົ້ນແມ່ນ ສິນຄ້າ ຫັດຖະກຳ, ສິນຄ້າໂອດ໋ອບ ທີ່ເປັນການຜະລິດຈາກຄົນທ້ອງຖິ່ນຮາກຖານ ສິນຄ້າທີ່ນຳເຂົ້າມາຈາກຕ່າງປະເທດພ້ອມກັບສິ່ງຂອງທີ່ລະນຶກໃຫ້ໃດ້ໄປຝາກໄປຕ້ອນ ຂອງນັກທ່ອງທ່ຽວທີ່ເຂົ້າມາພັກຜ່ອນໃນຍາມຄຳຄືນ.

     ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງໄດ້ໃຫ້ກຽດ ກ່າວເປີດພິທີງານຕະຫຼາດກາງຄືນ ຢ່າງເປັນທາງການ ແລະໂອ້ລົມຕໍ່ພິທີວ່າ: ຕະຫຼາດກາງຄືນທີນີ້ ເປັນແຫ່ງທີ ໜຶ່ງ ຂອງເມືອງວັງວຽງເຊິ່ງບໍ່ເຄີຍມີມາກ່ອນ ພ້ອມທັງເປັນການຊຸກຍູ້ສົ່ງເສີມສິນຄ້າທີ່ເປັນທາແຮງຂອງເມືອງວັງວຽງໃຫ້ມີການພັດທະນາດີຂຶ້ນ ສ້າງເງື່ອນໄຂດຶງດູດເອົາການລົງທຶນຈາກຕ່າງປະເທດ ເຂົ້າມາລົງທຶນການຄ້າ-ຂາຍ, ແລກປ່ຽນສິນຄ້າແລະການບໍລິການຕ່າງໆ ສິ່ງສຳຄັນຈົ່ງໄດ້ເອົາໃຈໃສ່ເຄົາລົບກົດລະບຽບຂອງການຈັດສັນຢ່າງເຂັມງວດ ຜູ້ໄດ້ຮັບອະນຸຍາດຕ້ອງດຳເນີນການຈັດສັນ ບໍລິການໃຫ້ຖືກຕ້ອງສອດຄ່ອງ ຕາມລະບຽບກົດໝາຍ ທັງນີ້ກໍ່ເພື່ອເຮັດໃຫ້ຕະຫຼາດແຫ່ງນີ້ມີຄວາມຍືນຍົງ ເຕີບໃຫຍ່ຂະຫຍາຍຕົວ ນອກຈາກນີ້ຂະແໜງການທີ່ກ່ຽວຂ້ອງຕ້ອງ ເປັນເຈົ້າການເອົາໃຈໃສ່ກະຕຸກຊຸກຍູ້ອຳນວຍຄວາມສະດວກ ແລະໃຫ້ການຊີ້ນຳ ຄຳປຶກສາຜູ້ບໍລິຫານຈັດສັນຕະຫຼາດຈັດຕັ້ງປະຕິບັດຕາມລະບຽບກົດໝາຍວາງອອກຢ່າງເຄັ້ມງວດ.

    ຕອນທ້າຍ ຄະນະປະທານຍັງໄດ້ໃຫ້ກຽດ ຕັດແຖບຜ້າ ໂດສ່ອງໝ້າອໍານາດການປົກຄອງເມືອງ-ບ້ານແລະປະຊາຊົນ-ພໍ່ຄ້າຊາວຂາຍ ຢ່າງເປັນທາງການ, ພ້ອມທັງໄດ້ຢ້ຽມຊົມຕະຫຼາດກາງຄືນ, ການສະແດງສິນລະປະແລະກິດຈະກຳພາຍໃນງານຕື່ມອີກ.