ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

   ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 4 ຕຸລາ 2011 ນີ້,​ໄດ້​ຈັດ​ພິທີ​ມອບ​ໃບຢັ້ງຢືນ​ການ​ຮຽນ​ການ​ໃຫ້​​ແກ່​ນັກສຶກສາ​ທີ່ຈົບ​ຫຼັກສູດ​ການ​ຮຽນ​ຂອງ​ໂຮງຮຽນ ສູນ​ພາສາ​ອັງກິດລັດຕະນະ​ໄພ​ວັນ ຂຶ້ນ​ຢ່າງ​ເປັນ​ທາງ​ການຢູ່​ທີ່​ສະ​ໂມ​ສອນ​ຂອງ​ເມືອງ. ​ໂດຍ​ພາຍ​ໃຕ້​ການ​ເປັນປະທານ​ຂອງ​ທ່ານ ບຸນ​ມີ ສະຫວັດດີ ຜູ້ອຳນວຍການ​ວິທະຍາ​ໄລ​ໄຊ​ພັດທະນາ​ສາຂາ​ແຂວງ ວຽງ​ຈັນ,ທ່ານ ຄຳ​ນາມ ພິມ​ມະ​ສອນ ຄະ ນະປະຈຳຮອງ​ເລຂາ​ພັກ​ເມືອງຫົວໜ້າ​ຄະນະ​ຈັດ​ຕັ້ງ​ເມືອງ,ທ່ານ ອ໊ອດ ​ແສງ​ພິມ ກຳມະການ​ພັກ​ເມືອງ ຫົວໜ້າ​ຫ້ອງການ​ສຶກສາ​ເມືອງ. ​ເຂົ້າ​ຮ່ວມ​ພິທີ​ມີ​ບັນດາຫົວ​ໜ້າ​ອົງການ​ທີ່​ກ່ຽວ​ຂ້ອງ,​ແຂກ​ຖືກ​ເຊີນ,​ຄູ​ອາຈານພ້ອມ​ດ້ວຍ​ນ້ອງ​ນັກຮຽນຫຼາຍກ່ວາ 190 ຄົນ​ເຂົ້າ​ຮ່ວມ​ຢ່າ​ພ້ອມພຽງ.

   ​ໃນ​ພິທີ​ທ່ານ ບຸນ​ຈັນ ລັດຕະນະ​ໄພ​ວັນ​ຫົວໜ້າ​ການສຶກສາພາກ​ເອກະ​ຊົນ​ເມືອງ ວັງ​ວຽງ ທັງ​ເປັນຜູ້ນວຍ​ການ​​ໂຮງຮຽນສູນ​ພາສາ​ອັງກິດລັດຕະນະ​ໄພ​ວັນ​ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບການຈັດ​ຕັ້ງ​ປະຕິບັດແຜນການຮຽນ​-ການສອນ .  ອີງ​ຕາມ​:​ແຜນ​ຍຸດ​ທະ​ສາດ​ສົ່ງ​ເສີມ​ການ​ສຶກສາ​ພາກ​ເອກະ​ຊົນ 2010-2020,​ເພື່ອ​ເປັນ​ການຈັດ​ຕັ້ງ​ປະ​ຕິ​ບັດມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ່ 5 ຂອງ​ອົງຄະ​ນະ​ພັກ​ເມືອງ ວັງ​ວຽງ ​ໃນ​ຂະ​ແໜງ​ການ​ສຶກສາ​ກໍ​ຄື​ແຜນ​ພັດທະນາ​ການ​ສຶກສາຂອງ​ຫ້ອງການ​ສຶກສາ ​ແລະ ກິລາ​ເມືອງ ວັງ​ວຽງ​ໄດ້​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ​ໃນສົກຮຽນ 2010-2011 ນີ້ ພວກ​ເຮົາ​ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫລີ​ມ ສະຫລອງ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ,​ເຂົ້າ​ຮ່ວມ​ຂະ​ບວນການ​ຕ່າງໆ​ຂອງ​ເມືອງ,​ເຂົ້າ​ຮໍ່າຮຽນ​ເອກະ​ສານ ​ເປີດ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ຂຽນ​ໃບສຳ​ຫລວດ​ຕົນ​ເອງ ​ແລະ​ເຊື່ອມຊຶມ​ເອກະສານ​ມະຕິ 9 ຂອງ​ພັກ. ວຽກ​ງານ​ທາງ​ດ້ານ​ການ​ສຶກສາ​ທາງ​ພວກ​ເຮົາ​ໄດ້​ແບ່ງ​ຫຼັກສູດ​ເປັນ 4 ລະດັບ​ຕາມ​ການຊີ້​ນຳ​ຂອງ​ກົມ​ຄຸ້ມ​ຄອງ​ການ​ສຶກສາ​ພາກ​ເອກະ​ຊົນ, ​ເງື່ອນ​ໄຂ​ຂອງ​ຜູ້​ທີ່​ຈະ​ເຂົ້າ​ຮຽນ​ແມ່ນ​ບໍ່​ຈຳ​ແນ​ກ​ເພດ​ໄວ,ຊົນ​ເຜົ່າ,​ເຊື້ອ​ຊາດ,ສາດ​ສະໜາ ​ແລະ​ ຖານະທາງ​ດ້ານ​ເສດຖະກິດ​-ສັງຄົມ. ຜູ້​ທີ່​ມີ​ອາຍຸ​ແຕ່ 7 ປີຂຶ້ນ​ໄປ,ປະ ກອບ​ເອກ​ະສານ​ຄົບ​ຖ້ວນ​ແລະ​ເຫັນ​ດີ​ປະຕິບັດ​ກົດ​ລະບຽບ​ຂອງ​ສູນ​ວາງ​ອອກ​ທຸກ​ຢ່າງ​. ​ພວກ​ເຮົາ​ມີ​ຄູ​ອາຈານ​ແລະ​ນັກຮຽນ​ທັງ​ໝົດ 487 ຄົນ, ຍິງ 260 ຄົນ ​ໃນ​ນີ້​ມີ​ຄູ​ອາຈານ​ຈຳນວນ 7 ທ່ານ. ຍິງ 3 ທ່ານ, ​ແລະ ມີ​ພຣະ 9 ອົງ,ສຳມະ​ເນນ​ 15 ອົງຜ່ານ​ການ​ສອບ​ເສັງ ​ແລະ ປະ​ເມີນ​ຜົນ​ເຫັນ​ວ່າ​ໃນ​ລະດັບ​ເລີ່​ມຕົ້ນ​ຈຳນວນ 184 ຄົນ, ຍິງ 93 ຄົນ, ​ເປັນ​ພຣະ 8 ອົງ, ​ເປັນ​ສຳມະ​ເນນ 4 ອົງ.  ​ໃນ​ນີ້​ມີ​ນັກຮຽນ​ເກັ່ງ 88 ຄົນ , ຍິງ 42 ຄົນ, ​ເປັນ​ພຣະ 7 ອົງ, ສຳມະ​ເນນ 2 ອົງ ນອກຈາກ​ຈຳນວນ​ນີ້​ກຳລັງກຽມ​ຈ​ະເກັ່ງ. ຕໍ່​ກັບ​ວຽກ​ງານ​ນະ​ໂຍບາຍ​ໄດ້​ຍົກ​ເວັ້ນບໍ່​ເກັບຄ່າຮຽນ​ຕໍ່​ນັກຮຽນ​ຜູ້​ທີ່​ຂາດ​ເຂີນ​ຈຳນວນ 18 ຄົນ, ຍິງ 10 ຄົນ ຄິດ​ເປັນ​ມູນ​ຄ່າ 3.888.000 ກີບ/ປີ.  ​ແລະ ສຳລັບ​ການຮຽນ-​ການ​ສອນ​ສົກຮຽນ 2011-2012 ​ແມ່ນ​ເພື່ອ​ແນ​ໃສ່ຈັດ​ຕັ້ງ​ປະຕິ​ບັດ​ຈຸດໝາຍ​ລວມຂອງ​ກະຊວງ​ສຶກສາທິການ ​ແລະ ກິລາ​ວາງ​ອອກ​ເປັນ​ຕົ້ນ​ແຜ​ນພັດ​ທະນາການ​ສຶກສາ​ພາກ​​ເອກະ​ຊົນ 5 ປີ ຄັ້ງ​ທີ່ 7 ​ແນ​ໃສ່​ສ້າງ​ບຸກຄະລາ​ກອນ​ໃຫ້​ມີ​ຄຸນ​ນະພາ​ບ​ເພື່ອ​ຮັບຮອງ​ການ​ພັດທະນາ ​ເສດຖະກິດ-ສັງຄົມ​ຢູ່​ປະ​ເທດ​ເຮົາ.

   ​ໃນ​ຕອນ​ທ້າຍ​ຂອງ​ພິທີ​ຍັງ​ໄດ້​ຮັບ​ຟັງ​ຄຳ​ໂອ້​ລົມ​ຈາກ​ປະທານ​ທ່ານ ຄຳ​ນາມ ພິມ​ມະ​ສອນ ຄະນະປະຈຳຮອງ​ເລຂາ​ພັກ​ເມືອງຫົວໜ້າ​ຄະນະ​ຈັດ​ຕັ້ງ​ເມືອງ ​ແລະ ຍັງ​ໄດ້​ໃຫ້ກຽດ​ມອບ​ໃບ​ຢັ້ງຢືນ​ໃຫ້​ແກ່​ນັກສຶກສາ​ທີ່​​ເຮັດ​ສຳ​ເລັດການ​ສຶກສາ​ໃນ​ໄລຍະ​ໜຶ່ງ.

 

Delicious Digg Fark Twitter