ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ໃນຕອນ​ເຊົ້າຂອງ​ວັນ​ທີ 7 ຕຸລາ 2011 ນີ້,​ໄດ້​​ເປີດ​ການ​ຝຶກ​ອົບຮົມ​ໃຫ້​ແກ່ຜູ້ປະ​ກອບ​ການ​ທຸລະ​ກິດ​ທີ່​ເຄື່ອນ​ໄຫວທາງ​ດ້ານ​ວັດທະນະທຳທົ່ວ​ເມືອງ ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ທີ່ ສະ​ໂມ​ສອນ​ຂອງ​ເມືອງ ວັງ​ວຽງ ​ແຂວງ ວຽງ​ຈັນ.   ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ​ແສງບົວລອນ,ທ່ານ ຄຳ​ນາມ​ ພິມ​ມະ​ສອນ  ຄະນະ​ປະຈຳ​ຮອງເລຂາ​ພັກ​ເມືອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ເມືອງ ,​ ທ່ານ ອຸ່ນ​ເຮື​ອນ ອຸ​ໄທ​ທິດ ​ຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ-ວັດທະນະທຳ​ເມືອງ. ​ມີ​ບັນດາ​ຫົວໜ້າຫ້ອງການ,ວິຊາ​ການ,ນາຍບ້ານ​ແຕ່​ລະ​ບ້ານ​ຂອງ​ເມືອງ​ພ້ອມ​ກັບຫົວໜ້າ​ວົງ​ດົນຕີ,ຫ້ອງ​ບັນ​ເທີ​ງ,ຄາ​ລາ​ໂອ​ເກະ ​ແລະ ຮ້ານ​ກິນ​ດື່ມ-ຮ້ານ​ອາຫານ​ທີ່​ມີ​ການບັນ​ເທີ​ງ ​​ເຂົ້າຮ່ວມ 80 ທ່ານ​ຍິງ 35 ທ່ານຢ່າ​ງພ້ອມ​ພຽງ.

  ​ໃນ​ພິທີ​ໄດ້​ຮັບ​ຟັງ​ຂໍ້​ຕົກລົງ​ຂອງ​ທ່ານ ​ແສງ​ບົວ​ລອນ ທຳ​ມີ​ພົນ ກຳ​ມະ​ການ​ພັກ​ແຂວງ ຮອງຫົວໜ້າ​ພະ​ແນ​ກຖະ​ແຫຼ​ງຂ່າວ-ວັດ​ທະ​ທຳ​ແຂວງ ວຽງ​ຈັນ ​ເອກະ​ສານທີ​ນຳ​ມາສະ​ເໜີ​ຄັ້ງ​ນີມີ​ເອກະສານ ກ່ຽວ​ກັບ​ທັດສະນະ​ຂອງ​ພັ​ກແລະນະ​ໂຍບາຍ​ຂອງ​ລັດ​ຕໍ່​ວັດທະນະທຳ​ດ້ານ​ສິລະ​ປະ​ການສະ​ແດງ, ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລິ​ຂະ​ສິດ​ການ​ຜະລິດ​ແລະ​ຈຳໜ່າຍ​ກະ​ແຊັດ,​ແຜ່ນສຽງ

ພີ​ມຮູບ​ເງົາ​ກ່ຽວ​ກັບ​ການສະ​ແດງ​ສິລະ​ປະ​ຂະ​ແໜງ​ຕ່າງໆ​ໃນ ສ ປ ປ ລາວ. ທ່ານ​ຍັງ​ໄດ້​ເໜັ້ນໜັກ​ຕໍ່​ກັບ​ການ​ເສີມ​ຂະຫຍາ​ຍ ສິລະ​ປະການ​ສະ​ແດ​ງມີ​ລັກສະ​ນະ​ຊາດ, ລັກສະນະ​ມະຫາຊົນ ​ແລະ ລັກສະນະ​ກ້າວໜ້າ ​ໂດຍ​ແນ​ໃສ່ສ້າງຄົນ​ລາວ​ໃຫ້​ມີ​ນ້ຳ​ໃຈຮັກຊາດ​,ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະ​ຫຍາ​ຍວັດທະນະທຳ​ລາວ​ໃຫ້​ຢູ່​ຄູ່ກັບ​ຄົນ​ລາວຕະຫຼອດ​ໄປ.

   ຕອນ​ທ້າຍຍັງ​ໄດ້​ຮັບ​ຟັງ​ຂໍ້​ກຳນົດ​ວ່າ​ດ້ວຍ​ການ​ຄຸ້ມຄອງ​ແລະກວດກາ​ສະຖານ​ທີ່​ບັນ​ເທີ​ງ ​,ຫ້ອງ​ຄາ​ລາ​ໂອ​ເກະ ​ແລະກົດ​ລະບຽບ​ວ່າ​ດ້ວຍ​ການ​ຄຸ້ມຄອງການ​ເຄື່ອນ​ໄຫວ​ທາງ​ດ້ານ​ວັດທະນະທຳ​ຢູ່​ພາຍ​ໃນ​ແຂວງ ວຽງ​ຈັນ.

 

Delicious Digg Fark Twitter