ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

   ​ໃນ​ວັນ​ທີ 20-21 ຕຸລາ 2011 ນີ້,ຢູ່​ທີ່​ສະ​ໂມ​ສອນ​ເມືອງ ວັງ​ວຽງ ​ແຂວງ ວຽງຈັນ​ໄດ້​ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ ຄັ້ງ​ທີ 5 ສະ​ໄໝ​ທີ 5 ຂຶ້ນຢ່າງ​ເປັນ​ທາງ​ການ ພາຍ​ໃຕ້​ການ​ເປັນປະທານ​ຂອງ​ທ່ານ ອຸ່ນ​ແສງ ​ແກ້ວ​ດາ​ວັນ ຄະນະ​ປະຈຳ​ພັກ​ແຂວງ ​ເລຂາ​ພັກ​ເມືອງ​ເຈົ້າ​ເມືອງໆ​ວັງ​ວຽງ.

​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ເພັງ ສາຍ​ນໍລະ​ດີ ​ກຳມະ ການ​ປະຈຳ​ພັກ​ແຂວງຫົວໜ້າ​ຄະນະ​ຈັດ​ຕັ້ງ​ແຂວງ ວຽງ​ຈັນ ທັງ​ເປັນ​ຫົວ​ໜ້າສະມາຊິກ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ 10 ​ແຂວງ ວຽງ​ຈັນ, ມີ​ບັນດາ​ສະຫາຍ​ໃນ​ຄະນະ​ປະຈຳ​ພັກ​ເມືອງ, ກຳມະການ​ພັກ​ເມືອງ, ພະນັກງານ​ບຳນານ​ອາວຸ​ໂສ, ຫົວໜ້າ​ຫ້ອງການ,​ເລຂາ​ພັກ​ບ້ານ, ນາຍບ້ານ, ຜູ້​ປະກອບ​ການ​ທາງ​ດ້ານ​ທຸລະ​ກິດ ​ໃນ​ທົ່ວ​ເມືອງ​ເຂົ້າ​ຮ່ວມ 124 ສະຫາຍ, ຍິງ 5 ສະຫາຍ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

   ກອງ​ປະຊຸມ​ໄດ້​ຈັດ​ເປັນ​ເວລາ 2 ວາລະ​ເຊັ່ນ: ກອງ​ປະຊຸມ​ເປີດ​ກ້ວາງ ​ແລະ ກອງ​ປະຊຸມ​ພາຍ​ໃນ. ກອງ​ປະຊຸມຄັ້ງ​ນີ້​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ກາ​ນປັບປຸງ​ລະບົບ​ການ​ເມືອງ​ໃນ​ໄລຍະ​ປີຜ່ານມາ (2010-2011) ທິດ​ທາງ​ແຜນ​ການ​ປີ 2011-2012ບົດ​ລາຍ​ງານ​ສະພາບ​ການຈັດ​ຕັ້ງ​ປະຕິບັດວຽກ​ງານທາງ​ດ້ານ​ເສດຖະກິດ-ສັງຄົມ​ສົກ​ປີ 2010-2011 ​ແລະ ທິດ​ທາງ​ແຜນການ​ປີ 2011-2012, ບົດ​ສະຫຼຸບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ປະຈຳ​ປີ 2010-2011, ບົດ​ສະຫຼຸບ​ຂົງ​ເຂດ​ວຽກ​ງານບໍ​ລິ​ຫານ​ລັດ ​ແລະ ຕຸລາການ​ສົກ​ປີ 2010-2011 ​ແລະ ທິດ​ທາງ​ແຜນການ 2011-2012. ຈາກ​ນັ້ນ​ພິທີ​ຍັງ​ໄດ້ມີການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ສະຫຼຸບ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​ປີ ​ເພື່ອຄວາມ​ເປັນ​ເອກະ​ພາບ​ພ້ອມ​ກັນ​ແກ້​ໄຂ​ບັນຫາ​ທີ່​ອ່ອນ ​ແລະ ຄົງ​ຄ້າງ​ຢູ່​ໃນ​ຂັ້ນ​ບ້ານ, ກຸ່ມ​ບ້ານ, ສຳນັກງານ​ອົງການ​ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ປີ 2011-2012 ​ໃຫ້​ມີ​ຜົນສຳ​ເລັດ​ຕາມ​ລະດັບ​ຄາດ​ໝາຍ​ທີ່​ວາງ​ໄວ້​ໃຫ້​ມີ​ປະສິດທິ​ຜົນ​ສູງ%.

Delicious Digg Fark Twitter