ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

1. ຖ້າແມ່ໃຊ້ໃຫ້ໄປຊື້ຂອງ ຄິດວ່າແມ່ໃຫ້ໄປຊື້ຫຍັງ

     ກ. ນົມ
     ຂ. ຂະໜົມປັງ
     ຄ. ເຄັກ
     ງ. ໜັງສືພິມ
2. ຖ້າເຈົ້າແລ່ນໜີໝາຕົວໜຶ່ງ ເຫດຜົນແມ່ນ
     ກ. ຢ້ານມັນຫັນຕີ໋...ຖາມໄດ້
     ຂ. ຢ້ານວ່າໝາຈະມາແຍ່ງຂອງກິນທີ່ຖືມາ
     ຄ. ແລ່ນຫລີນກັບມັນ ເກັ່ງຈິ່ງແລ່ນມາດີ໋
3. ຖ້າແລ່ນໜີໝາຕົວນັ້ນຈົນມາເຈີກຳແພງສູງ ຈະເຮັດແນວໃດ
     ກ. ລອດປອ່ງນອ້ຍໆ ທີ່ກຳແພງອອກໄປ
     ຂ. ປີນບັນໄດຂ້າມໄປດີ໋
     ຄ. ແນມຫາປະຕູກອ່ນເລີຍ
4. ແນມໄກໄປໃນຫລັງປ່າ ເຈົ້າຄິດວ່າຈະເປັນປະສາດແບບໃດ
     ກ. ປະສາດງາມຄືອອກຈາກໜັງສື
     ຂ. ປະສາດຫີນບູຣານ
     ຄ. ປະສາດທີ່ມີແສງແວວວາວ
5. ເຈົ້າເຂົ້າໄປໃນປ່າເດີນທາງໄປທີ່ປະສາດຫລັງນັ້ນ ເຈົ້າຄິດວ່າທີ່ປ່ານັ້ນຈະພົບກັບສັດຫຍັງ
     ກ. ກະຮອກ
     ຂ. ກວາງ
     ຄ.ໝີ
     ງ. ເສືອ
6. ເຖິງໜ້າປະຕູປະສາດ ຂໍ້ຄວາມເທິງປ້າຍເຈົ້າຄິດວ່າຂຽນໄວ້ວ່າແນວໃດ
     ກ. ເຂົ້າໄດ້ສະເພາະຜູ້ຍິງ
     ຂ. ຄ່າຜ່ານປະຕູ 5000 ກີບ
     ຄ. ຫ້າມເຂົ້າ!
     ງ. ຍິນດີຕອ້ນຮັບ
7. ໃນປະສາດມຶດແທ້ໆໆໆໆໆໆ ແຕ່ຄາວໜຶ່ງກໍມີກິ່ນໜຶ່ງພັດມາ ເຈົ້າຄິດວ່າຈະເປັນກິ່ນແບບໃດ
     ກ. ກິ່ນຫອມໜ້າກິນຂອງ Pineapple
     ຂ. ກິ່ນໂຕຂອງໃຜຜູ້ໜຶ່ງ
     ຄ. ກິ່ນນ້ຳຫອມ
 
ສະເລີຍ
 
1. ເຈົ້າເປັນຄົນແບບໃດ
     ກ. ເປັນຄົນງຽບໆ ມັກຢູ່ຄົນດຽວ ມີຫຍັງກໍມັກຈະເກັບໄວ້ໃນໃຈ ອອ່ນໄຫວ ແລະຊ່າງຝັນ
     ຂ. ເປັນສາວສັງຄົມ ມັກເຮັດງານ ມີຄວາມມັ່ນໃຈ ບໍ່ວ່າເລື່ອງຫຍັງກໍ່ເບິ່ງທ້າທາຍໄປໝົດ
     ຄ. ເປັນຄົນສົດໃສ ໜ້າຮັກ ນຳແຟຊັ່ນ ຢູ່ໃສເປັນຕອ້ງເດັ່ນ ບໍ່ເດັ່ນເມື່ອໃດ ແມ່ນກຸ້ມໃຈເມື່ອນັ້ນ
     ງ. ເປັນຄົນຮັກຄອບຄົວຫລາຍໆ ລະຫວ່າງໄປທ່ຽວກັບເພື່ອນກັບຢູ່ກັບຄອບຄົວ ເຈົ້າເລື່ອກຢູ່ກັບຄອບຄົວແນ່ນອນ ເຈົ້າປລຶ້ມຄອບຄົວຂອງເຈົ້າຫລາຍ
 
2. ຮູບແບບຄວາມຮັກທີ່ເຈົ້າປາດຖະໜາ
     ກ. ເຈົ້າປາດຖະໜາຄວາມຮັກທີ່ໜ້າຮັກ ກຸ໊ກກິ໊ກ ຫວານໃສກັນທຸກວັນ Happy!!!
     ຂ. ຮັກທີ່ເຈົ້າຕອ້ງການຕອ້ງເຄົາລົບນັບຖືກັນໄດ້ ຖ້າເຂົາບໍ່ມີດີໃຫ້ເຈົ້າເຫັນ ເຈົ້າກໍບໍ່ຮັກເຂົາຫລອກ
     ຄ. ເຈົ້າປາດຖະໜາຮັກແບບເພື່ອນທີ່ເປີດໃຈເວົ້າກັນໄດ້ທຸກເລື່ອງ
 
3. ເຈົ້າຕັ້ງໜ້າຕັ້ງຕາລໍ ຮັກຢູ່ຫລືບໍ່
     ກ. ເຈົ້າກຳລັງຕັ້ງໜ້າຕັ້ງຕາລໍ ຮັກສຸດໆ ວັນໜຶ່ງ...ຖ້າມີຄວາມຮັກກັບເຂົາກໍສະນຸກເລີຍລະ!
     ຂ. ເຈົ້າບໍ່ຄອ່ຍແແຮປປີ້ກັບເລື່ອງຮັກເທົ່າໃດ ເພາະລ້າບຈຳກັບຮັກທີ່ຜ່ານມາ ມີຮັກໃໝ່ເຂົ້າມາກໍຍັງຫວັ່ນໆ ບໍ່ກລ້າຈະເປີດໃຈຕົວເອງ
     ຄ. ເຈົ້າເຊື່ອເລື່ອງພົມລິຂິດ ເຖິງເວລາຄວາມຮັກກໍຈະມາເອງລະ ບໍ່ໄດ້ຕັ້ງໜ້າຕັ້ງຕາລໍຫລອກ ແຕ່ລະວັນບໍ່ເຄີຍຄິດເລື່ອງຮັກໆຫລອກ
 
4. ສິ່ງທີ່ເຈົ້າຢາກໄດ້ຕອນນີ້
     ກ. ເຈົ້າຢາກໃຫ້ໃຜໆ ອິດສາໃນຕົວເຈົ້າ ເຈົ້າຢາກຈະເກັ່ງ ແລະໂດດເດັ່ນໃນສາຍຕາຄົນອື່ນ
     ຂ. ເຈົ້າຢາກໃຫ້ທຸກຄົນເຫັນຄວາມຕັ້ງໃຈຈິງຈອງເຈົ້າ ບໍ່ວ່າຈະເປັນເລື່ອງງານ ຫລືການຄົບເພື່ອນ ໃຈສຳຄັນສຳລັບເຈົ້າຫລາຍ
     ຄ. ເງິນຄືສິ່ງທີ່ເຈົ້າປາດຖະໜາ ຖ້າມີເງິນຫລາຍເຈົ້າກໍຈະຮູ້ສຶກມັ່ນໃຈໄດ້
 
5. ຄົນທີ່ເຈົ້າປາດຖະໜາ
     ກ. ເຈົ້າມັ່ນໃຈວ່າເຈົ້າເປັນຄົນເກັ່ງ ຖ້າເຂົາເປັນຄົນເກັ່ງຄືກັນແຫ່ງຜິດກັນຕາຍເລີຍ ເຈົ້າມັກຄົນວ່ານອນສອນງ່າຍ
     ຂ. ເຈົ້າປາດຖະໜາຄູ່ຮັກແບບເພື່ອນ ເວົ້າກັນໄດ້ທຸກເລື່ອງ ມີສິດເທົ່າທຽມກັນ ບໍ່ມີໃຜນຳໃຜ ຢ່າງນີ້ລະເທົ່າທຽມກັນດີ
     ຄ. ເຈົ້າມັກຄົນທີ່ເຂັ້ມແຂງ ປອ້ງກັນໄດ້
     ງ. ເຈົ້າມັກຄົນເກັ່ງ ສະຫລາດ ເປັນຜູ້ນຳ ເພາະເຈົ້າຂີ້ອອ້ນມັກເປັນຜູ້ຕາມ
 
6. ຄວາມເພຶ່ງພໍໃຈໃນຕົວເອງ
     ກ. ເຈົ້າເພຶ່ງພໍໃຈໃນຕົວເອງຫລາຍໆໆໆ ເອີ້ນວ່າ ຫລົງຕົວເອງເລີຍລະ ມັກແຕ່ຄຳຊົມ ຫ້າມຕິເດັດຂາດ
     ຂ. ເຈົ້າຈະພໍໃຈໃນຕົວເອງກໍຕໍ່ເມື່ອ ເຈົ້າເຮັດຕົວໃຫ້ມີຄຸນຄ່າເຊັ່ນ: ເຮັດວຽກໄດ້ດີ ຮຽນເກັ່ງ ເຈົ້າມັກຈະບໍ່ມັກຕົວເອງ ຖ້າເຮັດຫຍັງຜິດພາດ
     ຄ. ເຈົ້າບໍ່ພໍໃຈຕົວເອງເອົາແທ້ໆ ແບບນີ້ແມ່ນບໍ່ດີ ເຈົ້າຕອ້ງເພຶ່ງພໍໃຈຕົວເອງແນ່ ເຖິງຈະມັ່ນໃຈ ແລະມີຄວາມສຸກໄດ້
     ງ. ເຈົ້າພໍໃຈຕົວເອງໂດຍທຳມະຊາດ ບໍ່ຕອ້ງເດັ່ນ ບໍ່ຕອ້ງເກັ່ງ ເປັນແບບນີ້ກໍແຮປປີ້ແລ້ວ
 
7. ຈຸດອອ່ນຂອງເຈົ້າ
     ກ. ເຈົ້າແພ້ລູກອອ້ນ ລອງຖ້າແຟນອອ້ນເຈົ້າວ່າ ເຫງົາເດ່...ຢູ່ຕໍ່ອີກນໍຮັບຮອລວ່າເຈົ້າຈະປະຕິເສດບໍ່ອອກ
     ຂ. ເຈົ້າແພ້ຄວາມໂຣແມນຕິກ ຖ້າເຂົາເຂົ້າມາກອດເຈົ້າດວ້ຍທ່າທາງຊາບຊຶ້ງ ເຖິງເຈົ້າຈະຄຽດປານໃດກໍໃຈອອ່ນແນ່ນອນ
     ຄ. ເຈົ້າແພ້ບັນຍາກາດ ຖ້າເຂົາສ້າງບັນຍາກາດດີໆ ພາເຈົ້າໄປທີ່ດີໆ ທີ່ເຂົາໄປເຮັດເຈົ້າຊູ້ກັບໃຜໆ ລຶມໝົດ!
Delicious Digg Fark Twitter