ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ເງື່ອນໄຂການໃຊ້ບໍລິການ

ເວັບໄຊພັນລາວ.ຄອມ ເປັນເວັບໄຊທີ່ມີຜູ່ເຂົ້າຊົມຈາກຫຼາກຫຼາຍອາຊີບ ແລະມີອາຍຸທີ່ແຕກຕ່າງກັນ ເຖິງສ່ວນໃຫຍ່ຈະເປັນໄວໜຸ່ມ ແລະໄວທີ່ເຮັດວຽກເຮັດການແລ້ວ ແຕ່ກໍມີບາງພາກສ່ວນທີ່ຍັງເປັນເຍົາວະຊົນຢູ່ ດັ່ງນັ້ນແລ້ວ ການຂີດຂຽນຂໍ້ຄວາມໃດກໍຕາມ ຂໍໃຫ້ຄຳນຶງເຖິງຜົນທີ່ຈະຕາມມາ ໂດຍສະເພາະແມ່ນຕໍ່ພາບຮວມຂອງປະເທດ ແລະວັດທະນະທຳອັນດີງາມຂອງຊາດລາວເຮົາ.

ການສະແດງທັດສະນະຄະຕິຂອງທ່ານ ສາມາດເຮັດໄດ້ເສລີ ແຕ່ຕ້ອງຢູ່ໃນຂອບເຂດອັນຄວນ ແລະມີສາມັນສຳນຶກທີ່ດີ; ການມີພຶດຕິກຳໃດໆ ກໍຕາມທີ່ຂັດຕໍ່ລະບຽບກົດໝາຍ ແລະລະບຽບພາຍໃນຂອງເວັບໄຊ ແມ່ນຖືເປັນຂໍ້ຫ້າມຢ່າງຍິ່ງ. ທາງທີມງານ ໄດ້ຕັ້ງກົດລະບຽບຂຶ້ນມາເທົ່າທີ່ຈຳເປັນດັ່ງລຸ່ມນີ້:

   1. ຫ້າມພະຍາຍາມສ້າງຄວາມເສຍຫາຍໃຫ້ລະບົບ.
   2. ຫ້າມໃຊ້ຄຳເວົ້າທີ່ຫຍາບຄາຍ.
   3. ຫ້າມໃຊ້ຄຳເວົ້າເພື່ອສຽດສີສະມາຊິກຄົນອື່ນ.
   4. ຫ້າມກ່າວໂຈມຕີສະມາຊິກຄົນອື່ນໂດຍທີ່ບໍ່ມີມູນຄວາມຈິງ.
   5. ຫ້າມກ່າວໂຈມຕີສະມາຊິກຄົນອື່ນຮຸນແຮງເກີນຂອບເຂດ
   6. ຫ້າມປະພຶດຕົນເປັນ “ຫ້ຽນ”.
   7. ຫ້າມສະແດງກິລິຍາ ຫຼືການປະພຶດທີ່ບໍ່ສົມຄວນໃນເວັບໄຊ.
   8. ຫ້າມຂຽນບົດຄວາມຫຼືເລື່ອງທີ່ເຮັດໃຫ້ເກີດຄວາມແຕກແຍກລະຫວ່າງຄົນໃນຊາດ ແລະລະຫວ່າງປະເທດ.
   9. ຫ້າມກະທຳການອັນເຂົ້າຂ່າຍ SPAM ຄື ການສົ່ງຂໍ້ຄວາມ ຫຼືພຶດຕິກຳຊ້ຳໆ ກັນເກີນຂອບເຂດອັນຄວນ ເຊັ່ນການສົ່ງຂໍ້ຄວາມຊ້ຳໆ ຫຼືຄ້າຍໆ ກັນ ຫຼືມີຄວາມໝາຍດຽວກັນຫລາຍໆຄັ້ງເຂົ້າມາໃນລະບົບ.
  10. ຫ້າມສົ່ງຮູບໂປ້ ຮູບເປືອຍ ຫຼືຮູບທີ່ມີເນື້ອຫາບໍ່ເຫມາະສົມ ຂັດຕໍ່ປະເພນີອັນດີງາມຂອງລາວເຮົາ.
  11. ການຂຽນບົດເລື່ອງ ຫຼືຂໍ້ຄວາມທີ່ສໍ່ໄປທາງເພດ ໂດຍບໍ່ໃຫ້ປະໂຫຍດຫຍັງແກ່ຜູ່ອ່ານ ແມ່ນບໍ່ອະນຸຍາດໃຫ້ຂຽນ.
  12. ການສະໝັກເປັນສະມາຊິກພັນລາວເພື່ອຂຽນຂໍ້ຄວາມເຊື້ອເຊີນ ໃຫ້ສະມາຊິກຄົນອື່ນໄປເຮັດທຸລະກິດຕ່າງໆ ໂດຍສະເພາະ MLM ນັ້ນ ຖືເປັນຂໍ້ຫ້າມ.
  13. ການໂຄສະນາບໍ່ວ່າຈະເປັນທາງກົງ ຫຼືທາງອ້ອມ. ຫາກຕ້ອງການລົງໂຄສະນາ ທາງເວັບໄຊກໍຈັດສັນພື້ນທີ່ໃຫ້ແລ້ວ ກະລຸນາໄປທີ່ໜ້າ
ໂຄສະນາ.
  14. ສຳລັບການຂຽນເນື້ອຫາຕ່າງໆ ໃນໄດອາຣີ່, ແບບສຳຫຼວດ ແລະກະທູ້ໃນເວັບບອດ ເປັນຕົ້ນ ແຕ່ລະໝວດກໍມີກົດລະບຽບສະເພາະ ເຊິ່ງລະບຸໄວ້ໃນແຕ່ລະສ່ວນຢ່າງຈະແຈ້ງ ການລະເມີດກົດດັ່ງກ່າວຖືເປັນການລະເມີດເງື່ອນໄຂການໃຫ້ບໍລິການເຊັ່ນກັນ.
  15. ພາສາທີ່ອະນຸຍາດໃຫ້ໃຊ້ໃນເວັບໄຊພັນລາວແມ່ນພາສາລາວ ຫາກທ່ານໃຊ້ພາສາອັງກິດ ຈະຕ້ອງມີຄຳແປປະກອບເປັນພາສາລາວສະເໝີ. ຫາກຄອມພິວເຕີຂອງທ່ານພິມພາສາລາວບໍ່ໄດ້ ກະລຸນາອ່ານ
ບ່ອນນີ້.
  16. ພາສາລາວ ເປັນພາສາຂອງຊາດ ເປັນພາສາຫຼັກທີ່ຄົນລາວເຮົາໃຊ້ ກະລຸນາໃຊ້ພາສາລາວໃຫ້ຖືກຕ້ອງຕາມຫຼັກພາສາ. ຫາກທີມງານເວັບໄຊພັນລາວພົບວ່າ ທ່ານໃຊ້ພາສາລາວຜິດໂດຍປະການຕ່າງໆ ເຊັ່ນ ສະກົດຄຳສັບຜິດ ທີມງານມີສິດແຈ້ງໃຫ້ທ່ານແກ້ໄຂ ແລະຫາກຍັງບໍ່ແກ້ໄຂ ທາງທີມງານຂໍສະຫງວນສິດໃນການລຶບ ຫຼືປິດບໍ່ໃຫ້ສະແດງເນື້ອຫາທີ່ທ່ານຂຽນຂຶ້ນໃຫ້ເຫັນເທິງໜ້າເວັບ.
  17. ຫ້າມບໍ່ໃຫ້ມີການແຈກຈ່າຍ Software ຫຼືໂປຣແກຣມ ທີ່ເປັນການລະເມີດລິຂະສິດ.

ເມື່ອທ່ານສະໝັກເປັນສະມາຊິກເວັບໄຊພັນລາວແລ້ວ ຖືວ່າທ່ານໄດ້ຍອມຮັບຕາມກົດກະຕິກາຂ້າງເທິງນີ້ຄົບຖ້ວນທຸກປະການ ແລະທີມງານພັນລາວຂໍສະຫງວນສິດໃນການລຶບ ແກ້ໄຂ ຫຼືຫ້າມບໍ່ໃຫ້ທ່ານສາມາດນຳໃຊ້ລະບົບໄດ້ຫາກວ່າມີການຝ່າຝືນເກີດຂຶ້ນ ໂດຍບໍ່ແຈ້ງໃຫ້ຮູ້ລ່ວງໜ້າ.

ອັນນີ້ສິຊໍອະນຸຍາດແປໄທໃຫ້
เงื่อนไขการใช้บริการ
เว็บไซต์พันลาว.คอม เป็นเว็บไซต์ที่มีผู้เช้าชมหลากหลายอาชีพ และมีอายุที่แตกต่างกัน ถึงส่วยใหญ่จะเป็นวัยรุ่น และวัยที่ทำงานทำการแล้ว
แต่ก็ยังมีบางภาคส่วนที่ยังเป็นเยวชนอยู่ ดังนั้นแล้ว การขีดเขียนข้อความใดก็ตาม ขอให้คำนึงถึงผลที่จะตามมาโดยเฉพาะต่อภาพรวมของประเทศ
และวัฒนธรรมอันดีงามของชาติลาวเรา

การแสดงทัศนคติของท่าน สามารถทำได้เสรี แต่ต้องอยู่ในของเขตอันควร และมีสามัญสำนึกที่ดี การมีพฤติกรรมใดๆก็ตามที่ขัดต่อระเบียบกฎหมาย
และระเบียบภายในของเว็บไซต์ ก็ถือเป็นข้อห้ามอย่างยิ่ง ทางทีมงาน ได้ตั้งกฎระเบียบขึ้นมาเท่าที่จำเป็นด้านล่างนี้

1.ห้ามพยายามสร้างความเสียหายให้ระบบ
2.ห้ามใช้คำพูดที่หยาบคาย
3.ห้ามใช้คำพูดที่เสียดสีสมาชิกคนอื่น
4.ห้ามกล่าวหาสมาชิกคนอื่นโดยที่ไม่มีมูลความจริง
5.ห้ามกล่าวหาสมาชิกคนอื่นรุ่นแรงเกินขอบเขต
6.ห้ามประพฤติตนเป็น “ຫ້ຽນ”. (เกรียน)
7.ห้ามแสดงกิริยา หรือการประพฤติที่ไม่สมควรในเว็บไซต์
8.ห้ามเขียนบทความหรือเรื่องที่ทำให้แตกแยกระหว่างคนในชาติ และระหว่างประเทศ
9.ห้ามกระทำการอันเข้าข่าย SPAM
10.ห้ามส่งรูปโป็ รูปเปลือย หรือรูปที่มีเนื้อหาไม่เหมาะสม ขัดต่อประเพณีอันดีงามของลาวเรา
11.การเขียนบทความ หรือข้อความที่ส่อไปทางเพศ โดยไม่ให้ประโยชน์แก่ผู้อ่าน ก็ไม่อนุญาติให้เขียน
12.การสมัครเป็นสมาชิกพันลาว เพื่อเขียนข้อความเชื้อเชิญ ให้สมาชิกคนอื่นไปทำธุรกิจต่างๆ โดยเฉพาะ MLM นั้นก็เป็นข้อห้าม
13.การโฆษณาไม่ว่าจะเป็นทางตรง หรือทางอ้อม หากต้องการโฆษณา ทางเว็บไซต์ก็จัดสรรพื้นที่ให้แล้ว กรุณาไปที่หน้า
โฆษณา
14.สำหรับการเขียนเนื้อหาต่างๆในไดอารี่ แบบสำรวจ และกระทู้ในเว็บบอร์ด เป็นต้น แต่ละหมวดก็มีกฎระเบียบเฉพาะ ซึ่งระบุไว้ในแต่ละส่วนอย่างชัดเจน
    การละเมิดกฎดังกล่าว ก็เป็นการละเมิดเงื่นไข ให้บริการเช่นกัน
15.ภาษาที่อนุญาติให้ใช้ในเว็ยไซต์พันลาว คือภาษาลาว หากท่านใช้ภาษาอังกฤษ จะต้องมีคำแปลประกอบเป็นภาษาลาวเสมอ
    หากคอมพิวเตอร์ของท่านพิมพ์ภาษาลาวไม่ได้ กรุณาอ่าน
ตรงนี้
16.ภาษาลาว เป็นภาษาของชาติ เป็นภาษาหลักที่คนลาวเราใช้ กรุณาใช้ภาษาลาวให้ถูกต้องตามหลักภาษา หากทีมงานเว็บไซต์พันลาวพบว่า
    ท่านใช้ภาษาลาวผิดโดยประการต่างๆ เช่น สะกดศัพท์ผิด ทีมงานมีสิทธิ์แจ้งให้ท่านแก้ไข และหากยังไม่แก้ไข ทางทีมงานขอสงวนสิทธิ์ในการลบ
    หรือปิดไม่ให้แสดงเนื้อหาที่ท่านเขียนขึ้นให้เห็นทั้งหน้าเว็บ

17.ห้ามมิให้มีการแจกจ่าย Software หรือโปรแกรม ที่เป็นการละเมิดลิขสิทธิ์

เมื่อท่านสมัครเป็นสมาชิกเว็บไซต์พันลาวแล้ว ถือว่าท่านได้ยอมรับตามกฎกติกาข้างบนนี้ครบถ้วนทุกประการ และทีมงานพันลาวขอสงวนสิทธิ์ ในการลบ
แก้ไข หรือห้ามมิให้ท่านสามารถใช้ระบบได้หากว่ามีการฝ่าฝีนเกิดขึ้น โดยไม่แจ้งให้ทราบล่วงหน้า

Delicious Digg Fark Twitter