ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2014 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ສາຍລົມພັດ ສຽງເພັງວອນ ຕອນຫົວຄ່ຳ

ຊ່າງຕອກຍ້ຳ ຄວາມເຈັບ ໃຫ້ເໜັບໜາວ

ຄອຍຍ້ຳເຕືອນ ຄວາມຈຳ ທີ່ປວດລ້າວ

ທຸກຄັ້ງຄາວ ທີ່ຝົນຕົກ ຫົດຫູ່ໃຈ

 

ຫຍາດນ້ຳຝົນ ຫຍົດຫຍາດ ລົງໃຕ້ລ້າ

ຫຍາດນ້ຳຕາ ໄຫລຫຍົດ ລົງແກ້ມໃສ

ສາຍນ້ຳຝົນ ປົນນ້ຳຕາ ມາຄັ້ງໃດ

ສະເທືອນໃຈ ສະທ້ານຈິດ ຄິດກັງວົນ

 

ເມື່ອສາຍຝົນ ໂປຍປາຍ ໃຈຍິ່ງເຈັບ

ມັນອັກເສບ ທຸກຄັ້ງ ທີ່ຖືກຝົນ

ພາບອາດີດ ຕອກຍ້ຳໃຈ ໃນວັງວົນ

ຢືນທ່າມກາງ ສາຍຝົນ ທີ່ຫລົ່ນມາ

 

ຟ້າບັນດົນ ຝົນກະໜ່ຳ ນ້ຳຕາຟ້າ

ໄຫລອອກມາ ຈາກຂົ້ວ ຫົວໃຈຝົນ

ເໝືອນນ້ຳຕາ ທີ່ຫລັ່ງລິນ ຈາກໃຈຄົນ

ຫຍາດນ້ຳຝົນ ຫຍົດນ້ຳຕາ ແສນອາໄລ

 

 

ຂໍຝາກບົດກອນເກົ່າທີ່ເຄີຍຂຽນໄວ້ອີກສອງບົດຈາກລິ້ງທາງລຸ່ມ

 ສາຍຝົນກັບລົມໜາວ

 ລົມໜາວກັບຄວາມເຫງົາ