ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ສາຍຝົນໄຫລ ຫລັ່ງລິນ ຕອນສິ້ນແສງ
ສາຍລົມແຮງ ພັດມາ ພາໃຈຫວັ່ນ
ແສງເລີ່ມຈາງ ຈາກຈອນ ອ້ອນຕາວັນ
ຄ່ຳຄືນນັ້ນ ຊ່າງມືດມິດ ສະນິດຕາ

ສາຍລົມພິ້ວ ປິວສະໄຫວ ໃຈແສນຫ່ວງ
ແສງຕາວັນ ລັບລ່ວງ ຍັງຫ່ວງຫາ
ຄິດຮອດເຂົາ ບໍ່ເຄີຍຈາງ ເຖິງຫ່າງຕາ
ຕາວັນລາ ໃຈລອນ ເລີ່ມອ່ອນໃຈ

ສາຍລົມພັດ ສຽງເພັງວອນ ສະທ້ອນອົກ
ເໝືອນກັບຕົກ ເຫວເລິກ ຍາກທົນໄຫວ
ສັນຍາຮັກ ຝາກກັບລົມ ເຖິງຄົນໄກ
ຝາກຫົວໃຈ ຝາກໄປໃຫ້ ໃຜຈັກຄົນ

ໜາວນ້ຳຄ້າງ ໜາວລົມ ຂົ່ມຕາຫລັບ
ຍາມຟ້າດັບ ມືດມົວ ສະລົວໝົ່ນ
ມີສາຍໝອກ ໄຫລລິນ ພ້ອມລົມວົນ
ຄິດຮອດຄົນ ທີ່ເຄີຍຢູ່ ຄຽງຂ້າງກາຍ

ເມື່ອຄວາມຮັກ ຈາກລາ ພາໃຈເຫງົາ
ຄິດຮອດເຂົາ ເສົ້າທຸກຄືນ ບໍ່ເຄີຍຫາຍ
ບໍ່ມີເຂົາ ຢູ່ຄຽງຂ້າງ ຊ່າງດຽວດາຍ
ຮັກຈາງຫາຍ ສະລາຍໄປ ກັບສາຍລົມ