ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
<!--[if gte mso 9]> Normal 0 false false false EN-US X-NONE TH MicrosoftInternetExplorer4 <![endif]--><!--[if gte mso 9]> <![endif]--><!-- /* Font Definitions */ @font-face {font-family:"Cordia New"; panose-1:2 11 3 4 2 2 2 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:16777219 0 0 0 65537 0;}@font-face {font-family:"Cambria Math"; panose-1:2 4 5 3 5 4 6 3 2 4; mso-font-charset:0; mso-generic-font-family:roman; mso-font-pitch:variable; mso-font-signature:-1610611985 1107304683 0 0 159 0;}@font-face {font-family:Calibri; panose-1:2 15 5 2 2 2 4 3 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-1610611985 1073750139 0 0 159 0;}@font-face {font-family:Tahoma; panose-1:2 11 6 4 3 5 4 4 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:1627400839 -2147483648 8 0 66047 0;}@font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-unhide:no; mso-style-qformat:yes; mso-style-parent:""; margin-top:0cm; margin-right:0cm; margin-bottom:10.0pt; margin-left:0cm; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:Calibri; mso-fareast-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}.MsoChpDefault {mso-style-type:export-only; mso-default-props:yes; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:Calibri; mso-fareast-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}.MsoPapDefault {mso-style-type:export-only; margin-bottom:10.0pt; line-height:115%;}@page Section1 {size:612.0pt 792.0pt; margin:72.0pt 72.0pt 72.0pt 72.0pt; mso-header-margin:36.0pt; mso-footer-margin:36.0pt; mso-paper-source:0;}div.Section1 {page:Section1;}--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin-top:0cm; mso-para-margin-right:0cm; mso-para-margin-bottom:10.0pt; mso-para-margin-left:0cm; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:"Times New Roman"; mso-fareast-theme-font:minor-fareast; mso-hansi-font-family:Calibri; mso-hansi-theme-font:minor-latin;}<![endif]-->

ຄຳເວົ້າ-ຄຳຈາ... ພາໃຫ້ມີສະເໜ່

     ຄຳເວົ້າ-ຄຳຈາ ຄືອາພອນຜືນງາມ ທີ່ປະດັບເອ້ໃຫ້ຄົນເຮົາມີສະເໜ່ ເບິ່ງແລ້ວສະຫງ່າລາສີ ດຣ. ທອງຄຳ ອ່ອນມະນີສອນ ໄດ້ຂຽນວ່າ: ຄຳທີ່ເວົ້າອອກມາເປັນຄຳໆ ຈະແມ່ນຄຳຫຍາບ ຄຳລະອຽດ ຄຳສົ້ມ ຄຳເຄັມ ຄຳຄົມ ຄຳຂົມ ແລະ ຄຳມ່ວນ.. ແມ່ນການສະແດງອອກທາງວັດທະນະທຳທີ່ດີງາມ ແລະ ມີຄຸນຄ່າ ພໍ່ເຮືອນແມ່ເຮືອນບາງຄົນ ເມື່ອເວົ້າຢູ່ຫ້ອງການ ຫຼື ພົບປະສັງຄົມ ຄືຈັ່ງວ່າເປັນຕານັບຖື ເວລາເວົ້າຈາພາທີ ມີຄວາມນອບນ້ອມ ອ່ອນຫວານ ລະມັດລະວັງ ໃຫ້ກຽດຄົນອ້ອມ ຂ້າງ ແຕ່ເວລາເວົ້າກັບລູກກັບເມຍ ຫຼື ຜົວ ພັດບໍ່ມີຄວາມເກງອົກເກງໃຈ ເວົ້າຈົກໆ ເຈັກໆ ກະແທກແດກດັນ ປານວ່ານ ລູກ-ເມຍ ຫຼື ຜົວ ບໍ່ມີຫົວໃຈ.

     ບູຮານວ່າ "ຄຳເວົ້າຂອງແມ່ອອກຈາກຫົວ ຄຳເວົ້າຂອງຜົວອອກຈາກໃຈ" ໝາຍຄວາມວ່າແນວໃດ? ໝາຍຄວາມວ່າ ຄຳເວົ້າ ທີ່ເວົ້ານຳລູກນຳເຕົ້ານັ້ນ ຕ້ອງເວົ້າຜ່ານຫົວສະໝອງ ເປັນຄຳເວົ້າທີ່ມີການຮິ່ນຕອງ ຄິດຫງຳລະອຽດຫຼາຍຫຼົບຫຼາຍຕ່າວ ບໍ່ແມ່ນວ່າ ຕົນເອງເປັນພໍ່-ເປັນແມ່ຢາກເວົ້າຫຍັງກໍໄດ້ ຫຼື ເວົ້າແນວໃດກໍຈະຖືກໝົດ ເວົ້າອອກໄປແລ້ວ ຕ້ອງໃຫ້ລູກສາມາດ ນຳເອົາໄປໃຊ້ເປັນປະໂຫຍດໃນຊີວິດ ສຳລັບຄຳເວົ້າທີ່ໃຊ້ເວົ້າກັບເມຍ ຫຼື ຜົວ ຕ້ອງເຕັມໄປດ້ວຍຄວາມຮັກ ຄວາມຫ່ວງໄຍ ໃສ່ໃຈ ແລະ ຖະນຸຖະໜອມນ້ຳໃຈອີ່ຫຼີ ເປັນຄຳເວົ້າທີ່ຟັງແລ້ວເກີດມີກຳລັງໃຈ ສ່ວນຄຳເວົ້າຂອງລູກກໍຕ້ອງມີສຳມາຄາລະວະ ກະຕັນຍູຕໍ່ພໍ່-ແມ່ ແນວໃດກໍດີ ຢາກໃຫ້ຜົວເວົ້າມ່ວນ ເມຍເວົ້າດີ ແລະ ມີລູກເວົ້າຫວານ ມັກກໍຕ້ອງໄດ້ຊ່ວຍກັນ ພ້ອມກັນ ສ້າງ ແລະ ເຝິກໃຫ້ເປັນຄວາມຊິນເຄີຍ ສຸພາສິດລາວສອນວ່າ: "ໃຫ້ເຈົ້າໃສສະເໝີແກ້ວ ຄືແຫວນແພງວົງປະເສີດ ຄິດໃຫ້ດີ ຖີ່ຖ້ວນສາແລ້ວຈຶ່ງຄ່ອຍຈາ".

     ຄຳເວົ້າປະເພດຄຳເຄັມ ເປັນຄຳທີ່ບໍ່ມ່ວນຫູ ສ່ວນຄຳທີ່ມ່ວນຫູ ແມ່ນຄຳທີ່ງາມ, ຄຳທີ່ງາມ ແມ່ນຄຳທີ່ບ່າວສາວລົມກັນ ຕອນກຳລັງມີຄວາມຮັກ "ປານຈະກືນກິນ" ຖ້າຜົວ-ເມຍຄູ່ໃດຢາກຮູ້ວ່າ ເວົ້າກັນແນວໃດມັນຈຶ່ງຈະກິນໄດ້ ກໍລອງປະຕິບັດ ກັບເມຍ ຫຼື ຜົວ ແລະ ລູກ ຄືກັບຄົນທີ່ຕົນຮັກສຸດຫົວໃຈ... ແລ້ວຈະຮູ້ວ່າ ຄວາມຜາສຸກໃນຊີວິດຄອບຄົວນັ້ນ ບໍ່ຕ້ອງແລ່ນ ໄປຊອກຫາຢູ່ໄກໃຫ້ເສຍເວລາ ແລະ ເປືອງເງິນຄຳແຕ່ຢ່າງໃດ.

     ການຂຶ້ນຕົ້ນ ແລະ ມ້ວນທ້າຍຄຳເວົ້າ ແມ່ນຈຸດສຳຄັນທີ່ສຸດຂອງການເລີ່ມສົນທະນາທີ່ມີຊີວິດຊີວາ ດູດດື່ມ ແລະ ກິນໃຈ ໃນຊີວິດຮັກຂອງພວກເຮົາ ເວລາພໍ້ໜ້າ ຫຼື ຫ່າງໄກກັນ ເຄີຍໄດ້ຍິນຄຳວ່າ "ທີ່ຮັກ ກິນເຂົ້າແລ້ວບໍ?" ຄິດຮອດເດ ຢາກເຫັນ ໜ້າຈົນໃຈຊິຂາດ... ໂອຍ ຈັ່ງແມ່ນຫວານອີ່ຫຼີ ແຕ່ບາດໄດ້ຈູງມື ຫຼື ເຫັນຂາແປ້ວ ແລ້ວມີລູກນ້ອຍ ຄຳດີໆມ່ວນເຫຼົ່ານີ້ ກໍຄ່ອຍໆ ຖືກຫຼົງລືມ ເກີດມີຄຳໃໝ່ມາແທນ (ຂໍອະໄພ) ເຊັ່ນ: ອີ່ຮ່າ ບັກຫຸງ ລູກອີ່ນັ້ນ ລູກບັກອັນນີ້ ? ຊອກກິນເອງ ຢູ່ຕູ້ເຢັນຫັ້ນ ບໍ່ເຄີຍມີແມ່ເບາະ ? ນັ່ງເຝົ້າກັນມັນຊິໄດ້ກິນຫັຍງ ? ສາລະພັດແຕ່ແນວບໍ່ດີທີ່ສັນຫາມາເວົ້າໃຫ້ກັນ.

ຄວາມໂມໂຫໂທໂສ ຫຼື ການບໍ່ຮູ້ຈັກອະໄພ ເຮັດໃຫ້ຄວາມສາມາດຄຸມສະຕິຕົນເອງມີໜ້ອຍ ແລ້ວພາໃຫ້ຄົນເຮົາເວົ້າບໍ່ເປັນຕາ ຟັງ ບໍ່ໜ້າຮັກ ແລະ ບໍ່ມີເຫດຜົນ ການເວົ້າໂດຍຂາດເຫດຜົນ ຄືຄຳເວົ້າທີ່ບໍ່ໄດ້ອອກຈາກ "ຫົວ" ແລະ ບໍ່ຜ່ານ "ໃຈ" ພາໃຫ້ ຄຳເວົ້າຂາດຄວາມສວຍງາມ ສຸດທ້າຍກໍສື່ສານຜິດພາດ ແລະ ເຂົ້າໃຈກັນບໍ່ໄດ້ ເຖົ້າແກ່ສອນວ່າ: "ຄັນຊິຮ້າຍໃຫ້ເຈົ້ານັບ ຮອດສິບ".

      ໃນຊີວິດປະຈຳວັນ ຍັງມີຄຳເວົ້າປະເພດໜື່ງ ຊຶ່ງຄູ່ຜົວເມຍບໍ່ຄວນຈະຖືຊາຫາຄວາມກັນ ຫຼື ໃຊ້ຄວາມລະມັດລະວັງຕື່ມອີກ ນັ້ນກໍຄືຄຳເວົ້າຂອງຄົນ "ເມົາ" ແລະ ຄົນທີ່ຮູ້ເທົ່າບໍ່ເຖິງການ ຄຳວ່າເມົາໃນທີ່ນີ້ມີຫຼາຍເມົາ ເຊັ່ນ: ເມົາວຽກ ເມົາງານ ເມົາເງິນ ເມົາຮັກ... ເພາະຄົນເມົາ ມັກເວົ້າຄວາມຈິງອອກມາບໍ່ໝົດ ທັງອາລົມກໍບູດງ່າຍ ການບໍ່ຖືຊາ ບໍ່ໄດ້ໝາຍຄວາມວ່າ ໃຫ້ເຫັນພ້ອມ ຫຼື ບໍ່ເອົາຄວາມຜິດ ແຕ່ຢາກໃຫ້ຄິດຮອບຄອບ ຊັ່ງຊາເຖິງຜົນໄດ້ຜົນເສຍ ກໍຄືສິ່ງທີ່ຈະຕາມມາ ໃຊ້ຄວາມດີ ປ່ຽນແປງຄວາມຊົ່ວ ເອົາຄວາມອົດທົນໃຈເຢັນ ຊະນະຄວາມເມີນເສີຍເລືອດຮ້ອນ ເມື່ອເຊົາເມົາແລ້ວ ຈຶ່ງຫັນໜ້າມາເວົ້າຈາ ກັນ ບໍ່ຄວນດ່າສຽດສີ ຫຼື ຖຽງເພື່ອເອົາຊະນະກັນ.

     ຢາກຍິນຄຳມ່ວນໆຈາກຄົນອ້ອມຂ້າງ ເຮົາກໍຕ້ອງເວົ້າມ່ວນໆກັບຄົນອື່ນແດ່ ເພາະຄຳເວົ້າມັນເປັນຄາລົມຫວານໆ ທີ່ຄົມ ຍິ່ງກວ່າມີດເປັນໝື່ນໆດວງ ເຮັດໃຫ້ຄົນຫົວໄດ້ໄຫ້ ຄົນຂີ້ຮ້າຍກາຍເປັນຄົນງາມ ນອກນັ້ນ ບາງຄັ້ງມັນກໍສາມາດກາຍເປັນ ຢາດີວິເສດ ທີ່ປິ່ນປົວຄົນພິການໃຈ ຫຼື ຄົນຕາຍທັງຢືນ ໃຫ້ຊ່ວງເຊົາສົມຫວັງ ແລະ ສົດຊື່ນ...

(ໂດຍ: ລັນ​ດອນ ສຸວັນນະ​ເມ​ທີ)

* ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 11-5-2010

Delicious Digg Fark Twitter