ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

                                                          ເເມງວັນຢ້ານຫມາກເຜັດ

ຖ້າບໍ່ຢາກໃຫ້ແມງວັນຕອມຊີ້ນເວລາຕາກຊີ້ນເພື່ອເຮັດຊີ້ນແຫ້ງຄວນໃຊ້ຫມາກເຜັດແຫ້ງໄລ່ແມງວັນດ້ວຍວິທີ່ດັ່ງນີ້:

ເວລາຕາກຊີ້ນໃຫ້ເອົາຫມາກເຜັດແຫ້ງປະມານ5ຫາ6ຫນ່ວຍໄປສຽບໄວ້ອອ້ມຮອບກະດົ້ງທີ່ຕາກແດດຢູ່. ເຮັດແບບນີ້ແມງວັນຈະບໍ່ມາໃກ້ກະດົ້ງຊີ້ນ. ນອກຈາກໃຊ້ກັບຊີ້ນແຫ້ງແລ້ວຫມາກເຜັດຍັງມີປະສິດຕິຜົນກັບການໄລ່ແມງວັນທີ່ ຕອມກະປິອີກດ້ວຍ.

                                                                               ຈືນໄຂ່ຢູ່ເທີ່ງໃບຕອງ

ເວລາເຮົາຢາກກິນຈືນໄຂ່ແຕ່ບັງເອີນນ້ຳມັນຫມົດເລື່ອງນີ້ມີວິທີ່ແກ້ໄຂໃຫ້ທ່ານເອົານ້ຳໃສ່ໃນຫມໍ້ຂາງແລ້ວເປີດໄຟ ຕົ້ມນ້ຳຈົນຟົດເອົາໃບຕອງດ້ານທີ່ເປັນສີຂຽວຫງາຍຂື້ນແລ້ວວາງລົງຢູ່ເທີ່ງນ້ຳກຳລັງຟົດສັງເກດເບີ່ງວ່າ ຖ້ໃບຕອງນັ້ນຮ້ອນແລ້ວກໍໃຫ້ນຳເອົາໄຂ່ນັ້ນເທ່ລົງແລ້ວທ່ານຈະໄດ້ຈືນໄຂ່ຕາມທີ່ຕ້ອງການ ແຕ່ໃບຕອງຕ້ອງເປັນໃບທີ່ໃຫຍ່ພໍສົມຄວນ

Delicious Digg Fark Twitter