ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

1. ເລືອກຄົບໝູ່ທີ່ມີຄວາມສົນໃຈໃນສີ່ງຄ້າຍໆກັນກັບທ່ານ . ແຕ່ຢ່າໄປບາງຄັບໃຫ້ໝູ່ທີ່ບໍ່ມັກໃຫ້ມາມັກຄືກັນກັບທ່ານເດັດຂາດ

2. ຈື່ໄວ້ສະເໝີວ່າ ຈົ່ງປະຕິບັດກັບຄົນອື່ນໃຫ້ຄືກັນກັບທີ່ທ່ານຢາກໃຫ້ຄົນອື່ນປະຕິບັດຕໍ່ທ່ານ.ຖ້າທ່ານເອົາໃຈໃສຄົນອື່ນ ຄົນອື່ນກໍ່ຈະເອາໃຈໃສທ່ານເຊັ່ນກັນ

3.ບໍ່ມີໃຜດີພອ້ມສົມບູນໄປທຸກຢ່າງໃນໂລກນີ້,ທຸກຄົນລ້ວນແຕ່ມີຈຸດບົກຜອ່ງ.                                                                         

    ການຍອມຮັບເຖີງຈຸດບົກຜອ່ງຂອງຕົນເອງ ແລະ ຄົນອື່ນໃຫ້ໄດ້ແມ່ນດີທີສຸດ

4. ໃຫ້ຄວາມສຳຄັນກັບຄວາມເຫັນຂອງກັນແລະກັນ

5. ຄວນໃຫ້ກຽດ ແລະ ບໍ່ຄວນຄິດອິດສາ ຖ້າໝູ່ຂອງທ່ານມີຄວາມຄິດຄວາມມັກ ທີ່ບໍ່ຄືກັນກັບທ່ານ

6. ການສື່ສານເປັນສີ່ງສຳຄັນ.ໝູ່ຂອງທ່ານບໍ່ມີທາງອ່ານໃຈທ່ານໄດ້ທຸກເລື້ອງ.

    ຖ້າພົບວ່າມີສິ່ງໃດທີ່ຈະກະທົບຕໍ່ຄວາມສຳພັນຂອງທ່ານກໍ່ໃຫ້ບອກກັນກົງໆໂລດ

7. ຢ່າຫູເບົາເຊື່ອຄຳຄົນອື່ນຫລາຍເກີນໄປເວລາມີປັນຫາກັນ.ຄວນຟັງຄວາມຈາກທັງສອງຝ່າຍ

8. ຮຽນຮູ້ຈາກກັນ ແລະ ກັນ

9. ຢ່າເວ້າຫລັບຫລັງກັນເດັດຂາດ

10. ຈົ່ງລະມັດລະວັງຄຳເວົ້າແຕ່ລະຄຳທີ່ຈະເວົ້າອອກໄປເພາະເວົ້າອອກໄປແລັວຈະບໍ່ສາມາດຖອນຄືນໄດ້alt

Delicious Digg Fark Twitter