ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຫົວໃຈຂ້ອຍເກືອບວາຍຕາຍ  ອາດເປັນເພາະຕົວເອງເປັນຄົນໃຈນ້ອຍ   ຖ້າອາດເປັນທ່ານຄົງອາດຈະບໍ່ເປັນແບບຂ້ອຍຫຼືເປັນກະບໍ່ຈັກ ເລື່ອງນີ້ເກີດຂື້ນໃນເວລາທີ່ຂ້ອຍກຳລັງຊື້ເຄື່ອງຢູ່ໃກ້ທາງ ແລະ ໄດຍີນສຽງລົດຈັກທີຂີ່ມາດ້ວຍຄວາມແຮງ ໃນເວດຽວກັນນັ້ນ ລົດທີ່ຂີ່ມາໄດ້ໄປຊົນກັບກຳແພງທາງໂຄ້ງຕິດກັບຮ້ານຂ້ອຍຊື້້ເຄື່ອງ ສຽງດັ່ງສະໜັ່ນຫວັ່ນໄຫວໄປທົ່ວທີບແລະ  ແຂນຂອງຄົນຂັບໄດ້ຕົກກະເດັນມາໃສ່ ທາງໜ້າຂອງຂ້ອຍເອງ ພ້ອມທັງມີເລືອດຕົກໄຫຼໄປທົ່ວບໍລິເວນນັ້ນ ຕົວຂ້ອຍກະດ້າງ ທັງສັ່ນ ພ້ອມທັງມີເຫື່ອໄຫຫຼອອກມາປານສາຍນ້ຳ ຕາກະລາຍ ເປັນວິນຄ້າຍຄືຈະລົ້ມລົງ  ຫົວໃຈເຕັ້ນໄວໆໆແລະແຮງ ຕຳໜ້າເອິກຂ້ອຍດັງຕຶກຕຶກ ທັນທີເມື່ອຫຼຽວເຫັນສີ່ງເຫຼົ່າ  ສ່ວນຄົນຄົນຂັບລົດນັ້ນຕາຍຄາມ້ອງ ຖ້າແມ່ນທ່ານເຫັນແບບຂ້ອຍ    ຂ້ອຍວ່າໃຈຈະບໍ່ວາຍຄືຂ້ອຍດອກເນາະ......  ຕາຍໄດ້ກະດີເນາະຂ້ອຍວ່າ  ຄົນພານເມື່ອງແບບນີ້