ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ໃນຂະນະທີ່ຍີ່ງສາວກຳລັງລົມຍອກໄຍກັນ  ກໍ່ມີຊາຍແກ່ຄົນໜື່ງຢາງເຂົ້າມາ

ຊາຍແກ່: ໂອ....  ສາວນ້ອຍພວກເຈົ້າກຳລັງລົມຫຍັງກັນ   ເອົາມືມາໃຫ້ຕູ້ເບີ່ງລາຍມືໃຫ້ດຸ

ແລ້ວສາວໆກະພາກັນເອົາລາຍມືໃຫ້ຕູ້ນັ້ນເບີ່ງ  ພໍຮອດຄົນສຸດທ້າຍຕູ້ເວົ້າວ່າ

ພໍ່ຕູ້: ປະໂທຈັງເປັນວາດສະໜາຂອງເຈົ້າ ລາຍມືສວຍງາມ ຖ້າໄດ້ຜົວໄປແລ້ວຈະໄດ້ໂກຍຄຳ

ສາວ : ແມ່ນແທ້ບໍ່ຕູ້

ແລ້ວສາວຄົນນັ້ນກໍ່ນົບແລ້ວເວົ້າວ່າ ຂໍໃຫ້ຜູ້ຂ້າໄດ້ໂກຍຄຳແທ້ໆແດ່ທ້ອນ ສາທຸ

5555555555            ໂກຍຄຳ......ກຳໂ...ຍ.......

555555

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 ປ້າເຢັງມົວ  ລາວເຈັບທ້ອງແຮງ ແລະ ລາວກະມາໂຮງໝໍເພື່ອປີ່ນປົວ  ພໍມາຮອດໂຮງໝໍ

ປ້າວເຢັງມົວ: ທ່ານໝໍ ເບີ່ງປ້າແດ່ປ້າເຈັບທ້ອງຫຼາຍ

ທ່ານໝໍ: ປ້າເຈັບທ້ອງຫຼາຍຢູ່ບ່ອນໃດ

ປ້າເຢງມົວ: ປ້າເຈັບທ້ອງແຮງຫຼາຍ  ຕອນຢູ່ຫຼັກ 52 ນະ ເຈັບຫຼາຍແທ້ໆ

ທ່ານໝໍ: ບໍ່ແມ່ນແນວນັ້ນ  ໝໍຖາມວ່າແມ່ເຈັບທ້ອງຫຼາຍຢູ່ຈຸດໃດ

ປ້າເຢັງມົວ: ກະບອກແລ້ວ  ຈຸດບ່ອນປ້າເຈັບທ້ອງແຮງແມ່ນຢູ່ຫຼັກ52 ທ່ານໝໍບໍ່ເຂົ້າໃຈຫວາ

55555555555555555

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

 ບ່າວສາວລົມກັນ 

ບ່າວ: ຕັ້ງແຕ່ເຮົາຄົບກັນມາເຮົາຍັງບໍ່ໄດ້ໄປຫຍັງແບບໂຣແມນຕິກນຳກັນຈັກເທື່ອ

ສາວ: ແລ້ວເຮົາຈະໄປໃສດີລະໃກ້ຈະຮອດວັນແຫ່ງຄວາມຮັກແລ້ວ

ບ່າວ: ຊັ້ນເຮົາໄປຂ້ອຍເຕັກເນາະ

ສາວ: ແມ່ນຫຍັງຂ້ອຍເຕັກ ແລ້ວໄປເຮັດຫຍັງ  ເຈົ້າຢ່າວ່າເດີໄປອັນນັ້ນ ຂ້ອຍໃຫ້ທ່ານ້ອຍໜື່ງແລ້ວຄິດໄດ້ເດີເຈົ້າ

ບ່າວ: ເຈົ້າຄິດໄປໄກ ຂ້ອວ່າຈະຊວນເຈົ້າໄປເບີງໜັງ ຢູ່ ໄອເຕັກ=ຂ້ອຍເຕັກ

ປະຕິກິລິຍາຍີງໄວເນາະ

555555555555555555555555555555

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 ມີສອງສ່ຽວ ຄົນໜື່ງໜ້າຕາຂີ້ເລ  ແລະ ຄົນໜື່ງໜ້າຕາຫຼໍ່ເລົາ  ທັງສອງຄົນໄດລົມກັນ

ສ່ຽວຫຼໍ່: ບັກເລ່ມື້ນີ້ກູຢ່າງໄປຕະຫຼາດ ມີແຕສາວຂໍເບີກູ ມີແຕ່ຄົນງາມໆ ແຕ່ຂ້ອຍບໍ່ສົນດອກ ເພາະຂ້ອຍຫຼໍ່

ສ່ຽວເລ່: ຂ້ອຍບໍ່ຢາກອວດດອກຄວາມຫຼໍ່ຂອງຂ້ອຍ ມື້ນີ້ຂ້ອຍຍ່າງໄປໃສສາວໆກະນຳກົ້ນຂ້ອຍຕະຫຼອດ ຂ້ອຍຈົນບໍ່ຢາກຍ່າງ

ສ່ຽວຫຼໍ່: ເປັນຫຍັງເຂົາສາວຈື່ງຍ່າງນຳມືງ ມືງມືງກະບໍ່ເຫັນຫຼໍ່

ສ່ຽວເລ່: ເພາະວ່າກູຍ່າງໄປກ່ອນ 

55555555555555555555555555555555555

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 ມີຄູບ່າວສາວຄູ່ໜື່ງຮັກກັນສຸດໆໆໆ   ເຮັດອິຫຍັງກະເຮັດນຳກັນໄປຫຍັງກະໄປນຳກັນ ຈົນຂ່າວລືສ່າໄປຮອດຫູພໍ່ຫູແມ່  ທາງຝ່າຍຊາຍນີ້ວ່າຈະໄປສູ່ຂໍແຕ່ວ່າຄອບຄົວຕົນເອງເປັນຄົນຈົນ ສ່ວນຄອບຄົວຝ່າຍຍີງນັ້ນເປັນຄົນມີຖານະລ້ຳລວຍ   ສະນັ້ນພໍ່ແມ່ຝ່າຍຍີງຈື່ງຕັດສີນໃຈໄປຂໍ  ບ່າວໃຫ້ລູກສາວວ່າຊັ້ນ.................

ພໍ່ແມ່ຝ່າຍຍີງ: ດຽວນີ້ພໍ່ແມ່ກະອິຕົນລູກ ຈະໄປຂໍລູກຂອງແມ່ກະບໍ່ມີເງີນ  ສະນັ້ນພໍແມ່ຈື່ງມາຂໍນຳເຈົ້າ

ຝ່າຍຊາຍກະຕົກສະເງີ້ແລະດີໃຈເວົ້າຫຍັງບໍ່ອອກ   ຮູ້ບໍ່ວ່າຝ່າຍຍີງຂໍຫຍັງ......

ຢາກຮູ້ນຳມາ.................

....................................

.....................................

..................................

.................................

.................................

..................................

................................

.................................

..................................

.................................

..................................

...................................

ພໍ່ແມ່ຝາຍຍີງ: ຂໍນຳເຈົ້າຫຼາຍໆ   ຢ່າມາຫຍຸ້ງກ່ຽວກັບລູກສາວແມ່

55555555555555555555555555555555555555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 ໃນການຮຽນຫ້ອງຄວບລະຫວ່າງເຄມີກັບຟີຊິກ    ໃນວິຊາເຄມີ-ຟີຊິກ  ອາຈານໄດ້ອະທິບາຍວ່າ

ອາຈານ: ໃນວິຊານີ້ເຮົາຈະຮຽນເລິກ ເຖີງແກນ ເຖີງໃຈ ຂອງເຄມີເຊີງຟີຊິກ

ຈາກນັ້ນນັກຮຽນຍີງຟີຊິກຄົນໜື່ງຮ້ອງຂື້ນວ່າ

ນັກຮຽນ: ອາຈານຮຽນແບບອື່ນບໍ່ໄດຫວາ   ນ້ອງບໍ່ຢາກຖືກເຄມີເຊີງ

555555555555555555555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

  ບ້ານດອນແລະບ້ານນາ(ບ້ານສົມມຸດ) ທັງສອງບ້ານຫາງກັນຫຼາຍຫຼັກສົມຄວນ  ນາຍບ້ານທັງສອງໄດ້ຕົກລົງກັນຊື່ລົດໂດຍສານເພື່ຈະມາແລ່ນລະຫວ່າງສອງບ້ານເພື່ອຫາລາຍໄດ້ເຂົ້າບ້ານທັງສອງ     ເມື່ອຊື້ລົດມາແລ້ວກະນາຍບ້ານ ບ້ານດອນສະເໜີໃຫ້ໂຊເຟີບ້ານຂອງຕົນຂັບ  ແລະນາຍບ້ານນາໄດ້ສະເໜີໃຫ້ປະຊາຊົນບ້ານຂອງຕົນເປັນແອດລົດ  ແຕ່ນາຍບ້ານບ້ານນາບໍ່ຍອມຍ້ານ ບ້ານດອນກອບເງີນລວມ  ຈື່ງສະເໜີເອົາລູກບ້ານຂອງຕົນເປັນແອດລົດອີກ   ແຕ່ແລ້ວປະຊາຊົນທັງສອງບ້ານກະບໍ່ຍອມຍ້ານແຕ່ລະຄົນກອບເງີນ  ຈື່ງສະເນີພາກັນເປັນແອັດລົດທັງໝົດ   ເມື່ອໄປແລ່ນລົດ   ຄົນໂດຍສານຮ້ອງຈະຂໍຂີ່ລົດໄປນຳ  ແຕ່ໂຊເຟີວ່າ ເຕັມແລ້ວ ບໍ່ມີບ່ອນນັ່ງ  5555555   ເພາະວ່າແອັດລົດຂີ່ໝົດ555555555555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ນັກສຶກສາຫວຽດນາມມາຮຽນຢູ່ລາວ  ຄົນລາວບອກເຂົາເຈົ້າວ່າ ບໍ່ດີກັບຊົ່ວ ມີຄວາມໝາຍຄືກັນເດີ

ມື້ຕໍ່ມາ ອາຈານໄດ້ສອນກ່ຽວກັບດີນຟ້າອາດກາດ  ເລີຍຖາມເຂົາເຈົ້າວ່າ

ອາຈານ: ຊ່ວງນີ້ດີນຟ້າອາກາດຢູທາງປະເທດຫວຽດນາມເປັນແນວໃດ

ນັກສຶກສາຫວຽດ: ຊ່ວງນີ້ອາກາດທາງປະເທດຫວຽດນາມ  ນັ້ນຊົ່ວຫຼາຍ ມີທັງຝົນຕົກ, ນ້ຳຖ້ວມສາລະພັດ ຕອນຊ່ວງອາດກາດບໍ່ຊົ່ວແມ່ນໄລຍະເດືອນ 12 ຫາ ເດືອນ 3

55555555555555555555555555555

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

  ທ້າວທີ ແລະ ທ້າວຕູນ(ນາມສົມມຸດ) ເປັນນັກຮຽນທີ່ມາຮຽນຢູ່ ມຊ ໃໝ່

ທ້າວທີ: ຕູນຕູນ ມື້ນີ້ໂຕມີຮຽນຢູ່ ຕຶກໃດ

ທ້າວຕູນ: ເຮົາມີຮຽນຢູ່ ຕຶກຜູ້ຍີງ

ທ້າວທີ: ຕຶກໃດລະຕຶກຜູ້ຍີງ?

ທ້າວຕູນ: ກະຕຶກ E ຫັ້ນເດ ພ້ອມທັງຫົວຂື້ນ 555555  ແລ້ວໂຕເດຮຽນຕຶກໃດ

ທ້າວທີ: ເຮົາຮຽນຢູ່ຕຶກມີອາລົມພູ້ນແລ້ວ

ທ້າວຕູນ: ງົງ ແລ້ວຖາມວ່າ ຢູ່ໃສຕຶກມີອາລົມ

ທ້າວທີ: ກະຕຶກ R... ຫັ້ນເດ ແລ້ວຫົວແຮງກ່ວາຕູນອີກ 5555555

5555555555555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 ລູງຄຳປານເປັນຄົນທາງໃຕ້  ແລະໄດ້ມາຢາມໝູ່ຢູ່ທາງເໜື່ອ

ມີມື້ໜື່ງລູງຄຳປານໄດ້ຊອກເກີບຂອງລາວຢູ່ຊອກແນວໃດກະບໍ່ເຫັນ   ລູງຄຳປານຫຼ່ຽວເຫັນສ່ຽວເພີ່ນມາເລີຍຖາມ

ລູງຄຳປານ: ສ່ຽວມືງເຫັນໃຜເອົາເກີບກູໄປບໍ່  ເກີບກູບໍ່ເຫັນນະ

ສ່ຽວລູງ: ອີ່ຮູ້

ໄດ້ອີກ2ຊົ່ວໂມງຜ່າໄປ ເກີດມີລົດຕຳກັນຢູ່ໃກ້ເຮືອນລາວ

ລູງຄຳປານ: ສ່ຽວລົດໃຜຕຳກັນ ຢູ່ຫັ້ນ

ສ່ຽວລູງ: ອີ່ຮູ້

ລູງຄຳປານ: ຫົວຂື້ນແລ້ວເວົ້າວ່າ  ສົມນ້ຳໜ້າ ອີ່ຮູ້ ເດ ມັນລັກເກີບກູ

5555555555   ອີ່ຮູ້ ສັບທາງເໜືອ  ແປວາ ບໍ່ຮູ້ 55555555555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 ທ້າວດີ ກັບມາແຕ່ນາແດດຮ້ອນໆ ຕອນ1ໂມງນີ້ແລະ  ລາວໄດ້ເຫັນສວນໝາກເພັດຕາມກາງທາງແລ້ວກະຄິດຢາກໄດ້ ເລີຍເຂົ້າໄປລັກ ຕອນລັກຫັ້ນລາວໄດ້ຫຼົກທັງຕົ້ນໝາກເພັດ ໃນຂະນະດຽວກັນນັ້ນເຈົ້າຂອງສວນກະມາເຫັນ

ເຈົ້າຂອງສວນ: ເຈົ້າເຮັດຫຍັງຫັ້ນ (ເວົ້າແບບສຽງຮ້າຍໆ)

ທ້າວດີ: ແລ້ວເຈົ້າວ່າຂ້ອຍເຮັດຫຍັງ  ຂ້ອຍກຳລັງເກັບຢູ່ຕວາ

ເຈົ້າຂອງສ່ວນ: ສວນເຈົ້າຫວາຄືມາເກັບເອົາໝາດເພັດ

ທ້າວດີ: ບໍ່ແມ່ນສວນຂ້ອຍກະຄືຈະແມ່ນຂ້ອຍລັກຫັ້ນແລ້ວ

ເຈົ້າຂອງສວນ: ລັກກະລັກດີແດ່ຕິ  ເຈົ້າມາຫຼົກຕົ້ນມັນເຮັດຫຍັງ

ທ້າວດີ: ຂ້ອຍບໍໄດ້ໂງ່ເດີ   ມັນຮ້ອນກະຫຼົກເອົາມາເກັບຢູ່ຮົ່ມພີ້ແລ້ວ(ເວົ້າແບບໜ້າຕາເສີຍ)

5555555555555555555555  ແບບນີ້ຕ້ອງໄປເຄຼຍຢູ່ນຳຕຳຫຼວດເດີ 555555555555555555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 ປ້າສີໄດ້ໄປຂໍເລກນຳນາງທຽມອົງໜື່ງທີ່ບອກເລກເດັດຕະຫຼອດ

ປ້າສີ: ພໍ່ຄຳແດງເອີຍຂະນ້ອຍນີ້ກະທຸກຍາກຫຼາຍ ຜົວກະບໍ່ມີ ຂໍໃຫ້ທ່ານຈົ່ງໂພດຂະນ້ອຍແດ່ທ້ອນ

ນາງທຽມ: ຊັ້ນຂ້ອຍຈະບອກເລກເຈົ້າເດີງວດນີ້   ແລະຈະເປັນງວດສຸດທ້າຍທີ່ຈະບອກເລກໃຫ້ເຈົ້າ

ປ້າສີ: ຊັ້ນແມ່ນເລກຫຍັງລະ

ນາງທຽມ: ເລກທີ່ຈະອອກງວດນີ້ແມ່ນຢູ່ກ້ອງເສົາເຮືອນເຈົ້າເດີ ກັບໄປຊອກເອົາ

ຈາກນັ້ນປ້າສີກະກັບໄປເຮືອນແລ້ວໄປຊອກເລກຢູ່ກ້ອງເສົາເຮືອນ ແຕ່ບໍເຫັນເລກຫຍັງ ເຫັນແຕ່ໝາໂຕດຽວນອນຢູ່ຫັ້ນ ປ້າສີກະຊື້ເລກໝາໝົດຫຼາຍພໍສົມຄວນ ແຕ່ເລກທີອອກມາບໍ່ແມ່ນເລກໝາ ປ້າສີເລີຍກັບໄປຫານາງທຽມອີກ

ປ້າສີ: ພໍ່ຄຳແດງຈັງແມ່ນຕົວະໃຫ້ຜູ້ຂ້ານີ້ທຸກລົງຕື່ມອີກເນາະ ບອກເລກກະບໍ່ຖືກ

ນາງທຽມ: ຊັ້ນເລກອອກຫຍັງລະ

ປ້າສີ: 92 ຂະນ້ອຍ

ນາງທຽມ: (ຫົວຂື້ນ55555)  ເກົ້າສອງ   ກ້ອງເສົາ ກະຖືກແລ້ວເດ ເຈົ້າຫາກບໍ່ຊ່າງຊື້ເອງ ໂທດຂ້ອຍບໍ່ໄດ້ເດີ 

555555555555  ເດັດອິຫຼີ່ 555555555555555555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

  ສອນຄຳໄດ້ຮ້ອງຂື້ນວ່າ   

ສອນຄຳ: ໂອຍ....ເມື່ອຍປວດເຈັບໝົດແຂນ

ຄຳຫຼ້າ: ສອນຄຳເຈົ້າເປັນຫຍັງຄືປວດເມື່ອຍແຂນ

ສອນຄຳ: ຂ້ອຍເມື່ອຍແຂນຍ້ອນລົມພາສາອັງກິດນຳຟຣັ່ງ

ຄຳຫຼ້າ: ອ້າວ...ເປັນຫຍັງຄືເມື່ອຍແຂນ ແທ່ນທີຈະເມື່ອຍປາກບໍ່ແມ່ນຫວາ

ສອນຄຳ: ກະເມື່ອຍແຂນຫັ້ນແລ້ວ   ແນວຂ້ອວເວົ້າພາສາອັງກິດແລ້ວຟຣັ່ງບໍ່ເຂົ້າໃຈ ຂ້ອຍກະເລີຍໃຊ້ມືບອກເຂົາເຈົ້າ ກ່ອນເຂົາຈະເຂົ້າໃຈແຂນຂອງຂ້ອນກະເລີຍລ່ອຍໄປໝົດ

55555555555555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 16, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ທ້າວລຳພັນກຳລັງເປັນບ່າວຂື້ນໃໝ່  ກຳລັງຊອກຮູ້ສະແຫວງຫາ ໃນຄືນໜື່ງລາວໄດ້ເບີ່ງໜັງແລະກະນອນເດິກໆ  ຈາກນັ້ນລາວກະໄດ້ຝັນ ຝັນວ່າຝົນຕົກແລະກະນ້ຳຖວ້ມບ້ານລາວໄດ້ລອຍນ້ຳເກືອບເປັນເກືອບຕາຍ ພໍຮູ້ເມື່ອຄີງໂຕຂອງລາວກະປຽກແທ້ແລະພ້ອມທັງໄດ້ຍີນສຽງຂອງແມ່ລາວຕະໂກນຮ້ອງດ່າວ່າ  ບັກລຳພັນມືງຈັງແມ່ນອນຕືນສວາຍແທ້ໆ ປຸກແນວໃດກະບໍ່ລຸກບໍ່ຕື່ນຄັນບໍຖືກນ້ຳກູຫົດໃສ່ນີ້ກະແມ່ນຈະບໍ່ຕື່ນແທ້ໆໆ ມືງນໍມືງ  ນອນເດິກຕື່ນສວາຍເດີ ຮຽນເອົາແນວບໍ່ດີຫັ້ນ..... ທ້າວລຳພັນຄິດຢູ່ໃນໃຈໂອຍຄວາມຝັນນີ້ຈັງແມ່ນເປັນຈີງຂະໜາດ  5555555555 ຝັນປຽກ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 ມີຊາຍຄົນໜື່ງໄປກວດຢູ່ໂຮງໝໍ  ທ່ານໝໍຖາມລາວວ່າ

ທ່່ານໝໍ: ເຊົ້າຊື່ຫຍັງລະ

ຊາຍຄົນນັ້ນ: ຂ້ອຍຊື່ບໍ່ມ່ວນບໍ່ຊືນ

ທ່ານໝໍ: ເປັນຫຍັງຄືຊື່ບໍມ່ວນບໍ່ຊື່ນ

ຊາຍຄົນນັ້ນ: ກະຊື່ແບບໂດດເຮືອນໂດດຊານຫັ້ນເດ

ທ່ານໝໍ: ອ້າວເປັນຫຍັງຄືຊື່ແບບໂດດເຮືອນໂດດຊານ

ຊາຍຄົນນັ້ນ: ກະ ຊື່ຈຶກ ຫັ້ນແລ້ວ ເຮົາໂດດກະດັງຈຶກ   ຂ້ອຍບໍ່ກ້າບອກຕົງຕົງເພາະຂ້ອຍອາຍ

55555555555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ລູກໄພ້ໄປຊື້ຜັກມາ3ກິໂລ  ແລ້ວໃຫ້ແມ່ຍ່າໄປໜື້ງ​​ ແມ່ຍ່າກະໜື້ງໝົດທັງ3ໂລ ແລ້ວກະແຕງພາເຂົ້າມາກີນ ລູກໄພ້ຫຼຽວເຫັນ

ລູກໄພ້: ແມ່ຜັກຫາຍໄປໃສໝົດຄືເຫັນແຕ່ເຄີ່ງດຽວ  

ແມ່ຍ່າ: ໜື້ງແລ້ວມັນກະຍຸບໝົດ  

ລູກໄພ້ຄຽດບໍ່ກີນເຂົ້າ ລາວຄິດວ່າແມ່ຍ່າລັກກິນຜັກໝົດ  ມື້ຕໍ່ມາແມ່ຍ່າໄດ້ເອົາໄຂ່ເປັດມາ10ໜ່ວຍ  ແລ້ວບອກລູກໄພ້ໄປໜື້ງ ພໍໜື້ງສຸກລູກໄພ້ກະປອກກີນໝົດ8ໜ່ວຍ ແລ້ວກະແຕ່ງພາເຂົ້າມາກີນ ແມ່ຍ່າຫຼຽວເຫັນ

ແມ່ຍ່າ: ລູກໄຂຫາຍໄປໃສໝົດຄືເຫັນແຕ່2ໜ່ວຍ

ລູກໄພ້: ໜື້ງແລ້ວມັນຍຸບໝົດ

5555555555

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 30, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 ທ້າວ ສົມຈິດ ເອົາເຄື່ອງໄປຂາຍຢູ່  ແຖວໆຊົນນະບົດ  ແຖວໆຊົນນະບົດຜູ້ຄົນສ່ວນຫຼາຍຈະບໍ່ມີຄວາມຮູ້ແລະບໍ່ມີແນວຄິດພັດທະນາ ລອງຟັງເບີ່ງວ່າໃຜຈະເສຍຫົວໃຫ້ໃຜ  ຍາມຝົນຫົນທາງເປື້ອນ ລົດຂອງສົມຈິດຄາຢູ່ຕີນດອຍ ບໍ່ຊ່າງຂື້ນພູດອຍ   ພະເອີນລາວເຫັນໄທບ້ານແຖວນັ້ນຍ່າງກາຍລາວກະຈ້າງເຂົາເຈົ້າຍູ້ຂື້ນໃຫ້ 

ສົມຈິດ: ຍູ້ລົດຂື້ນດອຍໃຫ້ຂ້ອຍແດ່ຂ້ອຍຈະຈ້າງ

ຊາວບ້ານ: ຍູ້ແຕ່ນີ້ຂື້ນດອຍຂ້ອຍຈະເອົາ 40000 ກີບ

ສົມຈິດ: 20000ໄດ້ບໍ່?

ຊາວບ້ານ: ໄດ້ (ສົມຈິດກະຈ່າຍ20000)

ຈາກນັ້ນກະຊາວບ້ານກະພາກັນຍູ້ ຊາວບ້ານໄດຍູ້ໄປຮອດກາງດອຍແລ້ວເຊົາພ້ອມເວົ້າວ່າ

ຊາວບ້ານ: ເອົ້າຮອດນີ້ແລ້ວຄັນ 20000 ເວົ້າແລ້ວກະພາກັນຍ່າງໜີ ໜ້າຕາເສີຍ

ສົມຈິດບໍ່ຊ່າງເຮັດແນວໃດ ຈະໄປຕໍ່ກະບໍ່ຊ່າງຂື້ນດອຍ ຈະກັບກະຂື້ນມາຮອດກາງດອຍແລ້ວ   ສົມຈິດຈຳເປັນຮ້ອງຊາວບ້ານກັບມາແລ້ວຈ່າຍເງີນອີກ 20000 ເປັນ 40000

55555555555  ພໍ່ຄ້າເສຍຫົວໃຫ້ຄົນບ້ານນອກ 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ບ່າວສາວຫາງກັນດົນ.........(ຕອນນັ້ນຍັງບໍ່ມີໂທລະສັບ)

ສາວໄດ້ຂຽນຈົດໝາຍຫາແຟນ

ຂຽນໃນຫັ້ນສຸດແສນຫວານຊື້ງແລະຫວັກສຸດທ້າຍຂຽນວ່າ

ຮູທີ່ອ້າຍໃຫ້ນ້ອງ ນ້ອງເກັບໄວ້ໃນຫີ

ຫ້າມຄິດເລີກເດີ  ສາວຂຽໜັງສືບໍ່ເປັນ  ສາວລາວລືມຂຽນໂຕ   ບ

ລາວຢາກຂຽນວ່າ  ຮູບທີ່ອ້າຍໃຫ້ນ້ອງ ນ້ອງເກັບໄວ້ໃນ ຫີບ

555555555  ຂໍໂທດເດີ    ທີຂຽນແບບນີ້  ນີ້ແມ່ນເລື່ອງຊວນຫົວຊື່ໆ ຢ່າໄປຄິດເລິກ

555555 ຫົວກ່ອນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

 ທ້າວຄຳໃສ  ກັບມາວຽງ (ມາແຕ່ຢາມຍ່າບ້ານຢູ່ຊຽງຂວາງ)  ຂີ່ລົດມາຮອດພູຄູນ  ເຫັນເຂົາເຈົ້າຂາຍຍູກວາດຄິດຢາກໄດ້ກະເລີຍຈອດລົດຖວາມຊື້້

ຄຳໃສ: ຍູກວາດອັນໜື່ງເທົ່າໃດ 

ແມ່ຄ້າ: ອັນລະ 4000

ຄຳໃສ: 3 ອັນ 10000 ໄດ້ບໍ່ (ຄຳໃສຖາມ)

ແມ່ຄ້າ: ໄດ້ 

ຄຳໃສ: ຊັ້ນເອົາ 18 ອັນເດີ  ແລ້ວຄຳໃສກໍ່ຈ່າຍເງີນ 60000 

ແມ່ຄ້ານັບເງີນແລ້ວເວົ້າຂື້ນວ່າ

ແມ່ນຄ້າ: ເງີນນີ້ບໍ່ຄົບ ຕ້ອງແມ່ນ 70000

ຄຳໃສ:  ເຈົ້າລອງໄລ່ດີໆເບີ່ງ

ແມ່ຄ້າ  ຂ້ອຍໄລ່ດີແລ້ວ ເຈົ້າຕໍ່ຂ້ອຍ 3 ອັນ 10000 ແຕ່ຍັງ15ອັນ  ເຈົ້າຍັງບໍ່ຕໍ່ຂ້ອຍ ກະໄລ່ອັນລະ 4000 ຄູນ 15​ກະເທົ່າ 60000 ບວກ 10000 ທັງໝົດກະເປັນ 70000 

555555555  ສາມອັນ10000 ແທ້ໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ສາວນ້ອຍຄົນໜື່ງເປັນຄົນທີ່ມີຫຸ່ນເຊັກຊື້ແຕ່ສີຜິວລາວບໍ່ໃຫ້  ມື້ໜື່ງລາວໄປຊັອບປີ້ງ  ລາວກະແຕ່ງໂຕແບບເຊັກຊີ້ ໃສ່ໂສ້ງສັ້ນໆ ເສື້ອສາຍດ່ຽວໄປ  ລາວຍ່າງຜ່ານໃສໃຜກະຫຼຽວນຳ ພໍຍ່າງຜ່ານຊາຍຄົນໜື່ງ  ຊາຍຄົນນັ້ນກະມີແຕ່ຢືນຈ້ອງເບີ່ງແຕ່ສາວນ້ອຍຄົນນັ້ນ  ແລ້ວສາວນ້ອຍຄົນນັ້ນກະຍ່າງເຂົ້າມາຖາມ

ສາວນ້ອຍ:ເບີ່ງເຮັດຫຍັງບໍ່ເຄີຍເຫັນຄົນງາມຫວາ

ຊາຍ: (ບໍ່ເວົ້າຫຍັງ ແຕ່ໃຊ້ສາຍຕາເບີ່ງຂາຂອງສາວນ້ອງຄົນນັ້ນ)

ສາວນ້ອຍ: ເບີ່ງໄປໂລດ ຈ້າງເຈົ້າກະບໍ່ເຫັນຂາຂາວຂ້ອຍດອກ(ທັ້ງໆທີ່່ໃສ່ໂສ້ງສັ້ນ)

ແລ້ວນາງກະຍ່າງໜີ  ພ້ອມເວົ້າວ່າ  ເບີ່ງໄປໂລດບໍ່ເຫັນຂາຂາວຂ້ອງດອກ  ເພາະຂາຂອງຂ້ອຍດຳ

55555555555555

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 ປ້າຈັນສຸກອາລົມເສຍທີ່ຜົວຂອງເພີ່ນໄປນອນຄ້າງຄືນນອກເຮືອນ  ພໍຮອດຕອນເຊົ້າພົວຂອງລາວກະຍັງບໍ່ມາ  ໂທໄປຫາຜົວກະໄດ້ຍີນແຕ່ບໍ່ມີສັນຍານ ຈົນມາຮອດເກົ້າໂມງ ປ້າຈັນສຸກກໍ່ໄດ້ຍີນສຽງໂທລະສັບດັງຂື້ນ ລາວກົດຮັບໂດຍບໍ່ສັງເກດເບີ່ງເບີວ່າໃຜໂທມາ  ລາວກົດຮັບໄດ້ຍີນສຽງ  ສະບາຍດີ ນີ້ແມ່ນບໍ່ລິການເສີມຂອງຢູ່ນິ  ທັນໃດນັ້ນ ປ້າກະເລີຍເວົ້າດັງໆໃສໂທລະສັບລາວວ່າ ອະໂລ!  ບໍ່ສະບາຍດີເດີມື້ນີ້  ອາລົມບໍ່ດີຜົວບໍ່ມານອນເຮືອນມື້ໜ້າຄ່ອຍໂທມາ

555555555555555

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ລູງສົມສີ ຫາຈະໄປຊື້ລົດວີໂກ້ໃໝ່ມາມາດໆ  ຕອນກັບລາວກະຂັບລົດກັບຄົນດຽວ

ໃນຕອນຂັບລົດກັບນັ້ນເພີ່ນໄດ້ເຫັນປ້າຍຢູ່ຂ້າງທາງຂຽນວ່າ  ໂຄ້ງອັນຕະລາຍ

ລາວຄິດຢູ່ໃນໃຈວ່າ....... ຈາກນັ້ນລາວກະຂັບລົດໄປຊື່ໆ ໂດຍບໍ່ລ້ຽວໂຄ້ງ

ຈົນເຮັດໃຫ້ລົດຂອງລາວມູນອະຍະຢູນອກທາງພູ້ນ   

ພໍຕຳຫຼວດມາກວດຫາສາເຫດຂອງອຸບັດຕິເຫດ  ລູງສົມສີໄດ້ເວົ້າໃສ່ຕຳຫຼວດແບບຢາກຮ້າຍວ່າ

ປ້າຍທາງຫັ້ນນະ ຂຽນກະໃຫ້ມັນຖືແດ່ກະບໍ່ໄດ້ເນາະ  ໂຄ້ງອັນຕະລາຍ ວ່າຊັ້ນ

ຂ້ອຍກະບໍ່ໂຄ້ງແລ້ວ   ແນວມັນອັນຕະລາຍ   ຂ້ອຍກະລັດຊື່ໂລດແລ້ວ 

ມື້ໜ້າຄວນຈະປ່ຽນຊື່ປ້າຍວ່າໂຄ້ງປອດໄພ ຫຼືກະວ່າ ລັດຊື່ອັນຕະລາຍ 

55555555

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ທາງສູນບໍລິຈາກເລືອດໄດ້ລົງມາຮັບບໍລິຈາກເລືອດທີ່ ມ.ຊ  ມີຄົນເຂົ້າໄປບໍລິຈາກເລືອດຢ່າງຫຼວງຫຼາຍ ທ. ແສງ ຄິດຢາກບໍລິຈາເລືອດເລີຍເຂົ້າໄປຫາທ່ານໝໍ

ແສງ: ທ່ານໝໍການບໍລິຈາກເລືອດເຮົາຕ້ອງອີງຕາມເງືອນໄຂໃດແດ່

ໝໍ: ກະມີຫຼາຍຢູ່ ບັນຫາຫຼັກໆຕ້ອງນອນພຽງພໍ່ ແລະບໍ່ມີພະຍາດສ່ຽງທາງເລືອດ

ແສງ: ຈັງຊັ້ນຂ້ອຍກະບໍລິຈາກໄດ້ຕິຊັ້ນ

ໝໍ: ຄັນຄົບຕາມທີ່ໝໍກ່າວມາກະສາມາມບໍລິຈາກໄດ້  ມາເອົາແຂນອອກມາໝໍຈະກວດເລືອດ

     (ພໍທ້າວແສງເຫັນເຂັມສີດຢາກະຄິດຢ້ານເລີຍຖາມໝໍວ່າ)

ແສງ: ທ່ານໝໍເອີຍ ເລືອດຂອງຄົນເຮົາເອົາອອກມີຈັກສີລະ

ໝໍ: ເລືອດຂອງຄົນເຮົາເອົາອອກມາກະມີແຕ່ສີແດງຄ້ຳສີດຽວຫັ້ນແລ້ວ

ແສງ: ຈັງຊັ້ນຂ້ອຍຄືຈະບໍລິຈາກບໍ່ໄດແລ້ວ ເພາະເລືອດຂອງຂ້ອຍເປັນສີແຊມພູ

ໝໍ:ເປັນຫຍັງຄືເປັນສີແຊມພູລະ

ແສງ: ເພາະວ່າຂ້ອຍກຳລັງມີຄວາມຮັກ ເລື່ອດຂ້ອຍຈື່ງເປັນສີແຊມພູ 5555555555

ເວົ້າແລ້ວແສງກະຍ່າງໜີ   555555555  ຢ້ານເຂັມແລ້ວຕົວະແບບບໍ່ຄືເນາະແສງ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ໃນເຮືອໂດຍສານລຳໜື່ງມີຄົນໂດຍສານຂື້ນຂີ່ເຕັມ    ເມື່ອເດີນເຮື່ອອອກໄປຜູ້ຂັບເຮືອຢູ່ທາງທ້າຍເຮື່ອ ໄດ້ຮັບຮູ້ເຖີ່ງກີ່ນເໝັນເຊີ່ງແມ່ນກີ່ນຕົດຂອງຄົນໂດຍສານ ແຕ່ບໍ່ຮູ້ວ່າແມ່ນໃຜຕົດ   ເມື່ອເຮື່ອແລ່ນໄປອີກກະມີກີ່ນເໝັນ ນັ້ນມາຢ່າງລຽນຕິດຕະຫຼອດສາຍນ້ຳ  ເຈົ້າຂອງເຮືອທັງເວົ້າທັງຈົ່ມ ຮ່ານິຈັກແມ່ນມັນກີນຂີ້ມາຕົດບໍ່ຄືເໝັນກະດັກກະດໍ້ແທ້ ພ້ອມທັງຢາກຮ້າຍ  ພໍເຖີງທ່າເຮື່ອຈອດຄົນໂດຍສານກໍ່ອອກຈາກເຮືອພ້ອມທັງຈ່າຍເງີນໝົດທຸກຄົນ ເຈົ້າຂອງເຮື່ອຄິດອອກວ່າຢາກຮູ້ໃຜຕົດ  ເລີຍຮ້ອງຂື້ນວ່າ ຜູ້ອັນຕົດຢູ່ເຮື່ອຫວ່າງກີ້ນິຍັງບໍ່ທັນຈ່າຍເງີນເທື່ອເດີ  ມີຄົນໂດຍສານຄົນຫຼຽວໜ້າກັບມາ ແລ້ວຮ້ອງຕອບວ່າ ຂ້ອຍກະຈ່າຍແລ້ວເດ  ເອົາເງີນໃຫ້ເຈົ້າເມື່ອກີ້ນິ 5555   ໂຊເຟີເວົ້າວ່າ ໂອໜ້າຕາເປັນຈັງຊີ້ເນາະ ຕົດໄດ້ຕົດດີແທ້ 5555

ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ຈະເວົ້າເຖີງໂຊເຟີຂັບລົດ ແລະ ຜູ້ໂດຍສານ  ເຊີ່ງຜູ້ໂດຍສານໄດ້ຂື້ນນັ່ງບ່ອນທາງໜ້າກັນໂຊເຟີ ເລື່ອງບໍ່ຢາກໃຫ້ເກີດມັນກໍ່ເກີດ

ໂຊເຟີຄົນນີ້ເກີດເຈັບທ້ອງປວດຕົດຂື້ນມາກະທັນຫັນ(ຂໍໂທດໃຊ້ຖ້ອຍຄຳບໍ່ມ່ວນ ແຕ່ຂຽນຕາມເລື່ອງ) ໂຊເຟີເລີຍຫາວິທີເພື່ອຕົດແລ້ວບໍ່ໃຫ້ຄົນອື່ນຮູ້ວ່າຕົວເອງຕົດ

ລາວໄດ້ບີບແກລົດເປັບໆໆພ້ອມທັງຕົດອອກມາ  ແລະກະເຮັດໃຫ້ມີກີ່ນເໝັນພາຍໃນລົດ ລາວໄດ້ບີບແກລົດຕະຫຼອດ ແລະກະຕົດຕະຫຼອດ ຈົນເຮັດໃຫ້ຄົນໂດຍສານອົດເໝັນບໍ່ໄດ້ເລີຍເວົ້າກັບໂຊເຟີວ່າ ໂຊເຟີໂຊເຟີ ຢ່າບີບຫຼາຍເທາະ ສຽງອັນນີ້ນະ ມັນເໝັນ 55555

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ມີຈົວນ້ອຍອົງໜື່ງຫາກະບວດໃໝ່ອາຍຸກໍາລັງເອາະໆຢູ່ ແບບວ່າຈົວໄວລຸ້ນຫັ້ນນາ ຫາກະບວດໄດສອງມື້ ຍັງບໍ່ທັນຮູ້ກົດລະບຽບຂອງພະຂອງສົງ

ໃນມື້ດຽວກັນນັ້ນກະມີງານບຸນຢູ່ວັດເພີ່ນຈັດງານຢູ່ຂ້າງວັດ ຈົວອົງນັ້ນກະໄປຈອບເບີ່ງເຂົາເຈົ້າເຕັ້ນເຂົາລໍາວົງຢູ່ແຈກໍາແພງວັດຫັ້ນແລະ(ອ່ານແລ້ວນຶກພາບໄປພາບເດີ)

ໃນຂະນະດຽວກັນນັ້ນ ໂຄສົກກະໄດປະກາດໃສ່ໄມວ່າ: ອະໂລ ລອບລຳວົງຕໍ່ໄປແມ່ນລອບລຳວົງຖວາຍໃຫ້ວັດເພີນປະມູນມາແລ້ວ 100 000 ກີບ ໃນຈັງວະມັນໆໆ

ພໍຈົວນ້ອຍໄດ້ຍິນວ່າຖວາຍວັດແລ້ວ ກະຮອບຈີວອນແລ່ນໄປກາງເວທີ ຈົນຈີວອນປິວວາບໆໆ ພຸ້ນແລ້ວ ບໍ່ເບີ່ງໃຕ້ເບີ່ງເໜືອຫຍັງ ເຕັ້ນລູກດຽວ ທັງຫົວທັງຕີນທັງມືໄຫວຕ້ວນໆໆ

ແລ້ວຍັງຍຸດເບີ່ງອີກຄາວໜື່ງ ຫຼ່ຽວຊ່ອງໄປຊ່ອງມາ ແລ້ວເວົ້າວ່າ: ເອ້ ຄືບໍ່ເຫັນຍ່າພໍ່ມາຫວະ ລຳວົງລອບຖວາຍວັດແທ້ໆ ບໍ່ເຫັນຍ່າພໍ່ມາຈັກອົງ

ຍ່າລະບໍ່ມາກະຍ່າກູຈະເອົາຄົນດຽວລະ ລຸຍເຕັ້ນຍົກໆໆ  ອິຕາໂຄສົກເຫັນກະໂດດໄປໃສ່ຈົວພ້ອມດືງແຂນອອກມາ ແລ້ວເວ້າເວົ້າວ່າ: ຈົວໄປເຕັ້ນແຍະໆໆໆຫຍັງຢູ່ຫັ້ນເປັນພະເປັນເນນມັນຜິດສີນ

ແລ້ວຈົວກະຕອບວ່າ: ບໍ່ໃຫ້ໄປເຕັ້ນຈັ່ງໃດແນວໄດ້ຍິນວ່າຖວາຍໃຫ້ວັດແລ້ວ(555555)

ພໍຈົວກັບໄປວັດຍ່າພໍ່ກະຈັບຊິກທັນທີ່   5555  ໂອຍ....ເນາະ ຈົບເທົ່ານີ້

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ເຫດການບໍ່ເຄີຍຄາດຄິດມັນກໍ່ເກີດຂື້ນ ເລື່ອງມີຢູ່ວ່າ

      ລູງຄຳຕາໄດ້ຢ່າງເຂົ້າໄປໃນສວນ ລາວເຫັນໝາກຂຽບ

ໜ່ວຍໃດກະໃຫຍ່ເຕັມຕົ້ນ ລາວກະເລີຍເກັບເອົາມາທັງໝົດ

ພໍມາຮອດເຮືອນລາວກະເອົາກະຕ໋າໝາກຂຽບວາງໄວ້

ເມື່ອເມຍຂອງລາວມາເຫັນກະເລີຍຮ້ອງຂື້ນວ່າ:

ເມຍລູງຄຳຕາ: ປ໋າໂທ໋!!!!!ໝາກຂຽບໜ່ວຍທໍ່ໂປ້ມືນິ ກະເກັບມາ

                     ເກັບມາຫາສະແຕກອິຫຍັງ ປານເດັກນ້ອຍ ທັງດ່າທັງຈົມ

ລູງຄຳຕາ: ຫຶ....(ງົງ)....ຫຶນ້ອຍຢູໃສ່ ໜ່ວຍບັກໃຫຍ່ໆ

ເມຍລູງຄຳຕາ: ປົດແວ່ນຕາຂະຫຍາຍອອກແລ້ວຕີ່ຕາເບີ່ງດີໆຕິ

 ລູງຄຳຕາ: (ປົດແວ່ນອອກ ລາວຄິດພໍ້ອິຫຍັງບຸ)

               ຫົວອິອິໆໆໆ ສົມພໍແລ້ວຕອນກາງຄືນຄິດວ່າຂອງຕົວເອງໃຫຍ່

               ແທ້ແມ່ນມັນໃຫຍ່ຍ້ອນແວ່ນຕານີ້ ອິໆໆໆໆໆ

ຮ່າໆໆໆ ເຕືອນທຸກຄົນເດີອ່ານແລ້ວຢ່າຄິດເລີກນະ