ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

.......ທີ່ທົ່ງເມືອງຜາ........................ປະເທດລາວເຮົາ

ຍາມເຊົ້າສາຍລົມພັດ.....................ໃບໄມ້ເຢັນໃຈ

ຢູ່ກາງທົ່ງນາ..................................ມີນ້ຳເໝືອງໃສໄຫຼຜ່າ

ເຫັນຝຸ່ງໝູ່ປາ...............................ລອຍຫຼີ້ນຢູ່ໄປມາ

.......ທີ່ທົ່ງເມືອງຜາ........................ເມືອງຮັກຂອງເຮົາ

ເຮົາຢູ່ເຮັດສ້າງ...............................ມາຫຼາຍພັນປີ

ເຮັດໄຮ່ໄຖ່ນາ.................................ປູກອ້ອຍປູກຜັກສາລີ

ປ່າໄມ້ຂຽວດີ..................................ຄືຜາອ່າງສູງສະຫງ່າ

......ຢາມເມື່ອມາເຖີງ.....................ບຸນບ້ານເຜົ່າພູດອຍ

ເຮົາຊ່ອຍກັນ................................ແຫ່ເຄື່ອງທາດເຂົ້າວັດເຮັດບຸນ

ຍາມແລງຄ່ຳມາ............................ເຮົາຫຼີ້ນຂັບເຊີ້ງອຸ່ນຕູນ

ບ່າວສາວຫຼີ້ນບຸນ...........................ທັງແຂກໄຕ້ໄທເໜືອມ່ວນຫຼາຍ

.......ທີ່ທົ່ງເມືອງຜາ.......................ປະຊາລາວເຮົາ

ທຸກເຜົ່າຊ່ອຍກັນ..........................ສ້າງເມືອງໃຫ້ຮຸ່ງໃສ

ຮີດຄອງບູຮານ............................ວັດທະນາທຳບູລຸດສ້າງໄວ້

ອານຸລັກເອົາໄວ້............................ໃຫ້ຢູ່ຄູ່ເມືອງຜາເຮົາ

.......ທີ່ທົ່ງເມືອງຜາ.....................ເຂດດອຍເຮົາ

ຕາມພູເຂົາຍັງມີ..........................ພືດຜັກຂຽວສະຫງ່າ

ທັງທຳມະຊາດ.............................ສັດປ່າຊີວະນາໆ

ຈົ່ງຊ່ວຍກັນຮັກສາ......................ໃຫ້ຢູ່ຄູ່ເມືອງຜາເຮົາ

.......ທີ່ທົ່ງເມືອງຜາ.....................ແດນສະຫວັນບ້ານເຮົາ

ຢູ່ເມືອງໃດເລົ້າ............................ຈະເທົ່າຢູ່ເມືອງຜານີ້

ມີທັງຮອຍຍີ້ມ.............................ອັນຊື່ນຊິດມິດໄມຕີ

ຂອງຊາວເມືອງທີ່ມີ.....................ເມືອງນີ້ຄືເມືອງຜາເຮົາ

ມີທັງຮອຍຍີ້ມ.............................ອັນຊືນຊິດມິດໄມຕີ

ຂອງຊາວເມືອງທີ່ມີ.....................ສີ່ງດີໆຍັງຄົງຢູ່ຄູ່ເມືອງຜາເຮົາ.........

...............55555.......ຄິດຮອດບ້ານກໍ່ເລີຍແຕ່ງກອນກ່ຽວກັບເມືອງຕົນເອງ

ຊ່ວຍຕຳນິແດ່ເດີ....ໝູ່ທັງຫຼາຍ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ........ໃບໄມ້ປິ່ວຫຼົ່ນ.............................ຕົກເມື່ອຍາມລົມພັດເປົ່າ

ຍິນສຽງນົກເຂົາ.................................ຮ້ອງຢູ່ແຄມໜອງ

ເຊົ້າສວາຍບ່າຍວັນ............................ຟ້າຂຸ່ນມົ່ວໝອງ

ຕົ້ນໄມ້ປິ່ວລົມ.....................................ພັດໂອນເອນໄຫວ

.........ໃນໃຈຂອງຊາຍ.........................ໃຜຈະມາຮູ້

ນັ່ງຄິດຄວນຢູ່....................................ບໍ່ຮູ້ຈະບອກແກ່ໃຜ

ເພາະດຽວນີ້ຊາຍ...............................ແສນເສົ້າໝອງໃຈ

ຊູ້ຮັກຂອງຊາຍ..................................ຢູ່ແຫ່ງຫົນໃດ.....ເດນໍ

........ນົກເຂົາເອີຍ..............................ຮ້ອງຫາໃຜ

ນົກເຂົາເອີຍ......................................ຍິນສຽງນົກເຂົາຮ້ອງ

ຍັງມາແສນທຸກ................................ໃຈເສົ້າໝອງ

ປຽບດັ່ງຕົວເຮົາ................................ທີ່ເສົ້າໝອງຫາຄົນຮັກ

........ໃບໄມ້ປິວຫຼົ່ນ.............................ຕົກເມື່ອລົມວອນ

ຍາມນອນບໍ່ນອນ..............................ໃຈຟຸ້ງໃຈພັ້ງ

ຮ້ອນໆໄໝ້ໆ.......................................ຄືຂາດບາງຢາງ

ບໍ່ຄືຕອນນາງ...................................ເອົາໃຈຮຽງຂ້າງຊາຍ

555555    ແຕ່ງຕອນເຊັງ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ຊາຍ:

......ໃນຫົວໃຈສະເທື່ອນທ້ອນ....................ເມື່ອຍິນນາງເຂົ້າມາວອນ

ຫັນໃຈທອນສານອນຕື່ນ..........................ໂອຍຈົນວ່າເຫືອອ້າຍໄຫຼຊືມ

ຂົນຄີງຊາໄປທົ່ວຮ່າງ................................ປານຂາງຟ້າໄດ້ຜ່າຟັນ

ກົ້ມເບີ່ງນາງຄືນອີກຄັ້ງ............................ນີ້ຄືຕ່ອນຜູ້ນອນຝັນ

ເຈົ້າຜູ້ຈັນວັນເພັງ...................................ທໍ່ທະລຳລ່ອຍຟ້າ

ບໍ່ອິຕົນແນ່ບໍ່ຫຼ້າ.....................................ບໍ່ສົງສານບໍ່ແນ່ອູນ

ແກ້ວໄພທູນເພດສະລາດ........................ສົງສານອ້າຍແນ່ປຽງ....ຄຳເອີຍ

ຄົນຄືອ້າຍໄດ້ແຕ່ຄິດ..............................ຄິດເຖີງຄາວຍັງຕ່ຽງຕໍ່

ຄິດຂື້ນມາພໍພໍ.....................................ຄິດຢາກແຂນຄໍອ້າຍໄວ້ປາຍໂພຍລົມເປົ່າ

ຍ້ອນຫຼົງມັກລູກສາວເຂົາ......................ຫຼົງມົວເມົານຳຄຳຍ້ອງ 

ຜູ້ອ່ານເອີຍບໍ່ແມ່ນຂ້ອຍແກ້ງເວົ້າ.........ທະລຳທຳລາຍສາວ

ຮັກແພງເຂົາກະເລີຍສູນ.......................ໜ່ວຍໄພທູນທະເລີດລ້ຳ

ຫຼືສາຍແນນບໍ່ນຳກ້ຽວ..........................ຫົນທາງທ່ຽວຄວາມຮັກອ້າຍ...ຊ່າງຄອຍງຽງ

ໂອຍປອງຕົກຂູມຕົກພຽງ.....................ຕຳສະດຸດຊຸດລົ້ມອ້າຍທົນມົ້ວໄປທົ່ວທາງ

ຄັນຈະປຽບໃຈຊາຍເປັນແຕ່ກ້າງ............ເນື້ອອ່ອນບໍ່ເຄີຍມີ

ມາເຫັນສາວຄົນດີ...............................ເຂົາມວ່າເຮົາເປັນຄົນເກ້

ມາອິຕົນໂຕເດ...................................ຮັກພາເພອ້າຍຕິດລົມ

ເຫຼືອແຮງໃຈຊາຍ................................ຫາຍສູນເສຍສູ່ສາຍລົມ

ຕົກລົງຈົມຢູ່ກາງແຈ້ງ.........................ເຫຼືອແຮງອ້າຍຜູ້ຕ້ອຍຕ່ຳ....

ຮື້ໆໆໆໆໆໆ..................ບໍ່ໄດ້ກະຈະກັບວຽງແລ້ວ

ຍີງ

........ຢ່າຟ້າວອ້າຍເຈົ້າເອີຍ........................ຂ້ອນນີ້ຢອກເຈົ້າຫຼີ້ນ

ລອງໃຈເຈົ້າເບີ່ງ................................ວ່າຈະເຢັນຈັງນ້ຳຫຼືຈະຮ້ອນດັ່ງໄຟ

ນ້ອງບໍ່ເຊື່ອໃຈງາຍແລ້ວ......................ແນວຝ່າຍພີ້ເປັນແມ່ຍີງ

ຂ້ອຍຢ້າຍຊາຍບໍ່ຮັກຈີງ......................ຢ້ານເຈົ້າມາລອງລໍ້

ຢ່າມາສໍພໍເວົ້າຢ້ານເຈົ້າໄດແດກແລ້ວ.....ມີມ້າພັດຂີ່ໜີ

ຄັນຮັກອີ່ຫຼີ່ແທ້ໆ..................................ເຈົ້າຢ່າຢູ່ໄປດົນ

ໄປຫາຄົນມາສູ່ຂໍ...................................ແຕ່ງພະນາງໄປນອນຊ້ອນ

ນ້ອງຢາກວອນເຕືອນໄວ້.......................ວ່າສີນສອດນັ້ນຢາກແພງ

ຄັນວ່າຊາຍແຕ່ງໄດ້..............................ນາງຈະຍອມທຸກຢ່າງ...ດອກນາ

.........ໃກ້ຈະສົມຫວັງແລ້ວ  ຕິດຕາມຕອນຈົບເດີໃນຕອນໜ້າ................

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ຊາຍ

.........ຄັນວ່າອ້າຍໄດ້ເຈົ້າ......................ບໍ່ໄຫ້ວ່າອິຫຍັງກະຂໍເປັນ

ບໍ່ເຫັນເຫັນເລີຍຄວາມທຸກ...................ທີ່ຈະດວນເຖີງນວນແກ້ວ

ຈະບໍ່ໄລລາແລ້ວ..................................ປະຖີ້ມເຈົ້າໄປເປັນອື່ນ

ເດືອນຍັງຫງາຍກາງຄືນ.......................ອ້າຍບໍ່ແປຜັນປີ້ນຄືດ້າມດັ່ງກັນ.....ແທ້ນາ

..........ແມ່ນ້ຳຂອງບໍ່ກັ້ນ......................ກາຍເປັນບວກຄວາຍນອນ

ວຽງຈັນເປັນດົງດອນ............................ບ່ອນຂວຍຈີ່ນາຍໂມ້

ໜອງສະໂນບໍ່ທັນເສົ້າ...........................ເມືອງເຮົາຍັງມີເຈົ້າຄອງນັ່ງ

ລາດສະວັງບໍ່ເປັນປ່າໄມ້ປ້ອງ..................ບໍ່ວ່າງນ້ອງໃຫ້ແກ່ໃຜ

ໄກ່ບໍ່ເຂ່ຍໄປທາງໜ້າ............................ມ້າບໍ່ປົ່ງເປັນເຂົາ

ໝາກກະເລົາບໍ່ຫູ້ມກົ້ນ.........................ຄົນບໍ່ຍ່າງຄືໝູ

ພູບໍ່ເປັນດີນພຽງ..................................ອ້າຍບໍ່ລືມພະນາງໄດ້

ໄໝບໍ່ກາຍເປັນຝ້າຍ............................ຫາກວ່າຊາຍບໍ່ຕາຍບໍ່ວ່າງນ້ອງເປັນອື່ນ

ເດືອນຍັງຫງາຍກາງຄືນ........................ອ້າຍບໍ່ແປຜັນປີ້ນຄືນດ້າມດັງກັນ....ແທ້ແລ້ວ

......ຄັນວ່ານາງເປັນມັນ........................ໂຕອ້າຍກໍ່ຈະເປັນຊຽງໝ້ຽງ

ຈອບກົ່ນເອົາມັນມາໝົກ.....................ນາງເປັນກົກຈະເປັນປາຍ

ໄຕ່ຕາມໄປນຳກົ້ນ................................ຈະນຳວົນນຳກ້ຽວນຳທ່ຽວນຳແວ່

ນຳລຳນຳແລ່ຕໍ່ແລແຍ່ຂ້າງ...................ຄືຊ້າງຄ້ຽວຫຍ້ຳບົງ..ຕວາລະນາ

ຍີງ

........ເຊົາເຊົາທ້ອນ............................ຢ່າເອົາຄຳຫວານມາເວົ້າອ່ອຍ

ຫວານເປັນບັ້ງນ້ຳອ້ອຍ.......................ຂ້ອຍຢ້ານໃຈສົ້ມດັ່ງໝົດແດງ

ຂ້ອຍບໍ່ເຊື່ອເຈົ້າແລ້ວ.........................ແນວຜູ້ຊາຍເວົ້າງາຍ

ຮັກຢູ່ປາຍປາກລີ້ນ.............................ຂ້ອຍຢ້ານໃຈເຈົ້າບໍ່ອວຍນຳ...ແມ່ນບໍ່

.........ຄົນໂບຮານເພີ່ນແຮງເວົ້າ...........ວ່າສັດຈະຜູ້ຊາຍນີ້ຄືກັບກວຍກະຕ່າຮ້າງ

ແມ່ນໂຍນຖີ້ໃສນ້ຳ..............................ນ້ຳໄຫຼເຂົ້າທຸກຕາ

ບໍ່ຄືສັດຈະແມ່ຍີງນີ້..............................ຄືກັບຫີນນັບໝື່ນ

ເຖີງຈະໂຍນໃສ່ນ້ຳ................................ກໍຈົມມີ້ງແມ່ນບໍ່ຟູ

ຜູ້ໃດຈຫຼຽວເຫັນໄສ້..............................ນໍຫົວໃຈນົກຂີ້ຖີ່

ລາງເທື່ອຝັງແກ້ວໄວ້............................ໃນຫັ້ນຕັ້ງໝື່ນດວງ....ຊິຮູ້ບໍ່

ຊາຍ

.........ເວົ້າແນວໃດກໍ່ຄືແລ້ວ..................ແນວຄົນບໍ່ມັກບໍ່ຮັກກັນ

ຄິດຢາກອາຍຮ້າຍ................................ໃຈຊາຍແມ່ນຄິດແນວໃດ

ວ່າຜູ້ສາວຮັກເຈົ້ຂອງ...........................ຈື່ງຕັ້ງໜ້າຂ້າມຂອງມາ

ບາດວ່າຂ້າມມາແລ້ວ...........................ເຂົາປ່ອຍໃຫ້ລອຍລົມ

ຊິໃຫ້ງົມນ້ຳໜອງ.................................ແມ່ນ້ຳລຳຄອງມັນແສນກ້ວາງ

ນາງເອີຍຈັງແມ່ນຕົວະໃຫ້ອ້າຍ..............ພ່າຍເຮືອຄືນົກເຈົ່າ

ຟ້ານມືດເສົ້າຝົນບໍ່ຍ້ອຍ.......................ນ້ຳຕາອ້າຍໄຫຼລົງ....ນໍຫຼ້າ

ຮື້ໆໆໆ..........ເສົ້າແລ້ວແມ່ນບໍ່.... ຕິດຕາມຕອນຕໍ່ໄປເດີວ່າມັນຈະເປັນແນວໃດ 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 16, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ບັດນີ້.........ຈະຂໍກ່າວຕັ້ງ........................ຂຽນກອນໄດອາຣີ່ນີ້ກ່ອນໜາ

........ວາຈາອາດບໍ່ມ່ວນຊ້ອຍ...................ຂໍພ່ອຍອ່ານໃຫ້ຈົບແດ່ທ້ອນ

........ກາບກອນກ່າວຂຽນແຕ້ມ...............ບໍ່ຖືກຄຳປະຈຳບ່ອນຄືດັ່ງວ່າ

........ແຕ່ກະຕັ້ງໃຈຂຽນແຕ່ງມາ...............ໃຫ້ໝູ່ເພື່ອນພັນລາວໄດ້ອ່ານ...ໄດເນີ

ຟັງເດີ.......ທຸກຄຳເວົ້າທີຂານກ່າວ.............ເພື່ອນພັນລາວຈົ່ງຂານຟັງກ່ອນສາ

.........ໃນຫົວໃຈອຸລາຮຽມນີ້ແລ້ວ...............ມັນອັງອຸກທຸກພາຍໃນໃຈ

.........ບໍ່ກ້າບອກໃຜຕົງແລ້ວ....................ແນວວ່າຕົນບໍ່ຫຼໍ່ຄືເພີນເຂົາ

.........ສາວພັນລາວຜູ້ງາມຊ້ອຍ................ຊວ່ຍຟັງຈ່ອຍຈັກຄຳ.....ແດ່ນາ

ແນວວ່າ.....ຕົນຂີ້ລ້າຍຮ້າຍ......................ຫຼຽວຕາຊ້າຍໃສ່ສາວເຂົາກະບໍ່ເບີ່ງ

.........ຫຼືວ່າບຸນພໍເຖີງແທ້.........................ຫຼ້ານາດນ້ອງທີ່ໄດ້ອານ ຂໍຂານຕອບ...ແດ່ໄດ

.........ໃຜສົນໃຈຮຽມນີ້ກໍ່ຂານມອບ............ທອບດວງໃຈແລະກາຍໝາຍຄົ້ນຫາ

.........ມອບດວງຈິດທວາຍມອບທັງຊີວາ....ໃຫ້ແຕ່ເຈົ້າແກ້ວຕາດວງໃຈ....ອ້າຍແລ້ວ

ຟັງທ້ອນ.....ຈາກໃຈຂ້ອຍຄົນຂາດຄູ່...........ໝູ່ຍັງແຊວເວົ້າໃຫ້ວ່າຕົນກຳລັງຂື້ນຄານ

.........ຫຼານກະຍັງຖາມພ້ອມ.....................ວ່າປ້າຫຼານຢູ່ໃສເດລູງ

.........ອາຍຸສູງພໍປານນັ້ນ..........................20 ປີຍັງບໍ່ມີຄູ່

.........ໂປດອິດູຕົນທ້ອນ...........................ຊ່ວຍສອນຮັກໃຫ້ຮຽມແດ່...ກະພໍນາ

ທ້າຍນີ.......ຈະຂໍກ່າວຄຳລາ.......................ລະບາຍມາກະຍາວເຍີ້ນ

.........ເສີນລະສົມແສນສຸກ......................ໃນໃຈໂປງກະຈາງແຈ້ງ

.........ແພງກ່າວຄ່ຳໄວ້ເປັນກອນ...............ເພື່ອນວອນສາວໃຫ້ສົນໃຈ

.........ຈາກນີ້ຈະຂໍລະໄປ...........................ສາວໃດສົນໃຈຝາກຂໍ້ຄວາມຫຼັງໄມເດີ.....ຊາຍຈະຂານຕອບ  ແທ້ນາ

ໃຊ້ໄດ້ຢູ່ບໍ່ກອນນີ້ 555555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ຍີງ

.....ຟັງເອົາຕິພີ່ນ້ອງ...............ຜູ້ບ່າວເມືອງລາວນັ້ນເວົ້າງ່າຍ

ຄິດຢາກບາຍຢາກຄັ້ນ...........ແນວນັ້ນແຕ່ສີ່ງດຽວ

ເວົ້າວ່າໂຕໂດດດຽວ................ທ່ຽວຫາແຕ່ຊູ້ເກົ່າ

ຄັນບໍ່ຮັກເຈົ້າຢ່າເວົ້າ...............ຄັນບໍ່ເອົາເຈົ້າຢາວ່າ....ໄດໜາ

ຊາຍ

.....ຟ້າຜ່າກະຮັບໄດ້..................ໄຟໄໝ້ກະຮັບເອົາ

ຄວາມໜັກຄວາມເບົົານັ້ນ........ເອົາເຂົາສຸເມນເປັນຂັນຊັງ

ເອົາແຜ່ນດີນເປັນໝາກໂຕ່ນ..........ເອົາຟ້າມາຊັງຊາ

ຍັງບໍ່ປານຂັວນຕາ............................ມານັງຮຽງອວນອ້າຍ

ຄືນໃດເດືອນງາຍແຈ້ງ.......................ໃຈອ້າຍນີ້ນັ້ນຄິດຮ່ຳ

ຄວາມຮັກມາເກີດຂື້ນ.........................ແສນສັ່ນປັ່ນສະໝອງ

ເຫັນຜູ້ສາວແລ້ວຕ້ອງ........................ຄິດຜ່ອງແຕ່ຄວາມຮັກ

ຄວາມສະໝັກໃນຕາ.........................ຮ່ວມທະໄມໃຈກູ້ມ

ພໍປານໄຟສູ່ມໄໝ້..............................ໃນຫົວໃຈບໍ່ຕຽງຕໍ່

ຂໍໃຫ້ໄດ້ພົບພໍ້......................................ສາວນ້ອຍກໍ່ແມ່ນໃຈ

ທົນກະທົນບໍ່ໄດ້...................................ເອົ້າອັງຫົນຫວຍ

ຫົວໃຈຂວຍ.......................................ເກີດໜາວແກ່ເມົາ

ເປັນຮາວໂພນຮາວເລົ່າ....................ໜັກເບົາລົ້ນອັ່ງ

ນັ່ງກະນັງບໍ່ຍືນ.................................ຢືນກະຢືນບໍ່ໝັ້ນ

ໂຕສັ່ນຮ້ອນ.....................................ອ້າຍຈື່ງມາ.....ແທ້ໜາ

ຍັງມີອີເດີ    5555555555

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 29, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ຍີງ:.......ຟັງເອົາເດີພີ່ນ້ອງ..

..........ເພີ່ນວ່າຝົນຕົກຍ້ອຍ...............ຮ່ຳຕອງກອຍຍ້ອຍຕອງຂ່າ

ຜູ້ບ່າວເມືອງລາວຄົນຊ່າ.....................ມາປາກຫວານຈ້ອຍໆຂ້ອຍຢ້ານໃຈເຈົ້ານະບໍ່ຈີງ

ເພີ່ນວ່າໃຈປະສົງແລ້ວ........................ສາວໄທຈື່ງດັ້ນຮອດ

ສາຍຕາຈອດຈໍ່ຈ້ຳ..............................ໃນຖ້ຳຊິກົ່ນຫາ...ເພີ່ນວ່າ

ຊາຍ:........ແມ່ນລະເນາະ

..........ໃຈປະສົງນຳໄມ້.........................ຈື່ງໄດ້ແບກຂວານມາ

ໃຈປະສົງນຳປາ...................................ຈື່ງແຕ່ງຫວີ່ງລົງສ້ອນ

ໃຈປະສົງນຳມ້ອນ...............................ຈື່ງເກັບມອນເຂົ້າມາໃສ່

ໃຈປະສົງນຳທອງໃບ...........................ຈື່າເດີນດັ້ນປ່າຜ່າໄຟ ມາຫາຫຼ້າຝັ່ງໄທ......ນີ້ແລ້ວ

ຍີງ:

.........ເຊົ່າໆທ້ອນ..............................ຢ່າເອົາຄຳຫວານມາເວົ້າອ່ອຍ

ຫວານເປັນບັ້ງນ້ຳອ້ອຍ...................ຂ້ອຍຢ້ານໃຈສົ້ມດັ່ງໝາກນາວ

ຊາຍ:........ບໍ່ໄດ້ຫວານດອກ

ປາກແນວໃດ..................................ໃຈແນວນັ້ນຄືດ້າມດັ່ງກັນ....ຫັ້ນລະ

ຍີງ....

............ເຈົ້າລືມແລ້ວບໍ່ຄຳເວົ້າ...................ສັນຍາໃນຄ່າວກ່ອນ

ສາບານໄວ້ແຕ່ກີ້.......................................ລືມແລ້ວບໍ່ອີ່ພໍ່ຄຸນ

ເພີ່ນວ່າ.....ໂອຍຄັນວ່າອ້າຍໄດ້ນ້ອງ..........ວຽງຈັນນໍ່ບໍ່ຮ້າງບໍ່ວາງນ້ອງໃຫ້ແກ່ໃຜ

ດຽວນີ້ວຽງຈັນຮ້າງ..................................ຫຼວງພະບາງກະແປນເປົ່າ

ວັດຍ່າຄູກະເສົ້າ.......................................ເນນນ້ອຍກະຍ່າງໜີ...

ຊາຍ:....

ໃຜວ່າວຽງຈັນເສົ້າ...................................ສາວເອີຍຢ່າຟ້າວວ່າ

ຢ້ານຈະໂປ້ບາດຫຼ້າ..................................ໝາກແຕ່ງຊ້າງໜ່ວຍປ່າຍ

ຄວາມຮັກອ້າຍມີຕໍ່ນ້ອງ..........................ຄືໝາກປີ່ນວຽນໝູນ

ບູນພີ່ຊາຍຂັນເອົາ..................................ຮ່ວມພະນາງຢ່າຂັນຮ້າງ

ຫົນທາງຄືນເມື່ອບ້ານ.............................ຊ່າງມາໄກຄວາມລຳບາກ

ຢາກພໍ້ຄວາມຮັກເຈົ້າ..............................ຈື່ງມາເວົ້າກ່າວຂໍ...ດອກໜາ

ຄິດເອົາແນ່ປຽງຫຼ້າ

10 ແມ່ນ້ຳ 20 ແມ່ນ້ຳ...........................ອ້າຍຫຍໍ້ເປັນສາຍດຽວ

ທາງ 10 ຄືນ 20 ຄືນ.............................ອ້າຍຫຍໍ້ເປັນຄ່າວມື້

10 Sea ກະໄດ້ຂ້າມ..............................20 ຂອງກະໄດ້ລ່ອງ

10 ແມ່ນ້ຳ 20 ແມ່ນ້ຳ..........................ຂວາງໜ້າກະລ່ອງມາ

ຕັ້ງແຕ່ແດດກາງຟ້າ...........................ຍັງໄດ້ຜ່າກາງຝົນ

ອົດສາທົນຄວາມທຸກ.........................ຈື່ງດ່ວນມາເຖີງນ້ອງ

ຢາມເມື່ອມາເຫັນແລ້ວ......................ຈະໜີໄປທາງອື່ນ

ມາເຫັນແລ້ວບໍ່ໄດ້ຄືນ.........................ເງີນຈ້າງອ້າຍບໍ່ໜີ ແທ້ລະນາ

ຍັງມີຕໍ່ຕອນໜ້າເດີ 

ຍາວໆໆໆໆ............

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຊາຍ:

.......ໃຈໝາຍໝັ້ນ.............................ຝັນຢາກໄດ້ນາງມາເປັນເນື້ອຄູ່

ຊູ້ກະເຈົ້າແຟນກະເຈົ້າ.........................ບໍ່ເຄີຍຕ້ຽງໃສ່ຜູ້ໃດ

ໃນຫົວໃຈຄິດຢາກແປງ.......................ຂົວຂ້າມສະພານທອງທ່ຽວທອງ

ຂໍແກ້ນ້ອງແປງສ້າງ............................ຊວຍຮຽມແນ່ປຽງ

ເພື່ອໄດ້ເປັນຂົວຂ້າມ............................ສະພານທອງທ່ຽວໄຕ

ຕິດຕໍ່ໄວ້ສະພານຂ້າມຮ່ວມກັນ............ຄິດຢາກແປງທາງດັ້ນ

ມາເຖີງກັນເຊົ້າຄ່ຳ................................ເຊົ້າລ່ຳຢ້ຽມແລງຊ່ວຍສົ່ງແກງ

ຍິບບາດແມ້ງ......................................ຢາກຂໍຂອດໄມຕີ

ພໍຢາກທ່ຽວທາງມາ.............................ຮ່ວມພະນາງເບີງບ້າງ

ຝັງສົບມ້ຽນຮ່ວມນາງວາງມອບ...........ທອບກະດູກເຂົ້າເປັນຊີ້ນຕ່ອນດຽວ   ພູ້ນແລ້ວ

ຍີງ:

........ຢ່າມາຕິຖະແຫຼ່ງເວົ້າ.................ເອົາເລົ່າມາປູກ

ບໍ່ແມ່ນເຊື້ອຊາດອ້ອຍ......................ກີນແລ້ວບໍ່ຫ່ອນຫວານ

ນ້ອງຢ້ານບໍ່ເປັນດັງຄຳເວົ້າ...............ສີຊົມພູຄືດັງວ່າ

ຢ້ານຄືຕອກມັດກ້າ..........................ດຳນາແລ້ວຢຽບໃສຕົບ

ຍັງຕອນຕໍ່ໄປເດີ 555555555

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນີ້ແມ່ນກວານຂອງໄມ່ຕ້າວ  ເປັນກອນເລົ່າແບບເລື່ອງ ເປັນເລື່ອງມີແຕ່ບໍ່ມີຄວາມ  ເຂົ້າເລື່ອງເລີຍເນາະ

ພ້າບໍ່ມີມີດ   ຂູດຂີດເຫຼົາປືນ   ໄຟບໍ່ມີຟືນ  ລົ່ນປືນແລະໜ້າ  ແກ້ສົ້ງຜ້າເອົາພ້າເນັບແອວ

ເບັດຊື່ຕື້ງຄືຫາງໝາງໍ   ຜ້າກ້ອມນ້ອຍຄືກ່ຽວຫາງໄກ່  ຈັບໜ້າໄປເຂົ້າປ່າເລາະນ້ຳ

ຍ່າງຂື້ນຫ້ວຍນ້ຳຕຳເອັນນ່ອງ  ຍ່າງລ່ອງຫ້ວຍນ້ຳຕຳຫົວເຂົ່າ ຍີ່ງຢູ່ບ່ອນເກົ່າກະຍີ່ງໄປ

ເຫັນນົກອ້ຽງກີນໝາກໂພໄຊ  ແຊ່ວໆສຽງແຕ່ບໍ່ມີໂຕຮ້ອງ

ໂຕຈັບງ່າທາງກ້ອງກົ້ມຫົວກີນໝາກຢູ່ງ່າທາງເທີ່ງ ໂຕຈັບງ່າທາງເທີງແງນຄໍກີນໝາກງ່າທາງລູ່ມ

ພໍທ້າວເຫັນກະຈັບໜ້າສາຍຂາດມາກົ່ງຍີ່ງກົ່ງຍີ່ງ

ແນ່ໃສ່ກົ້ນພັດຖືກບວງຕາ ຕົກລົງມາຮ້ອງອີ່ອ້ຽງອີ່ອ້ຽງ

ຕົກໃສ່ນ້ຳສຽງດັງສະລາວ  ຕົກໃສ່ປ່າຫຍ້າຄາສຽງດັງຈູມ

ທ້າວຈະເຂົ້າໄປເອົາ  ນົກພັດແລ່ນເຂົ້າຮູ່ປູ  ບາດໄປເບີ່ງພັດແມ່ນຮູ່ຂຽດ

ທ້າວເອົາອິຫຍັງແຍ່ກະບໍ່ເຖີງ  ໄປຕັດເອົາຫວາຍຢູ່ໃນປ່າ20ວາ ມາແຍ່ກະບໍ່ເຖີງ

ຈື່ງຕັດສີນໃຈ ເອົາພ້າທີເນັບແອວມາແຍ່  ໄດ້ຍີນສຽງດັງຄອດແຄດຄອດແຄດ

ທາ້ວເວົ້າບໍ່ແມ່ນແຮດກະແມ່ນກະທີ່ງ  ທ້າວເລີຍເອົາສົ້ນຕີນອັດໄວ້

ແລ້ວແລ່ນໄປຫາຍືມສຽມມາຂຸດ  ພໍໄປຮອດບ້ານຮ້າງ ກະໄດ້ຍີນສຽງໄກ່ຮ້ອງດັ່ງຝົດສະໜັນ

ຍ່າງລຽບເຮືອນທາງນອກ  ຊອກເຂົ້າຝາເຮືອນທາງໃນ  ເຫັນອ້າຍຊຽງຊິກໃຫມ່

ນອນຫຼັບແຕ່ບໍ່ຫຼັບຕາ  ແລ້ວດືງຕັ້ງເກົ້າອ້າຍຊຽງຊິກໃຫມ່ຂື້ນມາແລ້ວເວົ້າວ່າ

ອ້າຍຊຽງອ້າຍຊຽງເຈົ້າຊິກເມື່ອໃດ ອ້າຍຊຽງຕອບຂ້ອຍຊິກມື້ອື່ນ

ອ້າຍຊຽງຂ້ອຍຂໍຍືມສຽມເຈົ້າແດ່  ສຽມມີແຕ່ດ້າມບໍ່ມີມາກ  ຢູຂາກພື້ນເຮືອນ

ທ້າວໄດ້ສຽມກະຝ້າວກັບໄປ  ແລ້ວຖອດສົ້ນຕີນອອກ  ພ້ອມທັງຂຸດ

ພໍຂຸດໄປກະເຫັນ ໝູລອງເຕາະ  ອອກລູກ9ໂຕ

ຕີຕາຍ6ໂຕ ແລ່ນໜີ3ໂຕ ໄດ້ກັບໄປເຮືອນ 12ໂຕ

ເອົາໃຫ້ເມຍແຕ່ງກິນ  ເຮັດແກງສົ້ມພັດໃສນ້ຳຕານ ເຮັດແກງຫວານພັດໃສ່ໝາກສົ້ມຜ່ອງ

ຜູ້ມັກກີນໝົດຖ້ວຍດຽວ ຜູ້ບໍ່ມັກກີນໝົດ7ຖ້ວຍ ກີນອີ່ມແລ້ວຮູ້ສຶກວ່າເຈັບທ້ອງ

ຂີ້ກະເດັນອອກ3ວາກັບ7ແຫ່ງ ໄມ້ແກ້ງອີກ7ກຳ  ຫາຢາປົວຢູ່ໃສກະບໍ່ໄດ້

ເລີຍແຕ່ງທູບທຽນດອກໄມ້ໃສ່ໜ້າຕັ່ງໄປຂໍນຳຍ່າພໍ່ຢູ່ວັດ

ຍ່າພໍ່ວ່າຢາດີກະມີຢູ່ດອກ   ມັນມີ ໝາກຫຳຫອຍ  ໝອຍຄັນຄາກ ຮາກຂັ້ນເສົ້າ ແລະກະເກົ້າຜົມອ້າຍຈົວ

ໄດຢາສີ່ເມັດນີ້ພະຍາດອິຫຍັງກະຫາຍດີ   ຈົບເທົ່ານີ້

ທຸກໆຄໍ່າເວົ້າເຖີງຈະບໍ່ມີຄວາມຈີ່ງແຕ່ກະມີຄວາມໝາຍ  ຈະເແປໃຫ້ຟັງຕອນໜື່ງເດີ

ຜູ້ມັກກີນໝົດຖ້ວຍດຽວ ຜູ້ບໍ່ມັກກີນໝົດ7ຖ້ວຍ  ໝາຍເຖີງ ຢາກໄດ້ຫຼາຍໄດກີນທໍ່ກ້ອຍຢາກໄດ້ນ້ອຍໄດ້ກີນທໍ່ໂປ້ມື

ແລະ ຢາດີສີ່ເມັດ ໝາກຫຳຫອຍ  ໝອຍຄັນຄາກ ຮາກຂັ້ນເສົ້າ ແລະກະເກົ້າຜົມອ້າຍຈົວ  ນັ້ນໝາຍເຖີງ

ຄວາມພະຍາຍາມ ຄວາມດຸໝັ່ນ  ປະຍັດ  ແລະ  ອົດທົນ

ຂຽນແປອອກພາສາລາວບໍ່ຄ່ອງປານໃດ  ຄັນແມ່ນພາສາທ້ອງຖີ່ນເກາະກ່າຍກັນດີຂະໜາດໄດນິ