ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

<!--ຊື່ວິທະຍາສາດ: Tagetes erecta  L.

<!--ຊື່ສາມັນ: African Marigold

<!--ຕະກຸນ: Asteraceae

<!--ລັກສະນະທາງຜຶກສາສາດ: ເປັນໄມ້ລົ້ມລຸກສູງ 15–60 ຊມ. ລຳຕົ້ນເປັນຮອງສີຂຽວ, ແຕກກີ່ງກ້ານທີ່ກົກ ແລະ ໃບ. ໃບອອກຮຽງກົງກັນຂ້າມກັນ, ໃບຍ່ອຍມີ 11-17 ໃບ ກວ້າງ 0.5-1.5 ຊມ. ຍາວ 1.5-5 ຊມ. ປາຍໃບແຫຼມ, ຂອບໃບເປັນຮູບແຂ້ວປາສະຫຼາມ, ແຜ່ນໃບສີຂຽວ, ເນືອໃບໜຸ້ມ, ດອກອອກເປັນກີບຊໍ່ຊ້ອນກັນຮອດປອຍຍອດ, ດອກເປັນເຫຼືອງເຂັ້ມ, ກ້ານຊູດອກເປັນສີຂຽວຕິດກັນຄ້າຍຄືລະຄັງ, ດອກແບ່ງອອກເປັນ 2 ວົງຄື: ດອກວົງນອກເປັນຮູບລີ້ນບານແຜ່ອອກປາຍມ້ວນລົງເປັນດອກບໍ່ສົມບູນ, ດອກວົງໃນເປັນຫຼອກນ້ອຍຢູ່ກາງເຄີ່ງ, ຊໍ່ດອກເປັນດອກສົມບູນເພດ, ກ້ານຊໍ່ດອກຍາວ, ແກ່ນເປັນແກ່ນແຫ້ງບໍ່ແຕກ, ສີດຳ ດອກແຫ້ງຕິດກັບແກ່ນ.

<!--ສ່ວນທີ່ໃຊ້: ໃບ ແລະ ຊໍ່ດອກ, ເກັບຕອນລະດູຮ້ອນ ແລະ ລະດູໜາວ, ຕາກແຫ້ງເກັບໄວ້ໃຊ້ ຫຼື ໃຊ້ສົດ.

<!--ສັບພະຄຸນ:

ໃບ: ລົດຊາດຊຸ່ມເຢັນ, ມີກີ່ນຂິວ, ໃຊ້ແກ້ຝີ ( ຮາດຝີ ), ເດັກນ້ອຍເປັນໝາກສຸກໝາກໃສ, ຕຸ່ມມີໜອງ, ບວມໂດຍບໍ່ຮູ້ສາເຫດ, ບາດແຜອັກເສບທີ່ມີໜອງຕ່າງໆ.

ຊໍ່ດອກ: ລົດຊາດຂົມ, ກີ່ນຂິວເລັກນ້ອຍ, ໃຊ້ປົ່ວຕັບ, ແກ້ຮ້ອນໃນ, ລະລາຍຂີ້ກະເທີຄາຄໍ (ດັງຕັນ), ແກ້ໄອ, ແກ້ເມົາຫົວຊອດອອກຕາ, ປົ່ວຫຼອດລົມລົມອັກເສບ, ເຕົ້າລົມອັກເສບ, ເຮັດໃຫ້ບາດແຜຫາຍດີໄວ ແລະ ເປັນຢາດີເຈັບແຂ້ວອີກ.

<!--ວິທີໃຊ້:

ໃບ: ໃຊ້ພາຍໃນ: ໃບແຫ້ພໍປະມານ ຫຼື 3-10 ກຼາມ ຕົ້ມກິນຕາງນ້ຳ

ໃຊ້ໃຊ້ພາຍນອກ: ໃບສົດຕຳ ຫຼື ທຸບໃຫ້ມຸນ ແລ້ວມາພອກໃສບ່ອນທີ່ເກີດບາດແຜ( ສຳລັບແຂ້ວແມງແມ່ນທຸບມຸນໆ ແລ້ວຍັດໃສ່ບ່ອນຮູ່ແຂ້ວແມງນັ້ນ), ຕົ້ມໃບສົດເອົານ້ຳຊະລ້າງບາດແຜ, ຕຸ່ມໝາກສຸກໝາກໃສ ຫຼື ໃຊ້ອາບເລີຍຖ້າແມ່ນເດັກນ້ອຍທີ່ເປັນຕຸ່ມຫຼາຍ.

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ຕົ້ນໝາກແຄ້ງຂົມ

·         ຊື່ວິທະຍາສາດ: Solanum indicum  L.

·         ຕະກຸນ:  Solanaceae

·         ສານເຄມີ: ສານ Solasodine ພົບໃນສ່ວນ ໝາກ, ໃບ ແລະ ຕົ້ນ ນອກນີ້ ໃບ ແລະ ໝາກ ຍັງພົບ Solanine, Solanidine  Beta-sitosterol ແລະ Diogenin.

· ລັກສະນະທາງພຶກສາສາດ: ເປັນໄມ້ພຸ່ມ ສູງ 1-1.5 ແມັດ ເປືອກຕົ້ນລຽບເປັນສີນ້ຳຕານ, ຍອດອ່ອນ ແລະ ຕົ້ນອ່ອນມີຂົນສີຂາວ, ໃບເປັນໃບດ່ຽວອອກຮຽງສະລັບກັນ, ໃບກວ້າງ 4-10 ຊມ,ຍາວ 6- 12 ຊມ, ປາຍໃບ ແລະ ກົກໃບໝົ່ນ, ຂອບໃບວັອມບານ, ແຜ່ນໃບສີຂຽວມີຂົ່ນອ່ອນ, ກ້ານໃບຍາວ, ດອກອອກຕາມກີ່ງ ຫຼື ກ້ານໃບ, ດອກມີສີປັງ, ດອກຍ່ອຍມີ 5-10 ດອກ, ກີບລ້ຽງດອກເຊື່ອມຕິດກັນ ປາຍແຍກເປັນ 5 ແຊກແຫຼມດ້ານນອກມີຂົນ, ກີບດອກມີ 5 ກີບ ຮູບໄຂ່ປາຍແຫຼມ, ເກສອນຜູ້ເປັນສີເຫຼືອງຕິດກັນເປັນຮູບຈວຍ, ໝາກເປັນໜ່ວຍກົມ ເສັ້ນຜ່າກາງ 0.5-1 ຊມ, ຜິວລຽບ, ໝາກດິບສີຂຽວບໍ່ມີລາຍ, ໝາກສຸກມີສີສົ້ມເຫັນແກ່ນຢູ່ໃນຈຳນວນຫຼາຍ.

·         ສ່ວນທີ່ໃຊ້: ຮາກ, ລຳຕົ້ນ, ໃບ ແລະ ໝາກ.

·         ສັບພະຄຸນ:

-    ຮາກ: ລະລາຍຂີ້ກະເທີ, ນ້ຳລາຍໜຽວ, ແກ້ໄອ ແກ້ໄຂ້ສຸກສູ້, ແກ້ເລືອດອອກທາງທະວານ ແລະ ຊ່ອງຍ່ຽວ.

-    ລຳຕົ້ນ: ແກ້ເລືອດອອກທາງທະວານ ແລະ ຊ່ອງຍ່ຽວ.

-    ໃບ: ບຳລຸງຮ່າງກາຍ, ປົ່ວວັນນະໂລກ, ແກ້ໄອ.

-    ໝາກ: ລົດຊາດຂົມມັນ, ບຳລຸງນ້ຳບີ, ແກ້ໄອ, ລະລາຍຂີ້ກະເທີ, ນ້ຳລາຍໜຽວ, ເປັນຢາຂັບຖ່າຍ, ຮັກສາໂລກໄຕ, ໂລກກະເພາະ, ແກ້ເລືອດອອກທາງທະວານ ແລະ ຊ່ອງຍ່ຽວ.

·         ວິທີໃຊ້:

-    ໝາກແຄ້ງແກ່ໃຊ້ເປັນຢາແກ້ໄອ, ໂລກຫືດ, ຂີ້ກະຍື

§  ເດັກນ້ອຍ: ເອົາໝາກແຄ້ງແກ່ 2-3 ໜ່ວຍບີບເອົານ້ຳໃສ່ບ່ວງໃຫ້ເດັກນ້ອຍກິນ.

§  ຜູ້ໃຫຍ່: ເອົາໝາກແຄ້ງ 10-20 ໜ່ວຍ ກີນໂດຍຄຽ້ວແລ້ວກືນທັງນ້ຳ ແລະ ເປືອກ, ກິນເຊົ້າແລງຈົນກວ່າອາການຈະດີຂື້ນ.

-    ລຸດນ້ຳຕານໃນເລືອດ ແລະ ຮັກສາໂລກເບົາຫວານ: ໃຊ້ໝາກແຄ້ງແກ່ ຫຼື ອ່ອນກໍ່ໄດ້ຮັບປະທານເປັນອາຫານກັບແຈ່ວ ຫຼື ກິນລ້າໆ 10-20 ໜ່ວຍຕໍ່ວັນ.

-    ຮາກ ແລະ ລຳຕົ້ນ: ແມ່ໃຊ້ຮັກສາໂລກພາຍໃນເຊັ່ນ: ບຳລຸງນ້ຳບີ, ຮັກສາໂລກໄຕ, ໂລກກະເພາະ, ແກ້ເລືອດອອກທາງທະວານ ແລະ ຊ່ອງຍ່ຽວ ໂດຍໃຊ້ ຮາກ ຫຼື ລຳຕົ້ນ ພໍ່ປະມານມາຕົ້ມນ້ຳດື່ມແທ່ນນ້ຳບໍ່ໃຫ້ຕ່ຳກວ່າ 1 ລິດຕໍ່ວັນ.

· ຄຸນຄ່າທາງອາຫານ: ປະຊາຊົນລາວມັກໃຊ້ໝາກແຄ້ງກັບລາບ, ກ້ອຍ, ກັບແຈ່ວ...ແລະຍັງໃຊ້  ໝາກແຄ້ງສຸກເຮັດເປັນແຜ່ນຂາຍຕາມທ້ອງຕະຫຼາດອີກ(ໂດຍສະເພາະແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ຫຼວງນ້ຳທາ) ໝາກແຄ້ງມີວິຕາມິນເອຂ້ອນຂ້າງສູງ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2012 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ແຕ້ມດ້ວຍຕົນເອງ ຍັງມີອີກຫຼາຍຮູບແຕ່ບໍ່ໄດ້ອັບໂລດລົງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

.......ທີ່ທົ່ງເມືອງຜາ........................ປະເທດລາວເຮົາ

ຍາມເຊົ້າສາຍລົມພັດ.....................ໃບໄມ້ເຢັນໃຈ

ຢູ່ກາງທົ່ງນາ..................................ມີນ້ຳເໝືອງໃສໄຫຼຜ່າ

ເຫັນຝຸ່ງໝູ່ປາ...............................ລອຍຫຼີ້ນຢູ່ໄປມາ

.......ທີ່ທົ່ງເມືອງຜາ........................ເມືອງຮັກຂອງເຮົາ

ເຮົາຢູ່ເຮັດສ້າງ...............................ມາຫຼາຍພັນປີ

ເຮັດໄຮ່ໄຖ່ນາ.................................ປູກອ້ອຍປູກຜັກສາລີ

ປ່າໄມ້ຂຽວດີ..................................ຄືຜາອ່າງສູງສະຫງ່າ

......ຢາມເມື່ອມາເຖີງ.....................ບຸນບ້ານເຜົ່າພູດອຍ

ເຮົາຊ່ອຍກັນ................................ແຫ່ເຄື່ອງທາດເຂົ້າວັດເຮັດບຸນ

ຍາມແລງຄ່ຳມາ............................ເຮົາຫຼີ້ນຂັບເຊີ້ງອຸ່ນຕູນ

ບ່າວສາວຫຼີ້ນບຸນ...........................ທັງແຂກໄຕ້ໄທເໜືອມ່ວນຫຼາຍ

.......ທີ່ທົ່ງເມືອງຜາ.......................ປະຊາລາວເຮົາ

ທຸກເຜົ່າຊ່ອຍກັນ..........................ສ້າງເມືອງໃຫ້ຮຸ່ງໃສ

ຮີດຄອງບູຮານ............................ວັດທະນາທຳບູລຸດສ້າງໄວ້

ອານຸລັກເອົາໄວ້............................ໃຫ້ຢູ່ຄູ່ເມືອງຜາເຮົາ

.......ທີ່ທົ່ງເມືອງຜາ.....................ເຂດດອຍເຮົາ

ຕາມພູເຂົາຍັງມີ..........................ພືດຜັກຂຽວສະຫງ່າ

ທັງທຳມະຊາດ.............................ສັດປ່າຊີວະນາໆ

ຈົ່ງຊ່ວຍກັນຮັກສາ......................ໃຫ້ຢູ່ຄູ່ເມືອງຜາເຮົາ

.......ທີ່ທົ່ງເມືອງຜາ.....................ແດນສະຫວັນບ້ານເຮົາ

ຢູ່ເມືອງໃດເລົ້າ............................ຈະເທົ່າຢູ່ເມືອງຜານີ້

ມີທັງຮອຍຍີ້ມ.............................ອັນຊື່ນຊິດມິດໄມຕີ

ຂອງຊາວເມືອງທີ່ມີ.....................ເມືອງນີ້ຄືເມືອງຜາເຮົາ

ມີທັງຮອຍຍີ້ມ.............................ອັນຊືນຊິດມິດໄມຕີ

ຂອງຊາວເມືອງທີ່ມີ.....................ສີ່ງດີໆຍັງຄົງຢູ່ຄູ່ເມືອງຜາເຮົາ.........

...............55555.......ຄິດຮອດບ້ານກໍ່ເລີຍແຕ່ງກອນກ່ຽວກັບເມືອງຕົນເອງ

ຊ່ວຍຕຳນິແດ່ເດີ....ໝູ່ທັງຫຼາຍ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ........ໃບໄມ້ປິ່ວຫຼົ່ນ.............................ຕົກເມື່ອຍາມລົມພັດເປົ່າ

ຍິນສຽງນົກເຂົາ.................................ຮ້ອງຢູ່ແຄມໜອງ

ເຊົ້າສວາຍບ່າຍວັນ............................ຟ້າຂຸ່ນມົ່ວໝອງ

ຕົ້ນໄມ້ປິ່ວລົມ.....................................ພັດໂອນເອນໄຫວ

.........ໃນໃຈຂອງຊາຍ.........................ໃຜຈະມາຮູ້

ນັ່ງຄິດຄວນຢູ່....................................ບໍ່ຮູ້ຈະບອກແກ່ໃຜ

ເພາະດຽວນີ້ຊາຍ...............................ແສນເສົ້າໝອງໃຈ

ຊູ້ຮັກຂອງຊາຍ..................................ຢູ່ແຫ່ງຫົນໃດ.....ເດນໍ

........ນົກເຂົາເອີຍ..............................ຮ້ອງຫາໃຜ

ນົກເຂົາເອີຍ......................................ຍິນສຽງນົກເຂົາຮ້ອງ

ຍັງມາແສນທຸກ................................ໃຈເສົ້າໝອງ

ປຽບດັ່ງຕົວເຮົາ................................ທີ່ເສົ້າໝອງຫາຄົນຮັກ

........ໃບໄມ້ປິວຫຼົ່ນ.............................ຕົກເມື່ອລົມວອນ

ຍາມນອນບໍ່ນອນ..............................ໃຈຟຸ້ງໃຈພັ້ງ

ຮ້ອນໆໄໝ້ໆ.......................................ຄືຂາດບາງຢາງ

ບໍ່ຄືຕອນນາງ...................................ເອົາໃຈຮຽງຂ້າງຊາຍ

555555    ແຕ່ງຕອນເຊັງ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 14, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ມາໂຊອີກກັບ 1 ຜົນງານການແຕ້ມ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2012 | ມີ 20 ຄຳເຫັນ ແລະ 0 trackback(s)

ຂີ້ ໂມ້ແຕ່ນ້ອຍ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ໃນຂະນະທີ່ຍີ່ງສາວກຳລັງລົມຍອກໄຍກັນ  ກໍ່ມີຊາຍແກ່ຄົນໜື່ງຢາງເຂົ້າມາ

ຊາຍແກ່: ໂອ....  ສາວນ້ອຍພວກເຈົ້າກຳລັງລົມຫຍັງກັນ   ເອົາມືມາໃຫ້ຕູ້ເບີ່ງລາຍມືໃຫ້ດຸ

ແລ້ວສາວໆກະພາກັນເອົາລາຍມືໃຫ້ຕູ້ນັ້ນເບີ່ງ  ພໍຮອດຄົນສຸດທ້າຍຕູ້ເວົ້າວ່າ

ພໍ່ຕູ້: ປະໂທຈັງເປັນວາດສະໜາຂອງເຈົ້າ ລາຍມືສວຍງາມ ຖ້າໄດ້ຜົວໄປແລ້ວຈະໄດ້ໂກຍຄຳ

ສາວ : ແມ່ນແທ້ບໍ່ຕູ້

ແລ້ວສາວຄົນນັ້ນກໍ່ນົບແລ້ວເວົ້າວ່າ ຂໍໃຫ້ຜູ້ຂ້າໄດ້ໂກຍຄຳແທ້ໆແດ່ທ້ອນ ສາທຸ

5555555555            ໂກຍຄຳ......ກຳໂ...ຍ.......

555555