ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ມີຈົວນ້ອຍອົງໜື່ງຫາກະບວດໃໝ່ອາຍຸກໍາລັງເອາະໆຢູ່ ແບບວ່າຈົວໄວລຸ້ນຫັ້ນນາ ຫາກະບວດໄດສອງມື້ ຍັງບໍ່ທັນຮູ້ກົດລະບຽບຂອງພະຂອງສົງ

ໃນມື້ດຽວກັນນັ້ນກະມີງານບຸນຢູ່ວັດເພີ່ນຈັດງານຢູ່ຂ້າງວັດ ຈົວອົງນັ້ນກະໄປຈອບເບີ່ງເຂົາເຈົ້າເຕັ້ນເຂົາລໍາວົງຢູ່ແຈກໍາແພງວັດຫັ້ນແລະ(ອ່ານແລ້ວນຶກພາບໄປພາບເດີ)

ໃນຂະນະດຽວກັນນັ້ນ ໂຄສົກກະໄດປະກາດໃສ່ໄມວ່າ: ອະໂລ ລອບລຳວົງຕໍ່ໄປແມ່ນລອບລຳວົງຖວາຍໃຫ້ວັດເພີນປະມູນມາແລ້ວ 100 000 ກີບ ໃນຈັງວະມັນໆໆ

ພໍຈົວນ້ອຍໄດ້ຍິນວ່າຖວາຍວັດແລ້ວ ກະຮອບຈີວອນແລ່ນໄປກາງເວທີ ຈົນຈີວອນປິວວາບໆໆ ພຸ້ນແລ້ວ ບໍ່ເບີ່ງໃຕ້ເບີ່ງເໜືອຫຍັງ ເຕັ້ນລູກດຽວ ທັງຫົວທັງຕີນທັງມືໄຫວຕ້ວນໆໆ

ແລ້ວຍັງຍຸດເບີ່ງອີກຄາວໜື່ງ ຫຼ່ຽວຊ່ອງໄປຊ່ອງມາ ແລ້ວເວົ້າວ່າ: ເອ້ ຄືບໍ່ເຫັນຍ່າພໍ່ມາຫວະ ລຳວົງລອບຖວາຍວັດແທ້ໆ ບໍ່ເຫັນຍ່າພໍ່ມາຈັກອົງ

ຍ່າລະບໍ່ມາກະຍ່າກູຈະເອົາຄົນດຽວລະ ລຸຍເຕັ້ນຍົກໆໆ  ອິຕາໂຄສົກເຫັນກະໂດດໄປໃສ່ຈົວພ້ອມດືງແຂນອອກມາ ແລ້ວເວ້າເວົ້າວ່າ: ຈົວໄປເຕັ້ນແຍະໆໆໆຫຍັງຢູ່ຫັ້ນເປັນພະເປັນເນນມັນຜິດສີນ

ແລ້ວຈົວກະຕອບວ່າ: ບໍ່ໃຫ້ໄປເຕັ້ນຈັ່ງໃດແນວໄດ້ຍິນວ່າຖວາຍໃຫ້ວັດແລ້ວ(555555)

ພໍຈົວກັບໄປວັດຍ່າພໍ່ກະຈັບຊິກທັນທີ່   5555  ໂອຍ....ເນາະ ຈົບເທົ່ານີ້

Delicious Digg Fark Twitter