ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2011 | ມີ 18 ຄຳເຫັນ ແລະ 0 trackback(s)

 ເລື່ອງນີ້ເປັນເລື່ອງຈີງທີ່ຫາກໍ່ເກີດຂື້ນ  ຊື່ເພີນແມ່ນທ້າວສັກ  ເປັນຄົນຕິດຢາບ້າ  ດ່າແຕ່ລູກຕີແຕ່ເມຍ  ມີຊ່ວງໜື່ງລາວຫາວ່າເມຍລາວຫຼີນບ່າວ  ແຕ່ເມຍລາວບໍ່ໄດ້ຫຼີ້ນດອກ  ແລະກະຕີເມຍລາວຕະຫຼອດ  ຕໍ່ມາລາວວ່າຈະຈັບຜູ້ບ່າວທີ່ມາຫຼີ້ນເມຍລາວ   ລາວແກະເອົາສາຍໄປຟ້າທີ່ເປືອຍ ແລ້ວເອົາໄປກາງອ້ອມເຮືອນຂອງລາວແລ້ວສຽບໄຟຟ້າໃຫ້ແລ່ນຜ່ານສາຍໄຟນັ້ນ  ຈາກນັ້ນລາວກະໜີໄປຊອກກີນຢາ  ຈັກລາວເມົາຢາບຸ ຕອນລາວກັບເຮືອນບໍ່ຄິດພໍ້ວ່າໂຕເອງກາງສາຍໄຟຟ້າໄວ້  ກະເລີຍໄປຕຳເອົາເອງ  ຜົນສຸດທ້າຍໄຟກໍ່ຊອດຕົວເອງຕາຍ  ນີ້ແລະເຂົາເວົ້າວ່າກຳເວນສະໄໝນີ້ມັນຕິດຈະຫຼວດ   ນຳມາທັນໄວຂະໜາດ

Delicious Digg Fark Twitter