ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

.......ທີ່ທົ່ງເມືອງຜາ........................ປະເທດລາວເຮົາ

ຍາມເຊົ້າສາຍລົມພັດ.....................ໃບໄມ້ເຢັນໃຈ

ຢູ່ກາງທົ່ງນາ..................................ມີນ້ຳເໝືອງໃສໄຫຼຜ່າ

ເຫັນຝຸ່ງໝູ່ປາ...............................ລອຍຫຼີ້ນຢູ່ໄປມາ

.......ທີ່ທົ່ງເມືອງຜາ........................ເມືອງຮັກຂອງເຮົາ

ເຮົາຢູ່ເຮັດສ້າງ...............................ມາຫຼາຍພັນປີ

ເຮັດໄຮ່ໄຖ່ນາ.................................ປູກອ້ອຍປູກຜັກສາລີ

ປ່າໄມ້ຂຽວດີ..................................ຄືຜາອ່າງສູງສະຫງ່າ

......ຢາມເມື່ອມາເຖີງ.....................ບຸນບ້ານເຜົ່າພູດອຍ

ເຮົາຊ່ອຍກັນ................................ແຫ່ເຄື່ອງທາດເຂົ້າວັດເຮັດບຸນ

ຍາມແລງຄ່ຳມາ............................ເຮົາຫຼີ້ນຂັບເຊີ້ງອຸ່ນຕູນ

ບ່າວສາວຫຼີ້ນບຸນ...........................ທັງແຂກໄຕ້ໄທເໜືອມ່ວນຫຼາຍ

.......ທີ່ທົ່ງເມືອງຜາ.......................ປະຊາລາວເຮົາ

ທຸກເຜົ່າຊ່ອຍກັນ..........................ສ້າງເມືອງໃຫ້ຮຸ່ງໃສ

ຮີດຄອງບູຮານ............................ວັດທະນາທຳບູລຸດສ້າງໄວ້

ອານຸລັກເອົາໄວ້............................ໃຫ້ຢູ່ຄູ່ເມືອງຜາເຮົາ

.......ທີ່ທົ່ງເມືອງຜາ.....................ເຂດດອຍເຮົາ

ຕາມພູເຂົາຍັງມີ..........................ພືດຜັກຂຽວສະຫງ່າ

ທັງທຳມະຊາດ.............................ສັດປ່າຊີວະນາໆ

ຈົ່ງຊ່ວຍກັນຮັກສາ......................ໃຫ້ຢູ່ຄູ່ເມືອງຜາເຮົາ

.......ທີ່ທົ່ງເມືອງຜາ.....................ແດນສະຫວັນບ້ານເຮົາ

ຢູ່ເມືອງໃດເລົ້າ............................ຈະເທົ່າຢູ່ເມືອງຜານີ້

ມີທັງຮອຍຍີ້ມ.............................ອັນຊື່ນຊິດມິດໄມຕີ

ຂອງຊາວເມືອງທີ່ມີ.....................ເມືອງນີ້ຄືເມືອງຜາເຮົາ

ມີທັງຮອຍຍີ້ມ.............................ອັນຊືນຊິດມິດໄມຕີ

ຂອງຊາວເມືອງທີ່ມີ.....................ສີ່ງດີໆຍັງຄົງຢູ່ຄູ່ເມືອງຜາເຮົາ.........

...............55555.......ຄິດຮອດບ້ານກໍ່ເລີຍແຕ່ງກອນກ່ຽວກັບເມືອງຕົນເອງ

ຊ່ວຍຕຳນິແດ່ເດີ....ໝູ່ທັງຫຼາຍ

Delicious Digg Fark Twitter