ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

<!--ຊື່ວິທະຍາສາດ: Tagetes erecta  L.

<!--ຊື່ສາມັນ: African Marigold

<!--ຕະກຸນ: Asteraceae

<!--ລັກສະນະທາງຜຶກສາສາດ: ເປັນໄມ້ລົ້ມລຸກສູງ 15–60 ຊມ. ລຳຕົ້ນເປັນຮອງສີຂຽວ, ແຕກກີ່ງກ້ານທີ່ກົກ ແລະ ໃບ. ໃບອອກຮຽງກົງກັນຂ້າມກັນ, ໃບຍ່ອຍມີ 11-17 ໃບ ກວ້າງ 0.5-1.5 ຊມ. ຍາວ 1.5-5 ຊມ. ປາຍໃບແຫຼມ, ຂອບໃບເປັນຮູບແຂ້ວປາສະຫຼາມ, ແຜ່ນໃບສີຂຽວ, ເນືອໃບໜຸ້ມ, ດອກອອກເປັນກີບຊໍ່ຊ້ອນກັນຮອດປອຍຍອດ, ດອກເປັນເຫຼືອງເຂັ້ມ, ກ້ານຊູດອກເປັນສີຂຽວຕິດກັນຄ້າຍຄືລະຄັງ, ດອກແບ່ງອອກເປັນ 2 ວົງຄື: ດອກວົງນອກເປັນຮູບລີ້ນບານແຜ່ອອກປາຍມ້ວນລົງເປັນດອກບໍ່ສົມບູນ, ດອກວົງໃນເປັນຫຼອກນ້ອຍຢູ່ກາງເຄີ່ງ, ຊໍ່ດອກເປັນດອກສົມບູນເພດ, ກ້ານຊໍ່ດອກຍາວ, ແກ່ນເປັນແກ່ນແຫ້ງບໍ່ແຕກ, ສີດຳ ດອກແຫ້ງຕິດກັບແກ່ນ.

<!--ສ່ວນທີ່ໃຊ້: ໃບ ແລະ ຊໍ່ດອກ, ເກັບຕອນລະດູຮ້ອນ ແລະ ລະດູໜາວ, ຕາກແຫ້ງເກັບໄວ້ໃຊ້ ຫຼື ໃຊ້ສົດ.

<!--ສັບພະຄຸນ:

ໃບ: ລົດຊາດຊຸ່ມເຢັນ, ມີກີ່ນຂິວ, ໃຊ້ແກ້ຝີ ( ຮາດຝີ ), ເດັກນ້ອຍເປັນໝາກສຸກໝາກໃສ, ຕຸ່ມມີໜອງ, ບວມໂດຍບໍ່ຮູ້ສາເຫດ, ບາດແຜອັກເສບທີ່ມີໜອງຕ່າງໆ.

ຊໍ່ດອກ: ລົດຊາດຂົມ, ກີ່ນຂິວເລັກນ້ອຍ, ໃຊ້ປົ່ວຕັບ, ແກ້ຮ້ອນໃນ, ລະລາຍຂີ້ກະເທີຄາຄໍ (ດັງຕັນ), ແກ້ໄອ, ແກ້ເມົາຫົວຊອດອອກຕາ, ປົ່ວຫຼອດລົມລົມອັກເສບ, ເຕົ້າລົມອັກເສບ, ເຮັດໃຫ້ບາດແຜຫາຍດີໄວ ແລະ ເປັນຢາດີເຈັບແຂ້ວອີກ.

<!--ວິທີໃຊ້:

ໃບ: ໃຊ້ພາຍໃນ: ໃບແຫ້ພໍປະມານ ຫຼື 3-10 ກຼາມ ຕົ້ມກິນຕາງນ້ຳ

ໃຊ້ໃຊ້ພາຍນອກ: ໃບສົດຕຳ ຫຼື ທຸບໃຫ້ມຸນ ແລ້ວມາພອກໃສບ່ອນທີ່ເກີດບາດແຜ( ສຳລັບແຂ້ວແມງແມ່ນທຸບມຸນໆ ແລ້ວຍັດໃສ່ບ່ອນຮູ່ແຂ້ວແມງນັ້ນ), ຕົ້ມໃບສົດເອົານ້ຳຊະລ້າງບາດແຜ, ຕຸ່ມໝາກສຸກໝາກໃສ ຫຼື ໃຊ້ອາບເລີຍຖ້າແມ່ນເດັກນ້ອຍທີ່ເປັນຕຸ່ມຫຼາຍ.

 

Delicious Digg Fark Twitter