ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ພວກເຈົ້າເຄີຍມີຄວາມຮັກບໍ່? ຂ້ອຍວ່າຄວາມຮັກເປັນສີ່ງທີ່ດີ ແລະເປັນສີ່ງທີ່ງົດງາມຖ້າເຮົາຮູ້ຈັກຮັກແລະຮັກຄົນທີ່ດີ.ຄວາມຮັກມີຫລາຍປະເພດ ບາງຄົນກະຄົບນຳເຮົາເພື່ອທ່ຽວຫຼິ້ນແກ້ເຫງົາ ບາງຄົນກະຄົບນຳເຮົາເພື່ອຫວັງຜົນປະໂຫຍດ ແຕ່ທີ່ສຸດແລ້ວມັນກະຄືຄວາມຮັກ. ຂ້ອຍມີຄວາມຮັກ(ແຟນ)ຄົບກັນໄດ້ເກືອບຈະ4ປີແລ້ວ ແຕ່ຂ້ອຍກະຍອມຮັບວ່າບາງຄັ້ງຂ້ອຍກະບໍ່ເຂົ້າໃຈຄວາມຮັກ ເພາະມັນມີເລື່ອງໃໝ່ເຂົ້າມາສະເຫມີເລີຍ ແຟນຂອງຂ້ອຍລາວບໍ່ເຄີຍເຮັດຫຍັງຜິດຂ້ອຍດອກ ແຕ່ລາວມັກຕົວະຂ້ອຍເພາະບໍ່ຢາກໃຫ້ຂ້ອຍເສຍໃຈ (ທຸກງມື້ລາວໄປຮຽນ ແລ້ວລາວຈະມາແວະຂ້ອຍກ່ອນ ຍົກເວັ້ນວັນອັງຄານເພາະມື້ວັນອັງຄານ ລາວຕ້ອງມີຮຽນແຕ່ເຊົ້າ ແຕ່ສຸດທ້າຍຂ້ອຍມາຮູ້ທີຫລັງຈາກປາກຫມູ່ຂອງລາວວ່າ ລາວເອົາຫມູ່ຜູ້ຍິງໄປນຳທຸກວັນອັງຄານ ພໍຂ້ອຍຮູ້ລະມັນຮູ້ສືກຖືກຫັກຫລັງຈັງໃດບຸແຫລະ ຄົນທີ່ລາວເອົາໄປນຳຫັ້ນເປັນແຟນຫມູ່ ແຕ່ລາວກະຂີ້ຕົວະຂ້ອຍເພາະຢ້ານຂ້ອຍເສຍໃຈ ແຕ່ຂ້ອຍຄິດວ່າຖ້າຄົນຮັກກັນບໍ່ຈຳເປັນຕ້ອງປິດບັງ ເພື່ອຢ້ານກັນເສຍໃຈດອກ ແມ່ນບໍ່ບອກກັນກົງ ໆ ໃຫ້ເຮົາຮູ້ດີກວ່າເຮົາໄປໄດ້ຍິນຈາກປາກຄົນອື່ນແລ້ວ ມັນແຮງເສຍໃຈຫລາຍກວ່າ10 ເທົ່າ ນັບແຕ່ເລື່ອງນີ້ເກີດຂື້ນຂ້ອຍກະເລີຍໄວ້ໃຈລາວບໍ່ສະນິດຈັກເທື່ອ ເພາະນັບແຕ່ເລື່ອງນີ້ລະມັນກະມີຫລາຍ ໆ ເລື່ອງທີ່ຕາມມາທີ່ຢູ່ນຳກັນທຸກມື້ນີ້ໄດ້ ກໍ່ຍ້ອນຄວາມຮັກຂ້ອຍຮັກລາວຫລາຍ ແຕ່ບໍ່ຮູ້ວ່າລາວຊິຮັກຂ້ອຍຫລາຍຊ່ຳໃດເ ພາະລາວເຢັນຊາເຫລືອເກີນ ຄວາມຮັກຂອງຂ້ອຍມັນບໍ່ແມ່ນຄືຂ້ອຍຝັນໄວ້ ແຕ່ນັ້ນແຫລະທີ່ເປັນຄວາມຮັກຂອງຂ້ອຍ ເພາະຂ້ອຍໄດ້ເລືອກ ແລະໄດ້ເຮັດທີ່ໃຈຂ້ອຍບອກ ເຖີງບາງຄັ້ງອາດຈະບໍ່ມີຄວາມສຸກ ແຕ່ກໍ່ມີຫລາຍຄັ້ງເລີຍແຫລະທີ່ຂ້ອຍມີຄວາມສຸກກັບຄວາມຮັກຂອງຂ້ອຍ.
Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່