ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

               ຖ້າເວົ້າເຖິງການສຶກສາການເຄື່ອນທີ່ຂອງວັດຖຸ,ໄລຍະທາງການເຄື່ອນທີ່ຂອງວັດຖຸເມື່ອທຽບກັບຂະໜາດຂອງວັດຖຸແລ້ວມີຄ່າຫລາຍ

  ຫລາຍເຊິ່ງໃນກໍລະນີນີ້ຈະຖືວ່າເປັນເມັດວັດຖຸແລະໃນເວລາທີ່ວັດຖຸກຳລັງເຄື່ອນທີ່ນັ້ນແຕ່ລະພາກສ່ວນຂອງວັດຖຸຈະເຄື່ອນທີ່ແຕກຕ່າງກັນ

  ໄປເຊັ່ນວ່າລົດແລ່ນເຊິ່ງ ກົງລົດຈະເຄື່ອນທີ່ມົນ,ພື້ນຂອງລົດຈະເຄື່ອນທີ່ຂະໜານກັບຫົນທາງ.....ສະນັ້ນຫາກຈະເອົາແຕ່ລະຈຸດຂອງລົດມາ

   ສຶກສາໃນການເຄື່ອນທີ່ມັນຈະສັບສົນສະນັ້ນກໍລະນີນີ້ຖືວ່າລົດເປັນເມັດວັດຖຸ.ແຕ່ໃນກໍລະນີທີ່ວັດຖຸຢູ່ໃນພາວະຢຸດນິ້ງນັ້ນຖືວ່າເປັນວັດຖຸ.

                   ສະນັ້ນໂລກຂອງພວກເຮົາຢູ່ໃນພາວະການເຄື່ອນທີ່ຕະຫລອດເຊິ່ງໃນທີ່ນີ້ເມື່ອທຽບຂະໜາດຂອງໜ່ວຍໂລກກັບໄລຍະທາງທີ່ມັນ

    ເຄື່ອນທີ່ນັ້ນມັນມີຄ່າໜ້ອຍຫລາຍສະນັ້ນໂລກຂອງພວກເຮົາຈຶ່ງເປັນເມັດວັດຖຸບໍ່ແມ່ນວັດຖຸ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ໂລກແລະມະນຸດເຮົາເປັນຕຳລາໜຶ່ງທີ່ມີການພັນກັນ,ເຊິ່ງມະນຸດເຮົາເປັນຕົວລັບຂອງຕຳລານີ້ຫລືຕຳລາທີ່ມີຕົວປ່ຽນແມ່ນມະນຸດນັ້ນເອງ,ເຊິ່ງຕຳລານີ້ຈະມີຄ່າຫລືບໍ່ມີມັນຂື້ນຢູ່ກັບການກະທຳຂອງມະນຸດ,ເຊິ່ງຫາກຂອບເຂດຂອງການປ່ຽນແປງຂອງໂລກທຽບກັບການປ່ຽນແປງທາງດ້ານສັງຄົມຂອງມະນຸດຫາກການປ່ຽນແປງຂອງ

ສັງຄົມມີຄ່າກ້າວເຂົ້າຫາສູນເມື່ອໃດເຊິ່ງຫມາຍເຖິງຈຸດທີ່ໂລກວິກິດເມື່ອນັ້ນຈະເກີດຜົນຕຳລາຂັ້ນໜຶ່ງຢູ່ຄ່າດັ່ງກ່າວເຊິ່ງມັນຫມາຍເຖິງວັນສິ້ນໂລກນັ້ນເອງ.....

        ສະນັ້ນພວກເຮົາຈົ່ງພ້ອມກັນຮັກສາໂລກຂອງພວກເຮົາໃຫ້ຍືນຢົງຕະຫລອດໄປ....