ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 18, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

         ລ້ຽງໜ້າ : ມີຄຳທວາຍວ່າ ຄົນມັກລ້ຽງໝາເປັນຄົນທີ່ຂີ້ຫຶງ ແຕ່ຖ້າເຮົາໄປເວົ້າແມ່ນບໍ່ຍອມຮັບງ່າຍໆໄດ໋ຫັ້ນ ເປັນຄົນເບີກບານມ່ວນຊື່ນ, ສະບາຍໆ ເຮັດ ໃຫ້ຄົນ ຮອບຂ້າງຮັບຮູ້ ເປັນຄົນຂີ້ໃຈນ້ອຍ, ແຕ່ອ່າວດີແດ່ທີ່ເປັນຄົນປັບໂຕໄດ້ໄວ ແລະ ເຂົ້າໃຈໄດ້ງ່າຍຖ້າຮັກໃຜແມ່ນຮັກແທ້, ຄົນແບບນີ້ຈະເປັນຕາຢ້ານບ່ອນວ່າ : ຖ້າສົງໄສເລື່ອງຫຍັງໃນໂຕຄົນຮັກແລ້ວຈະສືບຫາ,​ ຈັບຜິດໃຫ້ໄດ້ ແຕ່ໂດຍລວມແລ້ວຄົນລ້ຽງໝາເປັນຄົນທີ່ມີຄວາມໜ້າຮັກອ່ອນໄຫວ ລວມເຖິງອຸປະນິໄສທີ່ ສະຫຼາດເປັນທີ່ເພິ່ງໃຫ້ແກ່ຄົນອ້ອມຂ້າງໄດ້.

         ລ້ຽງແມວ : ມັກເປັນຄົນທີ່ຮູ້ໃຈຄົນ ຮັກດີ ມັກສັງເກດ ແລະ ຮູ້ທຸກຢ່າງທີ່ຄົນຮັກເປັນ, ຮູ້ວ່າ ຄົນຮັກຕ້ອງການຫຍັງ ຫຼື ຮູກສຶກແນວໃດ ນອກນັ້ນ ຜູ້ລ້ຽງແມວທັງຫຼາຍຍັງມີອາລົມ ຫຼື ໂລກສ່ວນໂຕຫຼາຍ, ບ່ອນນີ້ອາດເປັນຊ່ອງວ່າງທີ່ຊີ້ເປັນຊີ້ຕາຍວ່າຈະຄົບກັນກັບຄົນຮັກໄດ້ຕະຫຼອດລອດຝັ່ງບໍ ? ເພາະຖ້າມື້ໃດບໍ່ສົນໃຈຄົນຮັກແລ້ວ ແມ່ນເປັນອັນວ່າ : ສາມາດເຈາະບໍ່ນ້ຳຕາຂອງຄົນທີ່ຮັກໄດ້ງ່າຍໆເລີຍ, ຈະບໍ່ສົນໃຈໄປງໍ້ໄປສະແດງຄວາມສຳຄັນໃຫ້ກັບຄົນທີ່ ໂຕຮັກເລີຍ, ຖ້າຜູ້ໃດຕ້ອງຢູ່ກັບຄົນທີ່ມັກລ້ຽງແມວ ກໍເມື່ອຍແດ່ຈັກໜ້ອຍໜ່ຶງ ເພາະບໍ່ຮູ້ຄືກັນວ່າເປັນຫຍັງຄືເອົາໃຈຍາກແບບນີ້ນໍ້...

        ລ້ຽງປາ : ມັກສະແດງອອກຕໍ່ຄົນທີ່ໂຕເອງຮັກ ໃນແບບເປັນເຈົ້າຂອງ ເປັນຄົນທີ່ສະແດງອອກບໍ່ຄ່ອຍເກັ່ງ ບໍ່ມັກໃຫ້ໃຜມາວຸ້ນວາຍ ແລະ ຄົນທີ່ຕົນຮັກ ຕ້ອງເຂົ້າໃຈໂຕເອງ ຄວາມຮັກບໍ່ຄ່ອຍໂດດເດັ່ນ ສະແດງອອກແບບທຳມະດາ ບໍ່ໂລແມນຕິກປານໃດ ການສະແດງອອກໃນດ້ານຄວາມຮັກ ຈະຈືດຈາງໄປແດ່ ຈັກໜ້ອຍໜຶ່ງ ເພາະເປັນຄົນໃຫ້ຄວາມສຳຄັນກັບສິ່ງອື່ນຫຼາຍກວ່າທຸກຄັ້ງ ເຖິງແມ່ວ່າຈະຮັກຝ່າຍກົງກັນຂ້າມຫຼາຍຊ່ຳໃດກໍຕາມ.

        ລ້ຽງນົກ : ເປັນຄົນຈອມບົງການໃນດ້ານຄວາມຮັກ ມັກສະແດງອອກເລີຍວ່າ : ບໍ່ມັກການຜູກມັດ ແຕ່ຜັດເປັນຝ່າຍທີ່ຜູກມັດຄົນອື່ນໄວ້ແທນ ຄ້າຍຄືກັບພວກຫວງກ້າງ ປະມານນັ້ນ ແຕ່ວ່າກໍເປັນຄົນທີ່ສະແດງເຖິງຄວາມສະບາຍສະບາຍ ໃຫ້ຄົນອ້ອມຂ້າງຮູ້ສຶກສະບາຍໃຈໄປນຳ ນອກນັ້ນ ຍັງເປັນ ຄົນທີ່ມັກສ້າງແຮງບັນດານໃຈ ໃຫ້ກັບໂຕເອງສ່ິງນີ້ຈ່ຶງເປັນສະເໜ່ທີ່ຕິດໂຕຂອງຜູ່ມັກລ້ຽງນົກ.

        ຈະຖືກກັບໂຕເອງຫຼືບໍ່ ລອງອ່ານເບິ່ງ ລະສົ່ງມາບອກແດ່ເດີ   ຈາກວາລະສານ 108 ອາຊີບ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 18, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມື້ນີ້ມາເອົາໃຈໜຸ່ມໆກັນ

          ໜຸ່ມຫຼໍ່ຜີວເຂັ້ມ

     ສີເສື້ອທີ່ເໝາະກັບຊາຍໜຸ່ມຜີວຄ້ຳຄວນເປັນສີທີ່ຢູ່ປານກາງ ຄື ບໍ່ແມ່ນສີທີ່ເຂັ້ມຫຼາຍເກີນໄປ ແລະ ຕ້ອງບໍ່ແມ່ນສີທີ່ສົດໃຈຈົນເກີນໄປດ້ວຍ ໂທນສີທີ່ລົງຕົວ ທີ່ສຸດໄດ້ແກ່ສີຟ້າໃສ, ສີຂຽວອ່ອນ, ສີກາກີ, ສີຄຣີມ, ສີເທົາອ່ອນດ ສີບົວ ເປັນຕົ້ນ.

        ໜຸ່ມຫຼໍ່ຜີວສອງສີ

     ໜຸ່ມທີ່ມີຜີວພັນສອງສີ ຫຼື ທີ່ເອີ້ນກັນວ່າ : ຜີວສີນ້ຳເຜື້ງ ເອີ້ນໄດ້ວ່າເປັນສີຜີວຫຼັກຂອງໜຸ່ມໆ ຄົນລາວຂໍ້ໄດ້ປຽບຂອງໜຸ່ມຜີວສອງສີກໍ່ຄື ສາມາດເລືອກໃສ່ ເສື້ອສີສັນໃດກໍ່ໄດ້ ຕາມແຕ່ໃຈປາດຖະໜາ ແຕ່ກໍ່ມີຫຼັກທີ່ບໍ່ຄວນເບິ່ງຂ້າມ ຢູ່ໜ້ອຍໜຶ່ງກໍ່ຄື ຄວນເລືອກໃສ່ເສື້ອຜ້າໃນແບບທີ່ບໍ່ໃຊ້ສີພື້ນທຳມະດາ ຫຼື ຖ້າຕ້ອງ ການຄວາມສຸພາບ ກໍ່ອາດຈະເລືອກໃນແບບທີ່ມີຮູບຊົງເກ໋ໆແດ່.

        ໜຸ່ມຫຼໍ່ຜີວຂາວຈືດ

     ຊາຍໜຸ່ມທີ່ມີສີ ຜີວຂາວຈືດ ເສື້ອໃນສີພາສເທລເປັນສິ່ງທີ່ທ່ານຄວນຫາທີ່ສຸດ ເພາະສີໂທນສີເຫຼົ່ານີ້ສາມາດດຶງຄວາມໜ້າສົນໃຈໃນຕົວທ່ານໃຫ້ປະກົດໄດ້ ແຕ່ວ່າກໍ່ມີສີທີ່ຄວນຫຼີກລ່ຽງ ຄື ສີມ່ວງ, ສີບົວສົດ, ສີແດງ ແລະ ສີເຫຼືອງ ເພາະໂທນສີເຫຼົ່ານີບໍ່ພຽງແຕ່ ຈະເຮັດໃຫ້ທ່ານບໍ່ເກີດເທົ່ານັ້ນ ແຕ່ມັນຍັງດຶງຄວາມ ໜ້າສົນໃຈໄປທີ່ເສື້ອທັງໝົດ.

 

    ສີພາສເທດ ແມ່ນສີແນວໃດນັ້ນ ຂ້າພະເຈົ້າກາບໍ່ຮູ້ຄຶກັນ ລອງຖາມຄົນທີ່ຮູ້ເອົາເອງເດີ

ຈາກວາລະສານ ສ້າງສັນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ທ່ານໃສ່ຖົງຕີນສີຫຍັງ ?

      ຄົນເຮົານິຊ່າງຕັ້ງຂໍ້ສັງເກດແທ້ໆ ບາງຄົນກໍເອົາສີຖົງຕີນມາຜູກໂຍງໃສ່ກັບນິໄສຂອງຜູ້ໃສ່, ມາລອງອ່ານເບິ່ງວ່າຈະຖືກກັບທ່ານບໍ ?

          ສີດຳ : ອາດຈະເປັນສີທີ່ໄດ້ຮັບຄວາມນິຍົມທີ່ສຸດ ຜູ້ທີ່ໃສ່ ມັກຈະປ່ຽນໃຈໂດຍບໍ່ບອກໃຫ້ໃຜຮູ້ລ່ວງໜ້າ ແລະ ຈະຊື່ສັດກັບຄົນທີ່ເຂົາຢູ່ນຳເປັນ ບາງເວລາ, ຜູ້ທີ່ໃສ່ສີດຳນີ້ ບໍ່ແມ່ນຄົນທີ່ອ່ອນແອ ມັກຕິດຕາມຜູ້ອ່ືນ ໂດຍມີຈຸດມຸ້ງໝາຍໃນການສະແຫວງຫາບາງຢ່າງ, ສຳຫຼັບຄົນທີ່ໃສ່ສີດຳເປັນບາງ ຄັ້ງຄາວ ມາຍເຖິງວ່າ ກຳລັງຢູ່ໃນຊ່ວງເວລາແຫ່ງຄວາມເບື່ອໜ່າຍ ຊ່ວງເວລາທີ່ຕ້ອງການຊອກຫາຫົນທາງອອອກໃໝ່ໆທີ່ໜ້າຕື່ນເຕັ້ນ.

          ສີຟ້າ : ຜູ້ທີ່ໃສ່ສີຟ້າແມ່ນຂາດຄວາມສາມາດໃນການສະແດງອອກ ຫຼື ບໍ່ສາມາດບັນລຸເປົ້າໝາຍທາງອາລົມໄດ້, ສີຟ້າຈຶ່ງໝາຍເຖິງພະລັງທາງອາລົມ ທີ່ຖືກກົດດັນ ຫຼື ເກັບກົດໄວ້ ແລະ ກຳລັງຫາທາງສະແດງອອກທາງຮ່າງກາຍ, ສີຟ້າຍັງເປັນສີຂອງຄົນທີ່ມີອາລົມອ່ອນໄຫວ.

          ສີຂາວ : ຜູ້ໃສ່ຖົງຕີນສີຂາວແມ່ນກຳລັງປິດບັງຄວາມຮູ້ສຶກທີ່ແທ້ຈິງຂອງໂຕເອງ ທີ່ກ່ຽວກັບການສະແດງອອກທາງຮ່າງກາຍ, ເປັນຄົນຢ້ານ ຄົນອື່ນບໍ່ເຂົ້າໃຈໂຕເອງ ດັ່ງທີ່ຕົນຕ້ອງການ.

          ສີບົວ : ຖົງຕີນສີບົວ ບອກໃຫ້ຮູ້ວ່າທ່ານຮູ້ສຶກສົງສານ ແລະ ພ້ອມຈະໃຫ້ຄວາມອົບອຸ່ນແກ່ຄົນອ້ອມຂ້າງ, ຕ້ອງການໃຫ້ຄົນອ່ືນມາມີສ່ວນຮ່ວມໃນ ທຸກສິ່ງທີ່ທ່ານເຮັດ ແລະ ທ່ານກໍຕ້ອງການຕິດຕໍ່ກັບຄົນທີ່ຢູ່ໃກ້ ແຕ່ບໍ່ແນ່ໃຈວ່າຈະລິເລີ່ມແນວໃດດີ.

          ສີນ້ຳຕານ : ຖົງຕີນສີນ້ຳຕາມມັກຈະຖືກນຳມາໃສ່ເມື່ອທ່ານຮູ້ສຶກກັງວົນກັບຄວາມເປັນຢູ່ທາງດ້ານວັດຖຸຫຼາຍເກີນໄປ ສີນ້ຳຕານເປັນສີຂອງ

ພື້ນດິນທີ່ອຸດົມສົມບູນ ແຕ່ບໍ່ສາມາດນຳເອົາຄວາມອຸດົມສົມບູນນັ້ນມາໄວ້ກັບໂຕໄດ້, ຖ້າທ່ານໃສ່ສີນ້ຳຕານເລື້ອຍໆ ທ່ານນັ້ນມີຄວາມຕ້ອງການຄວາມ ໝັ້ນຄົງທາງດ້ານເສດຖະກິດ ຫຼື ທາງດ້ານວັດຖຸສູງ.

          ສີແດງ : ຖົງຕີນສີແດງບອກໃຫ້ຮູ້ວ່າ ຜູ້ທີ່ໃສ່ມີພະລັງກາຍຢ່າງຫຼວງຫຼາຍ, ຜູ້ທີ່ໃສ່ຕ້ອງການສຳຜັດທາງກາຍ ຈາກຄົນທີ່ຮັກເຊິ່ງອາດຈະເປັນໝູ່, ຫຼື ຄົນຮັກແຕ່ບໍ່ຮູ້ວ່າຈະກະຕຸ້ນຕົວເອງແນວໃດ ແລະ ປົດປ່ອຍຮ່າງກາຍອອກມາຢ່າງໃດ ເພື່ອໃຫ້ສື່ເຖິງຄວາມຮູ້ສຶກເລິກໆຂອງຕົນເອງໄດ.

                                              ລອງອ່ານເບິ່ງວ່າຖືກບໍ ?  ຈາກວາລະສານ 108 ອາຊີບ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

          ກ່ອນຈະມີອົງລືບ ມະນຸດເຮົາໃຊ້ກ້ອນຂີ້ເຜີ້ງລືບຮອຍສໍ ບາງວັດທະນະທຳໃຊ້ຫິນ ທີ່ມີຜີວຂຸຂະເຊັ່ນ: ຫີນຊາຍ, ຫີນພູເຂົາໄຟ ມາລືບຮອຍໜືກທີ່ຂຽນໃສ່ແຜ່ນໜັງ ຫຼື ເຈ້ຍປິຣຸສ ຕໍ່ມາໃຊ້ຂະໜົມປັງ.

        ຊຶ່ງກໍ່ມີຄວາມພະຍາຍາມທີ່ຈະຄົ້ນຄວ້າ ສິ່ງໃຊ້ລຶບຮອຍມາຕະຫຼອດ ແມ້ແຕ່ຍາງຈາກຜັກກາເຄີຍໃຊ້ມາແລ້ວ.

       ແຕ່ການຄົ້ນຄວ້າສິ່ງໃໝ່ໆມັກມາຈາກອຸບັດເຫດ ຫຼື ຄວາມບັງເອີນສະເໜີຄື: ທີ່ວິສະວະກອນຊາວອັງກິດ ເຜີຍິບກ້ອນຍາງມາລືບຮອຍສໍແທນຂະໜົມປັງ ແລະ ພົບວ່າ ສາມາດລືບໄດ້ດີ ຈິ່ງພັດທະນາຈົນກາຍມາເປັນຍາງລືບທີ່ໃຊ້ໃນປະຈຸບັນນີ້.

       ຍາງລຶບທົ່ວໄປເຮັດຈາກຍາງສັງເຄາະ, ແຕ່ຍາງລຶບຊະນິດພິເສດທີ່ມີລາຄາແພງຈະຜະສົມໄວນິລ ພລາສດິກ ແລະ ກາວລົງໄປນຳ, ສ່ວນຍາງລຶບຖືກໆຈະເຮັດມາຈາກ ຖົ່ວເຫືຼອງສັງເຄາະນັ້ນເອງ.

       ຈາກ TeeNee.Com

ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ພະພຸດທະເຈົ້າແມ່ນໃຜ ?

          * ເມື່ອ 563 ປີ ກ່ອນ ຄ.ສ ມີພະໂອລົດອົງໜຶ່ງ ໄດ້ອຸບັດຂຶ້ນໃນຄອບຄົວຂອງກະສັດອົງໜຶ່ງ ທາງພາກເໜືອຂອງປະເທດອິນເດຍ, ພະອົງໄດ້ຈະເລີນໄວຂຶ້ນມາໃນ ທ່າມກາງຄວາມຮັ່ງມີ ແລະ ຫຼູຫຼາ ແຕ່ໃນທີ່ສຸດກໍໄດ້ຮູ້ວ່າ: ຄວາມສະດວກສະບາຍໃນທາງໂລກບໍ່ສາມາດຮັບປະກັນຄວາມສຸກໄດ້, ພະອົງໄດ້ມີຄວາມຮູ້ສຶກຫວັ່ນໄຫວພະໄທ ຢ່າງຍິ່ງ ຈາກຄວາມທຸກທີ່ທອດພະເນດເຫັນສິ່ງທີ່ຢູ່ອ້ອມຂ້າງ ແລະ ອາທິຖານວ່າ: ຈະຕ້ອງສະແຫວງຫາກຸນແຈສຳຄັນສູ່ຄວາມສຸກຂອງມະນຸດ, ເມື່ອພະອົງມີອາຍຸໄດ້ 29 ພັນສາ ພະອົງໄດ້ອອກເດີນທາງໜີຈາກເມຍ ແລະ ລູກ ໄປສະແຫວງຫາຄູຂອງລັດທິນິການສາສະໜາຕ່າງໆ ໃນຍຸກນັ້ນ ເພື່ອນຮຽນຮູ້ຈາກພວກເຂົາ, ພວກເຂົາເຈົ້າໄດ້ສອນ ພະອົງຫຼາຍຢ່າງ ແຕ່ບໍ່ມີໃຜຮູ້ໄດ້ຈິງເຖິງສາເຫດຂອງຄວາມທຸກ ແລະ ວິທີທາງທີ່ຈະດັບທຸກ, ໃນທີ່ສຸດຫຼັງຈາກສຶກສາ ແລະ ປະຕິບັດບຳເພັນພຽນສາມາທິ ພະອົງກໍໄດ້ສຳຜັດ ກັບຄວາມສິ້ນໄປແຫ່ງອະວິດຊາ (ຄວາມຊົ່ວ) ແລະ ທັນໄດນັ້ນກໍໄດ້ຕັດສະລູ້ທຳ ຫຼັງຈາກວັນນັ້ນເປັນຕົ້ນມາ ພະອົງຈຶງໄດ້ຂະໜານນາມວ່າ:

          "ພະພຸດທະເຈົ້າ " ຜູ້ຕັດສະລູ້ດີແລ້ວ ພະອົງໄດ້ປະຕິບັດພະພຸດທະກິດ ຕໍ່ມາເປັນເວລາ 45 ພັນສາ (ປີ) ເພື່ອທ່ຽວສັ່ງສອນຜູ້ອື່ນໃນສິ່ງທີ່ໄດ້ຄົ້ນພົບທົ່ວພາກເໜືອ ຂອງປະເທດອິນເດຍ, ຄວາມມີພະມະຫາກະລຸນາທິຄຸນ ແລະ ວິລິນະຄຸນ ຂອງພະອົງໄດ້ກາຍເປັນຕຳນານ ແລະ ພະອົງໄດ້ມີສາວົກຫຼາຍພັນຄົນ, ເມື່ອອາຍຸໄດ້ 80 ພັນສາ ພະອົງກໍໄດ້ແກ່ຊະລາພາບ ແລະ ຊົງສາມາດ, ແຕ່ຍັງສະຫງົບໃນທີ່ສຸດກໍດັບຂັນປະລິນິບພານ (ຕາຍ).

ຈາກໜັງສືພິມ" ປະເທດລາວ" ວັນທີ 24 / 12 / 2010