ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2015 | ມີ 2 ຄຳເຫັນ ແລະ 0 trackback(s)

ພະຍາດທີ່ເກີດຈາກຝຸ່ນແມ່ນມີຫຼາຍແຕ່ໃນຫົວຂໍ້ນີ້ ຂ້າເຈົ້າຂໍກ່າວເຖິງພະຍາດທີ່ເກີດຈາກຝຸ່ນໄມ້, ແລະໄມ້ປ່ອງ,

1, ໜ້າວຽກທີ່ພົວພັນ : 

    - ອາຊີບເລື້ອຍໄມ້ ກົບໄມ້ ຂຸດຄົ້ນໄມ້ຫາຟືນ ໂຮງງານໄມ້ ໂຮງງານເຈັ້ຍ ພື້ນຖານຄົ້ນຄວ້າປຸງແຕ່ງເຈັ້ຍ, ກຳມະກອນໂຮງພິມຊ່າງໄມ້ ຊ່າງຄວັດໄມ້
 ແລະອື່ນໆ.

2, ຜົນກະທົບຕໍ່ຮ່າງກ່າຍ :

   - ຜູ່ທີ່ເຮັດວຽກກັບໄມ້ ໄມ້ປ່ອງ ແລະຜູ່ທີ່ເຮັດອາຊີບທີ່ກ່າວມາຂ້າງເທິງມັກຈະເປັນພະຍາດຫືດ ແຕ່ກໍ່ອີງໃສ່ພູມຄຸ້ມກັນຂອງແຕ່ລະຄົນ ແລະ ແຕ່ລະສະນິດໄມັອີກດ້ວຍ

   - ເປັນພະຍາດອັກເສບຫຼອດປອດແບບພູມແພ້ນຳໄປເຖິງເຮັດໃຫ້ຫຼອດປອດແຂງ-ພາໃຫ້ອັກເສບຊ້ວງດັງ ດັງແພ້ອາກາດ ອັກເສບເຍື່ອເມືອກຕາ ຜູ່ທີ່ເຮັດກັບໄມ້ເນື້ອແຂງສາມາດເປັນມະເຮັງໄດ້

3, ວິທີປ້ອງກັນ :

   - ໂຮງງານ ບ່ອນເຮັດວຽກຕ້ອງໃຫ້ປອດໂປ່ງ.

   - ຕ້ອງມີລະບົບຈັດແຈງກັບຝຸ່ນຢູ່ໃນບ່ອນເຮັດວຽກ ຢູ່ໂຮງງານ ຫ້າມໃຊ້ພັດລົມລ່ວງອາກາດ.

   - ຜູ່ອອກແຮງງານຕ້ອງໃສ່ແວ່ນຕາ ແພອັດປາກ ອັດດັງນິລະໄພ ເຮັດວຽກແລ້ວຕ້ອງອາບນ້ຳປ່ຽນເຄື່ອງນຸ່ງ

   - ບໍ່ໃຫ້ຜູ່ທີ່ເປັນຫືດ ດັງແພ້ອາກາດເຂົ້າເຮັດວຽກຢູ່ບ່ອນມີຝຸ່ນລະອອງ

   - ​ແຕ່ລະປີຕ້ອງມີການກວດສຸຂະພາບ ກວດພະບາດອາຊີບ ກວດກາສິ່ງແວດລ້ອມ

   - ຕ້ອງມີການຈັດຝຶກອົບຮົມຄວາມປອດໄພ ແລະ ສຸຂະອານາໄມກ່ຽວກັບຝຸ່ນໃນສະຖານທີ່ເຮັດວຽກໃຫ້ແກ່ຜູ່ອອກແຮງງານທີ່ໄກ້ຊິດກັບຝຸ່ນ

(ຈາກ ໜັງສືພິມ ແຮງງານ ສະບັບວັນທີ 17-23/06/2013)

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

ນ້ຳຊາສີດໜ້າ : ຊາເປບເປີມິນນອກຈາກຈະຊ່ວຍຜ່ອນຄາຍຮ່າງກາຍ ແລະ ຈິດໃຈແລ້ວ ຍັງຊ່ວຍເພີ່ມຄວາມຊຸ່ມຊືນໃຫ້ຜິວສົດໃສ

ຂຶ້ນພ້ອມ.

     ວິທີເຮັດ : ແຊ່ຖົງນ້ຳຊາ 1 ຖົງໃນນ້ຳຮ້ອນ ແລ້ວປະໄວ້ໃຫ້ມັນເຢັນ, ຈາກນັ້ນກໍຖອກໃສ່ແກ້ວສະເປ ແລ້ວກໍເອົາໄປແຊ່ໃນຕູ້ເຢັນ ສ່ວນວ່າອາຍຸການນຳໃຊ້ແມ່ນປະມານ 2 ອາທິດເທົ່ານັ້ນ ຫ້າມເກັບໄວ້ດົນເພາະອາດເຮົດໃຫ້ພະຍາດ ເຂົ້າໄປອາໄສຢູ່ເທິງຜິວງາມໆຂອງເຮົາແທນ.

 

ຂັດແຂ້ວດ້ວຍສະຕໍເບີຣີ : ເຄັດລັບແຂ້ວຂາວສ່ອງປະກາຍສົດໃສ ຂອງແຄເທີຣີນຊີຕ້າໂຈນສ ຄືການໃຊ້ເນື້ອສະຕໍເບີຣີນີ້ ເຊິ່ງມັນມີກົດມາລິດທີ່ຊ່ວຍກຳຈັດຄາບສິ່ງເປີເປື້ອນຕ່າງໆອອກຈາກແຂ້ວໄປໄດ້.

     ວິທີເຮັດ : ຫລັງຈາກທີ່ເຮົາຖູແຂ້ວແລ້ວໆກໍໃຊ້ສະຕໍເບີຣີທີ່ສຸກແລ້ວເອົາມາຂັດແຂ້ວຈົນກະທັ່ງແຂ້ວຂາວ ຄວນເຮັດ ຕະຫລອດ ຮັບຮອງເລີຍວ່າແຂ້ວຂອງທ່ານຈະຂາວເປັນທຳມະຊາດ.

 

ນ້ຳຕາມແດງຊ່ວຍກະຊັບຮູຂຸມຂົນ :

     ວິທີເຮັດ : ພຽງນ້ຳຕານແດງ 1 ບ່ວງກາເຟ ປະສົມກັບໂຢເກີດລົດທຳມະຊາດ 2 ບ່ວງກາເຟ ຄົນໃຫ້ເປັນເນື້ອນດຽວກັນ ຈາກນັ້ນນຳ ມາພອກໜ້າ ແລະວນວດຄ່ອຍໆເຮັດໃຫ້ເປັນວົງມົນໄປບ່ອນລະສ່ວນ ນ້ຳຕານມັນຈະຊ່ວຍກຳຈັດເຊວຜິວທີ່ຕາຍແລ້ວໃຫ້ຫລຸດອອກໄປ ພ້ອມ ເຮັດໃຫ້ຜິວຮູ້ສຶກຊຸ່ມຊື່ນກະຈ່າງໃນ ເມື່ອລ້າງໜ້າອອກທ່ານຈະສຳຜັດໄດ້ວ່າຜິວນຸ່ມຂຶ້ນ ເປັນກ້ອງ

      ຈາກວາລະສານ ມະຫາຊົນ ສະບັບ 141

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຕານີ້ມາເອົາໃຈ ຜູ້ຊາຍແດ່ນໍ

     ການອອກກຳລັງກາຍທີ່ເໝາະສົມກັບທ່ານຜູ້ຊາຍ ຄວນພັດທະນາກ້າມຊີ້ນ 3 ສ່ວນ ປະກອບມີ : ກ້າມາຊີ້ນບາໄຫຼ່, ກ້າມຊີ້ນໜ້າເອີກ ແລະ ກ້າມທ້ອງ ໂດຍສະເພາະການພັດທະນາ ກ້າມຊີ້ບ່າໄຫຼ່ ຖ້ເຮັດໃຫ້ກວ້າງຂຶ້ນ ຈະນຸ່ງເສື້ອເຍືດງາມ ສ່ວນການບໍລິຫານກ້າມຊີ້ນແຕ່ລະຄັ້ງຢ່າລືມການວອມອັບກ້າມຊີ້ນ 20 ນາທີ ແລ້ວຈິ່ງເລີມຟິດຫຸ່ນກ້າມຊີ້ນ ບ່າໄຫຼ່ ຕໍ່ດ້ວຍເອີກ, ກ້າມແຂນ ແລະ ກ້າມທ້ອງ ຈາກນັ້ນຕ້ອງຄ່ອຍໆຜ່ອນຄາຍກ້າມເນື້ອອີກ 20 ນາທີ ກ່ອນສິ້ນສຸດການອອກກຳລັງກາຍ

    ສຳລັບທ່າຂອງການອອກກຳລັງກາຍເລີ່ມປະຕິບັດດ່້ວຍການໃຊ້ດັນເບວຄູ່ : ເລືອກນ້ຳນໜັກທີ່ສາມາດຍົດໄດ້ຕໍ່ເນື່ອງ ໂດຍບໍ່ຮູ້ສຶກເມືອຍ ຢືມກົງຍົກດັນເບວຕິດຂ້າງລຳຕົວ ຈາກນັ້ນຍົກອອກຈາກລຳຕົວທາງຂ້າງ ຫຼິ້ນ 8-10 ເທື່ອ ຈະເທົ່າກັບໜຶ່ງຊຸດ ປະຕິບັດແບບເກົ່າ 3-4 ຊຸດ ເພື່ອພັດທະນາກ້າມຊີ້ນບ່າໄຫຼ່ທາງຂ້າງ.

     ທ່າຕໍ່ມາ : ນັ່ງຫຼັງຊື່ໆ ຍົກດັນເບວຄູ່ ຕັ້ງສອກເປັນແນວຕັ້ງສາກ ແລະ ຍົກແຂນຂຶ້ນເປັນແນວຊື່ ປະຕິບັດຈຳນວນ ຄັ້ງ ແລະ ຊຸດຕາມແບບທຳອິດ ເພື່ອເສີມສ້າງກ້າມຊີ້ນບ່າໄຫຼ່ ທາງໜ້າ ແລະ ທາງຂ້າງ.

     ລຳດັບຕໍ່ມາ ເປັນທ່າການບໍລິຫານກ້າມຊີ້ນໜ້າເອີກ : ໂດຍການນອນບັບເຄື່ອງອອກກຳລັງກາຍ ແບບຕິດແມຊຊີນ ເລືອກເຫຼັກທີ່ນ້ຳໜັກພໍຍົກໄຫວ ຍົກຂຶ້ນຢຽດແຂນຊື່ ຍົກລົງແນວຕັ້ງສາກ 8-10 ເທື່ອ ຕໍ່ໜຶ່ງຊຸດ ແລະ ຄວນເຮັດ 4-5 ຊຸດ.

    ເຝິກກ້າມຊີ້ນໜ້າທ້ອງ :  ທັງທາງເທິງ ແລະ ທາງລຸ່ມ ຫຼືເອີ້ນວ່າຊຸເປີເຊັດ ທີ່ເນັ້ນການເຄື່ອນໄຫວຢ່າງຕໍ່ເນື່ອງ ຈິ່ງສາມາດກະຕຸ່ນການເຜົາຜານໄຂມັນໄດ້ເປັນຢ່າງດີ ປະຕິບັດເລີ່ມຈາກນອນໃນທ່າທີ່ພ້ອມ ຕັ້ງເຂົ່າ 45 ອົງສາ ຍົກລຳຕົວຫາເຂົ່າ ແຕ່ບໍ່ຕ້ອງຕິດກັນຫຼາຍເປັນການບໍລິຫານກ້າມທ້ອງສ່ວນເທິງ ແລະ ການບໍລິຫານກ້າມທ້ອງລຸ່ມໃຫ້ນອນໃນທ່າ ພ້ອມ ແລ້ວຍົກຂາທັງສອງຂຶ້ນສູງ ງໍເຂົ່າເລັກນ້ອຍໃນການເຮັດທ່າຊຸເປີເຊັດໃຫ້ພດທະນາ ຈຳນວນຄັ້ງໃຫ້ຫຼາຍຂຶ້ນເລື່ອຍໆ ແລະ ແບ່ງເປັນ 5 ຊຸດ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

          ໄລຍະອາກາດປ່ຽນແປງຕະຫຼອດບຶດຮ້ອນບຶດໜາວ ອັນເປັນສາເຫດເຮັດໃຫ້ຫຼາຍໆຄົນບໍ່ສະບາຍ ບາງຄົນໄອຈົນເຈັບຄໍ ດັ່ງນັ້ນ: ຈິ່ງມີວິທີແກ້ອາການເຈັບຄໍແບບງ່າຍໆມາຝາກ:

     ເມື່ອທ່ານຫາກມີອາການເຈັບຄໍ ກໍລອງນຳເອົາເກືອມາປະສົມກັບນຳອຸ່ນແລ້ວນຳມາລ້າງຮູຄໍ ພ້ອມທັງໃຊ້ບ້ວນປາກນຳກໍເປັນການດີ ແລະ ຍັງຊ່ວຍດັບກິ່ນປາກໄດ້ອີກ ນອກຈາກຈະບັນເທົາ ອາການເຈັບຄໍແລ້ວ ຍັງເຮັດໃຫ້ເຮົາປະຢັດ ແລະ ປວດໄພກວ່າການຊື້ຢາມາອົມທັງມື້ ການລ້າງຄໍດ້ວຍນ້ຳເກືອນີ້ຈະເຫັນຜົນທັນທີ ອົມນ້ຳເກືອແລ້ວແຫງນໜ້າຂຶ້ນຟ້າ ເພື່ອໃຫ້ນ້ຳເກືອອາບລ້າງຄໍ ອາການເຈັບຄໍຈະບັນເທົາໄປຊົ່ວຄາວ ເຮັດແນວນີ້ມື້ລະ 4 ເທື່ອ ເພື່ອຈະໄດ້ຮັບຜົນດີ.