ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 

     ດົນນານມາແລ້ວ ມີຊາຍຄົນໜຶ່ງປາຖະໜາທີ່ຈະມີຄວາມສຸກໃນຊາດໜ້າ ລາວຈິ່ງຕັ້ງໜ້າຕັ້ງຕາເຮັດແຕ່ຄວາມດີ ມີການເຮັດບຸນທຳທານຢູ່ສະເໝີ ແລະ ໃຊ້ຈ່າຍເງິນເປັນ ຈຳນວນຫຼວງຫຼາຍ.

     ຊາຍຄົນນີ້ມີເມຍເຖິງ 10 ຄົນ, ໃນຈຳນວນນີ້ ມີຢູ່ 9 ຄົນທີ່ມັກຊ່ວຍເຫຼືອຜົວໃນການເຮັດບຸນສິນກິນທານ, ສ່ວນເມຍຫຼວງນັ້ນບໍ່ຍອມໃຫ້ການຊ່ວຍເຫຼືອໃດໆ ໄດ້ຫົວເຍາະ ເຍີ້ຍສຽດສີ.

    ຕໍ່ມາ ຊາຍຜູ້ນັ້ນ ແລະ ເມຍທັງ 9 ຄົນຕາຍໄປ ແລະ ໄດ້ຂຶ້ນສະຫວັນ ແຕ່ເຖິງຢ່າງໃດກໍດີ ລາຍກໍຍັງເປັນຫ່ວງເມຍຫຼວງຢູ່, ເມື່ອຄິດຮອດຍາມໃດກໍເອົາກະຈົກສ່ອງລົງມາ ເບິ່ງ ເພື່ອຊອກຫາວ່າ ເມຍຫຼວງຢູ່ບ່ອນໃດ.

    ຊາຍຜູ້ນັ້ນ ເອົາກະຈົກສ່ອງຢູ່ໄດ້ຫຼາຍມື້ ຫຼາຍວັນ ແລະ ໃນທີ່ສຸດກໍພົບວ່າ ນາງໄດ້ຕາຍເປັນນົກຍາງ ແລະ ຊອກກິນປາຢູ່ໜອງນ້ຳແຫ່ງໜຶ່ງ, ໃນຕອນທີ່ນາງເປັນນົກຍາງນີ້ ນາງຮູ້ສຶກຢ້ານກົວບາບຫຼາຍ ສະນັ້ນ ນົກຍາງໂຕນີ້ຈຶ່ງຄອຍຖ້າກິນແຕ່ປາຕາຍ ບໍ່ກິນປາເປັນ, ແຕ່ຝ່າຍຜູ້ເປັນຜົວເກົ່າຢາກທົດລອງຈິດໃຈວ່າ ເມຍຂອງຕົນໄດ້ປ່ຽນແປງແທ້ຈິ່ງ ຫຼື ບໍນັ້ນ ເລີຍໄດ້ແປງຮ່າງຂອງຕົນໃຫ້ເປັນປາ ແລ້ວລອຍເຂົ້າໄປໃກ້ນົກຍາງ, ເມື່ອນົກຍາງແນມເຫັນກໍເອົາປາກຄາບ ປາກໍ່ດີ້ນ ນົກຍາງເຫັນປາຍັງມີຊີວິດຢູ່ກໍປ່ອຍໄປ, ໄດ້ ທົດລອງຢູ່ແນວນີ້ຮອດສອງຄັ້ງ, ນົກຍາງກໍ່ປ່ອຍບໍ່ກິນ ເຮັດໃຫ້ຜູ້ເປັນຜົວມີຄວາມພໍອົກພໍໃຈຫຼາຍ ແລະ ຮູ້ວ່າ ອີກບໍ່ດົນນາງກໍຈະກັບເກີດເປັນມະນຸດອີກ.

    ບໍ່ດົນນານທໍ່ໃດ ນົກຍາງກໍຕາຍ ແລະ ເກີດເປັນລູກສາວຂອງຄົນເຮັດສວນ ເມື່ອໃຫຍ່ເປັນສາວກໍມີຄວາມງາມກວ່າຍິງຄົນອື່ນ ໃນແຖບນັ້ນ, ພໍເມືອມີອາຍຸພໍແຕ່ງດອງ ພໍ່ຂອງນາງກໍເຊີນຜູ້ຄົນທັງຫຼາຍມາກິນລ້ຽງ, ໃນລະຫວ່າງກິນລ້ຽງ ຜູ້ເປັນພໍ່ໄດ້ເອົາພວງດອກໄມ້ໃຫ້ນາງ ແລ້ວບອກວ່າ:

    "ໂຍນພວງມະໄລນີ້ຂຶ້ນ ແລ້ວມັນຕົກມາຄ້ອງຄໍຜູ້ໃດ ຜູ້ນັ້ນກໍຈະເປັນຜົວເຈົ້າ"

    ເທວະດາຜູ້ເປັນຜົວເກົ່າຂອງນາງ ໄດ້ເຝົ້າຄອຍຕິດຕາມຕະຫຼອດເວລາ ເມື່ອຊາບເລື່ອງນີ້ ກໍແປງຕົວເປັນຊາຍຊະລາ ລົງມາຈາກສະຫວັນ, ແລະ ເມື່ອຍິງສາວ ໂຍນພວງ ມະໄລຂຶ້ນໄປກາງກາງອາກາດ,  ພວງມະໄລກໍຕົກລົງມາຄ້ອງຄໍຂອງຊາຍເຖົ້າ, ຕອນນີ້ເອງເກີດສຸນລະມັນກັນໃຫຍ່ ຜູ້ຄົນພາກັນຮ້ອງວ່າ:

    "ອີ່ຕາເຖົ້າຫຼັງກົ່ງຄົນນີ້ ລາວຄິດວ່າ ຊິເໝາະສົມກັນກັບຍິງສາວຜູ້ງົດງາມແລ້ວຫວະ, ລາວມາຈາກໃສ ?"

    ຍິງສາວຍື່ນມືໃຫ້ຊາຍຊະລາຈັບ ແລ້ວທັງສອງກໍລອຍຂຶ້ນໄປກາງອາກາດ ປ່ອຍໃຫ້ຜູ້ນທັງຫຼາຍກອ້າປາກແນມເບິ່ງດ້ວຍຄວາມໃຈຮ້າຍ, ຝ່າຍຜູ້ເປັນພໍ່ບໍ່ລໍຊ້າ ຄົ້ວເອົາປືນ ອອກມາຍິງສ່ວນໄປ ແຕ່ທັງຄູ່ກໍພົ້ນສາຍຕາຍໄປເສຍແລ້ວ.

     ແລ້ວກໍມີຕຳນານກ່າວຂານກັນຮອດທຸກວັນນີ້ວ່າ: ເມື່ອເວລາແນມຂຶ້ນທ້ອງຟ້າ ເຫັນແສງເປັນວົງນັ້ນຄື ພວງມະໄລຂອງຍິງສາວ ລູກຄົນເຮັດສວນ, ສ່ວນແສງ ຟ້າຜ່ານັ້ນ ກໍຄືຄົນເຮັດສວນເອົາປືນຍິງ ແລະ ແສງຟ້າແມາບນັ້ນຄື ແສງກະທົບກັບກະຈົກທີ່ສ່ອງລົງມາຈາກສະຫວັນ ນັ້ນເອງ.

ຈາກ ວາລະສານ ວັນນະສິນ ເດືອນ ພຶດສະພາ ປີ 1995