ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

 ສະໝຸນໄພພື້ນບ້ານຊ່ວຍລົດຄວາມດັນ.

   ຖ້າທ່ານ ຫຼື ຄົນໃກ້ຕົວເປັນຜູ້ທີ່ຕ້ອງພະເຊີນກັບສະພາວະຄວາມດັນເລືອດສູງນັ້ນ ເຮົາຂໍແນະນຳການນຳໃຊ້ສະໝຸນໄພພື້ນບ້ານດັ່ງນີ້:

           ກະທຽມ: ຊອຍກະທຽມສົດປະມານເຄິ່ງບ່ວງກິນພ້ອມກັບອາຫານມື້ລະ 2 - 3 ເທື່ອ ຫຼື ຈະໃຊ້ວິທີກຽວກະທຽມສົດກໍໄດ້ ແຕ່ຫ້າມກິນກະທຽມຕອນທ້ອງວ່າງ ເພາະຈະເຮັດໃຫ້ທ່ານແສບກະເພາະຂອງທ່ານໄດ້.

          ຜັກຊະນະລີ: ເລືອກເອົາຕົ້ນສົດມາຕຳຄັ້ນເອົາແຕ່ນ້ຳດື່ມ ຫຼື ໃຊ້ຕົ້ນສົດ 1 - 2 ກຳມືຕຳໃຫ້ລະອຽດຕົ້ມກັບນ້ຳແລ້ວຕອງເອົາກາກອອກໃຊ້ຮັບປະທານ ເທື່ອລະ 1 - 2 ບ່ວງແກງກ່ອນອາຫານ ຫຼື ກິນເປັນຜັກສົດປະສົມໃນອາຫານກໍໄດ້.

          ກາຝາກໝາກມ່ວງ: ເປັນພືດທີ່ຂຶ້ນຕາມຕົ້ນໄມ້ໃນຕຳລາເພິ່ນໃຊ້ກາຝາກໝາກມ່ວງນຳມາຕາກໃຫ້ແຫ້ງຕົ້ມນ້ຳດື່ມຕ່າງນ້ຳຊາ ຫຼື ຕາກໃຫ້ແຫ້ງຂົ້ວແລ້ວຊົງ ດື່ມໃນບາງທ້ອງຖິ່ນແນະນຳໃຫ້ໃຊ້ກາຝາກສົດນຳໃບ ແລະ ກິ່ງ 1 ກຳມືມາຕົ້ມກັບນ້ຳດື່ມ.

          ໝາກສົ້ມພໍດີ: ໃຊ້ຕົ້ມກັບນ້ຳ ຫຼື ເອົາໃສ່ນ້ຳຮ້ອນເຮັດເປັນນ້ຳສົ້ມພໍດີ ຊ່ວຍຫຼຸດຄວາມດັນເລືອດ, ຫຼຸດຄໍເລສເຕີຣອນໄດ້ແກ້ນີ້ວ ແລະ ໃນຕຳລາຢາໃຊ້ເປັນ ຢາບຳລຸງຫົວໃຈ, ແກ້ອ່ອນເພຍ, ຂັບຖ່າຍ, ແກ້ຮ້ອນໃນ ແຕ່ມີຕຳລາຢາພື້ນບ້ານໃຊ້ຫຼຸດຄວາມດັນເລືອດສູງ ໂດຍໃຊ້ຕົ້ນສົດ 1 - 2 ກຳມືຕົ້ມກັບນ້ຳດື່ມກໍໄດ້.

         ເຖິງວ່າຈະມີສະໝຸນໄພເຫຼົ່ານີ້ມານຳສະເໜີກໍຕາມ ແຕ່ວ່າສະໝຸນໄພພື້ນບ້ານຢູ່ລາວເຮົາກໍຍັງມີອີກຢ່າງຫຼວງຫຼາຍ ທີ່ສາມາດຮັກສາໂລກຫຼາຍໆໂລກໄດ້ ເຊັ່ນ: ຂິງ, ຂີ້ເຫຼັກ, ຜັກຊີ, ໝາກຂາມເປັນຕົ້ນ.

                        ຈາກໜັງສືພິມ " ລາວພັດທະນາສາມາດນຳເອົາໄປໃຊ້ໄດ້ເດີ