ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

     ການຕຳ່ແຜ່ນແພ ແມ່ນສິ່ງທີ່ສະທ້ອງເຖິງວັດທະນະທຳລາວໄດ້ດີທີ່ສຸດ ແລະ ສິ່ງເປັນທີນິຍົມກັນຫຼາຍ ແມ່ນຜະລິດຕະພັນຕຳ່ດ້ວຍມືທີ່ໜ້າອັດສະຈັນ ຊຶ່ງເຮັດມາຈາກຝ້າຍ ແລະ ໄໝ ພື້ນບ້ານ.

     ເຄື່ອງນຸ່ງຫົ່ມແຜ່ນແພຂອງແມ່ຍິງລາວ ໂດຍທົ່ວໄປແລ້ວແມ່ນຈະຖືກອອກແບບລວດລາຍທີ່ມີຄວາມກ່ຽວພັນກັບເທດສະການທາງສາດສະໜາຕ່າງໆ, ນັບທັງຮູບແບບທີ່ຕິດພັນກັບການດຳລົງຊີວິດແບບ ດັ່ງເດີມ ແລະ ແບບປະສານກັບຍຸກສະໄໝ, ລວດລາຍຢູ່ໃນແຜ່ນແພຂອງຄົນຜະລິດແມ່ນເປັນສັນຍາລັກຂອງສິ່ງທີ່ເກົ່າແກ່ ແລະ ມີອາຍຸເປັນພັນໆປີມາແລ້ວເຊັ່ນ: ລາຍເພດສີ່ລ່ຽມ ທີ່ໝາຍເຖິງ ການປົກປ້ອງ ຈາກສິ່ງຊົ່ວຮ້າຍຕ່າງໆ, ນອກຈາກນັ້ນຍັງມີ ລາຍຮູບບັນດາສັດ ແລະ ຄົນເຊັ່ນ: ຄຸດ, ນາກ, ມັງກອນສອງຫົວ ຊຶ່ງແຕ່ລະສັດຕ່າງໆເຫຼົ່ານີ້ ເພາະມັນໝາຍວ່າເປັນສິ່ງຈະປົກປ້ອງຄຸ້ມຄອງນັ້ນເອງ.

     ແມ່ນວ່າໃນຫຼາຍໆຕຳນານກ່ຽວກັບຜ້າແພລາວ ຈະບໍ່ຄ່ອຍເຫັນຖືກເລົ່າຂານສືບມາເປັນວົງກວ້າງກໍຕາມ, ແຕ່ຍັງມີນັກຄົ້ນຄວ້າ, ນັກຊ່ຽວຊານຜ້າໄໝລາວໄດ້ບັນຍາຍ ແລະ ຈົດບັນທຶກໄວ້ໃນປື້ມຜົນງານ ການຄົ້ນຄວ້າເຊັ່ນ: "ປື້ມຜ້າແພນີ້ມີຕຳນານ" ຂຽນໂດຍ: ທ່ານນາງ ດວງເດືອນ ບຸນຍາວົງ ນັກຄົ້ນຄວ້າຜ້າແພລາວບູຮານ ແລະ ພວກເຮົາຍັງສາມາດຫາຟັງໄດ້ຈາກການບອກເລົ່າຂອງປູ່ຍ່າຕາຍາຍໃນບາງ ທ້ອງຖິ່ນ, ໃນຂະນະທີ່ແມ່ຍິງລາວກຳລັງຕຳ່ສິ້ນ ແຜ່ນແພຢູ່ທຸກວັນ ດ້ວຍເສັ້ນໄໝ ແລະ ວິທີການທີ່ສະຫຼັບສັບຊ້ອນຂອງສິ້ນໄໝ ແລະ ຜ້າບ່ຽງ, ສິ່ງໜຶ່ງທີ່ເປັນໜ້າພາກພູມໃຈຂອງຄົນລາວ ກໍຄືແມ່ຍິງລາວທີ່ມີ ເອກະລັການນຸ່ງຖືສະເພາະທີ່ແຕກຕ່າງຈາກປະເທດອື່ນ, ໃນຂົງເຂດປະເທດລຸ່ມແມ່ນຳ້ຂອງເອງກໍມີຫຼາຍຊາດທີ່ແມ່ຍິງນຸ່ງສິ້ນບ່ຽງແພເຊັ່ນກັນ: ແຕ່ສັງເກດເບິ່ງຄັກໆແລ້ວ ສິ້ນ ແລະ ແພໄໝລາວແມ່ນມີຄວາມ ໂດດເດັ່ນ ແລະ ມີເອກະລັກສະເພາະເຊັ່ນ: ສິ້ນມີຫົວ, ມີຕີນ, ຕ່ຳດ້ວຍມື, ລວດລາຍກໍສື່ບອກຄວາມໝາຍ, ສິ້ນຂອງແມ່ຍິງແຕ່ລະເຜົ່າແຕ່ລະທ້ອງຖິ່ນກໍມີຈຸພິເສດແຕກຕ່າງກັນ, ແພບ່ຽງກໍມີຫຼາຍແບບ ແລະ ລວດລາຍ, ການບ່ຽງແພພັບເປັນສອງສາມຮອບເຂົ້າກັນ ເພື່ອນເຊື່ອງຂອບປາຍດ້າຍ ແລ້ວກໍນຳມາພາດບ່ຽງບ່າ ໂດຍປາຍສອງສົ້ນຂອງຜ້າບ່ຽງພາດທາງໜ້າ ແລະ ທາງຫຼັງ.

     ຄວາມໝາຍທີ່ເຊື່ອງຊ້ອນໃນຜືນແພຕ່າງໆ ທັງໃນອະດີດ ແລະ ປັດຈຸບັນ ແມ່ນໄດ້ຖືກຖ່າຍທອດ (ສະແດງອອກໂດຍແມ່ຍິງລາວ) ຜູ້ທີ່ເປັນຕົວແທນຂອງການອະນຸລັກ ແລະ ສະແດງອອກທາງດ້ານ ວັດທະນະທຳລາວ.

   ດັ່ງນັ້ນຄົງບໍ່ເປັນການແປກເມື່ອເອີ່ຍເຖິງສິ້ນແມ່ນຕ້ອງຢູ່ຄຽງຄູ່ກັບແມ່ຍິງລາວ, ນອກຈາກນີ້ຍັງສາມາດນຳໃຊ້ແພໄໝຕັດ, ຕົບແຕ່ງໄປຕາມແຟຊັນຂອງສະໄໝໃໝ່ ທີ່ເບິ່ງແລ້ວໂດດເດັ່ນ ແລະ ສວຍງາມທີ່ ສຸດເຊັ່ນ: ກະໂປ່ງ, ເສື້ອເຊີດ (ສຳລັບທ່ານຊາຍ), ກາລະວັດ ແລະ ອື່ນໆ ທີ່ເຫັນວ່າເໝາະສົມ.

       ຈາກວາລະສານ ສາວລາວ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

         ຜັກສະນາລີ ປູກງ່າຍ ແລະ ຫາຊື້ບໍ່ຍາກ ມີຂາຍຕາມທ້ອງຕະຫຼາດ, ນອກຈາກໃຊ້ເປັນຫອມປຸງແຕ່ງອາຫານແລ້ວ ຍັງເປັນຢາພື້ນເມືອງ ຊ່ວຍແກ້ປວດຫົວເນື່ອງຈາກຄວາມດັນເລືອດສູງ, ປົວໜິ້ວ, ຂັບລົມ ແລະ ແກ້ປວດຂໍ້.

ວິທີໃຊ້:

1. ປວດຫົວຍ້ອນຄວາມດັນເລືອດສູງ ໃຫ້ເອົາຜັກສະນາລີສົດ (ບໍ່ເອົາຮາກ) ຕຳຄັ້ນເອົານຳ້ໃຫ້ໄດ້ເຄິ່ງຈອກກາເຟ ເອົາເກືອໃສ່ໜ້ອຍໜ່ຶງດື່ມ, ຖ້າເອົາຕົ້ນສົດໆ 1 ກຳມືໃສ່ນຳ້ພໍປະມານຕົ້ມດື່ມຕາງນຳ້ ເປັນຢາປົວໜິ້ວ.

2. ທ້ອງອືດມີລົມ ໃຫ້ເອົາຕົ້ນ ແລະ ແກ່ນຜັນສະນາລີຕົ້ມດື່ມ.

3. ເຈັບປວດຂໍ້ ໃຫ້ເອົາຮາກພັກສະນາລີສົດ 1 ກຳມືຕົ້ມດືມ.

ລອງເຮັດເບິ່ງເດື ແລ້ວຂຽນບອກແດ່ ເພາະເຈົ້າຂອງນິຍັງບໍ່ທັນໄດ້ລອງເທື່ອ ເພາະຍັງບໍ່ໄດ້ທັນໄດ້ເປັນວ່າຊັນ

ຈາກວາລະສານ ສາວລາວ

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

   ກິນ້ອຍອາຍຸ 3 ປີ ເປັນເດັກຂີ້ດື້ ມັກຮ້ອງໄຫ້ ມີມື້ໜຶ່ງ ພໍຮອດຕອນສວາຍ ຕາມທຳມະດາແມ່ນ ຍາມກ່ອມເດັກນ້ອຍນອນເວັນ ພໍ່ຕູ້ທ້າວກິກໍ່ອອຍຫຼານ ທີ່ກຳລັງນອນໄຫ້ຢູ່

   - ເຊົາແມຫຼ້າ ນອນສາຢ່າໄຫ້

 - ບໍ່ ເຮົາບໍ່ຢາກນອນ ຮືໆໆໆໆໆ

  ພໍ່ຕູ້ຢາກຮ້າຍແລ້ວເວົ້າວ່າ:

  - ຊິເຊົາບໍ ? ຊິເຊົາລະເຊົາ ຈັກໜ້ອຍຊິໄປຮ້ອງແມວໂພງມາເຈາະຕາເບິ່ງ !

- ແມວໂພງຫວາ ! ມັນເປັນຫຍັງຈິ່ງໂພງເບາະພໍ່ຕູ້ ?

  - (ພໍ່ຕູ້ຕອບສຽງຮ້າຍໆວ່າ) ນຳ້ຮ້ອນລວກມັນ !

 

          ບໍ່ໄດ້ນອນໂກນ

  ລຸງສາເປັນຄົນນອນມີສຽງດັງ ຄືກໆໆໆ ຫຼານຊາຍທີ່ນອນນຳ ເກີດຄວາມລຳຄານໃຈ ນອນກໍ່ບໍ່ຫຼັບ ຈິ່ງປຸກພໍ່ລຸງດ້ວຍອາລົມຢາກຮ້າຍວ່າ:

- ພໍ່ລຸງ ພໍ່ລຸງ ລຸກດຸ ນອນໃໝ່ດຸ

+ ມຶງເປັນຫຍັງຫວາ ?

- ເຈົ້ານອນໂກນນ່າ ຫວ່າງໜຶ່ງນີ້ນາ

+ ບ໋ະ ນອນໂກນຢູ່ໃສ ເຮືອນຄົນຕົວະນີ້

- ປາກກັບດັງເຈົ້ານ່າມັນໂກນ

+ ແມ່ນໃຜແດ່ປາກກັບດັງບໍ່ໂກນຮື

- ບໍ່ແມ່ນ ມັນມີສຽງດັງນ່າ

+ ເອີ ກູນອນອີກກ່ອນ ຄັນດັງອີງ ປຸກກູມາຟັງເດີ.

 

         ແຕ້ມຮູບຕາມໃຈ

ຄູ: ມື້ນີ້ວິຊາແຕ້ມຮູບແມ່ນບໍ ?

ນັກຮຽນ: ແມ່ນ !

ຄູ: ເອົາປື້ມຂຶ້ນມາແຕ້ມຮູບຕາມໃຈ

  ນັກຮຽນຫຼາຍຄົນພາກັນແຕ້ມໝົດ ເວັ້ນແຕ່ທ້າວແກ້ວຫຼັບເສີຍ ! ຄູຍ່າງເລາະເຫັນທ້າວແກ້ວນອນຫຼັບຢູ່.

ຄູ: ທ້າວແກ້ວ ເປັນຫຍັງບໍ່ແຕ້ມຮູບ

ແກ້ວ: ແຕ້ມແລ້ວເດ

ຄູ: ແຕ້ມຮູບຫຍັງ ?

ແກ້ວ: ຮູບນຳ້ກ້ອນ

ຄູ: ຢູໃສເຫັນແຕ່ເຈ້ຍເປົ່າ

ແກ້ວ: ມັນເປື່ອຍໝົດແລ້ວ !

ຈາກວາລະສານ ວັນນະສິນ ສິງຫາ 2001

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

    ທ້າວບຸນໄປເຝົ້າເອື້ອຍຢູ່ໂຮງໝໍມະໂຫສົດ ລຸງແດງເຂົ້າມາທຳຄວາມສະອາດ ແລະ ເວົ້ຂຶ້ນວ່າ:

" ຫວ່າງກີ້ນີ້ ມີຄົນມາເກີດລູກຢູ່ຊັ້ນ 2 ບໍ່ມີຫົວ ໄປເບິ່ງແມ້ "

   ທ້າວບຸນແລ່ນຂຶ້ນໄປເບິ່ງ ແຕ່ບໍ່ເຫັນຄົນບໍ່ມີຫົວ ໄດ້ຍິນແຕ່ສຽງເດັກນ້ອຍໄຫ້ ລາວແລ່ນກັບລົງມາ

ລຸງແດງ: ເຫັນບໍ ?

ທ້າວບຸນ: ບໍ່ເຫັນ

ລຸງແດງ: ເດັກເກີດໃໝ່ບໍ່ມີຫົວກ່ອນຈັກເທື່ອ ມີແຕ່ໄຫ້ກ່ອນທັງນັ້ນ

 

ຈາກ ວາລະສານ ວັນນະສິນ ສິງຫາ 2001

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຕຳຫຼວດ: ທ່ານ ຈື່ເລກທະບຽນລົດຄັນທີ່ມັນຕຳທ່ານໄດ້ຫຼືໍບໍ່ລະ ?

ຊາຍເຄາະຮ້າຍ: ບໍ່ດອກ... ລົດຄັນນັ້ນແລ່ນໄວເກີນໄປ.... ທັນເຫັນແຕ່ວ່າ ຜູ້ຂັບເປັນຍິງສາວໜ້າກົມ ຜົມຍາວ ຜີວຂາວ ນຸ່ງເສື້ອສີບົວອ່ອນ ແຂນຍາວ ມີຮູບເປັດນ້ອຍສອງໂຕ ແສ່ວໃສ່ໜ້າເອີກເສື້ອຂ້າງຊ້າຍ ນາງມັດຜົມໄວ້ຮຽບຮ້ອຍ ດ້ວຍໂບສີຂາວ... ໃສ່ຕຸ້ມຫູ ພວງໝາກຕາວ ໃສ່ແຫວນຄຳ 99.9% ສາມວົງ ວົງລະສະຫຼຶງ ໃສ່ສາຍແຂນຄຳຝະລັ່ງ ແລະ ໃສ່ໂມງ ໄຊໂກ ສາຍສີທອງ....

ຈາກວາລະສານ ວັນນະສິນ ເມສາ 2000

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

     ປາຂ່າ Orcaella brevirostris ເປັນສັດນຳ້ຊະນິດໜຶ່ງ ທີ່ລ້ຽງລູກດ້ວຍນຳ້ນົມ ມີຢູ່ໃນພາກໃຕ້ຂອງປະເທດລາວ ໃນແມ່ນຳ້ຂອງ, ນຳ້ເຊກອງ ແລະ ສາຂາຂອງມັນເຊັ່ນ: ເຊປຽນ, ເຊຄຳພໍ, ເຊກະໝາມ ແລະ ຫ້ວຍກະຫຼ່ຽງ.

   ສ່ວນໃນແມ່ນຳ້ທີ່ ປະເທດລາວ ມີສະເພາະຕາມຊາຍແດນລາວ ກຳປູເຈຍ ປາຂ່າທ ເປັນສັດນຳ້ທີ່ຫາຍໃຈດ້ວຍປອດ, ປາຂ່າມີຄວາມຍາວສູງສຸດປະມານ 2.5 ແມັດ ປາຂ່າອາຍຸຍືນສູງສຸດປະມານ 40 ປີ, ມັນກິນປາພື້ນເມືອງຫຼາຍຊະນິດເປັນອາຫານ, ປາຂ່າ ອອກລູກເທື່ອລະໂຕ ບໍ່ອອກເປັນໄຂ່ຄືປາພື້ນເມືອງທຳມະດາ, ປາຂ່າຖືພາປະມານ 11 ເດືອນ ຈິ່ງເກີດລູກ ໂຕແມ່ອອກລູກ 2 ປີ ຕໍ່ໜ່ຶງເທື່ອ ເນຶ່ງຈາວ່າ ປາຂ່າ ເປັນສັດນຳ້າທີ່ແຜ່ພັນຊ້າ ມັນກໍເລີຍມີໜ້ອຍ ແລະ ປາຂ່າສາມາດສູນພັນໄດ້ງ່າຍ.

ຈາກວາລະສານ ວັນນະສິນ ເມສາ 2000

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

     ຊຽງສີ ແລະ ຊຽງສາ ຫາກໍສິກອອກວັດມາໃໝ່ ເລື່ອງຄວາມຮັກແມ່ນບໍ່ເຄີຍຜ່ານ ດ້ວຍມົນສະເໜ່ອັນໃດກໍບໍ່ຮູ້ ສາວເຮືອນໃກ້ເສືອກຂຽນຈົດໝາຍມາຫາຊຽງສີ ຊຽງສີດີໃຈທີ່ສຸດ ແຕ່ບໍ່ຊ່າງຈະຕອບແນວໃດ ຈຶ່ງໄປປືກສາຊຽງສາໝູ່ຮັກໝູ່ແພງ.

    ຊຽງສີ: ສາໂຕຕອບຈົດໝາຍນີ້ຊ່ວຍເຮົາແດ່ ເຮົາບໍ່ຊ່າງຈະຕອບ.

   ຊຽງສາ: ເຂົາຂຽນວ່າແນວໃດ ?

   ຊຽງສີ: ມີບ່ອນໜ່ຶງນາງຂຽນວ່າ ຂໍມອບຫົວໃຈໃຫ້ເຮົາພຽງຄົນດຽວວ່າຊັ້ນ.

   ຊຽງສາ: ໂອ ! ເລື່ອງທໍ່ນັ້ນມັນຈະຍາກຫຍັງ ເຂົາມອບຫົວໃຈໃຫ້ ໂຕກໍມອບປອດໃຫ້ເຂົາຄືນ ຊັ້ນຕວາ.

 

                      ຫັດແຕ່ງເລື່ອງໄກ່ແມ່ລູກອ່ອນ

   ນາງນ້ອຍອົມປາຍບິກຄິດຢູ່ ເພາະບໍ່ຮູ້ຈະລົງທ້າຍຫັດແຕ່ງເລື່ອງໄກ່ແມ່ລູກອ່ອນແນວໃດ, ຄິດໄດ້ຄິດດີກໍເລີຍຂຽນວ່າ:

      ສຸດທ້າຍນີ້ ຂໍອວຍໃຫ້ພອນແກ່ໄກ່ແມ່ລູກອ່ອນ ຈົ່ງມີສຸຂະພາບເຂັ້ມແຂງ ລ້ຽງລູກໃຫ້ໃຫຍ່ພຽງລູງ ໃຫ້ສູງພຽງປ້າເຖິ່ນ !

 

                             ຟ້າວຕອບ

ນ້ອງຊາຍ: ອ້າຍຄວາຍໂຕໜ່ຶງມີຈັກຂາ ?

ອ້າຍ:         ຄວາມໂຕໜຶ່ງແມ່ນມີສີ່ຂາ

ນ້ອງຊາຍ: ຄວາຍແປດຂາແມ່ນມີຈັກໂຕ ?

ອ້າຍ:         ງ່າຍໂພດ ກະມີສອງໂຕ

ນ້ອງຊາຍ: ອ້າຍເຄີຍເຫັນຄວາຍແປດຂາຢູ່ໃສ?

ອ້າຍ:......!!!!

       ຈາກວາລະສານ ວັນນະສິນ ເມສາ 2000

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • ຍາມເມື່ອໄກຈາກບ້ານ                                                          ນານຜ່ານຫຼາຍປີ ມາແລ້ວ

ຄິດຫ່ວງນຳນົງນາງ                                                                           ຫ່າງທາງຄົນກ້ຳ

ໃຈຖະຫຼຳຫາຫຼ້າ                                                                                ມາຮຽງຄຽງຄູ່

ຊີວິດຄູຢ່າງອ້າຍ                                                                                 ໝາຍໄວ້ຮ່ວມພະນາງ ຈິງແລ້ວ

  • ສອງປີປາຍລ່ວງເຂົ້າ                                                             ເຮົາເລົ່າຮຽນຝຶກ

ສຶກສາທຳຄວາມດີ                                                                             ທີ່ມີມວນລົ້ນ

ໃຫ້ມັນສົມຄົນກ້າ                                                                               ວາຈາວາດຄ່ອງ

ປັນຍາໃສປ່ອງລ້ຳ                                                                              ນຳຄ້ຳໝູ່ປະຊາ ແທ້ແລ້ວ

  • ແສນສັບສົນຍາກຫຍຸ້ງ                                                          ດັ້ນດຸງດັນເຖິງ

ເຫິງນານພໍພຽງໃດ                                                                             ໃສ່ໃຈເຖິງເທົ້າ

ໜັກເບົາເອົາໃຈສູ້                                                                                 ຄູຊູຊວ້ານຊ່ວຍ

ດ້ວຍໃຈທຳທ່ຽງໝັ້ນ                                                                            ພັນຊັ້ນຊ່ວຍຊູ ຮຽມແລ້ວ

  • ຮຽມດີໃຈເລີດລ້ຳ                                                                    ທີ່ໄດ້ຮ່ຳຮຽນຄູ

ເປັນຜູ້ຄອຍສິດສອນ                                                                            ປ່ອນວິຊາຄວາມຮູ້

ໃຫ້ໝູ່ຊຸມຊົນຊັ້ນ                                                                                   ປັນຍາໃສໃຈປ່ອງ

ບໍ່ໃຫ້ຄາຂາດຂ້ອງ                                                                               ເຄືອງແຄ້ນຂື່ນຂົມ ຢ່າງໃດ

  • ຍາມເມື່ອເສັງຈົບແລ້ວ                                                             ຮຽມຂໍເລົ່າອາສາສອນ

ໄປບ່ອນຄົນຍັງຫຶກ                                                                              ກືກເບົາບາງໄບ້

ກໍ່ເພື່ອຄົນທັງຄ້າຍ                                                                               ໃຫ້ຫູຕາກວ້າງຕື່ມ

ຊາບຊຶມບົນບ່ອນເບື້ອງ                                                                        ແນວທາງກ້າວທີ່ພັກກວາງ ແທ້ແລ້ວ

ຈາກວາລະສານ ວັນນະສິນ ເມສາ 2000

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

         ໃນຂະທີ່ຖືກເມຍຂ້ຽນ ຈົນຫຼັງເປັນຟອງ, ຝ່າຍຜົວ ຜູ້ທີ່ມີຄວາມອົດກັ້ນສູງ ກໍຮີບເລືອເຂົ້າໄປລີ້ຢູ່ກ້ອງຕຽງ, ຝ່າຍເມຍ ມືໜຶ່ງຖືແສ້, ອີກມືໜ່ຶງຄ້ຳແອວ ໄດ້ຮ້ອງຂຶ້ນວ່າ: ອອກມາດຽວນີ້ !

   ແລ້ວກໍມີສຽງລອດອອກມາຈາກກ້ອງຕຽງ ຢ່າງສະຫງ່າຜ່າເຜີຍວ່າ:

   ເຮົາເປັນຜູ້ຊາຍເຕັມໂຕຍ່ອມຮູ້ເຮັດສິ່ງທີ່ຕົນມັກ ...... ເຮົາຈະອອກຈາກກ້ອງຕຽງນີ້ ກໍໃນເມື່ອເຫັນວ່າ ມີເງື່ອນໄຂອັນເໝາະສົມ ແລະ ຕຽມພ້ອມ.

 ວິເສດ ສະແຫວງສຶກສາ: ແປຈາກ : Wit and Humor From Old Cathay Chinese Litterature Press, Beijing

ຈາກວາລະສານ ວັນນະສິນ ເມສາ 2000

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

     ຊາຍຄົນໜຶ່ງອອກະໄປວຽກນອກເຮືອນ, ກ່ອນໄປເຂົາສັ່ງໃຫ້ລູກຊາຍເຝົ້າປະຕູເຮືອນ ຮວມທັງເຊືອກ ແລະ ງົວໃຫ້ດີ, ສັ່ງການຮຽບຮ້ອຍ ເຂົາກໍສາວບາດຕີນໄປຊົມການສະແດງລະຄອນສັດ ຢູ່ລານປະຈຳ ບ້ານ, ຝ່າຍລູກເຊາຍກໍຢາກໄປເບິ່ງຈົນໃຈຊິຂາດ ແຕ່ກໍບໍ່ລືມຄຳສັ່ງຂອງພໍ່ ຄື ຖອດປະຕູເຮືອນ, ເອົາງົວ ແລະ ເຊືອກໄປເບິ່ງລະຄອນນຳດ້ວຍ, ພໍພໍ່ກັບມາ ກໍຮູ້ວ່າຖືກໂຈນ ຫອບເຄື່ອງຂອງມີຄ່າທັງຫຼາຍແລ ພາຍ ໃນເຮືອນໄປຈົນກ້ຽງເອີດເຕີດ, ພໍ່ໂມໂຫໃຫ້ລູກຊາຍ ຈົນໜ້າດຳຕາແດງ ແລະ ເວົ້າແດກໃສ່ວ່າ:

     ສັ່ງຊ່ຳນີ້ ຍັງເຮັດບໍ່ໄດ້ !

  ອ້າຍລູກຊາຍ ກໍຂ້ຽວຢືນຢັນຢ່າງໄວພະລັນວ່າ:

  ໂທ ! ພໍ່ເອີຍ... ເຮົາເຮັດຕາມອີ່ພໍ່ສັ່ງຢ່າງສຸດຂັ້ນສຸດຂີດແລ້ວເດ, ນີ້ເດ..... ປະຕູ, ເຊືອກ ແລະ ກໍງົວ ຢູ່ກັບເຮົາຄົບເລີຍ.

 

ສໍກິດ ແປ ຈາກ ວາລະສານວັນນະສິນ ມີນາ 2000

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

                ລີເມີຣ໌ແຄຣະຫາງອ້ວນ

     ມັນເປັນສັດທ້ອງຖິ່ນຂອງເກາະມາດາກັສ ການຊິ່ງຈະເຂົ້າສູ່ພາວະຫຍຸດນິ່ງໃນທຸກໆລະດູໜາວ ເປັນເວລາດົນ 7 ເດືອນ ມັນຈະມ້ວນໂຕຢູ່ໃນຮູຂອງຕົ້ນໄມ້ ມີຊີວິດຢູ່ລອດໄດ້ດ້ວຍໄຂມັນທີ່ສະສົມໄວ້ໃນ ຮ່າງກາຍ ແລະ ຫາງຂອງມັນ ໂຕລີເມີຣ໌ ປຣະຫຍັດການໃຊ້ພະລັງງານໃນຮ່າງກາຍ ດ້ວຍການເຮັດໃຫ້ອຸນຫະພູມໃນຮ່າງກາຍຂອງຕົນເອງ ເທົ່າກັບອຸນຫະພູມສະພາບແວດລ້ອມ ພາຍນອກຮ່າງກາຍຄືກັບ ສັດເລື້ອຍຄານ ຖ້າໂຕລີເມີຣ໌ຢູ່ໃນຮູຕົ້ນໄມ້ທີ່ປ້ອງກັນຄວາມຮ້ອນບໍ່ດີ ອຸນຫະພູມຮ່າງການຂອງມັນກໍ່ຈະແປປວນໄປຕາມສະພາບອາກາດ ແຕ່ຖ້າໂຕມັນຢູ່ໃນຮູຕົ້ນໄມ້ທີ່ປ້ອງກັນຄວາມຮ້ອນໄດ້ດີ ອຸນຫະພູມ ຮ່າງກາຍຂອງມັນກໍ່ຈະຄົງທີ ສຳພັນກັບອຸນຫະພູມຂອງຮູຕົ້ນໄມ້  ໄລຍະເວລາທີ່ອົດອາຫານໄດ້: 7 ເດືອນ

                    ກົບຣູອອສເຕຣເລີຍ

     ກົບຣູອອສເຕຣເລີຍຝັງໂຕເອງຢູ່ໃນໃຕ້ດິນເພື່ອການມີຊີວິດຕະຫຼອດໃນຊ່ວງເວລາຂອງຄວາມແຫ້ງແລ້ງ ແລະ ມັນມີຊີວິດຢູ່ໃຕ້ດິນໄດ້ເປັນເວລາດົນ 5 ປີ ໂດຍອາໃສໄຂມັນສຳຮອງທີ່ຢູ່ໃນໂຕຂອງມັນ ນອກ ຈາກນີ້້ ໂຕຂອງມັນຈະໄດ້ຮັບການຫໍ່ຫຸ້ມປ້ອງກັນດ້ວຍຊັ້ນຂອງຜີວໜັງທີລອກອອກມາໄດ້ ເມື່ອຝົນຕົກລົງມາອີກ ກົບເຫຼົ່ານີ້ກໍ່ຈະຂຶ້ນມາສູ່ຜີວດິນຢ່າງໄວວາເພື່ອສຶບພັນ ແລະ ກິນອາຫານອີກຄັ້ງ ພວກມັນກິນອາຫານຫຼາຍຢ່າງບ້າຄັ່ງ ມັນກິນຫຼາຍຈົນກະທັງຖືງເຄິ່ງໜຶ່ງຂອງຂະໜາດໂຕມັນ. ໄລຍະເວລາທີ່ອົດອາຫານໄດ້: 5 ປີ

    ຈາກ ວາລະສານ UPDATE (ວາລະສານໄທ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • ມີຫຼາຍສຽງວ່າເວົ້າ                                           ໃນເລື່ອງມືຖື

ບອກວ່າຄືແນວເກີນ                                                       ກວ່າຈຳເປັນນ້ອງ

ມືຖືດັງໃນຫ້ອງ                                                              ຍາມຮຽນກວນໝູ່

ແມ່ນຢູ່ອັນເພິ່ນອ້າງ                                                       ທາງຂ້ອຍບໍ່ຖຽງ

  • ຖຽງແຕ່ ລາງທ່ານເວົ້າ                                      ເອົາແຕ່ໂຕດີ

ສັງເກດມີລາງຄົນ                                                          ໃຫຍ່ຈົນເຖິງເຖົ້າ

ເອົາມືຖືໂທລໍ້                                                                 ລົມສາວອອຍອ່ອຍ

ເຫັນຜູ້ສາວສ່ຳນ້ອຍ                                                       ເບີນ້ອງເລກຫຍັງ

  • ລາງເທື່ອງຍັງຊອກຊື້                                        ເອົາເຄື່ອງມືຖື

ແຈກໃສ່ມືຊຸມສາວ                                                         ສ່ຳຫຼານຫຼອຍຫຼິ້ນ

ຍິນວ່າມີເມຍນ້ອຍ                                                         ຫຼາຍນາງປອງໃສ່

ໃຊ້ມືຖືແບບນີ້                                                                ດີແທ້ບໍ່ອາວ

  • ຍາມຢູ່ເຮືອນຢູ່ຢ້າວ                                          ຈາວ່າມືຖື

ມັນບໍ່ຄືຄວນສູ                                                                ເມື່ອຍາມຍັງນ້ອຍ

ຄອຍໃຫ້ສົມຄວນພຸ້ນ                                                     ແພງເງິນສາກ່ອນ

ຍັງຮຽນຫາຫ່ອນໃຊ້                                                       ພໍໃຫ້ພໍ່ເປືອງ

  • ເພິ່ນເຕື້ອງນາງລູກນ້ອຍ                                   ເກີນກວ່າຈຳເປັນ

ບາດວ່າເຫັນເມຍປາຍ                                                    ອ່ອນກາຍນາງນ້ອຍ

ເປັນສັງຄອຍຫາຊື້                                                          ມືຖືໄປຝາກ

ກອນຢາກຖາມພໍ່ຕູ້                                                        ຊຸມຮູ້ລື່ນຫຼານ ແດ່ນາ !

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • ຕອນສັ່ງຊື້                                                        ຈາວ່າມືຖື

ຊື້ແລ້ວເອົາແອວຖື                                                           ຜ່ອງເອົາຄໍຫິ້ວ

ຄຳປາກປິວຕາມຄື້ນ                                                       ພົວພັນກັນງ່າຍ

ຢູ່ໄກປານນັ່ງໃກ້                                                             ລົມໄດ້ດັ່ງໃຈ

  • ນັບແຕ່ນາງລູກໄດ້                                             ໄຄແດ່ມືຖື

ບໍ່ຫ່ວງມັນປານໃດ                                                          ເມື່ອໄປຮຽນຮູ້

ມັນຢູ່ໄກ ຫຼື ໃກ້                                                               ໂທລົມເລີຍໂລດ

ຂໍໂທດເດີລູກເຈົ້າ                                                             ມີແລ້ວບໍ່ນໍ

  • ຄັນມີເຮົາຢູ່ບ້ານ                                                 ລົມລູກທາງໄກ

ມັນໄປໃສມາໃສ                                                              ກໍ່ໂທລົມໄດ້

ບອກໃຫ້ມັນມາບ້ານ                                                       ມາເຮືອນເກີນງ່າຍ

ຫາຍຫວ່ງຄັນແມ່ນໄດ້                                                    ມາໃຫ້ອີ່ນາງ

  • ຫ່ວງແດ່ໃດລູເຈົ້າ                                              ຍາມປາກມືຖື

ຕອນຢູ່ຕາມຫົນທາງ                                                      ລົມກັນຄໍຫງ່ຽງ

ສ່ຽງຢູ່ໃດຈັ່ງຊັ້ນ                                                             ຄັນຮູ້ບອກມັນ ແນ່ເນີ

  • ຄັນວ່ານາງລູກເຈົ້າ                                            ເອົາແຕ່ມືຖື

ມັນບໍ່ເອົາໃຈຖື                                                                ບໍ່ຄວນເອົາໃຫ້

ຄັນແມ່ນໃຈຖືພ້ອມ                                                        ເຫັນດີນຳຢູ່

ຢ້ານແຕ່ມັນບໍ່ຮູ້                                                              ຖືຕັ້ງແຕ່ມື ຫັ້ນນາ

 

                                   ຮຸ່ງອະລຸນ ແດນວິໄລ ຈາກ ວາລະສານວັນນະສິນ ມັງກອນ 2004

 

 

 

 

                                                        

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

     - ຜູ້ພໍ່ຂຶ້ນເຮືອນມາ ແລ້ວຮ້າຍກາກໆ! ແມ່ນພວກສູບໍ່ແຕ່ຄົບຄົວກິນຫວາ ? ສວາຍປານນີ້ກໍ່ບໍ່ເຫັນໃຜໄປເອີ້ນກູມາກິນເຂົ້າ ! ກູອົດບໍ່ໄດ້ກໍ່ມາເອງ !

    - ຜູ້ເປັນເມຍ: ແຕ່ງແລ້ວ, ກິນແລ້ວ! ເຮັດລາບ ທັງປີ້ງເຄື່ອງໃນບັກແຊບໆ ແລ້ວໃຫ້ບັກແອ ໄປເອີ້ນເຈົ້າຢູ່ບ່ອນຫຼິ້ນໝາກດາມ, ມັນກັບມາແລ້ວເວົ້າວ່າ: ເອີ້ນໄປໃສ່ພໍ່ເທື່ອໃດ ພໍ່ກໍ່ຕອບຮັບຄວາມວ່າ: ກິນຄັກໆ! ແລ້ວ, ກິນຫ້າເທື່ອລຽນກັນ, ແລ້ວໆມັນກໍ່ກັບມາໄທເຮົາກໍ່ກິນຈົນກ້ຽງ!

    - ຜູ້ເປັນພໍ່: ກູຄືບໍໄດ້ຍິນສຽງເອີ້ນ ຍ້ອນໃຜກໍ່ປາກ, ກູເວົ້າແທ້ວ່າ: ກິນຄັກໆແລ້ວ! ກິນ ຫ້າເທື່ອລຽນກັນແລ້ວ! ແມ່ນກູກິນໝາກດາມພຸ້ນ! ສ່ວນເຂົ້າກູບໍ່ທັນໄດ້ກິນເທື່ອ! ບໍ່ທັນໄດ້ກິນເທື່ອ!!!

   - ຜູ້ເປັນເມຍ: ໂອ!!!!!ຮີ່ໆຮີ່ໆ

ໂດຍ: ສົມແສງ ເກສາວິລະ ຈາກ ວາລະສານວັນນະສິນ ກໍລະກົດ 1995

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

        ທີ່ຮ້ານກາເຟແຫ່ງໜຶ່ງ ລູກຄ້າຖາມລາຄາກາເຟ

- ກາເຟປາກຊ່ອງຈອກລະເທົ່າໃດ ?

- ມີ 2 ລາຄາ: 15.000 ກີບ, ກິນຢູ່ກັບຮ້ານນີ້, ແລະ 350.000 ກີບ ຖ້າອ້າຍບິນໄປກິນຢູ່ປາກຊ່ອງ ພາະຕ້ອງໄດ້ໄລ່ຄ່າປີ້ຍົນເຂົ້ານຳ

                              ຫົວໜ້າບໍ່ຢູ່

        ທີ່ຮ້ານອາຫານແຫ່ງໜຶ່ງ, ຊາຍໜຸ່ມສັ່ງອາຫານມາ 4 ເຍື່ອງແຕ່ກິນບໍ່ໄດ້ຈັກເຍື່ອງເພາະວ່າ ລົດຊາດມັນບໍ່ເປັນຕາສະແຕກ

-ເອີ້ນຫົວໜ້າຮ້ານອາຫານມາຫາເຮົາດຽວນີ້, ຊາຍໜຸ່ມຮ້ອງບອກສາວເສີບ

- ເພິ່ນບໍ່ຢູ່ອ້າຍ! ເພ່ິນອອກໄປກິນເຂົ້າຢູ່ຮ້ານອາຫານທາງນອກ.

 

                                     ປະກາດ

        ຢູ່ໜ້າຮ້ານອາຫານລະດັບແນວໜ້າແຫ່ງໜ່ຶງມີປ້າຍ ຂຽນປະກາດວ່າ:

- ຖ້າທ່ານສັ່ງໄກ່ຈືນ 1 ໂຕ ບາດດຽວທ່ານຈະໄດ້ກິນພາຍໃນ 15 ນາທີ, ຖ້າສັ່ງເຄ່ິງໂຕ...ກໍ່ສຸດແລ້ວແຕ່ໂອກາດ.

    ລູກຄ້າຜູ້ຕ້ອງການສັ່ງໄກ່ຈືນພຽງເຄິ່ງໂຕເລີຍປ່ອນຫົວເຂົ້າໄປຖາມເຈົ້າຂອງຮ້ານ ແລະ ໄດ້ຮັບຄຳຕອບວ່າ:

- ຄຳວ່າ: " ສຸດແລ້ວແຕ່ໂອກາດ " ແປວ່າ: ຕ້ອງໃຫ້ຜູ້ໜ່ຶງມາສັ່ງອີກເຄິ່ງໂຕພວກເຮົາຈິ່ງຊິລົງມືຂ້າໄກ່ມາຈືນ

 

ໂດຍ: ແຂ້ວແຫ້ງ, ຈາກ ວາລະສານວັນນະສິນ ກຸມພາ 2002

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

     ທັງສອງນາງສັ່ງຕຳສົ້ມໝາກຫຸ່ງເຜັດໆມາຈານໜ່ຶງ ແລ້ວພາກັນກົ້ມໜ້າກົ້ມຕາກິນ

ນາງຜູ້ທີ່ໜຶ່ງ: ອີ່ສ່ຽວເປັນຫຍັງໂຕຈິ່ງນຳ້ຕາແຕກໄຫຼຈົ້ນໆ ?

ນາງຜູ້ທີ່ສອງ: ຄິດຮອດແມ່ເຖົ້າຕາບອດຂອງເຮົາ ເຮົາສົງສານລາວແຮງ ຈົນກັ້ນນຳ້ຕາບໍ່ຢູ່

ນາງຜູ້ທີ່ໜຶ່ງ:  (ເອົາມືເຊັດນຳ້ຕາຕົນເອງ) ກູກໍຄືດຽວຫັ້ນລະ ຄິດສົງສານແມ່ເຖົ້າຕາບອດຂອງໂຕ, ນາງເວົ້າໂດຍບໍ່ຖ້າໃຫ້ຖືກຖາມ

 

                            ຕອບຖືກ

     ຊາຍໜຸ່ມຄົນໜ່ຶງພວມສັງເກດຄົນຂໍທານແຕ່ຫົວຫາຕີນ ແຕ່ຕີນຫາຫົວ ພ້ອມທັງເວົ້າແດກອອກມາວ່າ:

         - ແຄ່ງບໍ່ກຸດ, ຂາບໍ່ຂາດ, ຫູຕາຍັງດີ, ມືຍົງຄົບ, ເຫດໃດຈຶ່ງມາທ່ຽວຊອກຂໍທານ, ພໍຊາຍໜຸ່ມປົງຄຳເວົ້າ.

ຄົນຂໍທາງກໍຕອບສວນມາວ່າ:

        - ອາດຍາໝາຍຄວາມວ່າຢາກໃຫ້ຂານ້ອຍມີຫ້ອງການຂໍທານຊັ້ນບໍ ?

ໂດຍ: ແຂ້ວແຫ້ງ ຈາກ ວາລະສານວັນນະສິນ ກຸມພາ 2002

ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

           ລາຍງານແບບກົນຈັນ

   ແພດເຝິກຫັດລາຍໜຶ່ງ ຂຽນບົດລາຍງານການປິ່ນປົວ ຄົນເຈັບຊຶ່ງມີອາການໜັກຂັ້ນຊອມໃຈ ແລ້ວກໍສະຫຼຸບຕອນທ້າຍວ່າ:

ຈຸດດີ: ຄົນເຈັບຍັງຫາຍໃຈ ພໍງາບໆຢູ່

ຈຸດອ່ອນ: ຄວາມດັນຫຼຸດລົງເກືອບຮອດສູນ, ຜູ້ກ່ຽວຈຶ່ງອ່ອນເພຍຫຼາຍ.

ຖອດຖອນບົດຮຽນ: ສັກຢາເຂົ້າເສັ້ນຍາກຫຼາຍ ຕ້ອງຖອດເຂັມຫຼາຍເທື່ອ, ຖອດເທື່ອທີຫ້າແລ້ວສັກເທື່ອທີຫົກ ຈຶ່ງສຳເລັດ.

 

             ສຽງຈົ່ມ

   - ປ້າມີເຮີຍ ! ຜົວຂອງຫຼານ ຜັດແຕ່ເຮັດທຸລະກິດການຄ້າມານີ້ ບໍ່ວົນນຳລູກນຳຜົວເລີຍ, ມີແຕ່ສົນນຳຜູ້ແສ້-ຜູ້ສາວ ເຫັນສາວຄົນໃໝ່ ຕາໃສປານເສືອເຖ້ົາເຫັນຟານນ້ອຍ ! ຈັ່ງແມ່ນບໍ່ຄືບ້ານຄື ເມືອງເພິ່ນ.

   - ເອີ, ສົມພໍອີ່ສີ ລູກສາວຫຼ້າກູ ມັນຈຶ່ງບໍ່ສົນນຳຜູ້ບ່າວ - ຜູ້ແພວ, ເບັດໃສ່ແຕ່ເຖົ້າແກ່ທຸລະກິດ, ເຫັນຜົວມຶງຍາມໃດເຮັດຕາສົ້ມ - ຕາຫວານ ໃສ່ກັນເລື້ອຍໆຕວ່າ ກູໄດ້ຮ້າຍເລື້ອຍໆ !

  

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

   ຫຼາຍໆຄົນທີ່ຫຼັັງຈາກເປັນສິວຫາຍແລ້ວ ມັກຈະຖີ້ມຮ່ອງຮອຍເອົາໄວ້ໃນໃບໜ້າມີຈຸດດ່າງດຳ, ຜີວບໍ່ສະໝ່ຳສະເໜີກວ່າຈະຈາງລົງກໍຕ້ອງເປັນເດືອນໆ ແລະ ເຮັດໃຫ້ເຮົາຂາດຄວາມໝັ່ນໃຈ ແຕ່ຢ່າ ລືມວ່າທຸກບັນຫາມີທາງແກ້, ສຳລັບຮອຍສິວທີ່ວ່າຍາກກໍສາມາດຈັດການໄດ້, ພຽງແຕ່ມີ.

     ນຳແອັບເປີ້ນຂຽວເຄິ່ງໜ່ວຍມາບົດປະສົມເຂົ້າກັບນຳ້ເຜີ້ງແທ້ 1 ບ່ວງແກງ ໂດຍບົດໃຫ້ລະອຽດ ແລ້ວປະສົມໃຫ້ເຂົ້າເປັນເນື້ອດຽວກັນ, ຈາກນັ້ນນຳມາທາໃບໜ້າທີ່ລ້າງສະອາດແລ້ວ, ບໍລິເວນທີ່ ເປັນຮອຍສິວຄວນທາເປັນພິເສດ ແລ້ວຖີ້ມປະໄວ້ 20 ນາທີແລ້ວລ້າງອອກ, ສູດນີ້ສາມາດເຣັດໄດ້ທຸກມື້ ນອກຈາກຈະຊ່ວຍປິ່ນປົວຮອຍສິວໃຫ້ຫາຍໄວຂຶ້ນ ຍັງຊ່ວຍບໍ່ໃຫ້ສິວກັບມາສ້າງຄວາມກັງວົນ ໃຈໃຫ້ເຈົ້າອີກຕໍ່ໄປ.

          ຈາກວາລະສານ ມະຫາຊົນ ສະບັບທີ 105

ລອງເຮັດເບິ່ງເດີ ວ່າຊິໄດ້ຜົນບໍ ?

ລະສົ່ງບອກກັນແດ່ເດີ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

     ນົກໂຕນ້ອຍໆ ມັກກິນໝາກໄມ້ຫຼາຍທີ່ສຸດ ບາງຄັ້ງຄາວມັນກໍກືນເຂົ້າໄປໝົດໜ່ວຍ ສ່ວນນວນອ່ອນຂອງໝາກໄມ້ ຈະຖືກຍ່ອຍໃຫ້ສະຫຼາຍຕົວຢູກະເພາະອາຫານ ສຳລັບເປືອກ ແລະ ແກ່ນທີ່ ແຂງ ກໍຈະຖ່າຍອອກມາ ພ້ອມກັບຂີ້ຂອງມັນ.

   ແກ່ນໝາກໄມ້ ທີ່ນົກຖ່າຍອອກມາ ເມື່ອຕົກລົງດິນ ກໍຈະງອກຂຶ້ນມາເປັນເບ້ຍອ່ອນ ໂດຍອາໄສຂີ້ນົກເປັນຝຸ່ນ,

   ດັ່ງນັ້ນ ໃນບ່ອນທີ່ນົກອາໄສຢູ່ຫຼາຍຈຶ່ງມັກຈະມີຕົ້ນໄມ້ນາໆຊະນິດຂຶ້ນງອກງາມ.

ຈາກ ວາລະສານ ວັນນະສິນ ເດືອນ ເມສາ ປີ 1992

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

     ຕາມເທບນິຍາຍຂອງເກັຼກ ແລະ ໂຣມັນ ກ່າວວ່າ ນາກ (Mars) ເປັນເທບພະເຈົ້າແຫ່ງສົງຄາມ ແລະ ວິນັສ ເທບພະເຈົ້າແຫ່ງຄວາມຮັກ ແລະ ຄວາມງາມ.

     ວິນັສ ເກີດພໍໃຈໃຈຄວາມງາມຂອງນາງໄຊກີ ລູກສາວຂອງກະສັດອົງໜຶ່ງຊຶ່ງພວມຢູ່ໃນໄວຊອນສາວ ແລະ ມີຮູບໂສມງົດງາມ ຈຶ່ງສົ່ງຄິວປິດລູກຊາຍໄປຫານາງໄຊກີ ເພື່ອເປັນສື່ ຕິດຕໍ່ໃຫ້ນາງ ເກີດຄວາມຮັກ ແຕ່ຄີວປິດຊຳ້ກັບໄປຫຼົງສະເໜ່ ນາງໄຊກີ ແລ້ວພານາງໄປຍັງວັງຂອງຕົນ ຄີວປິດໄປຫານາງ ສະເພາະເວລາກາງຄືນ ແລະ ຂໍຮ້ອງຢ່າໃຫ້ນາງສອດຮູ້ສອດເຫັນວ່າຕົນແມ່ນໃຜ ? ແຕ່ພວກເອື້ອຍຂອງນາງໄຊກີ ເກີດຄວາມອິດສາ ຈຶ່ງຍົວະໃຫ້ນາງລັກໄຕ້ຕະກຽງສ່ອງເບິ່ງໜ້າ ຂະນະທີ່ຄິວປິດນອນຫຼັບ ເພື່ອຈະໄດ້ຮູ້ວ່າຊູ້ຮັກຂອງນາງຄືໃຜ ? ນາງໄຊກີ ເຮັດຕາມ ແລະ ດ້ວຍ ຄວາມຕື່ນເຕັ້ນຍິນດີທີ່ເຫັນວ່າຊູ້ຮັກເປັນຊາຍໝຸ່ມຮູບງາມ ນາງເຮັດນຳ້ມັນຕະກຽງເຮ່ຍທີ່ບ່າຂອງຄິວປິດ ຄິວປິດຈຶ່ງຕື່ນຂຶ້ນ ແລະ ຕໍ່ວ່ານາງແລ້ວໜີໄປ, ນາງໄຊກີ ຈຶ່ງອອກຊອກຫາຄິວປິດ ເທບພະເຈົ້າຮູບງາມອົງນັ້ນຕາມໂບດຫຼາຍແຫ່ງ.

     ນະທີ່ໂບດຂອງວິນັສ ນາງໄຊກີ ຖືກກັ່ນແກ້ງໃຫ້ເຮັດສິ່ງ ທີ່ທຸກຍາກລຳບາກຫຼາຍຢ່າງຫຼາຍແນວ ແລະ ສຸດທ້າຍກໍຖືກຍົວະໃຊ້ໃຫ້ໄປນຳເອົາຫີບໃສ່ເຄື່ອງເສີມຄວາມງາມ ຈາກໂລກເບື້ອງລຸ່ມ ມາໃຫ້, ນາງໄຊກີ ກໍໄດ້ຫີບມາດ້ວຍຄວາມທຸກຍາກລຳບາກ ຍ້ອນຄວາມຢາກຮູ້ຢາກເຫັນຂອງນາງໄດ້ເປີດຫີບອອກເບິ່ງ ກິ່ນອັນຮຸນແຮງທີ່ພົ່ນຈາກຫີບເຮັດໃຫ້ນາງສະຫຼົບໄປ, ຄິວປິດໄດ້ນຳໄປ ຊ່ວຍໄວ້ໄດ້ທັນເວລາ ເທບພະເຈົ້າຍູປີເຕີ ຈຶ່ງບັນດານໃຫ້ນາງໄຊກີເປັນອະມະຕະ ແລະ ໄດ້ອະພິເສກສົມລົດກັບ ຄິວປິດ.

     ຊາວໂຣມັນ ມັກເຮັດຮູບປັ້ນຄິວປິດ ເປັນຮູບເດັກຜູ້ຊາຍ ໂຕນ້ອຍໆ ເປືອຍຕົວ ແລະ ມີປີກ ໃບໜ້າຍິ້ມແຍ້ມ ທ່າທາງເປັນເດັກດື້ມືຖືຄັນທະນູ ແລະ ມີບອກໃສ່ລູທະນູຢູ່ຕິດຕົວ, ເຊື່ອວ່າທະນູ ຂອງຄິວປີດທີ່ຍິງໄປຖືກຫົວໃຈຂອງມະນຸດເປັນເຫດໃຫ້ເກີດຄວາມຮັກ ຊາວເກັຼກຮ້ອງຄິວປິດວ່າອີຣອສ (Eros) ແລະ ນັບຖືວ່ເາປັນເທບພະເຈົ້າແຫ່ງຄວາມຮັກ ແລະ ມິດຕະພາບຫຼື ກາມະເທບນັ້ນເອງ.

ຈາກ ວາລະສານ ວັນນະສິນ ເດືອນ ເມສາ ປີ 1992
.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

     ສາມສ່ຽວໂສ້ເຫຼ້ກັນ ຫຼັງຈາກພາກັນກັບມາແຕ່ເຮືອນດອງແລ້ວ.

ຜູ້ທີ່ໜ່ຶງ:  ເຮົາກິນເຂົ້າໜຽວກັບລາບກ່ອນໝູ່

ຜູ້ທີ່ສອງ: ເຮົາກິນເຂົ້າປຸ້ນກ່ອນໝູ່ ແນວອື່ນກິນຕາມຫຼັງ

ຜູ້ທີ່ສາມ: ເຮົາກິນເຫຼົ້າກ່ອນໝູ່ ເພາະວ່າກ່ອນຈະຜ່ານປະຕູເຮົາກໍ່ໄດ້ຈອກໜຶ່ງ ເວລານັ່ງຖ້າຮັບປະທານອານຫານ, ເຈົ້າບ່າວເຈົ້າສາວ ກໍຍົກໃຫ້ສາຈອກໜ່ຶງ.

ສິນໃຕ້

ຈາກ ວາລະສານ ວັນນະສິນ ເດືອນເມສາ ປີ 1992

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 

     ດົນນານມາແລ້ວ ມີຊາຍຄົນໜຶ່ງປາຖະໜາທີ່ຈະມີຄວາມສຸກໃນຊາດໜ້າ ລາວຈິ່ງຕັ້ງໜ້າຕັ້ງຕາເຮັດແຕ່ຄວາມດີ ມີການເຮັດບຸນທຳທານຢູ່ສະເໝີ ແລະ ໃຊ້ຈ່າຍເງິນເປັນ ຈຳນວນຫຼວງຫຼາຍ.

     ຊາຍຄົນນີ້ມີເມຍເຖິງ 10 ຄົນ, ໃນຈຳນວນນີ້ ມີຢູ່ 9 ຄົນທີ່ມັກຊ່ວຍເຫຼືອຜົວໃນການເຮັດບຸນສິນກິນທານ, ສ່ວນເມຍຫຼວງນັ້ນບໍ່ຍອມໃຫ້ການຊ່ວຍເຫຼືອໃດໆ ໄດ້ຫົວເຍາະ ເຍີ້ຍສຽດສີ.

    ຕໍ່ມາ ຊາຍຜູ້ນັ້ນ ແລະ ເມຍທັງ 9 ຄົນຕາຍໄປ ແລະ ໄດ້ຂຶ້ນສະຫວັນ ແຕ່ເຖິງຢ່າງໃດກໍດີ ລາຍກໍຍັງເປັນຫ່ວງເມຍຫຼວງຢູ່, ເມື່ອຄິດຮອດຍາມໃດກໍເອົາກະຈົກສ່ອງລົງມາ ເບິ່ງ ເພື່ອຊອກຫາວ່າ ເມຍຫຼວງຢູ່ບ່ອນໃດ.

    ຊາຍຜູ້ນັ້ນ ເອົາກະຈົກສ່ອງຢູ່ໄດ້ຫຼາຍມື້ ຫຼາຍວັນ ແລະ ໃນທີ່ສຸດກໍພົບວ່າ ນາງໄດ້ຕາຍເປັນນົກຍາງ ແລະ ຊອກກິນປາຢູ່ໜອງນ້ຳແຫ່ງໜຶ່ງ, ໃນຕອນທີ່ນາງເປັນນົກຍາງນີ້ ນາງຮູ້ສຶກຢ້ານກົວບາບຫຼາຍ ສະນັ້ນ ນົກຍາງໂຕນີ້ຈຶ່ງຄອຍຖ້າກິນແຕ່ປາຕາຍ ບໍ່ກິນປາເປັນ, ແຕ່ຝ່າຍຜູ້ເປັນຜົວເກົ່າຢາກທົດລອງຈິດໃຈວ່າ ເມຍຂອງຕົນໄດ້ປ່ຽນແປງແທ້ຈິ່ງ ຫຼື ບໍນັ້ນ ເລີຍໄດ້ແປງຮ່າງຂອງຕົນໃຫ້ເປັນປາ ແລ້ວລອຍເຂົ້າໄປໃກ້ນົກຍາງ, ເມື່ອນົກຍາງແນມເຫັນກໍເອົາປາກຄາບ ປາກໍ່ດີ້ນ ນົກຍາງເຫັນປາຍັງມີຊີວິດຢູ່ກໍປ່ອຍໄປ, ໄດ້ ທົດລອງຢູ່ແນວນີ້ຮອດສອງຄັ້ງ, ນົກຍາງກໍ່ປ່ອຍບໍ່ກິນ ເຮັດໃຫ້ຜູ້ເປັນຜົວມີຄວາມພໍອົກພໍໃຈຫຼາຍ ແລະ ຮູ້ວ່າ ອີກບໍ່ດົນນາງກໍຈະກັບເກີດເປັນມະນຸດອີກ.

    ບໍ່ດົນນານທໍ່ໃດ ນົກຍາງກໍຕາຍ ແລະ ເກີດເປັນລູກສາວຂອງຄົນເຮັດສວນ ເມື່ອໃຫຍ່ເປັນສາວກໍມີຄວາມງາມກວ່າຍິງຄົນອື່ນ ໃນແຖບນັ້ນ, ພໍເມືອມີອາຍຸພໍແຕ່ງດອງ ພໍ່ຂອງນາງກໍເຊີນຜູ້ຄົນທັງຫຼາຍມາກິນລ້ຽງ, ໃນລະຫວ່າງກິນລ້ຽງ ຜູ້ເປັນພໍ່ໄດ້ເອົາພວງດອກໄມ້ໃຫ້ນາງ ແລ້ວບອກວ່າ:

    "ໂຍນພວງມະໄລນີ້ຂຶ້ນ ແລ້ວມັນຕົກມາຄ້ອງຄໍຜູ້ໃດ ຜູ້ນັ້ນກໍຈະເປັນຜົວເຈົ້າ"

    ເທວະດາຜູ້ເປັນຜົວເກົ່າຂອງນາງ ໄດ້ເຝົ້າຄອຍຕິດຕາມຕະຫຼອດເວລາ ເມື່ອຊາບເລື່ອງນີ້ ກໍແປງຕົວເປັນຊາຍຊະລາ ລົງມາຈາກສະຫວັນ, ແລະ ເມື່ອຍິງສາວ ໂຍນພວງ ມະໄລຂຶ້ນໄປກາງກາງອາກາດ,  ພວງມະໄລກໍຕົກລົງມາຄ້ອງຄໍຂອງຊາຍເຖົ້າ, ຕອນນີ້ເອງເກີດສຸນລະມັນກັນໃຫຍ່ ຜູ້ຄົນພາກັນຮ້ອງວ່າ:

    "ອີ່ຕາເຖົ້າຫຼັງກົ່ງຄົນນີ້ ລາວຄິດວ່າ ຊິເໝາະສົມກັນກັບຍິງສາວຜູ້ງົດງາມແລ້ວຫວະ, ລາວມາຈາກໃສ ?"

    ຍິງສາວຍື່ນມືໃຫ້ຊາຍຊະລາຈັບ ແລ້ວທັງສອງກໍລອຍຂຶ້ນໄປກາງອາກາດ ປ່ອຍໃຫ້ຜູ້ນທັງຫຼາຍກອ້າປາກແນມເບິ່ງດ້ວຍຄວາມໃຈຮ້າຍ, ຝ່າຍຜູ້ເປັນພໍ່ບໍ່ລໍຊ້າ ຄົ້ວເອົາປືນ ອອກມາຍິງສ່ວນໄປ ແຕ່ທັງຄູ່ກໍພົ້ນສາຍຕາຍໄປເສຍແລ້ວ.

     ແລ້ວກໍມີຕຳນານກ່າວຂານກັນຮອດທຸກວັນນີ້ວ່າ: ເມື່ອເວລາແນມຂຶ້ນທ້ອງຟ້າ ເຫັນແສງເປັນວົງນັ້ນຄື ພວງມະໄລຂອງຍິງສາວ ລູກຄົນເຮັດສວນ, ສ່ວນແສງ ຟ້າຜ່ານັ້ນ ກໍຄືຄົນເຮັດສວນເອົາປືນຍິງ ແລະ ແສງຟ້າແມາບນັ້ນຄື ແສງກະທົບກັບກະຈົກທີ່ສ່ອງລົງມາຈາກສະຫວັນ ນັ້ນເອງ.

ຈາກ ວາລະສານ ວັນນະສິນ ເດືອນ ພຶດສະພາ ປີ 1995

 

 

 

 

 

    

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

          ກ່ອນຈະມີອົງລືບ ມະນຸດເຮົາໃຊ້ກ້ອນຂີ້ເຜີ້ງລືບຮອຍສໍ ບາງວັດທະນະທຳໃຊ້ຫິນ ທີ່ມີຜີວຂຸຂະເຊັ່ນ: ຫີນຊາຍ, ຫີນພູເຂົາໄຟ ມາລືບຮອຍໜືກທີ່ຂຽນໃສ່ແຜ່ນໜັງ ຫຼື ເຈ້ຍປິຣຸສ ຕໍ່ມາໃຊ້ຂະໜົມປັງ.

        ຊຶ່ງກໍ່ມີຄວາມພະຍາຍາມທີ່ຈະຄົ້ນຄວ້າ ສິ່ງໃຊ້ລຶບຮອຍມາຕະຫຼອດ ແມ້ແຕ່ຍາງຈາກຜັກກາເຄີຍໃຊ້ມາແລ້ວ.

       ແຕ່ການຄົ້ນຄວ້າສິ່ງໃໝ່ໆມັກມາຈາກອຸບັດເຫດ ຫຼື ຄວາມບັງເອີນສະເໜີຄື: ທີ່ວິສະວະກອນຊາວອັງກິດ ເຜີຍິບກ້ອນຍາງມາລືບຮອຍສໍແທນຂະໜົມປັງ ແລະ ພົບວ່າ ສາມາດລືບໄດ້ດີ ຈິ່ງພັດທະນາຈົນກາຍມາເປັນຍາງລືບທີ່ໃຊ້ໃນປະຈຸບັນນີ້.

       ຍາງລຶບທົ່ວໄປເຮັດຈາກຍາງສັງເຄາະ, ແຕ່ຍາງລຶບຊະນິດພິເສດທີ່ມີລາຄາແພງຈະຜະສົມໄວນິລ ພລາສດິກ ແລະ ກາວລົງໄປນຳ, ສ່ວນຍາງລຶບຖືກໆຈະເຮັດມາຈາກ ຖົ່ວເຫືຼອງສັງເຄາະນັ້ນເອງ.

       ຈາກ TeeNee.Com

ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

+ ນົກ​ເຈົ່າ​ຫຼັ້ງ              ລຽບ​ລ່ຳ​ແຄມສະ

  ​ເຫັນ​ປາມາ              ຢາກກິນ​ແດດິ້ນ

  ນົກ​ເຕັນ​ເຕັ້ນ             ​ໂຕນ​ລົງ​ກິນ​ກ່ອນ

  ນົກ​​ເຈົ່າ​ຫຼັ້ງ              ​ແຫງນ​ໜ້າ​ເບິ່ງ​ດາຍ

+ ຊາດ​ທີ່​ຄວາຍ​ເຫັນ​ກ້າ       ກາ​ເຫັນ​ກ້ວຍ

  ຊິ​ກາຍ​ໜີ​ເສຍ​ເປົ່າ         ​ເປັນ​ລື

  ຄັນ​ບໍ່​ກິນ​ອ່ີມ​ທ້ອງ          ​ເສຍ​ແລ້ວ​ແມ່ນ​ບໍ່​ໄປ

+ ​ເຈົ້າ​ຜູ້ຄີງ​ກົມ​ສ້ວຍ         ສວຍ​ງາມ​ປານ​ຊ່ຽນ

  ​ໃຫ້​ອ້າຍ​ແດ​ດັ່ນດິ້ນ         ກືນ​ເຂົ້າ​ບໍ່​ລົງ ​ແທ້ນໍ !

ຈາກ ວາລະສານ ວັນນະ​ສິນ ​ເດືອນ ກໍລະກົດ ປີ 1997

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ນິທານຈີນ ກຳເນີດຕົ້ນຊາ

          ຄັ້ງໜ່ຶງນານມາແລ້ວ ມີເສດຖີຊາວຈີນຊື່ ອາສາ, ອາສາ ມີໄຮ່ 7 ຜືນ, ມີນາ 7 ທົ່ງ, ໂຮງສີ 7 ຫັຼງ, ຄຳ 7 ພັນແທ່ງ, ອາສາ ເປັນຄົນດຸໝັ່ນເຂົາຈະໃຫ້ຄົນເຮັດວຽກຕະຫຼອດມື້ ຈົນຮັ່ງມີຂຶ້ນ ເລື້ອຍໆ ແຕ່ຂ້ອຍຂ້າກໍຈົ່ມວ່າວຽກໜັກ.

          ຄືນໜ່ຶງ ອາສາໄປກວດວຽກຢູ່ໂຮງສີ ເຫັນໜູແລ່ນກໍໃຈຮ້າຍ ທີ່ໜູລັກມາກິນເຂົ້າເປືອກ, ອາສາ ເຫັນແມວດຳ ນອນຫຼັບແຈບ ໜູແລ່ນໄປຕາມໂຕກໍ່ຍັງບໍ່ຮູ້ສຶກ. ລາວຮູ້ສຶກຄຽດຊັງແມວຫຼາຍ ເລີຍເອົາກ້ອນຫີນແກວ່ງໄປໃສ່ແມວດຳ ແມວດຳຕົກໃຈຕື່ນ ກາຍເປັນຄົນງານຊື່ ນູວູດ ນູວູນີ້ເປັນພໍ່ມົດ, ນູວູໃຈຮ້າຍໃຫ້ອາສາຫຼາຍ ທີ່ມາຮົບກວນເຂົາເວລານອນ ຫຼັບກາງຄືນ ເພາະມື້ເວັນກໍ່ເຮັດ ວຽກເຕັມທີແລ້ວ  ຈຶ່ງສາບໃຫ້ອາສາງ້ວງນອນທັງເວັນ ແລະ ຄືນ, ເມືອສວງແລ້ວ ອາສາກໍ່ຍ່າງອອກໄປ ພໍກ້າວໄປ 3 ກ້າວ ກໍ່ງ້ວງນອນຫຼັບຢູ່ນັ້ນເອງ, ຕັ້ງແຕ່ນັ້ນມາ ອາສາກໍງ້ວງນອນຫຼັບທັງເວັນ ແລະ ຄືນ, ຄົນງານກໍບໍ່ໄດ້ໄປເຮັດວຽກ ແລະ ຊາວບ້ານກໍ່ຮ້ອງທຸກວ່າ ແມວດຳຂອງອາສາໄປກິນໄກ່, ທຳລາຍເຄື່ອງຂອງໄທບ້ານທຸກມື້, ອາສາຖືກປັບໄໝ ແລະ ຕໍ່ມາຊັບສິນທັງໝົດ ຖືກຍຶດຈົນ ໝົດ ຈົນເຫຼືອແຕ່ຕູບ ແລະ ດິນຕອນນ້ອຍໆ ຊ່ຶງມີຕົ້ນໄມ້ຢູ່ໜ່ຶງກໍ.

          ຄືນໜຶ່ງ ມັງກອນດຳຊື່ວ່າ ອູລຸງອອກທ່ຽວຫາກິນ ກໍພໍ້ແມວດຳນູວູ ກໍໄລ່ຈັບ, ນູວູໜີມາຈົນເຖິງຕູບຂອງອາສາ, ອາສາຈຸດກະໂພກ ໂຍນໄປໃສ່ມັງກອນດຳ, ມັງກອນດຳຈ່ຶງໜີໄປ, ນູວູຂໍ ໃຫ້ອາສາ ຫາອາຫານມາໃຫ້ກິນເພາະຫິວ, ອາສາບອກວ່າ ບໍ່ມີອາຫານຄ້າງບ້ານເລີຍແຕ່ກໍເອົາໃບໄມ້ຈາກພຸ່ມໄມ້ໃກ້ເຮືອນມາຕົ້ມໃຫ້ກິນ ແລ້ວອາສາກໍຫຼັບໄປ, ເມືອອາສາຕື່ນຂຶ້ນ ນູວູກໍອອກ ໄປແລ້ວ, ອາສາຈຶ່ງກິນນ້ຳທີ່ຕົ້ມໄວ້ ພໍກິນໝົດກໍເຊົາງ້ວງ ຈຶ່ງຮູ້ວ່ານູວູຕອບແທນບຸນຄຸນ ໂດຍເນລະມິດໃຫ້ໃບໄມ້ນັ້ນ ເຮັດໃຫ້ບໍ່ງ້ວງ, ອາສາປັນໃບໄມ້ຈາກພຸ້ມໃຫ້ໄທບ້ານຕົ້ມກິນ, ທຸກຄົນມັກ ມາຂໍຊື້ ອາສາ ປູກຫຼາຍຂຶ້ນ ເພື່ອຂາຍໃບຈົນຮັ່ງມີຄືເກົ່າ, ຕົ້ນໄມ້ພຸ່ມນີ້ຕໍ່ມາຄືຊາ ໂດຍໃສ່ຊື່ຕາມຊື່ຂອງອາສາ.

 

ຈາກ ວາລະສານ ວັນນະສິນ ເດືອນ ພຶດສະພາ ປີ 1997

ບໍ່ຮູ້ວ່າອ່ານແລ້ວຈະງົງຄືຜູ້ຂຽນບໍ ? ເພາະອ່ານແລ້ວ ມັນກາບໍ່ປານໃດ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

+ ຄອຍແຕ່ບຸນມາຄ້ຳ               ບໍ່ທຳການມັນບໍ່ແມ່ນ

    ຄອຍແຕ່ບຸນສົ່ງໃຫ້              ມັນຊິໄດ້ຮ່ອມໃດ

    ຄືດັ່ງເຮົາມີເຂົ້າ                    ບໍ່ເອົາກິນມັນບໍ່ອ່ີມ

    ມີລາບຄັນບໍ່ເອົາເຂົ້າຄຸ້ຍ         ທາງທ້ອງບໍ່ຫ່ອນເຕັມ.

ຈ. ກິດຕິຄຸນ - ເກັບກຳ

 

+ ອ້າຍຢາກຖາມຂ່າວ ເຖິງກົກໂກສົ້ມ     ກົກໝາກຍົມບ່ອນເຄີຍລອດ

    ມີຜູ້ບັກງ່າຊັນ ມີຜູ້ຟັນງ່າເນີ້ງ           ຕາຍເຟື້ອງເຄ່ິງລຳ ແລ້ວບໍ ?

 

ສິນໃສ ແກ້ວສະຫວັນ - ເກັບກຳ

 

ຈາກວາລະສານ ວັນນະສິນ ດືອນ ພະຈິກ, ປີ 1997

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

     ໃນໂລກສະໄໝບູຮານ ວັນແຮກຂອງສັບປະດາ ຄືວັນອາທິດ, ຊາວໂຣມັນຕັ້ງຊື່ຕາມພະອາທິດ, ພະຈັນ, ແລະ ດາວເຄາະຕ່າງໆ ແລ້ວເອົາມາຮຽງກັນຕາມລຳດັບ ທີ່ພວກເຮົາເຊື່ອວ່າ ຫ່າງຈາກ ໂລກຄືພະອາທິດ, ພະຈັນ, ດາວອັງຄານ, ດາວພຸດ, ດາວພະຫັນ, ດາວສຸກ ແລະ ດາວເສົາ.

     ຫຼັງຈາກທີ່ຖືກຊາວໂຣມັນຕັ້ງຊື່ໄວ້ແລ້ວ ຊາວບຣິຕັນ ກໍຮັບເອົາການຕັ້ງຊື່ວັນແບບນີ້ ສືບຕໍ່ມາ, ບາງຄັ້ງພວກເຂົາກໍຍັງໃຊ້ຊື່ໂຣມັນ ບາງຄັ້ງກໍໃຊ້ຊື່ເທບພະເຈົ້າຂອງຕົນ.

     ໃນຍຸກແອງໂກລ ແຊກຊອນ ໄດ້ມີການຮຽກວັນຕ່າງໆ ດັ່ງຕໍ່ໄປນີ້:

          ວັນອາທິດ: (Sunday) ກໍເປັນ ຊັນແນນເດກ (Sunnendaeg) ໝາຍເຖິງວັນຂອງພະອາທິດ.

          ວັນຈັນ: (Manday) ກໍເປັນ ມັນແນນເດກ (Monnandaeg) ໝາຍເຖິງວັນຂອງພະຈັນ.

          ວັນອັງຄານ: (Tuesday) ເປັນ ທີເດດ (Tyrdaey) ໝາຍເຖິງ ວັນຂອງທີ (Tyr) ຫຼື Tiu ລູກຂອງໂອດິນ (Odin) ແລະ ອ້າຍນ້ອງຂອງທໍ (Thor).

          ວັນພຸດ: (Wendnesd) ເປັນ ໂອເດນສະເດກ (Wodensdaeg) ໝາຍເຖິງວັນຂອງ ໂອເດນ (Wode) ຫຼື ໂອດິນ ເທບພະເຈົ້າ ແຫ່ງປັນຍາ, ກະວີ, ສົງຄາມ ແລະ ກະເສດ.

          ວັນພະຫັດ: (Thursday) ໄດ້ຊື່ວ່າ ທໍເດດ (Thordaeg) ຕາມຊື່ທໍ (Thor) ເທບພະເຈົ້າແຫ່ງສາຍຟ້າ.

          ວັນສຸກ: (Friday) ໄດ້ຊື່ວ່າ (Frigedaeg)ວັນຂອງ Frigg ຫຼື Freyje ເທພີແຫ່ງ ຄວາມຮັກ ຜູ້ເປັນ ເມຍ ຂອງ Odin.

          ວັນເສົາ: (Saturday) ເປັນແຊເທີເດກ (Sacterdaeg) ໝາຍເຖິງວັນຂອງແຊເທິນ (Satur) ເທບພະເຈົ້າໂຣມັນ ແຫ່ງການປູກຝັງ ແລະ ການເກັບກ່ຽວ.

ເອົາມາຈາກ ວາລະສານວັນນະສິນ ເດືອນ ພຶດສະພາ ປີ 1997

ຖ້ານແລ້ວເປັນແນວໃດ ຂຽນຄຳເຫັນໃຫ້ແດ່ເດີ ແລ້ວຈະມີເລື່ອງໃໝ່ມາຂຽນໃຫ້ອ່ານ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

          ໄລຍະອາກາດປ່ຽນແປງຕະຫຼອດບຶດຮ້ອນບຶດໜາວ ອັນເປັນສາເຫດເຮັດໃຫ້ຫຼາຍໆຄົນບໍ່ສະບາຍ ບາງຄົນໄອຈົນເຈັບຄໍ ດັ່ງນັ້ນ: ຈິ່ງມີວິທີແກ້ອາການເຈັບຄໍແບບງ່າຍໆມາຝາກ:

     ເມື່ອທ່ານຫາກມີອາການເຈັບຄໍ ກໍລອງນຳເອົາເກືອມາປະສົມກັບນຳອຸ່ນແລ້ວນຳມາລ້າງຮູຄໍ ພ້ອມທັງໃຊ້ບ້ວນປາກນຳກໍເປັນການດີ ແລະ ຍັງຊ່ວຍດັບກິ່ນປາກໄດ້ອີກ ນອກຈາກຈະບັນເທົາ ອາການເຈັບຄໍແລ້ວ ຍັງເຮັດໃຫ້ເຮົາປະຢັດ ແລະ ປວດໄພກວ່າການຊື້ຢາມາອົມທັງມື້ ການລ້າງຄໍດ້ວຍນ້ຳເກືອນີ້ຈະເຫັນຜົນທັນທີ ອົມນ້ຳເກືອແລ້ວແຫງນໜ້າຂຶ້ນຟ້າ ເພື່ອໃຫ້ນ້ຳເກືອອາບລ້າງຄໍ ອາການເຈັບຄໍຈະບັນເທົາໄປຊົ່ວຄາວ ເຮັດແນວນີ້ມື້ລະ 4 ເທື່ອ ເພື່ອຈະໄດ້ຮັບຜົນດີ.

             

ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ
  • ຄວາມຫຼົ້ມເຫຼວເຮັດໃຫ້ເຈັບປວດ ແຕ່ມັນຍິ່ງຈະຮ້າຍແຮງກວ່າການທີ່ບໍ່ເຄີຍພະຍາຍາມເຮັດອັນໃດໃຫ້ສຳເລັດ ໃນຊີວິດນີ້ເຮົາບໍ່ມີທາງໄດ້ອັນໃດໂດຍປັດສະຈາຄວາມອົດທົນ.
  • ມັນສະໜອງ ແລະ ຄວາມປາດຖະໜາອັນແຮງກ້າ ເປັນຊັບສິນມະຫາສານທາງທຸລະກິດ.
  • ຖ້່່າຫາກມີຄວາມກ້າວໜ້າທາງເຕັກໂນໂລຊີ ໂດຍບໍ່ມີຄວາມກ້າວໜ້າທາງສັງຄົມ ກໍ່ຈະຕ້ອງເພີ່ມຂຶ້ນຂອງຄວາມທຸກຍາກຂອງມະນຸດຊາດເກືອບອັດຕະໂນມັດ.
  • ຈົ່ງຮຽນຮູ້ໃນຂໍ້ຜິດພາດໃນອະດີດ ເພື່ອຫຼີກລ້ຽງຂໍ້ຜິດພາດໃນອະນາຄົດ.

 

 

       ບໍ່ມີສັດຕູ

   ຫົວໜ້າໂຈນພວມຫາຍໃຈປາ ລໍຖ້າຄວາມຕາຍຢູ່ເທິງຕຽງ ຄູບາອົງໜຶ່ງຖາມເຂົາວ່າ:

- ພໍ່ອອກ ອະໂຫສິໃຫ້ສັດຕູຂອງພໍ່ອອກແລ້ວ ຫຼື ບໍ່?

- ຂະນ້ອຍບໍ່ມີສັດຕູຈັກໂຕເລີຍ "ອ້າຍໂຈນຕອບ"

- ມັນເປັນໄປໄດ້ແນວໃດລະພໍ່ອອກ ?

- ຂະນ້ອຍມ້ຽນມັນໝົດແລ້ວ.

ຈາກໜັງສຶພິມ ເສດຖະກິດສັງຄົມ ວັນທີ 21/07/2010

ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ພະພຸດທະເຈົ້າແມ່ນໃຜ ?

          * ເມື່ອ 563 ປີ ກ່ອນ ຄ.ສ ມີພະໂອລົດອົງໜຶ່ງ ໄດ້ອຸບັດຂຶ້ນໃນຄອບຄົວຂອງກະສັດອົງໜຶ່ງ ທາງພາກເໜືອຂອງປະເທດອິນເດຍ, ພະອົງໄດ້ຈະເລີນໄວຂຶ້ນມາໃນ ທ່າມກາງຄວາມຮັ່ງມີ ແລະ ຫຼູຫຼາ ແຕ່ໃນທີ່ສຸດກໍໄດ້ຮູ້ວ່າ: ຄວາມສະດວກສະບາຍໃນທາງໂລກບໍ່ສາມາດຮັບປະກັນຄວາມສຸກໄດ້, ພະອົງໄດ້ມີຄວາມຮູ້ສຶກຫວັ່ນໄຫວພະໄທ ຢ່າງຍິ່ງ ຈາກຄວາມທຸກທີ່ທອດພະເນດເຫັນສິ່ງທີ່ຢູ່ອ້ອມຂ້າງ ແລະ ອາທິຖານວ່າ: ຈະຕ້ອງສະແຫວງຫາກຸນແຈສຳຄັນສູ່ຄວາມສຸກຂອງມະນຸດ, ເມື່ອພະອົງມີອາຍຸໄດ້ 29 ພັນສາ ພະອົງໄດ້ອອກເດີນທາງໜີຈາກເມຍ ແລະ ລູກ ໄປສະແຫວງຫາຄູຂອງລັດທິນິການສາສະໜາຕ່າງໆ ໃນຍຸກນັ້ນ ເພື່ອນຮຽນຮູ້ຈາກພວກເຂົາ, ພວກເຂົາເຈົ້າໄດ້ສອນ ພະອົງຫຼາຍຢ່າງ ແຕ່ບໍ່ມີໃຜຮູ້ໄດ້ຈິງເຖິງສາເຫດຂອງຄວາມທຸກ ແລະ ວິທີທາງທີ່ຈະດັບທຸກ, ໃນທີ່ສຸດຫຼັງຈາກສຶກສາ ແລະ ປະຕິບັດບຳເພັນພຽນສາມາທິ ພະອົງກໍໄດ້ສຳຜັດ ກັບຄວາມສິ້ນໄປແຫ່ງອະວິດຊາ (ຄວາມຊົ່ວ) ແລະ ທັນໄດນັ້ນກໍໄດ້ຕັດສະລູ້ທຳ ຫຼັງຈາກວັນນັ້ນເປັນຕົ້ນມາ ພະອົງຈຶງໄດ້ຂະໜານນາມວ່າ:

          "ພະພຸດທະເຈົ້າ " ຜູ້ຕັດສະລູ້ດີແລ້ວ ພະອົງໄດ້ປະຕິບັດພະພຸດທະກິດ ຕໍ່ມາເປັນເວລາ 45 ພັນສາ (ປີ) ເພື່ອທ່ຽວສັ່ງສອນຜູ້ອື່ນໃນສິ່ງທີ່ໄດ້ຄົ້ນພົບທົ່ວພາກເໜືອ ຂອງປະເທດອິນເດຍ, ຄວາມມີພະມະຫາກະລຸນາທິຄຸນ ແລະ ວິລິນະຄຸນ ຂອງພະອົງໄດ້ກາຍເປັນຕຳນານ ແລະ ພະອົງໄດ້ມີສາວົກຫຼາຍພັນຄົນ, ເມື່ອອາຍຸໄດ້ 80 ພັນສາ ພະອົງກໍໄດ້ແກ່ຊະລາພາບ ແລະ ຊົງສາມາດ, ແຕ່ຍັງສະຫງົບໃນທີ່ສຸດກໍດັບຂັນປະລິນິບພານ (ຕາຍ).

ຈາກໜັງສືພິມ" ປະເທດລາວ" ວັນທີ 24 / 12 / 2010