ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

ລົ້ມ​ທັງ​ຢືນ.. ດີກວ່າ​ລົ້ມ​ບໍ່​ເປັນ

ຢ່າ​ຄິດວ່າ​ສູນ​ເສຍ
ແລ້ວ​ຊີວິດ​ຈະ​ຕ້ອງ​ເປັນ​ສູນ
ເຮົາ​ນັບ​ໜຶ່ງ​ໃໝ່​ໄດ້​ຕະຫຼອດ​ຫາກ​ເຮົາ​ຄິດ​ຈະ​ນັບ​ອີກ

ຖ້າ​ສິ່ງ​ທີ່​ເຮົາ​ຄາດ​ຫວັງ... ບໍ່​ເປັນ​ດັ່ງ​ຫວັງ
ຖ້າ​ສິ່ງ​ທີ່​ເຮົາ​ພະຍາຍາມ​ທຸ້ມເທ​ເຮັດ​ສຸດ​ແຮງ​ກາຍ​ແຮງ​ໃຈ
ບໍ່​ປະ​ສົບ​ຜົນ​ສຳ​ເລັດ
ຖ້າ​ສິ່ງ​ທີ່​ບໍ່​ເຄີຍ​ຄາດ​ຄິດ​ມາ​ກ່ອນ​ວ່າ​ຈະ​ເກີດ​ຂຶ້ນ
ມັນ​ກໍເກິດ​ຂຶ້ນ​ແລະ​ໄດ້​ສ້າງ​ຄວາມເຈັບ​ຊ້ຳ
ຈົນ​ເຮັດໃຫ້​ເຮົາ​ຕ້ອງ​ຈົມ​ຢູ່​ກັບ ຄວາມ​ທຸກ
ເຮົາ​ກຳ​ລັງ​ກ້າວ​ສູ່ "ຊີວິດ​ທີ່​ເປັນ​ຈິງ"

ແລ້ວ​ລະ ເພາະ​ຄວາມ​ເປັນ​ຈິງ​ຂອງ​ຊີວິດ ຈະ​ສອນ​ໃຫ້​ເຮົາ​ຮູ້​ຈັກ​ຍອມ​ຮັບ​ຄວາມ​ພ່າຍແພ້​ສອນ​ໃຫ້​ເຮົາ​ຮູ້​ຈັກ​ຍອມຮັບ ແລະ ສູນ​ເສຍ​ນ້ຳຕາ ເພື່ອ​ທີ່​ຈະ​ໄດ້​ຮອຍ​ຍິ້ມ​ຄືນ ກັບ​ມາ​ເປັນ​ລາງ​ວັນ​ຕອບ​ແທນ ແຕ່​ມັນ​ກໍ​ບໍ່​ເຄີຍ​ເຮັດໃຫ້​ໃຜ​ໝົດ​ສິ້ນ​ຄວາມ​ຫວັງ ໝົດ​ສິ້ນ​ພະລັງ​ແລະ​ກຳ​ລັງ​ໃຈ​ໄປ​ກັບ​ຄວາມ​ພ່າຍແພ້ ພຽງ​ແຕ່​ຄວາມ​ເປັນ​ຈິງ​ສອນ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ຮູ້​ວ່າ
...........
ຢ່າ​ພຽນ​ສ້າງ​ຄວາມ​ຫວັງ
ແຕ່​ໃຫ້​ເຊື່ອ​ມັ່ນ​ໃຄ​ວາມ​ຫວັງ............
ເພາະ​ຄວາມ​ເຊື່ອ​ມັ່ນ​ຈະ​ນຳ​ພາ​ເຮົາ​ໄປ​ພົບ​ກັບ
"
ຫົນ​ທາງ​ສູ່​ຄວາມ​ສຳ​ເລັດ"
ເຖິງວ່າ​ຈະ​ຕ້ອງ​ຝ່າ​ແຂ້ວ​ຫຍັງ​ອີກ​ຫລວງ-ຫລາຍ​ກວ່າ​ຈະ​ເຖິງ​ມື້​ນັ້ນ
ເຖິງວ່າ​ຈະ​ຕ້ອງ​ລົ້ມ​ລົງ​ອີກ​ ​ຈັກ​ເທື່ອ
ເຖິງວ່າ​ຈະ​ຕ້ອງ​ຜິດ​ຫວັງ​ຢ່າງ​ແຮງ​ອີກ​ສັກ​ຈັກ​ຫົນ​ກໍ​ຕາມ

ປ່ອຍ​ໃຫ້​ຊີວິດ​ຜິດ​ພາດ​ບາງຄັ້ງ ປ່ອຍ​ໃຫ້​ຄວາມ​ຄາດ​ຫວັງ​ໄດ້​ພົບ​ກັບ​ຄວາມ​ຜິດ​ຫວັງ ປ່ອຍ​ໃຫ້​ຄວາມ​ຝັນ​ກາຍ​ເປັນ​ຝັນ​ຄ້າງຢູ່​ກາງ​ອາ​ກາດ ປ່ອຍ​ໃຫ້​ມັນເປັນໄປຫຍັງ​ຈະ​ເກີດ​ກໍ​ໃຫ້​ມັນ​ເກີດ ເຖິງວ່າ​ເກີດ​ຂຶ້ນ​ແລ້ວ​ຈະ​ຮ້າຍແຮງ​ກັບ​ຊີວິດ​ກໍ​ຕາມ​ທີ ເພາະ​ທຸກ​ ໆ ຢ່າງ​ທີ່ເກິດຂື້ນ ຈະ​ຊ່ວຍ​ສອນ​ແລະ​ຊ່ວຍ​ເປັນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ຊີວິດ ທີ່​ຫາ​ທີ່​ໃດ​ບໍ່​ໄດ້​ອີກ​ແລ້ວ​ເທິງ​ໂລກ​ໃບ​ນີ້
ເຈົ້າຄວນຈະກ່າວກັບຕົວເອງວ່າ...
ບໍ່​ມີ​ຫຍັງ​ທີ່​ຢູ່​ກັບ​ເຮົາ​ຕະຫລອດ​ຊີວິດ
ທຸກ​ຢ່າງ​ມັນ​ກໍ​ລໍ​ເວລາ​ຈາກ​ເຮົາ​ໄປ​ທັງ​ນັ້ນ
ເຊື່ອ​ວ່າ​ຖ້າ​ຊີວິດ​ຄົນ​ເຮົາ​ບໍ່​ຢຶດ​ຕິດ ບໍ່​ຕ້ອງ​ແຂວນ​ຊີວິດ​ໄວ້​ກັບ​ຄວາມ​ຄາດ​ຫວັງ ເວລາ​ທີ່​ເຮົາ​ສູນ​ເສຍ ຫລື​ເວລາ​ທີ່​ເຮົາ​ຕ້ອງ​ພົບກັບ​ຄວາມ​ລົ້ມ-ເຫລວ ເຮົາ​ຄົງ​ມີ​ພູ​ມຕ້ານ​ທານ​ຫລາຍ​ພໍ​ທີ່​ຈະ​ເອົາ​ໄວ້​ຕໍ່ສູ້​ກັບ​ຄວາມ​ທໍ້​ແທ້ ສິນຫວັງຢ່າ​ຄິດວ່າ​ສູນ​ເສຍ​ແລ້ວ​ຊີວິດ​ຈະ​ຕ້ອງ​ເປັນ​ສູນ ເພາະ​ວ່າ​ເຮົາ​ນັບ​ໜຶ່ງ​ໃໝ່​ໄດ້​ສະເໝີ​ຫາກ​ເຮົາ​ຄິດ​ທີ່​ຈະ​ນັບ​ມັນອີກຄັ້ງ ບໍ່​ມີ​ຫຍັງ​ເທິງ​ໂລກ​ທີ່​ໜ້າ​ຢ້ານ ແລະ​ບໍ່​ຈຳ​ເປັນ​ຕ້ອງ​ຢ້ານ​ກັບ​ຄວາມ​ເປັນ​ຈິງຂອງ​ຊີວິດ
"
ມີ​ພົບ​ກໍ​ຕ້ອງ​ມີ​ຈາກ ມີ​ໄດ້​ກໍ​ຕ້ອງ​ມີ​ເສຍ
ແລະ​ມີ​ສຸກ​ກໍ​ຕ້ອງ​ມີ​ທຸກ​ເປັນ​ສັດຈະທຳ"
ເມື່ອ​ໃດທີ່​ເຮົາ​ໄດ້​ຮູ້​ຈັກ​ສຳ​ຜັດ ແລະ​ໄດ້​ຮຽນ​ຮູ້​ກັບ​ຊີວິດ​ທັງ​ສອງ​ດ້ານ ເມື່ອ​ນັ້ນ​ເຮົາ​ຈະ​ບໍ່​ຮູ້ສຶກ​ເສຍ​ດາຍ​ຫາກ​ເຮົາ​ໄດ້​ມີ​ໂອ​ກາດ​ລົ້ມ​ທັງ​ຍືນ ແຕ່​ເຮົາ​ຈະ​ເສຍ​ໃຈ​ໄປ​ຕະຫລອດ​ຊີວິດ​ຫາກ​ເຮົາ​ບໍ່​ສາມາດ​ກ້າວ​ຂ້າມ​ຄວາມ​ລົ້ມ-ເຫລວ​ທີ່​ຜ່ານ​ເຂົ້າ​ມາໄດ້

ມີ​ຄົນ​ເຄີຍ​ບອກ​ເອົາ​ໄວ້​ວ່າ...

ການຕັ້ງ​ຄວາມ​ຫວັງ
ຄື​ການ​ສ່ຽງ​ກັບ​ຄວາມ​ເຈັບ​ປວດ
ການ​ພະຍາຍາມ ຄື​ການ​ສ່ຽງ​ກັບ​ຄວາມ​ລົ້ມ-ເຫລວ

ແຕ່​ເຖິງຢ່າງໃດກໍ​ຕ້ອງ​ສ່ຽງ

ເພາະ​ໃນ​ສິ່ງ​ທີ່​ອັນຕະລາຍ​ທີ່ສຸດ​ໃນ​ຊີວິດ​ກໍ​ຄື

ການ​ບໍ່​ສ່ຽງຫຍັງ​ເລີຍ

ລົ້ມ​ລົງ​ອີກ​ຈັກ​ເທື່ອ ຜິດ​ຫວັງ​ມາ​ສັກ​ຈັກ​ຄັ້ງລຸກ​ຂຶ້ນ​ຍືນ​ໃຫ້​ໄດ້ ແລ້ວ​ຈັກ​ມື້​ເຮົາ​ຈະ​ພົບ​ຄວາມ​ສຸກ ເພາະ​ຄວາມ​ສຸກ​ບໍ່​ໄດ້​ໜີ​ຈາກ​ເຮົາ​ໄປ​​ໄດ້​ຕະຫຼອດ ມັນ​ຢູ່​ໃກ້​ເຮົາ​ພຽງ​​ແຕ່​ເຮົາເອື້ອມ​ມື​ແທ້ໆ ​ເຂົາ​ຫາ​ມັນ ຖ້າ​ຫາກ​ເຮົາ​ບໍ່​ໄດ້​ໄປ​ຕັດ​ສິນ​ວ່າ ໂລກ​ມັນ​ຄວນ​ເປັນ​ຢ່າງ​ທີ່​ເຮົາ​ຢາກ​ໃຫ້ເປັນ ແລະ​ບໍ່​ໄດ້​ຕັ້ງ​ກົດ​ເກນ​ໃຫ້​ກັບ​ຕົວ​ເອງ​ຫລາຍ​ຈົນ​ເກີນ​ໄປ ເວລາ​ຄິດ​ຫລື​ເຮັດອັນ​ໃດ​ຈັກຢ່າງ​ແລ້ວ​ມີ​ຂໍ້​ບັງຄັບ ມີ​ກອບ ແລະ​ສ້າງ​ມະໂນພາບ​ຄວາມ​ສຳ​ເລັດ​ໄວ້​ລ່ວງ​ໜ້າ ເມື່ອ​ສິ່ງ​ຕ່າງໆ ບໍ່​ເປັນ​ໄປ​ຕາມ​ກົດ​ຂອງ​ເຮົາ ເຮົາ​ກໍ​ທຸກ ເຮົາ​ກໍ​ເສຍ​ໃຈ ແລະ​ເຮົາ​ກໍ​ໃຈ​ເສຍ​ເອົາ​​ແບບ​ງ່າຍ 

ມີ​ຄົນ​ເຄີຍ​ບອກ​ໄວ້​ວ່າ

ສິ່ງ​ທີ່ເກິດຂື້ນ​ກັບ​ເຈົ້າ

ບໍ່ແມ່ນ​ສິ່ງ​ທີ່​ຈະ​ກຳນົດ​ຄວາມ​ສຸກ​ຂອງ​ເຈົ້າ

ແຕ່​ມັນ​ເປັນ​ຄວາມ​ຄິດ​ຂອງ​ເຈົ້າ​ເອງ​ຕ່າງ​ຫາກ

ຄວາມ​ຄິດ​ທີ່​ມີ​ຕໍ່​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ເຈົ້າ​ນັ້ນ​ເອງ

ຈະ​ສຸກ​ຫລື​ຈະ​ທຸກ​ກໍ​ຂຶ້ນ​ຢູ່​ທີ່​ເຮົາ​ທັງ​ນັ້ນ​ເປັນ​ຄົນ​ກຳນົດ ຖ້າລົ້ມ​ທັງ​ຢືນມັນ​ກະ​ບໍ່​ເສຍ​ຫາຍ​ຫຍັງ ແຕ່​ລົ້ມ​ບໍ່​ເປັນ​ເລີຍ​ນີ້​ຕິ,,,,,,,,,,,,?

ລອງ​ຄິດ​ເບິ່ງ​ຫລິ້ນ​ ໆ ​ແດ່​ວ່າ ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຊີວິດ​ຕໍ່ໄປ............ ຫຼັງ​ຈາກ​ນີ້

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2010 | ມີ 6 ຄຳເຫັນ ແລະ 0 trackback(s)



 

ຄວາມສຳເລັດ​ສູງ​ສຸດ​ຂອງ​ຄົນ ໆ​ໜຶ່ງ...


ເມື່ອ​ແຮກ​ເກີດ ຄວາມ ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຫາຍ​ໃຈ​ໄດ້​ດ້ວຍ​ຕົວ​ເອງ


ເມື່ອ​ອາ​ຍຸ​ໄດ້ 1 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຈື່​ຄົນ​ໃນ​​ຄອບຄົວໄດ້​ທຸກ​ຄົນ
ເມື່ອ​ອາ​ຍຸ​ໄດ້ 2 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຍ່າງ​ໄດ້


ເມື່ອ​ອາ​ຍຸ​ໄດ້ 4 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ບໍ່​ຍ່ຽວ​ໃສ່ບ່ອນ​ນອນ


ເມື່ອ​ອາ​ຍຸ​ໄດ້ 15 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ມີ​ໝູ່ຄູ່ຢ່າງ​ຫລວງ-ຫລາຍ


ເມື່ອ​ອາ​ຍຸ​ໄດ້ 20 ປີ ຄວາມສຳ​ເລັດ​ສູງ​ສຸດ​ຄື ເລື່ອງ​ເທິງ​ຕຽງ


ເມື່ອ​ອາ​ຍຸ​ໄດ້ 30 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ມີ​ຄວາມຫມັ້ນຄົງ​ໃນ​ຊີວິດ


ເມື່ອ​ອາ​ຍຸ​ໄດ້ 50 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ເລື່ອງ​ເທິງ​ຕຽງ


ເມື່ອ​ອາ​ຍຸ​ໄດ້ 60 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ມີ​ໝູ່ເພື່ອນ​ ຢ່າງຫລວງຫລາຍ


ເມື່ອ​ອາ​ຍຸ​ໄດ້ 65 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ບໍ່​ຍ່ຽວ​ໃສ່​ບ່ອນ​ນອນ


ເມື່ອ​ອາ​ຍຸ​ໄດ້ 70 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຍ່າງ​ໄດ້


ເມື່ອ​ອາ​ຍຸ​ໄດ້ 75 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຈື່​ຄົນ​ໃນ​ຄອບຄົວ​ໄດ້​ທຸກ​ຄົນ


ເມື່ອ​ອາ​ຍຸ​​ໄດ້ 80 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຫາຍ​ໃຈ​ໄດ້​ດ້ວຍ​ຕົວ​ເອງ


ເຈົ້າ​ວ່າ... ​ແທ້​ບໍ່!!!?


ບໍ່​ມີ​ໄຊ​ຊະນະ​ໃດ ໆ ໃນ​ໂລກ​ນີ້ ຈະ​ຍິ່ງ​ໃຫຍ່​ເທົ່າ..... ໄຊ​ຊະນະ​ທີ່​ມີ​ຕໍ່​ໃຈ​

ຂອງ​ເຮົາ​ເອງ


ແລະ.. ຈະ​ຫາ​ມີ​ຜູ້​ຍິ່ງ​ໃຫຍ່​ໃດ ໆ ໃນ​ໂລກ... ຈະ ໃຫຍ່ ໄປ​ກວ່າ

 

"ໂລງ".. ບໍ່​ມີ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

 


ດົນ​ມາ​ແລ້ວ ມີ​ຕົ້ນ​ແອບ​ເປີ້ນ​ໃຫຍ່​ຢູ່​ຕົ້ນ​ຫນຶ່
ແລະ ກໍ່​ມີ​ເດັກ​ຜູ້​ຊາຍ​ຕົວ​ນ້ອຍ​ ໆ ຄົນ​ໜຶ່ງ

ມັກ​ເຂົ້າ​ມາ​ຢູ່​ໃກ້​ ໆ​ແລະ​ຫລິ້ນ​ອ້ອມຮອບ​ຕົ້ນ​ໄມ້​ນີ້​ທຸກ ໆ​ມື້
ພວກເຂົາ​ປີນ​ຂຶ້ນ​ໄປ​ເທິງ​ຍອດ​ຂອງ​ຕົ້ນ​ໄມ້ ແລະ​ກໍ​ກິນໝາກ​ແອບ​ເປີ້ນ
ລ້ວ​ກໍ​ນອນ​ຫລັບ​ໄປ​ພາຍໃຕ້​ຮົ່ມ​ເງົາ​ຂອງ​ຕົ້ນ​ແອບ​ເປີ້ນ
ພວກເຂົາ​ຮັກ​ຕົ້ນ​ໄມ້ ແລະ​ຕົ້ນ​ໄມ້​ກໍ​ຮັກ​ພວກເຂົາ
ເວລາ​ຜ່ານ​ໄປ ເດັກ​ນ້ອຍ​ໃຫຍ່​ຂຶ້ນ ແລະ​ພວກເຂົາ​ບໍ່​ມາ​​ແລ່ນ​ຫລິ້ນ​ອ້ອມຮອບ​ຕົ້ນ​ໄມ້​ທຸກ​ມື້​ຄື​ຜ່ານ​ມາອີກ​ແລ້ວ
ມື້​ໜຶ່ງ ເດັກ​ນ້ອຍ ກັບ​ມາ​ຫາ​ຕົ້ນ​ໄມ້ ເດັກ​ນ້ອຍຊືມ​ເສົ້າ
"
ມາ​ຫາ​ຂ້ອຍ ແລະ​ມາ​ຫລິ້ນ​ກັບ​ຂ້ອຍ​ບໍ່?" ຕົ້ນ​ໄມ້​ຖາມ
"
ຂ້ອຍ​ບໍ່-ແມ່ນ​ເດັກ​ນ້ອຍແລ້ວ​​ເດ ຂ້ອຍ​ບໍ່​ຢາກ​ຫລິ້ນ​ອ້ອມຮອບ​ຕົ້ນ​ໄມ້​ອີກ​ແລ້ວ
ຂ້ອຍ​ຕ້ອງ​ການ​ຂອງ​ຫລິ້ນ ຂ້ອຍ​ຢາກ​ໄດ້​ເງີນ​ໄປ​ຊື້​ຂອງ​ຫລິ້ນ" ເດັກ​ນ້ອຍ​ຕອບ
"
ຂ້ອຍ​ບໍ່​ມີ​ເງີນ​ຈະໃຫ້.... ເກັບ​ລູກ​ແອບ​ເປີ້ນ​ຂອງ​ຂ້ອຍ​ໄປ​ຂາຍ​ແມ່
ເພື່ອ​ເອົາ​ເງີນ​ໄປ​ຊື້​ຂອງ​ຫລິ້ນ " ຕົ້ນ​ໄມ້​ຕອບ
ເດັກ​ນ້ອຍ​ຕື່ນ​ເຕັ້ນ​ຫລາຍ ພວກເຂົາ​ເກັບ​ລູກ​ແອບ​ເປີ້ນ​ໄປຫມົດ ແລະ​ຈາກ​ໄປ​ຢ່າງ​ມີ​ຄວາມ​ສຸກ
ຫລັງ​ຈາກ​ພວກເຂົາ​ເກັບ​ແອບ​ເປີນ​ໄປຫມົດ​ແລ້ວ ພວກເຂົາ​ບໍ່​ກັບ​ມາ​ຫາ​ຕົ້ນ​ໄມ້​ອີກ​ເລີຍ
ຕົ້ນ​ໄມ້​ຊຶມເສົ້າ......
ມື້​ໜຶ່ງ ເດັກ​ນ້ອຍ​ກັບ​ມາ ພວກເຂົາ​ເບິ່ງ​ໃຫຍ່​ຂຶ້ນ
ຕົ້ນ​ໄມ້​ຮູ້ສຶກ​ຕື່ນ​ເຕັ້ນ​ຫລາຍ
"
ມາ​ຫາ​ຂ້ອຍ ແລະ​ມາ​ຫລິ້ນ​ກັບ​ຂ້ອຍບໍ່?" ຕົ້ນ​ໄມ້​ຖາມ
"
ຂ້ອຍ​ບໍ່​ມີ​ເວລາ​ມາ​ຫລິ້ນ​ຫລອກ ຂ້ອຍ​ມີ​ຄອບຄົວ​ແລ້ວ
ຂ້ອຍ​ຕ້ອງ​ເຮັດວຽກ​ເພື່ອ​ຄອບຄົວ​ຂອງ​ຂ້ອຍ​ເອງ
ເຮົາ​ຕ້ອງ​ການ​ເຮືອນ ຊ່ວຍ​ຂ້ອຍ​ໄດ້​ບໍ"
"
ຂ້ອຍ​ບໍ່​ມີ​ເຮືອນ​ຈະໃຫ້ ແຕ່... ຕັດ​ກິ່ງ​ກ້ານ​ຂອງ​ຂ້ອຍ​ໄປ​​ໄດ໋.... ເອົາ​ໄປ​ສ້າງ​ເຮືອນ"
ດັ່ງ​ນັ້ນ​ເດັກ​ນ້ອຍ​ຕັດ​ກິ່ງ​ກ້ານ​ທັງ​ໝົດ​ຂອງ​ຕົ້ນ​ໄມ້​ໄປ ແລະ​ຈາກ​ໄປ​ຢ່າງ​ມີ​ຄວາມ​ສຸກ
ອີກ​ຄັ້ງ​ທີ່​ຕົ້ນ​ໄມ້​ຖືກ​ຖິ້ມ​ໃຫ້​ດຽວ​ດາຍ ແລະ​ເສົ້າ....
ມື້​ໜຶ່ງ​ໃນ​ລະດູ​ຮ້ອນ ເດັກ​ນ້ອຍ​ກັບ​ມາ ຕົ້ນ​ໄມ້​ດີ​ໃຈ​ຫລາຍ
"
ມາ​ຫາ​ຂ້ອຍ ແລະ​ມາ​ຫລິ້ນ​ກັບ​ຂ້ອຍ​ບໍ່?" ຕົ້ນ​ໄມ້​ຖາມ
"
ບໍ່ ຂ້ອຍ​ຮູ້ສຶກ​ຜິດ​ຫວັງ​ກັບ​ຊີວິດ ແລະ​ເລີ່ມ​ແກ່​ຂຶ້ນ
ຂ້ອຍ​ຢາກ​ແລ່ນ​ເຮືອ​ໄປ​ພັກ​ຜ່ອນ​ໄກ ໆ ໃຫ້​ເຮືອ​ຂ້ອຍ​ໄດ້​ບໍ"
"
ໃຊ້​ລຳ​ຕົ້ນ​ຂອງ​ຂ້ອຍ​ໄດ້ ເອົາ​ໄປ​ສ້າງ​ເຮືອ ເພື່ອ​​ເຈົ້າ​ຈະ​ໄດ້​ຂີ່​ເຮືອ​ໄປ​ແລະ​ມີ​ຄວາມ​ສຸກ"
ຕົ້ນ​ໄມ້​ຕອບ
ດັ່ງ​ນັ້ນ ເດັກ​ນ້ອຍ​ຕັດ​ລຳ​ຕົ້ນ​ຂອງ​ຕົ້ນ​ໄມ້​ໄປ​ສ້າງ​ເຮືອ
ພວກເຂົາ​ລ່ອງ​ເຮືອ​ໄປ ແລະ​ບໍ່​ເຄີຍ​ກັບ​ມາ​ອີກ​ເລີຍ
ຫລາຍ​ປີ​ຜ່ານ​ໄປ ໃນ​ທີ່ສຸດ​ເດັກ​ນ້ອຍ​ກັບ​ມາ
ຄາວ​ນີ້​ພວກເຂົາ​ເບິ່ງ​ແກ່​ລົງ​ໄປ​ຫລາຍ
"
ຂ້ອຍ​ເສຍ​ໃຈ ຂ້ອຍ​ບໍ່​ເຫລືອ​ຫຍັງ​ຈະໃຫ້​ອີກ​ແລ້ວ
ບໍ່​ມີ​ຜົນ​ແອບ​ເປີ້ນ​ໃຫ້.... ຂ້ອຍ​ບໍ່​ມີ​ລຳ​ຕົ້ນ​ໃຫ້​ປີນ​ອີກ​ແລ້ວ"
"
ຂ້ອຍ​ບໍ່​ມີ​ແຂ້ວ​ຈະ​ກິນ​ແລ້ວ
ຂ້ອຍ​ປີນ​ບໍ່​ໄຫວ ແລະ​ຂ້ອຍ​ກໍ​ແກ່​ແລ້ວ" ເດັກ​ນ້ອຍ​ຕອບ
"
ຂ້ອຍ​ບໍ່​ມີ​ຫຍັງ​ເຫລືອ​ໃຫ້​ອີກ​ແລ້ວ ສິ່ງ​ດຽວ​ທີ່​ເຫລືອ ມີ​ພຽງ​ຮາກ​ທີ່​ກຳ​ລັງ​ຈະ​ຕາຍ"
"
ຕອນ​ນີ້​ຂ້ອຍ​ບໍ່​ຕ້ອງ​ການ​ຫຍັງ​ອີກ​ແລ້ວ ພຽງຢາກ​ໄດ້​ທີ່​ພັກອາ​ໄສ ຂ້ອຍ​ເໜື່ອຍ​ມາ​ຫລາຍ​ປີ​ແລ້ວ"
"
ຮາກ​ຂອງ​ຕົ້ນ​ໄມ້​ແກ່​ ໆ ຈະ​ເປັນ​ທີ່​ພັກ​ຢູ່​ອາ​ໄສ​ຂອງ​​ເຈົ້າ​ໄດ້
......
ມາ​​ແມນັ່ງ​ລົງ​ຂ້າງ ໆ​ຂ້ອຍ... ຫລັບ​ໃຫ້​ສະບາຍ..... "
ເດັກ​ນ້ອຍ​ນັ່ງ​ລົງ​ຂ້າງ ໆ ຕົ້ນ​ໄມ້​ດີ​ໃຈ ຍິ້ມ... ແລະ​ນ້ຳ​ຕາ​ໄຫລ........
ນີ້-ເປັນ​ເລື່ອງ​ສຳລັບ​ທຸກ ໆ​ຄົນ ຕົ້ນ​ໄມ້​ໃນ​ເລື່ອງ​ຄື​ພໍ່​ແມ່
ເມື່ອ​ເຮົາ​ເປັນ​ເດັກ​ຕົວ​ນ້ອຍ​ ໆ ເຮົາ​ຮັກ​ທີ່​ຈະ​ຫລິ້ນ​ກັບ​ພໍ່​ກັບ​ແມ່...
ເມື່ອ​ເຮົາ​ໃຫຍ່​ຂຶ້ນ ເຮົາ​ທອດ​ຖິ້ມ​ພໍ່ ແລະ​ແມ່ ແລະ​ກັບ​ມາ​ຫາ​ທ່ານ
ເມື່ອ​ເຮົາ​ຕ້ອງ​ການ​ບາງ​ສິ່ງ​ບາງຢ່າງ ຫລື​ເມື່ອ​ເຮົາ​ມີ​ບັນຫາ
ບໍ່​ວ່າ​ຢ່າງໃດ... ພໍ່ ແລະ​ແມ່​ຂອງ​ເຮົາ​ກໍ​ຈະ​ຢູ່​ແລະ​ໃຫ້​ທຸກ​ສິ່ງ​ຢ່າງ​ທີ່​ທ່ານ​ເຮັດ​ໄດ້
ຫວັງ​ພຽງ​ເຮົາ​ມີ​ຄວາມ​ສຸກ
ເຈົ້າ​ອາດຈະ​ຄິດວ່າ "ເດັກ​ນ້ອຍ" ໃນ​ເລື່ອງ​ໂຫດ​ຮ້າຍ
ແຕ່​ນັ້ນ​ຄື​ຄວາມ​ຈິງ​ທີ່​ສະ​ທ້ອນ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ເຮັດ​ກັບ​ຜູ້​ມີ​ພະຄຸນ​ຢ່າງໃດ?
........
ແລ້ວ​ຕົ້ນ​ໄມ້​ຂອງ​ເຈົ້າ​ລ່ະ....... ເດັກ​ນ້ອຍ.....???