ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

ສະບາຍດີ ປີ​ໃໝ່ 2011 ຍິນ​ດີ​ຕ້ອ​ນຮັບ ກະຕ່າຍ​ແຫ່ງ​ຄວາມສຸກ ​ເດີ ສະມາຊິກ ​ແລະ ທີ​ມງານ​

ພັນ​ລາວ ທຸກ​ຄົນ  ປີ​ໃໝ່​ນີ້ ຂໍ​ໃຫ້​ມີ​ແຕ່​ຄວາມສຸກ​ສົມ​ຫວັງ​ ຄວາມ​ຈະ​ເລີ​ນ ​ໃຜ​ຕັ້ງ​ໃຈ​ຈະ​ເລີ່​ມຕົ້ນ​

ເຮັດ​ສິ່ງ​ດີໆ ກໍ່​ໃຫ້​ປະສົບ​ຜົນສຳ​ເລັດ ​ເພາະວ່າ​ເວລາ​ຜ່ານ​ໄປ​ແລ້ວ ບໍ່​ສາມາດ​ກັບ​ຄືນ​ມາ​ແກ້​ໄຂ​ໄດ້​

ອີກ ​ເຄີຍ​ມີ​ຄົນ​ເວົ້າວ່າ“ຈົງ​ເຮັດ​ໃຈ​ສິ່ງ​ທີ່​ເຮົາ​ຈະ​ບໍ່​ເສຍ​ໃຈ ​ເມື່ອ​ເຮົາ​ຄິດ​ຫາ​ມັນ​ໃນ​ພາຍຫຼັງ” ​

ເພາະວ່າ​ສິ່ງ​ດີໆ ນັ້ນ​ແມ່ນ​ເກີ​ມາ​ຈາກ ຄວາມ​ຄິດ​ທີ່​ດີ ຄຳ​​ເວົ້າ​ດີໆ ​ແລະ ການ​ກະທຳ​ທີ່​ດີໆ ນັ້ນ​

ເອງ ຄຳ​ວ່າ​ດີ​ນັ້ນ ຕ້ອງ​ແມ່ນ​ເຮົາ​ເຮັດ​ດີ​ກ່ອນ ບໍ່​ແມ່ນ​ດີ ຍ້ອນ​ຄຳ​ຍ້ອງ​ຫຼື ຄົນ​ອື່ນ​ເວົ້າ ​ເພື່ອ​ເອົາ​ໃຈ​

ເຮົາ​​ເອງ ວ່າ​ດີ ຖ້າ​ຫາກ​ເຮົາ​ເຮັດ​ດີ​ແລ້ວ​ຈະ​ໄດ້​ຮັບ​ຄວາມສຸກ​ຕັ້ງ​ແຕ່​​ເຮົາເລີ່່​ມຕົ້ນ​ຄິດນັ້ນ​ແລ້ວ ຫາກ​

ຄິດ​ຈະ​ເຮັດ​ເພື່ອ​ໃຫ້​ຄົນ​ອື່ນ ມາ​ຍ້ອງຍໍ​ສັນລະ​ເສີນ ​ເພາະຖ້າ​ຄົນ​ອື່ນ​ຫາກ​ບໍ່​ມາ​ສົນ​ໃຈ​ແລ້ວ​ເຮົາ​ຍິ່ງ​

ຈະ​ເປັນ​ທຸກ​ໄປ​ເອງ.

​ໂຊກ​ດີ​ປີ​​ໃໝ່ 2011 ຂໍ​ໃຫ້​ສຸກ​ສົມ​ຫວັງ ​ດັ່ງ​ປາດ​ຖະໜາ ຕະຫຼອດ​ປີ ​ແລະ ຕະຫຼອດ​ໄປ.

ດ້ວຍ​ຄວາມ​ນັບຖື.

ຂໍໃຫ້ໂຊກດີມີຄວາມສຸກສັນກັບທ່ານຜູ້ອ່ານທຸກໆຄົນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 

ນະໂມຕະຊາ ນະໂມຕະຊາ ນະໂມຕະຊາ


ຈົງເປັນສຸກເປັນສຸກເທີນຢ່າໄດ້ເປັນ ຈັນ ອັງຄານ ພຸດ ພະຫັດເລີຍ 


ຈົງເປັນສຸກເປັນສຸກເທີນຢ່າໃຫ້ມີວັນ ຈັນ ອັງຄານ ພຸດ ພະຫັດເລີຍ 

 


ຈົງເປັນສຸກເປັນສຸກເທີນຢ່າໃຫ້ມີວັນ ຈັນ ອັງຄານ ພຸດ ພະຫັດອີກເລີຍ 
 

 


ຂ້າແດ່ນາຍຈ້າງຜູ້ຈະເລີນ ຂ້າພະເຈົ້າທັງຫຼາຍ ຂໍລາກິດ ລາປ່ວຍ ອີກທັງການລາ


ທັງຫຼາຍໃນວັນນີ້ ຂໍໃຫ້ມີຜົນບັງຄັບໃຊ້ ໃນວັນເວລາ ທຳງານຂອງຂ້າພະເຈົ້າ


ຂໍນາຍຈ້າງຢ່າໂທດໂກດເຄືອງ ໃນຕົວຂ້າພະເຈົ້າ ແລະ ເພື່ອນພ້ອງພະນັກງານທັງຫຼາຍເລີຍ


ທີ່ຂາດຫາຍໄປເລີຍ ຂໍນາຍຈ້າງຢ່າຕັດຄະແນນ ຂໍນາຍຈ້າງຢ່າຕັດຄ່າແຮງງານ


ເມື່ອຂ້າພະເຈົ້າເຊົາເມື່ອຍ ຊວງເມົາແລ້ວ ຂ້າພະເຈົ້າພ້ອມເພື່ອນພະນັກງານອີກ ທັງ

 

 

ນ້ອງໆ ໃນພະແນກຕ່າງໆຈະກັບມາເຮັດວຽກຕາມປົກກະຕິເພື່ອມາຟັງຂ່າວປະກາດໂບນັດສ    


6ເດືອນ ຫາກແມ່ນຄຳອິທິຖານຂອງຂ້າພະເຈົ້າເປັນຈິງ ສົມປາດຖະໜາ 

 

 
ຂ້າພະເຈົ້າຈະກົ້ມໜ້າກົມຕາ ເຮັດວຽກຮັບໃຊ້ເຈົ້ານາຍ ແລະ ບໍລິສັດ


ຕໍ່ໄປຕາບຈົນຊົ່ວຟ້າດິນສະຫຼາຍ ສາທຸ ສາທຸ ສາທຸ! 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

* ແຟນ/ກິນເຂົ້າຫຼືຍັງ

*ໝູ່/ມຶງແດກແລ້ວບໍ່ເຂົ້ານະ   

* ແຟນ/ນອນຊາເປັນຫວ່ງ

*ໝູ່/ເປັນຫາຫຍັງເກາະຄືບໍ່ລັບບໍ່ນອນ

* ແຟນ/ບໍ່ສະບາຍກິນຢາຫຼືຍັງ


*ໝູ່/ມໍ່ຊິຕາຍແລ້ວເນາະມຶງ   

*ແຟນ/ກັບບ້ານດີດີເດີ

* ໝູ່/ບໍ່ກັບເບາະ ບັກຫ່ານິ

*ແຟນ/ໂທມາພໍດີເລີຍຄິດຮອດ   

*ໝູ່/ໂທມາຫາແມ່ມຶງຫຍັງກູຄາວຽກ   

*ແຟນ/ຕັ້ງໃຈຮຽນເດີ    

* ໝູ່/ຫ່າມັນນິຄ້ານແທ້   

* ແຟນ/ຍ່າມີເລື້ອງເດີ ມັນບໍດີ

* ໝູ່/ມີເລື້ອງເບາະ? ເອົາເລີຍ   

*ແຟນ/ຄ່າລົດເຮົາຈ່າຍເອງ    

*ໝູ່/ບັກຫ່ານິ ກູອີກແລ້ວ    

*ແຟນ/ກິນຫຍັງຊິຊື້້ໃຫ້   

* ໝູ່/ຊອກແດກເອງເດີມຶງ

*ແຟນ/ເສື້ອໂຕນີ້ໜ້າຮັກດີເນາະ   

*ໝູ່/ເສື້ອຫຍັງກະນຸ່ງຫັນນະ (ພິຖີພິຖັນຫຼາຍ)  

*ແຟນ/ດັດຜົມໃໝ່ໜ້າຮັກແທ້   

* ໝູ່/ມືງເຮັດຊົງຫ່າຫຍັງນະ555  

*ແຟນ/ນອນໝູນຕັກ   

* ໝູ່/ມາໝູນໜ້າແຂ່ງກູນິ

* ແຟນ/ຢາກຢູ່ນຳ

*ໝູ່/ໄປໄກຕີນກູແດ່ບັກເວນ

*ແຟນ/ໜ້າຮັກແທ້ເດ

*ໝູ່/ໜ້າຄືສົ້ນຕີນນີ້ແລະມຶງນະ    

*ແຟນ/ເຮົາເລີກກັນເນາະ    

* *ໝູ່/ເຮີຍ!!!! ບໍ່ເປັນຫຍັງດອກກູ...ເພື່ອນມຶງຕະຫຼອດໄປ!!!

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 ໂຮງ​ແຮງ ລາຄາ​ແພງ “ມາຣດາ​ນ ພາ​ເລດ” ​ໃນ​ປະ​ເທດ ຕຸ​ລະ​ກີ  ທີ່​ໄດ້​ຮັບ​ສາຍາ​ນາມ​ວ່າ​ເປັນ​ໜຶ່ງ​ໃນ​ໂຮ​ງ​ແຮງ​ອັນ​ດັບ​ຕົ້ນໆ ຂອງ​​ໂລກ​ປະຈຳ​ປີ 2010 ​ໄດ້​ຖືກ​ຕັດ​ການ​ໃຊ້ໄຟຟ້າ ​​ໄປ​ແລ້ວ ຍ້ອນ​ວ່າ​ບໍ່​ມີ​ເງີ​ນ​ເສຍ​ຄ່າ​ໄຟ(ຄ້າງ​ຈ່າຍ) ​ເປັນ​ເງິນ​ຈຳນວນ​ມະຫາສານ

 

ສະຖານີ​ຂ່າວ ລຸ​ມ​ເບີກ ​ແລະ ໜັງສືພິມ​ທ້ອງ​ຖິ່ນ ຂອງ​ປະ​ເທດ ຕຸ​ລະ​ກີ ລາຍ​ງານ​ວ່າ ສຸດ​ຍອດ​ໂຮງ​ແຮມ​ຫລູ“ມາຣດານ ພາ​ເລດ” ​ຕັ້ງ​ຢູ່​ເມືອງ ອັນ​ທາຍາ ປະ​ເທດ ຕຸ​ລະ​ກີ ຖືກ​ບໍລິສັດ​ຜະລິດ​ໄຟຟ້າ (AKEDAS) ຕັດ​ໄຟ​ເນື່ອງ​ຈາກ​ຄ້າງ​ຈ່າຍ​ຄ່າ​ໄຟ ​ມູນ​ຄ່າເກືອ​ບ 3ລ້ານ​ໂດ​ລາ ​ເຮັດ​ໃຫ້​ໂຮ​ງ​ແຮມ​ຕ້ອງ​ໄດ້​ນຳ​ໃຊ້ ຈັກ​ປັ່ນ​ໄຟຟ້າ ຊົ່ວຄາວ

ຜູ້​ບໍລິຫານ ບໍລິສັດ​ຜະລິດ​ໄຟຟ້າ​ກ່າວ​ວ່າ ຖ້າ​ໂຮງ​ແຮມ​ບໍ​ສາມາດ​ຈ່າຍ​ຄ່າ​ໄຟ​ໄດ້​ພາຍ​ໃນ​ເວລາ 3ອາທິດ ຈະ​ຕ້ອງ​ຖືກ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ ​ແຕ່​ຜູ້​ບໍລິຫານ​ຂອງ​ໂຮງ​ແຮມ​ບໍ​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ເລື້ອງ​ນີ້ “​ແຕ່​ນັ່ງຍັນ​ວ່າ “ມາຣດານ ພາ​ເລດ” ຈະ​ຫວນ​ກັບ​ມາສູ່​ຄວາມ​ຍິ່ງ​ໃຫຍ່​ອີກ​ຄັ້ງ​ແນ່ນອນ  

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ສົງໄສບໍ່ເປັນຫຍັງຈຶ່ງຂຽນຫົວຂໍ້ແບບນັ້ນ???????????

ໜ້າຕາລາວກະທຳະດາ

ຮູບຮ່າງກະທຳມະດາ

ສິ່ງດຽວທີ່ລາວບໍ່ຢທຳມະດາ ກໍ່ໍ່ຄື

ຢາກຮູ້ວບໍ່?

ຍັງບໍ່ບອກດີກວ່າ

ແນ່ ໃຈຮ້າຍອີກ

ຊັນບອກກະໄດ້

ກໍ່ລາວ ແມ່ນລູກສາວ Bill Gates ຫັນເດ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 
ກອນ​ກວນໆ

Mail ​
ໃຜ​ຫັນ  Run ໜ້າ​ຈໍ​ຂໍ​ເປັນ​ມິດ
ເຮົາ​​ກໍ່ Click ປິດ​ອອກ​ໄປ (​ໃຊ້​ເພື່ອນ)
ແຕ່​ມັນ​ດັນ  Run ມາ​ເຍືອ​ນ
ຢາກ​ເປັນ​ເພື່ອນ ຢູ່​ຢ່າງ​ນັ້ນ ວັນ​ຫຼາຍ​ຫົນ

​ເລີ່​ມລຳ​ຄານ ​ແລະ ຄັນ​ປາກ ຢາກ​ດ່າ​ໃສ່  

Click ​ເຂົ້າ​ໄປ ​ໃຈ​ອິດ​ອຽນ​ຫວັງ ຂຽນ​ດາ
ແຕ່​ພໍ​ເຫັນ​ໜ້າ M ຢາງ​ເຕັມ​ຕາ
ມຸມ​ເບື້ອງ​ຂວາ ມີ​ຮູບ​​ອີກ ​ໂອ! ງາມ​ແທ້

ຈຶ່ງ​ລອງ​ພິມ Chat ໄປ​ເລີ່​ມ​ໃຈ​ອ່ອນ

ເຂົາ​ກໍ່ On In ຈ໋ະຈ໋າ ພາສາຍິງ
ກໍ່​ເລີຍ  Out  ອອກ​ບໍ່​ໄດ້ ​ໃຈ​ຄະ​ນຶງ
ເຮົາ​ເລີ່​ມຍິງ  M ໄປມາ​ພາສາ​ໃຈ

ເລິ່ມຄຸ້ນ​​ເຄີຍ ​ເອ່ຍຖາມ ລົງ​ຂ້າງ​ໃນ
ຄວາມ​ຮູ້ສຶກ ສອງ​ເຮົາ​ນັ້ນ ກົງກັນ​ບໍ່  
ສະຫຼຸບ​ຜົນ​ອອກ​ມາ​ໜ້າ​ພໍ​ໃຈ
ຜູກ​ສາຍ​ໃຍ ​ແລ້ວ​ເຮົາ​ Say Good-bye

ຕັດສິນ​ໃສ  Hello ກົດ​ໂທ​ຫາ

ສຽງ​ຕອບ​ມາ​ພາ​ໃຈ​ຫາຍ  
ໃຍ​ສາວ​ສວຍ ສຽງ​ໃຫຍ່​ແທ້! ຄ້າຍ​ດັ່ງ​ຊາຍ
ອຸ໋ຍ​ຕ໋າຍຕາຍ ​ໃຈ​ສະ​ລາຍ ສາວ​ສວຍ “​ເປັນ​ກະ​ເທຍ”

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

 

 

***​ຄິດ​ແຕ່​ສິ່ງ​ດີ(ດ້ານ​ບວກ)***
​ແລ້ວ​ຊິ​ຮູ້​ວ່າ ມີ​ແຕ່​ສິ່ງ​ທີ່​ເປັນ​ໄປ​ໄດ້  

*** ​ແອບ​ຝັນ ***
​ແລ້ວ​ຈະ​ຮູ້​ວ່າ ​ໂລກ​ນີ້​ໜ້າ​ຢູ່    

 


*** ​ເວົ້າ​ແຕ່​ສິ່ງ​ດີ(ດ້ານ​ບວກ) ***
​ແລ້ວ​ຊິ​ຮູ້​ວ່າ ມີ​ຄົນ​ຢ່າງ​ຫຼວງ​ຫຼາຍ​ຮັກ​ເຮົາ​
*** ​ແອບ​ຍີ້ມ  ***
​ແອບ​ຈະ​ຮູ້​ວ່າ ​ເຮົາ​ຄື​ຄົນ​ທີ່​ໜ້າ​ຮັກ  

 

*** ​ຕໍ່ສູ້​ກັບ​ອຸປະສັກ​ຕ່າງໆ ***
​ແລ້ວ​ຊິ​ຮູ້​ວ່າ​ເຮົາ​ຄື​ຄົນ​ທີ່​ເຂັ້ມ​ແຂງ   

***
ລອງອົດທົນ ***
​ແລ້ວ​ຈະ​ຮູ້​ວ່າ ​ເຮົາ​ມີ​ຄວາມ​ອົດທົນ​ຍິ່ງ​ກວ່າ​ໃຜ  

*** ລອງ​ອອກກຳລັງ​ກາຍ​ທຸກ​ມື້  ***
​ແລ້ວ​ຈະ​ຮູ້​ວ່າ​ເຮົາ​ຄື​​ເຈົ້າມະນຸ​ດ​ທີ່​ເຕັມ​ປຽ່ມດ້ວຍພະລັງ   

***
ລອງ​ຄິດ​ຊະນະ  ***
​ແລ້ວ​ຈະ​ຮູ້​ວ່າ​ເຮົາ​ສາມາດ​ເອົາ​ຊະນະ ຕົວ​ເອງ​ໄດ້​ບໍ່​ຍາກ​ເລີຍ  


*** ລອງ​ຄິດ​ໃຫຍ່***
​ແລ້ວ​ຈະ​ຮູ້​ວ່າ​ເຮົາ​ມີ​ຄວາມ​ສາມາດ ຢ່າງ​ໜ້າ​ອັດສະຈັນ(ຍິ່ງ​ກວ່າ​ໃຜ)  

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

 

ຄື​ກັບ​ວ່າ​ເທບ​ແຫ່ງ​ສະຫວັນ​ພິ​ໂລດ ​ເສກ​ມົນ​ດຳ​ສະກົດ​ນ້ຳຕົກ​ຫູ​ໂຂ່ວ​ແຫ່ງ​ລຸ່ມ​ນ້ຳ​ຫວງ​ໂຮ່ ​​ໄດ້​ຢຸດ​ໄຫຼ ​​ໄດ້​ເສ​ກສັນ​ທິວ​ທັດ​ເປັນ​ສາຍທານ​ສີຂາວ​ຍາວ​ຢຽດປານ​ສະພານ ພື້ນ​ແກ້ວ​ໃສ​ນ້ຳ​ທີ​ຖືກ​ມົນ​ສະກົດ​ຈົນ​ຢຸດ​ໄຫຼ ມີ​ນ້ຳ​ແຂງ​ຍ້ອຍມາ​ປະ​ດັບສົງ​ແສງ​ແວວ​ວ່າວ ຮູບ​ພາບ​ອັນ​ຕະການ​ຕາ​ຂອງ​ນ້ຳຕົກ​ຫູ​ໂຂ່ວ

ນ້ຳ​ຕົກ​ຫູ​ໂຂ່ວ ​ເປັນ​ນ້ຳຕົກ​ທີ່​ມີ​ຊື່​ສຽງ​ໃນ​ແມ່​ນ້ຳ​​ຫວງ​ໂຮ່ ກະ​ແສ​ນ້ຳ​ທີ່​ໄຫຼ​ລັງ​ ​ກາຍ​ເປັນ​ຄືນ​ຟອງ ​ແຫ່ງສັນຍາ​ລັກ​ຈິດ​ວິນ​ຍານ​ຂອງ​ຊົນ​ຊາດ​ຈີນ       

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 ເກົ່າຫຼີ ເອີ້ນວ່າMyeongDong soft ສູງຕັ້ງວ່າ  32 ຊມ. (ປັດໂທ!!ບໍ່ແມ່ນກະແລ່ມທີ່ ສູງທີ່ສຸດໃນໂລກບໍ່ນິ..)

ເບເກີ ຕາມສັງອາຫານເຊົ້າໃນນິວຢອກ

ຊາວຟີລິບປິນ ກຳລັງຈ່າວຂາຍໝູ່ປີ້ງເປັນໂຕ ໃນເມືອງເຊບູ ( Cebu , Phillipines)

ຂອງກິນແບບຈີນ ມີຕາມແຄມທາງ

ກ້ວຍເອືອບດ້ວຍນົມ ຕົກແຕ່ງແບບຍີ່ປຸນ

ຕາມແບບຫວຽດນາມ

ຕາມແບບ ອີນເດຍ

ຕາມແບບຊາວ ເລບານອນ

ຕາມແບບລາວ(ບ້ານເຮົາ)

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

 

ທັງໝົດນີ້ ແມ່ນຮູບແຕ້ມ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ບໍ່​ຕ້ອງ​ຮັກ​ເທົ່າ​ຟ້າ ​ແຕ່​ຂໍ​ໃຫ້​ຮັກ​ຄື​ເກົ່າ

ບໍ່​ຕ້ອງ​​ເພີ້​ມ​ເຕີມ ​ແຕ່​ບໍ່​ຮັກ​ໜ້ອຍ​ລົງ

ບໍ່​ຕ້ອງ​ຮັກ​ຈົນຊົວນິລັນ ​ຮັກ​ຕອນ​ຂ້ອຍ​ຍັງ​ມີ​ລົ​ມຫາຍ​ໃຈ

ຂໍ​ໃຫ້​ຄື​ເກົ່າ ຂໍ​ໃຫ້​ເໝືອນ​ເດີມ”

ມື້ວານ​ນີ້ ຕອນ​ຂັບ​ລົດ​ໄປ​ຕະຫຼາດ ຂ້ອຍ​ໄດ້​ຍິນ​ສຽງ​ເພງ​ໜຶ່ງ​ດັ່ງ​ຂຶ້ນ

ຍ້ອນ​ວ່າ ອາລົມ​ມັນ​ໄປ​ກັບ​​ເນື້ອເພງກໍ່​ເລີຍ​ຖາມ​ຟ້າ​ວ່າ

ຫຼັງ​ຈາກ​​ແຕ່ງງານ​ກັນ​ມາ​ເກືອບ10 ປີ ຍັງ​ຮັກ​ຄື​ເກົ່າ​ບໍ່

ຟ້າ​ຕອບ​ວ່າ​ບໍ່ ຍ້ອນ​ຮັກ​ຫຼາຍ​ກວ່າ​ເກົ່າ (ຫຼາຍ​ຂຶ້ນ​ທຸກ​ມື້)  

 ເອີ!​ ​ເນາະຄົນ​ເຮົາ​ຫຼາຍ​ກວ່າ​ຮັກຄວາມຜູກ​ພັນ

​ແລະ ຄວາມ​ຜູກ​ພັນ​ນີ້​ເອງ​ທີ່​ເຮັດ​ໃຫ້​ເຮົາ​ຮັກ​ກັນ​ຫຼາຍ​ຂຶ້ນ

ທຸກ​ມື້ນີ້​ໂຕ​ຕິດ​ກັນ​ເລີຍ ບໍ່​ຮູ້​ວ່າ​ຟ້າ​ຕິດ​ໂບ ຫຼື ​ໂບຕິ​ດຟ້າ

(ຍ້ອນ​ໄປ​ທາງ​ໃດ​ກະມີ​ແຕ່​ຟ້າ)

ຄວາມ​ຈິງ ກະຕິດ​ກັນ​ມາ​ກ່ອນ​ຈະ​ຕແຕ່ງງານ​ແລ້ວ.

ບໍ່​ຮູ້​ວ່າ​ຍາມ​ໃດ​ແຕ່​ທີ່​ຟ້າ​ບໍ່​ຕິດ​ເຮົາ.

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ໂຮວ ແຕ້ມໃຫ້ລູກເບິ່ງ ພ້ອມກັບເດັກນ້ອຍຄົນອື່ນໆ

ສິນລະປະພື້ນບ້ານແບບ 3ມິຕິ ຂອງໂຮວ

 

ໂຮວ ແລະ ລູກຊາຍ

ຄວາມຄິດດີ ຊ່ວຍໃຫ້ເດີນບ້ານ ມີສະເໜ່ຂຶ້ນອີກ

 

 

ສ່ວນຜັກຢູ່ເຮືອນ

ວັດທີ່ມີສະເໜ

ເສົາໂລມັນ ຢູ່ໜ້າໂຕະ

ໂຖດອກໄມ້ ລອຍໄດ້

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

     ຜູ້​ທີ່​ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ບໍ່​ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ຈິດ​ໃຈ ​ແລະ ອາລົ​ມ​ເລື້ອຍ​ເກີນ​ໄປ ຍ່ອມ​

ເຮັດ​ໃຫ້​ຜູ້​ທີ່​ໄດ້​ຮູ້ຈັກ​ມີ​ຄວາມ​ປະ​ທັບ​ໃຈ​ໄດ້​ບໍ່​ຍາກ.

     ຜູ້​ທີ່​ບໍ່​ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຫຼື ບໍ່​ມີ​ຄວາມ​ໝັ້ນຄົງ​ທາງ​ອາລົ​ມ ຍ່ອມ​ເຮັດ​ໃຫ້​ຄົນ​ອ້ອມ​ຂ້າງ ຫຼື ຜູ້​ທີ່​

ຮູ້ຈັກ ​ແລະ ພົບ​ຫາ​ກັບ​ເຮົາ​ຢູ່​ນັ້ນ​ມີ​ຄວາມ​ສັບສົນ​ໄປ​ນຳ​ເຮົາ​ຄື​ກັນ, ນອກຈາກ​ນີ້​, ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຍັງ​

ເປັນ​ການ​ວັດ​ແທກ​ຄຸນຄ່າ​ໃນ​ໂຕ​ຄົນ​ຜູ້​ນັ້ນ​ນຳ​ອີກ​ໂຕ​ຢ່າງ​ຄື ຜູ້​ຊາຍ ​ແລະ ​ແມ່ຍິງ​ທີ່​ຕົກລົງ​ພົບ​ຫາ​ເບິ່ງ​ໃຈກັນຕ່າງ​ກໍ​

ສະ​ແດງ​ນິ​ໄສ​ຂອງ​ແຕ່ລະຄົນ​ອອກ​ມາ​ທັງ​ດີ ​ແລະ ບໍ່​ດີ ຫຼື ອາດ​ຈະ​ສະ​ແດງ​ແຕ່​ນິ​ໄສ​ທີ່​ດີ​ອອກ​ມາ ​ເຊິ່ງ​ເມື່ອ​ຕົກລົງ​

ປົງ​ໃຈ​ທີ່​ຈະ​ແຕ່ງດອງ​ກັນ​ແລ້ວ ທັງ​ຜູ້​ຊາຍ ​ແລະ ​ແມ່ຍິງ​ຍັງ​ຄົງ​ຈະ​ສະ​ແດງ​ນິ​ໄສ​ເກົ່າ​ນັບ​ແຕ່​ພົບ​ຫາ​ເບິ່ງ​ໃຈ​ກັນ​ຢູ່​ຫຼື​

ບໍ່? ຖ້າ​ຍັງ​ມີ​ນິດ​ໄສ​ເກົ່າ​ຢູ່​ບໍ່​ປ່ຽນ​ແປງ​ ກໍ່ຖື​ວ່າ​ເປັນ​ຄົນ​ສະ​ເໝີ​ຕົ້ນ​ສະ​ເຫມີ​ປາຍດີ, ​ແຕ່​ຖ້າ​ມີ​ການ​ປ່ຽນ​ແປງ ຈາກ​ເຄີຍ​

ມີນິ​ໄສ​ດີ ຫຼັງ​ແຕ່ງດອງ​ໄປ​ແລ້ວ​ນິ​ໄສ​ຊ້ຳ​ພັດ​ປ່ຽນ​ໄປ​ໃນ​ທາງ​ບໍ່​ດີ​ສະ​ແດງ​ວ່າ: ບໍ່​ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ເຮັດ​

ໃຫ້​ຄຸນຄ່າ​ໃນ​ໂຕ​ຂອງ​ຄົນ​ຜູ້​ນັ້ນ​ຫລຸດ​ລົງ ​ແລະ ບໍ່​ເຮັດ​ໃຫ້​ເກີດ​ຄວາມ​ປະ​ທັບ​ໃຈ​ໄດ້.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2010 | ມີ 24 ຄຳເຫັນ ແລະ 0 trackback(s)

 

ຄົນ​ຕຸ້ຍ​ກໍ່​ມີ​ຂໍ້​ດີ​ຄື​ກັນ​ເດີ້ ​ໃຜ​ວ່າ​ບໍ່​ມີ:

1.   ​ເຕັ່ງ​ຕຶງ, ບໍ່​ຢ່ອນ​ຍານ ​ເບິ່ງ​ແລ້ວ​ມີ​ນ້ຳ​ມີນ​ວນ

2.   ​ເປັນຕາ​ຮັກ ​ໂດຍ​ສະ​ເພາະ​ຄົນ​ຕຸ້ຍໆ, ຂາວໆ ມັກ​ມີ​ຄົນ​ມາ​ຢອກ​ຫຼິ້ນ

3.   ຄົນ​ຕຸ້ຍ​ສ່ວນ​ໃຫຍ່​ມັກ​ຈະ​ອາລົມ​ດີ, ​ເຮັດ​ຫຍັງ​ໜ່ອຍ​ໜຶ່ງ​ກະ​ຫົວ ​ແລະ ​ເບິ່ງ​​ໂລກ​ໃນ​ແງ່​ດີ

4.   ມີໝູ່ຫຼາຍ ​ເພາະ​ອາລົມ​ດີ

5.   ກິນ​ງ່າ​ຍ, ຢູ່ງ່າຍ ບໍ່​ຫຼາຍ​ເລື້ອງ (​ເພາະ​ກິນ​ໄດ້​ທຸກ​ຢ່າງ​ ຍົກ​ເວັ້ນ....555)

6.   ມີ​ຄວາມສຸກ​ກັບ​ການ​ກິນ ບໍ່​ຢ້ານ​ຕຸ້ຍ (​ເພາະ​ຕຸ້ຍ​ຢູ່​ແລ້ວ) ຄົນ​ເຮົາ​ອາຍຸ​ສັ້ນ ຫາ​ຫຍັງ​ກິນ​ທີ່​ມັນ​ແຊບໆ ກິນ​ດີກ​ວ່າ​ເນາະ

7.   ບໍ່​ຄອຍ​ມີ​ຄວາມທຸກ​ຄື​ຄົນ​ອື່ນ ​ເພາະວ່າບໍ່​ສະບາຍ​ໃຈ​ກໍ່​ຈະ​ຫາ​ແນວ​ກິນ​ທີ່​ແຊບໆກິນ ບຶດໜຶ່ງ​ກະ​ລືມ​ໝົດ​ແລ້ວ

8.   ຮູ້ຈັກຮ້ານ​ອາຫານ​ທີ່​ແຊບໆ​ຫຼາຍ

9.   ​ເປັນ​ຄົນ​ອກຄວາມ​ຄິດ​ໄດ້​ດີ ​ໂດຍ​ສະ​ເພາະ​ເລື້ອງ​ກິນ ​

10. ​ເປັນ​ຄົນ​ທີ່​ປະຢັດ​ເພາະ​ບໍ່​ເຄີຍ​ຖິ້ມ​ຂອງ​ກິນ

 


 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຮັກ​ແທ້​ຢູ່​ໃສ?

 

      ຮັກ​​ແທ້​ເປັນ​ສິ່ງ​ທີ່​ຄົນ​ເຮົາ​ທຸກ​ຄົນ​ຕ້ອງການ ​ແລະ ຈະ​ພະຍາຍ​ມາ​ທຸກ​ວິທີ​ທາງ​ເພື່ອ​ຕາມ​ຫາ​ຮັກ​ແທ້. ທ່ານ​ຮູ້​ບໍ່​ວ່າ

ມີ​ເລື້ອງ​ເລົ່າ​ກ່ຽວ​ກັບ​ຮັກ​ແທ້​ໃນ​ຫຼາຍ​ສະຕະວັດ​ທີ່​ຜ່ານ​ມາ ​ໃນ​ຂະນະ​ນັ້ນ​ໂລກ​ເຮົາ​ຍັງ​ອ່ອນ​ເຍົາ​ຢ່າງ​ຍິ່ງ​ກວ່າ​ນີ້ ຮັກ​ແທ້​ຈຶ່ງ​

ປະກົດ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ​ເຕັມ​ໄປ​ໝົດ ມະນຸດ​ສາ​ມາດ​ເປັນ​ເຈົ້າ​ຂອງ​ມັນ​ດ້ວຍການ​ເລືອກ​ຫາ​ຢ່າງ​ງ່າຍດາຍ ຍ້ອນ​ເປັນ​

ແນວ​ນັ້ນ​ມະນຸດ​ຈຶ່ງ ບໍ່​ຮູ້​ຮັກສາ, ຖະນຸຖະໜອມ ​ແລະ ບໍ່​ເຫັນ​ຄຸ່ນຄ່າ​ຂອງ​ຮັກ​ແທ້. ​ເມື່ອ​ເປັນ​ເຊັ່ນ​ນີ້ ພະຜູ້​ເປັນ​ເຈົ້າຈຶ່ງ​

ຕັດສິນ​ໃຈ​ເກັບ​ຮັກສາ​ຮັກ​ແທ້​ເອົາ​ໄວ້ ​ແລະ ຕໍ່​ມາ​ພະຜູ້​ເປັນ​ເຈົ້າ​ຈຶ່ງ​ຂໍ​ໃຫ້​ນາງ​ຟ້າ​ສອງ​ອົງ​ຊ່ວຍ​ເກັບ​ຮັກສາ​ຮັກ​ແທ້​ໄວ. ທຳ

​ອິດ​ນາງ​ຟ້າ​ບໍ່​ຮູ້​ຈະ​ເອົາ​ໄປ​ໄວ້​ໃສ ​ເພາະວ່າ​ຈະ​ເອົາ​ໄປ​ໄວ້​ໃສ​ກໍ​ຍ້ານມະນຸດ​ໄປ​ພົບ​ເຫັນ ​ແລະ ຂຸດ​ຄົ້ນຂຶ້ນ​ມາ, ທັງ​ສອງ​ຈຶ່ງ​

ໄດ້​ປຶກສາ​ຫາລື​ກັນ ​ແລະ ຕົກລົງ​ກັນ​ເອົາ​ຮັກ​ແທ້​ໄປ​ຝັງ​ດິນ​ໄວ້ ​ແຕ່​ມະນຸດ​ກໍ​ຍັງ​ສາມາດ​ຄົ້ນ​ພົບ ​ແລະ ຂຸດ​ຂຶ້ນ​ມາ​ໄດ້​ຢ່າງ​

ງ່າຍດາຍ. ຕໍ່​ມາ​ນາງ​ຟ້າ​ທັງ​ສອງ​ຈຶ່ງ​ເອົາ​ຮັກ​ແທ້​ໄປ​ໄວ້​ຢູ່​ເທິງ​ຈອມ​ພູ​ເຂົາ​ທີ່​ທຸລະກັນດານ, ອັນຕະລາຍ ​ແລະ ສູງ​ຊັນ​ທີ່​

ສຸດ ​ເຖິງ​ປານ​ນັ້ນມະນຸດ​ກໍ່​ຍັງ​ສາມາດ​ປີນ​ໄຕ່​ຂຶ້ນ​ໄປ​ເຖິງ​ຍອດພູ​ເຂົາ​ນັ້ນ​ໄດ້​ແລ້ວ​ນຳ​ຮັກ​ແທ້​ອອກ​ມາ…​ຕໍ່​ມາ​ນາງ​ຟ້າ​ຈຶ່ງ​ເອົາ​

ຮັກ​ແທ້​ໄປ​ໄວ້​ພື້ນ​ນ້ຳ​ທະ​ເລ​ເລິກໆ ​ແຕ່​ມະນຸດກໍ​ຍັງ​ສາມາດ​ລອຍ​ຍໄປ​ເຖິງ​ພື້ນ​ທະ​ະເລແລ້ວ​ນຳ​ເອົາ​ຮັກ​ແທ້​ກັບ​ຂຶ້ນ​ມາ​ອີກຈົນ​

ໄດ້. ຍ້ອນ​ວ່າ​ເອົາ​ຮັກ​ແທ້​ໄປ​ໄວ້​ໃສ​ມະນຸດ​ກໍ​ຍັງ​ສາມາດ​ຕິດຕາມ​ຂຸດ​ຄົ້ນ ຊອກ​ຫາ​ມາ​ຈົນ​ໄດ້ ດັ່ງ​ນັ້ນ, ​ໃນ​ທີ່​ສຸດ​ນາງ​ຟ້າ​ຈຶ່ງ

ຕົກລົງ​ກັນ​ທີ່​ຈະ​ເອົາ​ຮັກ​ແທ້​ໄປ​ໄວ້​ໃນ​ຫົວ​ໃຈ​ຂອງ​ມະນຸດ…​ນັບ​ແຕ່​ນັ້ນ​ມາ​ຜູ້​ຄົນ​ຈຶ່ງ​ມີ​ບັນຫາ​ໃນ​ການ​ຕິດຕາມ​ຮັກ​ແທ້ ​ເພາະ​

ພວກ​​ເຂົາ​ຈະ​ພາກັນ​ເບິ່ງ ​ແລະ ຊອກ​ຫາ​ມັນ​ໃນ​ທຸກ​ຫົນ​ທຸກ​ແຫ່ງ​ທີ່ຢູ່​​ໃນ​ໂລກ​ນີ້ ບໍ່​ວ່າ​ຈະ​ເປັນ​ພູ​ເຂົາ​ລຳ​ເນົາ​ໄພ, ຕົ້ນ​ໄມ້​ໃບ​

ຫຍ້າ, ມະຫາ​ສະມຸດ…​ຍົກ​ເວັ້ນບ່ອນ​ດຽວ…ທີ່​​ເຊິ່ງຄວນ​ຈະ​ເກັບ​ມັນ​ໄວ້ ນັ້ນ​ກໍຄື…​ຫົວ​ໃຈ​ນັ້ນ​ເອງ.

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 

​ເຖິງ​ຜູ້​ຊາຍ ຫຼື ຜູ້​ເປັນ​ພໍ່​ທຸກ​ຄົນ...

     ເວົ້າ​ເຖິງ​ການ​ຮັກສາ​ສຸຂະພາບ ​ແລະ ການ​ພັດທະນາ​ເດັກນ້ອຍ ​ໃນ​ແຕ່​ລະ​ຄອບຄົວຫຼາຍ​ຄົນ​ກໍ​ຈະ​ຫັນ​ໜ້າ​ໄປ​ຫາ​ແມ່​ຍິງ ຊຶ່ງ​ເປັນ​ແມ່​ເຮືອນ ຫຼື ​ແມ່​ເດັກນ້ອຍ​ໃນ​ທັນທີ​ໂລດ ​ແລະ ຖ້າ​ເປັນ​ແບບ​ນັ້ນ​ແທ້ ກໍ່​ຈະ​ຖື​ວ່າ​ເມ່ນ​​ເລື້ອງ​ທີ່​ບໍ່​ຖືກຕ້ອງ​ເໝາະ​ສົມ​ເສຍ​ແລ້ວ.

     ໂລກ​ສູ່​ມື້​ນີ້​ໄດ້​ໄຂ​ປ່ອງ​ເປີດ​ແປວ​ໃຫ້​ແມ່ຍິງ​ມີ​ອາຊີບ ມີ​ວຽກ​ເຮັດ​ງານ​ທຳ ມີ​ຄວາມ​ຮັບຜິດຊອບ ຕໍ່​ສັງຄົມ​ກ້ວາງ​ຂວາງ​ກວ່າ​ເກົ່າ ນອກ​ເໜືອ​ໄປ​ຈາກ​ພາລະ​ແບກ​ຫາບ​ໃນ​ຄອບຄົວ​ດັ່ງ​ທີ່​ເຄີຍ​ມີ​ມາ. ບໍ່​ວ່າ​ຈະ​ເປັນ​ວຽກ​ງານ​ກະສິກຳ ​ແລະ ຫັດຖະກຳ ຜູ້ຍິງ​ຕ້ອງ​ໄດ້​ເຮັດ​ນາ, ​ເຮັດ​ໄຮ່, ລ້ຽງສັດ, ຕ່ຳຫູກ, ສາວ​ໄໝ, ​ເຂັນຝ້າຍ, ຈັກສານ ຕະຫຼອດ​ຈົນ​ນຳ​ເອົາ​ຜົນ​ຜະລິດ​ໄປ​ຂາຍ​ໃນ​ທ້ອງ​ຕະຫຼາດ. ​ໃນ​ໂຮງງານ​ອຸດ​ສາ​ຫະກຳ ວຽກ​ງານ​ສຳລັບ​ຜູ້ຍິງ​ກໍ​ທະວີຄູນ​ຂຶ້ນ​ຢ່າງ​ວ່ອງ​ໄວ. ​ແມ່ຍິງ​ບໍ່​ພຽງ​ແຕ່​ຕ້ອງ​ດິນ​ຮົນ​ຫາ​ວຽກ​ເຮັດ​ງານ​ທຳ​ເພື່ອ​ຊ່ວຍ​ຜົວ​ໃນ​ການ​ລ້ຽງ​ຊີບ ຫາກ​ຍັງ​ແບກ​ຫາບ​ພາລະ​ໃນ​ເຮືອນ ຕັກ​ນ້ຳຫາ​ຟືນ ໜຶ່ງ​ເຂົ້າ​ເປົ່າ​ໄຟ​ແຕ່ງ​ຢູ່​ຄົວກິນ, ຊັກ​ເຄື່ອງ ທຳ​ຄວາ​ມສະອາດ​ເຮືອນ​ຊານ​ກາງ​ບ້ານ ​ແລະ ປະຕິບັດ​ໜ້າ​ທີ່ດູ​ແລສຸກ​ທຸກ​ຂອງ​ສະມາຊິກ​ໃນ​ຄອບຄົວ​ທຸກ​ຄົນ​ອີກ​ດ້ວຍ.

ວຽກ​ງານ​ໜັກ​ໜາຫຼວງ​ຫຼາຍພາຍ​ມາກ ທີ່​ເຫຼືອ​ບ່າ​ກວ່າ​ແຮງ​ເກີນ​ກວ່າ​ແມ່ຍິງ​ຈະ​ຮັບຜິດຊອບ​ຜູ້​ດຽວ ກໍ​ຄື​ການ​ປົກ​ປັກ​ຮັກສາ​ຊີວິດ, ການ​ດູ​ແລ​ສຸຂະພາບ, ການ​ລ້ຽງ​ດູ, ​ເຕີບ​ໃຫຍ່ ​ແລະ ອົບຮົມ​ສັງ​ສອນ​ລູກ.

     ​ເຖີງ​ເວລ​າແລ້ວ ທີ່​ຜູ້​ຊາຍ​ທຸກ​ໆຄົນຕ້ອງ​ຄຳນຶງ ​ເຖິງ​ບັນຫາ​ທີ່​ຖືກ​ມອງ​ຂ້າມ​ນີ້​ແລ້ວ​ຫັນ​ມາ​ຮ່ວມ​​ໄມ​ຮ່ວມມືກັບ​ຜູ້​ຍີ​ງ ​ເພື່ອ​ປະຕິບັດ​ພາລະກິດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ມະນຸດ​ຊາດ ທັງ​ນີ້​ກໍ​ເພາະວ່າ​ຄຸນຄ່າ​ຂອງ​ເດັກ ບໍ່​ໄດ້​ຢູ່​ສະ​ເພາະ​ນຳ​ແຕ່​ການ​ເປັນ​ຜູ້​ສືບ​ທອດ​ເຜົ່າ​ພັນ ​ແລະ ການ​ເປັນ​ຊັບພະຍາກອນ​ມະນຸດ ອັນ​ມີຄ່າ​ໃນ​ອະນາຄົດ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ພະລັງ ​ແລະ ອົງ​ປະກອບ​ສຳຄັນ​ຂອງ​ຄອບຄົວ ​ແລະ ສັງຄົມ​ຕື່ມ​ອີກ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

 

ການ​ເຍີ້ນ​ເວລາແບບ​ຄວາຍ

ລູກສິດ​ໄວ​ລຸ້ນຄົນ​ໜື່ງມັກ​​ອ້າງ​ເລື້ອງ​ການ​ປ່ອຍ​ວາງ ​ເມື່ອ​ເວລາ​ຂີ້ຄ້ານບໍ່​ຢາກ​ເຮັດ​ຫຍັງ​ຈັກ​ອັນ ອາຈານຈຶ່ງ​ເວົ້າວ່າ:

​ໃນ​​ເວລາ​ເຂົ້າ​ພັນ​ສາ​ປີ​ໜຶ່ງ ຄູບາ​ອົງ​ໜຶ່ງ​ໄດ້​ຍ່າງ​ໄປ​ເບິ່ງ​ຈົວ​ນ້ອຍ ​ໃນ​ກຸ​ຕິ​ຫຼັງ​ໜຶ່ງ ຄູບາ​ໄດ້​ເອົາ​ເຄື່ອງ​ໄປ​ມ້ຽນ​ບ່ອນ ທີ່​ບໍ່​ຄວນ​ມ້ຽນ

ທ່ານ​ຈຶ່ງ​ຖາມ​ວ່າ“​ເປັນ​ຫຍັງ​ຈຶ່ງ​ເອົາ​ໄປ​ໄວ້​ຫັນ”

ຈົວ​ນ້ອຍໃຫ້​ເຫດຜົນ​ວ່າ“​ເພາະ​ຫຼັງຄາ​ມັນ​ຮົ່ວ”

​ເມື່ອ​ຄູບາ​ຖາມ​ວ່າ“​ເປັນ​ຫຍັງ​ຄື​ບໍ່​ແປງ​ມັນ”

ຈົວ​ນ້ອຍ​ຕອບ​ວ່າ“ຂະ​ນ້ອຍ​ກຳລັງ​ເຝຶກ​​ເລື້ອງ​ຄວາມ​ອົດທົນ​ ແລະ​ ການ​ປ່ອຍ​ວາງ”

ຄູບາ​ຈຶ່ງ​​ເວົ້າ​ວ່າ

ນີ້​ແມ່ນ​ການ​ປ່ອຍ​ວາງ​ແບບ​ຄວາຍ

ອາຈານໄດ້​ສະຫຼຸບ​ໃຫ້ຟັງ​ວ່າ:

ພະເຈົ້າ ບໍ່​ໄດ້​ສອນ​ວ່າ ອັນ​ໃດ​ກະ​ຕ້ອງ​ປ່ອຍ​ວາງ ອັນ​ໃດ​ກະ​ຕ້ອງ​ອົດທົນ ​ເຮົາ​ຕ້ອງ​ມີ​ປັນຍາ​ໄຈ​ແຍກ​​ ແລະ​ ໄຕ​ຕອງວ່າ​ ອັນ​ໃດ​ເປັນອັນ​ໃດ ສິ່ງ​ໃດ​ຄວນ​ອົດທົນ​ກໍ່​ຕ້ອງ​ອົດທົນ ​ເພາະ​ບາງ​ເລື້ອງ​ກະ​ບໍ່​ຈຳ​ເປັນ​ຕ້ອງ​ອົດທົນ ບາງ​ສິ່ງ​ບາງ​ຢາງ​ກໍ່ຄວນ​ຈະແກ້​ໄຂ ການ​ປ່ອຍ​ວາງ​ຂອງ​ເຮົາ​ກໍ່​ຄວນ​ຈະ​ໃຊ້​ປັນຍາ ​ຢູ່​ດ້ວຍ​ສະ​ເໝີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ມີ​ແຕ່​ຄິດ​ເຖິງ

ບາງ​ຄົນ.. ພໍ​ໃຈ​ທີ່​ຈະ​ມີ " ຄວາມ​ຮັກ ".. ຂໍ​ໄດ້​ພຽງ​ " ແອບ​ຮັກ "
ມີ​ຄວາມ​ສຸກ​ທີ່​ໄດ້​ເບິ່ງ​ດວງ​ຈັນ​ຢູ່​ໃນ​ນ້ຳທີ່​ສວຍ-ງາມ

ມີ​ຄວາມ​ສຸກ​ກັບ​ຄວາມ​ຄິດ​ພຽງ​ແຕ່​ວ່າ​ຄືກັບ​ເຮົາ​ຈະ​ເອື້ອມ​​ໄປ​ເຖິງ
ແຕ່​ໃນ​ຄວາມ​ເປັນ​ຈິງ.. ສິ່ງເຫລົ້ານີ້.. ເອື້ອມ​ມື​ຄວ້າ​ເທົ່າ​​ໃດ​ກໍ​ບໍ່​ມີ​ມື້​ໄດ້​ສຳ​ຜັດ.. ບໍ່​ມີ....
ບາງ​ຄົນ.. ພໍ​ໃຈ​ທີ່​ຈະ​ຢຸດ ແລະ ຈົບ​ຄວາມ​ສຳພັນ​ແບບ​ນີ້
ທັງ​ນີ້​ທັງ​ນັ້ນ​ເພື່ອ​ຄົນ​ອີກ​ຄົນ ຫລື ເພື່ອ​ຕົວ​ເອງ
ຍອມ​ທີ່​ຈະ " ເຈັບ​ປວດ "....
ຍອມ​ທີ່​ຈະ " ​ເຈັບ​ແລະ​ເສຍໃຈ ".... ພຽງຄົນ​ດຽວ

ແຕ່ " ຄວາມ​ຮັກ ".. ບໍ່​ແມ່ນວ່າ​ຈະ​ຈົບ​ລົງ.. ຫລື.. ໝົດໄປ
ເພາະ​ນີ້.... ເປັນ​ພຽງ​ການ​ເລີ່ມ​ຕົ້ນ​ຂອງ " ການ​ມີ​ຄວາມ​ຮັກ "
ເປັນ​ການ​ຮຽນ​ຮູ້​ທີ່​ຈະ​ກ້າວ​ໄປ.... ນິ້-ເປັນ " ພຽງ​ກ້າວ​ທຳ​ອິດ "
ເປັນ​ການ​ຍອມ​ຮັບ​ສະພາບ.. ບາງຢ່າງ.. ສູ່​ການ " ກ້າວ​ໄປ "
​ແຕ່ບໍ່​ແມ່ນ​ການ​ສູນ​ເສຍ.... ​ຂອງ " ຄວາມ​ຮັກ "

ຄວາມ​ຮັກ​ເປັນ​ເລື່ອງ​ຂອງ​ຄວາມ​ຮູ້ສຶກ
ຄົນ​ເຮົາ​ບໍ່​ສາມາດ​ສັ່ງ​ໃຈ​ໃຫ້​ຮູ້ສຶກ

ຢ່າງ​ນັ້ນ ຢ່າງ​ນີ້ ກັບ​ໃຜ​ໄດ້
ຫາກ​ໃຈ​ບໍ່​ຮັກ.. ກໍ.. ຄື.. ບໍ່​ຮັກ
ແລະ.. ຫາກ​ໃຈ​ຮັກ..
ກໍ​ຄົງ​ບອກ​ຄວາມ​ຮູ້ສຶກ​ວ່າ..
ບໍ່​ຮັກ.. ບໍ່​ໄດ້

ບໍ່​ມີ​ຄຳ​ວ່າ "ຖືກ" ຫລື "ຜິດ"
ໃນ​ເລື່ອງ​ຂອງ​ຄວາມ​ຮັກ
ຄວາມ​ຖືກ​ຜິດ ມັນ​ຢູ່​ທີ່..
ເຮົາ​ຊື່ສັດ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ເຮົາ​ຫລາຍ​ຫນ້ອຍ​ຊຳ​ໃດ!

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

 

ດວງຕາເວັນຖືກອ້າງສິດເປັນເຈົ້າຂອງ ໂດຍຍິງຄົນແອັ໋ດສະປາຍ    

     ໃນ​ເມື່ອ​ເວລາ​ຜ່ານ​ຜົ້ນມາ​ຫຼາຍ​ລ້ານ​ປີ​ ​ໃນ​ທີ່​ສຸດ​ດວງຕາເວັນ ກໍ່​ມີ​ເຈົ້າ​ຂອງ ​ເມື່ອ​ຜູ້ຍິງ​ຄົນ​ໜຶ່ງ

ຈາກ​ແຄ້ວ​ນກາ​ລິ​ເຊີຍ​ຂອງ ​ແອັ໋ດສະ​ປາຍ ​ໄດ້​ເວົ້າ​ວ່າ ລາວ​ໄດ້​ຈົດ​ທະບຽນດາວ​ລຶກດວງ​ນີ້ ກັບ

ພະນັກງານ​ຮັບຮອງ ຂອງ​ທ້ອງ​ຖິ່ນ​ທີ່​ລາວຢູ່​ ວ່າມັນ​ເປັນ​ຊັບ​ສິນ​ສ່ວນ​ຕົວ​ຂອງ​ລາວ ​ຈາກ​ການ​ໃຫ້​

ສຳພາດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ

ອັງ​ເຈ​ເຣດ ດູ​ຮັນ ອາຍຸ 49ປີ ​ໃຫ້​ຂໍ້​ມູນ​ກັບ​ໜັງສືພິມ​ເອຣດ ມຸນ​ໂດ​ວ່າ ລາວ​​ດຳ​ເນີນການ​

ດັ່ງກ່າວ​ໃນ​ເດືອນ​ທີ່​ຜ່ານ​ມາຫຼັງ​ຈາກ​ເຫັນ​ຂ່າວ ຂອງ​ຊາຍ​ຄົນ​ໜຶ່ງ​ໃນ​ອາ​ເມ​ລິ​ກາ ຂຶ້ນ​ທະບຽນ​

ອ້າງ​ສິດ​ເປັນ​ເຈົ້າ​ຂອງ​ດວງ​ຈັນ ​ແລະ ດາວ​ເຄາະ​ທັງ​ໝົດ​ໃນ​ລະບົບ​ສຸລິຍະ​ຈັກະ​ວານ

ລາວ​ເວົ້າ​ວ່າ ​ເຖິງ​ຈະ​ມີ​ຂໍ້​ຕົກລົງ​ສາກົນ​ວ່າ​ປະ​ເທດ​ໃດໆ​ກໍ່ຕາມ​ບໍ່​ສາມາດ​ອ້າງ​ສິດ​ເປັນ​ເຈົ້າ​ຂອງ

ດາວ​ເຄາະ​ຫຼື​ດວງ​ດາວ​ໄດ້ ​ແຕ່​ໃນ​ຂໍ້​ຕົກລົງ​ດັ່ງກ່າວ​ບໍ່​ໄດ້​ມີ​ຂໍ້​ຫ້າມ​ກ່ຽວ​ກັບ​​ບຸກຄົນໃດບຸກຄົນໜຶ່ງ.

‘’ບໍ່​ມີ​ອຸປະສັກ​ຫຍັງ ຂ້ອຍເຊື່ອ​ວ່າ​ການ​ອ້າງ​ສິດ​ຂອງ​ຂ້ອຍຖືກຕ້ອງ​ຕາມ​ກົດໝາຍ ຂ້ອຍ​ບໍ່​ໄດ້​ໂງ່

ຂ້ອຍ​ຮູ້​ກົດໝາຍ​ດີ ຂ້ອຍເຮັດ​ໃນ​ສິ່ງ​ທີທຸກ​ຄົນ​ເຮັດ​ໄດ້ ພຽງ​ແຕ່​ວ່າ​ຂ້ອຍ​ເປັນ​ຄົນ​ທຳ​ອິດ​​​ເທົ່າ​

ນັ້ນເອງ''

​ເອກະສານ​ຂອງ​ພະນັກງານ​ຈົດ​ທະບຽນ​ຮັບຮອງ ​ແລະ ປະກາດ​ວ່າ ດູ​ຮັນ ​ໄດ້​ເປັນ''​ເຈົ້າ​ຂອງ

ດວງຕາເວັນ'' ດາວ​ລຶກ​ເຊິ່ງຖື​ວ່າ​ຕັ້ງ​ຢູ່​ໃນ​ສູນ​ກາງຂອງ​ລະບົບ​ສຸລິຍະ​ຈັກກະວານ ​ຫ່າງ​ຈາກ​

ໂລກ ປະມານ 149.600.000 ກິ​ໂລ​ແມັດ​  ສົມບູນ​ແລ້ວ.

ດູ​ຮັນ ທີ່​ອາ​ໄສ​ຢູ່​ເມືອງ​ຊັນ​ວາ​ເຕີຣາ​ໂດ ມິ​ໂນ ບອກ​ວ່າ​ລາວ​ຈະ​ເກັບ​ເງິນ​ທຸກ​ຄົນ​ທີ່​ໃຊ້​ຜົນ​ປະ​

ໂຫຍ​ດ ຈາກດວງຕາເວັນ ​ແລະ ມອບ​ເງິນ​ເຄິ່ງໜຶ່ງ​ທີ່​​ເກັບ​ມາ​ໄດ້​ໃຫ້​ກັບ​ລັດຖະບານ​ແອັ໋ດສະ

ປາຍ ​ແລະ ອີກ​ຮ້ອຍ​ລະ20​ໃຫ້​ກອງ​ທຶນ​ເບ້ຍ​ບຳນານ​ຂອງ​ປະ​ເທດ.

              ນອກຈາກ​ນີ້​ລາວ​ຈະ​ມອບ​ສວນ​ແບ່ງ 10​ເປີ​ເຊັນ​ໃຫ້​ກັບ​ການ​ວິ​ໃຈ​ຕ່າງໆ ​ແລະ ອີກ​ຮ້ອຍ​

ລະ 10​ເປັນ​ກອງ​ທຶນ​ສຳລັບ​ຄວາມ​ອຶດ​ຢາກ​ຂອງ​ຄົນ​ທົ່ວ​ໂລກ ​ສ່ວນ​ລາວ​ຈະ​ເກັບ​ໄວ້​ໃຊ້​ເອງ​ພຽງ

10%​ເທົ່າ​ນັ້ນ 

AFP news

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 

ນັກຮຽນ 21 ຄົນ ຈາກໂຮງຮຽນມັດທະຍົມແຊນທິຊາຄອນແວັນແຫ່ງປະເທດສິງກະໂປ ໄດ້ມາຊ່ວຍແບ່ງປັນຄວາມຮູ້ແກ່ນັກຮຽນໂຮງ ຮຽນປະຖົມສົມບູນບ້ານຫນອງປີງເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

   ນາງ ວິໂນທາ ລາຈາ ອາຈານສອນ ທັງເປັນຫົວຫນ້ານຳທີມໃຫ້ຮູ້ວານນີ້ວ່າ: ການມາໃນຄັ້ງນີ້ ແມ່ນເພື່ອຕ້ອງການມາປັບປຸງ, ບູລະ ນະ ແລະ ປະກອບສ່ວນໃນການສ້າງນັກຮຽນ-ນັກສຶກສາບ້ານຫນອງປີງ ມີກຳນົດການເດີນທາງມາເປັນເວລາ 9 ວັນ ເລີ່ມແຕ່ວັນທີ 19 -21 ພະຈິກນີ້ ໂດຍມີກິດຈະກຳສິດສອນວິຊາພາສາອັງກິດໃຫ້ແກ່ນ້ອງໆ, ສອນການຮ້ອງເພງ, ຮຽນການພັບເຈ້ຍເປັນຮູບຕ່າງໆ, ແຕ້ມ ຮູບ ແລະ ນອກນັ້ນຍັງໄດ້ມີການແລກປ່ຽນດ້ານວັດທະນະທຳກັບນ້ອງໆເຊັ່ນ: ການນຸ່ງຖື ແລະ ການແຕ່ງອາຫານເປັນຕົ້ນ.

   ນາງ ວິໂນທາ ລາຈາ ໃຫ້ຮູ້ອີກວ່າ: ຕົນພ້ອມດ້ວຍທີມງານມີຄວາມພາກພູມໃຈຍິ່ງທີ່ໄດ້ປະກອບສ່ວນໃນການພັດທະນາການສຶກສາ ຂອງລາວ ກໍ່ຄືນັກຮຽນບ້ານຫນອງປີງ ໂດຍທຶນຮອນນຳໃຊ້ເຂົ້າໃນແຕ່ກິດຈະກຳລວມປະມານ 1 ພັນກວ່າໂດລາສະຫະລັດ ເຊິ່ງລັດຖະ ບານຂອງສິງກະໂປ ແລະ ໂຮງຮຽນເປັນຜູ້ໃຊ້ຈ່າຍ ແລະ ນອກນັ້ນ ກໍ່ມີການປະກອບສ່ວນຂອງນັກຮຽນຈຳນວນຫນຶ່ງນຳອີກ.

   ແນວໃດກໍ່ດີ ການມາໃນຄັ້ງນີ້ນັບວ່າເປັນທີມທີ 3 ທີ່ທາງໂຮງຮຽນດັ່ງກ່າວໃຫ້ການຊ່ວຍເຫລືອແກ່ໂຮງຮຽນປະຖົມສົມບູນບ້ານຫນອງ ປີງ ເຊິ່ງທີມ 1 ມາເມື່ອຕົ້ນເດືອນທີ 7 ຂອງປີນີ້ ມີນັກຮຽນປະມານ 20 ຄົນ ໄດ້ສ້າງຮ້ານອາຫານ 1 ຫລັງມູນຄ່າປະມານ 10 ລ້ານ ກວ່າກີບ ແລະທີມທີ 2 ມາເມື່ອຕົ້ນໆເດືອນພະຈິກນີ້ ໂດຍມີກິດຈະກຳທາສີຝາຫ້ອງຮຽນແຕ້ມຮູບ ແລະກິດຈະກຳຕ່າງໆທີ່ຫລາກຫລາຍ.

   ທ່ານ ນາງ ເພັດມະນີ ສຸດທະວິໄລ ຜູ້ອຳນວຍການໂຮງຮຽນດັ່ງກ່າວ ກໍ່ໃຫ້ຮູ້ຕື່ມວ່າ: ໂຄງການນີ້ໄດ້ປະໂຫຍດຫລາຍຢ່າງ ແລະ ກໍ່ ເຫັນວ່າໄດ້ຮັບຜົນດີກວ່າໂຄງການອື່ນໆ ອັນໄດ້ເຮັດໃຫ້ນັກຮຽນພາຍໃນໂຮງຮຽນໄດ້ຮັບປະສົບການອັນໃຫມ່ເຂົ້າໃນຊີວິດຂອງເຂົາ ນອກ ນັ້ນ ຍັງມີການແຈກອຸປະກອນການຮຽນການສອນໃຫ້ໂຮງຮຽນນຳອີກ.

ອັນນີ້ຢາກຍົກຕົວຢ່າງໃຫ້ເຫັນວ່າ ຢູ່ບ້ານເຮົາເລື້ອງການຊ່ວຍເຫຼືອສັງຄົມ ຍັງບໍ່ທັນແຜ່ຫຼາຍ ຄືກັບປະເທດເພື່ອນບ້ານ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2010 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

 

ເຂົ້າເວົ້າວ່າ ເປັນພາບຕັດຕໍ່ທີ່ຄືທີ່ສຸດໃນໂລກ

 

ແຕ່ມັນ ກະຍັງປະກົດມີ 3ຈຸດ ທີ່ສາມາດສັງເກດ

 

ວ່າແມ່ນຮູບຕັດຕໍ່ 

 

ໃຜຊອກເຫັນ ຊ່ວຍບອກແດ່ເດີ ເພາະວ່າ ຂ້ອຍກະ ອກບໍ່ເຫັນ ຄືກັນ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 ສອງເອື້ອຍນ້ອງແບ່ງເຄັກໃຫ້ກັນກິນ ນ້ອງຈັບກ້ອນໃຫຍ່ທັນທີ

   ເອື້ອຍ: ຄືເປັນຄົນເອົາປຽບຜູ້ອື່ນຄືແນວນີ້, ຖ້າເປັນເອື້ອຍຈະບໍ່ເຮັດ ຄືນ້ອງ.

   ນ້ອງ: ຖ້າເລືອກກ່ອນເອື້ອຍຊິເລືອກກ້ອນໃດ໋?

   ເອື້ອຍ: ກໍ່ຕ້ອງເລືອກກ້ອນນ້ອຍແນ່ນອນ.

   ນ້ອງ: ອ້າວ... ເອື້ອຍກໍ່ໄດ້ກ້ອນນ້ອຍແລ້ວເດຫັ້ນນະ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

 


ໃນຍຸກເສດຖະກິດຕະຫຼາດ ມີບົດບາດທຸກການເຄື່ອນໄຫວໃຊ້ຈ່າຍ ກໍຕ້ອງມີການໄລ່ລຽງ ການຍົກລະດັບຄວາມຮູ້ ຄວາມສາມາດ ເພື່ອໃຫ້ສົມດຸນກັບໜ້າທີ່ວຽກງານ ກໍເປັນບັນຫາໜຶ່ງ ທີ່ເສດຖະກິດເຂົ້າມາແຊກແຊງໂດຍກົງ ຫາກຄອບຄົວບໍ່ມີເງື່ອນໄຂ ບໍ່ຕັດສິນໃຈ ເພື່ອອະນາຄົດຂອງລູກຫຼານ ກໍຍາກທີ່ຈະລອດຂອບຮົ້ວມະຫາໄລ ໄດ້ຢ່າງສົມບູນ ບາງຄົນຕ້ອງຊອກ ປະລິນຍາເຖື່ອນ ເພື່ອຕຳແໜ່ງງານທີ່ມຸ່ງຫວັງແບບນີ້ ກໍມີໃນສັງຄົມບ້ານເຮົາໃນປັດຈຸບັນ..

ບົດຂຽນໃນຄໍລຳສັງຄົມວິຈານ ໃນຫົວຂໍ້ ປອມໃບປະລິນຍາຫາລ້ຽງຊີບ ຂຽນໂດຍ: ເຂີຍເມືອງງອຍ ອອກປຸບ... ກະຊວງສຶກສາທິການ ກໍໄດ້ລົງບັນຊີລາຍຊື່ບຸກຄົນ ຜູ້ທີ່ມີໃບປະກາດຈົບຊັ້ນປະລິນຍາຕີ ຊັ້ນສູງ ຂະແໜງການອື່ນໆ ທັງໝົດມີ 383 ໃບ ເຈົ້າຂອງກິດຈະການໃຫຍ່ ໃບປະກາດປອມລາຍນີ້ຊື່ ທ້າວ ຈັນທີ ອາຍຸ 34 ປີ ອາຊີບອອກແບບປ້າຍໂຄສະນາ ຢູ່ບ້ານສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຜູ້ກ່ຽວຖືກກັກຕົວວັນທີ 9 ພະຈິກ 2009 ຂໍ້ຫາເຮັດໃບປະກາດປອມ ຜູ້ຕ້ອງຫາລາຍນີ້ ປອມໄດ້ທຸກຢ່າງ ນັບທັງກາຊື່ ກາປະທັບ ຂອງອະທິການບໍດີ ມະຫາໄລດົງໂດກ.

ກະຊວງສຶກສາ ໄດ້ແຈ້ງມາໃຫ້ກະຊວງ ປ້ອງກັນຄວາມສະຫງົບ ທີ່ເພິ່ນພົບເຫັນໃນຄອມພິວເຕີ ຂອງຜູ້ຕ້ອງຫາລາຍນີ້ ມີໃບປະກາດທັງໝົດ 383 ໃບ ໃນນີ້ ຈົບປະລິນຍາຕີ 351 ໃບ ມີແພດສາດລວມຢູ່ນຳ 2 ໃບ ຊັ້ນສູງມີ 24 ໃບ ຊັ້ນກາງ 2 ໃບ ການເງິນ 2 ໃບ ນອກນີ້ ຂະແໜງອື່ນໆທີ່ກ່ຽວຂ້ອງ ເຖິງສາຂາວິຊາຊີບ.

ຜູ້ຕ້ອງຫາຖືກເຈົ້າໜ້າທີ່ ດຳເນີນການສືບສວນ-ສອບສວນ ຂະຫຍາຍຜົນ ແລະ ມີຂໍ້ສະຫຼຸບຊັດເຈນສຳນວນຄະດີ ຜູ້ຕ້ອງຫາລາຍນີ້ ຟ້ອງໄອຍະການ ສົ່ງສານຕັດສິນ ຕາມການກະທຳຜິດ ທີ່ຜູ້ກ່ຽວເຈດຕະນາສ້າງຂຶ້ນ... ແຕ່ທີ່ເປັນຫ່ວງຕໍ່ສຳນັກງານ ຂອງລັດລັດວິສາຫະກິດ ແລະ ຂະແໜງການອື່ນໆ ຕ້ອງລະວັງ ກໍຄືຜູ້ເຂົ້າສະໝັກ ອາດຈະຖືໃບປະກາດປອມ ທີ່ໄດ້ມາຈາກການຊື້ຄັ້ງນີ້ ເຂົ້າເປັນພະນັກງານ.

ດ້ວຍຄວາມຮອບຄອບ ລະມັດລະວັງສູງ ກົມຈັດຕັ້ງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ກວດພົບ ໃບປະກາດປອມ 2 ສະບັບ ທີ່ນັກຮຽນຈົບສາຂາວິຊາຊີບ ປະກອບເອກະສານ ຂໍເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ.

ໃບປະກາດປອມທີ 1: ໃບປະກາດເລກທີ 0729/ມຊ/2029 ລົງວັນທີ 30/7/2008 ປະລິນຍາຕີ ນິຕິສາດ-ລັດຖະສາດ ຜູ້ກ່ຽວຢູ່ແຂວງວຽງຈັນ.

ໃບປະກາດປອມທີ 2: ໃບປະກາດປອມເລກທີ 1765/ມຊ/2008 ລົງວັນທີ 30/7/2008 ພາສາຈີນ ລະບົບປະລິນຍາຕີ ທ້ອງຖິ່ນ ມາຈາກແຂວງຜົ້ງສາລີ.

ພະນັກງານກົມຈັດຕັ້ງ ກົມໃຫຍ່ການເມືອງ ກະຊວງ ປກສ ຜູ້ຮັບຜິດຊອບກວດສອບປະຫວັດ ຮັບພະນັກງານທ່ານໜຶ່ງ ກ່າວວ່າ: ພາຍຫຼັງທີ່ໄດ້ຮັບເອກະສານຈາກ ກະຊວງສຶກສາ ເວລາພວກເຮົາ ຮັບສະໝັກພະນັກງານ ຢູ່ບັນດາກົມກອງ ໃນກຳລັງປ້ອງກັນຄວາມສະຫງົບ ຕ້ອງໄດ້ເອົາໃບປະກາດແທ້ ຂອງຜູ້ກ່ຽວທີ່ຍື່ນສະໝັກ ສົມທຽບກັບກະຊວງສຶກສາ ໃຫ້ຂໍ້ມູນ ນອກນີ້ເຮົາຍັງກວດພິສູດອື່ນອີກ ຕາມວິຊາສະເພາະຂອງພວກເຮົາ... ການປອມແປງໃບປະກາສະນີຍະບັດ ແມ່ນຄວາມມຸ່ງຫວັງຂອງຄົນ ທີ່ບໍ່ມີເງື່ອນໄຂເຂົ້າຮຽນ ມີເງື່ອນໄຂ ແຕ່ບໍ່ຢາກເສຍເວລາ ກໍຕ້ອງໃຊ້ວິທີລວງຕາ ຢ່າງທີ່ກ່າວມາ.

ຫາກສຳນັກງານ ອົງການຂອງທ່ານ ໄດ້ຮັບບັນຊີຈາກກະຊວງສຶກສາ ທີ່ເກີດຈາກນ້ຳມືຕ້ອງຫາ ຈັນທີ ລາຍນີ້ ກໍຕ້ອງໄດ້ຮອບຄອບ ລະມັດລະວັງມີການກວດສອບ ສົມທຽບກັບເລກທີ ຕົ້ນກຳເນີດທີ່ອອກໃຫ້ຜູ້ກ່ຽວ.

ກຳຈັດປັດເຂ່ຍ ປະກົດການຫຍໍ້ທໍ້ທີ່ແອບອ້າງ ໃບປະກາດປອມ ເພື່ອແຊກຊຶມເຂົ້າສຳນັກງານ ອົງການ ແລ້ວຍັງສາມາດຄັດເລືອກ ເອົາພະນັກງານທີ່ມີຄວາມຮູ້ ຄວາມສາມາດ ສົມຄູ່ກັບໃບປະກາດ ເຂົ້າບັນຈຸສັບຊ້ອນ ໃນກົງຈັກການຈັດຕັ້ງ ອີກດ້ວຍ.

ຈາກໜັງສືພິມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 

ຄໍລຳພວກເຮົາເຄີຍຂຽນເລື່ອງ ດອກຈຳປາ ຫຼາຍບົດຜ່ານມາ ຫຼາຍປີກ່ອນ ຈື່ໄດ້ແມ່ນ ກ່ອນຖະໜົນລ້ານຊ້າງ ຈະປູຊີມັງ ແລະ ແຄມຖະໜົນ ບໍ່ທັນມີການປູກຕົ້ນດອກຈຳປາເທື່ອ...

ເວລາຂຽນນັ້ນ ຜູ້ຂຽນ (ທິດດີ) ຊອກຂໍ້ມູນຍາກຫຼາຍ ຈຳເປັນຕ້ອງຫາຕາມໜັງສື ແລະ ຂໍ້ມູນພາຍໃນ ແຕ່ກໍຊອກບໍ່ໄດ້ພໍທໍ່ໃດ ? ຫຼັງຈາກນັ້ນ ໄດ້ໄປຊອກຫາຢູ່ຕ່າງປະເທດ (ໄທ) ເລີຍລົງທຶນຊື້ປຶ້ມກ່ຽວກັບ ດອກຈຳປາ ມາສອງເຫຼັ້ມ...

ເວລາໄປເປັນວິທະຍາກອນ ໃຫ້ແກ່ຊຸດອົບຮົມຕ່າງໆ ທີ່ກ່ຽວກັບການຂຽນຂ່າວ ຂຽນບົດ ໃນສື່ສິ່ງພິມ ກໍມັກຍົກເອົາເລື່ອງກ່ຽວກັບ ດອກຈຳປາ ຂຶ້ນມາເລົ່າສູ່ນັກ ສຳມະນາກອນຟັງ ! ຫຼື ໄປເປັນອາຈານສອນຮັບເຊີນຢູ່ ມ.ຊ ກໍເຊັ່ນກັນ !...

ມື້ກ່ອນນີ້ ໄປເລາະຮ້ານຂາຍປຶ້ມ ຢູ່ຕໍ່ໜ້າຫ້ອງການໄຟຟ້ານະຄອນຫຼວງ (ສີສະເກດ) ເລີຍໄປເຫັນປຶ້ມທີ່ຂຽນກ່ຽວກັບ ດອກຈຳປາ ທີ່ຊື່ວ່າ: ຈຳປາ ໃນດວງໃຈລາວ ຂຽນໂດຍ: ດຣ. ອຸທະກີ ຈຸລາມະນີ ຄຳຜຸຍ ເຊິ່ງທ່ານເປັນລູກສາວກົກ ຂອງທ່ານ ອຸຕະມະ ຈຸລາມະນີ ເຈົ້າຂອງສຽງເພງ ຈຳປາເມືອງລາວ ເຫັນແລ້ວ ຕັດສິນໃຈຊື້ທັນທີ ທັງໆທີ່ມື້ນັ້ນ ຄິດວ່າຈະໄປກິນເຟີແຊບ !.

ບໍ່ທັນອ່ານເນື້ອໃນ ແຕ່ກໍດີໃຈ ເພາະວ່າເຫັນປຶ້ມຂຽນໂດຍຄົນລາວ ແລະ ເປັນພາສາລາວ ເຊິ່ງເພິ່ນກ່າວໄວ້ວ່າ ເພື່ອຮ່ວມສະຫຼອງ ນະຄອນຫຼວງວຽງຈັນ ຄົບຮອບ 450 ປີ.

ອ່ານເນື້ອໃນຂອງປຶ້ມ ກໍມີດີຫຼາຍຢ່າງ ເຊິ່ງບາງອັນ ຫຼາຍຄົນອາດບໍ່ທັນມີນັ້ນຄື: ເນື້ອເພງຈຳປາເມືອງລາວ ເປັນພາສາຝຣັ່ງ ເຊິ່ງເມື່ອກ່ອນ ມີເນື້ອເພງຈຳປາເມືອງລາວ ເປັນພາສາຫວຽດນາມ.

ດອກຈຳປາ ເປັນດອກໄມ້ປະຈຳຊາດລາວ ແລະ ປະເທດນິກາຣາກວາ ສ່ວນເຂົ້າມາປູກຢູ່ລາວ ບໍ່ຮູ້ລະອຽດ ແຕ່ມີຫຼັກຖານຢັ້ງຢືນວ່າ ຢ່າງໜ້ອຍ ກໍນັບແຕ່ສະໄໝເຈົ້າໄຊເຊດຖາທິລາດ.

ສຳຄັນກ່ວາເພິ່ນແມ່ນ ຢູ່ນະຄອນຫຼວງວຽງຈັນ ມີສວນຈຳປາມົງຄຸນ (ຢູ່ດົງປ່າແຫຼບ ແລະ ບ້ານນາແຄ ຫຼັກ 15 ໃກ້ສະໜາມກີລາແຫ່ງຊາດ).

ລາຍລະອຽດ ຢາກໃຫ້ທ່ານຊອກອ່ານເອງນໍ ?.

ເວົ້າເລື່ອງປຶ້ມນີ້ ມື້ກ່ອນມີໝູ່ຄູ່ສະເໜີວ່າ: ຄວນຫັນກະຕ່າຂອງຂວັນ ຈາກເຄື່ອງດື່ມມືນເມົາ ມາສູ່ກະຕ່າຂອງຂວັນ ປຶ້ມອ່ານ ໂດຍສະເພາະ ກະຕ່າຈະມອບໃຫ້ຜູ້ບັງຄັບບັນຊາ ! ເພາະຈະຊ່ວຍຫຼາຍຢ່າງເຊັ່ນ: ປຶ້ມກ່ຽວກັບການປົກຄອງ ການບໍລິຫານ ການນຳໃຊ້ ແລະ ກໍ່ສ້າງບຸກຄະລາກອນ.

ແຕ່ແມ່ນໃຜ ? ຈະເປັນຜູ້ຄິດອອກ ! ແລ້ວນຳໄປມອບກ່ອນເພິ່ນ ເພາະກະຕ່າອັນນັ້ນ ມັນເປັນມີດສອງຄົມ... ມັນລະອຽດອ່ອນ ! ຖ້າບໍ່ລະມັດລະວັງ ຢ້ານວ່າຈະເປັນແນວອື່ນນໍ ?.

... ການອ່ານປຶ້ມ ເປັນການຮຽນດ້ວຍຕົນເອງ ທີ່ດີເລີດກ່ວາເພິ່ນໝົດ...

ຈາກໜັງສືພິມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ເຂົາເວົ້າ​ວ່າ......


ຊ່ວງ​ເວລາ​ທີ່​ມີ​ຄວາມ​ສຸກ​ທີ່ສຸດ​ຂອງ​ຄົນ​ເຮົາ​ຄື....


ການ​ຕົກ​ຫລຸມ​ຮັກ​ໃຜ​ຈັກ​ຄົນ


ການ​ໄດ້​ຈູບ​ຄັ້ງທຳອິດ

 

ການ​ໄດ້​ຫົວ​ຈົນໜ້າ​ທ້ອງແຂງ


ການ​ໄດ້​ນັ່ງ​ອ່ານ​ຈົດຫມາຍ​ເກົ່າ​ໃນ​ຍາມຫວ່າງ


ການ​ໄດ້​ໃຊ້​ເວລາ​ຫວ່າງ​ໃນ​ບ່ອນທີ່ ແສນ​ງົດ​ງາມ


ການ​ໄດ້​ຟັງ​ເພງ​ທີ່​ມັກ​ທາງ​ວິທະຍຸ


ການ​ໄດ້​ນອນ​ຟັງ​ສຽງ​ຝະ​ຕົກ

 

ເມື່ອ​ເວລາ​ທີ່​ເຮົາ​ອາບ​ນ້ຳ​​ແລ້ວ​ໃໝ່​ ໆ ແລ້ວເຈີ​ກັບຜ້າ​ເຊັດ​ຕົວ​ອຸ່ນ


ການ​ໄດ້​ສອບ​ເສັງ​ແລ້ວ


ການ​ໄດ້ຮັບ​ໂທລະ​ສັບ​ຈາກ​ໃຜ​ ​ຄົົນໜຶ່ງທີ່​ບໍ່​ໄດ້​ພົບ​ກັນ​ເປັນ​ເວລາ​ດົນ​ແລ້ວ


ການ​ພົບເງີນ​ທີ່​ເຮົາ​​ເຊື່ອງ​ໄວ້​ຕັ້ງ​ແຕ່ດົນມາ​ແລ້ວ


ການ​ໄດ້​ຍິ້ມ​ກັບ​ໃຜ​ຈັກຄົນໜຶ່ງ


ການ​ໄດ້​ລົມ​ໂຊທລະສັບ​ເປັນ​ຊົ່ວ​ໂມງ​ກັບ​ຄົນ​ຮັກ


ການ​ຍິ້ມ​ໂດຍ​ບໍ່​ຕ້ອງ​ມີ​ເຫດ​ຜົນ


ການ​ຖືກ​ຍ້ອງ​ໂດຍ​ບໍ່​ໄດ້​ຕັ້ງ​ໂຕ


ການ​ຕື່ນ​ຂຶ້ນ​ມາ​ແລ້ວ​ຄິດ​ວ່າ​ມັນ​ໜ້າ​ຈະ​ນອນ​ຕໍ່​ໄດ້​ອີກ ຈັກຊົ່ວ​ໂມງ​ ​ເນາະ!


ການ​ໄດ້​ຟັງ​ເພງ​ທີ່​ເຮັດໃຫ້​ເຮົາຄິດຮອດຄົນ​ພິເສດ​ຂອງ​​ເຮົາ

 

ການ​ໄດ້​ເປັນ​ສ່ວນຫນຶ່ງ​ຂອງ​ທີມ


ການ​ມີ​ເພື່ອນ​ໃໝ່


ການ​ຮູ້ສຶກ​ຄື​ແມງກະ​ເບື້ອ​ບິນ​ວົນຢູ່ໃນ​ທ້ອງ​ຟ້າ​  ​ເວລາ​ພົບ​ໜ້າ​​ເຂົາຄົນນັ້ນ

 ​   
ການ​ຜ່ານ​ຊ່ວງ​ເວລາ​ຫນຶ່ງ​ໄປ​ໄດ້​ພ້ອມ​ກັບ​ເພື່ອນ​ທີ່​ດີ​ທີ່ສຸດ​ຂອງ​ເຈົ້າ

 

ການ​ໄດ້​ເຫັນ​ຄົົນທີ່​ເຈົ້າ​ມັກ​ມີ​ຄວາມ​ສຸກ


ການ​ໄດ້​ໃສ່​ເສື້ອ​ຂອງ​ຄົົນທີ່​ເຮົາ​ມັກ​ທັງ​ ໆ ທີ່​ກິ່ນ​ຫອມ​ຂອງ​​ເຂົາ​ຍັງ​ມີອາຍ​ອຸ່ນ​ຢູ່


ການ​ໄດ້​ເຈີ​ເພື່ອນ​ເກົ່າ​ອີກ​ຄັ້ງແລ້ວ​ຮູ້ສຶກ​ຄື​ກັບ​ວ່າບໍ່​ມີ​ຫຍັງປ່ຽນ​ແປງ​ເລຍ!


ການ​ໄດ້​​ເບິ່ງທ້ອງ​ຟ້າ​ຍາມ​ຕາ​ເວັ້ນ​ໃກ້​ຈະ​ຕົກ​ດິນ


ການ​ໄດ້ຍິນ​ໃຜ​ຈັກຄົນ​ບອກ​ຮັກ​​ເຈົ້າ


ທີ່ສຸດຂອງ​ທີ່​ສຸດ​ຄື​ ຮູ້​ວ່າ​​ເຮົາໄດ້​ເປັນ​ທີ່​ຮັກ​ຂອງ​ຄົນທີ່​ເຮົາຮັກ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 

ລອງ​ເບິ່ງ​ປະຕິ​ທິນ​ເດືອນ​​ໃນປະຈຸບັນ ​ເດືອນຕຸ​ລາ2010 ຂອງ​ປີ​ນີ້ ແລ້ວ​ນັບ​ມື້​ວັນສຸກ ມື້​ວັນເສົາ ມື້​ວັນອາທິດ​ເບິ່ງ


ຈະ​ເຫັນ​ວ່າ ມີ​ມື້​ ວັນສຸກ ວັນ​ເສົາ ວັນອາທິດ​ຮອດວັນລະ 5 ມື້


(ປົກກະຕິ​ຈະ​ພົບ​ແຕ່ມີ​ມື້ ວັນ​ສຸກ ວັນເສົາ ວັນອາທິດ​ທີ່ຕິດ​ຕໍ່​ກັນ​ ພຽງ​ແຕ່ 4 ມື້​ ໃນ1ເດືອນ)


ເບິ່ງ​ຕາມ​ຮວງ​ຈຸ້ຍ​ຂອງ​ຄົນ​ຈີນ​ຮຽກ​ເດືອນ​ທີ່​ມີ​ປາກົດ​ການ​ມື້ ວັນ​ສຸກ ວັນເສົາ ວັນອາທິດ​ເຖິງ​ວັນລະ 5 ມື້​ຄົບ​ໃນ 1 ເດືອນ​ນີ້​ວ່າ


ກະ​ເປົ໋າ​ເງີນ ໂດຍ​ເຊືອ​ວ່າ​ຖ້າ​ເຮົາ​ບອກ​ກັນ​ຕໍ່ໄປ ເງີນ​ທອງ​ກໍ​ຈະ​ໄຫລ​ມາ​ເທ​ມາ​ຫາ​​ເຮົາ


ສຳລັບ​ໂອ​ກາດ​ທີ່​ຈະ​ເກີດ​ເຫດການ​ທີ່​ຈະ​ມີ​ມື້ ວັນ​ສຸກ ວັນເສົາ ວັນອາທິດ ຢ່າງ​ລະ 5 ມື້​ພາຍ​ໃນ 1 ​ເດື​ອນນັ້ນ ຈະ​ເກີດ​ຂຶ້ນ


ທຸກ​  823 ປີ ດັ່ງ​ນັ້ນ​ປີ ຄ​.ສ 2833 ເຖິງ​ຈະ​ມີ​ມື້​ ວັນສຸກ ວັນ​ເສົາ ວັນ​ອາທິດ ຢ່າງ​ລະ 5 ມື້​ພາຍ​ໃນ 1 ເດືອນ​ແບບ​ນີ້​ອີກ


ຕ້ອງ​ເກີດ​ໃໝ່​ອີກ​ຫລາຍ​ຊາດ​ຈຶ່ງ​ຈະ​ພົບອີກ​​ເທື່ອ​ໜຶ່ງ

 


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

ລົ້ມ​ທັງ​ຢືນ.. ດີກວ່າ​ລົ້ມ​ບໍ່​ເປັນ

ຢ່າ​ຄິດວ່າ​ສູນ​ເສຍ
ແລ້ວ​ຊີວິດ​ຈະ​ຕ້ອງ​ເປັນ​ສູນ
ເຮົາ​ນັບ​ໜຶ່ງ​ໃໝ່​ໄດ້​ຕະຫຼອດ​ຫາກ​ເຮົາ​ຄິດ​ຈະ​ນັບ​ອີກ

ຖ້າ​ສິ່ງ​ທີ່​ເຮົາ​ຄາດ​ຫວັງ... ບໍ່​ເປັນ​ດັ່ງ​ຫວັງ
ຖ້າ​ສິ່ງ​ທີ່​ເຮົາ​ພະຍາຍາມ​ທຸ້ມເທ​ເຮັດ​ສຸດ​ແຮງ​ກາຍ​ແຮງ​ໃຈ
ບໍ່​ປະ​ສົບ​ຜົນ​ສຳ​ເລັດ
ຖ້າ​ສິ່ງ​ທີ່​ບໍ່​ເຄີຍ​ຄາດ​ຄິດ​ມາ​ກ່ອນ​ວ່າ​ຈະ​ເກີດ​ຂຶ້ນ
ມັນ​ກໍເກິດ​ຂຶ້ນ​ແລະ​ໄດ້​ສ້າງ​ຄວາມເຈັບ​ຊ້ຳ
ຈົນ​ເຮັດໃຫ້​ເຮົາ​ຕ້ອງ​ຈົມ​ຢູ່​ກັບ ຄວາມ​ທຸກ
ເຮົາ​ກຳ​ລັງ​ກ້າວ​ສູ່ "ຊີວິດ​ທີ່​ເປັນ​ຈິງ"

ແລ້ວ​ລະ ເພາະ​ຄວາມ​ເປັນ​ຈິງ​ຂອງ​ຊີວິດ ຈະ​ສອນ​ໃຫ້​ເຮົາ​ຮູ້​ຈັກ​ຍອມ​ຮັບ​ຄວາມ​ພ່າຍແພ້​ສອນ​ໃຫ້​ເຮົາ​ຮູ້​ຈັກ​ຍອມຮັບ ແລະ ສູນ​ເສຍ​ນ້ຳຕາ ເພື່ອ​ທີ່​ຈະ​ໄດ້​ຮອຍ​ຍິ້ມ​ຄືນ ກັບ​ມາ​ເປັນ​ລາງ​ວັນ​ຕອບ​ແທນ ແຕ່​ມັນ​ກໍ​ບໍ່​ເຄີຍ​ເຮັດໃຫ້​ໃຜ​ໝົດ​ສິ້ນ​ຄວາມ​ຫວັງ ໝົດ​ສິ້ນ​ພະລັງ​ແລະ​ກຳ​ລັງ​ໃຈ​ໄປ​ກັບ​ຄວາມ​ພ່າຍແພ້ ພຽງ​ແຕ່​ຄວາມ​ເປັນ​ຈິງ​ສອນ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ຮູ້​ວ່າ
...........
ຢ່າ​ພຽນ​ສ້າງ​ຄວາມ​ຫວັງ
ແຕ່​ໃຫ້​ເຊື່ອ​ມັ່ນ​ໃຄ​ວາມ​ຫວັງ............
ເພາະ​ຄວາມ​ເຊື່ອ​ມັ່ນ​ຈະ​ນຳ​ພາ​ເຮົາ​ໄປ​ພົບ​ກັບ
"
ຫົນ​ທາງ​ສູ່​ຄວາມ​ສຳ​ເລັດ"
ເຖິງວ່າ​ຈະ​ຕ້ອງ​ຝ່າ​ແຂ້ວ​ຫຍັງ​ອີກ​ຫລວງ-ຫລາຍ​ກວ່າ​ຈະ​ເຖິງ​ມື້​ນັ້ນ
ເຖິງວ່າ​ຈະ​ຕ້ອງ​ລົ້ມ​ລົງ​ອີກ​ ​ຈັກ​ເທື່ອ
ເຖິງວ່າ​ຈະ​ຕ້ອງ​ຜິດ​ຫວັງ​ຢ່າງ​ແຮງ​ອີກ​ສັກ​ຈັກ​ຫົນ​ກໍ​ຕາມ

ປ່ອຍ​ໃຫ້​ຊີວິດ​ຜິດ​ພາດ​ບາງຄັ້ງ ປ່ອຍ​ໃຫ້​ຄວາມ​ຄາດ​ຫວັງ​ໄດ້​ພົບ​ກັບ​ຄວາມ​ຜິດ​ຫວັງ ປ່ອຍ​ໃຫ້​ຄວາມ​ຝັນ​ກາຍ​ເປັນ​ຝັນ​ຄ້າງຢູ່​ກາງ​ອາ​ກາດ ປ່ອຍ​ໃຫ້​ມັນເປັນໄປຫຍັງ​ຈະ​ເກີດ​ກໍ​ໃຫ້​ມັນ​ເກີດ ເຖິງວ່າ​ເກີດ​ຂຶ້ນ​ແລ້ວ​ຈະ​ຮ້າຍແຮງ​ກັບ​ຊີວິດ​ກໍ​ຕາມ​ທີ ເພາະ​ທຸກ​ ໆ ຢ່າງ​ທີ່ເກິດຂື້ນ ຈະ​ຊ່ວຍ​ສອນ​ແລະ​ຊ່ວຍ​ເປັນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ຊີວິດ ທີ່​ຫາ​ທີ່​ໃດ​ບໍ່​ໄດ້​ອີກ​ແລ້ວ​ເທິງ​ໂລກ​ໃບ​ນີ້
ເຈົ້າຄວນຈະກ່າວກັບຕົວເອງວ່າ...
ບໍ່​ມີ​ຫຍັງ​ທີ່​ຢູ່​ກັບ​ເຮົາ​ຕະຫລອດ​ຊີວິດ
ທຸກ​ຢ່າງ​ມັນ​ກໍ​ລໍ​ເວລາ​ຈາກ​ເຮົາ​ໄປ​ທັງ​ນັ້ນ
ເຊື່ອ​ວ່າ​ຖ້າ​ຊີວິດ​ຄົນ​ເຮົາ​ບໍ່​ຢຶດ​ຕິດ ບໍ່​ຕ້ອງ​ແຂວນ​ຊີວິດ​ໄວ້​ກັບ​ຄວາມ​ຄາດ​ຫວັງ ເວລາ​ທີ່​ເຮົາ​ສູນ​ເສຍ ຫລື​ເວລາ​ທີ່​ເຮົາ​ຕ້ອງ​ພົບກັບ​ຄວາມ​ລົ້ມ-ເຫລວ ເຮົາ​ຄົງ​ມີ​ພູ​ມຕ້ານ​ທານ​ຫລາຍ​ພໍ​ທີ່​ຈະ​ເອົາ​ໄວ້​ຕໍ່ສູ້​ກັບ​ຄວາມ​ທໍ້​ແທ້ ສິນຫວັງຢ່າ​ຄິດວ່າ​ສູນ​ເສຍ​ແລ້ວ​ຊີວິດ​ຈະ​ຕ້ອງ​ເປັນ​ສູນ ເພາະ​ວ່າ​ເຮົາ​ນັບ​ໜຶ່ງ​ໃໝ່​ໄດ້​ສະເໝີ​ຫາກ​ເຮົາ​ຄິດ​ທີ່​ຈະ​ນັບ​ມັນອີກຄັ້ງ ບໍ່​ມີ​ຫຍັງ​ເທິງ​ໂລກ​ທີ່​ໜ້າ​ຢ້ານ ແລະ​ບໍ່​ຈຳ​ເປັນ​ຕ້ອງ​ຢ້ານ​ກັບ​ຄວາມ​ເປັນ​ຈິງຂອງ​ຊີວິດ
"
ມີ​ພົບ​ກໍ​ຕ້ອງ​ມີ​ຈາກ ມີ​ໄດ້​ກໍ​ຕ້ອງ​ມີ​ເສຍ
ແລະ​ມີ​ສຸກ​ກໍ​ຕ້ອງ​ມີ​ທຸກ​ເປັນ​ສັດຈະທຳ"
ເມື່ອ​ໃດທີ່​ເຮົາ​ໄດ້​ຮູ້​ຈັກ​ສຳ​ຜັດ ແລະ​ໄດ້​ຮຽນ​ຮູ້​ກັບ​ຊີວິດ​ທັງ​ສອງ​ດ້ານ ເມື່ອ​ນັ້ນ​ເຮົາ​ຈະ​ບໍ່​ຮູ້ສຶກ​ເສຍ​ດາຍ​ຫາກ​ເຮົາ​ໄດ້​ມີ​ໂອ​ກາດ​ລົ້ມ​ທັງ​ຍືນ ແຕ່​ເຮົາ​ຈະ​ເສຍ​ໃຈ​ໄປ​ຕະຫລອດ​ຊີວິດ​ຫາກ​ເຮົາ​ບໍ່​ສາມາດ​ກ້າວ​ຂ້າມ​ຄວາມ​ລົ້ມ-ເຫລວ​ທີ່​ຜ່ານ​ເຂົ້າ​ມາໄດ້

ມີ​ຄົນ​ເຄີຍ​ບອກ​ເອົາ​ໄວ້​ວ່າ...

ການຕັ້ງ​ຄວາມ​ຫວັງ
ຄື​ການ​ສ່ຽງ​ກັບ​ຄວາມ​ເຈັບ​ປວດ
ການ​ພະຍາຍາມ ຄື​ການ​ສ່ຽງ​ກັບ​ຄວາມ​ລົ້ມ-ເຫລວ

ແຕ່​ເຖິງຢ່າງໃດກໍ​ຕ້ອງ​ສ່ຽງ

ເພາະ​ໃນ​ສິ່ງ​ທີ່​ອັນຕະລາຍ​ທີ່ສຸດ​ໃນ​ຊີວິດ​ກໍ​ຄື

ການ​ບໍ່​ສ່ຽງຫຍັງ​ເລີຍ

ລົ້ມ​ລົງ​ອີກ​ຈັກ​ເທື່ອ ຜິດ​ຫວັງ​ມາ​ສັກ​ຈັກ​ຄັ້ງລຸກ​ຂຶ້ນ​ຍືນ​ໃຫ້​ໄດ້ ແລ້ວ​ຈັກ​ມື້​ເຮົາ​ຈະ​ພົບ​ຄວາມ​ສຸກ ເພາະ​ຄວາມ​ສຸກ​ບໍ່​ໄດ້​ໜີ​ຈາກ​ເຮົາ​ໄປ​​ໄດ້​ຕະຫຼອດ ມັນ​ຢູ່​ໃກ້​ເຮົາ​ພຽງ​​ແຕ່​ເຮົາເອື້ອມ​ມື​ແທ້ໆ ​ເຂົາ​ຫາ​ມັນ ຖ້າ​ຫາກ​ເຮົາ​ບໍ່​ໄດ້​ໄປ​ຕັດ​ສິນ​ວ່າ ໂລກ​ມັນ​ຄວນ​ເປັນ​ຢ່າງ​ທີ່​ເຮົາ​ຢາກ​ໃຫ້ເປັນ ແລະ​ບໍ່​ໄດ້​ຕັ້ງ​ກົດ​ເກນ​ໃຫ້​ກັບ​ຕົວ​ເອງ​ຫລາຍ​ຈົນ​ເກີນ​ໄປ ເວລາ​ຄິດ​ຫລື​ເຮັດອັນ​ໃດ​ຈັກຢ່າງ​ແລ້ວ​ມີ​ຂໍ້​ບັງຄັບ ມີ​ກອບ ແລະ​ສ້າງ​ມະໂນພາບ​ຄວາມ​ສຳ​ເລັດ​ໄວ້​ລ່ວງ​ໜ້າ ເມື່ອ​ສິ່ງ​ຕ່າງໆ ບໍ່​ເປັນ​ໄປ​ຕາມ​ກົດ​ຂອງ​ເຮົາ ເຮົາ​ກໍ​ທຸກ ເຮົາ​ກໍ​ເສຍ​ໃຈ ແລະ​ເຮົາ​ກໍ​ໃຈ​ເສຍ​ເອົາ​​ແບບ​ງ່າຍ 

ມີ​ຄົນ​ເຄີຍ​ບອກ​ໄວ້​ວ່າ

ສິ່ງ​ທີ່ເກິດຂື້ນ​ກັບ​ເຈົ້າ

ບໍ່ແມ່ນ​ສິ່ງ​ທີ່​ຈະ​ກຳນົດ​ຄວາມ​ສຸກ​ຂອງ​ເຈົ້າ

ແຕ່​ມັນ​ເປັນ​ຄວາມ​ຄິດ​ຂອງ​ເຈົ້າ​ເອງ​ຕ່າງ​ຫາກ

ຄວາມ​ຄິດ​ທີ່​ມີ​ຕໍ່​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ເຈົ້າ​ນັ້ນ​ເອງ

ຈະ​ສຸກ​ຫລື​ຈະ​ທຸກ​ກໍ​ຂຶ້ນ​ຢູ່​ທີ່​ເຮົາ​ທັງ​ນັ້ນ​ເປັນ​ຄົນ​ກຳນົດ ຖ້າລົ້ມ​ທັງ​ຢືນມັນ​ກະ​ບໍ່​ເສຍ​ຫາຍ​ຫຍັງ ແຕ່​ລົ້ມ​ບໍ່​ເປັນ​ເລີຍ​ນີ້​ຕິ,,,,,,,,,,,,?

ລອງ​ຄິດ​ເບິ່ງ​ຫລິ້ນ​ ໆ ​ແດ່​ວ່າ ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຊີວິດ​ຕໍ່ໄປ............ ຫຼັງ​ຈາກ​ນີ້

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ມີຄົນເຮັດໄດ້ໜຶ່ງ ຂ້ອຍຕ້ອງເຮັດໄດ້ສິບ

ສົ່ງເທື່ອດຽວໝົດ

ສິບລໍ້ປອມໂຕມາ

 

ມື້ນີ້ບໍ່ມີແຮງໃຫ້ແຊງໄປກ່ອນ

ຖະໜົນຄືການສຶກສາ ໃບສັ່ງປັບໃໝຄື ປະລິນຍາ

ການຖີບລົດເຮັດໃຫ້ປະສິດທິພາບການດືມເຫຼົ້າໜ້ອຍລົງ

ຂໍອະໄພມືໃໝ່ຮຽນສົ່ງ

ສູ້ງານ ສູ້ຊີວິດ ແຕ່ບໍ່ຄິດ ສູ້ເມຍ

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2010 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ເຮືອນທີ່ ແຄບທີ່ສຸດໃນໂລກນີ້

ຍາວພຽງ6 ແມັດ ແລະ ມີລວງກ້ວາງ1 ແມັດ

ເຮືອນຫຼັງນີ້ຖືກສ້າງຂຶ້ນໂດຍ ສິນລະປິ ຄົນ ອົດສະຕາຣີ Erwin Wurm

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຂົາເວົ້າວ່າ

ຜູ້ຍິງ​ຕຸ້ຍມັກ​ຈະ​ນິ​ໄສ​ດີ
         
ຜູ້ຍິງ​ໜ້າ​ຕາ​ດີ​ມັກ​ຈະ​ມີ​ແຟນ​ເປັນ​ທອມ
         
ຜູ້ຍິງ​ໜ້າ​ຮັກ​ແຟນ​ມັກ​ຈະ​ບໍ່​​ຫລໍ່
         
ຜູ້ຍິງ​ທີ່​ແຟນ​​ຫລໍ່​ຈຳ​ເປັນ​ຕ້ອງ​ລວຍ 
         
ຜູ້ຍິງ​ຢາກ​ລວຍ​ຕ້ອງ​ມີ​ແຟນ​ຣຸ້ນ​ພໍ່
         
ຜູ້ຍິງ​ຊ່າງ​​ເວົ້າມີ​ແຟນ​ຫລວງ-ຫລາຍ
         
ຜູ້ຍິງ​ຂີ້​ອາຍ​ມັກ​ເຊັກສ໌​ຈັດ
         
ຜູ້ຍິງ​ອວບ​ອັດ​ມັກ​ເຮັດ​ສັນລະຍະ​ກຳ

ເຂົາ​ເ​ວົ້າ​ກັນ​ວ່າ....  

         
ຜູ້​ຊາຍ​ນິ​ໄສ​ດີ​ມັກ​ຈະ​ຂີ້​ເຫລ່
         
ຜູ້​ຊາຍ​ທີ່​​ຫລໍ່​ມັກ​ບໍ່​ສຸ​ພາບ 
         
ຜູ້​ຊາຍ​ທີ່​ທັງ​​ຫລໍ່ ແລະ​ສຸ​ພາບ ມັກ​ເປັນ​ເກ
         
ຜູ້​ຊາຍ​ທີ່​​ຫລໍ່ ສຸ​ພາບ ແລະ​ບໍ່-ແມ່ນ​​ເກ ມັກ​ແຕ່ງ​ງານ​ແລ້ວ
         
ຜູ້​ຊາຍ​ທີ່​ບໍ່​ຄ່ອຍ​ຫລໍ່ ແລະ​ນິ​ໄສ​ດີ ມັກ​ບໍ່​ມີ​ເງິ​ນ
         
ຜູ້​ຊາຍ​ທີ່​ຫລໍ່ ນິ​ໄສ​ດີ ແລະ​ມີ​ເງິນ ມັກ​ຈະ​ຄິດວ່າ​ເຮົາ​ເຫັນ​ແກ່​​ເງີ​ນ​ຂອງ​ພວກເຂົາ 
          
ຜູ້​ຊາຍ​ທີ່​​ຫລໍ່ ແຕ່​ບໍ່​ມີ​ເງິນ ມັກ​ຈະ​ເຫັນ​ແກ່​​ເງິນ​ຂອງ​ເຮົາ
         
ຜູ້​ຊາຍ​ທີ່ຫລໍ່​ແລະ​ເປັນ​ຊາຍ​ແທ້ ແຕ່​ນິ​ໄສ​ບໍ່​ດີ ມັກ​ຈະ​ຄິດວ່າ​ເຮົາ​ບໍ່​ງາມ​ພໍ
         
ຜູ້​ຊາຍ​ທີ່​ເຫັນ​ວ່າ​ເຮົາ​ງາມ ແລະ​ເໝາະ​ກັບ​ພວກເຂົາ ມັກ​ເປັນ​ຄົນ​ຂາດ​ຄວາມຫມັ້ນ​ໃຈ
         
ຜູ້​ຊາຍ​ທີ່​ຫລໍ່ ສຸ​ພາບ ມີ​ຖານະ ແລະ​ເປັນ​ຊາຍ​ແທ້ ມັກ​ຈະ​ຂີ້​ອາຍ ແລະ​ຢ້ານ​ການ​ເລີ່ມ​ຕົ້ນ
         
ຜູ້​ຊາຍ​ທີ່​ຢ້ານ​ການ​ເລີ່ມ​ຕົ້ນ ມັກ​ເປັນ​ຜູ້​ຊາຍ​ທີ່​ຜູ້ຍິງ​ບໍ່​ສົນ​ໃຈ

​ເຂົາ​ວ່າກັນ​ວ່າ....  

         
ຜູ້ຍິງ​ເກັ່ງ​ມັກ​ມັກ​ບົງ​ການ
         
ຜູ້ຍິງ​ເກັ່ງ​ທີ່​ບໍ່​ມັກ​ບົງ​ການ ມັກ​ທຳທ່າ​​ເຮັດສະເພາະ​ຊ່ວງ​ທຳ​ອິດ

         ຜູ້ຍິງ​ງາມ​ມັກ​ຈະ​ໂງ່ ແຕ່​ຜູ້ຍິງ​ໂງ່​ ໆ ມັກ​ຈະ​ລວຍ
         
ຜູ້ຍິງ​ທີ່​ບໍ່​ໂງ່ ແລະ​ລວຍ ມັກ​ບໍ່​ຍອມ​ແຕ່ງ​ງານ
         
ຜູ້ຍິງ​ທີ່​ບໍ່​ໂງ່ ລວຍ ແລະ​ບໍ່​ຍອມ​ແຕ່ງ​ງານມັກ​ ມັກ​ຄົນ​ມີ​ຄອບຄົວ​ແລ້ວ

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2010 | ມີ 6 ຄຳເຫັນ ແລະ 0 trackback(s)



 

ຄວາມສຳເລັດ​ສູງ​ສຸດ​ຂອງ​ຄົນ ໆ​ໜຶ່ງ...


ເມື່ອ​ແຮກ​ເກີດ ຄວາມ ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຫາຍ​ໃຈ​ໄດ້​ດ້ວຍ​ຕົວ​ເອງ


ເມື່ອ​ອາ​ຍຸ​ໄດ້ 1 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຈື່​ຄົນ​ໃນ​​ຄອບຄົວໄດ້​ທຸກ​ຄົນ
ເມື່ອ​ອາ​ຍຸ​ໄດ້ 2 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຍ່າງ​ໄດ້


ເມື່ອ​ອາ​ຍຸ​ໄດ້ 4 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ບໍ່​ຍ່ຽວ​ໃສ່ບ່ອນ​ນອນ


ເມື່ອ​ອາ​ຍຸ​ໄດ້ 15 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ມີ​ໝູ່ຄູ່ຢ່າງ​ຫລວງ-ຫລາຍ


ເມື່ອ​ອາ​ຍຸ​ໄດ້ 20 ປີ ຄວາມສຳ​ເລັດ​ສູງ​ສຸດ​ຄື ເລື່ອງ​ເທິງ​ຕຽງ


ເມື່ອ​ອາ​ຍຸ​ໄດ້ 30 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ມີ​ຄວາມຫມັ້ນຄົງ​ໃນ​ຊີວິດ


ເມື່ອ​ອາ​ຍຸ​ໄດ້ 50 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ເລື່ອງ​ເທິງ​ຕຽງ


ເມື່ອ​ອາ​ຍຸ​ໄດ້ 60 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ມີ​ໝູ່ເພື່ອນ​ ຢ່າງຫລວງຫລາຍ


ເມື່ອ​ອາ​ຍຸ​ໄດ້ 65 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ບໍ່​ຍ່ຽວ​ໃສ່​ບ່ອນ​ນອນ


ເມື່ອ​ອາ​ຍຸ​ໄດ້ 70 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຍ່າງ​ໄດ້


ເມື່ອ​ອາ​ຍຸ​ໄດ້ 75 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຈື່​ຄົນ​ໃນ​ຄອບຄົວ​ໄດ້​ທຸກ​ຄົນ


ເມື່ອ​ອາ​ຍຸ​​ໄດ້ 80 ປີ ຄວາມ​ສຳ​ເລັດ​ສູງ​ສຸດ​ຄື ສາມາດ​ຫາຍ​ໃຈ​ໄດ້​ດ້ວຍ​ຕົວ​ເອງ


ເຈົ້າ​ວ່າ... ​ແທ້​ບໍ່!!!?


ບໍ່​ມີ​ໄຊ​ຊະນະ​ໃດ ໆ ໃນ​ໂລກ​ນີ້ ຈະ​ຍິ່ງ​ໃຫຍ່​ເທົ່າ..... ໄຊ​ຊະນະ​ທີ່​ມີ​ຕໍ່​ໃຈ​

ຂອງ​ເຮົາ​ເອງ


ແລະ.. ຈະ​ຫາ​ມີ​ຜູ້​ຍິ່ງ​ໃຫຍ່​ໃດ ໆ ໃນ​ໂລກ... ຈະ ໃຫຍ່ ໄປ​ກວ່າ

 

"ໂລງ".. ບໍ່​ມີ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

 

 

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

 


ດົນ​ມາ​ແລ້ວ ມີ​ຕົ້ນ​ແອບ​ເປີ້ນ​ໃຫຍ່​ຢູ່​ຕົ້ນ​ຫນຶ່
ແລະ ກໍ່​ມີ​ເດັກ​ຜູ້​ຊາຍ​ຕົວ​ນ້ອຍ​ ໆ ຄົນ​ໜຶ່ງ

ມັກ​ເຂົ້າ​ມາ​ຢູ່​ໃກ້​ ໆ​ແລະ​ຫລິ້ນ​ອ້ອມຮອບ​ຕົ້ນ​ໄມ້​ນີ້​ທຸກ ໆ​ມື້
ພວກເຂົາ​ປີນ​ຂຶ້ນ​ໄປ​ເທິງ​ຍອດ​ຂອງ​ຕົ້ນ​ໄມ້ ແລະ​ກໍ​ກິນໝາກ​ແອບ​ເປີ້ນ
ລ້ວ​ກໍ​ນອນ​ຫລັບ​ໄປ​ພາຍໃຕ້​ຮົ່ມ​ເງົາ​ຂອງ​ຕົ້ນ​ແອບ​ເປີ້ນ
ພວກເຂົາ​ຮັກ​ຕົ້ນ​ໄມ້ ແລະ​ຕົ້ນ​ໄມ້​ກໍ​ຮັກ​ພວກເຂົາ
ເວລາ​ຜ່ານ​ໄປ ເດັກ​ນ້ອຍ​ໃຫຍ່​ຂຶ້ນ ແລະ​ພວກເຂົາ​ບໍ່​ມາ​​ແລ່ນ​ຫລິ້ນ​ອ້ອມຮອບ​ຕົ້ນ​ໄມ້​ທຸກ​ມື້​ຄື​ຜ່ານ​ມາອີກ​ແລ້ວ
ມື້​ໜຶ່ງ ເດັກ​ນ້ອຍ ກັບ​ມາ​ຫາ​ຕົ້ນ​ໄມ້ ເດັກ​ນ້ອຍຊືມ​ເສົ້າ
"
ມາ​ຫາ​ຂ້ອຍ ແລະ​ມາ​ຫລິ້ນ​ກັບ​ຂ້ອຍ​ບໍ່?" ຕົ້ນ​ໄມ້​ຖາມ
"
ຂ້ອຍ​ບໍ່-ແມ່ນ​ເດັກ​ນ້ອຍແລ້ວ​​ເດ ຂ້ອຍ​ບໍ່​ຢາກ​ຫລິ້ນ​ອ້ອມຮອບ​ຕົ້ນ​ໄມ້​ອີກ​ແລ້ວ
ຂ້ອຍ​ຕ້ອງ​ການ​ຂອງ​ຫລິ້ນ ຂ້ອຍ​ຢາກ​ໄດ້​ເງີນ​ໄປ​ຊື້​ຂອງ​ຫລິ້ນ" ເດັກ​ນ້ອຍ​ຕອບ
"
ຂ້ອຍ​ບໍ່​ມີ​ເງີນ​ຈະໃຫ້.... ເກັບ​ລູກ​ແອບ​ເປີ້ນ​ຂອງ​ຂ້ອຍ​ໄປ​ຂາຍ​ແມ່
ເພື່ອ​ເອົາ​ເງີນ​ໄປ​ຊື້​ຂອງ​ຫລິ້ນ " ຕົ້ນ​ໄມ້​ຕອບ
ເດັກ​ນ້ອຍ​ຕື່ນ​ເຕັ້ນ​ຫລາຍ ພວກເຂົາ​ເກັບ​ລູກ​ແອບ​ເປີ້ນ​ໄປຫມົດ ແລະ​ຈາກ​ໄປ​ຢ່າງ​ມີ​ຄວາມ​ສຸກ
ຫລັງ​ຈາກ​ພວກເຂົາ​ເກັບ​ແອບ​ເປີນ​ໄປຫມົດ​ແລ້ວ ພວກເຂົາ​ບໍ່​ກັບ​ມາ​ຫາ​ຕົ້ນ​ໄມ້​ອີກ​ເລີຍ
ຕົ້ນ​ໄມ້​ຊຶມເສົ້າ......
ມື້​ໜຶ່ງ ເດັກ​ນ້ອຍ​ກັບ​ມາ ພວກເຂົາ​ເບິ່ງ​ໃຫຍ່​ຂຶ້ນ
ຕົ້ນ​ໄມ້​ຮູ້ສຶກ​ຕື່ນ​ເຕັ້ນ​ຫລາຍ
"
ມາ​ຫາ​ຂ້ອຍ ແລະ​ມາ​ຫລິ້ນ​ກັບ​ຂ້ອຍບໍ່?" ຕົ້ນ​ໄມ້​ຖາມ
"
ຂ້ອຍ​ບໍ່​ມີ​ເວລາ​ມາ​ຫລິ້ນ​ຫລອກ ຂ້ອຍ​ມີ​ຄອບຄົວ​ແລ້ວ
ຂ້ອຍ​ຕ້ອງ​ເຮັດວຽກ​ເພື່ອ​ຄອບຄົວ​ຂອງ​ຂ້ອຍ​ເອງ
ເຮົາ​ຕ້ອງ​ການ​ເຮືອນ ຊ່ວຍ​ຂ້ອຍ​ໄດ້​ບໍ"
"
ຂ້ອຍ​ບໍ່​ມີ​ເຮືອນ​ຈະໃຫ້ ແຕ່... ຕັດ​ກິ່ງ​ກ້ານ​ຂອງ​ຂ້ອຍ​ໄປ​​ໄດ໋.... ເອົາ​ໄປ​ສ້າງ​ເຮືອນ"
ດັ່ງ​ນັ້ນ​ເດັກ​ນ້ອຍ​ຕັດ​ກິ່ງ​ກ້ານ​ທັງ​ໝົດ​ຂອງ​ຕົ້ນ​ໄມ້​ໄປ ແລະ​ຈາກ​ໄປ​ຢ່າງ​ມີ​ຄວາມ​ສຸກ
ອີກ​ຄັ້ງ​ທີ່​ຕົ້ນ​ໄມ້​ຖືກ​ຖິ້ມ​ໃຫ້​ດຽວ​ດາຍ ແລະ​ເສົ້າ....
ມື້​ໜຶ່ງ​ໃນ​ລະດູ​ຮ້ອນ ເດັກ​ນ້ອຍ​ກັບ​ມາ ຕົ້ນ​ໄມ້​ດີ​ໃຈ​ຫລາຍ
"
ມາ​ຫາ​ຂ້ອຍ ແລະ​ມາ​ຫລິ້ນ​ກັບ​ຂ້ອຍ​ບໍ່?" ຕົ້ນ​ໄມ້​ຖາມ
"
ບໍ່ ຂ້ອຍ​ຮູ້ສຶກ​ຜິດ​ຫວັງ​ກັບ​ຊີວິດ ແລະ​ເລີ່ມ​ແກ່​ຂຶ້ນ
ຂ້ອຍ​ຢາກ​ແລ່ນ​ເຮືອ​ໄປ​ພັກ​ຜ່ອນ​ໄກ ໆ ໃຫ້​ເຮືອ​ຂ້ອຍ​ໄດ້​ບໍ"
"
ໃຊ້​ລຳ​ຕົ້ນ​ຂອງ​ຂ້ອຍ​ໄດ້ ເອົາ​ໄປ​ສ້າງ​ເຮືອ ເພື່ອ​​ເຈົ້າ​ຈະ​ໄດ້​ຂີ່​ເຮືອ​ໄປ​ແລະ​ມີ​ຄວາມ​ສຸກ"
ຕົ້ນ​ໄມ້​ຕອບ
ດັ່ງ​ນັ້ນ ເດັກ​ນ້ອຍ​ຕັດ​ລຳ​ຕົ້ນ​ຂອງ​ຕົ້ນ​ໄມ້​ໄປ​ສ້າງ​ເຮືອ
ພວກເຂົາ​ລ່ອງ​ເຮືອ​ໄປ ແລະ​ບໍ່​ເຄີຍ​ກັບ​ມາ​ອີກ​ເລີຍ
ຫລາຍ​ປີ​ຜ່ານ​ໄປ ໃນ​ທີ່ສຸດ​ເດັກ​ນ້ອຍ​ກັບ​ມາ
ຄາວ​ນີ້​ພວກເຂົາ​ເບິ່ງ​ແກ່​ລົງ​ໄປ​ຫລາຍ
"
ຂ້ອຍ​ເສຍ​ໃຈ ຂ້ອຍ​ບໍ່​ເຫລືອ​ຫຍັງ​ຈະໃຫ້​ອີກ​ແລ້ວ
ບໍ່​ມີ​ຜົນ​ແອບ​ເປີ້ນ​ໃຫ້.... ຂ້ອຍ​ບໍ່​ມີ​ລຳ​ຕົ້ນ​ໃຫ້​ປີນ​ອີກ​ແລ້ວ"
"
ຂ້ອຍ​ບໍ່​ມີ​ແຂ້ວ​ຈະ​ກິນ​ແລ້ວ
ຂ້ອຍ​ປີນ​ບໍ່​ໄຫວ ແລະ​ຂ້ອຍ​ກໍ​ແກ່​ແລ້ວ" ເດັກ​ນ້ອຍ​ຕອບ
"
ຂ້ອຍ​ບໍ່​ມີ​ຫຍັງ​ເຫລືອ​ໃຫ້​ອີກ​ແລ້ວ ສິ່ງ​ດຽວ​ທີ່​ເຫລືອ ມີ​ພຽງ​ຮາກ​ທີ່​ກຳ​ລັງ​ຈະ​ຕາຍ"
"
ຕອນ​ນີ້​ຂ້ອຍ​ບໍ່​ຕ້ອງ​ການ​ຫຍັງ​ອີກ​ແລ້ວ ພຽງຢາກ​ໄດ້​ທີ່​ພັກອາ​ໄສ ຂ້ອຍ​ເໜື່ອຍ​ມາ​ຫລາຍ​ປີ​ແລ້ວ"
"
ຮາກ​ຂອງ​ຕົ້ນ​ໄມ້​ແກ່​ ໆ ຈະ​ເປັນ​ທີ່​ພັກ​ຢູ່​ອາ​ໄສ​ຂອງ​​ເຈົ້າ​ໄດ້
......
ມາ​​ແມນັ່ງ​ລົງ​ຂ້າງ ໆ​ຂ້ອຍ... ຫລັບ​ໃຫ້​ສະບາຍ..... "
ເດັກ​ນ້ອຍ​ນັ່ງ​ລົງ​ຂ້າງ ໆ ຕົ້ນ​ໄມ້​ດີ​ໃຈ ຍິ້ມ... ແລະ​ນ້ຳ​ຕາ​ໄຫລ........
ນີ້-ເປັນ​ເລື່ອງ​ສຳລັບ​ທຸກ ໆ​ຄົນ ຕົ້ນ​ໄມ້​ໃນ​ເລື່ອງ​ຄື​ພໍ່​ແມ່
ເມື່ອ​ເຮົາ​ເປັນ​ເດັກ​ຕົວ​ນ້ອຍ​ ໆ ເຮົາ​ຮັກ​ທີ່​ຈະ​ຫລິ້ນ​ກັບ​ພໍ່​ກັບ​ແມ່...
ເມື່ອ​ເຮົາ​ໃຫຍ່​ຂຶ້ນ ເຮົາ​ທອດ​ຖິ້ມ​ພໍ່ ແລະ​ແມ່ ແລະ​ກັບ​ມາ​ຫາ​ທ່ານ
ເມື່ອ​ເຮົາ​ຕ້ອງ​ການ​ບາງ​ສິ່ງ​ບາງຢ່າງ ຫລື​ເມື່ອ​ເຮົາ​ມີ​ບັນຫາ
ບໍ່​ວ່າ​ຢ່າງໃດ... ພໍ່ ແລະ​ແມ່​ຂອງ​ເຮົາ​ກໍ​ຈະ​ຢູ່​ແລະ​ໃຫ້​ທຸກ​ສິ່ງ​ຢ່າງ​ທີ່​ທ່ານ​ເຮັດ​ໄດ້
ຫວັງ​ພຽງ​ເຮົາ​ມີ​ຄວາມ​ສຸກ
ເຈົ້າ​ອາດຈະ​ຄິດວ່າ "ເດັກ​ນ້ອຍ" ໃນ​ເລື່ອງ​ໂຫດ​ຮ້າຍ
ແຕ່​ນັ້ນ​ຄື​ຄວາມ​ຈິງ​ທີ່​ສະ​ທ້ອນ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ເຮັດ​ກັບ​ຜູ້​ມີ​ພະຄຸນ​ຢ່າງໃດ?
........
ແລ້ວ​ຕົ້ນ​ໄມ້​ຂອງ​ເຈົ້າ​ລ່ະ....... ເດັກ​ນ້ອຍ.....???

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ຫົນທາງທີ່ແປກ ແລະ ວາດສຽວທີ່ສດໃນໂລກ

ເລີ່ມຕົ້ນດ້ວຍ

 

 

ແວ່ຊົມທັດສະນິຍະພາບໜ້ອຍໜຶ່ງ

 

ຂັບລົງທະເລຜ່ານ ອຸໂມງ

ເຈາະພູ

ເພີ້ມຄວາມຕື່ນເຕັ້ນ

ຄວາມມ່ວນຊື່ນຂອງຜູ້ອອກແບບ

ຄົນອອກແບບຄືຊິແມ່ນນັກແຂ່ງລົດ

ກາງເວັນຫຼື ຕອນຄ່ຳກະງາມ

ກະລຸນາຂັບຜ່ານຕະຫຼອດ ຫ້າມຈອດຊົມວິວ .......

ຄົນອອກແບບມັກແລ່ນລານ

ຫົນທາງສາຍນີ້ເໝາະສຳລັບ ພວກສອດຮູ້ ສອດເຫັນ ຄົນທີ່ມັກເຮັດລັບໆລໍ້ໆ

ຖ້ານີ້ແມ່ນສັ້ນກຼາບຟິກ ຊີວິດມັນຈະສັ້ນຫຼືຍາວ

ຂໍໂທດຫຼາຍໆ ຕອນອອກແບບກຳລັງເມົາ

ເໝາະສົມກັບຄົນທີ່ມັກຂີ່ລົດຊົມວິວ

ເໝາະສົມກັບຄົນທີ່ມັກຂີ່ລົດຊົມວິວ

ຄຳເຕືອນ ຈົ່ງຂັບລົດດ້ວຍຄວາມລະມັດລະວັງ ຢ່າງມີສະຕິ

ຄົດລ້ຽວຕາມດັດສະນີລາຍໄດ້ຂອງປະເທດ

ແມ່ນໃຜມາສ້າງປະໄວ້ ເດ!

ເມື່ອງຫຼງຢູ່ເທິ່ງຈອມພູຕິເນາະ ຈຶງຄົດແບບນີ້

ແບບໃດນິ

ຢູ່ລະຫວ່າງການປັບປຸງ

ຖ້າມີຄົນຍ່າງໄປທາງໜ້າກ່ອນ ຄືຊິໄດ້ແລ່ນໜີ

ວຽນຫວົແທ້ເດ

 

ອັນນີ້ກະເມົາ

ອັນນີ້ແຫ່ງພີລຶກ

ຫ້າມຫຼິ້ນນ້ຳຕົກ

ທາງຊື່ໆ ບໍ່ມີແລ້ວເບາະ

ແຕ່ກີ້ທາງນັ້ນ ມີ2ເລນ ແຕ່ດຽວນີ້....

ສົງໄສຈະຜິດທາງ

ຂັບດີໆ ເດີທີ່ຮັກ ຢ່າໃຈລອຍ

ຢູ່ລະຫວ່າງການປັບປຸງ ຖ້າງົບປະມານຢູ່

ງົງເລີຍ!

ໃຊ້ລົດ ໃຊ້ຖະໜົນຕ້ອງມີລະບຽບວິໃນ

ງາມໆໆ

ເມົາກະເລີຍເຫັນຫົນທາງມັນເໜັງໄດ້ ມີຂຶ້ນມີລົງ

ເສັ້ນທາງຊີວິດແມ່ນບໍ່??????

ທະເລນ້ຳແຂງ

ສັບສົນວຸ້ນວາຍ

 

ຄືການດຳລົງຊີວິດເຈົ້າບໍ່???????

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

 

 

 

 

 

 

 

 

 

 

 

 

 

 

 

 

 

 


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 65  |  ໜ້າຕໍ່ໄປ »