ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

             ກອງລໍຄືຖ້ຳນ້ຳລອດທີ່ໃຫຍ່ທີ່ສຸດແຫ່ງຫນຶ່ງຂອງສປປລາວເປັນຄວາມຍິ່ງໃຫຍ່ທີ່ທຳມະຊາດສ້າງຂຶ້ນມາແລະນີ້ເປັນສ່ວນຫນຶ່ງຂອງລະບົບນິເວດປ່າຫີນບູນທີ່ຕັ້ງຢູ່ແຂວງຄຳ ມ່ວນໃນເຂດ ປ່າສະຫງວນແຫ່ງຊາດພູຫີນບູນລະຫວ່າງຫມູ່ບ້ານນາຕານເມືອງນາຍກາຍແລະກຸ່ມບ້ານກອງລໍເມືອງຫີນບູນ.

                   ຄວາມອາລັງການຂອງຖ້ຳແຫ່ງນີ້ເກີນກວ່າຈະບັນຍາຍໄດ້ສະນັ້ນຕ້ອງໃຊ້ຈິນຕະນາການຢ່າງດຽວເພາະເປັນພາບທີ່ທັງປະທັບໃຈແລະງຶດງໍ້ອັດສະຈັນກັບທຳມະຊາດທີ່ເຫມືອນມີ ຄົນປັ້ນແຕ່ງຂຶ້ນມາ, ເປັນນ້ຳລອດພື້ນດ້ວຍໄລຍະທາງ7 ກວ່າກິໂລແມັດທີ່ສັບຊ້ອນ, ພາຍໃນຖ້ຳເຕັມໄປດ້ວຍຫີນງອກ, ຫີນຍ້ອຍຂະຫນາດໃຫຍ່, ມີນ້ຳຕົກພາຍໃນ, ພ້ອມກັບແມ່ ນ້ຳທີ່ຄົດໂຄ້ງ, ຍັງບໍ່ທັນລວມເຖິງແກ້ງ, ຫີນແລະ  ຄວາມຫລາກຫລາຍທາງຊີວະພາບອື່ນໆທີ່ເຊື່ອງຊ້ອນປະສານກັບຫາດຊາຍທີ່ສວຍງານປະມານ20 ກວ່າຈຸດເຮັດໃຫ້ນັກທ່ອງ ທ່ຽວໄດ້ຊົມຂະນະທີ່ຂີ່ເຮືອລອດຜ່ານເຂົ້າໄປໃນຖ້ຳໄດ້ຕະຫລອດເວລາສຳລັບຍາມແລ້ງແມ່ນເຫມາະສົມທີ່ສຸດໃນການຂີ່ເຮືອເລາະຊົມຮູບຊົງສີສັນຂອງຖ້ຳແລ້ວສາມາດແວ່ຍ່າງເລາະ ຕາມຫາດຊາຍຂາວສຳຜັດກັບອາກາດທີ່ເຢັນສະບາຍຂອງທຳມະຊາດແຫ່ງນີ້. ປະຈຸບັນເປັນທີ່ຫນ້າຍິນດີທີ່ຊາວບ້ານໄດ້ເຂົ້າມາມີສ່ວນຮ່ວມໃນການຈັດການການທ່ອງທ່ຽວໂດຍ ຊຸມຊົນນອກຈາກຈະໄດ້ຕື່ນຕາກັບຄວາມງາມຂອງຖ້ຳແລ້ວຊາວບ້ານກໍ່ມີລາຍຮັບຈາກການທ່ອງທ່ຽວຫລາຍຂຶ້ນ.ໃນເມື່ອກ່ອນຊາວບ້ານກໍ່ໃຊ້ຖ້ຳນ້ຳລອດແຫ່ງນີ້ເປັນເສັ້ນທາງຄົມ ມະນາຄົມກ່ອນການທ່ອງທ່ຽວມາເຖິງເນື່ອງຈາກຫມູ່ບ້ານນາຕານເຊິ່ງມີທີ່ຕັ້ງຢູ່ອີກຟາກຂອງປາກຖ້ຳນັ້ນບໍ່ມີຖະຫນົນເຂົ້າອອກເພາະຖືກປິດລ້ອມດ້ວຍສາຍພູຫີນບູນທີ່ສູງຊັນດັ່ງ ນັ້ນຊາວບ້ານຈິ່ງຕ້ອງໃຊ້ເຮືອຫາງຍາວເປັນພາຫະນະໃນການເດີນທາງສູ່ໂລກພາຍນອກເປັນໄລຍະທາງ7 ກວ່າກິໂລແມັດພາຍໃນຖ້ຳທຸກໆມື້.  ຕາມການເລົ່າຂານກັນມາຖໍ້າແຫ່ງ ນີ້ມີຄວາມຫມາຍມາຈາກກອງທັບລໍບໍ່ແມ່ນກອງຫລໍ່, ຍ້ອນເຫດຜົນວ່າ: ຄຳວ່າກອງແມ່ນມາຈາກກອງທັບ, ສ່ວນລໍມາຈາກການລໍຖ້າຈິ່ງໄດ້ເອີ້ນຖ້ຳກອງລໍມາຮອດປະຈຸບັນນີ້.

         ຖ້ຳກອງລໍແມ່ນຢູ່ລະຫວ່າງອີກບ່ອນຫນຶ່ງຂອງເມືອງຄູນຄຳເຊິ່ງຫ່າງຈາກຕົວເມືອງທ່າແຂກໄປປະມານ196 ກິໂລແມັດ, ບັນດາທ່ານທີ່ຈະໄປທ່ຽວຊົມກໍ່ສາມາດຂີ່ລົດໄປຕາມ ເສັ້ນທາງເລກທີ13 ເຂົ້າໄປຕາມທາງເລກ8A ຈະຮອດບ້ານຄູນຄຳເຊິ່ງຫ່າງຈາກຖ້ຳໄປປະມານ40 ກິໂລແມັດ, ສຳລັບຜູ້ທີ່ມັກການຜະຈົນໄພແມ່ນແນະນຳໃຫ້ຂີ່ເຮືອກໍ່ຈະໄດ້ພົບ ບັນຍາກາດອີກແບບຫນຶ່ງ.ຖ້າເດີນທາງຈາກທ່າແຂກແຂວງຄຳມ່ວນຂຶ້ນລົດໂດຍສານຈາກທ່າແຂກຢູ່ຄິວລົດຫລັກສອງຂຶ້ນໄປຕາມເສັ້ນທາງຫມາຍເລກ13 ໃຕ້ຈົນຮອດບໍລິເວນ ບ້ານນ້ຳທອນລົງລົດທີ່ທາງແບ່ງຫລັກ20. ແລ້ວມຸ່ງຫນ້າສູ່ບ້ານນາຫີນ. ຈາກບ້ານນາຫີນສາມາດຂີ່ລົດສອງແຖວໄປຍັງຖ້ຳໂດຍກົງໃຊ້ເວລາທັງຫມົດປະມານ4-5 ຊົ່ວໂມງ (ໄລ ຍະທາງເກືອບ200 ກິໂລແມັດຈາກທ່າແຂກ) ຫລືຖ້າຈະເດີນ ທາງດ້ວຍລົດໂດຍສານຈາກວຽງຈັນ-ທ່າແຂກຫລື ວຽງຈັນ-ສະຫວັນ. ລົງໄປຕາມເສັ້ນທາງຫມາຍເລກ13 ໃຕ້ຈົນ ຮອດບໍລິເວນບ້ານນ້ຳທອນລົງລົດທີ່ບ້ານວຽງຄຳທາງແບ່ງຫລັກ20. ບໍລິເວນນ້ຳທອນຈາກທາງແບ່ງຫລັກ20 ຕໍ່ລົດສອງແຖວສາຍທາງແບ່ງ-ຫລັກຊາວຄ່າລົດ30.000 ກີບ (ຊາຍແດນຫວຽດ) ບອກໂຊເຟີລົດວ່າລົງຢູ່ບ້ານນາຫີນ. ລົດຄັນສຸດທ້າຍຫມົດ4 ໂມງແລງຂອງແຕ່ລະມື້ສ່ວນຄ່າເຮືອເຂົ້າຖ້ຳປະມານ1 ແສນກີບກຳນົດໃຫ້ຂີ່ບໍ່ເກີນ3-4 ຄົນ. ທ່ານສາມາດພັກແຮມຄືນຕາມເຮືອນຊາວບ້ານນາຫີນ, ນາຕານແລະບ້ານກອງລໍຫລືເຮືອນພັກສາລາຫີນບູນໃກ້ໆກັບຖ້ຳກອງລໍກໍ່ໄດ້ເຊັ່ນດຽວກັນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2011 | ມີ 13 ຄຳເຫັນ ແລະ 0 trackback(s)


 

ຮູ້ ຫຼື ບໍ່​ວ່າ ເບື້ອງ​ຫຼັງ​ຂອງ​ສຽງ​ຫົວ​ນັ້ນ​ມີ​ປະ­ໂຫຍດ​ຫຼວງ­ຫຼາຍ ທີ່​ທ່ານ​ອາດ​ຄາດ​ບໍ່​ເຖິງ​ເຊື່ອງ​ຊ້ອນ​ຢູ່.

1. ການ​ຫົວ-ຊ່ວຍ​ຫຼຸດ​ອາ­ການ​ເຈັບ​ປວດ.

ເມື່ອ​ເຮົາ​ຫົວ ຮ່າງ­ກາຍ​ຈະ​ຮູ້­ສຶກ​ຜ່ອນ­ຄາຍ ຊຶ່ງ​ຈະ​ຊ່ວຍ​ຫຼຸດ​ຄວາມ­ເຈັບ​ປວດ​ໄດ້ ຕົວ­ຢ່າງ​ເຊັ່ນ ເວ­ລາ​ຖືກ​ສັກ​ຢາ ຫາກ​ເຮົາ​ຮູ້­ສຶກ​ເຄັ່ງ​ຄຽດ ກ້າມ­ຊີ້ນ​ຈະ​ຄຶງ​ເຄັ່ງ ເຮັດ​ໃຫ້​ຮູ້­ສຶກ​ເຈັບ ແຕ່​ຫາກ​ເຮົາ​ຫົວ ຮ່າງ­ກາຍ​ຈະ​ເລີ່ມ​ຜ່ອນ­ຄາຍ ແລະ ຄວາມ­ເຈັບ​ປວດ​ນັ້ນ​ຈະ​ຄ່ອຍໆ​ຫຼຸດ​ລົງ.

2. ການ​ຫົວ-ແກ້​ຊຶມ​ເສົ້າ.

ການ​ຫົວ​ນັ້ນ​ຈະ​ຊ່ວຍ​ໃຫ້​ຮ່າງ­ກາຍ​ຫຼັ່ງ​ສານ​ສື່​ປະ­ສາດ​ຢ່າງ​ຊີ​ໂຣ​ໂທ​ນິນ ແລະ ໂດ​ພາ​ມີນ​ເພີ່ມ​ຫຼາຍ​ຂຶ້ນ ເຮັດ​ໃຫ້​ຈິດ­ໃຈ​ສະ­ຫງົບ ເຍືອກ​ເຢັນ ຜ່ອນ­ຄາຍ.

3. ການ​ຫົວ-ເພີ່ມ​ພູມ​ຄຸ້ມ​ກັນ

ການ​ຫົວ​ຊ່ວຍ​ໃຫ້​ຮ່າງ­ກາຍ​ມີ​ພູມ​ຄຸ້ມ​ກັນ​ເພີ່ມ​ຂຶ້ນ ຊ່ວຍ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ໃນ​ລະ­ບົບ​ທາງ​ເດີນ​ຫາຍ­ໃຈ ເຊັ່ນ​ໄຂ້​ຫວັດ​ໄດ້.

4. ການ​ຫົວ-ຫຼຸດ​ນ້ຳ­ໜັກ

ເວ­ລາ​ເຄັ່ງ​ຄຽດ ຮ່າງ­ກາຍ​ຈະ​ຫຼັ່ງ​ຮໍ​ໂມນ​ທີ່​ຊື່­ວ່າ ຄໍ​ຕິ​ຊອນ​ອອກ​ມາ ເຮັດ​ໃຫ້​ເກີດ​ຄວາມ​ຮູ້­ສຶກ​ຢາກ​ອາ­ຫານ ແລະ ກິນ​ຫຼາຍ​ຂຶ້ນ ການ​ຫົວ 30 ວິ­ນາ­ທີ​ເຖິງ 5 ນາ­ທີ 10 ຄັ້ງ​ຕໍ່​ວັນ ຈະ​ຊ່ວຍ​ໃຫ້​ຄວາມ​ຢາກ​ອາ­ຫານ​ຫຼຸດ​ລົງ ມີ​ຜົນ​ໃຫ້­ການ​ຄວບ​ຄຸມ​ນ້ຳ­ໜັກ​ດີ​ຂຶ້ນ.

5. ການ​ຫົວ-ບໍ­ລິ­ຫານ​ຫົວ­ໃຈ

ການ​ຫົວ​ພຽງ 15-20 ນາ­ທີ ຊ່ວຍ​ໃຫ້​ຫົວ­ໃຈ​ໄດ້​ອອກ­ກຳ­ລັງ​ກາຍ 3-5 ນາ­ທີ ຖື​ເປັນ​ການ​ບໍ­ລິ­ຫານ​ຫົວ​ໃຈ­ງ່າຍໆ ທີ່​ເໝາະ​ກັບ​ຜູ້​ສູງ​ອາ­ຍຸ​ທີ່​ນອນ​ຢູ່​ເທິງ​ຕຽງ ແລະ ຈະ​ເຄື່ອນ​ໄຫວ​ບໍ່​ໄດ້​ຫຼາຍ​ປານ­ໃດ.

6. ການ​ຫົວ-ບໍ­ລິ­ຫານ​ກ້າມ­ຊີ້ນ.

ລະ­ຫວ່າງ​ທີ່​ຫົວ ຈະ​ຊ່ວຍ​ໃຫ້​ກ້າມ­ຊີ້ນ​ເທິງ​ໃບ​ໜ້າ 12 ຊະ­ນິດ ແລະ ກ້າມ­ຊີ້ນ​ບໍ­ລິ­ເວນ​ຮ່າງ­ກາຍ​ອີກ 15 ຊະ­ນິດ ໄດ້​ອອກ­ກຳ­ລັງ​ໄປ​ໃນ​ຕົວ​ດ້ວຍ.

7. ການ​ຫົວ-ບໍ­ລິ­ຫານ​ປອດ

ການ​ຫົວ​ເຮັດ​ໃຫ້​ກະ­ບັງ​ລົມ​ເຄື່ອນ​ໄຫວ ຊ່ວຍ​ໝູ­ນວຽນ​ອາ­ກາດ​ໃນ​ປອດ ຊ່ວຍ​ໃຫ້​ປອດ​ສາ­ມາດ​ຂັບ​ຖ່າຍ​ອາ­ກາດ​ເສຍ ແລະ ຮັບ​ອົກ​ຊີ​ແຊນ​ເຂົ້າ​ປອດ​ໄດ້​ຢ່າງ​ເຕັມ­ທີ່.

ນຳ​ສະ­ເໜີ​ໂດຍ: ຄົນ​ສັງ­ຄົມ


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 

 1ສ ສະສາງ

ຕ້ອງສະສາງເລື້ອງຜູ້ຫຍິ່ງຄົນກ່ອນໃຫ້ຮຽບຮ້ອຍກ່ອນຈະມີຄົນໃໝ່

2ສ ສະດວກ

ຕ້ອງສາມາດຕິດຕໍ່ໄດ້ທຸກເວລາ

3ສ ສະອາດ

ຈິດໃຈຕ້ອງສະອາດຫ້າມມີຜູ້ຍິງຄົນອື່ນ ຕ້ອງມີພຽງຂ້ອຍຄົນດຽວ

4ສ ສ້າງມາດຕະຖານ

ມາດຕະຖານເຈົ້າຕ້ອງໃຊ້ກັບຂ້ອຍຄົນດຽວຫ້າມເອົາຜູ້ຍິງຄົນອື່ນມາກ່ຽວຂ້ອງ

5ສ ສ້າງນິໄສ

ຕ້ອງຮັກດຽວໃຈດຽວ ຮັກຄອບຄົວ ຫ້າມເຈົ້າຊູ້

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 

ມູນນິທິ 7 ສິ່ງ​ມະຫັດ​ສະ​ຈັນ​​ເຜຍການ​ລົງມະຕິ 7 ສິ່ງ​ມະຫັດສະຈັນ​ທາງ​ທຳ​ມະ​ຊາດ​ຂອງ​ໂລກ​ຍຸກ​ໃໝ່​ທີ່​ກຸງ​ຊູ​ລິກປະ​ເທດ​ສະ​ວິດ​ເຊີ​ແລນ ກ່ອນ​ທີ່​ຈະ​ປະກາດ​ຜົນ​ຢ່າງ​ເປັນ​ທາງ​ການ​ປະມານ​ຕົ້ນ​ປີ 2013 ​ດັ່ງ​ນີ້:

1ປ່າ​ອະ​ເມ​ຊອນ​ໃນ​ອະ​ເໝ​ລິ​ກາ​ໃຕ້ມີ​ຂະໜາດ​ໃຫຍ່​ກວ່າ 5.5 ລ້ານ​ຕາ​ລາງ​ກິ​ໂລ​ແມັດກວມ​ເອົາ​ເນື້ອທີ່​ຫຼາຍກວ່າ 9 ປະເທດ​ໃນ​ອະ​ເໝ​ລິ​ກາ​ໃຕ້, ປ່າ​ອະ​ເມ​ຊອນ​ມີ​ຂະໜາດ​ຂອງ​ເນື້ອ​ທີ່​ປະມານ​ເຄິ່ງ​ໜຶ່ງ​ຂອງ​ປ່າ​ຝົນ​ທີ່​ຍັງ​ເຫລືອ​ຢູ່​ເທິງ​ໂລກແລະ​ມີ​ຄວາມ​ຫລາກ​ຫລາຍ​ທາງ​ຊີວ​ະວິທະຍາຫລາຍ​ທີ່ສຸດ​ໃນ​ໂລກ

2ອ່າວ​ຮາ​ລອງ​ໃນ​ປະເທດ​ວຽດ​ນາມຂຶ້ນ​ຊື່​ເລື່ອງ​ຫິນ​ທີ່​ມີ​ຮູບ​ຮ່າງ​ແລະ​ຂະໜາດ​ທີ່​ແຕກ​ຕ່າງ​ກັນ ອ່າວ​ມີ​ຂະໜາດ​ໃຫຍ່​ກວ່າ 1,553 ຕາ​ລາງ​ກິ​ໂລ​ແມັດ ມີ​ຄວາມ​ຍາວ​ກວ່າ 120 ກິ​ໂລ​ແມັດ ແລະ​ມີ​ຫິນ​​ເລັກ​ເກາະ​ນ້ອຍ​ຫຼາຍກວ່າ 1,969 ເກາະ

 

3ນ້ຳຕົກອິກວາຊູໃນປະເທດອາເຈນຕິນາເປັນໜຶ່ງໃນນ້ຳຕົກທີ່ໃຫຍ່ທີ່ສຸດໃນໂລກມີຂະໜາດນ້ຳຕົກໃຫຍ່ 2.7 ກິໂລແມັດ ໂດຍມີນ້ຳຕົກນ້ອຍໆປະມານກະຈາຍຢູ່ປະມານ 275 ແຫ່ງ ແຕ່ແຫ່ງທີ່ມໃຫຍ່ທີ່ສຸດຄືນ້ຳຕົກຄໍປີສາດ(Devil’s Throat) ທີ່ມີຄວາມສູງກວ່າ 80ແມັດ.

 

4ເກາະ​ເຊ​ຈູ​ໃນ​ສາທາລະນະ​ລັດ​ເກົາ​ຫລີ​ໃຕ້ເປັນ​ເກາະ​ທີ່​ມີ​ຂະໜາດ​ໃຫຍ່​ທີ່ສຸດ​ໃນ​ເກົາ​ຫລີ​ໃຕ້ ມີ​​ເນື້ອ​ທີ່​ຫຼາຍກວ່າ 1,846 ຕາ​ລາງ​ກິ​ໂລ​ແມັດສູນກາງ​ເກາະ​ເຊ​ຈູ​ເປັນ​ທີ່​ຕັ້ງ​ຂອງ​ພູເຂົາ​ທີ່​ສູງ​ທີ່ສຸດ​ໃນ​ເກົາ​ຫລີ​ໃຕ້​ຊຶ່ງ​ເປັນ​ພູເຂົາ​ໄຟທີ່​ດັບ​ໄປ​ແລ້ວ

5ອຸດ​ຍານ​ແຫ່ງ​ຊາດ​ໂຄ​ໂມ​ໂດ​ໃນ​ປະເທດ​ອິນ​ໂດ​​ເນເຊຍບ​ຄຸມ​​ເນື້ອ​ທີ່​ເຖິງ 3 ເກາະ​ໃນ​ປະເທດ​ອິນ​ໂດ​​ເນເຊຍ ມີ​ຂະໜາດ​ໃຫຍ່​ກວ່າ 1,817 ຕາ​ລາງ​ກິ​ໂລ​ແມັດ ແລະ​ມີ​ສັດ​ສະ​ຫງວນ​ທີ່​ສຳຄັນ​ຄື ມັງ​ກອນ​ໂຄ​ໂມ​ໂດ

 

6 ແມ່ນ້ຳໃຕ້ດິນເປີໂຕປິນເຊຊາ ປະເທດຟີລິບປິນ ເປັນແມ່ນ້ຳທີ່ຢູ່ພາຍໃນຖ້ຳຫີນປູນເຊິ່ງມີຄວາມຍາວຫຼາຍວ່າ 8.2 ກິໂລແມັດ ຈຸດເດັ່ນແມ່ນຈະມີລົມພັດຜ່ານຖ້ຳກ່ອນທີ່ຈະພັດໄປຫາທະເລຈີນໃຕ້ ແມ່ນ້ຳໃຕ້ດິນແຫ່ງນີ້ຖືວ່າເປັນແມ່ນ້ຳໃຕ້ດິນທີ່ໃຫຍ່ທີ່ສຸດໃນໂລກ

 

 

7ເທ​ເບີ້ນ​ເມົາທ໌​ເທນທ໌ ທີ່​ປະເທດ​ແອ​ຟະ​ລິ​ກາ​ໃຕ້ພູເຂົາ​ແຫ່ງ​ນີ້​ມີ​ຈຸດ​ເດັ່ນ​ທີ່​ເປັນ​ຫິນ​ທີ່​ມີ​ອາ​ຍຸ​ຍາວ-ນານ​ກວ່າ 6 ລ້ານ​ປີ ແລະ​ເປັນ​ພື້ນ​ທີ່​ອັນ​ອຸດົມ​ສົມບູນ​ຂອງ​ດອກ​ໄມ້​ກວ່າ 1,470 ຊະນິດ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ທາງ​ຄົນ​ຍ່າງ ເປັນ​ທາງ​ລຽບ​ໜ້າ​ທາງ​ແລ່ນ​ລົດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ລົດ ແລະ ຄົນ​ໄປ​ທຽວ​ຮ່ວມ​ກັນ​ບົນ​ພື້ນ​ທີ່​ເດີນ​ລົດ ແລ້ວ​ຈະ​ພາ­ໃຫ້​ເກີດ​ອຸ­ປະ­ຕິ­ເຫດ ທາງ​ຄົນ​ຍ່າງ​ນີ້​ຄົນ​ໃນ​ເມືອງ​ຈຳ­ນວນ​ໜຶ່ງ ຮ້ອງ​ຕາມ​ຝຣັ່ງ​ວ່າ: ຕຣົດ​ຕົວ ຫຼື ອັງ­ກິດ​ວ່າ: ຟຸດ​ບາດ ແຕ່​ເອີ້ນ​ອັນ​ໃດ​ກໍ​ບໍ່​ສຳ­ຄັນ​ເທົ່າ​ຄວາມ​ລາວ​ວ່າ: ທາງ​ຄົນ​ຍ່າງ ນັ້ນ​ຄັກ​ດີ ທາງ​ບ່ອນ​ໃຊ້​ຄົນ​ຍ່າງ​ບາງ​ສາຍ ກໍ​ເຮັດ​ໃຫຍ່​ສົມ­ສ່ວນ​ກັບ​ຄົນ​ທຽວ ແຕ່​ບາງ​ບ່ອນ​ກໍ​ນ້ອຍ​ພຽງ​ແຕ່​ແມັດ​ປາຍ ຈົນ​ເຈົ້າ​ຂອງ​ດິນ​ແຄມ​ທາງ​ທີ່​ຈົ່ງ​ໄວ້​ໃຫ້​ເຮັດ​ທາງ​ນັ້ນ ຈຳ​ໃຈ​ຫຍັບ​ຮົ້ວ​ອອກ​ໃຫ້​ຈຳ​ບ່ອນ​ຄົນ​ຍ່າງ ທີ່​ທາງ​ການ​ເຮັດ​ຮອດ​ພຽງ​ນັ້ນ... ບັນ­ດາ​ກິດ­ຈະ­ການ​ທີ່​ເຮັດ​ເທິງ​ບ່ອນ​ຄົນ​ຍ່າງ ທັງໆ​ທີ່​ຈຸດ­ປະ­ສົງ​ຫຼັກ​ເອົາ​ໄວ້​ສະ­ເພາະ​ຍ່າງ​ນັ້ນ​ມີ:

1. ຕັ້ງ​ປ້າຍ​ນ້ອຍ​ໂຄ­ສະ­ນາ​ໜ້າ​ຮ້ານ.

2. ຂາຍ­ເຄື່ອງ​ປະ­ເພດ​ຍູ້​ລໍ້.

3. ຈອດ​ລົດ­ຈັກ-ລົດ­ຖີບ.

4. ບາງ​ບ່ອນ​ຂາຍ​ກາ­ເຟ ແປງ​ລົດ­ຈັກ-ລົດ­ຖີບ.

5. ຂາຍ​ຫວຍ.

ນອກ­ຈາກ​ນີ້​ຍັງ​ມີ​ກິດ­ຈະ­ກຳ​ອື່ນໆ ທີ່​ເຈົ້າ​ຂອງ​ເຮືອນ​ເຮັດ​ລົ້ນ​ອອກ​ມາ ແລ້ວ​ເກີດ​ການ​ກີດ­ຂວາງ​ຄົນ​ຍ່າງ​ໄປ​ມາ ເຮັດ​ໃຫ້​ຄົນ​ຍ່າງ​ຕ້ອງ​ບ້ຽນ​ໄປ​ຍ່າງ​ພື້ນ​ຜິວ​ຈະ­ລາ­ຈອນ​ແທນ ສ່ວນ​ການ​ແລ່ນ​ລົດ​ໃນ​ເມືອງ​ເວ­ລາ​ນີ້ ຖ້າ​ບໍ່​ຢ້ານ​ຜິດ​ກົດ­ໝາຍ​ແດ່ ປານ​ນີ້​ເຂົາ​ຄົງ​ຢຽບ​ຊະ­ຊາຍ​ແລ້ວ ເບິ່ງ​ທາງ​ນອກ​ປະ­ກົດ​ວ່າ ຜູ້​ໃຊ້​ລົດ​ບາງ​ຄົນ​ເອົາ​ແຕ່​ໃຈ​ຕົນ​ເອງ ບໍ່​ໃຫ້​ກຽດ​ຜູ້​ອື່ນ ສຳ­ຄັນ​ຂັບ​ໄວ ບໍ່​ຂັບ​ຕາມ​ກຳ­ນົດ​ຂອງ​ເຂດ​ເທດ­ສະ­ບານ ວ່າ​ຈະ​ຊ້າ​ໄວ​ເທົ່າ­ໃດ ທັງ​ຈອດ ແລະ ຂັບ​ກໍ​ບໍ່​ສົນ­ໃຈ​ປ້າຍ​ຈະ­ລາ­ຈອນ.

ເຫດ­ການ​ທີ່​ພົບ​ເຫັນ ແລະ ສ້າງ​ຄວາມ​ລຳ­ບາກ​ໃຈ ກໍ​ລອງ​ພິ­ສູດ​ຕາມ​ທາງ​ເສັ້ນ​ປາງ​ຄຳ ບໍ­ລິ­ເວນ​ນ້ຳ­ພຸ ທາງ​ເສດ​ຖາ ສາມ​ແສນ​ໄທ ຄູ​ວຽງ ສະ­ຫວ່າງ ໂພນ​ຕ້ອງ-ດົງ​ໂດກ ແລະ ອື່ນໆ ເຊິ່ງ​ຜ່ານ​ມາ ໜັງ­ສື­ພິມ​ວຽງ​ຈັນ​ໃໝ່​ເຄີຍ​ສ່ອງ​ແສງ​ລາຍ​ງານ​ໄປ​ແລ້ວ ເວົ້າ​ສະ­ເພາະ​ເສັ້ນ­ທາງ​ຜ່ານ​ໜ້າ​ຕະ­ຫຼາດ​ໂພນ​ສະ­ຫວ່າງ ໂຮງ­ໝໍ 150 ຕຽງ ຮອດ​ດົງ​ໂດກ ໂດຍ​ສະ­ເພາະ​ຍາມ​ເລີກ​ການ ທາງ​ຍ່າງ​ກໍ​ໄປ​ຍາກ ລົດ​ໃຫຍ່-ລົດ­ຈັກ​ກໍ​ຍາກ ຄົນ​ຍ່າງ​ກໍ​ຍາກ ເວົ້າ​ສະ­ເພາະ​ທາງ​ຄົນ​ຍ່າງ​ບໍ­ລິ­ເວນ​ນີ້ ຖືກ​ຢຶດ​ເປັນ​ບ່ອນ​ຂາຍ​ເລກ​ຂາຍ​ຫວຍ ບ່ອນ​ຕັ້ງ​ປ້າຍ​ໂຄ­ສະ­ນາ​ນ້ອຍ ບ່ອນ​ຂາຍ­ເຄື່ອງ ອັນ​ເຮັດ​ໃຫ້​ຄົນ​ຍ່າງ​ຂອບ​ທາງ​ລຳ­ບາກ​ໃຈ ເພາະ​ເວ­ລາ​ດັ່ງ­ກ່າວ ຈະ​ບ້ຽນ​ໄປ​ພື້ນ​ຜິວ​ຈະ­ລາ­ຈອນ​ກໍ​ຍາກ ແຖມ​ຊ້ຳ​ເວ­ລາ​ຂາຍ​ແລ້ວ ຍັງ​ເອົາ​ໂຕະ​ຕັ່ງ​ທີ່​ນັ່ງ​ຂາຍ­ເຄື່ອງ​ນັ້ນ ຕັ້ງ​ວາງ­ສະ­ແດງ​ກວນ​ສາຍ​ຫູ​ສາຍ­ຕາ ແລະ ປະ​ຂີ້​ເຫຍື້ອ​ໄວ້​ຈຳ­ນວນ​ໜຶ່ງ​ອີກ​ດ້ວຍ ເຮັດ​ແນວ​ນີ້​ໃຫ້​ໄປ​ເວົ້າ​ຢູ່​ໃສ​ກໍ​ບໍ່​ຖືກ ຄື​ບໍ່​ເປັນ​ລະ­ບຽບ ຜິດ​ລະ­ບຽບ ບໍ່​ຮ່ວມ​ມື​ການ​ປະ­ຕິ­ບັດ 6 ສ ຕໍ່​ທາງ​ອອກ​ນີ້ ຄວນ​ຈະ​ເປັນ​ໜ້າ­ທີ່​ຂອງ​ຄະ­ນະ​ບ້ານ​ທີ່​ລຽບ­ທາງ​ນັ້ນ ຈັດ­ການ​ບອກ­ສອນ ຕັກ­ເຕືອນ ອີກ​ມາດ​ຕະ­ການ​ໜຶ່ງ​ນັ້ນ ປັດ­ຈຸ­ບັນ ນະ­ຄອນ­ຫຼວງ​ວຽງ​ຈັນ ພວມ​ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ 6 ສ ຂໍ​ສະ­ເໜີ​ໃຫ້​ຄະ­ນະ​ດັ່ງ­ກ່າວ ກວດ­ກາ​ນຳ​ອີກ​ຍິ່ງ​ຈະ​ເປັນ​ການ​ດີ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

       ໃນ​ຍຸກ​ສະ­ໄໝ​ປັດ­ຈຸ­ບັນ ເອີ້ນ​ວ່າ ຍຸກ​ເທັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ­ສານ ຫຼື ໄອ​ທີ (IT) ຜູ້​ໃດ​ທີ່​ມີ​ແຫຼ່ງ​ຂໍ້​ມູນ​ຂ່າວ­ສານ​ຫຼາຍ​ກ່ວ​າ​ໝູ່ ໄດ້​ຮັບ​ຂໍ້​ມູນ​ຂ່າວ­ສານ​ວ່ອງ­ໄວ ທັນ​ການ ຊັດ​ເຈນ ຜູ້​ນັ້ນ​ຈະ​ເປັນ​ຜູ້​ໄດ້​ປຽບ ແລະ ຢູ່​ລອດ​ໃນ​ສັງ­ຄົມ​ຕໍ່​ໄປ ຈາກ​ບົດ­ບາດ​ຄວາມ​ສຳ­ຄັນ ແລະ ຈຳ­ເປັນ​ດັ່ງ­ກ່າວ​ນັ້ນ ພັກ-ລັດ­ຖະ­ບານ ນັກ​ການ­ເມືອງ ນັກ​ປົກ­ຄອງ ແລະ ນັກ​ບໍ­ລິ­ຫານ​ທຸ­ລະ​ກິດ​ທຸກ​ລະ­ດັບ ກໍ​ລ້ວນ​ແຕ່​ມີ​ຄວາມ​ຕ້ອງ­ການ ຂໍ້​ມູນ​ຂ່າວ­ສານ​ທີ່​ຖືກ­ຕ້ອງ ເພື່ອ​ກຳ­ນົດ​ທິດ​ທາງ ແລະ ແຜນ​ດຳ­ເນີນ​ງານ​ຂອງ​ຕົນ.

ຍ້ອນ​ຍຸກ​ຂອງ (IT) ໂລກ​ໜ່ວຍ​ນີ້​ຈຶ່ງ​ຢູ່​ໃນ​ກຳ­ມື​ຂອງ​ຜູ້​ຊອກ​ຮູ້-ນຳ­ທັນ​ຍຸກ​ທັນ​ທຸກ​ບັນ­ຫາ ຢູ່​ໃນ​ທຸກ​ທະ­ວີບ​ທີ່​ລົງ​ທາງ Internet ຍ້ອນ​ແຫຼ່ງ​ຂໍ້​ມູນ​ໄຮ້​ຂີດ​ພົມ​ແດນ ການ​ບໍ­ລິ­ໂພກ​ຈຶ່ງ​ເກີດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ ເຊິ່ງ​ຕ້ອງ​ຍອມ­ຮັບ​ວ່າ ບາງ​ຂໍ້​ມູນ​ກໍ​ເປັນ​ຈິງ ແລະ ນຳ​ຜົນ​ດີ​ໃຫ້​ແກ່​ຕົນ ແລະ ສັງ­ຄົມ... ແຕ່​ບາງ​ຂໍ້​ມູນ​ກໍ​ບໍ່​ເປັນ­ຄວາມ​ຈິງ ແລະ ເປັນ​ທີ່​ນິ­ຍົມ​ຂອງ​ກຸ່ມ​ໄວ​ລຸ້ນ​ໃຫ້​ໄຕ່​ຕາມ ແລະ ປະ­ພຶດ​ຕົນ​ໃນ​ທາງ​ທີ່​ບໍ່​ສອດ­ຄ່ອງ ຕາມ​ຮີດ­ຄອງ​ປະ­ເພ­ນີ​ລາວ ທີ່​ໄດ້​ສືບ​ສານ​ກັນ​ມາ​ນັບ​ແຕ່​ຄົນ​ລຸ້ນ​ປູ່...

ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ມີ​ຂ່າວ​ຮື​ຮາ​ທີ່​ຕໍ່­ປາກ­ຕໍ່­ຄຳ ຈົນ​ກາຍ­ເປັນ​ພາບ​ພົດ​ທີ່​ສ້າງ​ຄວາມ​ເສື່ອມ​ເສຍ ຕໍ່​ບໍ­ລິ­ສັດ​ທີ່​ແອບ​ອ້າງ​ເຖິງ​ເນື້ອ​ໃນ​ຂ່າວ ພໍ​ສັງ​ລວມ​ໄດ້​ວ່າ: ປະ­ມານ​ທ່ຽງ​ຄືນ​ຂອງ​ຕົ້ນ​ເດືອນ​ມິ­ຖຸ­ນາ (ບໍ່​ມີ​ຂ່າວ​ທີ່​ຊັດ​ເຈນ​ວ່າ​ແມ່ນ​ມື້​ໃດ) ມີ​ສາວ​ຈາກ​ບໍ­ລິ­ສັດ​ແຫ່ງ​ໜຶ່ງ ຫຼັງ​ຈາກ​ທີ່​ລົດ​ໄປ​ຕ້ອນ​ເອົາ​ກັບ​ບໍ­ລິ­ສັດ​ແລ້ວ ຍິງ​ສາວ​ທີ່​ໃສ່​ສະ​ເກິດ​ເຂີນໆ​ຄົນ​ນັ້ນ ກໍ​ຂີ່​ລົດ­ຈັກ​ກັບ​ບ້ານ ພໍ​ຮອດ​ເຂດ​ກໍ່­ສ້າງ​ທີ່​ມີ​ກຳ­ມະ­ກອນ​ຕ່າງ​ຊາດ​ຢູ່ ບັງ­ເອີນ​ນ້ຳ­ມັນ​ລົດ​ໝົດ​ທັນ­ທີ ກໍ​ຖືກ​ກຳ­ມະ­ກອນ​ຂົ່ມ­ຂືນ ທຳ​ອິດ​ພຽງ 2-3 ຄົນ ແລະ ກາຍ­ເປັນ​ຄົນ­ທີ 20 ຫຼື 21 ຈົນ​ຜູ້­ກ່ຽວ​ໝົດ​ສະ­ຕິ ແລ້ວ​ຄົນ​ສຸດ​ທ້າຍ​ນຳ​ສົ່ງ​ໂຮງ­ໝໍ ແລະ ເສຍ​ຊີ­ວິດ​ໃນ​ເວ­ລາ​ຕໍ່​ມາ ບາງ​ຄົນ​ພັດ​ເວົ້າ​ຕໍ່­ປາກ​ວ່າ: ຫຼັງ​ຂົ່ມ­ຂືນ​ແລ້ວ ພວກ​ກ່ຽວ​ທັງ 20 ກ່ວ​າ​ຄົນ ຖືກ​ສົ່ງ​ກັບ​ຄືນ​ປະ­ເທດ ແລະ ປັບ­ໄໝ​ພຽງ​ແຕ່​ຜູ້​ລະ 20 ລ້ານ​ກີບ​ວ່າ​ຊັ້ນ.

ດ້ວຍ​ຄວາມ​ເອົາ­ໃຈ­ໃສ່​ຂອງ​ເຈົ້າ​ໜ້າ­ທີ່​ທຸກ​ຂະ­ແໜງ­ການ ໂດຍ​ສະ­ເພາະ​ແມ່ນ​ກອງ​ບັນ­ຊາ​ການ ປກສ ເມືອງ​ສີ​ໂຄດ​ຕະ­ບອງ ເຊິ່ງ​ເປັນ​ບ່ອນ​ທີ່​ແອບ​ອ້າງ​ເຖິງ ໄດ້​ລົງ​ຊັນ­ນະ­ສູດ​ຂ່າວ ແຕ່​ວັນ​ທີ 1ມິ­ຖຸ­ນາ 2011 ເຖິງ​ວັນ​ທີ 26ມິ­ຖຸ­ນາ 2011 ເພື່ອ​ຊອກ​ຫາ​ແຫຼ່ງ​ຂໍ້​ມູນ​ທີ່​ຄ້າຍ­ຄື​ກັນ​ນັ້ນ ແຕ່​ບໍ່​ພົບ ແລະ ມີ​ຂໍ້​ສະ­ຫຼຸບ​ວ່າ: ເປັນ​ຂໍ້​ມູນ​ບໍ່​ເປັນ­ຄວາມ​ຈິງ.

ທ່ານ ຫົງ​ຄຳ ຫອມ​ສົມ­ບັດ ຮອງ​ກອງ​ບັນ­ຊາ​ການ ປກສ ເມືອງ​ສີ​ໂຄດ​ຕະ­ບອງ ຜູ້​ຊີ້​ນຳ​ວຽກ​ງານ​ຕຳ­ຫຼວດ​ຊີ້​ແຈງ​ວ່າ: ພວກ​ເຮົາ​ສົມ­ທົບ​ກັບ​ບ້ານ​ກັບ​ກຸ່ມ​ທົ່ວ​ເມືອງ ນັບ​ທັງ​ປະ­ສານ​ທາງ​ໂຮງ­ໝໍ ທີ່​ແຫຼ່ງ​ຂ່າວ​ແອບ​ອ້າງ​ເຖິງ​ແຕ່​ບໍ່​ມີ​ຂໍ້​ມູນ​ໃດໆ.

ຮອງ​ກອງ​ສືບ­ສວນ-ສອບ​ສວນ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ເຜີຍ​ຕໍ່​ໜັງ­ສື­ພິມ ປກສ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ພວກ​ເຮົາ​ກຳ­ລັງ​ຊອກ​ແຫຼ່ງ​ຂ່າວ​ຢ່າງ​ຈົດ­ຈໍ່​ວ່າ: ເລື່ອງ​ນີ້​ອອກ​ຈາກ​ໃຜ ຢູ່​ໃສ ເມື່ອ​ໃດ ພວກ​ເຮົາ​ຈະ​ນຳ​ຜູ້​ປ່າວ​ຂ່າວ​ນັ້ນ ມາ​ໃຫ້​ຂໍ້​ມູນ​ຢ່າງ​ຊັດ​ເຈນ.

ການ​ບໍ­ລິ­ໂພກ​ຂໍ້​ມູນ​ຂ່າວ­ສານ ມັນ​ເປັນ​ສິດ​ເສລີ­ພາບ​ຂອງ​ພົນ­ລະ­ເມືອງ ທີ່​ມີ​ຄວາມ​ສາ­ມາດ​ເຂົ້າ​ໄປ​ເຖິງ ແຕ່​ຕ້ອງ​ເຂົ້າ­ໃຈ​ວ່າ: ປະ­ເທດ​ລາວ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງ­ຄົມ​ດ້ວຍ 3ອຳ­ນາດ​ໃຫຍ່ ຄື: ອຳ­ນາດ​ນິ­ຕິ­ບັນ­ຍັດ (ສະ­ພາ​ແຫ່ງ​ຊາດ) ອຳ­ນາດ​ບໍ­ລິ­ຫານ (ລັດ­ຖະ­ບານ) ອຳ­ນາດ​ຕຸ­ລາ­ການ (ໄອ​ຍະ​ການ​ສານ) ເຊິ່ງ​ມີ​ນາ­ຍົກ​ເປັນ​ຫົວ­ໜ້າ​ລັດ­ຖະ­ບານ​ນັ້ນ ເປັນ​ໄປ​ບໍ່​ໄດ້ ທີ່​ຄົນ​ມີ​ຄວາມ​ຜິດ​ແລ້ວ​ພົ້ນ​ໂທດ ໂດຍ​ບໍ່​ມີ​ຂໍ້​ກ່າວ​ຫາ ແລະ ປະ­ຕິ­ບັດ​ໂທດ​ໃນ​ກົດ­ໝາຍ​ອາ­ຍາ​ແຫ່ງ ສປປ ລາວ ໝວດ​ທີ 2ມາດ­ຕາ​ທີ 3ໄດ້​ກຳ­ນົດ​ເຖິງ​ຂອບ​ເຂດ​ການ​ນຳ​ໃຊ້ ກົດ­ໝາຍ​ອາ­ຍາ​ສະ­ບັບ​ນີ້ ມີ​ຜົນ​ສັກ­ສິດ​ໃນ​ທົ່ວ ສປປ ລາວ ບຸກ­ຄົນ​ໃດ​ຫາກ​ໄດ້​ກະ­ທຳ​ຜິດ​ທາງ​ອາ­ຍາ ຢູ່​ໃນ​ດິນ­ແດນ ສປປ ລາວ ກໍ​ຈະ​ໄດ້​ຮັບ­ຜິດ­ຊອບ​ຕາມ​ກົດ­ໝາຍ​ອາ­ຍາ ຫຼື ກົດ­ໝາຍ​ອື່ນໆ​ທີ່​ໄດ້​ກຳ­ນົດ​ໂທດ​ທາງ​ອາ­ຍາ.

ຜູ້­ຕາງ­ໜ້າ​ທາງ​ການ​ທູດ ຫຼື ບຸກ­ຄົນ​ທີ່​ໄດ້​ຮັບ​ອະ­ພິ­ສິດ​ທາງ​ການ​ທູດ ຕາມ​ສັນ­ຍາ​ລະ­ຫວ່າງ​ຊາດ ເຊິ່ງ​ໄດ້​ກະ­ທຳ​ຜິດ​ໃນ​ດິນ­ແດນ ສປປ ລາວ ກໍ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ທາງ​ການ​ທູດ ຫຼາຍ​ກໍ­ລະ­ນີ​ທີ່​ຄົນ​ຊາດ​ອື່ນ ມາ​ກະ­ທຳ​ຜິດ​ຢູ່​ເຂດ​ນ່ານ​ຟ້າ ເຂດ​ນ້ຳ​ແດນ​ດິນ​ຂອງ​ລາວ ກໍ​ລ້ວນ​ແຕ່​ຖືກ​ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ​ຂອງ​ລາວ ເຊັ່ນ: ຄະ­ດີ​ຕັດ­ສິນ​ປະ­ຫານ​ຊີ­ວິດ ຄະ­ດີ​ຄ້າ­ຂາຍ-ຂົນ­ສົ່ງ​ຢາ​ເສບ​ຕິດ​ຂອງ​ນາງ ສະ​ມານ​ຕາ ໂອ­ໂລ​ບາ​ເຕີ ແຕ່​ເລື່ອງ​ນຳ​ສົ່ງ​ຈຳ­ເລີຍ​ໄປ​ຕັດ­ສິນ​ຢູ່​ປະ­ເທດ​ຕົນ​ນັ້ນ ມັນ​ແມ່ນ​ການ​ຕົກ­ລົງ​ລະ­ຫວ່າງ​ປະ­ເທດ ໃນ​ຖານ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ.

ຢ່າງ­ໃດ​ກໍ​ດີ ຄະ­ດີ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ຄະ­ນະ​ບັນ­ຊາ ປກສ ເມືອງ​ສີ​ໂຄດ​ຕະ­ບອງ ໄດ້​ເຮັດ​ບົດ​ລາຍ​ງານ​ສະ­ບັບ​ເລກ​ທີ 537/ປກສ.ສຄ ລົງ​ວັນ​ທີ 23 ມິ­ຖຸ­ນາ 2011 ເຖິງ​ທ່ານ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ກ່ຽວ​ກັບ​ເລື່ອງ​ດັ່ງ­ກ່າວ​ມາ​ນັ້ນ ລ້ວນ​ແຕ່​ເປັນ​ເລື່ອງ​ບໍ່​ເປັນ­ຄວາມ​ເປັນ​ຈິງ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ເພື່ອນ​ຜູ້​ອ່ານ​ທ່ານ​ໜຶ່ງ ຖື​ວ່າ​ເປັນ​ຂາ​ປະ­ຈຳ​ຄໍ​ລຳ​ພວກ​ເຮົາ ໄດ້​ເລົ່າ​ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ ເວ­ລາ​ເດີນ­ທາງ​ໄປ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ຕ່າງ­ປະ­ເທດ ເປັນ­ຕົ້ນ​ແມ່ນ ສປ ຈີນ ສູ່​ຟັງ ເລື່ອງ​ການ​ແກ້​ໄຂ​ບັນ­ຫາ​ເຮືອນ​ຢູ່​ໃຫ້​ພະ­ນັກ­ງານ.

ການ​ທີ່​ຄໍ​ລຳ​ຍົກ​ບັນ­ຫາ​ນີ້​ຂຶ້ນ​ມາ ເພາະ​ໃນ​ສັງ­ຄົມ​ເຮົາ ໂດຍ​ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ພະ­ນັກ­ງານ​ຫຼາຍ​ຄອບ­ຄົວ ຍັງ​ບໍ່​ທັນ​ມີ​ເຮືອນ​ຢູ່​ຖາ­ວອນ... ຫຼາຍ​ຄົນ​ຕ້ອງ​ບືນ​ຕົວ​ສ້າງ​ລາຍ​ຮັບ​ເພີ່ມ ເພື່ອ​ໃຫ້​ມີ​ເຮືອນ​ຢູ່... ລາຍ​ຮັບ​ເພີ່ມ​ນີ້​ລະ ເປັນ​ຕົວ​ການ​ເຮັດ​ໃຫ້​ພະ­ນັກ­ງານ​ບາງ​ຄົນ ເສຍ​ທາດ​ຂາດ​ຄຸນ ເພາະ​ບໍ່​ຮູ້​ກຳ­ນົດ​ວ່າ ລາຍ​ຮັບ​ເພີ່ມ​ນັ້ນ​ແມ່ນ​ມາ​ຈາກ​ໃສ ? ສະ­ນັ້ນ ຈຶ່ງ​ໃຊ້​ທຸກ​ກົນ­ລະ­ຍຸດ ໃຊ້​ທຸກ​ຊ່ອງ​ຫວ່າງ​ທີ່​ມີ ເພື່ອ​ໃຫ້​ໄດ້​ມີ​ເຮືອນ​ຢູ່​ຖາ­ວອນ​ຄື​ບ້ານ​ຄື​ເມືອງ​ເພິ່ນ ! ທ່າ​ອ່ຽງ​ມີ​ເຮືອນ​ຢູ່​ຖາ­ວອນ... ອວດ​ອ້າງ​ເຮືອນ​ຢູ່​ດ້ວຍ​ມູນ​ຄ່າ​ການ​ກໍ່­ສ້າງ​ສູງ ເຄື່ອງ​ເຟີ​ນິ​ເຈີ​ລາ­ຄາ​ແພງ ກາຍ­ເປັນ​ສິ່ງ​ທ້າ​ທາຍ​ຈິດ­ໃຈ​ຂອງ​ຜູ້​ມີ​ລາຍ​ຮັບ​ຕ່ຳ ຜູ້​ບຸກ​ບືນ​ກໍ່­ສ້າງ​ຄອບ­ຄົວ​ດ້ວຍ​ຄວາມ​ຊື່­ສັດ... ຄວາມ​ເປັນ​ແບບ­ຢ່າງ​ນັບ​ມື້​ຫຼຸດ​ນ້ອຍ​ຖອຍ​ລົງ.

ຫັນ​ມາ­ສູ່​ຄຳ​ບອກ­ເລົ່າ​ຂອງ​ເພື່ອນ ເລື່ອງ​ການ​ແກ້​ໄຂ​ເຮືອນ​ຢູ່ ເພິ່ນ​ເລົ່າ​ວ່າ​ໄປ ສປ ຈີນ ເຫັນ​ການ​ກໍ່­ສ້າງ​ເຄ­ຫາ​ສະ­ຖານ​ໃຫຍ່​ໂຕ ຢູ່​ນະ­ຄອນ­ຫຼວງ​ປັກ​ກິ່ງ ໃນ​ໂອ­ກາດ​ເປັນ​ເຈົ້າ­ພາບ​ກີ­ລາ​ໂອ­ແລັມ­ປິກ​ຜ່ານ​ມາ... ກີ­ລາ​ແລ້ວ​ຜ່ານ​ໄປ ແຕ່​ປະ­ກົດ​ເຫັນ​ຜູ້​ຄົນ​ອາ­ໄສ​ຢູ່​ໝູ່​ບ້ານ​ໂອ­ແລັມ­ປິກ​ຢ່າງ​ຫຼວງ­ຫຼາຍ ທີ່­ແທ້​ແມ່ນ​ທາງ​ການ​ຈັດ​ສັນ​ໃຫ້​ພະ­ນັກ­ງານ​ເຂົ້າ​ຢູ່ ດ້ວຍ​ຮູບ​ການ​ນະ­ໂຍ­ບາຍ​ຕ່າງໆ ເຊັ່ນ: ຈ່າຍ​ຜ່ອນ​ແບບ​ທົ່ວ​ໄປ ຈ່າຍ​ຜ່ອນ​ແບບ​ຕັດ​ເງິນ­ເດືອນ ຫຼື ມີ​ນະ­ໂຍ­ບາຍ​ສຳ­ລັບ​ຜູ້​ມີ​ຄຸນ­ງາມ­ຄວາມ­ດີ​ຕໍ່​ປະ­ເທດ​ຊາດ ນີ້​ແມ່ນ​ກໍ­ລະ­ນີ​ສຶກ​ສາ​ໜຶ່ງ ຍ້ອນ​ວ່າ​ເວ­ລາ​ເປັນ​ເຈົ້າ­ພາບ​ຈັດ​ງານ​ລະ­ດັບ​ໂລກ ຫຼື ພາກ​ພື້ນ​ຂຶ້ນ ຍ່ອມ​ຕ້ອງ­ການ​ທີ່­ຢູ່​ອາ­ໄສ​ເພີ່ມ​ຂຶ້ນ ນອກ­ຈາກ​ການ​ລົງ­ທຶນ​ຂອງ​ພາກ​ເອ­ກະ​ຊົນ​ແລ້ວ ພາກ​ລັດ​ກໍ​ເປັນ​ເຈົ້າ​ການ​ລົງ­ທຶນ ການ​ລົງ­ທຶນ​ພາກ​ລັດ​ນີ້​ລະ ! ຊ່ວຍ​ແກ້​ໄຂ​ບັນ­ຫາ​ໃຫ້​ພະ­ນັກ­ງານ​ລັດ​ໄດ້ 100%.

ຜ່ານ​ມາ ຢູ່​ບ້ານ​ເຮົາ​ກໍ​ມີ​ການ​ແຂ່ງ­ຂັນ​ກີ­ລາ​ຊີ­ເກມ ມີ​ໂຄງ­ການ​ໝູ່​ບ້ານ​ຈັດ​ສັນ ແຕ່​ປານ​ນີ້​ຍັງ​ມິດ​ຢູ່ ເວ­ລາ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ ກໍ​ມີ​ບ້ານ​ສຳ­ລັບ​ໃຫ້​ຜູ້­ນຳ​ປະ­ເທດ​ຕ່າງໆ​ມາ ມາ​ພັກ​ເຊົາ... ຍິນ​ຂ່າວ​ວ່າ ກອງ​ປະ­ຊຸມ​ອາ­ຊີŒເອີ​ຣົບ ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ 2012 ນີ້ ກໍ​ຈະ​ມີ​ການ​ສ້າງ​ເຮືອນ​ພັກ​ຂຶ້ນ​ອີກ ບໍ­ລິ­ເວນ​ດອນ​ຈັນ ລອງ​ຄົ້ນ​ຄ້ວ​າ​ພິ­ຈາ­ລະ­ນາ​ເບິ່ງ​ດຸ​ວ່າ ໃນ​ຈຳ­ນວນ​ການ​ກໍ່­ສ້າງ​ນີ້ ບ່ອນ​ໃດ​ພໍ​ມີ​ນະ­ໂຍ­ບາຍ​ເພື່ອ​ໃຫ້​ພະ­ນັກ­ງານ​ມີ​ເຮືອນ​ຢູ່​ຖາ­ວອນ ໂດຍ​ການ​ຫັນ​ງົບ­ປະ­ມານ​ການ​ກໍ່­ສ້າງ​ເຮືອນ​ຢູ່​ໃຫ້​ພະ­ນັກ­ງານ​ມາ​ໃຊ້​ຈ່າຍ ເພາະ­ວ່າ​ມັນ​ອາດ​ຈະ​ຖືກ​ກ່ວ​າ ແລະ ອາ­ໄສ​ເປັນ​ຄຸ້ມ​ເປັນ​ບ້ານ ການ​ເວນ­ຍາມ​ຮັກ­ສາ​ຄວາມ​ປອດ​ໄພ​ກໍ​ສະ­ດວກ​ກ່ວ​າ.

ເວົ້າ​ເລື່ອງ​ເຮືອນ​ຢູ່​ຖາ­ວອນ​ນີ້ ຫຼາຍ​ຄົນ​ບອກ​ວ່າ ຍອມ­ຮັບ​ມີ​ປະ­ກົດ​ການ​ຫຍໍ້­ທໍ້ ເພາະ​ລາຍ​ຮັບ​ກັບ​ມູນ​ຄ່າ​ເຮືອນ​ມັນ​ແຕກ​ຕ່າງ​ກັນ ອັນ​ນີ້​ກໍ​ບໍ່​ແມ່ນ​ວ່າ​ເປັນ​ໝົດ​ທຸກ​ກໍ­ລະ­ນີ​ເນີ !.

ຫຼາຍ​ບໍ­ລິ­ສັດ​ໃນ​ຫຼາຍ​ປະ­ເທດ ມັກ​ຊູ​ນະ­ໂຍ­ບາຍ​ເລື່ອງ​ເຮືອນ​ຢູ່​ຫຼັງ​ທຳ​ອິດ ລົດ​ຂີ່​ຄັນ​ທຳ​ອິດ ເພື່ອ​ດຶງ​ດູດ​ຄົນ​ເຂົ້າ​ເຮັດ​ການ​ໃຫ້​ບໍ­ລິ­ສັດ​ເຈົ້າ​ຂອງ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

 

ວັນທີ່21.06.2011

       ຂ້ອຍເຄີຍຄິດຜ່ານມາວ່າເປັນຫຍັງຄົນເຮົາຈຶ່ງໂງ່ ແລະ ຈ້າແທ້ ຍອມເຮັດທຸກຢ່າງເພື່ອໃຫ້ຄົນອື່ນພໍໃຈ

ໂດຍຄົນທີ່ໂຕເອງສົນໃຈບໍ່ເຄີຍສົນໃຈໃຍ່ດີນຳເລີຍ ເວົ້າງ່າຍໆກໍ່ຄືການແແອບຮັກເຂົາຂ້າງດຽວ, ຂ້ອຍບໍ່ເຄີຍເຂົາໃຈຄວາມໝາຍເລີຍວ່າເປັນຫຍັງຄົນທີ່ແອບຮັກຄົນອື່ນຕ້ອງຍອມເຮັດທຸກຢ່າງເພື່ອໃຫ້ຄົນທີ່ຕົນເອງແອບຮັກຫຼື ຄົນທີ່ຕົນຮັກນັ້ນພໍໃຈ ທັງໆທີຄົນໆນັ້ນບໍ່ໄດ້ສົນໃຈຫຼືຮັກເຮົາເລີຍ ຈົນກວ່າຂ້ອຍໄດ້ມາເຈີຜູ້ຍິງຄົນໜຶ່ງ ຫຼັງປີໃໝ່ລາວທີ່ຜ່ານມານີ້ ຂ້ອຍຮູ້ຈັກລາວໄດ້ປະມານເດືອນກວ່ານີ້ແລະ ແຕ່ວ່າຂ້ອຍກໍ່ໄດ້ຕົກລຸມຮັກລາວຢ່າງແຮງ ແລ້ວຂຸມຮັກທີ່ຂ້ອຍຕົກກະເລິກອີກ ຂ້ອຍໄດ້ເວົ້າແລະບອກຄວາມຮູ້ສຶກທຸກຢ່າງທີ່ຂ້ອຍຄິດ ໃຫ້ລາວຟັງເພື່ອຫວັງວ່າລາວຈະເປັນແລະຄິດກັບຂ້ອຍ ຄືຂ້ອຍຄິດກັບລາວ ແຕ່ບໍ່ເລີຍລາວກະເສີຍໆຕະຫຼອດ ແຕ່ຂ້ອຍກະຍັງພະຍາຍາມເຮັດດີນຳລາວຕະຫຼອດມາຕັ້ງແຕ່ມື້ທີ່ເຫັນຈົນຮອດມື້ນີ້ ຄວາມຮູ້ສຶກຂ້ອຍກໍ່ຍັງຮູ້ສຶກດີໆກັບລາວຄືເກົ່າ

ເຖິງວ່າລາວຈະສົນໃຈຫຼືບໍ່ສົນໃຈກໍ່ຕາມຄວາມຮູ້ສຶກດີໆທີ່ມີໃຫ້ລາວນັ້ນໄດ້ກາຍມາເປັນສ່ວນໜຶ່ງຂອງຄວາມສຸກແລະເປົ້າໝາຍອັນໜຶ່ງຂອງຊີວິດຂ້ອຍ

ຄືຫວັງວ່າມື້ໃດມື້ໜຶ່ງລາວຈະເຫັນຄວາມຈິງໃຈຂອງຂ້ອຍເຊື່ອແລະໄວ້ໃຈຂ້ອຍຫວັງວ່າ.

ດັ່ງນັ້ນ ຂ້ອຍຈຶ່ງຮູ້ແລ້ວວ່າການທີ່ເຮົາຮັກໃຜຄົນໜຶ່ງ ບໍ່ຈຳເປັນວ່າຕ້ອງໃຫ້ໃຜຄົນນັ້ນມາຮັກເຮົາ ຂໍພຽງໄດ້ຮູ້ຈັກ ແລະ ເຫັນເຂົາມີຄວາມສຸກກະພໍໃຈແລ້ວ

ມື້ໃໝ່ຫັດເລົ່າ.


ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 

ສັງຄົມອອນລາຍໃນປັດຈຸບັນຂອງລາວທີ່ໄດ້ຮັບຄວາມນິຍົມຈາກຄົນລາວຫຼາຍໃນປັດຈຸບັນ ບໍ່ຕ່າງຈາກສັງຄົມອອນລາຍຂອງໂລກ ນັ້ນກໍ່ຄື ເວັບໄຊພັນລາວດອດຄອມ ມີບາງຄັ້ງເວັບໄຊນີ້ອາດຈະພົບກັນບັນຫານານັບປະການ ແຕ່ເຖິງຢ່າງໃດກໍ່ຕາມເວັບໄຊນີ້ກໍ່ມີການປ່ຽນແປງແລະພັດທະນາໃຫ້ດີຂຶ້ນເລື້ອຍໆ ເພື່ອຕອບສະໜອງໃຫ້ກັບຜູ້ຊົມໃຊ້ໃນໂລກອອນລາຍຂອງລາວ ເປັນບ່ອນແລກປ່ຽນຄວາມຄິດຄຳເຫັນ ບ່ອນສົນທະນາ ຫາຄວາມຮູ້ຊອກຊູ້ຫາແຟນ ລົມກັນຍາມເຫງົາເປັນບາງຄັ້ງຄາວ

ພັນລາວດອດຄອມ ເປັນເວັບໄຊທີ່ທ່ານສາມາດສ້າງໜ້າຂໍ້ມູນຜູ້ໃຊ້ ຂອງທ່ານເອງໄດ້, ມີບ່ອນຂຽນຂໍ້ຄວາມສົ່ງຫາກັນ ບ່ອນສະແດງຄວາມຄິດເຫັນ, ສາມາດອັບຮູບ, ເພງ ແລະ ວິດີໂອ ທີ່ທ່ານມັກລົງໄດ້ ພ້ອມກັນນີ້ຍັງມີ ການສ້າງກຸ່ມ, ການສ້າງແບບສຳຫຼວດ, ການຂຽນເລື້ອງ ຕ່າງໆ ພ້ອມກັບແນະນຳເວັບໄຊອື່ນໆໃຫ້ໝູ່ຈັກໄດ້ນຳອີກ ແລະ ອື່ນໆ.

ໂດຍປັດຈຸບັນນີ້ມີຜູ້ສົນໃຈເຂົ້າມາໃຊ້ ມາສະມັກເປັນສະມາຊິກເວັບໄຊພັນລາວດອດຄອມນີ້ປະມານ 16273 ຄົນ, ມິດຕະພາບ: 898685 ຄັ້ງ, ຄຳເຫັນ: 2285485 ຄັ້ງ,  ໄດອາຣີ່: 8567 ເລື່ອງ, ແບບສຳຫຼວດ: 7122 ເລື່ອງ, ອັລບັ້ມພາບ: 12445 ອັລບັ້ມ, ວິດີໂອຄລິບ: 3416 ຄລິບ,  ກະທູ້ເວັບບອດ: 5971 ກະທູ້, ຕອບເວັບບອດ: 186136 ເທື່ອ, ລິ້ງແນະນຳ: 712 ລິ້ງ, ກຸ່ມ: 905 ກຸ່ມ. ເຊິ່ງມາຜູ້ມາລົງທະບຽນນຳໃຊ້ປະມານ(  300 ຄົນ/ມື້) ຫຼື ອາດຈະຫຼາຍກວ່ານີ້ຫຼາຍ ຕາມຄວາມຄິດຂອງຂ້ອຍ.

ສິ່ງທີ່ເຮັດໃຫ້ພັນລາວໄດ້ຮັບຄວາມນິຍົມເພີ້ມຂຶ້ນເລື້ອຍໆຈາກ ຜູ້ໃຊ້ໂລກອອນລາຍນັ້ນ ເນື່ອງຈາກພັນລາວດອດຄອມນີ້ ມີເອກະລັກສະເພາະ ຂອງພັນລາວດອດຄອມ ພ້ອມກັນນີ້ກໍ່ມີການປັງປຸງ ແລະ ພັດທະນາຢູ່ເລື້ອຍໆເພື່ອບໍ່ໃຫ້ມີບັນຫາໃນການໃຊ້ງານ ແລະ ເຫມາະສົມກັບຄົນລາວໃນໂລກອອນລາຍປັດຈຸບັນ

ຈາກໃຈ ຜູ້ໃຊ້

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

          ໃບ​ເງິນ​ກີບ ຫຼື ທະ­ນະ​ບັດ ຖ້າ​ໃຊ້​ຖືກ​ວິ­ທີ ຈະ​ເຮັດ​ໃຫ້​ອາ­ຍຸ​ການ​ນຳ​ໃຊ້​ມີ​ຄວາມ​ຄົງ​ທົນ​ຍາວ​ນານ ເຊິ່ງ​ໃນ​ນັ້ນ ການ​ເກັບ​ຮັກ­ສາ​ທະ­ນະ​ບັດ ໃຫ້​ມີ​ລັກ­ສະ­ນະ​ຊື່​ຕົງ ຈະ​ເປັນ​ການ​ຮັກ­ສາ​ດີ​ທີ່​ສຸດ ... ສິ່ງ​ທີ່​ຄວນ​ຫຼີກ​ລ້ຽງ​ນັ້ນ​ຄື: ການ​ພັບ ການ​ໜີບ ການ​ຫຍິບ ການ​ເຈາະ​ຮູ ການ​ທາ­ສີ ແລະ ການ​ຂີດ​ຂຽນ ... ທຸກ​ການ​ກະ­ທຳ​ດັ່ງ­ກ່າວ​ນັ້ນ ເປັນ​ການ​ທຳ­ລາຍ​ທະ­ນະ​ບັດ ໂດຍ​ບໍ່​ຮູ້­ສຶກ​ຕົວ.

ຄວາມ​ລື້ງ​ເຄີຍ​ຢ່າງ​ໜຶ່ງ​ຂອງ​ຄົນ ລາວ​ເຮົາ ເວ­ລາ​ເຮັດ­ບຸນ ໂດຍ​ສະ­ເພາະ ບຸນ​ພະ​ເຫວດ ທີ່​ຫຼາຍ​ບ້ານ​ເຮັດ​ມາ​ແລ້ວ ແລະ ຈະ​ສືບ­ຕໍ່​ເຮັດ​ຕໍ່​ໄປ​ນີ້ ຄວນ​ໄດ້​ປັບ​ປ່ຽນ ນັ້ນ​ຄື: ການ​ໜີບ ຫຼື​ຫຍິບ​ເງິນ​ໃສ່​ຕົ້ນ​ກາ­ລະ​ພຶກ ກັນ​ຫຼອນ ເຊິ່ງ​ພາ­ໃຫ້​ໃບ​ເງິນ​ຈີກ​ຂາດ ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ບໍ່​ທໍ່​ນັ້ນ ຍັງ​ມີ​ຈຳ­ນວນ​ໜຶ່ງ ຫຍິບ​ໝາກ­ເບັງ​ດ້ວຍ​ໃບ​ເງິນ ແລ້ວ​ນຳ​ມາ​ຈຳ­ໜ່າຍ​ທົ່ວ​ຕະ­ຫຼາດ (ບາງ​ຄົນ​ນິ­ຍົມ​ແຂວນ​ໃສ່​ແວ່ນ​ລົດ​ໃຫຍ່) ດັ່ງ­ນັ້ນ ຄວາມ​ຊິນ​ເຄີຍ​ນີ້​ຕ້ອງ​ໄດ້​ປະ​ຖິ້ມ ແລ້ວ​ມາ​ເຮັດ​ແບບ​ໃໝ່ ເຊັ່ນ​ວ່າ: ເອົາ​ໃບ​ເງິນ​ໃສ່​ຖົງ​ຢາງ ຜູກ​ຕິດ​ໃສ່​ໄມ້ ຫຼື​ໃຊ້​ໄມ້​ໜີບ ແລ້ວ​ຈຶ່ງ​ປັກ​ໃສ່​ຕົ້ນ​ກ້ວຍ ໂດຍ​ບໍ່​ພັບ​ບໍ່​ໜີບ ແລະ ບໍ່​ຫຍິບ​ໃບ​ເງິນ ເຮົາ​ກໍ​ຈະ​ໄດ້​ຕົ້ນ​ກາ­ລະ​ພຶກ ຫຼື​ຕົ້ນ​ກັນ​ຫຼອນ​ທີ່​ງາມ​ໄດ້.

ການ​ປຸກ­ລະ­ດົມ​ໃຫ້​ທົ່ວ​ສັງ­ຄົມ​ໃຊ້​ໃບ​ເງິນ​ກີບ​ໃຫ້​ເໝາະ​ສົມ ເພື່ອ​ໃຫ້­ການ​ນຳ​ໃຊ້​ຄົງ​ທົນ​ຍາວ​ນານ​ນັ້ນ ເປັນ​ໜ້າ­ທີ່​ຂອງ​ໝົດ​ທຸກ​ຄົນ​ໃນ​ສັງ­ຄົມ ບໍ່​ແມ່ນ​ຈະ​ເອື່ອຍ​ອີງ­ໃສ່​ແຕ່​ທະ­ນາ­ຄານ​ຝ່າຍ​ດຽວ.

ຜູ້​ມີ​ອິດ​ທິ​ພົນ​ຫຼາຍ​ກ່ວ​າ​ເພິ່ນ ກໍ​ຄົງ​ແມ່ນ​ຄົນ​ຄ້າ­ຂາຍ ເພາະ­ວ່າ​ຫາກ​ຜູ້​ຄ້າ­ຂາຍ​ປະ­ຕິ­ເສດ ບໍ່​ຮັບ​ໃບ​ເງິນ​ທີ່​ເສື່ອມ​ຄຸນ​ນະ​ພາບ ແລ້ວ​ສັງ­ຄົມ​ຈະ​ຫຍຸ້ງ­ຍາກ​ກັນ​ໃຫຍ່ ເພາະ​ຕ້ອງ​ໄດ້​ແລ່ນ​ເຂົ້າ​ໄປ​ແລກ­ປ່ຽນ​ນຳ​ທະ­ນາ­ຄານ ສະ­ນັ້ນ ຜູ້​ຄ້າ­ຂາຍ​ຕ້ອງ​ເປັນ​ເຈົ້າ​ການ​ຕັກ­ເຕືອນ ຜູ້​ຖື​ຄອງ​ໃບ​ເງິນ​ກີບ​ໃຫ້​ເຂົາ​ຮູ້​ເຖິງ​ຂັ້ນ​ຕອນ​ໃນ​ການ​ຮັກ­ສາ​ນໍ ? ຕໍ່​ມາ​ກໍ​ແມ່ນ​ເຖົ້າ​ແກ່ ແນວ​ໂຮມ ຄູŒອາ­ຈານ ທີ່​ຕິດ​ພັນ​ກັບ​ການ​ສ້າງ​ບຸນ​ທຳ​ທານ ກໍ​ຄວນ​ຕັກ­ເຕືອນ​ອອກ​ຕົນ​ຍາດ​ໂຍມ ໃນ​ການ​ຮັກ­ສາ​ໃບ​ເງິນ​ກີບ​ຄື​ດັ່ງ​ໄດ້​ກ່າວ​ມາ​ແລ້ວ ! ຕໍ່​ມາ​ອີກ​ຈຶ່ງ​ແມ່ນ​ສະ​ຖາ​ບັນ​ຄອບ­ຄົວ ສະ​ຖາ​ບັນ​ການ​ສຶກ​ສາ ແລະ ຫົວ­ໜ້າ​ຕາມ​ສຳ­ນັກ­ງານ​ອົງ­ການ​ຕ່າງໆ ຕ້ອງ​ແນະ­ນຳ​ຕັກ­ເຕືອນ​ສະ­ມາ­ຊິກ​ຂອງ​ຕົນ ຫ້າວ­ຫັນ​ເປັນ​ເຈົ້າ​ການ​ຮັກ­ສາ​ໃບ​ເງິນ​ກີບ ໃຫ້​ຈົບ­ງາມ ແລະ ໃຊ້​ໄດ້​ໝັ້ນ­ຄົງ.

ຫາ​ກວ່າ​ທົ່ວ​ສັງ­ຄົມ ຮັກ­ສາ​ໃບ​ເງິນ​ກີບ​ໄດ້​ດີ ລັດ​ເຮົາ​ກໍ​ຈະ​ບໍ່​ເພີ່ມ​ພາ­ລະ​ໃນ​ການ​ພິມ​ທະ­ນະ​ບັດ​ອອກ​ມາ​ໃຊ້ ເວ­ລາ​ນັ້ນ ງົບ­ປະ­ມານ​ກໍ​ຖືກ​ປະ­ຢັດ​ໄປ​ເຮັດ​ແນວ​ອື່ນ ເປັນ­ຕົ້ນ ການ​ສ້າງ­ສາ​ພັດ­ທະ­ນາ​ໂຄງ​ລ່າງ ທີ່​ເປັນ​ພື້ນ­ຖານ​ໃຫ້​ແກ່​ການ​ພັດ­ທະ­ນາ​ປະ­ເທດ​ຊາດ.

ສະ­ນັ້ນ ຈຶ່ງ​ຂໍ​ຮຽກ­ຮ້ອງ​ໃຫ້​ໝົດ​ທຸກ​ທ່ານ ທີ່​ດຳ­ລົງ​ຊີ­ວິດ​ຢູ່​ໃນ​ຜືນ​ແຜ່ນ­ດິນ​ລາວ ຕ້ອງ​ຊ່ວຍ​ກັນ​ເກັບ​ຮັກ­ສາ ແລະ ນຳ​ໃຊ້​ໃບ​ເງິນ​ກີບ​ໃຫ້​ຄົງ​ທົນ ແລະ ຍາວ​ນານ.


ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

            ເວລາຖືກເຊີນໄປຮ່ວມງານລ້ຽງຕ່າງໆ ມັນກໍບໍ່ແມ່ນເລື່ອງແປກ ທີ່ຕ້ອງມານັ່ງຄິດໃຫ້ມັນເຈັບສະໝອງແມ່ນບໍ ? ແຕ່ບາງທີສິ່ງເລັກໆນ້ອຍໆ ທີ່ຄິດວ່າງ່າຍໆໃນເບື້ອງຕົ້ນນັ້ນ ມັນກໍພາໃຫ້ເຮົາບໍ່ສະບາຍໃຈ ໂດຍສະເພາະ ໃນຍາມທີ່ຕ້ອງຢູ່ທ່າມກາງ ກັບຫຼາຍໆຄົນດ້ວຍຄວາມລຳບາກ ຈົນມີຄຳຢອກຫຼິ້ນໃນພາສາຂອງຄົນຮູ້ໃຈວ່າ: ກິນເຂົ້າກັບນາຍ ຟ້ອນລຳວົງກັບເມຍ ຈັ່ງແມ່ນມັນເພຍຫົວໃຈ... ຄືຈັ່ງວ່າ ! ມັນບໍ່ເປັນທຳມະຊາດ ຫຼື ຂາດສີສັນ ແລະ ຫຼົດຊາດຈັ່ງໃດຈັ່ງໜຶ່ງ ຈັ່ງຊັ້ນລະ ! ເພື່ອບໍ່ໃຫ້ທ່ານຮູ້ສຶກອຶດອັດ ຈົນ ຕ້ອງກິນເຂົ້າບໍ່ແຊບ ຫຼື ກິນບໍ່ອີ່ມ ຈົນຕ້ອງກັບມາຈ້ຳແຈ່ວປາແດກຢູ່ເຮືອນນັ້ນ ຂໍຍົກເອົາບາງບັນຫາມາແລກປ່ຽນດັ່ງນີ້:

- ເມື່ອຖືກເຊີນ ຄວນມາກົງເວລາ ເພື່ອຈະໄດ້ທຳຄວາມຮູ້ຈັກ ສະພາບຂອງງານໄດ້ຢ່າງລະອຽດ.

- ບໍ່ຄວນລຸກອອກໄປຫັ້ນມາໜີ້ ໂດຍບໍ່ຈຳເປັນ ລະວັງການໄອ ຈາມ ຫາວ ແລະ ເບະສົບທີ່ບໍ່ຕັ້ງໃຈ.

-ບໍ່ຄວນອ່ານໜັງສື ຫຼື ຈົດໝາຍ ຍົກເວັ້ນລາຍການອາຫານ ແລະ ກິດຈະກຳທີ່ເຈົ້າພາບຢາຍໄວ້.

-ບໍ່ຄວນກາງສອກ ເດ່ແຂນ ຄືກັບຕີມວຍ ອັນເປັນການກີດຂວາງຄົນ ທີ່ນັ່ງຢູ່ທາງຂ້າງ.

- ເວລາຍົກນ້ຳ ເບຍ ຫຼື ຍໍເຫຼົ້າດື່ມ ບໍ່ຄວນຍົກສູງຈົນໄດ້ແຫງນຄໍໃສ່.

- ບໍ່ຄວນໃຊ້ມືກ້ຳຊ້າຍຈັບຈອກ ຖ້ວຍ ຫຼື ເຄື່ອງໃຊ້ທີ່ເພິ່ນຈັດວາງໄວ້ ໃຫ້ສຳລັບຄົນແຮງກ້ຳຂວາ.

- ເວລາຕັກອາຫານ ຄວນລະວັງ ບໍ່ໃຫ້ເຮ່ຍ ຫຼື ຕົກໂຢດຊະຊາຍ ເຊິ່ງພາໃຫ້ບໍ່ງາມຕາ.

- ຖ້າບັງເອີນເຮົາເຮັດສິ່ງໃດສິ່ງໜຶ່ງຜິດ ກໍຈົ່ງວາງທ່າເສີຍເປັນທຳມະຊາດ ຢ່າແກ້ຕົວ.

- ບໍ່ຈັບບາຍ ຫຼິ້ນບ່ວງ ອົມສ້ອມ ແລະ ແພເຊັດປາກ ບໍ່ຄວນຍື່ນມືຢິບເອົາເຄື່ອງໃຊ້ຂອງຄົນອື່ນ.

- ຕ້ອງໃຈໃຫຍ່ ຊ່ວຍເຫຼືອຜູ້ທີ່ຢູ່ທາງຂ້າງ ໂດຍສະເພາະແມ່ຍິງ ໃນການບໍລິການເຂົ້າປາອາຫານ.

- ບໍ່ຄວນຕັກຈົນລົ້ນ ກິນຄຳໃຫຍ່ ບໍ່ຫຍ້ຳອາຫານໃຫ້ມີສຽງດັງ ແລະ ອາຫານທີ່ຕັກມາ ຄວນກິນໃຫ້ໝົດ.

- ບໍ່ໃຊ້ມີດສຽບຕັກອາຫານໃສ່ປາກ ບໍ່ຍົກບ່ວງ ຫຼື ສ້ອມສູງເກີນໄປ ບໍ່ເວົ້າລົມເມື່ອອາຫານຢູ່ປາກ.

- ບໍ່ຄາກຖົ່ມກ້າງ ກະດູກ ເມັດ ແກ່ນ ອອກຈາກປາກ ຄວນໃຊ້ຜ້າ ຫຼື ເຈ້ຍອະນາໄມຮອງຮັບ.

- ບໍ່ເອົາຜ້າເຊັດປາກ ເໜັບໃສ່ບ່ອນໃດບ່ອນໜຶ່ງ ແຕ່ຄວນພືອອກ ພາດໄວ້ກົກຄາ ໜັາຕັກ ຫຼື ໜ້າໂຕະ.

- ຢ່າພັບ ຫຼື ມ້ຽນຜ້າເຊັດມື ຄວນປະຕາມທຳມະຊາດ ຄືກັບຜ້າທີ່ເປື້ອນແລ້ວ.

ອາຫານທຸກປະເພດ ຖ້າເຮົາບໍ່ທັນເຄີຍສັນ ກໍຢ່າຟ້າວກິນ ຄວນສັງເກດຄົນຢູ່ທາງຂ້າງ ແລ້ວຈຶ່ງຄ່ອຍຮັບປະທານຊ້າໆ ບໍ່ຟ້າວບໍ່ຝັ່ງ ສຳລັບເມຍທີ່ຍິ້ມຢູ່ທາງຂ້າງນັ້ນ ໃຫ້ຄິດ ສາວ່າ ເປັນຄົນຮັກໃໝ່ ທີ່ເຮົາຫາກໍຮູ້ຈັກ ແລະ ຢາກຟ້ອນນຳຈົນໃຈຈະຂາດ ຖ້າເຮັດໄດ້ຊ່ຳນີ້ແລ້ວ ຍັງບໍ່ມີຄວາມສຸກ ກໍບໍ່ຄວນມີຄວາມຮັກ...

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ກ.) ພະຍາດຮູບນອກ:ເຮັດວຽກບໍ່ຈິງໃຈ ບໍ່ເຮັດຕັ້ງແຕ່ກົກແຕ່ເຄົ້າ ແຕ່ບ່ອນຕົ້ນມາ ບໍ່ເຮັດຕັ້ງແຕ່ຕ່ຳໄປເຖິງສູງ ເຮັດພໍແລ້ວເລື່ອງ ເຮັດພໍໃຫ້ເຫັນວ່າໄດ້ເຮັດ ເຮັດໄດ້ພຽງ ເລັກນ້ອຍ ກໍເວົ້າຍົກເວົ້າຍໍຂຶ້ນໃຫ້ເປັນຫຼາຍ ເພື່ອຈະໄດ້ເຮັດລາຍງານໃຫ້ໂກ້ໃຫ້ງາມ ແຕ່ວ່າເມື່ອກວດເບິ່ງຄັກກໍເຫັນວ່າ ເປັນຂອງເປົ່າຫວ່າງເນື້ອໃນ.

ຍົກຕົວຢ່າງ ກໍຄືການຈັດຕັ້ງໃນແຫ່ງໜຶ່ງ ໃນລາຍງານເວົ້າວ່າ: ການຈັດຕັ້ງໄດ້ມີຢູ່ທຸກບ້ານ ທຸກເມືອງ ທຸກແຂວງແລ້ວ ຄົນຊັ້ນໃດ ກໍໄດ້ເອົາເຂົ້າໃນການຈັດຕັ້ງແລ້ວ ນັບ ຈຳນວນກໍມີເຖິງພັນ ເຖິງໝື່ນຄົນແລ້ວ ແຕ່ເມື່ອຍົກເອົາແຕ່ລະຂໍ້ຂອງລາຍງານນັ້ນ ມາກວດກາເບິ່ງຄັກແນ່ ແລະ ຖາມເຂົ້າລາຍລະອຽດວ່າ ແຕ່ລະການຈັດຕັ້ງນັ້ນ ເຮັດ ວຽກຫຍັງ ? ພະນັກງານໄດ້ໄປເຖິງທ້ອງຖິ່ນທີ່ຕັ້ງນັ້ນຈັກເທື່ອ ໄດ້ເຮັດຫຍັງຊ່ວຍອົງການຈັດຕັ້ງນັ້ນ ແລ້ວດັ່ງນັ້ນ ກໍເລີຍບໍ່ເຫັນມີສິ່ງໃດເປັນຄວາມຈິງ.

ເຮັດແນວນັ້ນ ບໍ່ແມ່ນເຮັດຫຼ້ອນໜ້າທີ່ຂອງຕົນ ແມ່ນຂີ້ຕົວະ ແລະ ຫຼອກລວງພັກ ການເຮັດວຽກບໍ່ແທດເຖິງຕົວຈິງ ແລະ ລາຍງານບໍ່ຈິງໃຈ ກໍເປັນພະຍາດທີ່ເປັນໄພອັນຕະ ລາຍທີ່ສຸດ.

ຂ.) ພະຍາດຍົກພັກຍົກພວກ:ພະຍາດຕົວນີ້ ກໍເປັນອັນຕະລາຍຄືກັນ ຕັ້ງແຕ່ບ່ອນຖືພັກຖືພວກ ກໍຈະກາຍເປັນການແບ່ງແຍກ ຜູ້ໃດຖືກໃຈໂຕ ແມ່ນວ່າມັນຈະຊົ່ວປານໃດ ກໍຖືວ່າມັນດີ ມັນເຮັດວຽກການອັນຊົ່ວ ກໍຖືວ່າເປັນອັນຈົບງາມ ແລ້ວກໍປົກປິດເອົາກັນ ສະໜັບສະໜູນກັນ ຜູ້ໃດບໍ່ຖືກໃຈໂຕ ແມ່ນມັນຈະເປັນຜົນດີພຽງໃດ ກໍເວົ້າວ່າເປັນອັນ ຊົ່ວ ແລ້ວກໍຊອກວິທີທັບຖົມຕິຕຽນ ແລະ ຢຽບຢ່ຳໃຫ້ຈົມລົງ.

ພະຍາດຕົວນີ້ ເປັນອັນຕະລາຍໃຫ້ແກ່ພັກຫຼາຍທີ່ສຸດ ມັນເຮັດໃຫ້ເສຍຫາຍເຖິງ ຄວາມເປັນເອກະພາບຂອງພັກ ມັນເຮັດໃຫ້ພັກຫຼຸດຜ່ອນ ຄວາມສາມາດຂອງສະມາຊິກລົງ ແລະ ບໍ່ປະຕິບັດນະໂຍບາຍຂອງຕົນ ໄດ້ຢ່າງຄົບຖ້ວນ ມັນເຮັດໃຫ້ເສຍຄວາມຮັກແພງ ສະໜິດສະໜົມລະຫວ່າງສະມາຊິກດ້ວຍກັນ ແລະ ກໍ່ໃຫ້ເກີດຄວາມລະແວງສົງໄສ ກັນຂຶ້ນ ແລ້ວກໍແຕກສາມັກຄີພາຍໃນ ເປັນເຫດໃຫ້ພັກອ່ອນແຮງລົງ.

ຄ.) ພະຍາດຜີວເຜີນ:ບໍ່ເບິ່ງກ້ວາງເຫັນໄກ ບໍ່ຄິດຮອດບັນຫາທີ່ໃຫຍ່ຫຼວງ ແຕ່ແລ້ວຊ້ຳພັດກະຈູ້ກະຈີ້ ນຳແຕ່ວຽກລະອຽດມຸ່ນຍ່ອຍ ຍົກຕົວຢ່າງ ກໍຄືການເພີ່ມພູນຜະລິດຜົນ ແລະ ລຳລຽງສະບຽງອາຫານໃຫ້ກອງທັບ ຊ້ຳບໍ່ຄິດຮອດ ແລ້ວຊ້ຳພັດ ມາຄິດຮອດແຕ່ເລື່ອງຈະໃຊ້ເຂົ້າເຢັນ ແລະ ນ້ຳແກງເຫຼືອຢູ່ໃນເຮືອນຄົວ.

ຄົນຜູ້ເປັນແນວນັ້ນ ຈະມອງເຫັນໄດ້ແຕ່ຜົນໄດ້ ຜົນເສຍອັນນ້ອຍໆ ແຕ່ບໍ່ເຫັນຜົນໄດ້ຜົນເສຍອັນໃຫຍ່ຫຼວງ.

ງ.) ພະຍາດຖືກຽດສ່ວນຕົວ:ພະຍາດຕົວນີ້ ມີຫຼາຍປະກົດການທີ່ສະແດງອອກດັ່ງລຸ່ມນີ້:

1. ມີເລື່ອງຫຍັງບໍ່ມັກຕຳໜິຕໍ່ໜ້າແລ້ວ ຊ້ຳພັດເອົາໄປເວົ້າລັບຫຼັງ ເວລາເປີດກອງປະຊຸມບໍ່ເວົ້າຫຍັງ ຫຼັງຈາກປິດກອງປະຊຸມແລ້ວຈິ່ງເວົ້າ ບໍ່ມີຈັກເທື່ອ ທີ່ຈະສະເໜີອັນນັ້ນ ອັນນີ້ຕໍ່ພັກ ບໍ່ປະຕິບັດຕາມຫຼັກດຳເນີນຊີວິດຂອງພັກ ໂຕມັກແນວໃດກໍເຮັດແນວນັ້ນ.

2. ຢາກເຮັດໃຫ້ແຕ່ແລ້ວວຽກ ຜູ້ໃດມີຈຸດດີກໍບໍ່ຮ່ຳຮຽນນຳຜູ້ໃດ ມີຂໍ້ບົກຜ່ອງກໍບໍ່ຢາກຕຳໜິ.

3. ບໍ່ນັບຖືຄຳສັ່ງຂອງຊັ້ນສູງ ບໍ່ປະຕິບັດຕາມລະບຽບວິໄນ ມີແຕ່ເຮັດຕາມໃຈໂຕມັກ.

4. ເວລາຕຳໜິຜູ້ໃດ ກໍບໍ່ແມ່ນເຮັດເພື່ອຜົນປະໂຫຍດຂອງພັກ ບໍ່ແມ່ນເຮັດເພື່ອຊ່ວຍກັນກ້າວໜ້າ ບໍ່ແມ່ນເຮັດເພື່ອປະໂຫຍດທີ່ວຽກງານຕ້ອງການ ມີແຕ່ຕິຕຽນສ່ວນຕົວ ຖຽງເພື່ອຊະນະ ຖຽງເພື່ອແກ້ແຄ້ນ ເພື່ອທຳລາຍບັນຍາກາດອັນດີຕໍ່ກັນ.

5. ໄດ້ຍິນຄວາມວິພາກວິຈານອັນບໍ່ຖືກ ກໍເຮັດເພີດເສີຍ ບໍ່ສູ້ຖຽງ ຮອດວ່າໄດ້ຍິນຄວາມເວົ້າທີ່ຕ້ານການປະຕິວັດ ກໍບໍ່ເອົາລາຍງານໃຫ້ຂັ້ນສູງຮູ້ ໃຜເວົ້າຫຍັງ ໃຜເຮັດຫຍັງ ກໍຕາມຊ່າງ.

6. ພົບປະຊາຊົນກໍບໍ່ສືບສວນເບິ່ງ ບໍ່ຖ້ອຍຖາມຂະເຈົ້າ ບໍ່ໂຄສະນາ ບໍ່ຊີ້ແຈງອະທິບາຍ ເຮັດຄືປະຊາຊົນບໍ່ມີສິ່ງພົວພັນຫຍັງກັບໂຕ.

7. ເຫັນສິ່ງທີ່ເປັນການເສຍຫາຍ ໃຫ້ແກ່ປະຊາຊົນກໍຕາມຊ່າງ ບໍ່ຕັກເຕືອນ ບໍ່ກີດຂວາງ ບໍ່ຊອກຊ່ອງທາງຫຼີກເວັ້ນ.

8. ເຮັດວຽກບໍ່ມີແຜນການ ພົບຫຍັງເຮັດອັນນັ້ນ ເຮັດບໍ່ເປັນພິທີ ເຮັດບໍ່ມີຂອບເຂດ ເຮັດບໍ່ເຖິງຕົ້ນເຖິງປາຍ.

9. ຖືຕົວເອງວ່າເປັນ ນັກປະຕິວັດແກ່ພັນສາ ນັກປະຕິວັດຮຸ່ນເກົ່າ ອ້າງຄຸນງາມຄວາມດີແຕ່ກ່ອນມາ ເພື່ອທວງໃຫ້ຜູ້ອື່ນນັບຖື ແລະ ທວງເອົາຖານະຕຳແໜ່ງ ໃຫ້ເຮັດວຽກ ໃຫຍ່ ຊ້ຳພັດເຮັດບໍ່ຫຼ້ອນ ໃຫ້ເຮັດວຽກນ້ອຍຊ້ຳບໍ່ຍອມເຮັດ ເຮັດວຽກແບບຖາມວາດ ຮ່ຳຮຽນຊ້ຳຂີ້ຄ້ານ ເມື່ອເຫັນຜູ້ອື່ນຮ່ຳຮຽນກ້າວໜ້າກ່ວາ ຊ້ຳພັດຄຽດຊັງເຂົາ.

10. ຮູ້ວ່າໂຕມີຂໍ້ບົກຜ່ອງ ກໍບໍ່ພະຍາຍາມອົດທົນ ແກ້ໄຂປ່ຽນແປງ.

ພະຍາດຕ່າງໆທີ່ກ່າວມາຂ້າງເທິງນີ້ ເຮັດໃຫ້ພັກເຮົາໂຊເຊ ມີຄຳຄິດມີຄຳເຫັນແບບກະວົນກະວາຍ ລະບຽບວິໄນຫຼົ້ມເຫຼວ ວຽກການຊັກຊ້າ ນະໂຍບາຍບໍ່ປະຕິບັດໄດ້ສຸດຂີດ ພັກກໍຫ່າງໄກຈາກປະຊາຊົນ ຜູ້ໃດຕິດພະຍາດນີ້ ກໍມັກກ້າວໄປເຖິງບ່ອນຍົກຜົນປະໂຫຍດສ່ວນຕົວຂຶ້ນເທິງ ເອົາຜົນປະໂຫຍດຂອງພັກ ແລະ ປະຊາຊົນລົງຕ່ຳກ່ວາ.

ນັກປະຕິວັດ ຍາມໃດກໍຕ້ອງສັດຊື່ ຫ້າວຫັນ ຖືນະໂຍບາຍຂອງພັກ ແລະ ຂອງຊາດ ປະເສີດກ່ວາຊີວິດຂອງຕົນເອງ ຍາມໃດກໍຕ້ອງໃສສະອາດ ບໍລິສຸດ ມັກການດຳເນີນຊີ ວິດລວມໝູ່ ຊຸກຍູ້ສົ່ງເສີມ ຈິດໃຈປະຊາຊົນຢູ່ສະເໝີ ຮັກສາລະບຽບວິໄນຢູ່ສະເໝີ ຕ້ານຢັນພະຍາດຖືກຽດສ່ວນຕົວຢູ່ສະເໝີ.

ຈ.) ພະຍາດຂີ້ຄ້ານ:ປະກົດການທີ່ສະແດງໃຫ້ເຫັນລັກສະນະຂອງພະຍາດຂີ້ຄ້ານ ເປັນຄືດັ່ງລຸ່ມນີ້:

- ຖືວ່າອັນໃດຕົນເອງກໍເກັ່ງພໍແລ້ວ ວຽກອັນໃດຕົນເອງກໍຮູ້ພໍແລ້ວ ຂີ້ຄ້ານຮ່ຳຮຽນ ຂີ້ຄ້ານຄິດ ຄານພິຈາລະນາ ວຽກການອັນໃດງ່າຍໆ ກໍຍາດເອົາມາໃຫ້ແກ່ຕົນເອງ ວຽກ ອັນໃດຍາກກໍຊຸກໄປໃຫ້ຜູ້ອື່ນເຮັດ ເມື່ອພົບສິ່ງທີ່ເປັນອັນຕະລາຍ ກໍຊອກຫາວິທີຫຼົບຫຼີກໄປ.

- ເມື່ອໄດ້ຮັບຄຳສັ່ງ ຫຼື ມະຕິຕົກລົງຂອງຊັ້ນສູງ ກໍບໍ່ມັກຄົ້ນຄ້ວາເບິ່ງໃຫ້ແຈ່ມແຈ້ງ ບໍ່ຮີບນຳສົ່ງຄຳສັ່ງ ຫຼື ມະຕິຕົກລົງນັ້ນ ລົງໄປໃຫ້ຂັ້ນລຸ່ມ ໃຫ້ສະມາຊິກຂອງພັກ ແລະ ພົນທະຫານ ມັກເອົາມ້ຽນໄວ້ນຳຕົນເອງ ໂດຍບໍ່ເອົາອອກມາອ່ານຄືນອີກ.

ເວລາປະຕິບັດຄຳສັ່ງ ກໍກະຕຸກກະຕັກ ບໍ່ມ່ວນຊື່ນເບີກບານ ບໍ່ວ່ອງໄວ ມັກປະຕິບັດພໍແລ້ວເລື່ອງ ບໍ່ຕັ້ງໃຈໃສ່ເຖິງຕົ້ນເຖິງປາຍ ຜົນທີ່ໄດ້ຮັບ ກ່ອນອື່ນ ກໍຄືມະຕິເຕັມຖົງສົ້ງ ຄຳສັ່ງເຕັມຖົງເສື້ອ.

ຜົນທີ່ໄດ້ຮັບທີ່ມັນໜັກກໍຄື: ມ້າງເພການຈັດຕັ້ງຂອງພັກ ຫຼຸດຜ່ອນລະບຽບວິໄນຂອງພັກ ປະໃຫ້ເສຍໂອກາດທີ່ຄວນເຮັດກໍບໍ່ເຮັດ ເວລາເຮັດກໍຫຼ້າຊ້າໄປແລ້ວ ນັ້ນແມ່ນເປັນ ຍ້ອນແນວຄິດຂີ້ຄ້ານ ຊັກຊ້າ ຄົນເຮົາມີແນວນັ້ນ ກໍເພາະບໍ່ເຂົ້າໃຈວ່າ ພັກກໍຄືດຽວກັບຕົນຕົວເຮົາ ມະຕິຕົກລົງ ແລະ ຄຳສັ່ງ ກໍຄືສາຍເລືອດ ສາຍເລືອດແລ່ນດີໄປທົ່ວຕົນ ຕົວ ກໍເຮັດໃຫ້ຄົນບໍ່ເຈັບໄຂ້ ສາຍເລືອດຢຸດຢູ່ບ່ອນໃດບ່ອນນັ້ນ ກໍຈະເປັນເປ້ຍຫຼ່ອຍ ແລະ ເກີດພະຍາດທັນທີ ມະຕິຕົກລົງ ແລະ ຄຳສັ່ງກໍໄປໄວໄປເຖິງແຕ່ຊັ້ນເທິງຫາຊັ້ນ ລຸ່ມ ວຽກການກໍແລ່ນໄວ ອັນໃດກໍແລ້ວທົ່ວປົວດີ ມັນຢຸດສະງັກຢູ່ບ່ອນໃດຊັ້ນໃດ ຕັ້ງແຕ່ຊັ້ນນັ້ນລົງມາເຖິງລຸ່ມ ກໍເປັນເປ້ຍຫຼ່ອຍ ບໍ່ຮູ້ທາງໃດຈະເຮັດວຽກ.

ສ.) ພະຍາດອິດສາ:ອັນໃດກໍຢາກໃຫ້ສະເໝີກັນໝົດ ເມື່ອຊັ້ນເທິງມີວຽກຟ້າວໄດ້ຂີ່ມ້າ ຫຼື ຂີ່ລົດໄປເຮັດວຽກ ຊັ້ນລຸ່ມກໍຢາກຂີ່ມ້າ ຂີ່ລົດຄືກັນ ເມື່ອມີຜູ້ຮັບຜິດຊອບຫຼາຍວຽກ ໄດ້ຢູ່ເຮືອນກ້ວາງ ຜູ້ທີ່ບໍ່ມີວຽກຫຼາຍ ກໍທວງເອົາເຮືອນກ້ວາງຄືກັນ ເວລາເພີ່ມອາຫານໃຫ້ທະຫານທີ່ຖືກບາດເຈັບ ກໍຢາກໃຫ້ເພີ່ນເພິ່ມທໍ່ກັນໝົດ ບໍ່ວ່າຜູ້ເຈັບໜັກ ຫຼື ເຈັບ ເບົາ ເວລາເຮັດວຽກຫຍັງ ກໍຢາກໃຫ້ທັງຜູ້ເຖົ້າຜູ້ໜຸ່ມ ເດັກນ້ອຍຜູ້ແຂງແຮງ ແລະ ຜູ້ບໍ່ແຂງແຮງ ເຮັດເທົ່າກັນໝົດ ບໍ່ໃຫ້ໃຜລື່ນໃຜ ວຽກຢ່າງໜຶ່ງ ຜູ້ດຽວເຮັດກໍໄດ້ ກໍບໍ່ຍອມ ເຮັດ ຢາກໃຫ້ໝົດທຸກຄົນ ເຮັດນຳກັນຈຶ່ງຍອມເຮັດ.

ພະຍາດນີ້ ເກີດຂຶ້ນໄດ້ກໍຍ້ອນຜູ້ຕິດພະຍາດນັ້ນ ເຂົ້າໃຈຜິດວ່າ ຄວາມ ສະເໝີພາບ ບໍ່ເຂົ້າໃຈວ່າຜູ້ແຂງແຮງຕ້ອງຫາບໜັກ ຜູ້ບໍ່ແຂງແຮງຫາບເບົາກ່ວາ ຜູ້ເຮັດວຽກໜັກ ຕ້ອງກິນຫຼາຍ ຜູ້ເຮັດວຽກເບົາ ກິນໜ້ອຍ ດັ່ງນັ້ນ ຈຶ່ງແມ່ນສະເໝີພາບ.

ຊ.) ພະຍາດປະຈົບປະແຈງ:ຍັງມີຄົນຈຳພວກໜຶ່ງ ເມື່ອເວົ້າຕໍ່ໜ້າໃຜກໍດີໝົດ ລັບຫຼັງຊ້ຳພັດເວົ້າວ່າ: ໃຜກໍຊົ່ວໝົດ ຢູ່ຕໍ່ໜ້າຜູ້ໃດ ກໍວ່າເຂົາຊົ່ວ ຢູ່ກໍຍັງໄປຍ້ອງວ່າເຂົາດີ ຜູ້ ໃດດຶງໄປເຮັດຜິດ ຫຼື ເຮັດຖືກ ກໍໄປນຳໝົດ ອ້າງທິດສະດີວ່າ ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ ບໍ່ກ້າຕິຕຽນສິ່ງທີ່ຜິດ ແລະ ບໍ່ກ້າຍ້ອງສິ່ງທີ່ຖືກ.

ຄົນຊະນິດນັ້ນ ເປັນຫຍ້າຄາກາງແກ່ວລົ້ມນຳໝົດທຸກລົມ ເປັນນັກສວຍໂອກາດ ເປັນນົກສອງຫົວ ມີວາດສະໜາເປັນແຕ່ລູກນ້ອງຂອງຄົນອື່ນ ອາໄສເພິ່ງແຕ່ຄົນອື່ນ ບໍ່ສາ ມາດເປັນຫົວໜ້າຄົນໄດ້

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

       ຫຼັງຈາກລົງພິມບົດ ຄຸນສົມບັດໃໝ່ ແລະ ສິນທຳປະຕິວັດ ເຊິ່ງຄັດເອົາບາງຕອນໃນປຶ້ມດັ່ງກ່າວ ເພື່ອນຜູ້ອ່ານໄດ້ສ່ອງແສງມາຕື່ມອີກວ່າ ຢາກໃຫ້ຄົ້ນຄ້ວາເອົາບົດຂຽນໃນ ປຶ້ມ ທີ່ເວົ້າເຖິງບັນດາຂໍ້ບົກຜ່ອງ ແລະ ຜິດພາດ ໃນການເຮັດວຽກຂອງພະນັກງານ ເພື່ອໃຫ້ຜູ້ອື່ນເຫັນແລ້ວ ມີສະຕິເປັນເຈົ້າການ ແລະ ຖອດຖອນເປັນບົດຮຽນວ່າຊັ້ນ ! ໃນຖານະຜູ້ຮັບຜິດຊອບຄໍລຳ ແນວລາວ ໄດ້ອ່ານປຶ້ມ ການແກ້ໄຂວິທີເຮັດວຽກ ເຊິ່ງພິມໂດຍສຳນັກພິມຈຳໜ່າຍ ສປປ ລາວ ປີ 1980 ເພິ່ນໃສ່ວົງເລັບວ່າ: ພິມເທື່ອທີ 5ໃນໜ້າທີ 45 ຂອງປຶ້ມ ມີຂໍ້ 5 ເວົ້າວ່າ: ບັນດາຂໍ້ບົກຜ່ອງ ແລະ ຜິດພາດ ດັ່ງນີ້:

5. ບັນດາຂໍ້ບົກຜ່ອງ ແລະ ຜິດພາດ.

ພາຍໃນພັກຂອງເຮົາ ກໍຍັງມີຄົນຜູ້ບໍ່ທັນຮຽນຮູ້ ແລະ ບໍ່ທັນເຮັດໄດ້ ໃນຄວາມທີ່ວ່າ: ເສຍສະຫຼະປະໂຫຍດສ່ວນຕົວເພື່ອສ່ວນລວມ ດັ່ງນັ້ນ ຄົນພວກນັ້ນ ຈຶ່ງມັກມີລັດທິເອ ກະຊົນ.

ລັດທິເອກະຊົນ ເປັນຄືແມ່ພະຍາດຊະນິດໜຶ່ງ ທີ່ຮ້າຍກາດທີ່ສຸດ ມັນພາໃຫ້ເກີດພະຍາດຫຼາຍຊະນິດ ທີ່ເປັນອັນຕະລາຍທີ່ສຸດ ຄືດັ່ງຈະຊີ້ແຈງຢູ່ຂ້າງລຸ່ມນີ້:

ກ.) ພະຍາດໂລພາ: ຄົນຜູ້ຕິດພະຍາດນີ້ ກໍມັກແຕ່ຍົກຜົນປະໂຫຍດສ່ວນຕົວເອງ ຂຶ້ນສູງກ່ວາຜົນປະໂຫຍດຂອງພັກ ແລະ ຂອງຊາດ ຍ້ອນແນວຄິດນັ້ນ ຈຶ່ງເກີດມີໃຈມັກ ແຕ່ໄດ້ ແຕ່ດີ ຫາແຕ່ກຳໄລ ມັກແຕ່ເອົາຂອງສ່ວນລວມ ມາເຮັດວຽກສ່ວນຕົວ ມັກອາໄສຊື່ສຽງ ແລະ ກຳລັງຂອງພັກ ມາຊອກຫາຜົນປະໂຫຍດສ່ວນຕົວເອງ.

ຄົນຈຳພວກນີ້ ມັກຢູ່ກິນຟຸມເຟືອຍ ໃຊ້ຈ່າຍຕະພຶດຕະພື ເງິນຄຳເຫຼົ່ານັ້ນເອົາໃສມາ ? ບໍ່ເອົາຂອງພັກ ກໍເອົາຂອງພີ່ນ້ອງຮ່ວມຊາດຂອງຕົນເອງ ຈົນເຖິງເຮັດຕະຫຼາດມືດ ຂາຍຂອງທີ່ຕ້ອງຫ້າມ ບໍ່ຢ້ານເສຍຊື່ສຽງຂອງພັກ ບໍ່ຢ້ານເສຍຊື່ສຽງຂອງຕົນເອງ.

ຂ.) ພະຍາດຂີ້ອົ່ງ: ອວດວ່າຕົນດີ ອວດວ່າຕົນເກັ່ງ ທວງເອົາຖານະຕຳແໜ່ງ ຢາກໄດ້ແຕ່ໜ້າຕາ ມັກໃຫ້ຜູ້ອື່ນຍ້ອງຍໍ ແລະ ຍົກຍໍຕົນຂຶ້ນ ມັກແຕ່ແນະນຳສັ່ງສອນຜູ້ອື່ນ ເມື່ອເຮັດວຽກຫຍັງ ພຽງແຕ່ສຳເລັດເລັກນ້ອຍ ກໍເອົາໄປອວດອ້າງຢ່າງນັນເນືອງ ຖືວ່າຜູ້ອື່ນບໍ່ທໍ່ໂຕຈັກຄົນ ບໍ່ທຸລະຮ່ຳຮຽນນຳປະຊາຊົນ ບໍ່ຢາກໃຫ້ຜູ້ອື່ນຕຳໜິ ເຮັດອັນໃດ ກໍຢາກເປັນນາຍສັ່ງໃຫ້ຜູ້ອື່ນເຮັດ.

ຄ.) ພະຍາດຕັນຫາຊື່ສຽງ: ຖືວ່າໂຕເປັນຜູ້ດີຜູ້ໃຫຍ່ ບາງທີຍ້ອນຄວາມຕັນຫາຊື່ສຽງນັ້ນ ສິ່ງທີ່ບໍ່ຄວນເຮັດກໍໄປເຮັດ ເມື່ອຖືກຕຳໜິຕິຕຽນ ກໍມີແນວຄິດລັ່ງເລ ຄົນຊະນິດນັ້ນ ມີແຕ່ຮູ້ຂຶ້ນ ບໍ່ຮູ້ລົງ ທົນໄດ້ແຕ່ຄວາມສຸກ ບໍ່ທົນຄວາມທຸກໄດ້ ມັກແຕ່ເປັນປະທານຄະນະນັ້ນ ກຳມະການນີ້ ແຕ່ບໍ່ມັກເຮັດວຽກຕົວຈິງ.

ງ.) ພະຍາດຂາດລະບຽບວິໄນ: ມີພະຍາດເອກະຊົນ ມີແນວຄິດ ແລະ ການກະທຳ ທີ່ຍົກຜົນປະໂຫຍດສ່ວນຕົວ ຂຶ້ນເທິງວຽກການທຸກຢ່າງ ເພາະສະນັ້ນ ເມື່ອເຮັດວຽກ ຫຍັງ ກໍບໍ່ຖືເອົາພັກເປັນພື້ນຖານໃຈຂອງຕົວເອງ ມັກແນວໃດກໍເຮັດແນວນັ້ນ ລືມລະບຽບວິໄນຂອງພັກໄປໝົດ ເວລາຕຳໜິກັນ ກໍຕັ້ງໃຈຕິຕຽນແຕ່ຜູ້ອື່ນ ເວົ້າແຕ່ສິ່ງຂະເຈົ້າ ບໍ່ມັກ ເວລາເລື່ອນຊັ້ນໃຫ້ຜູ້ໃດ ກໍມີແຕ່ຢາກອ້າງເປັນບຸນເປັນຄຸນ ລຶ້ງເຄີຍຮັກແພງຜູ້ໃດ ກໍຢາກເອົາແຕ່ຜູ້ນັ້ນຂຶ້ນ.

ຈ.) ສະໝອງຄັບແຄບ: ຢູ່ໃນພັກກໍບໍ່ຮູ້ຍົກຍໍຜູ້ທີ່ດີ ຢ້ານແຕ່ຄົນອື່ນຈະລື່ນໂຕ ຢູ່ນອກພັກກໍດູຖູກຜູ້ອື່ນ ຖືວ່າຜູ້ໃດກໍບໍ່ເປັນນັກປະຕິວັດທໍ່ໂຕ ບໍ່ສະຫຼາດສະຫຼຽວທໍ່ໂຕ ຍ້ອນ ແນວນັ້ນ ຈຶ່ງບໍ່ຮູ້ຕິດຕໍ່ຮ່ວມມືກັບຄົນ ຜູ້ທີ່ມີຄຸນສົມບັດ ແລະ ມີຄວາມສາມາດຢູ່ນອກພັກ ເປັນແນວນັ້ນ ຜູ້ອື່ນຈຶ່ງກຽດຊັງ ແລະ ໂຕເອງກໍຖືກແຍກອອກໂດດດ່ຽວ.

ສ.) ແນວຄິດທ້ອງຖິ່ນ: ພະຍາດຕົວນີ້ ເຖິງວ່າບໍ່ຊົ່ວຮ້າຍທໍ່ບັນດາພະຍາດຕົວອື່ນກໍຕາມ ຜົນຂອງມັນກໍເສຍຫາຍຫຼາຍ ທະແນມແຕ່ແມ່ນສຳນັກງານຂອງໂຕ ພາກສ່ວນຂອງ ໂຕ ແລະ ທ້ອງຖິ່ນຂອງໂຕ ໄດ້ຜົນດີກໍເປັນພໍ ສ່ວນສຳນັກງານອື່ນ ພາກສ່ວນອື່ນ ແລະ ທ້ອງຖິ່ນອື່ນນັ້ນ ຈະເປັນແນວໃດກໍຕາມຊ່າງ ນັ້ນແມ່ນເບິ່ງຕື້ນໆ ບໍ່ເບິ່ງຮອບດ້ານ ບໍ່ເຂົ້າໃຈວ່າ ປະໂຫຍດສ່ວນນ້ອຍ ຕ້ອງຂຶ້ນກັບປະໂຫຍດສ່ວນໃຫຍ່ ປະໂຫຍດຂອງພາກສ່ວນ ຕ້ອງຂຶ້ນກັບປະໂຫຍດທັງໝົດ.

ຊ.) ແນວຄິດຖືຕົວເປັນຜູ້ນຳ: ຕີຊະນະບາງຄັ້ງ ຫຼື ເຮັດໄດ້ບາງວຽກຢູ່ຕາມທ້ອງຖິ່ນ ກໍຖືວ່າໂຕເກັ່ງກ້າສາມາດຫຼາຍແລ້ວ ເປັນຜູ້ຕີຫຼາຍແລ້ວ ສົມຄວນເປັນຜູ້ນຳໄດ້ແລ້ວ ບໍ່ ຮູ້ໄດ້ວ່າ ເມື່ອປຽບໃສ່ວຽກການປົດປ່ອຍປະເທດຊາດທັງໝົດແລ້ວ ຄວາມສຳເລັດທີ່ຕົນເຮັດໄດ້ນັ້ນ ມັນເປັນສິ່ງເລັກນ້ອຍ ບໍ່ສາເທດຫຍັງ ຖ້າປຽບໃສ່ວຽກການອັນມະຫາ ສານຂອງໂລກແລ້ວ ມັນກໍຍິ່ງບໍ່ສາເທດຫຍັງ.

ເປັນທຳມະດາ ທີ່ພັກເຮົາຫວັງຈະໃຫ້ມີຄົນດີ ເປັນວິລະຊົນຫຼາຍຄົນ ເປັນຜູ້ນຳຫຼາຍຄົນ ໃຫ້ມີປະຊາຊົນເຊື່ອຖືຮັກແພງ ແລະ ນັບຖື ບັນດາວິລະຊົນ ແລະ ຜູ້ນຳແນວນັ້ນ ເປັນສິ່ງປະເສີດຂອງພັກ ແລະ ຂອງຊາດ ແຕ່ວ່າວິລະຊົນ ແລະ ຜູ້ນຳແນວນັ້ນ ລ້ວນແຕ່ອອກມາຈາກການຕໍ່ສູ້ ແລະ ຕ້ອງຜ່ານບົດຮຽນ ຂອງການຫຼໍ່ຫຼອມອົບຮົມ ມັນບໍ່ ແມ່ນວ່າໂຕເອງຢາກເປັນຜູ້ນຳ ແລະ ຢາກເປັນວິລະຊົນແລ້ວກໍໄດ້ເປັນໂລດ ໂດຍບໍ່ຕ້ອງຮ່ຳຮຽນສ້າງຕົວ.

ຕັ້ງແຕ່ກ່ອນມາຈົນເຖິງດຽວນີ້ ແມ່ນບໍ່ມີຈັກເທື່ອທີ່ປະຊາຊົນ ຈະຮ່າວໄປເຊື່ອຖື ແລະ ຮັກແພງຜູ້ທີ່ອວດອົ່ງອວດດີ ຜູ້ທີ່ມີແນວຄິດ ຢາກເປັນຜູ້ອ້າງຕົວເອງ ວ່າເປັນວິລະຊົນ ແລະ ເປັນຜູ້ນຳດັ່ງນັ້ນ.

ເມື່ອເອົາປຽບໃສ່ວຽກການ ຂອງມະນຸດຊາດໃນທົ່ວໂລກແລ້ວ ເຫັນວ່າຜູ້ທີ່ເປັນວິລະຊົນທີ່ຍິ່ງໃຫຍ່ຂອງໂລກ ກໍຍັງເຮັດຫຼ້ອນແຕ່ພຽງສ່ວນດຽວ ຂອງໜ້າທີ່ຂອງເພິ່ນທໍ່ນັ້ນ ແຕ່ລະຄົນພວກເຮົານີ້ ຖ້າຫາກພະຍາຍາມເຮັດວຽກງານ ທີ່ພັກມອບໝາຍໃຫ້ຢ່າງຄົບຖ້ວນໄດ້ນັ້ນ ກໍແມ່ນພວກເຮົາເຮັດຫຼ້ອນໜ້າທີ່ຂອງພວກເຮົາ ຄວາມດີໃຈຂອງພວກເຮົາ ທີ່ເຮັດໜ້າທີ່ຫຼ້ອນມານັ້ນ ມັນຈະຊ່ວຍໃຫ້ພວກເຮົາກ້າວໜ້າຂຶ້ນໄປເລື້ອຍໆ.


ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

        ວັນທີ 9ທັນວາ 2010ທີ່ຫາກໍຜ່ານໄປນັ້ນ ແມ່ນວັນສາກົນ ເພື່ອຕ້ານການສໍ້ລາດບັງຫຼວງ ໃນວັນດັ່ງກ່າວ ທົ່ວໂລກ ແລະ ໃນ ສປປ ລາວ ພວກເຮົາໄດ້ມີການເຄື່ອນ ໄຫວ ທົບທວນຜົນກະທົບຂອງການສໍ້ລາດບັງຫຼວງ ທີ່ມີຕໍ່ເສດຖະກິດ-ສັງຄົມ ສື່ມວນຊົນໄດ້ລົງຂ່າວຫຼາຍ ກ່ຽວກັບນິຕິກຳຕ່າງໆ ບໍ່ວ່າຂອງຕ່າງປະເທດ ສາກົນ ກໍຄືກົດ ໝາຍພາຍໃນປະເທດ ທີ່ພົວພັນເຖິງບັນຫາດັ່ງກ່າວ.

ສຳລັບຢູ່ ສປປ ລາວ ແລ້ວ ຖ້າທຽບໃສ່ປະເທດອື່ນ ເຫັນວ່າຍັງຢູ່ໃນລະດັບຕ່ຳ ແຕ່ຖ້າທຽບໃສ່ສະພາບຄວາມເປັນຈິງ ຂອງປະເທດເຮົາແລ້ວ ເຫັນວ່າຢູ່ໃນຂັ້ນຕ້ອງໄດ້ ພ້ອມກັນສະກັດກັ້ນ ແລະ ເຜີຍແຜ່ການກະທຳດັ່ງກ່າວ ເພາະບໍ່ດັ່ງນັ້ນ ມັນຈະກາຍເປັນພະຍາດຮ້າຍແຮງ ທີ່ບໍ່ສາມາດປິ່ນປົວໄດ້.

ໃນເວລາສົນທະນາກັບເພື່ອນຜູ້ອ່ານຫຼາຍຄົນ ຕ່າງກໍກ່າວເປັນສຽງດຽວກັນວ່າ: ການສໍ້ໂກງໃນຮູບແບບຕ່າງໆ ໃນທົ່ວສັງຄົມເຮົາ ກ້າວສູ່ລະດັບເຕືອນໄພ ບໍ່ເກງກົວກົດໝາຍ ມີລັກສະນະເປີດແປນ ແລະ ແຜ່ລາມ ...

ການກວດກາຜ່ານມາ ກໍມີການດຳເນີນຢ່າງຕໍ່ເນື່ອງ ແລະ ເຂັ້ມງວດ ມີການລົງວິໄນ ແລະ ຮ້ອງຟ້ອງດຳເນີນຄະດີ ແຕ່ເບິ່ງແລ້ວ ຍັງມີຜູ້ກະທຳຜິດຢູ່ ແລະ ມີຜູ້ອາໄສຊ່ອງ ວ່າງຂອງກົດໝາຍ ຫຼື ລະບຽບການຕ່າງໆຈຳນວນໜ້ອຍດຽວ ຫຼີກໜີ.

ຫາກແມ່ນວ່າພວກເຮົາເປັນເຈົ້າການຮ່ວມກັນ ລອງຕັ້ງບັນຫາເບິ່ງວ່າ: ລາຍຮັບເປັນເງິນເດືອນ ຫຼືລາຍຮັບຈາກແຫຼ່ງອື່ນໆຂອງຄົນເຮົາດຽວນີ້ ລວມເຖິງນະໂຍບາຍຕ່າງໆ ທີ່ ໄດ້ຮັບອຸດໜູນນັ້ນ ບໍ່ມີຄວາມສາມາດມີເຮືອນຢູ່ຫຼາຍຫຼັງ ມີລົດຫຼາຍຄັນ ມີກິດຈະການໃຫ້ແກ່ລູກຫຼານ ໄດ້ດຳເນີນການຢ່າງໃຫຍ່ໂຕໄດ້ ຍົກເວັ້ນພວກນັກທຸລະກິດ ພວກຄ້າ ຂາຍລາຍໃຫຍ່ແລ້ວ ເງິນນັ້ນມາຈາກໃສ ?.

ຫຼືລອງຕັ້ງບັນຫາວ່າ: ການທີ່ບໍ່ມີເຮືອນຢູ່ອາໄສ ? ເງິນເດືອນບໍ່ກຸ້ມກິນ ເປັນສາຍເຫດຂອງການສໍ້ລາດບັງຫຼວງ ຫຼືບໍ່ ? ນີ້ກໍແມ່ນບັນຫາ ເກີດມີກໍລະນີບາງລາຍຄິດວ່າເຮັດ ການມາຫຼາຍປີ ຊັ້ນຕຳແໜ່ງກໍພໍຄືບ້ານຄືເມືອງ ດັ່ງນັ້ນ ມີຄວາມຮຽກຮ້ອງໃຫ້ມີເຮືອນຢູ່ຖາວອນ ມີລົດຂີ່ (ລົດໃຫຍ່) ມີເງິນໃຊ້ຈ່າຍພຽງພໍໃນຄອບຄົວ ແລະ ແຮໄວ້ເວລາ ເຈັບເປັນ ຫຼືວ່າຍາມເຂົ້າຮັບບຳນານ ສະນັ້ນ ເວລາມີໂອກາດ ມີເງື່ອນໄຂ ແມ່ນຕັກຕວງເອົາໂລດ ອັນນີ້ແມ່ນແນວຄິດເອກະຊົນ ແນວຄິດເຫັນແກ່ສ່ວນຕົວເກີນໄປ ບໍ່ເບິ່ງຜູ້ ອື່ນ ແນມເຫັນແຕ່ຕົນເອງ ແລ້ວເກີດມີແນວຄິດຊັ່ງຊາ ... ແລະ ເຮັດກັນຢ່າງແຜ່ລາມ ເຖິງຈະບໍ່ຫຼວງຫຼາຍ ແຕ່ຫຼາຍບ່ອນເຮັດໂຮມກັນເຂົ້າ ກໍຫຼາຍເຊັ່ນກັນ.

ນັ້ນຄືບາງບັ້ງເລກທີ່ຕັ້ງຂຶ້ນ ໃນໂອກາດສະຫຼອງວັນສາກົນ ຕ້ານການສໍ້ລາດບັງຫຼວງ ທີ່ຕ້ອງໄດ້ຄິດ ແລະ ແກ້ໄຂ ບໍ່ຊັ້ນ ມັນຈະແຜ່ລາມ ກາຍເປັນມະເຮັງ ຍາກແກ່ການ ແກ້ໄຂ.

ຄົນທີ່ມີຄວາມສຸກ ແມ່ນຄົນຮູ້ກຳນົດເພດານຊີວິດ... ຊັບສິນ ເງິນຄຳ ເວລາຈາກໂລກນີ້ໄປ ເອົາໄປບໍ່ໄດ້ ສະນັ້ນ ຈະໃຫ້ຄົນຈົ່ມຄິດຮອດໃນທາງບວກ ຫຼືລົບ.

ສິ່ງສຳຄັນແມ່ນ ເພື່ອການຄົງຕົວ ແລະ ຂະຫຍາຍຕົວຂອງຊາດເຮົາ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

      ໃນສັງຄົມເມືອງໃຫຍ່ ສັງຄົມໃນເມືອງ ທີ່ມີນ້ຳໄຫຼໄຟສະຫວ່າງ ເປັນຍຸກທີ່ຮ້ານແຄມທາງເພິ່ນ ຫັນໃຈເຂົ້າ-ອອກ ເປັນພາສາອັງກິດ ແລະ ຄອມພິວເຕີ ຖ້າຜູ້ໃດບໍ່ຮູ້ຈັກຄຳວ່າ ກິກ ກໍຕ້ອງຂໍອະນຸຍາດເວົ້າວ່າ: ນຳບໍ່ທັນຍຸກໂລກາພິວັດ ຫຼື ຫ່າງໄກ ແວດວົງທຸລະກິດອັນທັນສະໄໝ ແລະ ບໍ່ເປີດໃຈຕໍ່ຂໍ້ມູນຂ່າວສານ IT ອີ່ຫຼີ ເພາະເວົ້າເລື່ອງ USB ກິກ ແມ່ນຄັງຂໍ້ມູນນ້ອຍໆ ທີ່ມີປະໂຫຍດຫຼວງຫຼາຍ ສາມາດສຽບໃສກໍໄດ້ ໃນເວລາຕ້ອງການໃຊ້ວຽກ ຊຶ່ງມີຂະໜາດ 1 ກິກ 2 ກິກ ຫຼື 4 ກິກ ອັນນີ້ແມ່ນຂຶ້ນກັບຈຸດປະສົງໃນການນຳໃຊ້ ແຕ່ສິ່ງທີ່ຢາກນຳມາແລກປ່ຽນໃນມື້ນີ້ ແມ່ນກິກທີ່ເກີດຂຶ້ນຢູ່ໃນໃຈ ແລະ ຖືກບັນທຶກເຂົ້າໃນສະໝອງຂອງຄົນເຮົາ ເຮັດໃຫ້ການຈື່ຈຳໃນເລື່ອງຄວາມຮັກ ຄວາມຜູກພັນບໍ່ຈະແຈ້ງ ແລະ ບໍ່ຊັດເຈນ ເຊິ່ງມີຫຼາຍຄົນຕ່າງ ກໍໃຫ້ນິຍາມທີ່ຫຼາຍສີສັນ ແລະ ແຕກຕ່າງກັນອອກໄປ.

       ຄຳວ່າ ກິກ ອາຈານສອນເສດຖະສາດ ໃຫ້ຄວາມໝາຍວ່າ: ແມ່ນຄູ່ຮັກທີ່ບໍ່ຈິງໃຈ ຊຶ່ງຕ່າງຝ່າຍກໍມີເປົ້າໝາຍ ເພື່ອຫຼອກລວງຍົວະເຍົ້າຕົວະຕົ້ມ ຊື້-ຂາຍ ສາຍພົວພັນການຄ້າແບບລົມໆແລ້ງໆ ທີ່ບໍ່ຜ່ານນາຍໜ້າ ຫຼື ພໍ່ຄ້າມືກາງ ຜູ້ຍິງຢາກໄດ້ສິນຄ້າ ເປັນວັດຖຸໃຊ້ສອຍປະຈຳວັນ ຄື: ໂທລະສັບ ບັດເຕີມມູນຄ່າ ... ຈຶ່ງມີກິກໄວ້ເປັນຕົວຊ່ວຍ ໃນເວລາຄ່າໂທໝົດ ສ່ວນຜູ້ຊາຍພັດຢາກໄດ້ຈິດໃຈ ຄືໃຫ້ມີຄົນນັ່ງເຝົ້ານັ່ງເວົ້າລົມ ແລະ ຢອກຫຼິ້ນ ພໍຜ່ອນຄາຍອາລົມ ເສຍເງິນເລັກໜ້ອຍບໍ່ສຳຄັນ ຄູບາສອນທຳມະວາໄລຕີ ເພິ່ນນິຍາມວ່າ: ກິກ ມາຈາກຄຳວ່າ ກຸກກິກ ໝາຍເຖິງໝົດທັງໂລກ ແຕ່ບໍ່ແມ່ນໃຜ ? ໝາຍເຖິງມີໃຜກໍໄດ້ ມານັ່ງວີ ຢາກຫຼິ້ນພໍມ່ວນໃຈ ຫຼື ມີໃຜກໍໄດ້ໃນໂລກນີ້ ທີ່ມາເຍົ້າໃຫ້ຍິ້ມ ອອຍໃຫ້ຫົວ ແຕ່ບໍ່ເຄີຍຊິຄິດຮັກແບບຊູ້ແຟນຈັກຄົນ ນັກກີລາບານເຕະໃຫ້ທັດສະນະວ່າ: ຄຳວ່າກິກ ແມ່ນໝາຍເຖິງຄົນທີ່ມີເມຍແລ້ວ ແຕ່ໄປລົມຜູ້ສາວ ແລະ ຜູ້ສາວທີ່ລາວຕິດຫັ້ນ ລະ ເອີ້ນວ່າ ກິກ ... ຫຼືຊິຖືວ່າເປັນໝາກບານກໍໄດ້ ທີ່ໃຜໆກໍຢາກຍາດກັນເຕະ ແຕ່ເວລາອອກຈາກເດີ່ນແລ້ວ ກໍບໍ່ເຄີຍມີນັກເຕະຄົນໃດສົນໃຈດູແລ ແລະ ເອົາໃຈໃສ່ ແລະ ອາຈານປັດຊະຍາພັດ ບອກວ່າ: ກິກ ແມ່ນຄູ່ມາດຕະເກນສັງຄົມ ທີ່ເປັນນາມມະທຳ ໝາຍຄວາມວ່າ: ເຟີ້ຝັນຊື່ໆ ບໍ່ມີຕົນຕົວ ... ແຕ່ໄວລຸ້ນພວກເຮົາຊ້ຳຄິດຕ່າງວ່າ: ກິກແມ່ນເພື່ອນລົມແກ້ເຫງົາຊື່ໆ ຄືຜູ້ທີ່ເຮົາລົມແລ້ວຮູ້ສຶກມ່ວນຊື່ນ ສະບາຍໃຈ ກໍຄືກິກ ເອີ ! ເນາະ ໂລກຂອງກິກ ... ມີແຕ່ເລື່ອງແປກພິກໄປປີ້ນມາ ໃຜຍັງບໍ່ທັນໄດ້ນິຍາມກໍສົ່ງມານຳຫຼັງ ! ອັນນີ້ບໍ່ວ່າກັນ.

       ສຳລັບຂ້າພະເຈົ້າແລ້ວ ກໍໄດ້ພະຍາຍາມຊອກຫາ ເຊື້ອສາຍລາຍລ່ອງ ຫຼື ກົກເຄົ້າເຫງົ້າກໍຄືກັນວ່າ ກິກ ນີ້ ມັນມີຕົ້ນຕະກຸນຢູ່ໃສ ? ມາຈາກແຊງໃດຂອງຫົວໄຮ່ປາຍນາ ສ່ວນນັກຂຽນ ນັກກະວີ ແລະ  ນັກພາສາລາງວັນຊີໄຣທ່ານໜຶ່ງ ໃຫ້ຄຳເຫັນວ່າ: ບໍ່ຮູ້ວ່າ ໝໍນີ້ ມັນລອດເຂົ້າມາບ້ານເຮົາໄດ້ແນວໃດ ? ແລະ ເຂົ້າມາແຕ່ມື້ໃດ ? ເພາະຜ່ານການກວດຫາໃບເດີນທາງ ປະກົດວ່າ ບໍ່ພໍ້ ! ບໍ່ທັນມີຂໍ້ມູນ ... ຄຳວ່າ ກິກ ມັນບໍ່ແມ່ນພາສາລາວ ບໍ່ແມ່ນພາສາອີ່ແມ່ ແຕ່ຄົນເຮົາພັດຮູ້ມັນດີ ໃນຖານະຕົວການ ທີ່ເຂົ້າມາກໍ່ກວນປັ່ນປວນ ສະຖາບັນຄວາມຮັກ ຄວາມອົບອຸ່ນ ຜົວທີ່ມີກິກ ເມຍກໍກິນເຂົ້າບໍ່ແຊບນອນບໍ່ຫຼັບ ເມຍທີ່ມີກິກ ຜົວກໍຢູ່ບໍ່ໄດ້ ອອກຟືນອອກໄຟ ຮ້ອນໆໜາວໆ ບ່າວສາວທີ່ມີກິກກໍຜິດຖຽງ ແລະ ເບິ່ງໜ້າກັນບໍ່ຄ່ອຍເຕັມຈໍ.

       ການມີ ກິກ ບໍ່ຊ່ວຍໃຫ້ມີລາຍໄດ້ ແລະ ບໍ່ສ້າງປະໂຫຍດອັນໃດຈັກຢ່າງ ໃຫ້ແກ່ຄອບຄົວ ແລະ ຕົວເຮົາເອງ ກໍຄືວຽກງານ ແລະ ຄົນອ້ອມຂ້າງ ກົງກັນຂ້າມ ມັນນຳເອົາແຕ່ເລື່ອງສັບສົນວົນວາຍ ແລະ ບໍ່ສະບາຍໃຈ ເຂົ້າມາໃຫ້ແກ້ໄຂໃນແຕ່ລະມື້ ສະນັ້ນ ຈົ່ງມາຮ່ວມແຮງຮ່ວມໃຈກັນ ເຮັດໃຫ້ຕົວທ່ານ ແລະ ຄອບຄົວ ໃຫ້ປອດໄພຈາກ ກິກ ບູຮານວ່າ: ມີຮັກຫຼາຍຫົວໃຈພິກ ມີກິກຫຼາຍສະໝອງແຕກ ຍິກໄດ້ຢ່າພາກັນລົງມືກໍພໍ.

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

     ຊ້າໆໄດ້ພ້າດວງງາມ ເປັນແນວຄິດທີ່ດີສຳລັບການພັດທະນາ Firefox 4 ຂອງ Mozilla ໂດຍສະເພາະເວີເຊິນ 4 ທີ່ທາງບໍລິສັດ ອອກຮຸ່ນທົດລອງມາເຖິງ 8 ເທື່ອແລ້ວ 

ເປົ້າຫມາຍຂອງການພັດທະນາກໍ່ຄືການເປັນບຣາວເຊີທີ່ສົມບູນແບບ, ແຂງແຮງ ແລະ ມີຄວາມ ສາມາດທີ່ຖິ້ມຫ່າງ Internet Explorer 9 ຂອງ Microsoft ໃນ Firefox 4

ຮຸ່ນທົດລອງຫລ້າສຸດ, ທາງ Mozilla ໄດ້ພັດທະນາໃນ ການສະແດງກຣາຟິກສາມມິຕິຫລື 3D ເຂົ້າໄປ ລວມເຖິງລະບົບຈັດການ Add-On ທີ່ດີຂຶ້ນອີກດ້ວຍ.

     ອ້າງອີງຂໍ້ມູນຈາກ Mozilla ລະບຸວ່າ Firefox 4.0 Beta 8 ໄດ້ຮັບການປັງປຸງ ແລະ ແກ້ໄຂບັ໊ກເພີ່ມເຕີມອີກ 1.400 ກວ່າແຫ່ງ ອີກທັງຍັງສາມາດຣັນ JavaScript 

ໄດ້ໄວກວ່າ Beta 7 ອີກ 5% ອີກດ້ວຍ ແຕ່ປານນັ້ນຄວາມຫນ້າສົນໃຈຂອງ Firefox4.0 Beta 8 ກໍ່ຄືການພັດທະນາໃຫ້ຄຸນສົມບັດ Firefox Sync

ສາມາດຕິດຕັ້ງບັນຊີຜູ້ໃຊ້ຕະຫລອດຮອດການເຂົ້າກັນກັບອຸປະກອນໃຫມ່ໆເຮັດໄດ້ ງ່າຍຂຶ້ນ ແລະ ເຫນືອອື່ນໃດໃນເວີເຊິນທົດລອງຫລ້າສຸດນີ້ ທາງ Mozilla

ຍັງໄດ້ເພີ່ມການສະຫນັບສະຫນູນກຣາຟິກສາມມິຕິເຂົ້າໄປໃນ ບຣາວເຊີ ລວມເຖິງການປັບໂສມຄຸນສົມບັດການຈັດການສ່ວນເພີ່ມເຕີການເຮັດວຽກ (Add-ons Manager)

ຂອງບຣາວເຊີ ອີກດ້ວຍ.

   Firefox 4 Beta 8 ຈະມາພ້ອມກັບຄວາມສາມາດໃນການຕິດຕັ້ງ Firefox Sync ທີ່ໄວຂຶ້ນເຮັດໃຫ້ຜູ້ໃຊ້ສາມາດເປີດ ເພື່ອ Awe some bar ເບິ່ງ History, Bookmarks,

ແທັບຕ່າງໆ ຕະຫລອດຮອດພາດສເວິດເທິງຄອມພິວເຕີແລະສະມາດໂຟນໄດ້ສະດວກງ່າຍ ດາຍກວ່າເດີມສ່ວນການສະຫນັບສະຫນູນ 3D Graphics ໃນ Firefox 4 Beta 8

ຈະສາມາດໃຊ້ WebGL ທີ່ມີຢູ່ໃນກ໊າດສະແດງ ຜົນໄດ້ຮັບກຣາຟິກຮຸ່ນໃຫມ່ໆເຮັດໃຫ້ນັກພັດທະນາສາມາດສ້າງເກມ 3D ທີ່ມີກຣາຟິກສວຍງາມໄດ້ງ່າຍຂຶ້ນ

ທີ່ສຳຄັນມັນສາມາດຫລິ້ນໄດ້ ໃນບຣາວເຊີ Firefox ໂດຍບໍ່ຕ້ອງປັກອິນເພີ່ມເຕີມແຕ່່ຢ່າງໃດລອງດາວໂຫລດມາໃຊ້ດ້ວຍຕົວທ່ານເອງທີ່

http://www.mozilla.com/ en-US/firefox/beta/

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 

    

    ໃຜກໍ່ຕາມ​ທີ່​ຕ້ອງ​ເຮັດ​ວຽກ​ຢູ່​ໜ້າ​ຈໍ​ຄອມ​ໝົດ​ມື້ ອາດ​ເຮັດ​ໃຫ້​ມີຄວາມ​ອິດ​ເມື່ອຍ​ໄດ້ ມື້​ນີ້​ເຮົາ​ມີ​ເຄັດ​ບໍ່​ລັບ ວິ​ທີ່​ຫຼຸດຜ່ອນຄວາມ​ອິດ​ເມື່ອຍ​ແບບ​ງ່າຍໆ ມາ​ຝາກ​ເດີ 

     ທຸ​ກໆ ​ເຄິ່ງຊົ່ວ​ໂມງ ຄວນ​ລຸກ​ຂຶ້ນ​ຍືດ​ເສັ້ນ​ຍືດສາຍ​ແບບ​ງ່າຍໆ(ຫຼື ບິດ​ຂ້າງ​ບິດ​ແອວ​ແບບ​ຂີ້ຄ້ານ​ກະ​ໄດ້)  

      ຕອນ​ທີ່​ນັ່ງ​ເຮັດ​ວຽກ​ຄວນ ປ່ອຍ​ຕີນ​ໃຫ້​ພຽງ​ກັບ​ພື້ນ​ຫ້ອງ​ເຮັດ​ວຽກ

      ບໍ່​ຄວນ​ປະ​ໃຫ້​ມື້ ທັງ​ສອງ​ເບື້ອງ​ຢູ່​ເທິງ​ແປ້ນ​ພິມ ບ່ອນເກົ່າ​ເປັນ​ເວລາ​ດົນ ​ເພາະ​ຈະ​ເຮັດ​ໃຫ້​ແຂນ ​ແລະ ມື​ເມື່ອຍ​ຫຼາຍ​ຂຶ້ນ  

       ​ຖື​ຕາມ​ຫຼັກ 20-20-20 ຄື ລັບ​ຕາ20 ​ເທື່ອ ​ເມື່ອ​ເບິ່ງ​ວັດຖຸ​ອື່ນໆ​ນອກ​ຈໍ​ໃນ​ໄລຍະ20 ຟຸດ​ທຸກໆ 20ນາ​ທີ່

       ຫຼີກ​ເວັ້ນການ​ເຄື່ອນ​ໄຫວ​ທີ່​ຈະ​ເຮັດ​ໃຫ້​ຄໍ​ຢູ່​ໃນ ​ຕຳແໜ່​ງທີ່​ບໍ່​ເໝາະ​ສົມ  

   ໃຜ​ທີ່​ໃຊ້​ຄອມ​ຕະຫຼອດ​ກະ​ລອງ​ໃຊ້​ເບິ່ງ​ໄດ້ຜົນ​ແນວ​ໃດ ບອກ​ແດ່​ເດີ!

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 

      ປີ2010ຢູ່ນະຄອນຫຼວງວຽງຈັນມີຄະດີເກີດຂຶ້ນຢ່າງຕໍ່ເນື່ອງປະກົດການຫຍໍ້ທໍ້ເຫຼົ່ານີ້ກາຍເປັນສ້ຽນໜາມຂອງສັງຄົມ ເຮັດໃຫ້ສັງຄົມ ຂາດຄວາມສະຫງົບ ຄວາມເປັນລະ ບຽບຮຽບຮ້ອຍ ໃນນີ້ ຄະດີທີ່ສະເທືອນຂວັນ ອັນໄດ້ສ້າງຄວາມຢ້ານກົວ ໃຫ້ແກ່ພໍ່ແມ່ປະຊາຊົນ ມີ 10 ກໍລະນີຄື:

ອັນດັບ 10: ຄະດີຄາດຕະກຳເມຍ ຢູ່ເມືອງຫາດຊາຍຟອງ ຄະດີນີ້ ເກີດຂຶ້ນໃນວັນທີ 10 ທັນວາ 2010 ເມື່ອທ້າວ ລີຈຸຊົງ ອາຍຸ 60 ປີ ບ້ານໜອງແວງ ເມືອງຫາດຊາຍ ຟອງ ໄດ້ຜິດຖຽງກັບເມຍ ໃນຂະນະທີ່ພາກັນໄປຫາປາ ພາຍຫຼັງຜູ້ເປັນເມຍບອກຜົວກາງກະດຸ້ງ ແຕ່ຜົວບໍ່ເຮັດ ຈາກນັ້ນ ເມຍກໍຈົ່ມວ່າ ຈົນເຮັດໃຫ້ຜົວລຳຄານ ດ້ວຍຄວາມ ໂມໂຫ ຈຶ່ງແກ່ວງມີດສຽບທ້ອງເມຍ ຈົນເສຍຊີວິດ ໃນຂະນະທີ່ພວມນຳສົ່ງໂຮງໝໍ.

ອັນດັບ 9: ຄະດີທຳຮ້າຍຮ່າງກາຍຈົນເສຍຊີວິດ ຢູ່ເມືອງໄຊເຊດຖາ ເຫດການເກີດຂຶ້ນໃນວັນທີ 20 ມິຖຸນາ 2010 ເວລາປະມານ 20:00 ໂມງ ນາງ ໄພວັນ ອາຍຸ 19 ປີ ບ້ານໜອງແປນໃຕ້ ເມືອງຫາດຊາຍຟອງ ພັກເຊົາຢູ່ບ້ານໜອງໜ່ຽງ ເມືອງໄຊເຊດຖາ ໄດ້ຜິດຖຽງກັບທ້າວ ດຳ ໃນຂະນະທີ່ມີປາກສຽງກັນນັ້ນ ນາງ ໄພວັນ ໄດ້ຈັບມີດ ຍາວປະມານ 20 ຊັງຕີແມັດ ແທງກົກຂາຊ້າຍທ້າວ ດຳ ໄດ້ຮັບບາດເຈັບ ພາຍຫຼັງນຳສົ່ງໂຮງໝໍ ຜູ້ກ່ຽວກໍເສຍຊີວິດ.

ອັນດັບ 8: ຄະດີທຳຮ້າຍຮ່າງກາຍຈົນເສຍຊີວິດ ເຫດການສະເທືອນຂວັນນີ້ ເກີດຂຶ້ນໃນວັນທີ 13 ເມສາ 2010 ເວລາປະມານ 15:00 ໂມງ ທ້າວ ອານັນ ອາຍຸ 20 ປີ ບ້ານທ່າເດື່ອ ເມືອງຫາດຊາຍຟອງ ໄດ້ກໍ່ເຫດອາລະວາດຕີກັບໄວລຸ້ນຢູ່ບ້ານທ່າເດື່ອ ປະມານ 15 ຄົນ ແລະ ຜູ້ກ່ຽວໄດ້ນຳໃຊ້ມີດ ຍາວປະມານ 20 ຊັງຕີແມັດ ແທງກຸ່ມ ໄວລຸ້ນດັ່ງກ່າວ 5 ຄົນ ສົ່ງຜົນໃຫ້ທ້າວ ສົມສັກ ອາຍຸ 34 ປີ ບ້ານທ່າເດື່ອ ເສຍຊີວິດຄາທີ່ ແລະ ບາດເຈັບອີກ 4 ຄົນ.

ອັນດັບທີ 7: ຄະດີຄາດຕະກຳແຟນສາວ ເຫດການນີ້ເກີດຂຶ້ນຢູ່ບ້ານທາດຫຼວງໃຕ້ ເມືອງໄຊເຊດຖາ ມື້ເກີດເຫດເວລາປະມານ 10:00 ໂມງເຊົ້າຂອງວັນທີ 28 ກັນຍາ 2010 ທ້າວ ມະນັດ ອາຍຸ 21 ປີ ໄດ້ລົງມືຄາດຕະກຳແຟນສາວ ຄືນາງ ຮັນນີ ອາຍຸ 19 ປີ ບ້ານໂນນ ເມືອງປາກງື່ມ ພັກເຊົາຢູ່ບ້ານທາດຫຼວງໃຕ້ ຜູ້ຕ້ອງຫາລາຍນີ້ ເກີດມີຄວາມຫຶງຫວງ ແລະ ມີຄວາມໂມໂຫ ຍ້ອນແຟນສາວຕີໂຕອອກຫ່າງ ແລະ ຄິດວ່າແຟນສາວໄປມີຄົນໃໝ່ ຈຶ່ງໄດ້ເອົາຜ້າຫົ່ມປົກຫົວ ແລ້ວບີບຄໍແຟນສາວ ຈົນເສຍຊີ ວິດ.

ອັນດັນທີ 6: ຄະດີຄົນຮ້າຍປຸ້ນຊັບຢູ່ໄຊທານີ ເຫດການນີ້ເກີດຂຶ້ນເວລາປະມານ 1 ໂມງເຊົ້າຂອງວັນທີ 28 ຕຸລາ 2010 ເຊິ່ງໄດ້ມີຄົນຮ້າຍ 4 ຄົນ ມີອາວຸດຄົບມື ງ້າວ ແລະ ເຫຼັກແປບ ຮ່ວມກັນອອກມາປຸ້ນລົດໃຫຍ່ 5 ຄັນ ຢູ່ຕາມເສັ້ນທາງເລກທີ 10 ເຂດບ້ານໂພນຄໍ້ ເມືອງໄຊທານີ ພາຍຫຼັງທີ່ຜູ້ເສຍຫາຍແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງ ດັ່ງກ່າວ ລົງກວດກາຈຸດເກີດເຫດ ກໍໄດ້ພົບເຫັນຄົນຮ້າຍທັງ 4 ຄົນ ພວກກ່ຽວບໍ່ຍອມມອບໂຕ ແລະ ຕໍ່ສູ້ກັບເຈົ້າໜ້າທີ່ ໃນທີ່ສຸດ ໜຶ່ງໃນຄົນຮ້າຍ ຄື: ທ້າວ ສົມຄວນ ອາຍຸ 28 ປີ ບ້ານທົ່ງມັ່ງ ເມືອງໄຊທານີ ກໍໄດ້ເສຍຊີວິດ.

ອັນດັບທີ 5: ຄະດີຂ້າປຸ້ນຊັບ ເກີດຂຶ້ນເວລາປະມານ 1 ໂມງເຊົ້າຂອງວັນທີ 16 ມີນາ 2010 ເຊິ່ງໄດ້ມີຄົນຮ້າຍ 3 ຄົນ ໜຶ່ງໃນນັ້ນ ໄດ້ໃຊ້ອາວຸດປືນສັ້ນ ຍິງເຈົ້າຂອງຊັບ ເສຍຊີວິດ 1 ຄົນ ແລະ ບາດເຈັບອີກ 2 ຄົນ ເຫດການນີ້ ເກີດຂຶ້ນຢູ່ເສັ້ນທາງ T2 ເຂດບ້ານທົ່ງຕູມ ເມືອງຈັນທະບູລີ ພາຍຫຼັງກໍ່ເຫດ ເຈົ້າໜ້າທີ່ ປກສ ນະຄອນຫຼວງ ກໍສາມາດຈັບກຸມຜູ້ຕ້ອງຫາໄດ້ 1 ຄົນ.

ອັນດັບທີ 4: ຄະດີປຸ້ນຈີ້-ຊິງຊັບ-ລັກຊັບ ໃຊ້ອາວຸດ ປືນສັ້ນ CP ຍິງຕໍ່ສູ້ກັບເຈົ້າໜ້າທີ່ ເພື່ອຜ່າວົງປິດລ້ອມ ຢູ່ບ້ານສີດຳດວນ ເມືອງຈັນທະບູລີ ຄະດີນີ້ ເກີດຂຶ້ນເວລາປະ ມານ 14:00 ໂມງຂອງວັນທີ 4 ກັນຍາ 2010 ເມື່ອຄົນຮ້າຍ 2 ຄົນ ໄດ້ຂີ່ລົດ BYD ຜ່າວົງປິດລ້ອມຂອງເຈົ້າໜ້າທີ່ ແລະ ໄດ້ໃຊ້ປືນ CP ຍິງກະໜ່ຳໃສ່ເຈົ້າໜ້າທີ່ ໃນທີ່ ສຸດ ເຫດການສະເທືອນຂວັນກໍເກີດຂຶ້ນ ເມື່ອເຈົ້າໜ້າທີ່ຍິງຕອບໂຕ້ ຈົນຄົນຮ້າຍທັງ 2 ຄົນ ເສຍຊີວິດ.

ອັນດັບທີ 3: ຄະດີໄວລຸ້ນໄທ ຍິງຄົນຕ່າງປະເທດ ຢູ່ບ້ານຫາຍໂສກ ຄະດີນີ້ເກີດຂຶ້ນໃນວັນທີ 25 ສິງຫາ 2010 ເວລາປະມານ 2:00 ໂມງເຊົ້າ ຜູ້ຕ້ອງຫາລາຍນີ້ຄື: ທ້າວ ປະລັນ ສຸກອາລາມ ອາຍຸ 29 ປີ ເມືອງຊຽງແສນ ແຂວງຊຽງລາຍ ປະເທດໄທ ໄດ້ລົງມືກໍ່ເຫດ ໂດຍໃຊ້ອາວຸດປືນສັ້ນ ຍິງຂາຄົນອາເມລິກາ ແລະ ຍິງໜ້າເອິກ ແຂນ ຄົນອົດສະຕຣາລີ ຈົນເຮັດໃຫ້ຄົນຕ່າງປະເທດທັງ 2 ຄົນ ໄດ້ຮັບບາດເຈັບສາຫັດ.

ອັນດັບທີ 2: ຄົນຮ້າຍໄດ້ໃຊ້ອາວຸດປືນຍິງລົດກະບະ ຢູ່ບ້ານດອນໜູນ ເຮັດໃຫ້ມີຜູ້ເສຍຊີວິດ 4ຄົນ ເຫດການນີ້ ເກີດຂຶ້ນເວລາປະມານ 10:00 ໂມງເຊົ້າຂອງວັນທີ 10 ພຶດສະພາ 2010 ຢູ່ຮ່ອມ 10 ບ້ານດອນໜູນ ເມືອງໄຊທານີ ຜ່ານການກວດກາລົດກະບະດັ່ງກ່າວ ພົບເຫັນຢາເສບຕິດ ຢາບ້າ ຈຳນວນ 659 ເມັດ ປືນ AK 2 ກະ ບອກ ພ້ອມລູກ 203 ລູກ ປືນ CP ແລະ K 59 ຊະນິດລະກະບອກ ພ້ອມລູກ 8 ລູກ ແລະ ໝາກແຕກອີກ 3 ໜ່ວຍ.

ອັນດັບ 1: ຄະດີປະຫານຊີວິດ ກຸ່ມຄົນຂາຍຢາເສບຕິດ ຈຳນວນ 4 ຄົນ ສະເພາະຄະດີນີ້ ເກີດຂຶ້ນໃນວັນທີ 21 ກຸມພາ 2010 ເມື່ອເຈົ້າໜ້າທີ່ປະຈຳດ່ານນ້ຳອຸ່ນ ເມືອງ ກາສີ ແຂວງວຽງຈັນ ໄດ້ກວດກາລົດສະແຕັກນ້ຳມັນ ເລກທະບຽນ ບກ 6070 ກຳແພງນະຄອນ ພົບເຫັນຢາເສບຕິດ ຢາບ້າ ຊຸກເຊື່ອງຢູ່ໃນສະແຕັກລົດ ຈຳນວນ 2.183 ກິໂລກຼາມ ໃນຂະນະພວກກ່ຽວ ພວມເຄື່ອນຍ້າຍຈາກແຂວງຫຼວງນ້ຳທາ ລົງມານະຄອນຫຼວງວຽງຈັນ ສະເພາະຄະດີນີ້ ມີຂອງກາງ ອາວຸດເສິກ 5 ກະບອກ ປືນ AK 1 ກະບອກ ພ້ອມລູກ 90 ລູກ ປືນ T77 2 ກະບອກ ພ້ອມລູກ 6 ລູກ ປືນ K 59 1 ກະບອກ ພ້ອມລູກ 8 ລູກ ປືນ VZ 1 ກະບອກ ພ້ອມລູກ 8 ລູກ ແລະ ມີເງິນຈຳ ນວນ 5.010.000 ບາດ ແລະ 866.000 ກີບ ຜູ້ຕ້ອງຫາ ຄື: 1. ທ້າວ ທອງພັນ ອາຍຸ 32 ປີ ບ້ານດົງສະຫວາດ ເມືອງສີສັດຕະນາກ 2. ທ້າວ ແສງອຸທິດ ອາຍຸ 47 ປີ ບ້ານສົມສະໜຸກ ເມືອງຫາດຊາຍຟອງ 3. ທ້າວ ໂຕບີເຮີ ບ້ານເມືອງງາ ເມືອງ ແລະ ແຂວງຫຼວງພະບາງ ແລະ 4. ທ້າວ ໄຊວິສິດ ອາຍຸ 35 ປີ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມາຮອດວັນທີ 9 ທັນວາ 2010 ສານປະຊາຊົນພາກກາງ ຢືນຢັນຕາມສານຊັ້ນຕົ້ນ ໃຫ້ປະຫານຊີວິດຈຳເລີຍທັງ 4 ຄົນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ