ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ຄຳວ່າ: ແຟຊັ່ນ ຍາມໃດມັນກໍປ່ຽນໄປ ຕາມຍຸກຕາມສະໄໝ ຂອງມັນເລື້ອຍໆ ແຕ່ມັນຈະວຽນວົນໄປແລ້ວ ກັບມາແບບເກົ່າ ໃນອີກສິບຊາວປີຕໍ່ໜ້າ ຊຶ່ງເວລາມັນກັບມາແຕ່ລະຄັ້ງ ກໍມີການປັບປຸງ ປະຍຸກ ໃຫ້ຕ່າງຈາກອັນເກົ່າໃຫ້ເຫັນ ມີອັນແຕກຕ່າງເລັກນ້ອຍ ໃນນັ້ນ ກໍມີແຟຊັ່ນ ທັງຍິງ ແລະ ຊາຍ (ບໍ່ລວມກະເທີຍ-ເກ).

ແຕ່ສິ່ງທີ່ເປັນເອກະພາບກັນທົ່ວໂລກ ກໍແມ່ນ: ຊຸດແວັດຂອງຜູ້ຊາຍ ສຳລັບແມ່ຍິງເຮົາ ສ່ວນໃຫຍ່ແມ່ນ ຍັງໄດ້ຮັບອິດທິພົນ ຂອງຄວາມເປັນຊາດໃຜລາວ ໄວ້ເປັນເອກະລັກ ຖ້າຢາກຮູ້ວ່າ: ຄົນແຕ່ລະຊາດ ນຸ່ງຖືແນວໃດ ແມ່ນສະແດງອອກ ຢູ່ກັບແມ່ຍິງຂອງຊາດນັ້ນ ກໍວ່າໄດ້ ເຊັ່ນດຽວກັນກັບແມ່ຍິງລາວເຮົາ ເຖິງວ່າປັດຈຸບັນ ພວກເຮົາຢູ່ໃນຍຸກສະໄໝ ໂລກາພິວັດ ທີ່ເທັກໂນໂລຊີ ສາມາດຫຍໍ້ໂລກໝົດໜ່ວຍ ມາໄວ້ໃນມືເຮົາໄດ້ ແລະ ເປັນສິ່ງທ້າທາຍທາງດ້ານຈິດໃຈທີ່ສຸດ ເພາະຄົນເຮົາ ບໍ່ແມ່ນວັດຖຸສິ່ງຂອງ ທີ່ເອົາປະວາງໄວ້ໃສ່ກໍໄດ້ ຖ້າບໍ່ມີຫຍັງມາທຳລາຍ ແລະ ຮັກສາໄວ້ດົນ ກໍກາຍເປັນມໍລະດົກ ທາງດ້ານວັດຖຸໄປ ເປັນຕົ້ນແມ່ນ ວັດພູຈຳປາສັກ ກໍກາຍເປັນມໍລະດົກຂອງໂລກໄປແລ້ວ ແຕ່ບັນຫາຕ່າງໆເຫຼົ່ານັ້ນ ມັນບໍ່ໄດ້ເຮັດຫຍັງໃຫ້ແມ່ຍິງລາວເຮົາ ຄອນແຄນໄດ້ເລີຍ ນັບຕັ້ງແຕ່ຍຸກໃດ ສະໄໝໃດ ຈົນມາເຖິງມື້ນີ້ ແມ່ຍິງລາວ ກໍຍັງນຸ່ງສີ້ນ ເກົ້າຜົມ ບ່ຽງແພ ມີໃຫ້ໄດ້ເຫັນ ແລະ ການນຸ່ງສີ້ນ ກໍຈົນກາຍເປັນກິດຈະວັດ ປະຈຳວັນ ຂອງເອື້ອຍນ້ອງແມ່ຍິງເຮົາໄປແລ້ວ ແລະ ເບິ່ງຍາມໃດ ກໍບໍ່ຮູ້ເປີດ ບໍ່ຮູ້ອີ່ມ ຍິ່ງເຮັດໃຫ້ຮູ້ສຶກວ່າ ຕົນເອງມີຄຸນຄ່າ ແລະ ຄູ່ຄວນກັບແຜ່ນດິນເກີດແທ້ໆ (ໜ້າຈະມີການຈົດລິຂະສິດໄດ້ແລ້ວ) ແຕ່ກໍບໍ່ສາມາດປະຕິເສດໄດ້ວ່າ: ແມ່ຍິງລາວ ຈະບໍ່ນຸ່ງໂສ້ງແຊັມໂກ້ ບໍ່ນຸ່ງກະໂປ່ງ ບໍ່ນຸ່ງສະເກິດ ບໍ່ນຸ່ງເສື້ອສາຍດຽວŒເກາະເອິກ ບໍ່ນຸ່ງໂສ້ງແອວລອຍ ... ແລະ ກຳລັງນິຍົມກັນ ໃນໝູ່ຜູ້ສາວຊ່ຳນ້ອຍ ກາງ ໃຫຍ່ ກໍແມ່ນສີ້ນແອວລອຍ ໃສ່ສາຍແອວເງິນເສັ້ນໃຫຍ່ໆ ເຕື່ອຍໆ ພິເສດ ຍັງມີສາວໃຈກ້າຈຳນວນບໍ່ໜ້ອຍ ທີ່ມັກນຸ່ງໂສ້ງຂາສັ້ນໆ ຈຳ (...) ກິດດິດ ຂີ່ລົດຈັກເລາະບ້ານ ກໍມີໃຫ້ເຫັນເຊັ່ນກັນ ເຖິງບໍ່ມີຫຼາຍ ແຕ່ກໍມີພໍໃຫ້ຜູ້ເຖົ້າ (ບໍ່ແມ່ນຫົວງູ) ລຳຄານ ເປັນຫ່ວງ ຢ້ານຫຼາຍແນວ ຢ້ານແຂກຕ່າງດ້າວ ທ້າວຕ່າງແດນ ມາເຫັນ ເພາະແບບນັ້ນ ຢູ່ບ້ານເຂົາມີບໍ່ອຶດ ບໍ່ຢາກ ແຕ່ມາເມືອງລາວ ກໍຢາກເຫັນການນຸ່ງຖື ແບບສາວລາວ ພໍບໍ່ໃຫ້ເຂົາເສຍດາຍຊື້ປີ້ຍົນແພງ ແລະ ເດີນທາງມາໄກຫັ້ນລະ ! ຖ້າທຽບໃສ່ເມື່ອກ່ອນ ກ່ວາຈະໄດ້ເຫັນຂາຂາວຂອງຜູ້ສາວ ບໍ່ແມ່ນເລື່ອງງ່າຍໆ ແລະ ກໍມີຍາມດຽວຄື: ຕອນຈ້ອນສີ້ນເຕັ້ນຂ້າມຮ່ອງເທົ່ານັ້ນດອກ (ເຮັດໃຫ້ແມ່ຍິງເຮົາມີຄຸນຄ່າ).

ການທີ່ຍົກເອົາບັນຫານີ້ຂຶ້ນມາ ສົນທະນາກັບເອື້ອຍນ້ອງແມ່ຍິງເຮົາ ກໍເພື່ອຢາກໃຫ້ກ່າວເຕືອນລູກແສ້ ຫຼານສາວຂອງພວກເຮົາ ຊ່ວຍກັນ ຖ້າຫາກຄອບຄົວມີສ່ວນຮ່ວມ ກໍຈະເຮັດໃຫ້ສັງຄົມສະຫງົບສຸກ ແມ່ນຢູ່ວ່າ: ໂສ້ງຂາສັ້ນໆ ທີ່ສາວຂຶ້ນໃໝ່ ມັກຊື້ມານຸ່ງນັ້ນມັນລາຄາຖືກ ເມື່ອທຽບໃສ່ສີ້ນ ແລະ ກຳລັງນິຍົມກັນ ແຕ່ກໍຄວນເບິ່ງຄວາມເໝາະສົມ ຖ້າຫາກຢາກນຸ່ງໂສ້ງ ກໍຄວນນຸ່ງປະເພດຂາສາມສ່ວນ ສີ່ສ່ວນ ຫຼື ນຸ່ງຂາຍາວໄປເລີຍ ກໍຍິ່ງດີ ເພາະອອກໄປສູ້ກັບແສງແດດ ໄດ້ມີປະສິດຕິພາບສູງກ່ວາຂາສັ້ນ ເປັນພັນເທື່ອ (ຮັກສາຜິວ ບໍ່ທ້າທາຍສາຍຕາ ພວກທີ່ບໍ່ຫວັງດີ ສຳຄັນຍິ່ງກ່ວານັ້ນ ແມ່ນຍັງອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້ ສປປ ລາວ ພວກເຮົາ ກໍຈະມີງານຍິ່ງໃຫຍ່ ເພື່ອສະເຫຼີມສະຫຼອງວຽງຈັນ ຄົບຮອບ 450 ປີ ຊຶ່ງເປັນຄວາມເອກອ້າງ ຂອງຄົນລາວທັງຊາດ (ຄົນລາວຢູ່ຕ່າງແດນ) ຕ່າງກໍມີຄວາມຊື່ນຊົມຍິນດີ ທີ່ຈະໄດ້ຮ່ວມກັນສະເຫຼີມສະຫຼອງ (ໃນນັ້ນມີເຮົາຜູ້ໜຶ່ງ).

ຖ້າທຽບໃຫ້ເຫັນໃກ້ໆຕົວເຮົາ ໃນການສະຫຼອງຄັ້ງນີ້ ກໍບໍ່ຕ່າງຫຍັງກັບເຮົາເຮັດບຸນບ້ານ ຕົວຢ່າງ: ບຸນບັ້ງໄຟ ຊຶ່ງເຮົາຈະຕ້ອງໄດ້ເຊີນຜູ້ຄົນ ມາຮ່ວມດ້ວຍການໃສ່ຊອງບັດເຊີນ ປະກາດທາງວິທະຍຸ ໂທລະພາບ ໜັງສືພິມ ອິນເຕີເນັດ ... ເພື່ອຢາກໃຫ້ຄົນມາຮ່ວມ ໄດ້ຫຼາຍເທົ່າໃດ ກໍຍິ່ງເຮັດໃຫ້ມີຄວາມມ່ວນຊື່ນ ສ້າງຄວາມເຊື່ອໝັ້ນ ແລະ ເພີ່ມອິດທິພົນ ຂອງອຳນາດການປົກຄອງບ້ານເຮົາ ໄດ້ຫຼາຍຊ່ຳນັ້ນ ເພາະວ່າເຮົາສາມາດຮັກສາໄດ້ ຄວາມສະຫງົບປອດໄພຮອບດ້ານ ອາຫານການກິນ ມີພ້ອມທຸກໆຢ່າງ ບ່ອນພັກຜ່ອນກໍມີຄົບຊຸດ ກຽມພ້ອມບໍລິການ ເຮືອນຊານບ້ານຊ່ອງຂອງປະຊາຊົນ ກໍສະອາດສະອ້າງ ແລະ ລູກຫຼານພາຍໃນບ້ານ ກໍຖືກຕ້ອງປອງດອງກັນ ຮັກສາໄດ້ເອກະລັກຂອງຕົນ ດ້ວຍການນຸ່ງຖືເອ້ຢ້ອງ ຢ່າງຈົບງາມ ... ເມື່ອແຂກຕ່າງຖິ່ນມາເຫັນ ເພິ່ນກໍຍ້ອງຍໍສັນລະເສີນ ໃນທາງທີ່ດີ ແລະ ບອກຕໍ່ໆກັນໄປ ເຊັ່ນດຽວກັນກັບພວກເຮົາ ສາມາດຍາດຜົນງານທີ່ຍິ່ງໃຫຍ່ ມາໄດ້ 2 ຄັ້ງດ້ວຍກັນ ຄື: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 10 ໃນປີ 2004 ແລະ ເປັນເຈົ້າພາບມະຫະກຳຊີເກມ ຄັ້ງທີ 25 ໃນທ້າຍປີ 2009 ທີ່ຜ່ານມາ ສະນັ້ນ ປີນີ້ ພວກເຮົາທຸກຄົນ ຕ້ອງໄດ້ເປັນເຈົ້າການແທ້ໆ ໂດຍສະເພາະແມ່ນ ການນຸ່ງຖືຂອງເອື້ອຍນ້ອງແມ່ຍິງເຮົາ ຈະໄດ້ພິສູດໃຫ້ຄົນທັງໂລກ ໄດ້ຕົກຕະລຶງອີກຄັ້ງໜຶ່ງ ທີ່ແມ່ຍິງພວກເຮົາ ເປັນຜູ້ຮັກສາໄດ້ ມູນເຊື້ອອັນດີງາມຂອງຊາດ ທີ່ຕິດພັນມາກັບແມ່ຍິງລາວ ໄດ້ຫຼາຍພັນປີແລ້ວ.

Delicious Digg Fark Twitter