ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 

ຄໍລຳພວກເຮົາເຄີຍຂຽນເລື່ອງ ດອກຈຳປາ ຫຼາຍບົດຜ່ານມາ ຫຼາຍປີກ່ອນ ຈື່ໄດ້ແມ່ນ ກ່ອນຖະໜົນລ້ານຊ້າງ ຈະປູຊີມັງ ແລະ ແຄມຖະໜົນ ບໍ່ທັນມີການປູກຕົ້ນດອກຈຳປາເທື່ອ...

ເວລາຂຽນນັ້ນ ຜູ້ຂຽນ (ທິດດີ) ຊອກຂໍ້ມູນຍາກຫຼາຍ ຈຳເປັນຕ້ອງຫາຕາມໜັງສື ແລະ ຂໍ້ມູນພາຍໃນ ແຕ່ກໍຊອກບໍ່ໄດ້ພໍທໍ່ໃດ ? ຫຼັງຈາກນັ້ນ ໄດ້ໄປຊອກຫາຢູ່ຕ່າງປະເທດ (ໄທ) ເລີຍລົງທຶນຊື້ປຶ້ມກ່ຽວກັບ ດອກຈຳປາ ມາສອງເຫຼັ້ມ...

ເວລາໄປເປັນວິທະຍາກອນ ໃຫ້ແກ່ຊຸດອົບຮົມຕ່າງໆ ທີ່ກ່ຽວກັບການຂຽນຂ່າວ ຂຽນບົດ ໃນສື່ສິ່ງພິມ ກໍມັກຍົກເອົາເລື່ອງກ່ຽວກັບ ດອກຈຳປາ ຂຶ້ນມາເລົ່າສູ່ນັກ ສຳມະນາກອນຟັງ ! ຫຼື ໄປເປັນອາຈານສອນຮັບເຊີນຢູ່ ມ.ຊ ກໍເຊັ່ນກັນ !...

ມື້ກ່ອນນີ້ ໄປເລາະຮ້ານຂາຍປຶ້ມ ຢູ່ຕໍ່ໜ້າຫ້ອງການໄຟຟ້ານະຄອນຫຼວງ (ສີສະເກດ) ເລີຍໄປເຫັນປຶ້ມທີ່ຂຽນກ່ຽວກັບ ດອກຈຳປາ ທີ່ຊື່ວ່າ: ຈຳປາ ໃນດວງໃຈລາວ ຂຽນໂດຍ: ດຣ. ອຸທະກີ ຈຸລາມະນີ ຄຳຜຸຍ ເຊິ່ງທ່ານເປັນລູກສາວກົກ ຂອງທ່ານ ອຸຕະມະ ຈຸລາມະນີ ເຈົ້າຂອງສຽງເພງ ຈຳປາເມືອງລາວ ເຫັນແລ້ວ ຕັດສິນໃຈຊື້ທັນທີ ທັງໆທີ່ມື້ນັ້ນ ຄິດວ່າຈະໄປກິນເຟີແຊບ !.

ບໍ່ທັນອ່ານເນື້ອໃນ ແຕ່ກໍດີໃຈ ເພາະວ່າເຫັນປຶ້ມຂຽນໂດຍຄົນລາວ ແລະ ເປັນພາສາລາວ ເຊິ່ງເພິ່ນກ່າວໄວ້ວ່າ ເພື່ອຮ່ວມສະຫຼອງ ນະຄອນຫຼວງວຽງຈັນ ຄົບຮອບ 450 ປີ.

ອ່ານເນື້ອໃນຂອງປຶ້ມ ກໍມີດີຫຼາຍຢ່າງ ເຊິ່ງບາງອັນ ຫຼາຍຄົນອາດບໍ່ທັນມີນັ້ນຄື: ເນື້ອເພງຈຳປາເມືອງລາວ ເປັນພາສາຝຣັ່ງ ເຊິ່ງເມື່ອກ່ອນ ມີເນື້ອເພງຈຳປາເມືອງລາວ ເປັນພາສາຫວຽດນາມ.

ດອກຈຳປາ ເປັນດອກໄມ້ປະຈຳຊາດລາວ ແລະ ປະເທດນິກາຣາກວາ ສ່ວນເຂົ້າມາປູກຢູ່ລາວ ບໍ່ຮູ້ລະອຽດ ແຕ່ມີຫຼັກຖານຢັ້ງຢືນວ່າ ຢ່າງໜ້ອຍ ກໍນັບແຕ່ສະໄໝເຈົ້າໄຊເຊດຖາທິລາດ.

ສຳຄັນກ່ວາເພິ່ນແມ່ນ ຢູ່ນະຄອນຫຼວງວຽງຈັນ ມີສວນຈຳປາມົງຄຸນ (ຢູ່ດົງປ່າແຫຼບ ແລະ ບ້ານນາແຄ ຫຼັກ 15 ໃກ້ສະໜາມກີລາແຫ່ງຊາດ).

ລາຍລະອຽດ ຢາກໃຫ້ທ່ານຊອກອ່ານເອງນໍ ?.

ເວົ້າເລື່ອງປຶ້ມນີ້ ມື້ກ່ອນມີໝູ່ຄູ່ສະເໜີວ່າ: ຄວນຫັນກະຕ່າຂອງຂວັນ ຈາກເຄື່ອງດື່ມມືນເມົາ ມາສູ່ກະຕ່າຂອງຂວັນ ປຶ້ມອ່ານ ໂດຍສະເພາະ ກະຕ່າຈະມອບໃຫ້ຜູ້ບັງຄັບບັນຊາ ! ເພາະຈະຊ່ວຍຫຼາຍຢ່າງເຊັ່ນ: ປຶ້ມກ່ຽວກັບການປົກຄອງ ການບໍລິຫານ ການນຳໃຊ້ ແລະ ກໍ່ສ້າງບຸກຄະລາກອນ.

ແຕ່ແມ່ນໃຜ ? ຈະເປັນຜູ້ຄິດອອກ ! ແລ້ວນຳໄປມອບກ່ອນເພິ່ນ ເພາະກະຕ່າອັນນັ້ນ ມັນເປັນມີດສອງຄົມ... ມັນລະອຽດອ່ອນ ! ຖ້າບໍ່ລະມັດລະວັງ ຢ້ານວ່າຈະເປັນແນວອື່ນນໍ ?.

... ການອ່ານປຶ້ມ ເປັນການຮຽນດ້ວຍຕົນເອງ ທີ່ດີເລີດກ່ວາເພິ່ນໝົດ...

ຈາກໜັງສືພິມ

Delicious Digg Fark Twitter