ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຮັກ​ແທ້​ຢູ່​ໃສ?

 

      ຮັກ​​ແທ້​ເປັນ​ສິ່ງ​ທີ່​ຄົນ​ເຮົາ​ທຸກ​ຄົນ​ຕ້ອງການ ​ແລະ ຈະ​ພະຍາຍ​ມາ​ທຸກ​ວິທີ​ທາງ​ເພື່ອ​ຕາມ​ຫາ​ຮັກ​ແທ້. ທ່ານ​ຮູ້​ບໍ່​ວ່າ

ມີ​ເລື້ອງ​ເລົ່າ​ກ່ຽວ​ກັບ​ຮັກ​ແທ້​ໃນ​ຫຼາຍ​ສະຕະວັດ​ທີ່​ຜ່ານ​ມາ ​ໃນ​ຂະນະ​ນັ້ນ​ໂລກ​ເຮົາ​ຍັງ​ອ່ອນ​ເຍົາ​ຢ່າງ​ຍິ່ງ​ກວ່າ​ນີ້ ຮັກ​ແທ້​ຈຶ່ງ​

ປະກົດ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ​ເຕັມ​ໄປ​ໝົດ ມະນຸດ​ສາ​ມາດ​ເປັນ​ເຈົ້າ​ຂອງ​ມັນ​ດ້ວຍການ​ເລືອກ​ຫາ​ຢ່າງ​ງ່າຍດາຍ ຍ້ອນ​ເປັນ​

ແນວ​ນັ້ນ​ມະນຸດ​ຈຶ່ງ ບໍ່​ຮູ້​ຮັກສາ, ຖະນຸຖະໜອມ ​ແລະ ບໍ່​ເຫັນ​ຄຸ່ນຄ່າ​ຂອງ​ຮັກ​ແທ້. ​ເມື່ອ​ເປັນ​ເຊັ່ນ​ນີ້ ພະຜູ້​ເປັນ​ເຈົ້າຈຶ່ງ​

ຕັດສິນ​ໃຈ​ເກັບ​ຮັກສາ​ຮັກ​ແທ້​ເອົາ​ໄວ້ ​ແລະ ຕໍ່​ມາ​ພະຜູ້​ເປັນ​ເຈົ້າ​ຈຶ່ງ​ຂໍ​ໃຫ້​ນາງ​ຟ້າ​ສອງ​ອົງ​ຊ່ວຍ​ເກັບ​ຮັກສາ​ຮັກ​ແທ້​ໄວ. ທຳ

​ອິດ​ນາງ​ຟ້າ​ບໍ່​ຮູ້​ຈະ​ເອົາ​ໄປ​ໄວ້​ໃສ ​ເພາະວ່າ​ຈະ​ເອົາ​ໄປ​ໄວ້​ໃສ​ກໍ​ຍ້ານມະນຸດ​ໄປ​ພົບ​ເຫັນ ​ແລະ ຂຸດ​ຄົ້ນຂຶ້ນ​ມາ, ທັງ​ສອງ​ຈຶ່ງ​

ໄດ້​ປຶກສາ​ຫາລື​ກັນ ​ແລະ ຕົກລົງ​ກັນ​ເອົາ​ຮັກ​ແທ້​ໄປ​ຝັງ​ດິນ​ໄວ້ ​ແຕ່​ມະນຸດ​ກໍ​ຍັງ​ສາມາດ​ຄົ້ນ​ພົບ ​ແລະ ຂຸດ​ຂຶ້ນ​ມາ​ໄດ້​ຢ່າງ​

ງ່າຍດາຍ. ຕໍ່​ມາ​ນາງ​ຟ້າ​ທັງ​ສອງ​ຈຶ່ງ​ເອົາ​ຮັກ​ແທ້​ໄປ​ໄວ້​ຢູ່​ເທິງ​ຈອມ​ພູ​ເຂົາ​ທີ່​ທຸລະກັນດານ, ອັນຕະລາຍ ​ແລະ ສູງ​ຊັນ​ທີ່​

ສຸດ ​ເຖິງ​ປານ​ນັ້ນມະນຸດ​ກໍ່​ຍັງ​ສາມາດ​ປີນ​ໄຕ່​ຂຶ້ນ​ໄປ​ເຖິງ​ຍອດພູ​ເຂົາ​ນັ້ນ​ໄດ້​ແລ້ວ​ນຳ​ຮັກ​ແທ້​ອອກ​ມາ…​ຕໍ່​ມາ​ນາງ​ຟ້າ​ຈຶ່ງ​ເອົາ​

ຮັກ​ແທ້​ໄປ​ໄວ້​ພື້ນ​ນ້ຳ​ທະ​ເລ​ເລິກໆ ​ແຕ່​ມະນຸດກໍ​ຍັງ​ສາມາດ​ລອຍ​ຍໄປ​ເຖິງ​ພື້ນ​ທະ​ະເລແລ້ວ​ນຳ​ເອົາ​ຮັກ​ແທ້​ກັບ​ຂຶ້ນ​ມາ​ອີກຈົນ​

ໄດ້. ຍ້ອນ​ວ່າ​ເອົາ​ຮັກ​ແທ້​ໄປ​ໄວ້​ໃສ​ມະນຸດ​ກໍ​ຍັງ​ສາມາດ​ຕິດຕາມ​ຂຸດ​ຄົ້ນ ຊອກ​ຫາ​ມາ​ຈົນ​ໄດ້ ດັ່ງ​ນັ້ນ, ​ໃນ​ທີ່​ສຸດ​ນາງ​ຟ້າ​ຈຶ່ງ

ຕົກລົງ​ກັນ​ທີ່​ຈະ​ເອົາ​ຮັກ​ແທ້​ໄປ​ໄວ້​ໃນ​ຫົວ​ໃຈ​ຂອງ​ມະນຸດ…​ນັບ​ແຕ່​ນັ້ນ​ມາ​ຜູ້​ຄົນ​ຈຶ່ງ​ມີ​ບັນຫາ​ໃນ​ການ​ຕິດຕາມ​ຮັກ​ແທ້ ​ເພາະ​

ພວກ​​ເຂົາ​ຈະ​ພາກັນ​ເບິ່ງ ​ແລະ ຊອກ​ຫາ​ມັນ​ໃນ​ທຸກ​ຫົນ​ທຸກ​ແຫ່ງ​ທີ່ຢູ່​​ໃນ​ໂລກ​ນີ້ ບໍ່​ວ່າ​ຈະ​ເປັນ​ພູ​ເຂົາ​ລຳ​ເນົາ​ໄພ, ຕົ້ນ​ໄມ້​ໃບ​

ຫຍ້າ, ມະຫາ​ສະມຸດ…​ຍົກ​ເວັ້ນບ່ອນ​ດຽວ…ທີ່​​ເຊິ່ງຄວນ​ຈະ​ເກັບ​ມັນ​ໄວ້ ນັ້ນ​ກໍຄື…​ຫົວ​ໃຈ​ນັ້ນ​ເອງ.

 

Delicious Digg Fark Twitter