ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

      ໃນສັງຄົມເມືອງໃຫຍ່ ສັງຄົມໃນເມືອງ ທີ່ມີນ້ຳໄຫຼໄຟສະຫວ່າງ ເປັນຍຸກທີ່ຮ້ານແຄມທາງເພິ່ນ ຫັນໃຈເຂົ້າ-ອອກ ເປັນພາສາອັງກິດ ແລະ ຄອມພິວເຕີ ຖ້າຜູ້ໃດບໍ່ຮູ້ຈັກຄຳວ່າ ກິກ ກໍຕ້ອງຂໍອະນຸຍາດເວົ້າວ່າ: ນຳບໍ່ທັນຍຸກໂລກາພິວັດ ຫຼື ຫ່າງໄກ ແວດວົງທຸລະກິດອັນທັນສະໄໝ ແລະ ບໍ່ເປີດໃຈຕໍ່ຂໍ້ມູນຂ່າວສານ IT ອີ່ຫຼີ ເພາະເວົ້າເລື່ອງ USB ກິກ ແມ່ນຄັງຂໍ້ມູນນ້ອຍໆ ທີ່ມີປະໂຫຍດຫຼວງຫຼາຍ ສາມາດສຽບໃສກໍໄດ້ ໃນເວລາຕ້ອງການໃຊ້ວຽກ ຊຶ່ງມີຂະໜາດ 1 ກິກ 2 ກິກ ຫຼື 4 ກິກ ອັນນີ້ແມ່ນຂຶ້ນກັບຈຸດປະສົງໃນການນຳໃຊ້ ແຕ່ສິ່ງທີ່ຢາກນຳມາແລກປ່ຽນໃນມື້ນີ້ ແມ່ນກິກທີ່ເກີດຂຶ້ນຢູ່ໃນໃຈ ແລະ ຖືກບັນທຶກເຂົ້າໃນສະໝອງຂອງຄົນເຮົາ ເຮັດໃຫ້ການຈື່ຈຳໃນເລື່ອງຄວາມຮັກ ຄວາມຜູກພັນບໍ່ຈະແຈ້ງ ແລະ ບໍ່ຊັດເຈນ ເຊິ່ງມີຫຼາຍຄົນຕ່າງ ກໍໃຫ້ນິຍາມທີ່ຫຼາຍສີສັນ ແລະ ແຕກຕ່າງກັນອອກໄປ.

       ຄຳວ່າ ກິກ ອາຈານສອນເສດຖະສາດ ໃຫ້ຄວາມໝາຍວ່າ: ແມ່ນຄູ່ຮັກທີ່ບໍ່ຈິງໃຈ ຊຶ່ງຕ່າງຝ່າຍກໍມີເປົ້າໝາຍ ເພື່ອຫຼອກລວງຍົວະເຍົ້າຕົວະຕົ້ມ ຊື້-ຂາຍ ສາຍພົວພັນການຄ້າແບບລົມໆແລ້ງໆ ທີ່ບໍ່ຜ່ານນາຍໜ້າ ຫຼື ພໍ່ຄ້າມືກາງ ຜູ້ຍິງຢາກໄດ້ສິນຄ້າ ເປັນວັດຖຸໃຊ້ສອຍປະຈຳວັນ ຄື: ໂທລະສັບ ບັດເຕີມມູນຄ່າ ... ຈຶ່ງມີກິກໄວ້ເປັນຕົວຊ່ວຍ ໃນເວລາຄ່າໂທໝົດ ສ່ວນຜູ້ຊາຍພັດຢາກໄດ້ຈິດໃຈ ຄືໃຫ້ມີຄົນນັ່ງເຝົ້ານັ່ງເວົ້າລົມ ແລະ ຢອກຫຼິ້ນ ພໍຜ່ອນຄາຍອາລົມ ເສຍເງິນເລັກໜ້ອຍບໍ່ສຳຄັນ ຄູບາສອນທຳມະວາໄລຕີ ເພິ່ນນິຍາມວ່າ: ກິກ ມາຈາກຄຳວ່າ ກຸກກິກ ໝາຍເຖິງໝົດທັງໂລກ ແຕ່ບໍ່ແມ່ນໃຜ ? ໝາຍເຖິງມີໃຜກໍໄດ້ ມານັ່ງວີ ຢາກຫຼິ້ນພໍມ່ວນໃຈ ຫຼື ມີໃຜກໍໄດ້ໃນໂລກນີ້ ທີ່ມາເຍົ້າໃຫ້ຍິ້ມ ອອຍໃຫ້ຫົວ ແຕ່ບໍ່ເຄີຍຊິຄິດຮັກແບບຊູ້ແຟນຈັກຄົນ ນັກກີລາບານເຕະໃຫ້ທັດສະນະວ່າ: ຄຳວ່າກິກ ແມ່ນໝາຍເຖິງຄົນທີ່ມີເມຍແລ້ວ ແຕ່ໄປລົມຜູ້ສາວ ແລະ ຜູ້ສາວທີ່ລາວຕິດຫັ້ນ ລະ ເອີ້ນວ່າ ກິກ ... ຫຼືຊິຖືວ່າເປັນໝາກບານກໍໄດ້ ທີ່ໃຜໆກໍຢາກຍາດກັນເຕະ ແຕ່ເວລາອອກຈາກເດີ່ນແລ້ວ ກໍບໍ່ເຄີຍມີນັກເຕະຄົນໃດສົນໃຈດູແລ ແລະ ເອົາໃຈໃສ່ ແລະ ອາຈານປັດຊະຍາພັດ ບອກວ່າ: ກິກ ແມ່ນຄູ່ມາດຕະເກນສັງຄົມ ທີ່ເປັນນາມມະທຳ ໝາຍຄວາມວ່າ: ເຟີ້ຝັນຊື່ໆ ບໍ່ມີຕົນຕົວ ... ແຕ່ໄວລຸ້ນພວກເຮົາຊ້ຳຄິດຕ່າງວ່າ: ກິກແມ່ນເພື່ອນລົມແກ້ເຫງົາຊື່ໆ ຄືຜູ້ທີ່ເຮົາລົມແລ້ວຮູ້ສຶກມ່ວນຊື່ນ ສະບາຍໃຈ ກໍຄືກິກ ເອີ ! ເນາະ ໂລກຂອງກິກ ... ມີແຕ່ເລື່ອງແປກພິກໄປປີ້ນມາ ໃຜຍັງບໍ່ທັນໄດ້ນິຍາມກໍສົ່ງມານຳຫຼັງ ! ອັນນີ້ບໍ່ວ່າກັນ.

       ສຳລັບຂ້າພະເຈົ້າແລ້ວ ກໍໄດ້ພະຍາຍາມຊອກຫາ ເຊື້ອສາຍລາຍລ່ອງ ຫຼື ກົກເຄົ້າເຫງົ້າກໍຄືກັນວ່າ ກິກ ນີ້ ມັນມີຕົ້ນຕະກຸນຢູ່ໃສ ? ມາຈາກແຊງໃດຂອງຫົວໄຮ່ປາຍນາ ສ່ວນນັກຂຽນ ນັກກະວີ ແລະ  ນັກພາສາລາງວັນຊີໄຣທ່ານໜຶ່ງ ໃຫ້ຄຳເຫັນວ່າ: ບໍ່ຮູ້ວ່າ ໝໍນີ້ ມັນລອດເຂົ້າມາບ້ານເຮົາໄດ້ແນວໃດ ? ແລະ ເຂົ້າມາແຕ່ມື້ໃດ ? ເພາະຜ່ານການກວດຫາໃບເດີນທາງ ປະກົດວ່າ ບໍ່ພໍ້ ! ບໍ່ທັນມີຂໍ້ມູນ ... ຄຳວ່າ ກິກ ມັນບໍ່ແມ່ນພາສາລາວ ບໍ່ແມ່ນພາສາອີ່ແມ່ ແຕ່ຄົນເຮົາພັດຮູ້ມັນດີ ໃນຖານະຕົວການ ທີ່ເຂົ້າມາກໍ່ກວນປັ່ນປວນ ສະຖາບັນຄວາມຮັກ ຄວາມອົບອຸ່ນ ຜົວທີ່ມີກິກ ເມຍກໍກິນເຂົ້າບໍ່ແຊບນອນບໍ່ຫຼັບ ເມຍທີ່ມີກິກ ຜົວກໍຢູ່ບໍ່ໄດ້ ອອກຟືນອອກໄຟ ຮ້ອນໆໜາວໆ ບ່າວສາວທີ່ມີກິກກໍຜິດຖຽງ ແລະ ເບິ່ງໜ້າກັນບໍ່ຄ່ອຍເຕັມຈໍ.

       ການມີ ກິກ ບໍ່ຊ່ວຍໃຫ້ມີລາຍໄດ້ ແລະ ບໍ່ສ້າງປະໂຫຍດອັນໃດຈັກຢ່າງ ໃຫ້ແກ່ຄອບຄົວ ແລະ ຕົວເຮົາເອງ ກໍຄືວຽກງານ ແລະ ຄົນອ້ອມຂ້າງ ກົງກັນຂ້າມ ມັນນຳເອົາແຕ່ເລື່ອງສັບສົນວົນວາຍ ແລະ ບໍ່ສະບາຍໃຈ ເຂົ້າມາໃຫ້ແກ້ໄຂໃນແຕ່ລະມື້ ສະນັ້ນ ຈົ່ງມາຮ່ວມແຮງຮ່ວມໃຈກັນ ເຮັດໃຫ້ຕົວທ່ານ ແລະ ຄອບຄົວ ໃຫ້ປອດໄພຈາກ ກິກ ບູຮານວ່າ: ມີຮັກຫຼາຍຫົວໃຈພິກ ມີກິກຫຼາຍສະໝອງແຕກ ຍິກໄດ້ຢ່າພາກັນລົງມືກໍພໍ.

 

 

Delicious Digg Fark Twitter