ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ກ.) ພະຍາດຮູບນອກ:ເຮັດວຽກບໍ່ຈິງໃຈ ບໍ່ເຮັດຕັ້ງແຕ່ກົກແຕ່ເຄົ້າ ແຕ່ບ່ອນຕົ້ນມາ ບໍ່ເຮັດຕັ້ງແຕ່ຕ່ຳໄປເຖິງສູງ ເຮັດພໍແລ້ວເລື່ອງ ເຮັດພໍໃຫ້ເຫັນວ່າໄດ້ເຮັດ ເຮັດໄດ້ພຽງ ເລັກນ້ອຍ ກໍເວົ້າຍົກເວົ້າຍໍຂຶ້ນໃຫ້ເປັນຫຼາຍ ເພື່ອຈະໄດ້ເຮັດລາຍງານໃຫ້ໂກ້ໃຫ້ງາມ ແຕ່ວ່າເມື່ອກວດເບິ່ງຄັກກໍເຫັນວ່າ ເປັນຂອງເປົ່າຫວ່າງເນື້ອໃນ.

ຍົກຕົວຢ່າງ ກໍຄືການຈັດຕັ້ງໃນແຫ່ງໜຶ່ງ ໃນລາຍງານເວົ້າວ່າ: ການຈັດຕັ້ງໄດ້ມີຢູ່ທຸກບ້ານ ທຸກເມືອງ ທຸກແຂວງແລ້ວ ຄົນຊັ້ນໃດ ກໍໄດ້ເອົາເຂົ້າໃນການຈັດຕັ້ງແລ້ວ ນັບ ຈຳນວນກໍມີເຖິງພັນ ເຖິງໝື່ນຄົນແລ້ວ ແຕ່ເມື່ອຍົກເອົາແຕ່ລະຂໍ້ຂອງລາຍງານນັ້ນ ມາກວດກາເບິ່ງຄັກແນ່ ແລະ ຖາມເຂົ້າລາຍລະອຽດວ່າ ແຕ່ລະການຈັດຕັ້ງນັ້ນ ເຮັດ ວຽກຫຍັງ ? ພະນັກງານໄດ້ໄປເຖິງທ້ອງຖິ່ນທີ່ຕັ້ງນັ້ນຈັກເທື່ອ ໄດ້ເຮັດຫຍັງຊ່ວຍອົງການຈັດຕັ້ງນັ້ນ ແລ້ວດັ່ງນັ້ນ ກໍເລີຍບໍ່ເຫັນມີສິ່ງໃດເປັນຄວາມຈິງ.

ເຮັດແນວນັ້ນ ບໍ່ແມ່ນເຮັດຫຼ້ອນໜ້າທີ່ຂອງຕົນ ແມ່ນຂີ້ຕົວະ ແລະ ຫຼອກລວງພັກ ການເຮັດວຽກບໍ່ແທດເຖິງຕົວຈິງ ແລະ ລາຍງານບໍ່ຈິງໃຈ ກໍເປັນພະຍາດທີ່ເປັນໄພອັນຕະ ລາຍທີ່ສຸດ.

ຂ.) ພະຍາດຍົກພັກຍົກພວກ:ພະຍາດຕົວນີ້ ກໍເປັນອັນຕະລາຍຄືກັນ ຕັ້ງແຕ່ບ່ອນຖືພັກຖືພວກ ກໍຈະກາຍເປັນການແບ່ງແຍກ ຜູ້ໃດຖືກໃຈໂຕ ແມ່ນວ່າມັນຈະຊົ່ວປານໃດ ກໍຖືວ່າມັນດີ ມັນເຮັດວຽກການອັນຊົ່ວ ກໍຖືວ່າເປັນອັນຈົບງາມ ແລ້ວກໍປົກປິດເອົາກັນ ສະໜັບສະໜູນກັນ ຜູ້ໃດບໍ່ຖືກໃຈໂຕ ແມ່ນມັນຈະເປັນຜົນດີພຽງໃດ ກໍເວົ້າວ່າເປັນອັນ ຊົ່ວ ແລ້ວກໍຊອກວິທີທັບຖົມຕິຕຽນ ແລະ ຢຽບຢ່ຳໃຫ້ຈົມລົງ.

ພະຍາດຕົວນີ້ ເປັນອັນຕະລາຍໃຫ້ແກ່ພັກຫຼາຍທີ່ສຸດ ມັນເຮັດໃຫ້ເສຍຫາຍເຖິງ ຄວາມເປັນເອກະພາບຂອງພັກ ມັນເຮັດໃຫ້ພັກຫຼຸດຜ່ອນ ຄວາມສາມາດຂອງສະມາຊິກລົງ ແລະ ບໍ່ປະຕິບັດນະໂຍບາຍຂອງຕົນ ໄດ້ຢ່າງຄົບຖ້ວນ ມັນເຮັດໃຫ້ເສຍຄວາມຮັກແພງ ສະໜິດສະໜົມລະຫວ່າງສະມາຊິກດ້ວຍກັນ ແລະ ກໍ່ໃຫ້ເກີດຄວາມລະແວງສົງໄສ ກັນຂຶ້ນ ແລ້ວກໍແຕກສາມັກຄີພາຍໃນ ເປັນເຫດໃຫ້ພັກອ່ອນແຮງລົງ.

ຄ.) ພະຍາດຜີວເຜີນ:ບໍ່ເບິ່ງກ້ວາງເຫັນໄກ ບໍ່ຄິດຮອດບັນຫາທີ່ໃຫຍ່ຫຼວງ ແຕ່ແລ້ວຊ້ຳພັດກະຈູ້ກະຈີ້ ນຳແຕ່ວຽກລະອຽດມຸ່ນຍ່ອຍ ຍົກຕົວຢ່າງ ກໍຄືການເພີ່ມພູນຜະລິດຜົນ ແລະ ລຳລຽງສະບຽງອາຫານໃຫ້ກອງທັບ ຊ້ຳບໍ່ຄິດຮອດ ແລ້ວຊ້ຳພັດ ມາຄິດຮອດແຕ່ເລື່ອງຈະໃຊ້ເຂົ້າເຢັນ ແລະ ນ້ຳແກງເຫຼືອຢູ່ໃນເຮືອນຄົວ.

ຄົນຜູ້ເປັນແນວນັ້ນ ຈະມອງເຫັນໄດ້ແຕ່ຜົນໄດ້ ຜົນເສຍອັນນ້ອຍໆ ແຕ່ບໍ່ເຫັນຜົນໄດ້ຜົນເສຍອັນໃຫຍ່ຫຼວງ.

ງ.) ພະຍາດຖືກຽດສ່ວນຕົວ:ພະຍາດຕົວນີ້ ມີຫຼາຍປະກົດການທີ່ສະແດງອອກດັ່ງລຸ່ມນີ້:

1. ມີເລື່ອງຫຍັງບໍ່ມັກຕຳໜິຕໍ່ໜ້າແລ້ວ ຊ້ຳພັດເອົາໄປເວົ້າລັບຫຼັງ ເວລາເປີດກອງປະຊຸມບໍ່ເວົ້າຫຍັງ ຫຼັງຈາກປິດກອງປະຊຸມແລ້ວຈິ່ງເວົ້າ ບໍ່ມີຈັກເທື່ອ ທີ່ຈະສະເໜີອັນນັ້ນ ອັນນີ້ຕໍ່ພັກ ບໍ່ປະຕິບັດຕາມຫຼັກດຳເນີນຊີວິດຂອງພັກ ໂຕມັກແນວໃດກໍເຮັດແນວນັ້ນ.

2. ຢາກເຮັດໃຫ້ແຕ່ແລ້ວວຽກ ຜູ້ໃດມີຈຸດດີກໍບໍ່ຮ່ຳຮຽນນຳຜູ້ໃດ ມີຂໍ້ບົກຜ່ອງກໍບໍ່ຢາກຕຳໜິ.

3. ບໍ່ນັບຖືຄຳສັ່ງຂອງຊັ້ນສູງ ບໍ່ປະຕິບັດຕາມລະບຽບວິໄນ ມີແຕ່ເຮັດຕາມໃຈໂຕມັກ.

4. ເວລາຕຳໜິຜູ້ໃດ ກໍບໍ່ແມ່ນເຮັດເພື່ອຜົນປະໂຫຍດຂອງພັກ ບໍ່ແມ່ນເຮັດເພື່ອຊ່ວຍກັນກ້າວໜ້າ ບໍ່ແມ່ນເຮັດເພື່ອປະໂຫຍດທີ່ວຽກງານຕ້ອງການ ມີແຕ່ຕິຕຽນສ່ວນຕົວ ຖຽງເພື່ອຊະນະ ຖຽງເພື່ອແກ້ແຄ້ນ ເພື່ອທຳລາຍບັນຍາກາດອັນດີຕໍ່ກັນ.

5. ໄດ້ຍິນຄວາມວິພາກວິຈານອັນບໍ່ຖືກ ກໍເຮັດເພີດເສີຍ ບໍ່ສູ້ຖຽງ ຮອດວ່າໄດ້ຍິນຄວາມເວົ້າທີ່ຕ້ານການປະຕິວັດ ກໍບໍ່ເອົາລາຍງານໃຫ້ຂັ້ນສູງຮູ້ ໃຜເວົ້າຫຍັງ ໃຜເຮັດຫຍັງ ກໍຕາມຊ່າງ.

6. ພົບປະຊາຊົນກໍບໍ່ສືບສວນເບິ່ງ ບໍ່ຖ້ອຍຖາມຂະເຈົ້າ ບໍ່ໂຄສະນາ ບໍ່ຊີ້ແຈງອະທິບາຍ ເຮັດຄືປະຊາຊົນບໍ່ມີສິ່ງພົວພັນຫຍັງກັບໂຕ.

7. ເຫັນສິ່ງທີ່ເປັນການເສຍຫາຍ ໃຫ້ແກ່ປະຊາຊົນກໍຕາມຊ່າງ ບໍ່ຕັກເຕືອນ ບໍ່ກີດຂວາງ ບໍ່ຊອກຊ່ອງທາງຫຼີກເວັ້ນ.

8. ເຮັດວຽກບໍ່ມີແຜນການ ພົບຫຍັງເຮັດອັນນັ້ນ ເຮັດບໍ່ເປັນພິທີ ເຮັດບໍ່ມີຂອບເຂດ ເຮັດບໍ່ເຖິງຕົ້ນເຖິງປາຍ.

9. ຖືຕົວເອງວ່າເປັນ ນັກປະຕິວັດແກ່ພັນສາ ນັກປະຕິວັດຮຸ່ນເກົ່າ ອ້າງຄຸນງາມຄວາມດີແຕ່ກ່ອນມາ ເພື່ອທວງໃຫ້ຜູ້ອື່ນນັບຖື ແລະ ທວງເອົາຖານະຕຳແໜ່ງ ໃຫ້ເຮັດວຽກ ໃຫຍ່ ຊ້ຳພັດເຮັດບໍ່ຫຼ້ອນ ໃຫ້ເຮັດວຽກນ້ອຍຊ້ຳບໍ່ຍອມເຮັດ ເຮັດວຽກແບບຖາມວາດ ຮ່ຳຮຽນຊ້ຳຂີ້ຄ້ານ ເມື່ອເຫັນຜູ້ອື່ນຮ່ຳຮຽນກ້າວໜ້າກ່ວາ ຊ້ຳພັດຄຽດຊັງເຂົາ.

10. ຮູ້ວ່າໂຕມີຂໍ້ບົກຜ່ອງ ກໍບໍ່ພະຍາຍາມອົດທົນ ແກ້ໄຂປ່ຽນແປງ.

ພະຍາດຕ່າງໆທີ່ກ່າວມາຂ້າງເທິງນີ້ ເຮັດໃຫ້ພັກເຮົາໂຊເຊ ມີຄຳຄິດມີຄຳເຫັນແບບກະວົນກະວາຍ ລະບຽບວິໄນຫຼົ້ມເຫຼວ ວຽກການຊັກຊ້າ ນະໂຍບາຍບໍ່ປະຕິບັດໄດ້ສຸດຂີດ ພັກກໍຫ່າງໄກຈາກປະຊາຊົນ ຜູ້ໃດຕິດພະຍາດນີ້ ກໍມັກກ້າວໄປເຖິງບ່ອນຍົກຜົນປະໂຫຍດສ່ວນຕົວຂຶ້ນເທິງ ເອົາຜົນປະໂຫຍດຂອງພັກ ແລະ ປະຊາຊົນລົງຕ່ຳກ່ວາ.

ນັກປະຕິວັດ ຍາມໃດກໍຕ້ອງສັດຊື່ ຫ້າວຫັນ ຖືນະໂຍບາຍຂອງພັກ ແລະ ຂອງຊາດ ປະເສີດກ່ວາຊີວິດຂອງຕົນເອງ ຍາມໃດກໍຕ້ອງໃສສະອາດ ບໍລິສຸດ ມັກການດຳເນີນຊີ ວິດລວມໝູ່ ຊຸກຍູ້ສົ່ງເສີມ ຈິດໃຈປະຊາຊົນຢູ່ສະເໝີ ຮັກສາລະບຽບວິໄນຢູ່ສະເໝີ ຕ້ານຢັນພະຍາດຖືກຽດສ່ວນຕົວຢູ່ສະເໝີ.

ຈ.) ພະຍາດຂີ້ຄ້ານ:ປະກົດການທີ່ສະແດງໃຫ້ເຫັນລັກສະນະຂອງພະຍາດຂີ້ຄ້ານ ເປັນຄືດັ່ງລຸ່ມນີ້:

- ຖືວ່າອັນໃດຕົນເອງກໍເກັ່ງພໍແລ້ວ ວຽກອັນໃດຕົນເອງກໍຮູ້ພໍແລ້ວ ຂີ້ຄ້ານຮ່ຳຮຽນ ຂີ້ຄ້ານຄິດ ຄານພິຈາລະນາ ວຽກການອັນໃດງ່າຍໆ ກໍຍາດເອົາມາໃຫ້ແກ່ຕົນເອງ ວຽກ ອັນໃດຍາກກໍຊຸກໄປໃຫ້ຜູ້ອື່ນເຮັດ ເມື່ອພົບສິ່ງທີ່ເປັນອັນຕະລາຍ ກໍຊອກຫາວິທີຫຼົບຫຼີກໄປ.

- ເມື່ອໄດ້ຮັບຄຳສັ່ງ ຫຼື ມະຕິຕົກລົງຂອງຊັ້ນສູງ ກໍບໍ່ມັກຄົ້ນຄ້ວາເບິ່ງໃຫ້ແຈ່ມແຈ້ງ ບໍ່ຮີບນຳສົ່ງຄຳສັ່ງ ຫຼື ມະຕິຕົກລົງນັ້ນ ລົງໄປໃຫ້ຂັ້ນລຸ່ມ ໃຫ້ສະມາຊິກຂອງພັກ ແລະ ພົນທະຫານ ມັກເອົາມ້ຽນໄວ້ນຳຕົນເອງ ໂດຍບໍ່ເອົາອອກມາອ່ານຄືນອີກ.

ເວລາປະຕິບັດຄຳສັ່ງ ກໍກະຕຸກກະຕັກ ບໍ່ມ່ວນຊື່ນເບີກບານ ບໍ່ວ່ອງໄວ ມັກປະຕິບັດພໍແລ້ວເລື່ອງ ບໍ່ຕັ້ງໃຈໃສ່ເຖິງຕົ້ນເຖິງປາຍ ຜົນທີ່ໄດ້ຮັບ ກ່ອນອື່ນ ກໍຄືມະຕິເຕັມຖົງສົ້ງ ຄຳສັ່ງເຕັມຖົງເສື້ອ.

ຜົນທີ່ໄດ້ຮັບທີ່ມັນໜັກກໍຄື: ມ້າງເພການຈັດຕັ້ງຂອງພັກ ຫຼຸດຜ່ອນລະບຽບວິໄນຂອງພັກ ປະໃຫ້ເສຍໂອກາດທີ່ຄວນເຮັດກໍບໍ່ເຮັດ ເວລາເຮັດກໍຫຼ້າຊ້າໄປແລ້ວ ນັ້ນແມ່ນເປັນ ຍ້ອນແນວຄິດຂີ້ຄ້ານ ຊັກຊ້າ ຄົນເຮົາມີແນວນັ້ນ ກໍເພາະບໍ່ເຂົ້າໃຈວ່າ ພັກກໍຄືດຽວກັບຕົນຕົວເຮົາ ມະຕິຕົກລົງ ແລະ ຄຳສັ່ງ ກໍຄືສາຍເລືອດ ສາຍເລືອດແລ່ນດີໄປທົ່ວຕົນ ຕົວ ກໍເຮັດໃຫ້ຄົນບໍ່ເຈັບໄຂ້ ສາຍເລືອດຢຸດຢູ່ບ່ອນໃດບ່ອນນັ້ນ ກໍຈະເປັນເປ້ຍຫຼ່ອຍ ແລະ ເກີດພະຍາດທັນທີ ມະຕິຕົກລົງ ແລະ ຄຳສັ່ງກໍໄປໄວໄປເຖິງແຕ່ຊັ້ນເທິງຫາຊັ້ນ ລຸ່ມ ວຽກການກໍແລ່ນໄວ ອັນໃດກໍແລ້ວທົ່ວປົວດີ ມັນຢຸດສະງັກຢູ່ບ່ອນໃດຊັ້ນໃດ ຕັ້ງແຕ່ຊັ້ນນັ້ນລົງມາເຖິງລຸ່ມ ກໍເປັນເປ້ຍຫຼ່ອຍ ບໍ່ຮູ້ທາງໃດຈະເຮັດວຽກ.

ສ.) ພະຍາດອິດສາ:ອັນໃດກໍຢາກໃຫ້ສະເໝີກັນໝົດ ເມື່ອຊັ້ນເທິງມີວຽກຟ້າວໄດ້ຂີ່ມ້າ ຫຼື ຂີ່ລົດໄປເຮັດວຽກ ຊັ້ນລຸ່ມກໍຢາກຂີ່ມ້າ ຂີ່ລົດຄືກັນ ເມື່ອມີຜູ້ຮັບຜິດຊອບຫຼາຍວຽກ ໄດ້ຢູ່ເຮືອນກ້ວາງ ຜູ້ທີ່ບໍ່ມີວຽກຫຼາຍ ກໍທວງເອົາເຮືອນກ້ວາງຄືກັນ ເວລາເພີ່ມອາຫານໃຫ້ທະຫານທີ່ຖືກບາດເຈັບ ກໍຢາກໃຫ້ເພີ່ນເພິ່ມທໍ່ກັນໝົດ ບໍ່ວ່າຜູ້ເຈັບໜັກ ຫຼື ເຈັບ ເບົາ ເວລາເຮັດວຽກຫຍັງ ກໍຢາກໃຫ້ທັງຜູ້ເຖົ້າຜູ້ໜຸ່ມ ເດັກນ້ອຍຜູ້ແຂງແຮງ ແລະ ຜູ້ບໍ່ແຂງແຮງ ເຮັດເທົ່າກັນໝົດ ບໍ່ໃຫ້ໃຜລື່ນໃຜ ວຽກຢ່າງໜຶ່ງ ຜູ້ດຽວເຮັດກໍໄດ້ ກໍບໍ່ຍອມ ເຮັດ ຢາກໃຫ້ໝົດທຸກຄົນ ເຮັດນຳກັນຈຶ່ງຍອມເຮັດ.

ພະຍາດນີ້ ເກີດຂຶ້ນໄດ້ກໍຍ້ອນຜູ້ຕິດພະຍາດນັ້ນ ເຂົ້າໃຈຜິດວ່າ ຄວາມ ສະເໝີພາບ ບໍ່ເຂົ້າໃຈວ່າຜູ້ແຂງແຮງຕ້ອງຫາບໜັກ ຜູ້ບໍ່ແຂງແຮງຫາບເບົາກ່ວາ ຜູ້ເຮັດວຽກໜັກ ຕ້ອງກິນຫຼາຍ ຜູ້ເຮັດວຽກເບົາ ກິນໜ້ອຍ ດັ່ງນັ້ນ ຈຶ່ງແມ່ນສະເໝີພາບ.

ຊ.) ພະຍາດປະຈົບປະແຈງ:ຍັງມີຄົນຈຳພວກໜຶ່ງ ເມື່ອເວົ້າຕໍ່ໜ້າໃຜກໍດີໝົດ ລັບຫຼັງຊ້ຳພັດເວົ້າວ່າ: ໃຜກໍຊົ່ວໝົດ ຢູ່ຕໍ່ໜ້າຜູ້ໃດ ກໍວ່າເຂົາຊົ່ວ ຢູ່ກໍຍັງໄປຍ້ອງວ່າເຂົາດີ ຜູ້ ໃດດຶງໄປເຮັດຜິດ ຫຼື ເຮັດຖືກ ກໍໄປນຳໝົດ ອ້າງທິດສະດີວ່າ ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ ບໍ່ກ້າຕິຕຽນສິ່ງທີ່ຜິດ ແລະ ບໍ່ກ້າຍ້ອງສິ່ງທີ່ຖືກ.

ຄົນຊະນິດນັ້ນ ເປັນຫຍ້າຄາກາງແກ່ວລົ້ມນຳໝົດທຸກລົມ ເປັນນັກສວຍໂອກາດ ເປັນນົກສອງຫົວ ມີວາດສະໜາເປັນແຕ່ລູກນ້ອງຂອງຄົນອື່ນ ອາໄສເພິ່ງແຕ່ຄົນອື່ນ ບໍ່ສາ ມາດເປັນຫົວໜ້າຄົນໄດ້

Delicious Digg Fark Twitter