ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

          ໃບ​ເງິນ​ກີບ ຫຼື ທະ­ນະ​ບັດ ຖ້າ​ໃຊ້​ຖືກ​ວິ­ທີ ຈະ​ເຮັດ​ໃຫ້​ອາ­ຍຸ​ການ​ນຳ​ໃຊ້​ມີ​ຄວາມ​ຄົງ​ທົນ​ຍາວ​ນານ ເຊິ່ງ​ໃນ​ນັ້ນ ການ​ເກັບ​ຮັກ­ສາ​ທະ­ນະ​ບັດ ໃຫ້​ມີ​ລັກ­ສະ­ນະ​ຊື່​ຕົງ ຈະ​ເປັນ​ການ​ຮັກ­ສາ​ດີ​ທີ່​ສຸດ ... ສິ່ງ​ທີ່​ຄວນ​ຫຼີກ​ລ້ຽງ​ນັ້ນ​ຄື: ການ​ພັບ ການ​ໜີບ ການ​ຫຍິບ ການ​ເຈາະ​ຮູ ການ​ທາ­ສີ ແລະ ການ​ຂີດ​ຂຽນ ... ທຸກ​ການ​ກະ­ທຳ​ດັ່ງ­ກ່າວ​ນັ້ນ ເປັນ​ການ​ທຳ­ລາຍ​ທະ­ນະ​ບັດ ໂດຍ​ບໍ່​ຮູ້­ສຶກ​ຕົວ.

ຄວາມ​ລື້ງ​ເຄີຍ​ຢ່າງ​ໜຶ່ງ​ຂອງ​ຄົນ ລາວ​ເຮົາ ເວ­ລາ​ເຮັດ­ບຸນ ໂດຍ​ສະ­ເພາະ ບຸນ​ພະ​ເຫວດ ທີ່​ຫຼາຍ​ບ້ານ​ເຮັດ​ມາ​ແລ້ວ ແລະ ຈະ​ສືບ­ຕໍ່​ເຮັດ​ຕໍ່​ໄປ​ນີ້ ຄວນ​ໄດ້​ປັບ​ປ່ຽນ ນັ້ນ​ຄື: ການ​ໜີບ ຫຼື​ຫຍິບ​ເງິນ​ໃສ່​ຕົ້ນ​ກາ­ລະ​ພຶກ ກັນ​ຫຼອນ ເຊິ່ງ​ພາ­ໃຫ້​ໃບ​ເງິນ​ຈີກ​ຂາດ ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ບໍ່​ທໍ່​ນັ້ນ ຍັງ​ມີ​ຈຳ­ນວນ​ໜຶ່ງ ຫຍິບ​ໝາກ­ເບັງ​ດ້ວຍ​ໃບ​ເງິນ ແລ້ວ​ນຳ​ມາ​ຈຳ­ໜ່າຍ​ທົ່ວ​ຕະ­ຫຼາດ (ບາງ​ຄົນ​ນິ­ຍົມ​ແຂວນ​ໃສ່​ແວ່ນ​ລົດ​ໃຫຍ່) ດັ່ງ­ນັ້ນ ຄວາມ​ຊິນ​ເຄີຍ​ນີ້​ຕ້ອງ​ໄດ້​ປະ​ຖິ້ມ ແລ້ວ​ມາ​ເຮັດ​ແບບ​ໃໝ່ ເຊັ່ນ​ວ່າ: ເອົາ​ໃບ​ເງິນ​ໃສ່​ຖົງ​ຢາງ ຜູກ​ຕິດ​ໃສ່​ໄມ້ ຫຼື​ໃຊ້​ໄມ້​ໜີບ ແລ້ວ​ຈຶ່ງ​ປັກ​ໃສ່​ຕົ້ນ​ກ້ວຍ ໂດຍ​ບໍ່​ພັບ​ບໍ່​ໜີບ ແລະ ບໍ່​ຫຍິບ​ໃບ​ເງິນ ເຮົາ​ກໍ​ຈະ​ໄດ້​ຕົ້ນ​ກາ­ລະ​ພຶກ ຫຼື​ຕົ້ນ​ກັນ​ຫຼອນ​ທີ່​ງາມ​ໄດ້.

ການ​ປຸກ­ລະ­ດົມ​ໃຫ້​ທົ່ວ​ສັງ­ຄົມ​ໃຊ້​ໃບ​ເງິນ​ກີບ​ໃຫ້​ເໝາະ​ສົມ ເພື່ອ​ໃຫ້­ການ​ນຳ​ໃຊ້​ຄົງ​ທົນ​ຍາວ​ນານ​ນັ້ນ ເປັນ​ໜ້າ­ທີ່​ຂອງ​ໝົດ​ທຸກ​ຄົນ​ໃນ​ສັງ­ຄົມ ບໍ່​ແມ່ນ​ຈະ​ເອື່ອຍ​ອີງ­ໃສ່​ແຕ່​ທະ­ນາ­ຄານ​ຝ່າຍ​ດຽວ.

ຜູ້​ມີ​ອິດ​ທິ​ພົນ​ຫຼາຍ​ກ່ວ​າ​ເພິ່ນ ກໍ​ຄົງ​ແມ່ນ​ຄົນ​ຄ້າ­ຂາຍ ເພາະ­ວ່າ​ຫາກ​ຜູ້​ຄ້າ­ຂາຍ​ປະ­ຕິ­ເສດ ບໍ່​ຮັບ​ໃບ​ເງິນ​ທີ່​ເສື່ອມ​ຄຸນ​ນະ​ພາບ ແລ້ວ​ສັງ­ຄົມ​ຈະ​ຫຍຸ້ງ­ຍາກ​ກັນ​ໃຫຍ່ ເພາະ​ຕ້ອງ​ໄດ້​ແລ່ນ​ເຂົ້າ​ໄປ​ແລກ­ປ່ຽນ​ນຳ​ທະ­ນາ­ຄານ ສະ­ນັ້ນ ຜູ້​ຄ້າ­ຂາຍ​ຕ້ອງ​ເປັນ​ເຈົ້າ​ການ​ຕັກ­ເຕືອນ ຜູ້​ຖື​ຄອງ​ໃບ​ເງິນ​ກີບ​ໃຫ້​ເຂົາ​ຮູ້​ເຖິງ​ຂັ້ນ​ຕອນ​ໃນ​ການ​ຮັກ­ສາ​ນໍ ? ຕໍ່​ມາ​ກໍ​ແມ່ນ​ເຖົ້າ​ແກ່ ແນວ​ໂຮມ ຄູŒອາ­ຈານ ທີ່​ຕິດ​ພັນ​ກັບ​ການ​ສ້າງ​ບຸນ​ທຳ​ທານ ກໍ​ຄວນ​ຕັກ­ເຕືອນ​ອອກ​ຕົນ​ຍາດ​ໂຍມ ໃນ​ການ​ຮັກ­ສາ​ໃບ​ເງິນ​ກີບ​ຄື​ດັ່ງ​ໄດ້​ກ່າວ​ມາ​ແລ້ວ ! ຕໍ່​ມາ​ອີກ​ຈຶ່ງ​ແມ່ນ​ສະ​ຖາ​ບັນ​ຄອບ­ຄົວ ສະ​ຖາ​ບັນ​ການ​ສຶກ​ສາ ແລະ ຫົວ­ໜ້າ​ຕາມ​ສຳ­ນັກ­ງານ​ອົງ­ການ​ຕ່າງໆ ຕ້ອງ​ແນະ­ນຳ​ຕັກ­ເຕືອນ​ສະ­ມາ­ຊິກ​ຂອງ​ຕົນ ຫ້າວ­ຫັນ​ເປັນ​ເຈົ້າ​ການ​ຮັກ­ສາ​ໃບ​ເງິນ​ກີບ ໃຫ້​ຈົບ­ງາມ ແລະ ໃຊ້​ໄດ້​ໝັ້ນ­ຄົງ.

ຫາ​ກວ່າ​ທົ່ວ​ສັງ­ຄົມ ຮັກ­ສາ​ໃບ​ເງິນ​ກີບ​ໄດ້​ດີ ລັດ​ເຮົາ​ກໍ​ຈະ​ບໍ່​ເພີ່ມ​ພາ­ລະ​ໃນ​ການ​ພິມ​ທະ­ນະ​ບັດ​ອອກ​ມາ​ໃຊ້ ເວ­ລາ​ນັ້ນ ງົບ­ປະ­ມານ​ກໍ​ຖືກ​ປະ­ຢັດ​ໄປ​ເຮັດ​ແນວ​ອື່ນ ເປັນ­ຕົ້ນ ການ​ສ້າງ­ສາ​ພັດ­ທະ­ນາ​ໂຄງ​ລ່າງ ທີ່​ເປັນ​ພື້ນ­ຖານ​ໃຫ້​ແກ່​ການ​ພັດ­ທະ­ນາ​ປະ­ເທດ​ຊາດ.

ສະ­ນັ້ນ ຈຶ່ງ​ຂໍ​ຮຽກ­ຮ້ອງ​ໃຫ້​ໝົດ​ທຸກ​ທ່ານ ທີ່​ດຳ­ລົງ​ຊີ­ວິດ​ຢູ່​ໃນ​ຜືນ​ແຜ່ນ­ດິນ​ລາວ ຕ້ອງ​ຊ່ວຍ​ກັນ​ເກັບ​ຮັກ­ສາ ແລະ ນຳ​ໃຊ້​ໃບ​ເງິນ​ກີບ​ໃຫ້​ຄົງ​ທົນ ແລະ ຍາວ​ນານ.


Delicious Digg Fark Twitter