ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ເພື່ອນ​ຜູ້​ອ່ານ​ທ່ານ​ໜຶ່ງ ຖື​ວ່າ​ເປັນ​ຂາ​ປະ­ຈຳ​ຄໍ​ລຳ​ພວກ​ເຮົາ ໄດ້​ເລົ່າ​ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ ເວ­ລາ​ເດີນ­ທາງ​ໄປ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ຕ່າງ­ປະ­ເທດ ເປັນ­ຕົ້ນ​ແມ່ນ ສປ ຈີນ ສູ່​ຟັງ ເລື່ອງ​ການ​ແກ້​ໄຂ​ບັນ­ຫາ​ເຮືອນ​ຢູ່​ໃຫ້​ພະ­ນັກ­ງານ.

ການ​ທີ່​ຄໍ​ລຳ​ຍົກ​ບັນ­ຫາ​ນີ້​ຂຶ້ນ​ມາ ເພາະ​ໃນ​ສັງ­ຄົມ​ເຮົາ ໂດຍ​ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ພະ­ນັກ­ງານ​ຫຼາຍ​ຄອບ­ຄົວ ຍັງ​ບໍ່​ທັນ​ມີ​ເຮືອນ​ຢູ່​ຖາ­ວອນ... ຫຼາຍ​ຄົນ​ຕ້ອງ​ບືນ​ຕົວ​ສ້າງ​ລາຍ​ຮັບ​ເພີ່ມ ເພື່ອ​ໃຫ້​ມີ​ເຮືອນ​ຢູ່... ລາຍ​ຮັບ​ເພີ່ມ​ນີ້​ລະ ເປັນ​ຕົວ​ການ​ເຮັດ​ໃຫ້​ພະ­ນັກ­ງານ​ບາງ​ຄົນ ເສຍ​ທາດ​ຂາດ​ຄຸນ ເພາະ​ບໍ່​ຮູ້​ກຳ­ນົດ​ວ່າ ລາຍ​ຮັບ​ເພີ່ມ​ນັ້ນ​ແມ່ນ​ມາ​ຈາກ​ໃສ ? ສະ­ນັ້ນ ຈຶ່ງ​ໃຊ້​ທຸກ​ກົນ­ລະ­ຍຸດ ໃຊ້​ທຸກ​ຊ່ອງ​ຫວ່າງ​ທີ່​ມີ ເພື່ອ​ໃຫ້​ໄດ້​ມີ​ເຮືອນ​ຢູ່​ຖາ­ວອນ​ຄື​ບ້ານ​ຄື​ເມືອງ​ເພິ່ນ ! ທ່າ​ອ່ຽງ​ມີ​ເຮືອນ​ຢູ່​ຖາ­ວອນ... ອວດ​ອ້າງ​ເຮືອນ​ຢູ່​ດ້ວຍ​ມູນ​ຄ່າ​ການ​ກໍ່­ສ້າງ​ສູງ ເຄື່ອງ​ເຟີ​ນິ​ເຈີ​ລາ­ຄາ​ແພງ ກາຍ­ເປັນ​ສິ່ງ​ທ້າ​ທາຍ​ຈິດ­ໃຈ​ຂອງ​ຜູ້​ມີ​ລາຍ​ຮັບ​ຕ່ຳ ຜູ້​ບຸກ​ບືນ​ກໍ່­ສ້າງ​ຄອບ­ຄົວ​ດ້ວຍ​ຄວາມ​ຊື່­ສັດ... ຄວາມ​ເປັນ​ແບບ­ຢ່າງ​ນັບ​ມື້​ຫຼຸດ​ນ້ອຍ​ຖອຍ​ລົງ.

ຫັນ​ມາ­ສູ່​ຄຳ​ບອກ­ເລົ່າ​ຂອງ​ເພື່ອນ ເລື່ອງ​ການ​ແກ້​ໄຂ​ເຮືອນ​ຢູ່ ເພິ່ນ​ເລົ່າ​ວ່າ​ໄປ ສປ ຈີນ ເຫັນ​ການ​ກໍ່­ສ້າງ​ເຄ­ຫາ​ສະ­ຖານ​ໃຫຍ່​ໂຕ ຢູ່​ນະ­ຄອນ­ຫຼວງ​ປັກ​ກິ່ງ ໃນ​ໂອ­ກາດ​ເປັນ​ເຈົ້າ­ພາບ​ກີ­ລາ​ໂອ­ແລັມ­ປິກ​ຜ່ານ​ມາ... ກີ­ລາ​ແລ້ວ​ຜ່ານ​ໄປ ແຕ່​ປະ­ກົດ​ເຫັນ​ຜູ້​ຄົນ​ອາ­ໄສ​ຢູ່​ໝູ່​ບ້ານ​ໂອ­ແລັມ­ປິກ​ຢ່າງ​ຫຼວງ­ຫຼາຍ ທີ່­ແທ້​ແມ່ນ​ທາງ​ການ​ຈັດ​ສັນ​ໃຫ້​ພະ­ນັກ­ງານ​ເຂົ້າ​ຢູ່ ດ້ວຍ​ຮູບ​ການ​ນະ­ໂຍ­ບາຍ​ຕ່າງໆ ເຊັ່ນ: ຈ່າຍ​ຜ່ອນ​ແບບ​ທົ່ວ​ໄປ ຈ່າຍ​ຜ່ອນ​ແບບ​ຕັດ​ເງິນ­ເດືອນ ຫຼື ມີ​ນະ­ໂຍ­ບາຍ​ສຳ­ລັບ​ຜູ້​ມີ​ຄຸນ­ງາມ­ຄວາມ­ດີ​ຕໍ່​ປະ­ເທດ​ຊາດ ນີ້​ແມ່ນ​ກໍ­ລະ­ນີ​ສຶກ​ສາ​ໜຶ່ງ ຍ້ອນ​ວ່າ​ເວ­ລາ​ເປັນ​ເຈົ້າ­ພາບ​ຈັດ​ງານ​ລະ­ດັບ​ໂລກ ຫຼື ພາກ​ພື້ນ​ຂຶ້ນ ຍ່ອມ​ຕ້ອງ­ການ​ທີ່­ຢູ່​ອາ­ໄສ​ເພີ່ມ​ຂຶ້ນ ນອກ­ຈາກ​ການ​ລົງ­ທຶນ​ຂອງ​ພາກ​ເອ­ກະ​ຊົນ​ແລ້ວ ພາກ​ລັດ​ກໍ​ເປັນ​ເຈົ້າ​ການ​ລົງ­ທຶນ ການ​ລົງ­ທຶນ​ພາກ​ລັດ​ນີ້​ລະ ! ຊ່ວຍ​ແກ້​ໄຂ​ບັນ­ຫາ​ໃຫ້​ພະ­ນັກ­ງານ​ລັດ​ໄດ້ 100%.

ຜ່ານ​ມາ ຢູ່​ບ້ານ​ເຮົາ​ກໍ​ມີ​ການ​ແຂ່ງ­ຂັນ​ກີ­ລາ​ຊີ­ເກມ ມີ​ໂຄງ­ການ​ໝູ່​ບ້ານ​ຈັດ​ສັນ ແຕ່​ປານ​ນີ້​ຍັງ​ມິດ​ຢູ່ ເວ­ລາ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ ກໍ​ມີ​ບ້ານ​ສຳ­ລັບ​ໃຫ້​ຜູ້­ນຳ​ປະ­ເທດ​ຕ່າງໆ​ມາ ມາ​ພັກ​ເຊົາ... ຍິນ​ຂ່າວ​ວ່າ ກອງ​ປະ­ຊຸມ​ອາ­ຊີŒເອີ​ຣົບ ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ 2012 ນີ້ ກໍ​ຈະ​ມີ​ການ​ສ້າງ​ເຮືອນ​ພັກ​ຂຶ້ນ​ອີກ ບໍ­ລິ­ເວນ​ດອນ​ຈັນ ລອງ​ຄົ້ນ​ຄ້ວ​າ​ພິ­ຈາ­ລະ­ນາ​ເບິ່ງ​ດຸ​ວ່າ ໃນ​ຈຳ­ນວນ​ການ​ກໍ່­ສ້າງ​ນີ້ ບ່ອນ​ໃດ​ພໍ​ມີ​ນະ­ໂຍ­ບາຍ​ເພື່ອ​ໃຫ້​ພະ­ນັກ­ງານ​ມີ​ເຮືອນ​ຢູ່​ຖາ­ວອນ ໂດຍ​ການ​ຫັນ​ງົບ­ປະ­ມານ​ການ​ກໍ່­ສ້າງ​ເຮືອນ​ຢູ່​ໃຫ້​ພະ­ນັກ­ງານ​ມາ​ໃຊ້​ຈ່າຍ ເພາະ­ວ່າ​ມັນ​ອາດ​ຈະ​ຖືກ​ກ່ວ​າ ແລະ ອາ­ໄສ​ເປັນ​ຄຸ້ມ​ເປັນ​ບ້ານ ການ​ເວນ­ຍາມ​ຮັກ­ສາ​ຄວາມ​ປອດ​ໄພ​ກໍ​ສະ­ດວກ​ກ່ວ​າ.

ເວົ້າ​ເລື່ອງ​ເຮືອນ​ຢູ່​ຖາ­ວອນ​ນີ້ ຫຼາຍ​ຄົນ​ບອກ​ວ່າ ຍອມ­ຮັບ​ມີ​ປະ­ກົດ​ການ​ຫຍໍ້­ທໍ້ ເພາະ​ລາຍ​ຮັບ​ກັບ​ມູນ​ຄ່າ​ເຮືອນ​ມັນ​ແຕກ​ຕ່າງ​ກັນ ອັນ​ນີ້​ກໍ​ບໍ່​ແມ່ນ​ວ່າ​ເປັນ​ໝົດ​ທຸກ​ກໍ­ລະ­ນີ​ເນີ !.

ຫຼາຍ​ບໍ­ລິ­ສັດ​ໃນ​ຫຼາຍ​ປະ­ເທດ ມັກ​ຊູ​ນະ­ໂຍ­ບາຍ​ເລື່ອງ​ເຮືອນ​ຢູ່​ຫຼັງ​ທຳ​ອິດ ລົດ​ຂີ່​ຄັນ​ທຳ​ອິດ ເພື່ອ​ດຶງ​ດູດ​ຄົນ​ເຂົ້າ​ເຮັດ​ການ​ໃຫ້​ບໍ­ລິ­ສັດ​ເຈົ້າ​ຂອງ.

Delicious Digg Fark Twitter