ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ເມື່ອມີການຂາຍຮຸ້ນຂອງ ລັດວິສາຫະກິດໄຟຟ້າລາວ
ສ້າງເມື່ອ ທ.ວ.. 13, 2010 16 ຄົນໂຫວດ, 16 ຄຳເຫັນ, ອ່ານ 310 ເທື່ອ
ລິສັດຜະລິດໄຟຟ້າລາວມະຫາຊົນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍການແຍກຝ່າຍຜະລິດຂອງລັດວິສາຫະກິດໄຟຟ້າລາວ ອອກມາເປັນບໍລິສັດໃໝ່ ໂດຍປະຕິບັດພາລະກິດ ໃນການຜະລິດ ແລະ ຈຳໜ່າຍໄຟຟ້າໃຫ້ແກ່ລັດວິສາຫະກິດໄຟຟ້າລາວ ເພື່ອສົ່ງຂາຍໃຫ້ແກ່ຜູ້ຊົມໃຊ້ໄຟຟ້າປາຍທາງ ປັດຈຸບັນໄດ້ນຳໃຊ້ເຂື່ອນໄຟຟ້າໃນການຜະລິດເຖິງ 7 ເຂື່ອນ ເຊັ່ນ: ນ້ຳງື່ມ 1 ນ້ຳມັງ 3 ເຊເສັດ 1 ແລະ 2 ທີ່ກຳລັງຕິດຕັ້ງຮ່ວມກັນຢູ່ປະມານ 387 ເມັກກາວັດ.

ສຳລັບລາຄາຫຸ້ນແມ່ນຢູ່ລະຫວ່າງ 4.000-4.500 ກີບຕໍ່ໜຶ່ງຫຸ້ນ ໂດຍສາມາດຈອງຊື້ຫຸ້ນໄດ້ທີ່ບໍລິສັດຫຼັກຊັບ ທຄຕລ-ກຸງໄທ ຈຳກັດ ຫຼື ສາຂາຂອງທະນາຄານການຄ້າຕ່າງ ປະເທດລາວ ທຸກສາຂາ.
ຢາກຮູ້ວ່າ ມັນຈະສົ່ງຜົນໃຫ້ລາຄາ ຂອງການຊົມໃຊ້ໄຟຟ້າຂອງປະຊາຊົນລາວສູງຂຶ້ນຫຼື ບໍ່