ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຊາບີ-ອີນຽສຕາ-ເມສຊີ ໃຜຈະໄດ້ລາງວັນບັລລົງດໍ 2010
ສ້າງເມື່ອ ທ.ວ.. 14, 2010 20 ຄົນໂຫວດ, 19 ຄຳເຫັນ, ອ່ານ 208 ເທື່ອ
ລາງວັນນັກເຕະບານດີເດັ່ນຂອງໂລກ ຫລື ຟີຟາ ບັລລົງດໍ ປະຈຳປີ 2010 ໄດ້ 3 ລາຍຊື່ສຸດທ້າຍທີ່ເຂົ້າຊີງແລ້ວໂດຍມາຈາກສະໂມ ສອນບາເຊໂລນາ ທັງ 3 ຄົນເຊັ່ນ: ຊາບີ ເອນານເດດ, ອັເດຣສ ອີນຽສຕາ ແລະ ລິໂອເນລ ເມສຊີ 3 ນັກເຕະຈາກສະໂມສອນບາເຊໂລນາຍັກໃຫຍ່ແຫ່ງລາຍງານລາ ລີກາ ແອັດສະປາຍໄດ້ຮັບເລືອກໃຫ້ເປັນສາມຜູ້ຫລິ້ນສຸດທ້າຍທີ່ເຂົ້າຊີງລາງວັນນັກເຕະບານດີເດັ່ນຂອງໂລກ ຫລື ຟີຟາ ບັລລົງດໍ 2010 ຈາກການປະກາດເມື່ອວັນທີ 6 ທັນວາຜ່ານມາ.
ສຳລັບການປະກາດລາຍຊື່ນັກເຕະ ແລະຜູ້ຈັດການທີມດີເດັ່ນຂອງໂລກຈະຈັດຂຶ້ນໃນວັນ ທີ 10 ມັງກອນ 2011 ທີ່ນະຄອນຊູຣິກ ປະເທດສະວິດເຊີແລນ.
ເຊິ່ງຕ້ອງມີໜຶ່ງດຽວເທົ່ານັ້ນສຳລັບລາງວັນນີ້ ແລ້ວໃຜເໝາະສົມສຳລັບເຈົ້າ ໃນລາງວັນນີ້