ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ເລື່ອງເກີດຂຶ້ນເມື່ອວັນທີ 25 ກັນຍາ 2009

ແມ່ຂອງຂ້ອຍເຈັບທ້ອງແຮງ (ເຈັບກະເພາະ) ຂ້ອຍເລີຍພາເພິ່ນໄປກວດຢູ່ໂຮງຫມໍແຫ່ງໜຶ່ງໃນປະເທດລາວນີ້ແຫຼະ (ຂໍບໍ່ບອກຊື່)

ຫມໍຖາມເພິ່ນເຖິງອາການເລີຍຂຽນໃບສັ່ງກວດ ສ່ອງໄຟຟ້າເບິ່ງກະເພາະ ແຕ່ບໍ່ໄດ້ກວດມື້ນັ້ນເລີຍ ຕ້ອງເປັນມື້ໃໝ່ ເພາະຕ້ອງອົດເຂົ້າອົດນ້ຳມາກວດ

ພໍມື້ຕໍ່ມາກະເລີຍພາເພິ່ນມາກວດແຕ່ 8:00 ໂມງເຊົ້າ ເພາະຄິດວ່າມາໄວລະຊິໄດ້ກວດໄວ

ແຕ່ພັດໄດ້ຖ້າຈົນຮອດ 9:00 ໂມງ ເພິ່ນຈຶ່ງໄດ້ກວດເພາະທ່ານຫມໍຫາກະມາຮອດ. ຖ້າໃຜເຄີຍກວດກະເພາະແບບສ່ອງໄຟຟ້າ ຄືຊິຮູ້ວ່າມັນທໍລະມານຫຼາຍ ປະມານ 45 ນາທີ ເພິ່ນກໍ່ກວດແລ້ວ ແຕ່ຍັງບໍ່ທັນຮູ້ຜົນກວດເລີຍ ຕ້ອງລໍຖ້າເອົາໄປໃຫ້ທ່ານຫມໍວິໄຈຜົນກວດ ກ່ອນ ອີກ 1 ອາທິດ ຈຶ່ງມາເອົາຜົນກວດ.

ພໍຮອດ 1 ອາທິດ ຂ້ອຍກໍ່ພາແມ່ໄປເອົາຜົນກວດ, ທ່ານຫມໍບອກວ່າເພິ່ນເປັນ ມະເລັງກະເພາະ (ແຕ່ບໍ່ຮູ້ວ່າຂັ້ນໃດຫມໍບໍ່ບອກ) ມີແຕ່ບອກວິທີຮັກສາຄືຕ້ອງຜ່າຕັດວິທີດຽວເທົ່ານັ້ນ

ແຕ່ແມ່ເພິ່ນບໍ່ຢາກຜ່າຕັດ ເພາະເພິ່ນມີໂຣກປະຈຳຕົວ (ເບົາຫວານ, ຄວາມດັນ, ໂຣກຫົວໃຈ) ເພິ່ນເລີຍບອກຫມໍວ່າ “ຂໍເອົາໄປປຶກສາກັບຄອບຄົວກ່ອນເດີ້ທ່ານຫມໍ”. ທ່ານຫມໍຍັງບອກເພິ່ນວ່າ “ບໍ່ຢາກໃຫ້ປະໄວ້ດົນຢ້ານເຊື້ອມະເລັງມັນແຜ່ຂະຫຍາຍອອກ ຈຶ່ງຢາກໃຫ້ຕັດສິນໃຈໄວໆ”

ຂ້ອຍກັບຄອບຄົວອຸກໃຈຫລາຍ ເພາະບໍ່ຢາກໃຫ້ເພິ່ນຜ່າຕັດ, ຈຶ່ງພາເພິ່ນໄປກວດຢູ່ຫຼາຍໆບ່ອນ (4 ບ່ອນ) ແຕ່ຜົນກວດອອກມາກະບໍ່ປາກົດວ່າເພິ່ນເປັນມະເລັງ ຫຼືມີເຊື້ອມະເລັງຫຍັງເລີຍ.

ຂ້ອຍຈຶ່ງພາເພິ່ນກັບໄປປຶກສານຳທ່ານຫມໍຜູ້ທີ່ກວດພົບມະເລັງ ແລະຂໍໃຫ້ເພິ່ນກວດຄືນເບິ່ງວ່າມັນແມ່ນມະເລັງແທ້ບໍ່? ເປັນຫຍັງຈຶ່ງມີແຕ່ໂຮງຫມໍດຽວທີ່ກວດພົບ, ໂຮງຫມໍອື່ນຄືກວດບໍ່ພົບຫຍັງ? ແລະຖ້າແມ່ນມະເລັງແທ້ ມັນຢູ່ຂັ້ນໃດແລ້ວ? ຍັງຢູ່ບ່ອນເກົ່າ ຫຼື ແຜ່ລາມໄປບ່ອນໃຫມ່ແລ້ວ.

ທ່ານຫມໍຜູ້ນັ້ນເລີຍສັ່ງກວດຄືນໃຫ້ເພິ່ນ.

ມື້ຕໍ່ມາ ແມ່ກໍເຂົ້າໄປກວດ (ສ່ອງໄຟຟ້າເບິ່ງກະເພາະຄືນ) ແຕ່ຄັ້ງນີ້ຫມໍສັ່ງກວດດ່ວນໃຫ້ຈຶ່ງຮູ້ຜົນວິໄຈໃນ 3 ມື້

ພໍຜົນວິໄຈອອກມາ ປາກົດວ່າ ກະເພາະຂອງເພິ່ນບໍ່ໄດ້ເປັນບາດ ຫຼື ມີຮ່ອງຮອຍຫຍັງທີ່ບົ່ງບອກວ່າເພິ່ນເປັນມະເລັງ

ໂອ້ຍ ຂ້ອຍດີໃຈສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆເລີຍ

ທ່ານຫມໍຫງົງ ແລະ ຍັງຖາມແມ່ວ່າ “ແມ່ນເຈົ້າໄປໄດ້ຢາວິເສດຫຍັງມາກິນ ຈຶ່ງເຊົາໄວແທ້” ແມ່ເພິ່ນກະບໍ່ໄດ້ກິນຢາຫຍັງ ມີແຕ່ກິນນ້ຳຢານາງທຸກໆເຊົ້າເທົ່ານັ້ນ

ຂ້ອຍສົງໃສວ່າບໍ່ແມ່ນຍ້ອນຢາວິເສດຫຍັງດອກ, ຫມໍຫາກວິໄຈຜິດພາດເອງ, ຫລືອາດຈະເປັນຍ້ອນເຄື່ອງມືທີ່ເອົາມາກວດໃຫ້ແມ່ນັ້ນມີຄວາມຜິດພາດ

ແຕ່ເປັນຈັ່ງບຸນທີ່ເພິ່ນບໍ່ເຂົ້າຜ່າຕັດເລີຍຕອນນັ້ນ. ຖ້າຫາກຄອບຄົວຂ້ອຍເຊື່ອຜົນວິໄຈແຕ່ຄັ້ງທຳອິດ ແມ່ຂ້ອຍກະຄືຊິເຈັບໂຕຟຣີ ເພາະການຜ່າຕັດກະເພາະ ທ່ານຫມໍວ່າຕ້ອງປາດເອົາກະເພາະອອກໄປ 3/4 ແມ່ກະຊິຍັງເຫລືອກະເພາະພຽງແຕ່ 1/4 ເທົ່ານັ້ນ.

----------==========///==========--------

Delicious Digg Fark Twitter