ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2010 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

(ໂປດໃຊ້ວິຈາລະນະຍາຍໃນການອ່ານ) ເລື່ອງຂອງເລື່ອງມີຢູ່ວ່າ:

ນ້ອງຂ້ອຍຜິດກັບແຟນ, ລະກະງງໍ້ກັນໄປງໍ້ກັນມາແຕ່ຍັງບໍ່ທັນດີກັນ, ຜິດກັນໄດ້ທິດໜຶ່ງແຟນຂອງລາວກະໄປຕ່າງແຂວງບອກວ່າກັບຈາກຕ່າງແຂວງວັນອັງຄານແລ້ວຈະມາຫາ

ແຕ່ຮອດມື້ວັນອັງຄານກະບໍ່ເຫັນມາຫາຈັກເທື່ອ, ໂທໄປຫາເບີແຟນກະວ່າງົດໃຊ້ບໍລິການ ນ້ອງຂ້ອຍກໍ່ຖ້າແລ້ວຖ້າອີກກໍບໍ່ເຫັນມາ ຕິດຕໍ່ຫາໝູ່ຜູ້ໃດກະບໍ່ໄດ້, ຕົກແລງຂ້ອຍຂຶ້ນໄປເອີ້ນລາວລົງມາກິນເຂົ້າ ລາວກໍ່ມີແຕ່ງຶກຫົວ ແຕ່ກໍ່ບໍ່ລົງມາກິນ ວ່າບໍ່ຢາກ

 

ຕື່ນເຊົ້າວັນພຸດ ຫຼັງຈາກທີ່ແມ່ຂ້ອຍໃສ່ບາດແລ້ວ ກໍ່ວ່າຈະຂຶ້ນມາເອີ້ນໃຫ້ນ້ອງຂ້ອຍພາໄປໂຮງໝໍ (ເພາະມື້ນັ້ນຂ້ອຍມີປະຊຸມພາໄປບໍ່ໄດ້)

ພໍແມ່ຂ້ອຍຂຶ້ນໄປໄດ້ໜ້ອຍໜຶ່ງກໍ່ມີສຽງຮ້ອງເຫຼີແບບບໍ່ຮູ້ສຶກຕົວ

ຂ້ອຍກຳລັງກຽມເຂົ້າເຊົາຢູ່ໄດ້ຍິນສຽງແມ່ຮ້ອງຈຶ່ງແລ່ນຂຶ້ນໄປເບິ່ງ ພາບທີ່ຂ້ອຍເຫັນເປັນພາບທີ່ຂ້ອຍບໍ່ຢາກເຫັນເລີຍໃນຊີວິດນີ້

ຄື ນ້ອງຂ້ອຍນັ່ງຄຸກເຂົ່າຢູ່ບ່ອນ ແລະ ມີເຊືອກຫ້ອຍຄໍຢູ່ ສ່ວນແມ່ຂ້ອຍນັ່ງຢູ່ກັບພື້ນທັງຮ້ອງທັງໃຫ້ບໍ່ໄດ້ສະຕິ

 

ເອື້ອຍກັບອ້າຍຈຶ່ງແລ່ນຂຶ້ນມາເບິ່ງກໍ່ບໍ່ຊ່ວຍຫຍັງໄດ້ແລ້ວ ເພາະໂຕນ້ອງຂ້ອຍຂະນະນັ້ນແຂງ ແລະ ເຢັນໝົດແລ້ວ.

 

(ນ້ອງຂ້ອຍໄປຫາໝູ່ລາວຜູ້ຢູ່ປາກເຊ ວ່າຢາກໃຫ້ພາກັບເຮືອນແນ່ ລາວກັບເອງບໍ່ໄດ້) ຫຼັງຈາກທີ່ລາວຕາຍຄົບ 7 ວັນ ໝູ່ລາວຜູ້ຢູ່ປາກເຊກໍ່ມາເຮືອນຂ້ອຍ

ລາວວ່າລາວພານ້ອງຂ້ອຍມາ, ນ້ອງຂ້ອຍບອກວ່າຢາກມາກາບຂໍໂທດຂໍຂະມາແມ່ (ໂດຍທີ່ໃຫ້ໝູ່ເຮັດແທນ) ແລ້ວໝູ່ນ້ອງຂ້ອຍກໍ່ກາບຕີນແມ່ ລະກະໝົດສະຕິ

ປະມານ 2 ນາທີກໍ່ຟື້ນແລ້ວກໍ່ຫ້ອງໄຫ້ເວົ້າແຕ່ວ່າ ລູກຂໍໂທດ ຂໍໂທດທີ່ເຮັດໃຫ້ແມ່ ເອື້ອຍອ້າຍເສຍໃຈ ເພາະສິ່ງທີ່ລູກເຮັດລົງໄປແມ່ນບໍ່ທັນໄດ້ຄິດຫຍັງເລີຍ 

ຖ້າຕອນນັ້ນລູກຄິດເຫັນໜ້າແມ່ພຽງແຕ່ໜ້ອຍດຽວ ລູກກໍ່ຈະບໍ່ເປັນແບບນີ້


ພໍແຕ່ໄດ້ຍິນສຽງທີ່ກ່າວພາຍຫຼັງທີ່ຟື້ນຂຶ້ນມາ ຂ້ອຍກໍ່ຮູ້ທັນທີໂລດວ່າແມ່ນສຽງນ້ອງຂອງຂ້ອຍ (ລາວເຂົ້າສິງໝູ່ຂອງລາວເອງ)

ແມ່, ຂ້ອຍ ແລະ ຄົນໃນອບຄົວໄດ້ຍິນແນວນັ້ນ ກໍພາກັນຮ້ອງໃຫ້ແບບບໍ່ເຄີຍມາກ່ອນໃນຊີວິດ ຮ້ອງແບບບໍ່ຮູ້ວ່າເສຍໃຈ ຫຼື ດີໃຈກັນແທ້ ທັງໃຫ້ທັງກອດລາວໄວ້

ແລະ ອີກຄຳນຶ່ງທີ່ລາວເວົ້າແມ່ນ ລູກຫິວເຂົ້າ ລູກບໍ່ໄດ້ກິນເຂົ້າມາຫຼາຍມື້ແລ້ວ ເພິ່ນບໍ່ໃຫ້ລູກກິນເຂົ້າເລີຍ

ພາຍຫຼັງຕັ້ງສະຕິໄດ້ ຂ້ອຍກໍ່ເອົາເຂົ້າມາໃຫ້ລາວກິນ ລາວທັງກິນທັງຮ້ອງໃຫ້ ທັງກ່າວຄຳວ່າ ລູກຂໍໂທດ ຊ້ຳແລ້ຊ້ຳອີກ ຈົດເຂົ້າໝົດຈານ

ແລ້ວແມ່ກໍ່ເວົ້າກັບນ້ອງຂ້ອຍ ບອກໃຫ້ລາວໄປດີ, ແມ່ອະໂຫສິກຳໃຫ້ແລ້ວ ບໍ່ຕ້ອງເປັນຫ່ວງນຳແມ່ອີກ ໃຫ້ລູກໃຊ້ກຳໃຊ້ແວນທີ່ຕິດໂຕລູກມາໃຫ້ໝົດ ແລ້ວລູກກໍ່ຈະສະບາຍເອງ.

!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!

 

ຈາກເລື່ອງນີ້

ຂ້ອຍຢາກວອນບອກຜູ້ທີ່ກຳລັງຜິດຫວັງໃນເລື່ອງໃດເລື່ອງໜຶ່ງ ໂດຍສະເພາະ ຜິດຫວັງຈາກຄວາມຮັກ

ແມ່ນໃຫ້ຄິດເຫັນໜ້າຜູ້ເປັນພໍ່ແມ່ໄວ້ຫຼາຍໆ ເພາະຖ້າເຮົາເປັນຫຍັງໄປ ຜູ້ທີ່ເສຍໃຈທີ່ສຸດແມ່ນພໍ່ແມ່

ຄົນໃນຄອບຄົວ ຜູ້ທີ່ເຮົາໃຊ້ຊີວິດຢູ່ນຳຕັ້ງແຕ່ມື້ເກີດຈົນເທົ່າປະຈຸບັນເຮົາຍັງມີບຸກຄົນເຫລົ່ານີ້ ທີ່ຄອຍເປັນກຳລັງໃຈໃຫ້ເຮົາ ແລະ ຮັກເຮົາໂດຍບໍ່ຫວັງຫຍັງຕອບແທນ

Delicious Digg Fark Twitter