ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄົນເຮົາເມື່ອແຕ່ງງານ.............................ເມື່ອມີການຮ່ວມຊີວິດ

ຂໍໃຫ້ໃຊ້ຄວາມຄິດ.................................ເພື່ອຊີວິດທີ່ສົດໃສ

ຄວນຖືພຣະສັດທຳ................................ຊ່ວຍໜູນຳຄ້ຳກາຍໃຈ

ບໍ່ວ່າຢູ່ແຫ່ງໃດ.......................................ກໍ່ສຸກໃຈຖ້າມີທຳ

ຂໍ້ໜຶ່ງ”ຕ້ອງມີຮັກ”...................................ນີ້ຄືຫລັກແຮກຂອງກຳ

ຄວາມຮັກຈະຊີ້ນຳ..................................ໃຫ້ກະທຳແຕ່ກຳດີ

ຂໍ້ສອງ”ຕ້ອງເຂົ້າໃຈ”..............................ວ່າສິ່ງໃດຄືໜ້າທີ່

ສິ່ງໃດທີ່ບໍ່ດີ...........................................ຢ່າມິດມີ່ຮີບປຶກສາ

ຂໍ້ສາມ”ຕ້ອງອະໄພ”..............................ຢ່າພັກໄສລົງໂທດທັນ

ມີເລື່ອງເວົ້າຈາກັນ.................................ຢ່າຫຸນຫັນຕັດສິນໃຈ

ຂໍ້ສີ່”ຕ້ອງອົດທົນ”.................................ປັນຍາຊົນຕ້ອງທົນໄດ້

ຢ່າໄດ້ຂີ້ໃຈນ້ອຍ...................................ຕ້ອງສົນໃຈອະທິບາຍ

ຂໍ້ຫ້າ”ຕ້ອງຊື່ສັດ”..................................ຢ່າຫັດນອກໃຈກາຍ

ຄວາມຜິດຈະທຳລາຍ...........................ຮັກວອດວາຍເພາະນອກໃຈ

ຂໍ້ຫົກ”ຕ້ອງຂະຫຍັນ”...........................ຊ່ວຍສ້າງສັນຄວາມວິໄລ

ຊ່ວຍກັນຫາເງິນໄວ້..............................ເອົາໄວ້ໃຊ້ຍາມຍາກເຢັນ

ຂໍ້ເຈັດ”ຕ້ອງປະຫຍັດ”..........................ຍາມຕິດຂັດບໍ່ລຳເຄັນ

ໝົດເງິນເໝືອນມີເວນ..........................ຄວາມທຸກເຂັນມາໃກ້ກາຍ

ຂໍ້ແປດ”ຕ້ອງນັບຖື”.............................ຕ້ອງຮ່ວມມືຍາດທຸກຝ່າຍ

ຄວາມຮັກບໍ່ເສື່ອມຄາຍ........................ເພາະຮ່ວມກາຍຮ່ວມໃຈກັນ

ຂໍ້ເກົ້າ”ຕ້ອງທຳບຸນ”.............................ເພື່ອເພີ່ມພູນຄວາມຜູກພັນ

ຊີວິດຈະສຸກສັນ...................................ມີສຳພັນກັນຕໍ່ໄປ

ຊາດໜ້າກໍ່ມີສຸກ..................................ພົ້ນໂສກທຸກພົ້ນໂລກໄພ

ສົມຮັກສົມຣືໄທ..................................ສຸກສົມໃຈໄດ້ແຕ່ງງານ

Delicious Digg Fark Twitter