ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
  1. ຄວາມໂກດ
  2. ຄວາມໂລບ
  3. ຄວາມຫລົງ
  4. ຄວາມອິດສາລິດສະຫຍາ
  5. ການຍຶກໝັ້ນຖືຕົນ
  6. ຄວາມອາຄາດພະຍາບາດ
  7. ຄວາມຢ້ານກົວວິຕົກກັງວົນ

ສັດຕູທີ່ແທ້ຈິງຂອງເຮົາຄື ຄວາມໂກດ ຣາຄະ ຄວາມອິດສາ ຄວາມໂລບ ຄວາມຍິ່ງຍະໂສ ຄວາມຍຶດໝັ້ນ ຄວາມຢ້ານກົວ ແລະ ຄວາມວິຕົກກັງວົນ ສິ່ງເຫລົ່ານີ້ຖືກເກັບຢູ່ໃນຈິດໃຕ້ສຳນຶກຂອງເຮົາ ເຮົາຕ້ອງຮຽນຮູ້

ທີ່ຈະເອົາຊະນະມັນໃຫ້ໄດ້ ຢ່າປ່ອຍໃຫ້ມັນປະກົດໃນຈິດໃຕ້ສຳນຶກຂອງເຮົາໄດ້ ມັນບໍ່ມີປະໂຫຍດທີ່ຈະໄປເກັບກົດອາລົມຄວາມຮູ້ສຶກຂອງເຮົາ ກໍ່ຄືກັບໝາກປູມເປົ້າ ຖ້າເຮົາບີບປູມເປົ້າເຂົ້າ ມັນຈະມີແຮງດັນຂອງອາກາດຫລາຍຂຶ້ນ ຖ້າເຮົາຍິ່ງບີບເຂົ້າໆ ແຮງດັນກໍ່ເພີ່ມຂຶ້ນເລື້ອຍໆ ຖ້າຍິ່ງບີບ ແຮງດັນຈະເພີ່ມຂຶ້ນຈົນເຖິງຂີດສຸດທ້າຍ ແລ້ວມັນກໍ່ຈະແຕກ ໃນທຳນອງດຽວກັນ ຖ້າເຮົາເກຫບກົດອາລົມ ຂອງເຮົາໄວ້ ເຮົາຈະຮູ້ສຶກມີແຮງກົດດັນພາຍໃນຕົວເຮົາ ສົ່ງຜົນໃຫ້ເຮົາຄຽດຫລາຍຂຶ້ນໆ ຖ້າເຮົາຍັງເກັບກົດຕໍ່ໄປເລື້ອຍໆ ໃນທີ່ສຸດວັນໜຶ່ງມັນກໍ່ຈະລະເບີດອອກມາ

ຄຳຖາມກໍ່ຄືວ່າ ແລ້ວເຮົາຈະຄວບຄຸມອາລົມຂອງເຮົາໂດຍບໍ່ໃຫ້ມັນມາປະກົດໃນຈິດສຳນຶກຂອງເຮົາໄດ້ຢ່າງໃດ?

ຂໍໃຫ້ເຮົາເບິ່ງຈາກທຳມະຊາດເປັນຕົວຢ່າງ ລອງສັງເກດທັດສະນິຍະພາບກ່ອນທີ່ດວງຕາເວັນຈະຂຶ້ນ ທຸກສິ່ງທຸກຢ່າງເບິ່ງຄືວ່າມືດໄປໝົດ ແຕ່ເມື່ອດວງຕາເວັນຂຶ້ນ ຄວາມມືດກໍ່ຫາຍໄປ ຕາເວັນຕ້ອງຕໍ່ສູ້ກັບຄວາມມືດຫລືບໍ່? ບໍ່ເລີຍ ສິ່ງທີ່ດວງອາທິດເຮັດກໍ່ຄືລອຍສູງຂຶ້ນແລ້ວກະຈາຍແສງສະຫວ່າງໄປທົ່ວ ພຽງເທົ່ານີ້ຄວາມມືດກໍ່ຫາຍໄປ ທີ່ໃດມີແສງສະຫວ່າງ ຄວາມມືດຍ່ອມຢູ່ບ່ໄດ້

Delicious Digg Fark Twitter