ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2013 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄັ້ງທຳອິດທີ່ພົບກັນ ເຈົ້າກໍ່ເຂົ້າມາທັກທາຍ ຖາມນັນຖາມນີ້ຂ້ອຍກໍ່ພໍເຂົາໃຈຕາມທຳມະຊາດຂອງເຮົາ  ແລະຂ້ອຍກໍ່ຮູ້ສຶກວ່າຖືກຊະຕາກັບເຈົາ ຍາກຮູ້ເປັນໝູ່ໄວ້ເວົ້າໄວ້ລົມກໍ່ບໍໄດ້ຄິດຫຍັງຫຼາຍກັບເຈົ້າ, ແລ້ວເຈົາກໍ່ນັດຂ້ອຍໄປກິນເຂົ້າ  ທຳຄວາມຮູ້ຈັກກັນໃຫ້ຫຼາຍຂື້ນ, ເວລາສົ່ງຂໍ້ຄວາມຫາກໍ່ຕອບທຸກຄັ້ງໂທໄປບໍ່ໄດ້ຮັບກໍ່ຟ້າວໂທກັບ ບອກວ່າລົມກັບເຮົາມ່ວນ ໄປຍ່າງເລາະຫຼີ້ນແຄມຂອງ ກິນນ້ຳ ກິນເຂົາ , ໄປຫຼີ້ນຕະຫຼາດນັດນຳກັນ ມີຫຼາຍຄົນມາທຳຄວາມຮູ້ຈັກກັບເຈົ້າ ທຸກຄົນລ້ວນແຕ່ຄິດວ່າເຮົາເປັນແຟນກັນ ແຕ່ເຮົາທັງສອງກໍ່ລ້ວນແຕ່ຕອບປະຕິເສດໄປຈົນ ບໍ່ຮູ້ຈະຕອບໄປຈັກຄັ້ງ ຈົນແລງໆມາໃຜເວົາຫຍັງເລື່ອງເຮົາໆກໍ່ບໍ່ສົນໃຈທີ່ະຕອບແລ້ວປ່ອຍຂະເຈົ້າເວົ້າໄປ, ແຕ່ເຖິງຈະເປັນໝູ່ໄປນຳກັນບາງຄັງຂ້ອຍກໍ່ຄິດນ້ອຍໃຈ ທີ່ເຈົາເຈິໝູ່ແລ້ວລົມແຕ່ກັບໝູ່ຈົນບໍ່ສົນໃຈຂ້ອຍເລີຍ ມື້ນັ້ນວ່າຈະໄປທ່ຽວ ສະຸບກໍ່ຄືຂ້ອຍໄດ້ນັ່ງເຝົ້າເຈົ້າໝົດມື້ ແຕ່ເຫັນເຈົາມ່ວນ ມີຄວາມສຸກ ຂ້ອຍກໍ່ເລີຍບໍ່ໄປຮອດວຽກໃຫ້ເຈົາໄດ້ມີໂອກາດລົມກັບໝູ່ຈົນງານເລີກ; ແລ້ວຕໍ່ມາເຮາກໍ່ໄປເລາະໄອເຕັກນຳກັນ ມື້ນັນເຈົາເອົາໃຈໃສ່ ແລະດູແລຂ້ອຍເປັນພິເສດ ຖາມຫັ້ນຖາມນີ້ ກ່ຽວກັບໂຕຂ້ອຍບໍ່ຢູ່ບໍ່ເຊົາ ວ່າ ຂ້ອຍມັກຫຍັງມ ມັກໃຊ້ນ້ຳຫອມແບບໃດ ກີ່ນຫຍັງ  ມັກນຸ່ງເສື້ອຜ້າແບບໃດ ມັກໃສ່ເກີບແບບໃດ ມັກກິນຫຍັງ ມັກໄປໃສ ໃກ້ຈະຮອດວັນເກີດແລ້ວຢາກໄດ້ຫຍັງ ປົກກະຕິວັນວາເລັນທາຍຂະເຈົາເອົາຫຍັງໃຫ້ກັນ ຖາມທຸກຢ່າງ ແມ້ແຕ່ຈະຊື້ນ້ຳຫອມກໍ່ຍັງເອົາໃຫ້ຂ້ອຍດົມ ໃຫ້ຂ້ອຍເລືກໃຫ້ໝົດທຸກຢ່າງ ສິ່ງໃດທີ່ຂ້ອຍບໍ່ມັກເຈົາກໍ່ຈະບໍ່ເອົາ ພາຂ້ອຍໄປກິນເຂົາ ໄປຊັດປູມເປົາ ຈົນມື້ນັນຂ້ອຍຮູ້ສຶກກັບວ່າເຮົາເປັນແຟນກັນເລີຍ ; ຫຼັງຈາກນັນເຈົາກໍ່ປ່ຽນໄປທຸກໆຢ່າງຄືບໍ່ແມ່ນຄົນທີ່ຂ້ອຍຮູ້ຈັກເລີຍ ວັນແຫ່ງຄວາມຮັກຜ່ານໄປ ກໍ່ບໍ່ມີຫຍັງເກີດຂື້ນ ; ບໍ່ພໍເທົ່າໃດມື້ຫຼັງຈາກໄປທ່ຽວມາກໍ່ວັນເກີດຂ້ອຍ ບໍ່ມີແມ້ກະທັ່ງ ຂໍ້ຄວາມທີ່ສົ່ງມາອວຍພອນເລີຍ ຢ່າຫວັງເຖິງຂອງຂັວນ ເຖິງຂ້ອຍຈະບໍໄດ້ຫວັງຫຍັງຈາກເຈົາເພາະຄິດວ່າເຮົາກໍພຽງແຕ່ໝູ່ກັນ ແຕ່ສິ່ງທີ່ ເຮັດໃຫ້ຂ້ອຍບໍ່ເຂົ້າໃຈແທ້ໆແມ່ນ ປະຕິກິລິຍາທີ່ປ່ຽນໄປຂອງເຈົາ ເຮົາເກືອບຈະເປັນຄືຄົນທີ່ບໍ່ຮູ້ ຈັກກັນມາກ່ອນ ເລີຍ ເວລາໄປນຳກັນຖ້າມີໝູ່ເຈົາໄປນຳ ເຈົາຈະບໍ່ເວົ້າບໍ່ລົມນຳຂ້ອຍເລີຍ ເຖິງຂ້ອຍຈະພະຍາຍາມຊວນລົມເຈົາກໍ່ຈະຫັນໜ້າໜີໄປລົມກັບ ໝູ່ ມີແຕ່ໝູ່ເຈົ້າເທົ່ານັນທີ່ລົມນຳຂ້ອຍ ໃກ້ຂ້ອຍເຈົາກໍ່ບໍ່ຢາກໃກ້ ເວລານັດກັນໄປເບິ່ງງານຫຼາຍຄົນ ເລີກງານແລ້ວເຈົາ ກໍ່ໜີປະຂ້ອຍໄປກັບໝູ່ຄົນອື່ນ ຈົນຂ້ອຍອື້ງບໍ່ຮູ້ວ່າຈະເຮັດແນວໃດ ທັງໆທີ່ນັດກັນມາແທ້ໆ ຈົນຂ້ອຍຄິດຈະເຊົາວຸ້ນວາຍບໍ່ ຕິດຕໍ່ກັບເຈົ້າແລ້ວ ແຕ່ຂ້ອຍກໍ່ຢາກບອກເຈົາຢູ່ວ່າເຈົາປ່ຽນໄປຫຼາຍ  ແຕ່ວ່າມື້ສຸດທ້າຍທີ່ພົບກັນ ເຈົ້າກໍ່ເປັນຄືເກົ່າເຮັດເສີຍຊາບໍ່ຍອມເວົ້າບໍ່ຍອມລົມນຳຂ້ອຍເລີຍ ແຕ່ຊ່ວງທີ່ເຈົາເບິ່ງຄືວ່າດື່ມເຂົາໄປຫຼາຍເຕີຍ ເຈົ້າພັດຈ້ອງເບິ່ງໜ້າຂ້ອງເອົາແທ້ເອົາວ່າ ສາຍຕາເຈົ້າເບິ່ງເສົ້າໆຄືຜິດຫວັງ ຫຼືຂ້ອຍເຮັດຫຍັງໃຫ້ເຈົ້າ ເຈົ້າຄືມີແຕ່ແນມ ເບິ່ງຂ້ອຍດ້ວຍສາຍຕາແປກໆຄ້າຍໆຄືຄົນອົກຫັກ ເສົາ ເຊິ່ງຂ້ອຍກໍ່ໍບໍ່ເຂົ້າໃຈນິແຫຼະ ຕົກລົງມັນເກີດຫຍັງຂື້ນ ແລະຂ້ອຍຄວນຈະເຮັດແນວໃດ

 

ຂໍຂອບໃຈທຸກໆທ່ານທີ່ຕິດຕາມອ່ານເລື່ອງຂອງຂ້ອຍ , ເລື່ອງນີ້ໄດ້ຖືກແກ້ໄຂໄປຮຽບຮ້ອຍແລ້ວ ພວກຂ້ອຍໄດ້ເວົ້າລົມກັນເຂົ້າໃຈຮຽບຮ້ອຍ ກະໄດ້ເປັນໝູ່ກັນຄືເກົ່າຄວາມຮູ້ສຶກກະບໍ່ມີຫຍັງປ່ຽນແປງ ແຕ່ຂ້ອຍສົງໃສຢູ່ໜິດໜຶ່ງວ່າລາວມັກຂ້ອຍບໍ່ ເພາະຂ້ອຍບໍ່ໄດ້ຖາມແຕ່ຕອນຂ້ອຍເຫຼົ່າເລື່ອງແຟນສູ່ຟັງ ຄືອື້ງໆໜ້ອຍໜຶ່ງຢູ່ ຫຼີວ່າຕົກໃຈບໍ່ຄດວ່າຄົນຄືຂ້ອຍຈະມີແຟນບໍ

Delicious Digg Fark Twitter