ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 1, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເນື້ອງໃນໂອກາດປີໃໝ່ສາກົນ ໄດ້ມາເຖິງອືກວາລະໜຶ່ງ ຂໍອວຍພອນໄຊ ໃຫ້ພອນ ຜູ້ນຳພັກລັດ ປະຊາຊົນສາມະຄີ ສາມະຄົມຕ່າງໆ ທຸກແຫ່ງ ຈົ່ງມີແຕ່ຄວາມສຸກຄວາມຈະເຣີນ ຫາວຫັ້ນໃສຕໍ່ໜ້າທີ່ການງານ ດ້ວຍຄວາມພາສຸກ,ມີພາລະນາໄມສົມບູນທັງຮ່າງກາຍແລະຈິດໃຈ  ຕະຫຼອດທັງສິ່ງທີ່ທ່ານເຖີ້ນທູນນັບຖື ສັກກະລະບູຊາຕ່າໆ ທຸກຄ່ຳເຊົ້າ ຂໍສິງເລົ່ານັ້ນ ຈົ່ງມາປົກປອງຄຸ້ມຄອງທ່ານ ໃຫ້ຢູ່ເຢັນເປັນສຸກ ຕະຫຼອດໄປ ດ້ວຍຄວາມສົດຊືນ ເເຈ່ມໃສ່ໃຫ້ໝັ້ນຄົງສູ່ຄວາມວັດທະນະຖາວອນເຖີ້ນ.....%

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຄຳວ່າຊັບໄດ້ແກ້ວັດຖຸ ເຄື້ອງພູມໃຈ ຊື່ນໃຈ ໝາຍຄວາມວ່າໃຜ່ມີຊັບສົມບັດຫຼາຍກໍເຮັດ ໃຫ້ ຄົນນັ້ນຊື່ນໃຈ ພູມໃຈ ດີໃຈ ມີໜ້າມີຕາມີພວກພ້ອງບໍຣິຫວານ ມີຄົນນັບໜ້າຖືຕາ ມີອຳນາດ ມີຄົນເຂົາລົບນັບຖື ດ້ວຍເຫດນີ້ມະນຸດທັ້ງຫຼາຍ ຈຶງໄດ້ພາກັນຊອກສະແຫວງຫາຊັບດ້ວຍ ວິທີ່ການຕ່າງໆ ທັງຖຶກແລະຜິດທັງກາງເວັນແລະກາງຄືນ ມື້ເຊົ້າກາຂາຍແພງ ມື້ແລງກະຂາຍຖຶກ ເພາະຢາກໄດ້ຊັບຫຼາຍໆມາໄວ້ຄອບຄອງ ມາໄວ້ໃຊ້ຈ່າຍຕາມທີ່ຕ້ອງການ ມະນຸດທັງຫຼາຍ ພາກັນຍົກຍ້ອງຊັບວ່າເປັນເທບພະເຈົ້າ ເປັນແກ້ວສາລະພັດນຶກ ສາມາດ ດົນບັນດານຫຼືເນລະມິດໃຫ້ມະນຸໄດ້ທຸກຢ່າງຕາມຄວາມຕ້ອງການ ເຊັ່ນຊັບເຮັດໃຫ້ງາມ, ເຮັດໃຫ້ງ່າຍ, ເຮັດໃຫ້ງ່ອຍ,ເຮັດໃຫ້ງຽບ,ເຮັດໃຫ້ຫງາຍ,ເຮັດໃຫ້ຫງັດ, ເຮັດໃຫ້ງົກ, ໝາຍຄວາມວ່າ ຊັບສາມາດເຮັດໃຫ້ທຸກສິ່ງທຸກຢ່າງ ງາມແລະງ່າຍໄດ້ເຊັ່ນ: ໜ້າຕາ. ປາກ,ດັງຊວດຊົງບໍ່ງາມກໍ່ເອົາເງິນໄປຈ້າງຕັດ ເຕີມ ເສີມແຕ່ງໃຫ້ສວຍໃຫ້ງາມໄດ້ ຊື້ເຄື່ອງ ແຕ່ງຕົວ ເຄື່ອງປະດັບໃຫ້ເຫຼື່ອມເຕັມຕົວກໍ່ໄດ້ ສ້າງເຮືອນຫຼັງໃຫຍ່ໆງາມໆກໍ່ໄດ້ ຈະໄປໃສມາໃສຈະໄກຫຼືໃກ້ພາຍໃນຫຼືຕ່າງປະເທດ ຈະໄປທາງລົດຫຼືຍົນກໍບໍ່ມີບັນຫາ ຈະຕິດຕໍ່ການສຶກສາຮໍ່າຮຽນ ຫຼືທຸລະກິດການງານໃດໆ ກໍງ່າຍສະດວກສະບາຍ ຖ້າບໍ່ມີເງິນອັນໃດມັນກໍຢາກໄປໝົດ ແມ່ນແຕ່ພີ່ນ້ອງໝູ່ເພື່ອນກໍບໍ່ມີ ດັ່ງຄຳທີ່ວ່າ ມີເງິນເຂົານັບວ່ານ້ອງ ມີທອງເຂົານັບວ່າພີ່ ບໍ່ມີເງິນບໍ່ມີທອງພີ່ນ້ອງກໍບໍ່ມີ ສັງຄົມມັນເປັນຢ່າງນີ້ ບາງເທື່ອເງິນກໍເຮັດໃຫ້ງ່ອຍ ເຮັດໃຫ້ງຽບເຊັ່ນເກີດເລື້ອງລາວ ຜິດບ້ານຜິດເມືອງ ຂຶ້ນໂຮງຂຶ້ນສານ ມີປາກມີສຽງດັ່ງສະນັ່ນ ຜູ້ມີເງິນຫຼາຍເອົາ ເງິນອັດປາກສາ ຊະນະເລື້ອງດັ່ງກໍ່ມິດງຽບໄປ ບາງເທື່ອເກີດເລື້ອງໃຫຍ່ໂຕ ຜິດກົດໝາຍ ບ້ານເມືອງ ແຕ່ຫາຫຼັກຖານສຶບເອົາຄວາມຜິດບໍ່ໄດ້ເລື້ອງກໍມິດງຽບໄປ ແຕ່ພໍເອົາເງິນວ່ານ ຈ້າງເປັນ ແສນເປັນລ້ານເລື້ອງທີ່ງຽບສຳຜັດຫງາຍຂຶ້ນ ບາງເທື່ອເງິນກໍ ເຮັດໃຫ້ງັດ ເພາະຂັດແຍ້ງຜົນປະໂຫຍດກັນ ຊິງດີຊິງເດັ່ນກັນ ຍາດຕະຫຼາດການຄ້າກັນ ຜູ້ມີເງິນໜ້ອຍ ກິດຈະການໜ້ອຍກໍລົ້ມລະລາຍໄປ ບາງຄົນມີເງິນຫຼາຍສຳພັດງົກ ຄືມີເງິນຫຼາຍເທົ່າໃດ ຍິ່ງມີຄວາມໂລບຫຼາຍຂຶ້ນ ຂີ້ຖີ້ຕະໜີ ຕະໜຽວຫຼາຍຂຶ້ນ ເຂົາຮຽກວ່າຄົນງົກ ທີ່ກ້າວມານີ້ ຄືອຳນາດຂອງເງິນທີ່ເຮັດໃຫ້ຄົນເປັນໄປຕ່າງໆ ນານາໆ ແຕ່ກໍບໍ່ໝາຍຄວາມວ່າເປັນ ໝົດທຸກຄົນ ບາງຄົນມີເງິນມີຄຳກໍເອື້ອເຟື້ອເຜື່ອແຜ່ແກ່ລູກຫຼານ ຍາດພີ່ນ້ອງ ພວກພ່ອງ ບໍຣິວານ ແກ່ສັງ ແລະປະເທດຊາດສາສະນາບໍ່ເປັນຄົນງົກ....... ເກັບມາຝາກໃຫ້ອ່ານຫຼີ້ນຊືໆ

       ຖ້າທ່ານມີເງິນທ່ານຈະຮູ້ຈັກຕົວທ່ານເອງ ແຕ່ຖ້າບໍ່ມີເງິນຄົນອື່ນຈະບໍ່ຮູ້ຈັກທ່ານ...........ຖ້າຜິດເນື່ອໃນຄຳເວົ້າຂໍອະໄພນຳນັກອ່ານນັກຂຽນທັງຫຼາຍໆ